7208

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 04.02.2026 ປີທີ 25 ສະບັບທີ 6.369ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j dkooe.-h ly fxj vo[a f.sh 4n d8h v'8k,]t[P[dkog]n vd8A ' c,j odPfla dlu 0v'z6 h ,u ly fg]n vd8A 'K ສະຫາຍ ຄໍາພັນ ເຜີຍຍະວົງ (ຂວາ) sk]n dtdP,lts]5 [0t[;odkoc0j '0a o Ia d-kf c]t ra fmtokmqj ;xtgmf leg]a fdv'xt-5 ,lk,a o7q [7tot[= ]y sko'ko l6 odk'-k;|5 j , xx ]k; 7A 'mu 2 ltw\mu IX lxx ]k; 8u ]k7kl6 ' 8+ dkogfu omk',k1h P,1k,]a f4tdy f0v' g]0kmy dko.spj ra ddv,,6 oy fs;Pfok, ສະຫາຍ ທອງສະຫວັນ ພົມວິຫານ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ສະຫາຍ ກິແກ້ວ ໄຂຄໍາພິທູນ (ຜູ້ທີ 12 ນັບຈາກຊ້າຍຫາຂວາ) Iv'sq ;|h k 7vlr goA ogvq k.9.lj [a oskle7a oltrk[co;7y f{sk'lP'la '7q , F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ກອງປະຊຸມສາມັນຄົບຄະ ນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ 2 ສະໄໝທີ IX ໄດ້ປິດລົງ ດ້ວຍຜົນສໍາເລັດຢ່າງຈົບງາມ ໃນ ວັນທີ30 ມັງກອນ 2026, ໃຫ້ກຽດ ຂປລ. ພິທີຫົດສົງມຸທິຕາມະຫາ ເຖຣາພິເສກ ພະອາຈານໃຫຍ່ ມະ ຫາເວດ ມະເສໄນ ປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ອົງທີ 7 ຈັດຂຶ້ນໃນວັນທີ 31 ມັງກອນ 2026 ຢູ່ສຳນັກງານປະທານສູນ ກາງ ອພສ, ວັດທາດຫລວງ ນະ ຄອນຫລວງວຽງຈັນ ໂດຍມີບັນດາ ການນຳ ພັກ, ລັດ ນຳໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ພ້ອມດ້ວຍພັນລະຍາ ແລະ ມວນຊົນຊາວພຸດທະສາສະນິກະຊົນ ລາວບັນດາເຜົ່າ ເຂົ້າຮ່ວມ. ການຫົດສົງມຸທິຕາມະຫາເຖຣາ ພິເສກ ແດ່ພະອາຈານໃຫຍ່ ມະຫາ ເວດ ມະເສໄນ ຈັດຂຶ້ນໃນໂອກາດ ທີ່ພະອາຈານໃຫຍ່ ໄດ້ຖືກເລືອກຕັ້ງ ໃຫ້ເປັນປະທານສູນກາງ ອພສ ອົງ ທີ 7, ທັງເປັນການສະແດງຄວາມ z6h xt9edko 7totg]0kmy dkol6 odk'ra d 8h voIa [m6 f lxx gdq ks]u g0Q k1h P,0=j koa [ ຂປລ. ໃນວັນທີ 30 ມັງກອນ 2026, ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການ ເມືອງ, ຜູ້ປະຈໍາການຄະນະເລຂາ ເປັນປະທານໂດຍ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການ F ອ່ານຕໍ່ໜ້າ 2່ າໍ່ ໜ້າ lts]5 [;Pd'ko xd-{xdl 4 c0;'rkdg|n v c]t 1 dv'rq o xt9exu 2025 ຂປລ. ກອງປະຊຸມສະຫລຸບ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ (ປກຊ-ປກສ) 4 ແຂວງພາກເໜືອ (ບໍ່ແກ້ວ, ຜົ້ງ ສາລີ,ຫລວງນໍ້າທາ,ອຸດົມໄຊ)ແລະ ກອງພົນທະຫານຮາບທີ 3 ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຈັດຂຶ້ນໃນວັນທີ 2 ກຸມພາ 2026 ຢູ່ແຂວງບໍ່ແກ້ວ ພາຍໃຕ້ ການເປັນປະທານຂອງ ສະຫາຍ dkooera d{]a f Ij ;,sq flq 'g4ikry gld xtmkol6 odk'vq 'dkor5 fmtlklt|k lera o csj ' lxx ]k; vq 'mu 7 ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຮອງປະ ທານ, ຜູ້ປະຈໍາການຄະນະກໍາມະ ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບສູນກາງ, ມີບັນດາເລຂາ ຄະນະບໍລິຫານງານພັກແຂວງປະທານຄະນະກໍາມະການ ປກຊປກສ ແຂວງ, ປະທານ-ຮອງ ປະທານຄະນະກຳມະການປົກຄອງ ກະຕັນຍູກະຕະເວທີຕໍ່ຜູ້ນຳພາສູງສຸດ ຂອງຄະນະສົງລາວ ແລະ ຍົກຍ້ອງ ບຸກຄົນຜູ້ມີຄຸນງາມຄວາມດີ, ຜູ້ທີ່ ເສຍສະລະກຳລັງກາຍກຳລັງໃຈໃນ ການນຳພາ-ຊີ້ນຳພະສົງແລະຮຽບ ຮຽງພະທຳຄຳສອນ. ການໄດ້ຮ່ວມ ຫົດສົງພະມະຫາເຖຣະ ຖືເປັນມຸງ ຄຸນອັນສູງສຸດ ຊຶ່ງໃນຊີວິດໜຶ່ງບໍ່ໄດ້ ມີໂອກາດພົບເຫັນໄດ້ງ່າຍໆ. ໃນໂອກາດນີ້, ບັນດາການນຳ ພັກ-ລັດ ພ້ອມດ້ວຍຊາວພຸດທະ ສາສະນິກະຊົນລາວບັນດາເຜົ່າ ໄດ້ ຮ່ວມໃສ່ບາດຖວາຍສັງຄະທານ ແດ່ພະສົງ 130 ອົງ ເພື່ອເປັນສິລິ ມຸງຄຸນ ແລະ ເປັນບຸນເປັນກຸສົນ ຕື່ມ ອີກ. ພ້ອມທັງຮ່ວມພິທີສະຫລອງ, ຍົກຍອດຊໍ່ຟ້າ ອາຄານສໍານັກງານ ປະທານສູນກາງ ອພສ ຫລັງໃໝ່ ຊຶ່ງເປັນສູນກາງບໍລິຫານງານສົງ xtmkoxtgmf csj ' lxx ]k; 9tgfu omk' 1h P,1k,]a f4tdy f ik-tvkok9a ddex6 g9p ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ພະບາດສົມເດັດ ພະບໍລົມ ມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກໍາ ປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ທິການສູນກາງພັກ ປປ ລາວ ໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະ ຂປລ. ກອງປະຊຸມຮັບສ່ອງແສງ ສະພາບແນວຄິດ-ຫາງສຽງສັງຄົມ ຈັດຂຶ້ນໃນວັນທີ 2 ກຸມພາ2026 ຢູ່ ຂປລ. ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດພິທີປະກາດການຈັດ ຕັ້ງຂັ້ນຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ໃນວັນທີ 3 ກຸມ ພາ 2025 ໂດຍການເປັນປະທານ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງ ພັກ, ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ, ປະທານສະພາທິດສະ ດີສູນກາງພັກ, ມີຄະນະປະຈໍາພັກ, ຮອງຫົວໜ້າ ຄອສພ, ຜູ້ຕາງໜ້າ ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ]a f4t,q o8u dt-;'dko8j k'xtgmf c]t dko7h k Iq 'dk]u 9tgfu omk'1h P,1k, lxx ]k; 1j k'gxa omk'dko ຂປລ. ການຈະເດີນທາງມາຢ້ຽມ ຢາມລັດຖະກິດຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງຄັ້ງນີ້ ແມ່ນມີ ຄວາມໝາຍສໍາຄັນຫລາຍທາງປະ ຫວັດສາດ ສາມາດເວົ້າໄດ້ວ່າມາ ຢ້ຽມຢາມ ສປປ ລາວ ເປັນປະເທດ ທໍາອິດ ພາຍຫລັງສໍາເລັດກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ xtdkfdko9a f8A 'dkooe0A oIv'sq ;|h k 7vlr ແຂວງບໍລິຄຳໄຊ ໂດຍການເປັນປະ ທານຂອງ ສະຫາຍ ລາວປາວຊົ່ງ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ (ຂວາ) ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ 7tot[= ]y sko'kol6 odk'ra d xx ]k; v;prvo;a olh k'8A 'ra ddv,,6 oy fs;Pfok, ຂປລ. ໃນວັນທີ 3 ກຸມພາ 2026 ນີ້, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດນາມ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກ ຊາດ ແລະ ພັດທະນາ ໄດ້ດຳເນີນ ກອງປະຊຸມປຶກສາຫາລື ແລະ ສ່ອງ ແສງຄວາມພ້ອມ ໃຫ້ແກ່ການກະ ກຽມກອງປະຊຸມສະຫລຸບຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະ ນາ ທົ່ວປະເທດ ໄລຍະປີ 20212025 ໃນວັນທີ 3 ກຸມພາ 2026 ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການ ເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ປະ ທານຄະນະຊີ້ນຳລະດັບຊາດ ກ່ຽວ ກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ, ມີຮອງປະທານ, ຄະນະຊີ້ນຳລະດັບຊາດກ່ຽວກັບ ການແຂ່ງຂັນ-ຍ້ອງຍໍ, ຮັກຊາດ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ສອນໄຊ ສີພັນດອນ (ປະທານກອງປະຊຸມ)

@ 0j k; c]t gsfdko j 04/02/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ການນຳພັກ-ລັດ...ັັ ທີ່ທັນສະໄໝ. ພ້ອມນີ້, ຄະນະກຳມະ ການຈັດງານ ຍັງໄດ້ເປີດໂອກາດ ໃຫ້ພຸດທະສາສະນິກະຊົນ ໄດ້ຮ່ວມ ບໍລິຈາກທຶນສົມທົບ ເພື່ອຊຳລະຄ່າ ກໍ່ສ້າງອາຄານທີ່ຍັງຄ້າງຊຳລະ, ການຮ່ວມບໍລິຈາກປັດໄຈ ແລະ ຮ່ວມພິທີຍົກຍອດຊໍ່ຟ້າ ປຽບເໝືອນ ການໄດ້ຝາກຊື່ ແລະ ບຸນກຸສົນໄວ້ ໃນແຜ່ນດິນ, ເປັນວິຫານທານທີ່ ມີອານິສົງແຮງ ກ່ໍໃຫ້ເກີດຄວາມ ສົມບູນພູນສຸກໃນຊີວິດ. ຂ່າວ: ທະນູທອງ; ພາບ: ຂັນໄຊ ສຳເລັດ...ັ ເມືອງສູນກາງພັກ, ປະທານສູນ ກາງແນວລາວສ້າງຊາດ, ມີກໍາມະ ການສູນກາງພັກ, ເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ, ບັນດາເລຂາ, ຮອງເລຂາຄະນະບໍລິຫານງານ ຊາວໜຸ່ມຈາກກະຊວງ, ອົງການ, ນະຄອນຫລວງ, ແຂວງ, ຫົວໜ້າ ກົມ, ຫ້ອງການອ້ອມຂ້າງສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມ. ສະຫາຍ ທອງລີ ສີສຸລິດ ກໍາມະ ການສູນກາງພັກ, ເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ ລາຍງານໃຫ້ຮູ້ ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ຜ່ານ ແລະ ພິຈາລະນາເອກະສານທີ່ສໍາ ຄັນ ເພື່ອເປັນບ່ອນອີງໃນການນໍາ ພາ-ຊີ້ນໍາວຽກງານຊາວໜຸ່ມ, ເຍົາ ວະຊົນ ຕະຫລອດສະໄໝທີ IX ໂດຍໄດ້ພ້ອມກັນສຸມສະຕິປັນຍາຄົ້ນ ຄວ້າ ແລະ ປະກອບຄໍາເຫັນ ເພື່ອ ປັບປຸງເອກະສານໃຫ້ມີຄວາມສົມ ບູນຍິ່ງຂຶ້ນ. ພ້ອມທັງຜ່ານຮ່າງແຜນ ດໍາເນີນງານ ຂອງຄະນະບໍລິຫານ ງານ ສຊປລ ສະໄໝທີ IX ແລະ ຂໍ້ ກຳນົດລະບອບ ແລະ ແບບແຜນວິທີ ການເຮັດວຽກ ຂອງຄະນະບໍລິຫານ ງານ ແລະ ຄະນະເລຂາທິການ ເພື່ອ ຮັບປະກັນຫລັກການລວມສູນປະ ຊາທິປະໄຕ, ເຊື່ອມຊຶມບົດແນະນຳ ກົດລະບຽບຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວ ສະບັບປັບປຸງ, ກົດລະບຽບການຈັດຕັ້ງເຍົາວະຊົນ ທັນວາ ສະບັບປັບປຸງ ແລະ ເອກະ ສານການຈັດຕັ້ງ-ການເຄື່ອນໄຫວ ສະຫະພັນຊາວໜຸ່ມລາວ ແລະ ມະຕິ ກອງປະຊຸມໃຫຍ່ສະຫະພັນຊາວ ໜຸ່ມລາວ ຄັ້ງທີ I ຊຶ່ງບັນດາສະ ຫາຍຜູ້ເຂົ້າຮ່ວມກອງປະຊຸມ ໄດ້ສຸມ ສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນຢ່າງກົງໄປກົງມາ ຕໍ່ບັນດາເອກະສານທີ່ວາງອອກ ເພື່ອເຮັດໃຫ້ການເຄື່ອນໄຫວວຽກ ງານຊາວໜຸ່ມ-ເຍົາວະຊົນ ສະໄໝທີ IX ມີຄວາມໜັກແໜ້ນ ແລະ ແທດ ເຖິງຕົວຈິງ. ພ້ອມນີ້, ກອງປະຊຸມຍັງ ໄດ້ຮັບຟັງການລາຍງານວຽກງານ ຈຸດສຸມ ປະຈຳປີ 2026 ຂອງຄະ ນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ຈາກບັນດາກະຊວງ, ອົງການ, ນະຄອນຫລວງ ແລະ ແຂວງ ຕື່ມອີກ. ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ມີຄຳເຫັນໂອ້ລົມຊີ້ ທິດເຍືອງທາງ ໃຫ້ຄະນະບໍລິຫານ ງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວຜັນຂະຫຍາຍຄໍາຂວັນ ທີ່ກໍານົດໃນກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ IX ຄື: “ເພີ່ມທະວີ ສ້າງການຫັນປ່ຽນຢ່າງ ແຂງແຮງ ເຕົ້າໂຮມ, ປຸກລະດົມ, ຂົນ ຂວາຍ ຊາວໜຸ່ມ, ເຍົາວະຊົນລາວ ບັນດາເຜົ່າ ປະຈັນບານເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຫັນ ເປັນດີຈິຕອນ ຕາມທິດສ້າງຄວາມ ເຂັ້ມແຂງ ເປັນເຈົ້າຕົນເອງ” ໂດຍ ເນັ້ນໜັກ 5 ຈຸດ ທີ່ຕ້ອງນໍາໄປຄົ້ນ ຄວ້າ ແລະ ຜັນຂະຫຍາຍຢ່າງມີເນື້ອ ໃນ, ເລິກເຊິ່ງ ແລະ ສ້າງການຫັນ ປ່ຽນຢ່າງແຂງແຮງ ຄື: ເພີ່ມທະວີ ວຽກງານສຶກສາອົບຮົມການເມືອງແນວຄິດ ຕິດພັນກັບຍຸກດີຈິຕອນ; ສ້າງການຫັນປ່ຽນຢ່າງແຂງແຮງ ໃນການຈັດຕັ້ງ ແລະ ບໍາລຸງສ້າງພະ ນັກງານ; ຕະລຸມບອນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຕາມ ທິດສ້າງ ເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ (ສອຈ); ສ້າງຄວາມ ເຂັ້ມແຂງ ເປັນເຈົ້າຕົນເອງ ເພື່ອເສີມ ຂະຫຍາຍບົດບາດຂອງຊາວໜຸ່ມ ໃນການສ້າງຄວາມເຂັ້ມແຂງໃຫ້ ແກ່ປະເທດຊາດ ແລະ ໃຫ້ເອົາໃຈ ໃສ່ວຽກງານພົວພັນຮ່ວມມືສາກົນ ຢ່າງເປັນເຈົ້າການ, ມີຈຸດສຸມ ແລະ ມີປະສິດທິຜົນຍິ່ງຂຶ້ນກວ່າເກົ່າ. ລັດຖະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ສະຫາຍ ລີ ຢົງ ຊົນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ ຜູ້ປະຈຳການ...ູ້ ແຂວງດັ່ງກ່າວ, ຜູ້ຕາງໜ້າຈາກ ຫ້ອງວ່າການສູນກາງພັກ, ຫ້ອງ ວ່າການສຳນັກງານນາຍົກລັດຖະ ມົນຕີ, ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ສອງກໍາ ລັງປະກອບອາວຸດ ແລະ ຄະນະພັກຄະນະບັນຊາກອງພົນທະຫານຮາບ ທີ 3 ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງບໍ່ແກ້ວ ໄດ້ມີຄຳ ເຫັນກ່າວຕ້ອນຮັບບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມ. ຫລັງຈາກ ນັ້ນ, ສະຫາຍ ພັອ ແສງເພັດ ແສງ ມະນີ ຫົວໜ້າການທະຫານ ກອງ ບັນຊາການທະຫານແຂວງບໍ່ແກ້ວ ກໍໄດ້ລາຍງານໃຫ້ຊາບ ກ່ຽວກັບສະ ພາບການພັດທະນາເສດຖະກິດສັງຄົມແລະສະພາບການຈັດຕັ້ງປະ ຕິບັດວຽກງານ ປກຊ-ປກສ ຂອງ ແຂວງບໍ່ແກ້ວ, ລວມທັງຜົນການ ຈັດຕັ້ງປະຕິບັດວຽກງານ ປກຊປກສ ຢູ່ 4 ແຂວງພາກເໜືອ ໃນໄລ ຍະ 1 ປີຜ່ານມາ ເຫັນວ່າ ພາຍໃຕ້ ການນໍາພາ-ຊີ້ນໍາຂອງກົມການ ເມືອງສູນກາງພັກ,ລັດຖະບານໂດຍ ສະເພາະ ຄະນະກຳມະການ ປກຊປກສ ສູນກາງ, ແຂວງ ແລະ ການ ຮ່ວມມືຈາກອົງການປົກຄອງແຕ່ ລະຂັ້ນ ຕະຫລອດຮອດການປະ ກອບສ່ວນຂອງປະຊາຊົນບັນດາ ເຜົ່າ ເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ສາມາດຍາດໄດ້ ຜົນສໍາເລັດຫລາຍດ້ານ, ເຮັດໃຫ້ ຂອບເຂດ 4 ແຂວງພາກເໜືອ ສືບ ຕໍ່ມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍດີ, ລະບົບການເມືອງຢູ່ ຂັ້ນຮາກຖານ ໄດ້ຮັບການປັບປຸງ, ເສດຖະກິດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ ໄດ້ພັດທະນາດີຂຶ້ນຢ່າງ ຕໍ່ເນື່ອງ, ກໍາລັງ ປກຊ-ປກສ ນັບມື້ ເຕີບໃຫຍ່ເຂັ້ມແຂງ ສາມາດຮັບປະ ກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນ ບັນດາເຜົ່າ ມີຄວາມສາມັກຄີປອງ ດອງ ແລະ ພ້ອມກັນປະກອບສ່ວນ ຢ່າງແຂງແຮງ ໃນວຽກງານປກຊປກສ ຢູ່ທ້ອງຖິ່ນຂອງຕົນ ຢ່າງເປັນ ຂະບວນກວ້າງຂວາງ. ໃນໂອກາດດຽວກັນ, ບັນດາຜູ້ ເຂົ້າຮ່ວມ ກໍໄດ້ປະກອບຄໍາເຫັນຕໍ່ ກອງປະຊຸມ ຢ່າງກົງໄປກົງມາ ໂດຍ ໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນ ເດັ່ນ, ບາງຂໍ້ຄົງຄ້າງ ແລະ ສິ່ງທ້າ ທາຍຕ່າງໆ ໃນຂອບເຂດຄວາມຮັບ ຜິດຊອບຂອງກົມກອງ ແລະ ທ້ອງ ຖິ່ນຂອງຕົນ, ທັງເປັນເອກະພາບ ສູງຕໍ່ຮ່າງບົດສະຫລຸບວຽກງານ ປກຊ-ປກສປີ2025 ແລະ ທິດທາງ ແຜນວຽກຈຸດສຸມ ປີ 2026. ໃນຕອນທ້າຍ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການປະຕິບັດວຽກງານ ປກຊປກສ ຕະຫລອດໄລຍະ 1 ປີຜ່ານມາ ຢູ່ຂອບເຂດ 4 ແຂວງພາກເໜືອ. ພ້ອມນີ້, ສະຫາຍ ໄດ້ເນັ້ນໃຫ້ຄະນະ ກຳມະການ ປກຊ-ປກສ 4 ແຂວງ ພາກເໜືອ ແລະ ກອງພົນທະຫານ ຮາບທີ 3 ເອົາໃຈໃສ່ວຽກງານໃນຕໍ່ ໜ້າຕື່ມບາງດ້ານ ເປັນຕົ້ນ ໃຫ້ສືບຕໍ່ ຫັນກໍາລັງລົງກໍ່ສ້າງຮາກຖານການ ເມືອງ, ປັບປຸງອົງການປົກຄອງ ທ້ອງຖິ່ນ, ແກ້ໄຂໜໍ່ແໜງທີ່ຈະພາ ໃຫ້ເກີດມີຄວາມບໍ່ສະຫງົບ ດ້ວຍ ຫລາຍມາດຕະການ, ຫລາຍວິທີ ການຢ່າງມີຈຸດສຸມ ແລະ ແທດເຖິງ ຕົວຈິງ; ເຊື່ອມຊຶມແນວທາງຂອງ ພັກ, ລະບຽບກົດໝາຍຂອງລັດ; ເປັນເຈົ້າການຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ; ເອົາໃຈ ໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ ໃຫ້ເຂົ້າສູ່ວຽກງານຕົວຈິງ; ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະ ນະພັກ, ຄະນະກຳມະການ ປກຊປກສ ແຕ່ລະຂັ້ນຕໍ່ວຽກງານ ປກຊປກສ ໃຫ້ແຂງແຮງ ແລະ ເປັນປົກ ກະຕິ; ປັບປຸງກໍ່ສ້າງກໍາລັງໃຫ້ມີຄຸນ ນະພາບ, ມີຄວາມໜັກແໜ້ນທາງ ດ້ານການເມືອງ-ແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ, ມີຄວາມຊື່ ສັດ, ຈົງຮັກພັກດີຕໍ່ປະເທດຊາດ, ມີ ນໍ້າໃຈພິລະອາດຫານ, ເສຍສະລະ ສູງ, ເປັນກໍາລັງຫລັກແຫລ່ງ ທີ່ໄວ້ ວາງໃຈຂອງປະຊາຊົນ; ໃຫ້ຄະນະ ພັກແຕ່ລະຂັ້ນ ເອົາໃຈໃສ່ປັບປຸງກົງ ຈັກການຈັດຕັ້ງ ແລະ ກໍ່ສ້າງພະນັກ ງານສືບທອດ ໃຫ້ມີຄວາມຕໍ່ເນື່ອງ; ເປັນເຈົ້າການກຳສະພາບຂອງກຸ່ມ ຄົນບໍ່ດີທີ່ຫວັງທຳລາຍມ້າງເພປະ ເທດຊາດ; ເອົາໃຈໃສ່ກວດກາ ແລະ ແກ້ໄຂບັນຫາຄົນເຂົ້າ-ອອກເມືອງທີ່ ບໍ່ຖືກຕ້ອງ; ສືບຕໍ່ເອົາໃຈໃສ່ວຽກງານ ປ້ອງກັນພາຍໃນ; ເພີ່ມທະວີການພົວ ພັນຮ່ວມມືກັບບັນດາປະເທດອ້ອມ ຂ້າງແລະ ເພື່ອນມິດໂດຍໝູນໃຊ້ກົນ ໄກປະສານງານລະດັບສູນກາງ ແລະ ທ້ອງຖິ່ນ ຕໍ່ການແກ້ໄຂບັນຫາ ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະ ບຽບຮຽບຮ້ອຍຕາມແນວຊາຍແດນ ຢ່າງຄ່ອງແຄ້ວ ແລະ ທັນການ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ປະທານປະເທດ... ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນໍາພາຄະນະ ຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມລັດຖະກິດ ຣາຊະອານາຈັກກໍາປູເຈຍ ແຕ່ວັນທີ 6-7 ກຸມພາ 2026 ທີ່ນະຄອນຫລວງພະນົມເປັນ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍ ການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີ ປະສິດທິຜົນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ກໍຈະເຂົ້າຮ່ວມກອງປະຊຸມພົບປະຜູ້ນໍາສູງສຸດ 3 ພັກ ລາວ-ຫວຽດ ນາມ-ກໍາປູເຈຍ ຄັ້ງທີ 4 ແລະ ກອງປະຊຸມພົບປະສຸດຍອດ 2 ພັກ ລາວກໍາປູເຈຍ ຄັ້ງທີ 16. ລັດຖະມົນຕີ...ັົີ ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 4 ກຸມພາ 2026 ທີ່ນະຄອນຫລວງວຽງຈັນ ເພື່ອສືບຕໍ່ຮັດແໜ້ນການພົວພັນມິດຕະພາບ ທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີ, ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຮົງກາລີ. ຄະນະບໍລິຫານງານ...ໍິ ສະຫລຸບວຽກງານ...ຸ XII ຂອງພັກປປລາວແລະຊົມເຊີຍ ສະຫາຍພົນເອກວິໄລຫລ້າຄໍາຟອງ ທີ່ໄດ້ຮັບເລືອກຕັ້ງເປັນຜູ້ປະຈໍາ ການຄະນະເລຂາທິການສູນກາງ ພັກ ປປ ລາວ ສະໄໝທີ XII ຊຶ່ງເປັນ ການສະແດງໃຫ້ເຫັນເຖິງຄວາມໄວ້ ເນື້ອເຊື່ອໃຈຈາກສູນກາງພັກ ແລະ ຜູ້ແທນກອງປະຊຸມໃຫຍ່. ສະຫາຍ ພົນເອກ ວິໄລ ຫລ້າຄຳ ຟອງ ໄດ້ສະແດງຄວາມຂອບໃຈສະ ຫາຍທູດທີ່ມາຊົມເຊີຍຕໍ່ຜົນສໍາເລັດ ຂອງກອງປະຊຸມໃຫຍ່ຄັ້ງທີXIIຂອງ ພັກ ປປ ລາວ ກໍຄື ຕໍ່ຜູ້ປະຈໍາການຄະ ນະເລຂາທິການສູນກາງພັກທີ່ໄດ້ ຮັບເລືອກຕັ້ງ ໃນກອງປະຊຸມໃຫຍ່ ຄັ້ງນີ້, ພ້ອມທັງໄດ້ແຈ້ງຜົນສໍາເລັດ ຂອງກອງປະຊຸມໃຫຍ່ດັ່ງກ່າວ, ໃຫ້ ສະຫາຍທູດຊາບ ແລະ ໄດ້ສະແດງ ຄວາມຂອບໃຈຕໍ່ຄະນະບໍລິຫານ ງານສູນກາງພັກແຮງງານເກົາຫລີ ທີ່ໄດ້ສົ່ງໂທລະເລກອວຍພອນ ກອງ ປະຊຸມໃຫຍ່ ຄັ້ງທີ XII ແລະ ໂທລະ ເລກຊົມເຊີຍໃນນາມ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກ ແຮງງານເກົາຫລີ ເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດທີ່ໄດ້ ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ສະໄໝທີ XII. ພ້ອມນັ້ນ, ສອງຝ່າຍ ໄດ້ຕີລາຄາ ສູງຕໍ່ຜົນສໍາເລັດການພົບປະ ລະ ຫວ່າງ ການນຳຂັ້ນສູງສຸດຂອງ ພັກ-ລັດ ສປປ ລາວ-ສປປ ເກົາຫລີ ໃນທ້າຍປີ 2025 ຜ່ານມາ, ຍິນດີ ຮ່ວມກັນສືບຕໍ່ປະສານສົມທົບກັນ ຢ່າງແໜ້ນແຟ້ນ ໃນການຈັດຕັ້ງຜັນ ຂະຫຍາຍ ຜົນສໍາເລັດການພົບປະ ດັ່ງກ່າວ, ເພື່ອປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນ ເປັນມູນເຊື້ອທີ່ມີມາແຕ່ດົນນານ ລະ ຫວ່າງສອງພັກ, ສອງລັດ ແລະ ປະ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ. ເນື້ອໃນໂທລະເລກໄດ້ລະບຸວ່າ: ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມ ມູນິດຫວຽດນາມ ທີ່ມີກຽດສະຫງ່າ ຄົບຮອບ 96 ປີ (03/02/193003/02/2026), ຄະນະບໍລິຫານສູນກາງພັກປະຊາຊົນປະຕິວັດລາວ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ຂໍສະແດງຄວາມຊົມເຊີຍ ຢ່າງສຸດອົກສຸດໃຈ ແລະ ຂໍສົ່ງພອນໄຊອັນປະເສີດ ທີ່ເຕັມໄປດ້ວຍໄມຕີຈິດ ມິດຕະພາບອັນດູດດື່ມ, ຄວາມສາມັກຄີພິເສດອັນສະໜິດສະໜົມ ຖານ ສະຫາຍອ້າຍນ້ອງ ມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກ ຖ້ວນໜ້າ. ພັກກອມມູນິດຫວຽດນາມ ໄດ້ເປັນຄັນທຸງນໍາພາພາລະກິດປະຕິວັດ ຢ່າງອົງອາດກ້າແກ່ນ ແລະ ປະດິດສ້າງ ດ້ວຍການວາງແນວທາງທີ່ ຖືກຕ້ອງສະຫລາດສ່ອງໃສ ແລະ ໄດ້ນຳພາປະຊາຊົນຫວຽດນາມອ້າຍ ນ້ອງ ສ້າງວິລະກຳອັນລໍ້າເລີດໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດ ແລະ ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ຈົນກ້າວໄປສູ່ການປົດປ່ອຍ ແລະ ທ້ອນ ໂຮມປະເທດຊາດ ຢ່າງສົມບູນ ແລະ ສະຫງ່າຜ່າເຜີຍ ໃນປີ 1975 ແລະ ສືບຕໍ່ນໍາພາການດໍາເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ໃນ ໄລຍະ 40 ປີ ຊຶ່ງປະຊາຊົນຫວຽດນາມອ້າຍນ້ອງ ສາມາດສືບຕໍ່ຍາດໄດ້ ຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍສໍາຄັນທາງ ປະຫວັດສາດ, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວໃນລະດັບສູງຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງ ປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ການພົວພັນຮ່ວມມື ກັບຕ່າງປະເທດ ສືບຕໍ່ໄດ້ຮັບການເປີດກວ້າງ, ບົດບາດ, ອິດທິພົນຂອງ ພັກກອມມູນິດຫວຽດນາມ ແລະ ສສ ຫວຽດນາມ ນັບມື້ນັບພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ຜົນສໍາເລັດອັນ ສະຫງ່າງາມ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການ ນຳພາອັນສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ມີກຽດ ສະຫງ່າ ໂດຍແມ່ນສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນຳໜ້າ ນັ້ນ ຈະສືບຕໍ່ນໍາພາປະຊາຊົນຫວຽດນາມອ້າຍນ້ອງ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ຢ່າງມີໄຊ, ນໍາ ພາປະເທດຊາດກ້າວຂຶ້ນຢ່າງແຂງແຮງໃນສັງກາດໃໝ່ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນວັດທະນາ, ສີວິໄລ, ມີຄວາມຜາສຸກ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ. ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອອັນລ້ຳຄ່າ, ໃຫຍ່ຫລວງ, ມີປະສິດທິຜົນ ແລະ ທັນການ ແກ່ ພາລະກິດການປະຕິວັດລາວ ໃນພາລະກິດການຕໍ່ສູ້ປົດປ່ອຍຊາດໃນເມື່ອ ກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກຂ້າພະເຈົ້າ ໃນປັດຈຸບັນ. ພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມກັບ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເຮັດສຸດຄວາມສາມາດຂອງຕົນ ເພື່ອ ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ ທີ່ຫາຍາກນີ້ ໃຫ້ໝັ້ນຄົງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ. ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຂຽວສົດ ງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫລອດໄປ. ໃນວັນດຽວກັນ, ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງ ພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ເລ ຮວາຍ ຈູງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນ ສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີເຊັ່ນດຽວກັນ. ຊາຊົນ ສປປ ລາວ-ສປປ ເກົາຫລີ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຍິ່ງໆຂຶ້ນ ເພື່ອນຳເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ສປປ ລາວ-ສປປ ເກົາຫລີ. ຂ່າວ: ຄຕພ

]k;{s;Pfok, ln [8;k'Ikd4kova o\A o7q 'lt|a [lt|6 odkora fmtok1j k'pn opq ' + 04/02/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ muj 8A ' c]t rk]t[q f[kf0v'ltrkxt-k-q o0A oc0;' ຂປລ. ໜັງສືພິມປະເທດລາວ ສະບັບກ່ອນໆໄດ້ເວົ້າກ່ຽວກັບສະ ພາແຫ່ງຊາດໄປແລ້ວ, ມາໃນສະບັບ ມື້ນີ້ຂໍນຳສະເໜີການຖາມ-ຕອບ ກ່ຽວກັບສະພາປະຊາຊົນຂັ້ນແຂວງ ຊຶ່ງສະພາປະຊາຊົນຂັ້ນແຂວງໄດ້ ຮັບການສ້າງຕັ້ງຂຶ້ນໂດຍຜ່ານການ ເລືອກຕັ້ງຂອງປະຊາຊົນບັນດາເຜົ່າ ໃນນະຄອນຫລວງ ແລະ ແຂວງ, ມີທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່, ໂຄງປະກອບຄ້າຍຄືສະພາ ແຫ່ງຊາດ. ຄໍາຖາມ 1: ສະພາປະຊາຊົນໍົ ຂັ້ນແຂວງແມ່ນຫຍັງ ແລະ ມີທີ່ຕັ້ງ, ັ້່ັີີ່ັ້ ພາລະບົດບາດແນວ ໃດ?ົ ຕອບ: ສະພາປະຊາຊົນຂັ້ນ ແຂວງແມ່ນອົງການຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງປະຊາ ຊົນລາວບັນດາເຜົ່າ, ເປັນອົງການ ອໍານາດລັດຢູ່ທ້ອງຖິ່ນ ປະຕິບັດພາ ລະບົດບາດພິຈາລະນາ, ຮັບຮອງ ເອົານິຕິກໍາທີ່ມີຜົນບັງຄັບທົ່ວໄປ, ຕົກລົງບັນຫາສໍາຄັນພື້ນຖານຂອງ ທ້ອງຖິ່ນ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະ ທຳມະນູນ, ກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍຂອງບັນດາອົງການລັດ ໃນທ້ອງຖິ່ນ. ທີ່ຕັ້ງ: ສະພາປະຊາຊົນຂັ້ນແຂວງ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ ແລະ ເປັນອົງການອໍາ ນາດລັດຢູ່ນະຄອນຫລວງ, ແຂວງ. ພາລະບົດບາດ: ສະພາປະຊາຊົນ ຂັ້ນແຂວງ ມີພາລະບົດບາດ ຄື: 1. ພິຈາລະນາ ແລະ ຮັບຮອງເອົາ ນິຕິກໍາທີ່ມີຜົນບັງຄັບທົ່ວໄປຂອງ ທ້ອງຖິ່ນ (ນິຕິກໍາທີ່ມີຜົນບັງຄັບ ທົ່ວໄປໝາຍເຖິງມະຕິ, ຂໍ້ຕົກລົງ ແລະ ຄໍາສັ່ງທີ່ມີຜົນບັງຄັບທົ່ວ ໄປຂອງນະຄອນຫລວງ ແລະ ແຂວງ); 2. ຕົກລົງບັນຫາສໍາຄັນ ພື້ນຖານຂອງທ້ອງຖິ່ນ (ທາງດ້ານ ເສດຖະກິດ-ສັງຄົມ, ການປົກຄອງ ແລະ ບຸກຄະລາກອນທີ່ດໍາລົງຕໍາ ແໜ່ງສໍາຄັນຂອງທ້ອງຖິ່ນ) ແລະ 3. ຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງບັນດາອົງການລັດໃນ ທ້ອງຖິ່ນ. ຄໍາຖາມ 2: ສະພາປະຊາຊົນຂັ້ນໍົັ້ ແຂວງມີສິດ ແລະ ໜ້າທີ່ແນວໃດ?ີິ້ີ່ ຕອບ: ສະພາປະຊາຊົນຂັ້ນ ແຂວງມີສິດ ແລະ ໜ້າທີ່ລວມດັ່ງນີ້: 1. ສິດ ແລະ ໜ້າທີ່ດ້ານນິຕິກໍາ ແມ່ນການພິຈາລະນາ, ຮັບຮອງເອົາ ນິຕິກໍາທີ່ມີຜົນບັງຄັບທົ່ວໄປເຊັ່ນ: ມະຕິ, ຂໍ້ຕົກລົງ, ຄຳສັ່ງ ແລະ ອື່ນໆ ທີ່ມີຜົນບັງຄັບທົ່ວໄປ. 2. ສິດ ແລະ ໜ້າທີ່ດ້ານການ ຕົກລົງບັນຫາສໍາຄັນພື້ນຖານຂອງ ທ້ອງຖິ່ນ ແມ່ນການພິຈາລະນາ ຕົກລົງກ່ຽວກັບການປັບປຸງ, ສັບ ຊ້ອນກົງຈັກ ແລະ ບຸກຄະລາກອນ ທີ່ດໍາລົງຕໍາແໜ່ງໃນອົງການອໍາ ນາດລັດຢູ່ນະຄອນຫລວງ, ແຂວງ; ພິຈາລະນາຕົກລົງກ່ຽວກັບແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ ແລະ ເງິນຕາ 5 ປີ ແລະ ປະຈຳປີຂອງນະຄອນຫລວງ, ແຂວງ. 3. ສິດ ແລະ ໜ້າທີ່ດ້ານ ການຕິດຕາມກວດກາແມ່ນການ ປະເມີນການຈັດຕັ້ງປະຕິບັດລັດຖະ ທໍາມະນູນ ແລະ ກົດໝາຍ ກໍຄື ມະຕິ, ຂໍ້ຕົກລົງ ແລະ ຄໍາສັ່ງຢູ່ນະຄອນ ຫລວງ, ແຂວງ; ການປະຕິບັດໜ້າທີ່ ຂອງບັນດາບຸກຄະລາກອນທີ່ສະພາ ປະຊາຊົນຂັ້ນແຂວງເປັນຜູ້ເລືອກຕັ້ງ ແລະ ພິຈາລະນາຮັບຮອງເອົາການ ສະເໜີການແຕ່ງຕັ້ງ. ຄໍາຖາມ 3: ສະພາປະຊາຊົນຂັ້ນໍົັ້ ແຂວງມີໂຄງປະກອບແນວໃດ? ີ ຕອບ: ສະພາປະຊາຊົນຂັ້ນ ແຂວງມີໂຄງປະກອບ ດັ່ງນີ້: 1. ສະມາຊິກສະພາປະຊາຊົນ ຂັ້ນແຂວງ. 2. ຄະນະປະຈໍາສະພາປະຊາຊົນ ຂັ້ນແຂວງ. 3. ປະທານ, ຮອງປະທານສະ ພາປະຊາຊົນຂັ້ນແຂວງ. 4. ຄະນະກໍາມະການສະພາປະ ຊາຊົນຂັ້ນແຂວງ. 5. ຫ້ອງວ່າການສະພາປະຊາ ຊົນຂັ້ນແຂວງ. ຄໍາຖາມ 4: ສະມາຊິກສະພາໍິ ປະຊາຊົນຂັ້ນແຂວງແມ່ນໃຜ? ແລະ ົັ້່ ມີມາດຕະຖານແນວ ໃດ? ີ ຕອບ: ສະມາຊິກສະພາປະຊາ ຊົນຂັ້ນແຂວງແມ່ນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງປະຊາ ຊົນລາວບັນດາເຜົ່າ ຊຶ່ງແມ່ນພົນລະ ເມືອງລາວເປັນຜູ້ເລືອກຕັ້ງ ແລະ ຢູ່ ພາຍໃຕ້ການກວດກາຂອງປະຊາ ຊົນ ໂດຍຜ່ານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ສະຫະ ພັນກໍາມະບານລາວ, ສະຫະພັນແມ່ ຍິງລາວ ແລະ ຄະນະຊາວໜຸ່ມປະ ຊາຊົນປະຕິວັດລາວຂັ້ນແຂວງ. ສະມາຊິກສະພາປະຊາຊົນຂັ້ນິົັ້ ແຂວງ ມີ ມາດຕະຖານ ດັ່ງນີ້:ີັ່ີ້ 1. ເປັນພົນລະເມືອງລາວ ໂດຍ ກໍາເນີດ. 2. ມີນ້ໍາໃຈຮັກຊາດ, ຮັກລະ ບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ຕັ້ງຕໍ່ບໍລິສຸດຕໍ່ ປະເທດຊາດ, ຖືເອົາຜົນປະໂຫຍດ ຂອງປະຊາຊົນເປັນກົກ, ຮັບໃຊ້ປະ ຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ຊື່ສັດ, ທ່ຽງທໍາ, ບໍ່ອວດອົ່ງ ທະນົງຕົວ, ບໍ່ສວຍໃຊ້ອໍານາດເດັດ ດ່ຽວຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດ ກົດໝາຍ. 3. ກໍາແໜ້ນ ແລະ ຍຶດໝັ້ນແນວ ທາງປ່ຽນແປງໃໝ່ຮອບດ້ານມີ ຫລັກການ, ລັດຖະທໍາມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກ ສາອົບຮົມປະຊາຊົນ, ເດັດດ່ຽວສູ້ ຊົນເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງ ຄົມມີຄວາມສາມັກຄີປອງດອງປະ ຊາທິປະໄຕຍຸຕິທາ ແລະ ສີວິໄລ. 4. ມີຄວາມຮັບຜິດຊອບສູງຕໍ່ ໜ້າທີ່ການເມືອງ, ຄົ້ນຄວ້າມີຄຳ ເຫັນຕໍ່ບັນຫາສຳຄັນພື້ນຖານຂອງ ປະເທດຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້. 5. ມີລະດັບການສຶກສາຈົບຊັ້ນ ມັດທະຍົມຕອນຕົ້ນຂຶ້ນໄປ, ຮູ້ນໍາໃຊ້ ໄອທີ ແລະ ມີວິຊາສະເພາະໃດໜຶ່ງ. 6. ມີສຸຂະພາບດີ. ພໍ້ກັນໃໝ່ໃນສະບັບໜ້າ ຂປລ. ໂດຍຕອບສະໜອງຕາມ ຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນ ສູງ ແຫ່ງ ສສ ຫວຽດນາມ ຈະ ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງ ວັນທີ 5 ກຸມພາ 2026 ເພື່ອສືບຕໍ່ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນ ຍິ່ງໆຂຶ້ນ. ການຢ້ຽມຢາມໃນຄັ້ງນີ້, ເປັນ ການຢ້ຽມຢາມຕ່າງປະເທດຄັ້ງທຳ ອິດຂອງສະຫາຍ ໂຕ ເລິມ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນ ກາງພັກກອມມູນິດຫວຽດນາມ ໃນປີ 2026 ແລະ ທັງແມ່ນການ ຢ້ຽມຢາມຄັ້ງທຳອິດໃນຖານະເປັນ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ສະໄໝທີ XIV. ພ້ອມ ກັນນັ້ນ, ກໍແມ່ນການຕ້ອນຮັບແຂກ ຄັ້ງທຳອິດຂອງພັກ-ລັດ ແລະ ປະຊາ ຊົນລາວ ພາຍຫລັງຜົນສຳເລັດອັນ ສະຫງ່າຜ່າເຜີຍຂອງກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ດ້ວຍຄວາມໝາຍທາງດ້ານປະ ຫວັດສາດ ແລະ ຄວາມສຳຄັນອັນ ໃຫຍ່ຫລວງຂອງການຢ້ຽມຢາມ ຄັ້ງນີ້ ເປັນການຢັ້ງຢືນຄືນອີກຄັ້ງ ເຖິງລະດັບຄວາມໄວ້ເນື້ອເຊື່ອໃຈ ທາງດ້ານການເມືອງອັນສູງສົ່ງ ແລະ ນະໂຍບາຍທີ່ສະເໝີຕົ້ນສະ ເໝີປາຍຂອງ ສສ ຫວຽດນາມ ໃນການໃຫ້ຄວາມສຳຄັນສູງສຸດ ຕໍ່ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ກໍຄື ການ ເຊື່ອມຈອດຍຸດທະສາດລະຫວ່າງ ຫວຽດນາມ-ລາວ, ລາວ-ຫຽດ ນາມ ໂດຍສະເພາະໃນທ່າມກາງ ບັນຍາກາດແຫ່ງຄວາມປິຕິຊົມ ຊື່ນພາຍຫລັງຜົນສຳເລັດກອງປະ ຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມ ມູນິດຫວຽດນາມ ແລະ ກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ, ລວມທັງຜົນສຳ ເລັດການຢ້ຽມຢາມ ສສ ຫວຽດ ນາມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນ ລະຍາໃນລະຫວ່າງວັນທີ 26-27 ມັງກອນ 2026 ທີ່ຜ່ານມາ. ການ ທີ່ການນຳຂັ້ນສູງຂອງທັງສອງຝ່າຍ ມີການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິໄດ້ສະແດງໃຫ້ ເຫັນເຖິງການຄຽງບ່າຄຽງໄຫລ່, ການສະໜັບສະໜູນຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ແລະ ຄວາມພ້ອມ ໃນການແບ່ງປັນບົດຮຽນບົນເສັ້ນ ທາງການພັດທະນາປະເທດຊາດ, ຕະຫລອດຮອດຄວາມມຸ່ງໝັ້ນ ຮ່ວມກັນໃນການປົກປັກຮັກສາ ແລະ ເສີມສ້າງສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫຽດນາມ ໃຫ້ມີຄວາມແໜ້ນແຟ້ນ, ມີປະສິດ ທິຜົນ ແລະ ຍົກລະດັບຂຶ້ນສູ່ບາດ ກ້າວໃໝ່ຢ່າງຕໍ່ເນື່ອງ. ໃນຂະນະດຽວກັນ, ການຢ້ຽມ ຢາມຄັ້ງນີ້ ຍັງສະທ້ອນໃຫ້ເຫັນ ເຖິງຄວາມຜູກພັນອັນເລິກເຊິ່ງ, ຄວາມເອົາໃຈໃສ່ ແລະ ຄວາມໃກ້ ຊິດສະໜິດສະໜົມຂອງສະຫາຍ ເລຂາທິການໃຫຍ່ ໂຕເລິມ ກໍຄື ບັນດາການນຳຫວຽດນາມ ທີ່ມີ ຕໍ່ສະຫາຍ ເ ລຂາທິການໃຫຍ່ , ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຸີຸິິ່ໍິູັ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ( ຊ້າຍ )ົິັ່້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຸີຸິິ່ໍິູັ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ( ຂວາ )ົິັ່ ປະທານປະເທດ ທອງລຸນ ສີສຸລິດ ແລະ ບັນດາການນຳລາວ ຊຶ່ງ ລ້ວນແຕ່ແມ່ນສະຫາຍ, ອ້າຍນ້ອງ ແລະ ເພື່ອນມິດທີ່ຊື່ສັດບໍລິສຸດຕໍ່ ກັນຕະຫລອດຫລາຍໄລຍະຜ່ານ ມາ ແລະ ກຳລັງຮ່ວມກັນກ້າວ ເຂົ້າສູ່ຍຸກສະໄໝໃໝ່. ໃນທ່າມ ກາງສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປຢ່າງ ວ່ອງໄວ ແລະ ສະຫລັບຊັບຊ້ອນ, ພາຍໃຕ້ການນຳພາຂອງສອງ ພັກ, ສອງລັດ, ສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫຽດ ນາມ ຍັງຄົງໄດ້ຮັບການເພີ່ມພູນຄູນ ສ້າງ ແລະ ພັດທະນາຢ່າງຈົບງາມ, ເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງໆຂຶ້ນ, ເພື່ອ ນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດຢ່າງແທ້ຈິງ. ໃນໄລຍະຜ່ານມາ, ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ ລະພັກໄດ້ກຳນົດແນວທາງ, ນະ ໂຍບາຍ, ທິດທາງ ແລະ ມະຕິຍຸດ ທະສາດທີ່ສຳຄັນສຳລັບໄລຍະ ການພັດທະນາໃໝ່ຂອງແຕ່ລະ ປະເທດ. ດັ່ງນັ້ນ, ການຢ້ຽມຢາມ ໃນຄັ້ງນີ້ ຈຶ່ງສະທ້ອນໃຫ້ເຫັນເຖິງ ການຄຽງບ່າຄຽງໄຫລ່, ຄວາມຜູກ ພັນຍຸດທະສາດ ແລະ ເຈດຈຳນົງ ທາງການເມືອງໃນລະດັບສູງສຸດ ຂອງການນຳທັງສອງຝ່າຍໃນ ການຮ່ວມກັນຂັບເຄື່ອນການຈັດ ຕັ້ງປະຕິບັດບັນດາເປົ້າໝາຍທີ່ ກອງປະຊຸມໃຫຍ່ໄດ້ກຳນົດໄວ້ໃຫ້ ປະສົບຜົນສຳເລັດເປັນຮູບປະທຳ. ພ້ອມກັນນັ້ນ, ກໍເພື່ອປະສານງານ ຢ່າງໃກ້ຊິດໃນບັນດາປະເດັນຍຸດ ທະສາດທີ່ກ່ຽວຂ້ອງກັບຄວາມ ໝັ້ນຄົງ ແລະ ການພັດທະນາຂອງ ແຕ່ລະປະເທດ; ເພີ່ມທະວີການ ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນ ບົດຮຽນດ້ານການສ້າງພັກ, ການ ສ້າງລະບົບການເມືອງ, ການພັດທະ ນາເສດຖະກິດ-ສັງຄົມ, ການສ້າງ ເສດຖະກິດເອກະລາດ ເພິ່ງຕົນເອງ, ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ຕະຫລອດຮອດຂະຫຍາຍ ການເຊື່ອມໂຍງກັບສາກົນ ເພື່ອເຮັດ ໃຫ້ເນື້ອໃນຂອງການເຊື່ອມຈອດ ຍຸດທະສາດ ຫວຽດນາມ-ລາວ ປະກົດຜົນເປັນຈິງ, ພ້ອມທັງສືບ ທອດມູນເຊື້ອອັນດີງາມ ແລະ ຍົກ ລະດັບຄວາມໝາຍຂອງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານໃຫ້ກ້າວຂຶ້ນສູ່ລະດັບໃໝ່. ໃນນັ້ນ, ສາຍພົວພັນທາງການເມືອງ ຖືເປັນແກນຫລັກໃນການກຳນົດ ທິດທາງຍຸດທະສາດລວມຂອງການ ຮ່ວມມືຮອບດ້ານ ຫວຽດນາມລາວ; ໃນຂະນະທີ່ການຮ່ວມມືດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ແມ່ນໜຶ່ງໃນເສົາຄ້ຳສຳຄັນທີ່ ມີສ່ວນຊ່ວຍຄ້ຳຊູຄວາມໝັ້ນຄົງ, ສະ ຖຽນລະພາບ ແລະ ຄວາມສະຫງົບ ຮຽບຮ້ອຍຂອງສັງຄົມໃນແຕ່ລະ ປະເທດ. ພ້ອມກັນນັ້ນ, ຍັງມຸ່ງເນັ້ນ ສ້າງການປ່ຽນແປງຢ່າງແຂງແຮງ ແລະ ບຸກທະລຸຍຸດທະສາດໃນການ ຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການພັດທະນາ ພື້ນຖານໂຄງລ່າງ ເພື່ອຍົກລະດັບ ຂະແໜງການນີ້ໃຫ້ເປັນເສົາຄ້ຳ ຂອງການເຊື່ອມຈອດຍຸດທະສາດ ທີ່ ສອດຄ່ອງກັບສະຖານະ ແລະ ຄວາມ ສຳຄັນຂອງສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດ ນາມ. ນອກຈາກນີ້, ທັງສອງຝ່າຍ ຈະສືບຕໍ່ເສີມຂະຫຍາຍການຮ່ວມມື ດ້ານວັດທະນະທຳ, ການສຶກສາ ແລະ ການພັດທະນາຊັບພະຍາກອນ ມະນຸດ ໂດຍຖືເປັນຮາກຖານທີ່ໝັ້ນ ຄົງ ແລະ ຍືນຍົງໃນໄລຍະຍາວ ເພື່ອຮ່ວມກັນບົ່ມສອນສາຍພົວພັນ ຫວຽດນາມ-ລາວ ໃຫ້ຂຽວສົດ ງົດງາມ ແລະ ໝັ້ນຄົງທະໜົງແກ່ນ ຕະຫລອດໄປ. ການທີ່ການນຳຂອງສອງ ພັກ, ສອງລັດ ຫວຽດນາມ-ລາວ, ລາວ-ຫວຽດນາມ ມີການພົບປະ ກັນຫລາຍຄັ້ງໃນໄລຍະເວລາອັນ ສັ້ນ ແລະ ມີການຢ້ຽມຢາມເຊິ່ງກັນ ແລະ ກັນເປັນຄັ້ງທຳອິດພາຍຫລັງ ກອງປະຊຸມໃຫຍ່ຂອງພັກໃນແຕ່ລະ ສະໄໝ ໄດ້ສະທ້ອນໃຫ້ເຫັນຢ່າງ ເລິກເຊິ່ງເຖິງລະດັບຄວາມໄວ້ເນື້ອ ເຊື່ອໃຈທາງການເມືອງຢ່າງສົມບູນ ແລະ ຄວາມຜູກພັນຍຸດທະສາດ ອັນແໜ້ນແຟ້ນຂອງສາຍພົວພັນ ແບບສະຫາຍ ແລະ ອ້າຍນ້ອງ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຈາກ ພັນທະມິດການຕໍ່ສູ້, ຫລໍ່ຫລອມຜ່ານ ປະຫວັດສາດ ແລະ ໄດ້ຮັບການສືບ ທອດ, ຮັກສາໂດຍການນຳຫລາຍ ຮຸ່ນຄົນ. ການທີ່ການນຳຂັ້ນສູງຂອງ ທັງສອງປະເທດມີການພົບປະ ແລະ ແລກປ່ຽນກັນຢ່າງເປັນປົກກະຕິ ນັບເປັນໂອກາດດີໃຫ້ທັງສອງຝ່າຍ ຮ່ວມກັນສະຫລຸບ ແລະ ຕີລາຄາ ຜົນການຮ່ວມມືທະວິພາຄີ, ກຳນົດ ທິດທາງໃນອະນາຄົດ, ແບ່ງປັນ ວິໄສທັດຍຸດທະສາດ ແລະ ເສີມ ສ້າງການປະສານງານໃນການວາງ ແຜນນະໂຍບາຍການພັດທະນາ ຂອງແຕ່ລະປະເທດ. ສິ່ງເຫລົ່ານີ້ຈະ ເປັນການວາງຮາກຖານອັນໝັ້ນຄົງ ໃຫ້ສາຍພົວພັນຫວຽດນາມ-ລາວ ພັດທະນາໄປຢ່າງເປັນຮູບປະທໍາ, ມີປະສິດທິຜົນຍິ່ງຂຶ້ນ, ສ້າງຜົນ ປະໂຫຍດໃຫ້ແກ່ປະຊາຊົນ ແລະ ສະໜັບສະໜູນການພັດທະນາຢ່າງ ຍືນຍົງຂອງທັງສອງປະເທດ ລາວ ແລະ ຫວຽດນາມ.

RkJQdWJsaXNoZXIy MTc3MTYxMQ==