29/01/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດດາີ [5 og0Q k9u j gmltdkovksko]k;xu oU [= ]y la f gvvu -u dko7h k9eda f oegvq kzt]y f8tra os]kp]kpdko,k;k'9e|j kp ຂປລ. ງານເທສະການອາຫານ ລາວ ປະຈຳປີ 2026 ໄດ້ເລີ່ມຂຶ້ນ ຢ່າງຄຶກຄື້ນພາຍໃຕ້ຫົວຂໍ້ “ສຳຜັດ ຄວາມເປັນລາວ ໂດຍຜ່ານລົດຊາດ ອາຫານລາວ” ຊຶ່ງປີນີ້ຖືເປັນວາລະ ຄົບຮອບ 21 ປີ ຂອງການຈັດງານ ເພື່ອສົ່ງເສີມເອກະລັກອາຫານ ແລະ ຜະລິດຕະພັນແມ່ຍິງລາວສູ່ ເວທີສາກົນບອກໄດ້ເລີຍວ່າງານນີ້ ເປັນອີກງານໜຶ່ງທີ່ສ້າງຜົນດີໃຫ້ຜູ້ ປະກອບການທີ່ໄດ້ນໍາເອົາສິນຄ້າ ມານໍາສະເໜີໃຫ້ສັງຄົມໄດ້ຮັບຮູ້ ຂປລ. ບຸນເຂົ້າຈີ່ເປັນໜຶ່ງໃນບຸນ ຂອງຮີດ 12 ຂອງລາວ ນິຍົມເຮັດ ໃນເດືອນສາມລາວ ຈະເປັນມື້ຂ້າງ ຂຶ້ນ ຫລື ແຮມກໍໄດ້. ເດືອນສາມນີ້ ເປັນເດືອນທີ່ປະຊາຊົນສຳເລັດການ ເກັບກ່ຽວເຂົ້າ ແລະ ຂົນເຂົ້າຂຶ້ນເລົ້າ ຂຶ້ນສາງຂຶ້ນເຍຍຮຽບຮ້ອຍແລ້ວ, ຈຶ່ງພາກັນເຮັດບຸນເຂົ້າຈີ່ຖວາຍແກ່ ພະສົງ. ຄຳວ່າ: “ເຂົ້າຈີ່” ໄດ້ແກ່ການ -u ;y f{;a fmtotme u y a ເອົາເຂົ້າໜຽວເຮັດເປັນກ້ອນຈີ່ໃຫ້ ສຸກດ້ວຍໄຟຮຽກວ່າເຂົ້າຈີ່ກຳນົດ ການເຮັດໃນເດືອນສາມຈະເປັນ ຂ້າງຂຶ້ນ ຫລື ຂ້າງແຮມກໍໄດ້ແຕ່ໂດຍ ລວມແມ່ນເຮັດໃນມື້ເພັງເດືອນສາມ ຈະຮຽກວ່າບຸນເດືອນສາມກໍໄດ້ ຊຶ່ງ ນອນຢູ່ໃນຮີດ 12 ຂອງລາວ ທີ່ໄດ້ ປະຕິບັດມາແຕ່ບູຮານນະການ. ມື້ທີ່ ຈະເຮັດບຸນສາລະວັດບອກເລົ່າປ່າວ ເຕືອນຊາວບ້ານໃຫ້ໄປເຕົ້າໄປໂຮມ ເຮັດບຸນເຂົ້າຈີ່ຢູ່ທີ່ວັດຈັດແຈງຫາ ເຄື່ອງຂອງຕ່າງໆໄປພ້ອມເປັນຕົ້ນ ເຂົ້າທີ່ຈະຈີ່ ເຄື່ອງທາເຂົ້າຈີ່ ໃຫ້ຫອມ ແຊບມັນ, ຈັດຕຽມຫາໄມ້ສຽບເຂົ້າ ທີ່ຈະຈີ່ ແລະ ໄມ້ຟືນໂຮມກັນຢູ່ວັດ (ບາງທ້ອງຖິ່ນຫາໄວ້ທີ່ເຮືອນໃຜ ເຮືອນລາວ ເຮັດໃຜເຮັດລາວແລ້ວ ເອົາໄປໂຮມກັນຢູ່ວັດ). ການຕັ້ງໄຟຈີ່ເຂົ້າຕ້ອງໄດ້ເຮັດ ແຕ່ເຊົ້າພໍເຂົ້າຈີ່ສຸກ ກໍເອົາໄປຖວາຍ ພ້ອມຈັງຫັນ ແລະ ອາຫານຄາວ ຫວານຢ່າງອື່ນໆ. ເມື່ອເຖິງຍາມ ຖວາຍເພິ່ນຈະນິມົນພະສົງສາມະ ເນນພາຍໃນວັດມາໂຮມກັນທີ່ຫໍ ແຈກ, ຫລັງຈາກໄຫວ້ພະຮັບສິນ ຈົບແລ້ວພະສົງສູດຖວາຍພອນແລ້ວ ຈຶ່ງນຳເຂົ້າຈີ່ນັ້ນໃສ່ບາດແລ້ວຍໍໄປ ຖວາຍພະສົງພ້ອມພາເຂົ້າ. ເມື່ອ ພະສົງສຳເລັດການສັນເຂົ້າພັກກາ ຍາຫານແລ້ວກໍຈະໃຫ້ພອນອະນຸ ໂມທະນາ ແລະ ເທດສະໜາຊາ ດົກເລື່ອງນາງ ປຸນນະທາສີຖວາຍ ເຂົ້າຈີ່ ແດ່ພະພຸດທະເຈົ້າ ຊຶ່ງເປັນ ມູນເຫດຂອງບຸນນີ້ທີ່ມີໃຈຄວາມ ວ່າພະພຸດທະເຈົ້າປະທັບຢູ່ວັດເຊຕະ ວັນມະຫາວິຫານໃນເມືອງສາວັດ ຖີ, ໃນເວລາໃກ້ຈະແຈ້ງພະອົງໄດ້ ເລັງພະຍານກວດເບິ່ງໃນໝູ່ສັດໂລກ ກໍປະກົດເຫັນນາງ ປຸນນະທາສີ ວ່າ ນາງຈະຕ້ອງຕາຍໃນວັນນີ້ແນ່ນອນ ແລະ ຖ້າພະອົງບໍ່ໄດ້ໄປອະນຸເຄາະ ນາງກໍຈະຕ້ອງໄປສູ່ທຸກຄະຕິຢ່າງ ແນ່ແທ້. ພະພຸດທະອົງຊົງມີຄວາມ ເມດຕາກະຣຸນາແກ່ສັດໂລກທຸກໝູ່ ເລົ່າໃຫ້ພົ້ນຈາກບາບອະກຸສົນໃຫ້ ໄດ້ບັນລຸເຖິງຄວາມສຸກ ມີຜົນນິພານ ຕາມບາຣະມີຂອງສັດນັ້ນໆ ວ່າເຄີຍ ໄດ້ສະສົມບຸນນັ້ນໄວ້ໜ້ອຍຫລາຍ ປານໃດມາແລ້ວ. ສ່ວນນາງ ປຸນນະ ທາສີ ນີ້ກໍເຊັ່ນດຽວກັນວ່າຈະຕ້ອງ ໄປໂຜດນາງກ່ອນທີ່ຈະເສຍຊີວິດ, ດັ່ງນັ້ນ ພະພຸດທະອົງພ້ອມພະອານົນ ທີ່ອຸ້ມບາດຕາມຫລັງພະອົງອອກ ເດີນທາງມຸ່ງໜ້າໄປທີ່ບ່ອນນາງ ປຸນ ນະທາສີ ເຮັດວຽກຢູ່ເພື່ອໄປບິນທະ ບາດໂຜດນາງ. ໃນເມືອງຣາຊະຄຣຶ (ປະເທດ ອິນເດຍ) ມີຍິງຍາກໄຮ້ເຂັນໃຈຢູ່ ນາງໜຶ່ງຊື່ວ່າ: ນາງ ປຸນນະທາສີ ແລະ ໄດ້ໄປເປັນທາສີຮັບໃຊ້ເຮືອນ ເສດຖີ. ມື້ໜຶ່ງເສດຖີຄົນນັ້ນ ໄດ້ໃຊ້ ໃຫ້ນາງໄປຕຳເຂົ້າເປັນມື້ຈົນຮອດ ຄໍ່າກໍຍັງບໍ່ແລ້ວ. ມື້ຕໍ່ມານາງໄດ້ລຸກ ແຕ່ເດິກໄຕ້ໄຟຕຳເຂົ້າຕໍ່ຈົນຟ້າແຈ້ງ ວຽກຈຶ່ງແລ້ວ, ນາງໄດ້ເອົາຮຳ ເຂົ້າ ໂດຍເຮັດເປັນແປ້ງປັ້ນແລ້ວ ເອົາໄປຈີ່ໄຟໃຫ້ສຸກ ແລະ ຫໍ່ໄວ້ໃນ ພົກຜ້າໄວ້ກິນເອງກ່ອນຈະຍ່າງໄປ ຕັກນໍ້າ. ພໍຍ່າງໄປຫາທ່ານໍ້ານາງ ໄດ້ເຫັນພະພຸດທະເຈົ້າ ແລະ ພະ ອານົນກໍເລີຍເກີດຄວາມສັດທາ ເຫລື້ອມໃສ ໂດຍຄຶດວ່າ: “ຕົວເຮົາ ນີ້ຕົກທຸກໄດ້ຍາກລຳບາກແສນເຂັນ ທັງກາຍ ແລະ ໃຈຕ້ອງເປັນທາສີອາ ໄສເສດຖີລ້ຽງຊີວິດໄປແຕ່ລະວັນ ເທົ່ານັ້ນ ກໍເພາະວ່າເຮົາບໍ່ໄດ້ເຮັດ ບຸນໃຫ້ທານຮັກສາສິນໄວ້ໃນຊາດ ປາງກ່ອນມາເຖິງຊາດນີ້ ເຮົາຈຶ່ງ ໄດ້ເດືອດຮ້ອນລຳບາກເຫລືອຫລາຍ ແຕ່ເມື່ອໄດ້ພົບພະພຸດທະເຈົ້າແລ້ວກໍ ບໍ່ມີຫຍັງມາຖວາຍນອກຈາກແປ້ງ ເຂົ້າຈີ່ນີ້ທີ່ເປັນຂອງຕ້ອຍຕໍ່າ ແລະ ບໍ່ ຄຶດວ່າ ພະພຸດທະອົງຈະຮັບສັນໄດ້” ອີກໃຈໜຶ່ງກໍຄຶດວ່າ: “ພະພຸດທະອົງ ຍ່ອມມີຄວາມເມດຕາກະລຸນາອັນ ຍິ່ງໃຫຍ່ອາດຈະບໍ່ຖືວ່າເປັນຂອງ ສົກກະປົກ ຫລື ຕໍ່າຕ້ອຍ”. ເມື່ອນາງ ຄຶດໄດ້ດັ່ງນັ້ນແລ້ວຈຶ່ງຍ່າງເຂົ້າໄປ ຫາພະບໍຣົມມະສາສະດາວ່າ: ພັນ ເຕຂ້າແດ່ພະອົງຜູ້ຈະເລີນຂໍພະອົງ ຊົງຮັບເຂົ້າຈີ່ປັ້ນນີ້ ຂອງຜູ້ຂ້າຜູ້ເປັນ ຄົນຍາກຈົນເຂັນໃຈນີ້ດ້ວຍເທີ້ນ. ພະພຸດທະອົງໄດ້ເປີດບາດຮັບເອົາ ເຂົ້າຈີ່ຈາກນາງປຸນນະທາສີ, ນາງ ກໍຄິດໃນໃຈວ່າພະພຸດທະອົງຈະ ເດີນທາງໄປບ້ານເສດຖີຍ່ອມຈະມີ ອາຫານອັນປານີດມີກິ່ນຫອມ ແລະ ໜ້າສັນ, ເຂົ້າຈີ່ທີ່ນາງຖວາຍໄປນີ້ ກໍ ຄົງຈະເອົາໄປຖິ້ມເປັນອາຫານຂອງ ນົກຂອງກາເປັນແນ່ແທ້. ພະພຸດທະອົງ ໄດ້ບອກໃຫ້ພະ ອານົນ ປູອາສະນະໃຕ້ຮົ່ມໄມ້ແຄມ ທາງນັ້ນ ແລ້ວນັ່ງສັນເຂົ້າຈີ່ກ້ອນ ນັ້ນໃຫ້ນາງປຸນນະທາສີເຫັນ. ພະ ອົງຊົງໂຜດນາງປຸນນະທາສີ ໂດຍ ສະແດງພະທຳມະເທສະໜາອະນຸ ໂມທະນາວ່າ: ຂຶ້ນຊື່ວ່າໂພຄະສົມບັດ ຂອງບຸກຄົນຕະນີ່ ອັນມີຢູ່ໃນມະນຸດ ໂລກນີ້ ຈະມາກມາຍເປັນໝື່ນເປັນ ແສນ ຫລື ຫລາຍກວ່ານັ້ນກໍຕາມ ຫາປະເສີດເທົ່າກັບເຂົ້າປັ້ນໜຶ່ງອັນ ບຸກຄົນໃຫ້ທານດ້ວຍຄວາມສັດທາ ບໍ່ໄດ້ເພາະວ່າໂພຄະຊັບທີ່ມີຢູ່ກັບ ຄົນຕະນີ່ນັ້ນ ບໍ່ເປັນປະໂຫຍດອັນໃດ ເລີຍແມ້ນແຕ່ຕົນເອງຈະກິນກໍຍັງທັງ ຍາກແຖມຍັງຈະໝົດເປືອງໄປລ້າໆ, ຜູ້ຕະນີ່ຄົນນັ້ນຕາຍໄປສົມບັດເຫລົ່າ ນັ້ນ ກໍເປັນຂອງຄົນອື່ນ ແລະ ກໍບໍ່ໄດ້ ຕິດຕາມຕົນໄປສູ່ປໍລະພົບຂ້າງໜ້າ ປຽບທຽບກັບທານອັນມີປະມານ ນ້ອຍທີ່ບຸກຄົນນັ້ນໄດ້ຖວາຍແກ່ພຣະ ອະຣິຍະເຈົ້ານັ້ນ ເປັນບັນໄດສູ່ສວັນສູ່ ສຸຄະຕິ ແລະ ເປັນສະບຽງລ້ຽງຕົນ ໄປ ໃນຫົນທາງທຸລະກັນດານໃນ ຄາວທີ່ຕົນໄດ້ຕາຍໄປແລ້ວ. ດ້ວຍຄວາມຍິນດີອີ່ມເອີບໃນ ບຸນທີ່ຕົນໄດ້ທຳນັ້ນ ຈຶ່ງບໍ່ແນມເບິ່ງ ທາງຍ່າງເລີຍຖືກງູເຫົ່າຕອດທີ່ຕີນ ພິດຮ້າຍໄດ້ແລ່ນໄປທີ່ຫົວໃຈເຮັດໃຫ້ ນາງປຸນນະທາສີ ເສຍຊີວິດໃນທີ່ນັ້ນ ຈາກນັ້ນນາງກໍໄດ້ໄປເກີດຢູ່ເມືອງ ສະຫວັນ ສະເຫວີຍທິບສົມບັດ ມີ ນາງຟ້າໜຶ່ງພັນເປັນບໍລິວານ ກໍເພາະ ອະນິສົງທີ່ນາງໄດ້ຖວາຍເຂົ້າຈີ່ປັ້ນ ນັ້ນແກ່ພະພຸດທະເຈົ້ານັ້ນແລ. ຫລາຍຂຶ້ນເໝືອນດັ່ງທ່ານ ນາງ ຈຳປາທອງ ທະລົງແສງຈັນ ຄະນະ ບໍລິຫານງານສະມາຄົມນັກທຸລະກິດ ຍິງ ແລະ ທັງເປັນຜູ້ອຳນວຍການ ບໍລິສັດ ເອອີຊີ ການຄ້າຈຳກັດ ກໍ ໄດ້ນໍາເອົາຜະລິດຕະພັນທີ່ຫລາກ ຫລາຍມາວາງຈຳໜ່າຍເປັນຕົ້ນ ນໍ້າເຜິ້ງຍີ່ຫໍ້ ເຄຣມາ (KREMA) ທີ່ຜະລິດເອງ, ຢາໝໍເທວະດາ ແລະ ຜະລິດຕະພັນນຳເຂົ້າທີ່ໄດ້ຮັບສິດ ເປັນຕົວແທນຈຳໜ່າຍຜູ້ດຽວໃນ ລາວເຊັ່ນ: ຢາສີຟັນເທບໄທ ແລະ OK Herbal ແລະ ສິນຄ້າອື່ນໆ. ທ່ານ ນາ ງ ຈຳປາທອງ ທະລົງແສງຈັນ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນໃນໂອກາດເຂົ້າຮ່ວມພິທີ ເປີດງານເທສະການອາຫານລາວ ປະຈຳປີ 2026 ຜ່ານມາວ່າ: ງານ ປີນີ້ມີຄວາມພິເສດຄືການເຕົ້າໂຮມ ເອົາປະທານແມ່ຍິງ ແລະ ນັກທຸລະ ກິດຍິງຈາກທັງ 18 ແຂວງ ມາຈັດ ສະແດງອາຫານທີ່ເປັນເອກະລັກ ສະເພາະຖິ່ນ, ນອກຈາກອາຫານ ແລ້ວ ທາງບໍລິສັດພວກເຮົາກໍເປັນ ບໍລິສັດໜຶ່ງໄດ້ນຳເອົາຜະລິດຕະພັນ ທີ່ມີຄຸນນະພາບຈາກບໍລິສັດເອອີຊີ ການຄ້າຈຳກັດ (AEC) ມາວາງ ສະແດງເຊັ່ນ: ຢາໝໍເທວະດາ ຊຶ່ງ ເຮັດດ້ວຍສານສະກັດຈາກສະໝຸນ ໄພທໍາມະຊາດ, ນ້ຳເຜິ້ງເກຣດເອ ຍີ່ຫໍ້ເຄຣມາ (KREMA) ແລະ ຜະລິດຕະພັນນຳເຂົ້າທີ່ໄດ້ຮັບສິດ ເປັນຕົວແທນຈຳໜ່າຍຜູ້ດຽວໃນ ລາວ ເຊັ່ນ: ຢາສີຟັນເທບໄທ ແລະ OK Herbal ແລະ ສິນຄ້າອື່ນໆ ນຳມາວາງສະແດງ-ຈຳໜ່າຍ ໂດຍໄດ້ມີການຈັດໂປຣໂມຊັນຫລຸດ ລາຄາຄັ້ງໃຫຍ່ໃນງານດັ່ງກ່າວເພື່ອ ຄືນກຳໄລໃຫ້ລູກຄ້າ. ສຳລັບດ້ານການສົ່ງອອກຂອງ ບໍລິສັດ ເອອີຊີ ການຄ້າຈຳກັດ ໄດ້ ເນັ້ນເຖິງທ່າແຮງຂອງກາເຟລາວ ໂດຍສະເພາະຈາກເຂດພູພຽງບໍລິ ເວນ (ປາກຊ່ອງ) ທີ່ກຳລັງເປັນ ທີ່ຕ້ອງການຢ່າງສູງໃນຕະຫລາດ ຣັດເຊຍ ຊຶ່ງມີຄວາມຕ້ອງການເຖິງ 20 ຕູ້ຄອນເທນເນີຕໍ່ປີ ນອກນັ້ນອັນ ພົ້ນເດັ່ນອີກຢ່າງໜຶ່ງແມ່ນການເຊັນ ສັນຍາກັບຄູ່ຄ້າປະເທດຍີ່ປຸ່ນ ເພື່ອ ສ້າງໂຮງງານຄົ້ວກາເຟຂະໜາດ ໃຫຍ່ ທີ່ນຳໃຊ້ເຕັກໂນໂລຊີພະລັງ ງານໄຮໂດຣເຈນ (Hydrogen Energy) ຊຶ່ງການຂົ້ວກາເຟດ້ວຍ ພະລັງງານສະອາດນີ້ ຈະຊ່ວຍໃຫ້ ກາເຟມີກິ່ນຫອມບໍລິສຸດ ໂດຍບໍ່ມີ ກິ່ນຄວັນໄຟລົບກວນ ແລະ ທີ່ສຳຄັນ ແມ່ນເປັນເງື່ອນໄຂໃຫ້ສິນ ຄ້າລາວ ໄດ້ຮັບການຍົກເວັ້ນພາສີໃນການ ສົ່ງອອກໄປຍັງສະຫະພາບເອີຣົບ (EU). ທ່ານ ນາງ ຈຳປາທອງ ໄດ້ ກ່າວຕື່ມວ່າ: ປັດຈຸບັນ ສປປ ລາວ ໄດ້ຫັນປ່ຽນຈາກປະເທດທີ່ບໍ່ມີ ຊ າ ຍແດນອອກສູ່ທະ ເ ລກາ ຍ ມາເປັນປະເທດທີ່ມີການເຊື່ອມ ໂຍງ-ເຊື່ອມຈອດກັບບັນດາປະເທດ ຕ່າງໆດ້ວຍລົດໄຟຄວາມໄວສູງ ລາວ-ຈີນ. ຈາກ ລາວໄປຮອດ ຄຸນໝິງ ແລະ ຕໍ່ໄປເຖິງຣັດເຊຍ ໄດ້ ຢ່າງສະດວກ ແລະ ວ່ອງໄວເປີດໂອ ກາດໃໝ່ໃຫ້ແກ່ນັກທຸລະກິດແມ່ຍິງ ລາວໃນການນຳເອົາຜະລິດຕະພັນ ຄຸນນະພາບສູ່ເວທີໂລກ. ສໍາລັບງານເທສະການອາຫານ ລາວ ແມ່ນຈັດຂຶ້ນແຕ່ວັນທີ 26 ຜ່ານມາຈົນຮອດວັນທີ 30 ມັງກອນ 2026 ນີ້ ຖ້າທ່ານໃດສົນໃຈກໍ ສາມາດໄປທ່ຽວຊົມກິນອາຫານ ແຊບໆ, ຊື້ສິນຄ້າຈາກບັນດາຮ້ານ ຕ່າງໆໄດ້ເພາະມີສ່ວນຫລຸດພິເສດ ຫລາກຫລາຍໂດຍສະເພາະແມ່ນ ສິນຄ້າຈາກບໍລິສັດເອອີຊີການ ຄ້າຈຳກັດບອກໄດ້ເລີຍວ່າສຸດຄຸ້ມ ງານນີ້. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==