7205

29/01/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ມື້ປ່ອນບັດເລືອກຕັ້ງ...ື້່ັືັ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ dv'xt-5 ,g9Q k|h kmuj vk;5 3l Ij ;,,n xt8y [a fdq f\kp{Ia dlk 7;k,lts'q [ c,j oE0v'{c,j oE]h ko-h k' 9a f0B o16j lx 9u o ກໍາມະການໂອແລມປິກແຫ່ງຊາດ ລາວ, ລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ, ມີອະດີດປະທານ, ຄະນະທີ່ປຶກສາ, ຄະນະບໍລິຫານ ງານຄະນະກໍາມະການໂອແລມປິກ ແຫ່ງຊາດລາວ, ຜູ້ບໍລິຫານສະຫະ ພັນກິລາແຫ່ງຊາດລາວ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ຕີລາຄາ ຄືນການເຄື່ອນໄຫວວຽກງານຂອງ ຄະນະກຳມະການໂອແລມປິກແຫ່ງ ຊາດລາວ ໃນໄລຍະ 1 ປີຜ່ານມາ, ຕີລາຄາຈຸດດີ, ຂໍ້ຄົງຄ້າງ, ບາງບົດ ຮຽນທີ່ສາມາດຖອດຖອນໄດ້ ແລະ ກຳນົດທິດທາງການເຄື່ອນໄຫວ ແຜນວຽກຈຸດສຸມ ໃນປີ 2026, ພ້ອມທັງໄດ້ຮັບຟັງລາຍງານການ ຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວປະຈໍາປີ 2025 ແລະ ແຜນ ການເຄື່ອນໄຫວ ປະຈໍາປີ 2026, ວຽກງານການເງິນ ຂອງຄະນະ ກໍາມະການໂອແລມປິກແຫ່ງຊາດ ລາວ, ການຈັດຕັ້ງປະຕິບັດກອງ ທຶນສົ່ງເສີມກິລາສູ່ຂະບວນການ ໂອແລມປິກ ແລະ ຮັບຟັງການລາຍ ງານວຽກທີ່ພົ້ນເດັ່ນຂອງກໍາມະ ການ ຄະນະກຳມະການໂອແລມປິກ ແຫ່ງຊາດລາວແລະສະຫະພັນກິລາ ແຫ່ງຊາດລາວ. ພ້ອມນີ້, ຜູ້ເຂົ້າ ຮ່ວມໄດ້ເຊີດຊູຄວາມເປັນເຈົ້າການ ໃນການປະກອບຄຳຄິດຄຳເຫັນທີ່ ສ້າງສັນ-ກົງໄປກົງມາ, ນອກຈາກ ຈະສະເໜີບັນຫາແລ້ວ ຍັງໄດ້ພ້ອມ ກັນແນະນຳວິທີແກ້ໄຂ ເພື່ອສົ່ງເສີມ ໃຫ້ບັນຍາກາດວຽກງານກິລາທັງ ພາຍໃນ ແລະ ຕ່າງປະເທດ ໃຫ້ເປັນ ຂະບວນຟົດຟື້ນກວ່າເກົ່າ, ຕິດພັນກັບ ການສົ່ງເສີມກິລາທ້ອງຖິ່ນ ແລະ ການທ່ອງທ່ຽວໃນປີ 2026 ນີ້. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຊີ້ນຳໃຫ້ຄະນະຮັບ ຜິດຊອບ ແລະ ກອງເລຂາກອງປະ ຊຸມປັບປຸງບົດລາຍງານຕາມຄຳ ເຫັນຂອງຜູ້ແທນກອງປະຊຸມ ແລະ ສະເໜີໃຫ້ຜັນຂະຫຍາຍເນື້ອໃນຈິດ ໃຈກອງປະຊຸມຄັ້ງນີ້, ໃຫ້ກວ້າງ ຂວາງ ແລະ ເລິກເຊິ່ງ ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ; ແຕ່ລະ ສະຫະພັນກິລາແຫ່ງຊາດ ໃຫ້ເປັນ ເຈົ້າການໃນການສ້າງແຜນການ ເຄື່ອນໄຫວ, ຈັດການແຂ່ງຂັນໃຫ້ ເປັນຂະບວນການຟົດຟື້ນ ໂດຍສົມ ທົບກັບທຸກພາກສ່ວນຂອງສັງຄົມ ເປັນເຈົ້າການຫລາຍຂຶ້ນ, ພ້ອມທັງ ສະຫລຸບສັງຮວມຜົນການເຄື່ອນ ໄຫວ ຂອງສະຫະພັນກິລາຕົນ ໃຫ້ ຄະນະກໍາມະການໂອແລມປິກແຫ່ງ ຊາດລາວ ເປັນປົກກະຕິ; ໃຫ້ກຳມະ ການຕ່າງໆຂອງຄະນະກຳມະການ ໂອແລມປິກແຫ່ງຊາດລາວ ໂດຍ ສະເພາະກຳມະການເຕັກນິກ ສ້າງ ແຜນຮ່ວມກັບບັນດາສະຫະພັນ ກິລາແຫ່ງຊາດ ເພື່ອສ້າງຄວາມ ເຂັ້ມແຂງໃນການບໍລິຫານຄຸ້ມຄອງ ສະຫະພັນ, ສ້າງແຜນການກໍ່ສ້າງ ນັກກິລາ ໃຫ້ມີຈຸດສຸມ ແລະ ເປັນລະ ໄຂພິທີກ່ອນ 05:00 ໂມງ ແລະ ອັດ ພິທີຊ້າ ກວ່າ 18:00 ໂມງ. ສ່ວນລະບຽບການປ່ອນບັດ ເລືອກຕັ້ງ: ສະຖານທີ່ປ່ອນບັດເລືອກ ຕັ້ງໃຫ້ຈັດໃສ່ບ່ອນທີ່ເຫັນວ່າ ເໝາະ ສົມ, ສະດວກດີ ແລະ ມີຄວາມປອດ ໄພ ເຊັ່ນ: ໂຮງຮຽນ, ສະໂມສອນ, ວັດ ຫລື ສະຖານທີ່ອື່ນ ໂດຍຈັດເປັນ ຫ້ອງສະເພາະ ເພື່ອໃຫ້ຜູ້ປ່ອນບັດ ຂີດບັດລົງຄະແນນສຽງເລືອກຕັ້ງ; ການປ່ອນບັດເລືອກຕັ້ງສະມາຊິກ ສະພາ ໃນແຕ່ລະໜ່ວຍເລືອກຕັ້ງ ໃຫ້ມີສອງຫີບປ່ອນບັດ ຄື ຫີບປ່ອນ ບັດສະມາຊິກສະພາແຫ່ງຊາດ ແລະ ຫີບປ່ອນບັດສະມາຊິກສະພາປະຊາ ຊົນຂັ້ນແຂວງ; ຄະນະຮັບຜິດຊອບ ໜ່ວຍປ່ອນບັດເລືອກຕັ້ງຕ້ອງແນະ ນໍາ, ເຜີຍແຜ່ລະບຽບການຕ່າງໆ, ວິທີຂີດບັດ ແລະ ວິທີປ່ອນບັດລົງ ຄະແນນສຽງ ໃຫ້ຜູ້ມີສິດເລືອກຕັ້ງ ທຸກຄົນເຂົ້າໃຈ; ຄະນະຮັບຜິດຊອບ ໜ່ວຍປ່ອນບັດເລືອກຕັ້ງ ຕ້ອງໄຂ ຫີບບັດ ໃຫ້ເຫັນທາງໃນ ໂດຍຊ້ອງ ໜ້າຜູ້ມີສິດເລືອກຕັ້ງກ່ອນການ ປ່ອນບັດ; ຜູ້ມີສິດເລືອກຕັ້ງຕ້ອງສະ ເໜີຕົວແລະແຈ້ງບັດຢັ້ງຢືນຕໍ່ຄະນະ ຮັບຜິດຊອບໜ່ວຍປ່ອນບັດເລືອກ ຕັ້ງ ເພື່ອຮັບເອົາບັດລົງຄະແນນ ສຽງທັງສອງຫີບບັດ; ຜູ້ມີສິດເລືອກ ຕັ້ງທີ່ບໍ່ຮູ້ໜັງສື ຊຶ່ງບໍ່ສາມາດຂີດ ປະທານກວດກາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີຄະນະພັກ ກະຊວງ, ເລຂາ-ຮອງເລຂາຄະນະ ພັກຮາກຖານ, ຮາກຖານໜ່ວຍພັກ, ບັນດາໜ່ວຍພັກທີ່ຂຶ້ນກັບ, ພ້ອມ ດ້ວຍອົງການຈັດຕັ້ງມະຫາຊົນ ອ້ອມ ຂ້າງກະຊວງກະສິກໍາ ແລະສິ່ງແວດ ລ້ອມ ເຂົ້າຮ່ວມ. ການປາຖະກະຖາໃນຄັ້ງນີ້, ເປັນ ການຫວນຄືນມູນເຊື້ອປະຕິວັດ ຂອງຊາດລາວ ກໍຄື ມູນເຊື້ອພິລະ ອາດຫານ, ການເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງແລະຜົນງານອັນໃຫຍ່ ຫລວງ ຂອງກອງທັບວິລະຊົນ, ຊາດລາວວິລະຊົນ ທີ່ຍາດມາໄດ້ຕະ ຫລອດໄລຍະ 77 ປີ ຜ່ານມາ, ທັງ ເປັນການເຊື່ອມຊຶມໃຫ້ສະມາຊິກ ພັກ, ພະນັກງານລັດຖະກອນໄດ້ຮັບ ຮູ້, ເຂົ້າໃຈມູນເຊື້ອປະຕິວັດ ຂອງ ຊາດລາວເຮົາ, ມູນເຊື້ອຕໍ່ສູ້ພິລະ ອາດຫານ, ການເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງແລະຜົນງານອັນໃຫຍ່ ຫລວງຂອງກອງທັບວິລະຊົນ, ຊາດລາວວິລະຊົນ ທີ່ຍາດມາໄດ້ ຕະຫລອດໄລຍະ77ປີຜ່ານມາ ເຂົ້າ ໃນການປົກປັກຮັກສາແລະສ້າງສາ ພັດທະນາປະເທດຊາດ; ເປັນການ ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບປະຊາທິປະໄຕປະຊາ ຊົນ, ສ້າງຄວາມສາມັກຄີເປັນປຶກ ແຜ່ນ, ມີສະຕິລະວັງຕົວຕໍ່ກັບອຸບາຍ ທຳລາຍມ້າງເພຂອງອິດທິກຳລັງ ປໍລະປັກ ແລະ ເປັນເຈົ້າການເຂົ້າ ຮ່ວມໃນການປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານຂອງ ພັກ ແລະ ເພື່ອສະແດງຄວາມກະ ຕັນຍູຮູ້ບຸນຄຸນຕໍ່ຄອບຄົວ, ບຸກຄົນທີ່ ໄດ້ເສຍສະລະຊີວິດ, ຜູ້ເສຍອົງຄະ ແລະ ຜູ້ທີ່ມີຜົນງານອັນໃຫຍ່ຫລວງ ຕໍ່ປະເທດຊາດ ແລະ ປະຊາຊົນ. ເນື້ອໃນທີ່ນຳມາປາຖະກະຖາ ຄັ້ງນີ້, ປະກອບມີ: ປະຫວັດການກຳ ເນີດ ຂອງກອງທັບປະຊາຊົນລາວ; ຜົນງານໄຊຊະນະ, ການເຕີບໃຫຍ່ ຂະຫຍາຍຕົວ ຂອງກອງທັບປະຊາ ຊົນລາວ ແຕ່ລະໄລຍະ; ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມອົງ ອາດຂອງກອງທັບປະຊາຊົນລາວ ລວມທັງວຽກງານການສືບຕໍ່ເສີມ ຂະຫຍາຍທາດແທ້ແລະມູນເຊື້ອອັນ ສະຫງ່າງາມຂອງຊາດ, ຂອງກອງ ທັບປະຊາຊົນລາວ. ລະນະສຸກ ເພື່ອຮັບປະກັນຄວາມ ຕໍ່ເນື່ອງຂອງການໃຫ້ບໍລິການ ໂດຍ ສະເພາະໃນສະພາບທີ່ອາດຈະເກີດ ຂຶ້ນຢ່າງກະທັນຫັນ ຈາກສະພາບ ການປ່ຽນແປງດິນຟ້າອາກາດ ແລະ ສະໜັບສະໜູນການປັບຕົວ ຕໍ່ສະພາບການປ່ຽນແປງດິນຟ້າ ອາກາດ ໂດຍຊຸມຊົນເປັນຜູ້ນໍາພາ. ໂຄງການກວມເອົາ 51 ເມືອງ. ໃນ ນັ້ນ, ລວມທັງ 14 ເມືອງ ທີ່ມີຄວາມ ສ່ຽງສູງຕໍ່ສະພາບການປ່ຽນແປງ ດິນຟ້າອາກາດໃນ 5 ແຂວງເປົ້າ ໝາຍ ຄື: ແຂວງຈຳປາສັກ, ຫລວງ ພະບາງ, ອຸດົມໄຊ, ສະຫວັນນະເຂດ ແລະ ແຂວງຊຽງຂວາງ ດ້ວຍການ ຊ່ວຍຮັບປະກັນຄວາມຄືບໜ້າຂອງ ປະເທດ ໃນການບັນລຸເປົ້າໝາຍ ການປະກັນສຸຂະພາບທົ່ວປວງຊົນ. ໂຄງການລົງທຶນນີ້, ນັບເປັນກ້າວ ທີ່ສໍາຄັນ ໃນການສ້າງລະບົບດູແລ ຮັກສາສຸຂະພາບທີ່ມີຄວາມທົນທານ ສູງ ແລະ ສາມາດຮັບມືກັບການເພີ່ມ ຂຶ້ນຂອງຄວາມສ່ຽງຕໍ່ສະພາບການ ປ່ຽນແປງດິນຟ້າອາກາດ; ໂຄງ ການສົ່ງເສີມທັກສະສີມື ເພື່ອການ ພັດທະນາເສດຖະກິດແບບມີສ່ວນ ຮ່ວມ ມູນຄ່າ 36 ລ້ານໂດລາສະຫະ ລັດ ມີເປົ້າໝາຍແນໃສ່ປັບປຸງການ ສຶກສາ ແລະ ການຝຶກອົບຮົມວິຊາ ຊີບໃຫ້ທັນສະໄໝໃນ ສປປ ລາວ ເພື່ອຕອບສະໜອງຕາມຄວາມຕ້ອງ ການທີ່ມີເພີ່ມຂຶ້ນຂອງຕະຫລາດ ແຮງງານດ້ານວຽກສີຂຽວ. ໂຄງ ການນີ້, ຈະດໍາເນີນການປັບປຸງ ຫລັກສູດ, ແນະນໍາຫລັກສູດໃໝ່ໃນ ການບຳລຸງຮັກສາລົດໄຟຟ້າ, ເຕັກ ໂນໂລຊີຂໍ້ມູນ ແລະ ການສື່ສານ (ICT), ພ້ອມທັງທັກສະໄຟຟ້າອຸດ ສາຫະກຳ, ການເພີ່ມທະວີຄວາມ ຮ່ວມມືລະຫວ່າງໂຮງຮຽນ ແລະ ພາກທຸລະກິດ, ຂະຫຍາຍຫລັກສູດ ຝຶກອົບຮົມໄລຍະສັ້ນ ແລະ ຍົກລະ ດັບທັກສະຂອງຄູ-ອາຈານ. ໂຄງ ການຈະດໍາເນີນການຍົກລະດັບໂຮງ ຮຽນວິຊາຊີບຈໍານວນ 11 ແຫ່ງ, ແນະນໍາອຸປະກອນທີ່ປະຢັດພະລັງ ງານ ແລະ ປັບປຸງຫໍພັກນັກສຶກສາ ສໍາລັບນັກຮຽນຍິງ ທີ່ມາຈາກເຂດ ຊົນນະບົດ. ນອກຈາກນັ້ນ, ໂຄງ ການຍັງຈະຊ່ວຍເພີ່ມໂອກາດແກ່ ການຈ້າງງານ ໂດຍສະເພາະສໍາລັບ ໄວໜຸ່ມຍິງ ປັບປຸງຄວາມພ້ອມໃນ ການເຂົ້າສູ່ຕະຫລາດແຮງງານ ແລະ ເພີ່ມທະວີການສ້າງລະບົບທັກ ສະກ່ຽວກັບດ້ານຄວາມທົນທານຕໍ່ ກັບສະພາບການປ່ຽນແປງດິນຟ້າ ອາກາດ ແລະ ແບບສ່ວນຮ່ວມ; ໂຄງການຮັບຜິດຊອບປ່າໄມ້ ໄລຍະ 1 ມູນຄ່າ 10 ລ້ານໂດລາສະຫະ ລັດ ແນໃສ່ທົດລອງຮູບແບບການ ຮ່ວມມືແບບໃໝ່ ລະຫວ່າງພາກ ລັດ, ນັກລົງທຶນພາກເອກະຊົນ ແລະ ຊຸມຊົນ ເພື່ອສະໜັບສະໜູນການປູກ ປ່າແບບຍືນຍົງ ແລະ ການອະນຸລັກ ລະບົບຊີວະນາໆພັນ ໄປພ້ອມກັບ ການສຶກສາວິເຄາະ ແລະ ການສຶກ ສາຄວາມເປັນໄປໄດ້ສໍາລັບໂຄງ ການໄລຍະ II ຕະຫລອດຮອດການ ສ້າງຂີດຄວາມສາມາດ. ໂຄງການ ຈະໄດ້ຈັດຕັ້ງປະຕິບັດໃນແຂວງບໍ ລິຄໍາໄຊ, ຄໍາມ່ວນ ແລະ ນະຄອນ ຫລວງວຽງຈັນ ໂດຍມີເປົ້າໝາຍ ສ້າງຄວາມເຂັ້ມແຂງໃຫ້ແກ່ການ ຄຸ້ມຄອງປ່າໄມ້ ແລະ ຄວາມທົນ ທານຕໍ່ສະພາບການປ່ຽນແປງດິນ ກະຊວງກະສິກຳ...ິ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຟ້າອາກາດ, ວາງພື້ນຖານສໍາລັບ ການລົງທຶນມີຄວາມຮັບຮັບຜິດ ຊອບຈາກພາກເອກະຊົນ ແລະ ປັບ ປຸງຊີວິດການເປັນຢູ່ຂອງຊຸມຊົນ ທີ່ ເພິ່ງພາປ່າໄມ້ ໂດຍສະເພາະແມ່ຍິງ. ທ່ານ ນາງ ແຊນນີ ແຄ້ມແບລ ຍັງໃຫ້ຮູ້ອີກວ່າ: ໃນປີ 2026 ນີ້, ເປັນປີທີ່ພວກເຮົາຈະຮ່ວມສະເຫລີມ ສະຫລອງຄົບຮອບ 60 ປີ ແຫ່ງ ການຮ່ວມມືລະຫວ່າງ ADB ແລະ ສປປ ລາວ. ADB ມີຄວາມມຸ່ງ ໝັ້ນທີ່ຈະສືບຕໍ່ເຮັດວຽກຢ່າງໃກ້ ຊິດຫລາຍຂຶ້ນກັບລັດຖະບານ ໂດຍ ຜ່ານກະຊວງແລະໜ່ວຍງານຕ່າງໆ, ບັນດາຄູ່ຮ່ວມພັດທະນາ ແລະ ຜູ້ມີ ສ່ວນຮ່ວມພັດທະນາຕ່າງໆ ເພື່ອເຮັດ ໃຫ້ໂຄງການລົງທຶນມີຄຸນນະພາບ ສູງ ແລະ ສ້າງຜົນກະທົບທີ່ຢືຍາວ. ພັດທະນາທັກສະສໍາລັບເສດຖະກິດ ສີຂຽວ ແລະ ການຄຸ້ມຄອງປ່າໄມ້ທີ່ ມີຄວາມຮັບຜິດຊອບ. ສໍາລັບ4 ໂຄງການດັ່ງກ່າວ, ປະ ກອບມີ: ໂຄງການລະບົບອາຫານ ແລະ ກະສິກຳ ທີ່ຍືນຍົງມູນຄ່າ 63 ລ້ານໂດລາສະຫະລັດ ມີເປົ້າໝາຍ ແນໃສ່ສ້າງຄວາມເຂັ້ມແຂງ ແກ່ລະ ບົບອາຫານແລະກະສິກຳທີ່ມີຄວາມ ທົນທານຕໍ່ສະພາບການປ່ຽນແປງ ດິນຟ້າອາກາດ ແລະ ມີຄວາມສາ ມາດແຂ່ງຂັນໃນ ສປປ ລາວ. ໂຄງ ການດັ່ງກ່າວ, ຈະຊ່ວຍປັບປຸງຄວາມ ໝັ້ນຄົງທາງດ້ານສະບຽງອາຫານ, ໂພຊະນາການ ແລະ ລາຍຮັບຂອງ ຊຸມຊົນທີ່ມີຄວາມບອບບາງ ດ້ວຍ ການຂະຫຍາຍການເຂົ້າເຖິງການ ບໍລິການທາງການເງິນ, ສະໜັບ ສະໜູນທາງດ້ານການເງິນ ຕິດພັນ ກັບຄວາມທົນທານຕໍ່ສະພາບການ ປ່ຽນແປງດິນຟ້າອາກາດ, ພັດທະ ນາຕ່ອງໂສ້ມູນຄ່າ, ເພີ່ມທະວີຂີດ ຄວາມສາມາດການບໍລິການຂອງ ຫ້ອງປະຕິບັດການດ້ານຄວາມປອດ ໄພອາຫານ ແລະ ປັບປຸງລະບົບ ຊົນລະປະທານ ພ້ອມທັງ ເສັ້ນທາງ ຄົມມະນາຄົມເຊື່ອມຕໍ່ໃນເຂດຊົນ ນະບົດ. ການດໍາເນີນງານໂຄງການ ຈະສຸມໃສ່ 6 ແຂວງເປົ້າໝາຍ ຊຶ່ງ ປະກອບມີ: ແຂວງຈຳປາສັກ, ສາ ລະວັນ, ເຊກອງ, ຫົວພັນ, ຜົ້ງສາລີ ແລະ ແຂວງໄຊຍະບູລີ ດ້ວຍການ ສະໜັບສະໜູນແບບມຸ່ງເປົ້າໃສ່ສິນ ຄ້າມູນຄ່າສູງ ເຊັ່ນ: ໄມ້ໄຜ່, ກາເຟ, ຖົ່ວລຽນ, ຊາ ແລະ ການປູກມັນຕົ້ນ ແບບຍືນຍົງ ເພື່ອເພີ່ມມູນຄ່າ ແລະ ທ່າແຮງໃນການສົ່ງອອກ; ໂຄງ ການການບໍລິການສຸຂະພາບຂັ້ນຕົ້ນ ຕາມທິດສີຂຽວມູນຄ່າ 40 ລ້ານ ໂດລາສະຫະລັດ ມີເປົ້າໝາຍແນ ໃສ່ສ້າງຄວາມເຂັ້ມແຂງດ້ານການ ບໍລິການສາທາລະນະສຸກຂັ້ນພື້ນ ຖານທີ່ມີຄວາມທົນທານຕໍ່ສະພາບ ການປ່ຽນດິນຟ້າອາກາດໃນທົ່ວ ສປປ ລາວ, ໂຄງການນີ້ຈະດໍາເນີນ ການຍົກລະດັບ ແລະ ຈັດຫາອຸປະ ກອນໃຫ້ແກ່ສະຖານບໍລິການດູແລ ຮັກສາສຸຂະພາບ, ສະໜອງລະບົບ ນໍ້າປະປາ ທີ່ມີຄວາມທົນທານຕໍ່ ສະພາບການປ່ຽນແປງດິນຟ້າອາ ກາດ, ຝຶກອົບຮົມພະນັກງານສາທາ ເອດີບີ...ີີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ບົບຕໍ່ເນື່ອງ, ໃຫ້ຄະນະຮັບຜິດຊອບ ຂໍ້ມູນຂ່າວສານເກັບກຳ ແລະ ເຜີຍ ແຜ່ຜົນງານການເຂົ້າຮ່ວມ ນໍາບັນ ດາສະຫະພັນທັງພາຍໃນແລະ ຕ່າງ ປະເທດ ໃຫ້ເຂົ້າເຖິງຊາວໜຸ່ມເຍົາ ວະຊົນ ແລະ ແມ່ຍິງ ແນໃສ່ໃຫ້ເຂົາ ເຈົ້າໄດ້ເຂົ້າຮ່ວມການອອກກຳລັງ ກາຍ ແລະ ຫລິ້ນກິລາຫລາຍຂຶ້ນ. ໃນໄລຍະ 1 ປີຜ່ານມາ, ຄະນະ ກໍາມະການໂອແລມປິກແຫ່ງຊາດ ລາວ, ບັນດາສະຫະພັນກິລາແຫ່ງ ຊາດ ແລະ ກໍາມະການທີ່ຂຶ້ນກັບຄະ ນະກໍາມະການໂອແລມປິກແຫ່ງ ຊາດລາວ ໄດ້ຕັ້ງໜ້າບຸກບືນສ້າງ ຜົນງານໃນການເຄື່ອນໄຫວວຽກ ງານກິລາ-ກາຍຍະກຳ ທັງຈັດຕັ້ງ ການແຂ່ງຂັນພາຍໃນປະເທດ ແລະ ເຂົ້າຮ່ວມການແຂ່ງຂັນໃນລະດັບ ອະນຸພາກພື້ນ ແລະ ສາກົນ ຢ່າງ ເປັນຂະບວນສົມຄວນ. ຂ່າວ: ທະນູທອງ; ພາບ: ຂັນໄຊ ບັດດ້ວຍຕົນເອງໄດ້ນັ້ນ ຄະນະຮັບ ຜິດຊອບໜ່ວຍປ່ອນບັດເລືອກຕັ້ງມີ ສິດແຕ່ງຕັ້ງຜູ້ຮັບຜິດຊອບຊ່ວຍຂີດ ບັດ, ແຕ່ຕ້ອງປະຕິບັດຕາມຄວາມ ມັກ,ການຊີ້ບອກຂອງຜູ້ນັ້ນແລະໃຫ້ ຜູ້ກ່ຽວນຳເອົາບັດລົງຄະແນນສຽງ ໄປປ່ອນໃສ່ແຕ່ລະຫີບບັດດ້ວຍຕົນ ເອງ, ໃນກໍລະນີປ່ອນບັດດ້ວຍຕົນ ເອງບໍ່ໄດ້ ກໍມອບໃຫ້ຄະນະຮັບຜິດ ຊອບໜ່ວຍປ່ອນບັດເລືອກຕັ້ງຜູ້ໃດ ໜຶ່ງຊ່ວຍນໍາເອົາບັດໄປປ່ອນໃສ່ແຕ່ ລະຫີບບັດ ໂດຍຊ້ອງໜ້າຜູ້ກ່ຽວ. ໃນ ກໍລະນີຜູ້ມີສິດເລືອກຕັ້ງເຈັບປ່ວຍ, ເສຍອົງຄະ, ເຖົ້າແກ່ໄປປ່ອນບັດ ບໍ່ໄດ້ນັ້ນ ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງຕ້ອງຈັດຕັ້ງໜ່ວຍ ຮັບຜິດຊອບຫີບບັດເຄື່ອນທີ່ໄປຮັບ ເອົາບັດລົງຄະແນນສຽງກັບທີ່; ຜູ້ມີ ສິດເລືອກຕັ້ງຫາກຂີດບັດຜິດ ຕ້ອງ ສົ່ງບັດທີ່ຂີດຜິດນັ້ນຄືນ ແລ້ວຂໍເອົາ ບັດໃໝ່ນໍາຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງ; ຜູ້ມີສິດເລືອກ ຕັ້ງ ຕ້ອງປ່ອນບັດລົງຄະແນນສຽງ ໃສ່ແຕ່ລະຫີບບັດ ເທື່ອລະຄົນ. ຂ່າວ: ທະນູທອງ ຄະນະກຳມະການ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ວາງແຜນການເຄື່ອນໄຫວ ປະຈໍາ ປີ 2026 ຂອງຄະນະກຳມະການ ໂອແລມປິກແຫ່ງຊາດລາວ ໂດຍ ການເປັນປະທານຂອງ ທ່ານ ທອງ ສະລິດ ມັງໜໍ່ເມກ ປະທານຄະນະ ຂປລ. ຄະນະຜູ້ແທນກະຊວງ ປ້ອງກັນຄວາມສະຫງົບ ນໍາໂດຍ ສະຫາຍ ພົຈວ ກີ້ ຈັນທະວົງສາ ຮອງຫົວໜ້າຫ້ອງວ່າການກະຊວງ ປ້ອງກັນຄວາມສະຫງົບ ໄດ້ເດີນ ທາງເຂົ້າຮ່ວມກອງປະຊຸມເຈົ້າໜ້າ ທີ່ອາວຸໂສ ການຮ່ວມມືປະຕິບັດ ກົດໝາຍ ແລະ ຮັກສາຄວາມສະ ຫງົບ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (LMLECC) ໃນວັນທີ 26-27 ມັງກອນ 2026 ຢູ່ນະຄອນຄຸນໝິງ ສປ ຈີນ ພາຍໃຕ້ການເປັນປະທານ ຂອງ ທ່ານ ໂຢ ຊຽວເວີນ ເລຂາ ທິການສູນຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບ ແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ, ມີຄະນະ ຜູ້ແທນຈາກກະຊວງພາຍໃນກໍາປູ ເຈຍ, ກະຊວງພາຍໃນສສມຽນມາ, ສໍານັກງານຕໍາຫລວດແຫ່ງຊາດ ຣາຊະອານາຈັກໄທ ແລະ ກະຊວງ ປ້ອງກັນຄວາມສະຫງົບ ສສ ຫວຽດ ນາມ ເຂົ້າຮ່ວມ. ກອງປະຊຸມຈັດຂຶ້ນເພື່ອສະຫລຸບ ວຽກງານ 2025 ແລະ ວາງທິດ ທາງແຜນການວຽງານ 2026 ຂອງສູນຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບ ແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ແລະ ປຶກສາ ຫາລືຕໍ່ຮ່າງຂໍ້ກໍານົດວ່າດ້ວຍການ ຮ່ວມມືຕ້ານການສໍ້ໂກງທາງໂທ ລະຄົມ ແລະ ການຮ່ວມມືໃນການ ສ້າງຕັ້ງສູນການຮ່ວມມືຕ້ານການ ສໍ້ໂກງທາງໂທລະຄົມ. ໃນກອງປະ ຊຸມຄະນະຜູ້ແທນແຕ່ລະປະເທດໄດ້ ມີຄວາມເປັນເອກະພາບ ຕໍ່ບົດສະ ຫລຸບວຽກງານປີ 2025 ແລະ ເອ ກະສານແຜນວຽກປີ 2026 ແລະ ໄດ້ປະກອບຄໍາເຫັນຢ່າງກົງໄປກົງ ມາ. ພ້ອມກັນນັ້ນ, ກອງປະຊຸມຍັງ ໄດ້ປຶກສາຫາລືຕໍ່ບັນດາເອກະສານ ທີ່ໄດ້ນໍາມາປຶກສາຫາລື ເພື່ອສືບ ຕໍ່ໃຫ້ແຕ່ລະປະເທດ ສືບຕໍ່ປຶກສາ ຫາລືປັບປຸງທາງດ້ານເນື້ອໃນໃຫ້ ສອດຄ່ອງກັບສະພາບຄວາມເປັນ ຈິງ ສາມາດຈັດຕັ້ງປະຕິບັດໄດ້. ໃນຕອນທ້າຍຂອງກອງປະຊຸມ ບັນດາປະເທດເຂົ້າຮ່ວມກອງປະ ຊຸມ ໄດ້ສະແດງຄວາມເຫັນດີ ສະ ໜັບສະໜູນໃຫ້ ສປປ ລາວ ເປັນ ເຈົ້າພາບຈັດກອງປະຊຸມລະດັບລັດ ຖະມົນຕີວ່າດ້ວຍການຮ່ວມມືປະຕິ ບັດກົດໝາຍ ແລະ ຮັກສາຄວາມສະ ຫງົບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນປີ 2027 ດ້ວຍການສະໜັບສະ ໜູນຂອງສູນ LMLECC.

RkJQdWJsaXNoZXIy MTc3MTYxMQ==