7205

29/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ s;o7n o,6 og-N vdkodegou f0v'vq 'dkoltstra ode,t[ko]k; 4k,{8v[ dj P;da [ltrkcsj '-kf c]t ltrkxt-k-q o0A oc0;' ຂປລ. ໃນທ້າຍສັດຕະວັດທີ 19 ພວກລ່າເມືອງຂຶ້ນຝຣັ່ງເຂົ້າມາ ຮຸກຮານຢຶດຄອງເອົາລາວເປັນ ຫົວເມືອງຂຶ້ນ, ພວກເຂົາໄດ້ເກັບ ເກນເອົາຊາວໄຮ່ນາໄປຂຸດຄົ້ນເອົາ ແຮ່ກົ່ວຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງ ແຂວງຄຳມ່ວນ, ໄປເປັນກຸລີເຮັດ ທາງ, ຈາກນັ້ນເກີດມີກຳມະກອນ ລະດູການດ້ວຍການນຳໃຊ້ແຮງ ງານນັບມື້ຫລາຍຂຶ້ນ ແລະ ໄດ້ກາຍ ເປັນກຳມະກອນອາຊີບ. ຕໍ່ມາພວກ ເຂົາໄດ້ສ້າງໂຮງເລື່ອຍໄມ້, ໂຮງສີ ເຂົ້າ, ໂຮງຈັກໄຟຟ້າຈຳນວນໜຶ່ງ ຢູ່ບາງແຫ່ງ, ຈາກນັ້ນກຳມະກອນ ລາວກໍໄດ້ເພີ່ມຂຶ້ນເລື້ອຍໆ. ໃຕ້ການ ປົກຄອງຂອງພວກລ່າເມືອງຂຶ້ນ ຝຣັ່ງ ກຳມະກອນລາວໄດ້ຖືກກົດຂີ່ ຂູດຮີດແຮງງານຢ່າງໜັກໜ່ວງ ທາງເສດຖະກິດ, ວັດທະນະທຳສັງຄົມ, ພວກເຮົາບັງຄັບກຳມະ ກອນອອກແຮງງານ 14-16 ຊົ່ວ ໂມງຕໍ່ມື້, ອອກແຮງງານຫລາຍ ໃຫ້ຄ່າຕອບແທນໜ້ອຍ, ຖືກຕັດ ເງິນເດືອນ, ໄລ່ອອກການໂດຍ ບໍ່ມີເຫດຜົນພຽງພໍ, ຖືກທຸບຕີທໍລະ ມານຢ່າງແສນສາຫັດຈາກພວກ ລ່າເມືອງຂຶ້ນ ແລະ ນາຍທຶນ, ມີ ຄວາມສ່ຽງອັນຕະລາຍຕໍ່ການອອກ ແຮງງານ. ຊີວິດການເປັນຢູ່ຂອງ (ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ, ວັນ 1/2/1956-1/2/2026)ື່ັ້ັ້ັົີັ ກຳມະກອນ ແລະ ປະຊາຊົນລາວ ບັນດາເຜົ່າອຶດຢາກຂາດແຄນ, ບໍ່ ໄດ້ຮັບຄວາມເປັນທຳ, ຂາດສິດ ເສລີພາບດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການດູແລດ້ານ ສະຫວັດດີການສັງຄົມ, ບໍ່ໄດ້ຮັບ ການສຶກສາ, ຮໍ່າຮຽນ ແລະ ອື່ນໆ; ໂທດກຳອັນໂຫດຮ້າຍປ່າເຖື່ອນ ຂອງລັດທິລ່າເມືອງຂຶ້ນທີ່ໄດ້ກະທຳ ຕໍ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ ອອກແຮງງານລາວບັນດາເຜົ່າໄດ້ ສ້າງຄວາມເຈັບແສບ ແລະ ຄຽງ ແຄ້ນທີ່ສຸດສຳລັບຄົນລາວທຸກຄົນ. ຕໍ່ໜ້າສະພາບການດັ່ງກ່າວກຳ ມະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນບັນດາເຜົ່າໄດ້ລຸກຂຶ້ນ ຕໍ່ສູ້ຢ່າງອົງອາດກ້າຫານ, ໂດຍເລີ່ມ ຈາກການຕໍ່ສູ້ທີ່ມີລັກສະນະເກີດເອງ ໄດ້ກາຍເປັນຂະບວນການອັນກວ້າງ ຂວາງນໍາພາໂດຍບັນພະບູລຸດຜູ້ ຮັກຊາດແຕ່ເໜືອຮອດໃຕ້, ຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນຢ່າງດຸເດືອດ, ແຕ່ຂະບວນການຕໍ່ສູ້ໄລຍະນັ້ນບໍ່ໄດ້ ຮັບໄຊຊະນະຍ້ອນບໍ່ມີພັກນໍາພາ. ປີ 1930 ພັກກອມມູນິດອິນດູຈີນ ໄດ້ ຮັບການສ້າງຕັ້ງຂຶ້ນໂດຍແມ່ນທ່ານ ປະທານ ໂຮ່ຈີ່ມິງ ເປັນຜູ້ສ້າງຕັ້ງ ແລະ ນໍາພາ. ພັກ ໄດ້ວາງແນວທາງ ອັນຖືກຕ້ອງເພື່ອນໍາພາຂະບວນ ການຕໍ່ສູ້ປົດປ່ອຍຊາດຢູ່ອິນດູຈີນ ຕ້ານພວກລ່າເມືອງຂຶ້ນຝຣັ່ງ. ພາຍຫລັງທີ່ມີພັກນໍາພາຂະບວນ ການຕໍ່ສູ້ຂອງປະຊາຊົນ, ຊົນຊັ້ນ ກໍາມະກອນ, ຊາວຜູ້ອອກແຮງງານ 3 ຊາດອິນດູຈີນ ໄດ້ມີຄຸນນະພາບ ໃໝ່ສາມາດຍາດໄດ້ໄຊຊະນະເປັນ ກ້າວໆມາ, ພັກເຮົາໄດ້ຖືເອົາແນວ ໂຮມແຫ່ງຊາດເປັນການເຕົ້າໂຮມ ຄວາມສາມັກຄີອັນກວ້າງຂວາງ, ຖືເອົາພັນທະພາບ, ກໍາມະກອນ, ຊາວນາ ແລະ ນັກຮຽນຮູ້ປັນຍາຊົນ ເປັນກໍາລັງແຮງພື້ນຖານຂອງພັກ ໃນການຜັນແຍກລ້ອນປ່ຽວ, ໂຄ່ນ ລົ້ມສັດຕູຂອງຊາດ; ບັນດາສະມາ ຊິກພັກ, ສະມາຊິກກໍາມະບານລຸ້ນ ທໍາອິດໄດ້ນໍາພາຂະບວນການຕໍ່ສູ້ ຂອງກໍາມະກອນດ້ານການເສຍ ຊ່ວຍ, ການຈັບກຸມຄຸມຂັງບັນດາຜູ້ ນໍາຂອງແນວລາວຮັກຊາດ ແລະ ອື່ນໆ ທີ່ພວກຈັກກະພັດລ່າເມືອງ ຂຶ້ນ ແລະ ສັກດີນາທ້ອງຖິ່ນໄດ້ກະ ທໍາ. ດ້ວຍການນັດຢຸດງານທວງ ໃຫ້ຂຶ້ນເງິນເດືອນ ແລະ ຫລຸດຜ່ອນ ຊົ່ວໂມງເຮັດວຽກ. ປີ 1946 ພັກ ກອມມູນິດອິນດູຈີນ (ແຄວ້ນລາວ) ໄດ້ສ້າງຕັ້ງໜ່ວຍກໍາມະບານຂຶ້ນ ເປັນເທື່ອທໍາອິດຢູ່ບໍ່ກົ່ວໂພນຕິ້ວ; ພັກສືບຕໍ່ນໍາພາກໍາມະກອນ, ລັດຖະ ກອນ, ປະຊາຊົນລາວບັນດາເຜົ່າ ໂດຍດໍາເນີນການຕໍ່ສູ້ລົບລ້າງລັດທິ ລ່າເມືອງຂຶ້ນແບບເກົ່າໃນປີ 1954. ກໍາລັງປະເທດລາວ ມີ 2 ແຂວງ ເຕົ້າໂຮມ. ພາຍຫລັງຈັກກະພັດຝຣັ່ງ ປະລາໄຊ, ຈັກກະພັດອາເມລິກາ ໄດ້ ນໍາໃຊ້ລັດທິລ່າເມືອງຂຶ້ນແບບໃໝ່ ເຂົ້າມາຮຸກຮານ, ຍຶດຄອງລາວໃນປີ 1955. ຕໍ່ໜ້າສະພາບການດັ່ງກ່າວ ພັກກອມມູນິດອິນດູຈີນ ໄດ້ເປີດກອງ ປະຊຸມເພື່ອແຍກຈາກພັກກອມມູນິດ ອິນດູຈີນເປັນພັກຂອງປະເທດໃຜ ລາວ, ຈາກນັ້ນ ພັກປະຊາຊົນລາວ (ພັກປະຊາຊົນປະຕິວັດລາວໃນປັດ ຈຸບັນ) ໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 22 ມີນາ 1955 ແລະ ໄດ້ ກໍານົດບ່ອນຢືນຂອງພັກ “ແມ່ນ ພັກຂອງຊົນຊັ້ນກໍາມະກອນລາວ ທີ່ຖືລັດທິມາກ-ເລນິນ ເປັນລະບົບ ແນວຄິດຊີ້ນໍາໆພາ ໂດຍຖືກໍາລັງ ແຮງມາຈາກມະຫາຊົນ”. ພັກໄດ້ ຈັດຕັ້ງສະຫະພັນຊາວໜຸ່ມ, ແມ່ ຍິງ ແລະ ໄດ້ປັບປຸງແນວລາວອິດ ສະຫລະເປັນແນວລາວຮັກຊາດ. ປັບປຸງພະນັກງານ, ລັດຖະກອນ ຢູ່ຕາມສໍານັກງານ, ອົງການອ້ອມ ຂ້າງສູນກາງ, ປັບປຸງກໍາມະກອນ ບັນດາໂຮງຈັກໂຮງງານໃນເຂດປົດ ປ່ອຍທັງປົກປັກຮັກສາ 2 ແຂວງ ເຕົ້າໂຮມ ແລະ ຍູ້ແຮງການຕໍ່ສູ້ຂອງ ກໍາມະກອນ, ປະຊາຊົນບັນດາເຜົ່າຢູ່ 10 ແຂວງ. ດ້ວຍມູນເຊື້ອທີ່ຮັກຊາດອັນ ແຮງກ້າ, ເດັດຂາດບໍ່ຍອມຖືກກົດຂີ່ ຂູດຮີດຈາກພວກລ່າເມືອງຂຶ້ນ ແບບເກົ່າ ແລະ ໃໝ່, ກຳມະກອນ ລາວ, ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າ, ໄດ້ລຸກ ຂື້ນຕໍ່ສູ້ຢ່າງອາດຫານດ້ວຍການຢຸດ ງານ, ທວງໃຫ້ຂຶ້ນເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກ, ທວງ ເອົາສິດຜົນປະໂຫຍດອັນຊອບທຳ ທາງດ້ານເສດຖະກິດ-ສັງຄົມ, ປະ ຊາຊົນລາວຕ້ອງໄດ້ຮັບການເບິ່ງ ແຍງດູແລດ້ານສະຫວັດດີການສັງ ຄົມ, ປົກປ້ອງດ້ວຍກົດໝາຍ, ທຸກ ຄົນມີສິດເສລີພາບໃນການດຳລົງ ຊີວິດ, ຈາກຂະບວນການດັ່ງກ່າວ ຈຶ່ງເປັນບາດລ້ຽວທີ່ສຳຄັນການຕໍ່ສູ້ ຂອງຊົນຊັ້ນກຳມະກອນລາວ, ພັກ ປະຊາຊົນປະຕິວັດລາວ ໄດ້ມີມະຕິ ສ້າງຕັ້ງຫ້ອງການກຳມະບານລາວ ຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນ ແຂວງຫົວພັນ ໃນວັນທີ 1 ກຸມພາ ປີ 1956 ໂດຍມອບໝາຍໃຫ້ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດ ຊອບໃນການສືບຕໍ່ໂຄສະນາຂົນ ຂວາຍເຕົ້າໂຮມກຳມະກອນລາວ, ຊາວຜູ້ອອກແຮງງານລາວບັນດາ ເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດ, ມີ ນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນ ກຳມະກອນ, ມີແບບແຜນວິທີເຮັດ ວຽກ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກ ປ້ອງສິດຜົນປະໂຫຍດອັນຊອບທຳ ໃຫ້ແກ່ກຳມະກອນ, ຊາວຜູ້ອອກ ແຮງງານລາວ, ກາຍເປັນກຳລັງ ແຮງຢ່າງຕັ້ງໜ້າໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດຕາມເສັ້ນທາງກ້າວ ຂຶ້ນສັງຄົມນິຍົມ. ຂປລ. ຂໍ້ມູນດັ່ງກ່າວນີ້ແນໃສ່ ປະກອບຄວາມຮູ້ແລະ ຄວາມເຂົ້າໃຈ ທີ່ຖືກຕ້ອງຕໍ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອປະ ກອບສ່ວນເຂົ້າໃນການປັບປຸງບູລະ ນະອົງການຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າໃຫ້ມີຄວາມເຂັ້ມແຂງ. ສະພາແຫ່ງຊາດ. ຄໍາຖາມ1:ໍ ສະພາແຫ່ງຊາດ ແມ່ນຫຍັງ ແລະ ມີທີ່ຕັ້ງ, ພາລະ ບົດບາດແນວໃດ ? ຕອບ: ສະພາແຫ່ງຊາດ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ, ເປັນອົງການສູງສຸດ ແຫ່ງອຳນາດລັດ, ເປັນອົງການ ນິຕິບັນຍັດປະຕິບັດພາລະບົດບາດ ຮັບຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ, ຕົກລົງບັນຫາສໍາຄັນ ພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງບັນດາອົງການລັດ. ທີ່ຕັ້ງ:ີ່ັ້ ສະພາແຫ່ງຊາດ ແມ່ນ ອົງການຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ ໂດຍແມ່ນປະຊາຊົນ ລາວບັນດາເຜົ່າເປັນຜູ້ສ້າງຕັ້ງຜ່ານ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ; ສະພາແຫ່ງຊາດ ມີທີ່ ຕັ້ງເປັນອົງການສູງສຸດແຫ່ງອໍາ ນາດລັດ, ຍ້ອນວ່າສະພາແຫ່ງຊາດ ແມ່ນຕົວແທນແຫ່ງສິດອໍານາດ ຂອງປະຊາຊົນ ແລະ ມີແຕ່ສະພາ ແຫ່ງຊາດເທົ່ານັ້ນ ຈຶ່ງມີສິດພິຈາ ລະນາຮັບຮອງເອົາການສ້າງ ແລະ ປັບປຸງລັດຖະທໍາມະນູນ ແລະ ກົດ ໝາຍ; ສະພາແຫ່ງຊາດ ມີທີ່ຕັ້ງເປັນ ອົງການນິຕິບັນຍັດ, ຍ້ອນວ່າ ສະພາ ແຫ່ງຊາດ ແມ່ນອົງການອໍານາດ ລັດ ເພື່ອພິຈາລະນາ ແລະ ຮັບຮອງ ເອົາການສ້າງ ແລະ ປັບປຸງລັດຖະ ທໍາມະນູນ; ການສ້າງ ແລະ ປັບປຸງ ກົດໝາຍຂອງ ສປປ ລາວ. ພາລະບົດບາດ:ົ ສະພາແຫ່ງ ຊາດ ມີພາລະບົດບາດ ຄື: (1) ພິຈາລະນາ ແລະ ຮັບຮອງເອົາ ລັດຖະທໍາມະນູນ ແລະ ກົດໝາຍ; (2) ຕົກລົງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ (ບັນຫາສໍາຄັນ ທາງດ້ານເສດຖະກິດ-ສັງຄົມ, ການ ປົກຄອງ ແລະ ບຸກຄະລາກອນທີ່ ສຳຄັນຂອງບັນດາອົງການອໍານາດ ແຫ່ງລັດ) ແລະ (3) ຕິດຕາມກວດ ກາການເຄົາລົບ, ປະຕິບັດລັດຖະ ທໍາມະນູນ ແລະ ກົດໝາຍຂອງບັນ ດາອົງການລັດ. ຄໍາຖາມ 2: ສະພາແຫ່ງຊາດ ມີໍ່ີ ສິດ ແລະ ໜ້າທີ່ແນວໃດ?ິ້ີ່ ຕອບ: ສະພາແຫ່ງຊາດ ມີສິດ ແລະ ໜ້າທີ່ລວມດັ່ງນີ້: 1. ສິດ ແລະ ໜ້າທີ່ດ້ານນິຕິບັນ ຍັດແມ່ນການສ້າງ ແລະ ປັບປຸງ ລັດຖະທໍາມະນູນ; ການສ້າງ ແລະ ປັບປຸງກົດໝາຍ; ການຕິດຕາມກວດ ກາ ແລະ ການໂຄສະນາເຜີຍ ແຜ່ ລັດຖະທໍາມະນູນ ແລະ ກົດ ໝາຍ; ການປະຕິບັດສົນທິສັນຍາ ແລະ ສັນຍາສາກົນ. 2. ສິດ ແລະ ໜ້າທີ່ດ້ານການ ຕົກລົງບັນຫາສໍາຄັນພື້ນຖານຂອງ ປະເທດຊາດ ແມ່ນການພິຈາລະນາ ຕົກລົງບັນຫາສໍາຄັນທາງດ້ານການ ເມືອງ-ການປົກຄອງ, ການບັນຈຸສັບ ຊ້ອນບຸກຄະລາກອນ ເພື່ອດໍາລົງຕໍາ ແໜ່ງໃນບັນດາອົງການອໍານາດລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ການ ພິຈາລະນາ ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາ 5 ປີ ແລະ ແຕ່ລະປີ; ພິຈາລະນາ ແລະ ຮັບຮອງເອົາບັນ ດາໂຄງການລົງທຶນຂະໜາດໃຫຍ່, ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ອື່ນໆ. 3. ສິດ ແລະ ໜ້າທີ່ດ້ານການ ຕິດຕາມກວດກາແມ່ນການດໍາເນີນ ການປະເມີນຜົນການຈັດຕັ້ງປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການອໍານາດລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ປະຕິບັດ ໜ້າທີ່ຂອງບັນດາບຸກຄະລາກອນທີ່ ສະພາແຫ່ງຊາດ ແລະ ສະພາປະຊາ ຊົນຂັ້ນແຂວງເລືອກຕັ້ງ ແລະ ພິຈາ ລະນາຮັບຮອງເອົາການແຕ່ງຕັ້ງ ຄໍາຖາມ 3:ໍ ສະພາແຫ່ງຊາດມີ ໂຄງປະກອບແນວໃດ? ຕອບ: ສະພາແຫ່ງຊາດ ມີໂຄງ ປະກອບ ດັ່ງນີ້: 1. ສະມາຊິກສະພາແຫ່ງຊາດ; 2. ຄະນະປະຈໍາສະພາແຫ່ງຊາດ; 3. ປະທານ, ຮອງປະທານສະພາ ແຫ່ງຊາດ; 4. ກໍາມາທິການສະພາ ແຫ່ງຊາດ; 5. ຫ້ອງວ່າການສະພາ ແຫ່ງຊາດ. ຄໍາຖາມ 4:ໍ ສະມາຊິກສະພາ ແຫ່ງຊາດແມ່ນໃຜ? ມີມາດຕະຖານ ແນວໃດ? ຕອບ: ສະມາຊິກສະພາແຫ່ງ ຊາດ ແມ່ນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ ຊຶ່ງແມ່ນພົນລະເມືອງ ລາວເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍ ໃຕ້ການກວດກາຂອງປະຊາຊົນ ໂດຍຜ່ານແນວລາວສ້າງຊາດ, ສະ ຫະພັນນັກຮົບເກົ່າລາວ, ສະຫະ ພັນກໍາມະບານລາວ, ສະຫະພັນ ແມ່ຍິງລາວ ແລະ ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ. ຜູ້ທີ່ຈະເປັນສະມາຊິກສະພາ ແຫ່ງຊາດ ຕ້ອງມີມາດຕະຖານຄົບ ຖ້ວນດັ່ງນີ້: 1. ເປັນພົນລະເມືອງລາວ ໂດຍ ກໍາເນີດ; 2. ມີນ້ໍາໃຈຮັກຊາດ, ຮັກ ລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ຕັ້ງຕໍ່ບໍລິສຸດຕໍ່ ປະເທດຊາດ, ຖືເອົາຜົນປະໂຫຍດ ຂອງປະຊາຊົນເປັນກົກ, ຮັບໃຊ້ປະ ຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ສັດຊື່, ທ່ຽງທໍາ, ບໍ່ອວດອົ່ງ ທະນົງຕົວ, ບໍ່ສວຍໃຊ້ອໍານາດ, ເດັດ ດ່ຽວຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດ ກົດໝາຍ; 3. ກໍາແໜ້ນ ແລະ ຍຶດ ໝັ້ນແນວທາງປ່ຽນແປງໃໝ່ຮອບ ດ້ານມີ ຫລັກການ, ລັດຖະທໍາມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວ ສູ້ຊົນເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງ ຄົມມີຄວາມສາມັກຄີປອງດອງປະ ຊາທິປະໄຕຍຸຕິທໍາ ແລະ ສີວິໄລ; 4. ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ການເມືອງ, ຄົ້ນຄວ້າ, ມີຄໍາເຫັນຕໍ່ ບັນຫາສໍາຄັນພື້ນຖານຂອງປະເທດ ຊາດ, ຂອງທ້ອງຖິ່ນ ແລະ ສາມາດ ປະຕິບັດໜ້າທີ່ຂອງຕົນໄດ້; 5. ມີ ລະດັບການສຶກສາຈົບຊັ້ນມັດທະຍົມ ຕອນຕົ້ນຂຶ້ນໄປ, ຮູ້ນໍາໃຊ້ໄອທີ ແລະ ມີວິຊາສະເພາະໃດໜຶ່ງ ແລະ 6. ມີ ສຸຂະພາບດີ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==