7205

@ 0j k; c]t gsfdko j 29/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ເລຂາທິການໃຫຍ່ ພົບປະ...ິ່ົ ມອບ-ຮັບໜ້າທີ່....ັ້ີ່ ຍາກກໍຕາມ, ແຕ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ແມ່ນສືບຕໍ່ໄດ້ຮັບການ ເພີ່ມພູນຄູນສ້າງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກ ງານ ເປັນຕົ້ນການພົວພັນທາງດ້ານ ການເມືອງ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ດ້ານເສດຖະ ກິດ ແລະ ການຈັດຕັ້ງປະຕິບັດບັນ ດາໂຄງການຮ່ວມມືຍຸດທະສາດ. ພ້ອມກັນນັ້ນ, ສອງຝ່າຍໄດ້ຕີລາ ຄາສູງຕໍ່ໝາກຜົນການຮ່ວມມື ລະ ຫວ່າງ ສອງສະພາແຫ່ງຊາດ ທີ່ ນັບມື້ນັບເຂົ້າສູ່ລວງເລິກ ເຫັນໄດ້ ຈາກມີການແລກປ່ຽນຄະນະຜູ້ ແທນນໍາກັນຢ່າງເປັນປົກກະຕິ, ຈັດ ກອງປະຊຸມສໍາມະນາແລກປ່ຽນ ບົດຮຽນຮ່ວມກັນໃນຫົວຂໍ້ຕ່າງໆ ທີ່ແທດເໝາະກັບຕົວຈິງ, ມີການສະ ໜັບສະໜູນ ແລະ ປະສານສົມທົບ ກັນຢ່າງດີ ໃນເວທີລັດຖະສະພາ ພາກພື້ນ ແລະ ສາກົນ, ພ້ອມທັງ ໄດ້ຮ່ວມກັນເປີດນໍາໃຊ້ປຶ້ມ “50 ປີ ແຫ່ງການພົວພັນ ລະຫວ່າງ ສະພາ ແຫ່ງຊາດລາວ ແລະ ສະພາແຫ່ງ ຊາດຫວຽດນາມ: ການຮ່ວມມືຮອບ ດ້ານ ແລະ ການພັດທະນາ”. ສອງ ຝ່າຍໄດ້ຢືນຢັນເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ” ໃຫ້ນັບມື້ໄດ້ຮັບການ ຂະຫຍາຍຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍໄດ້ ເຫັນດີຈະສືບຕໍ່ເສີມຂະຫຍາຍສາຍ ພົວພັນຮ່ວມມື ລະຫວ່າງ ສອງ ອົງການນິຕິບັນຍັດ ໃຫ້ມີໝາກຜົນ ຕົວຈິງ ແລະ ກ້າວສູ່ລວງເລິກ ໂດຍ ຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດ ບັນດາບົດບັນທຶກຊ່ວຍຈໍາ ທີ່ສອງ ສະພາແຫ່ງຊາດ ໄດ້ລົງນາມຮ່ວມ ກັນ ໃຫ້ກາຍເປັນຮູບປະທໍາ ແລະ ມີປະສິດທິຜົນສູງ; ສືບຕໍ່ຊຸກຍູ້ລັດ ຖະບານສອງປະເທດ ໃນການຈັດ ຕັ້ງປະຕິບັດບັນດາສັນຍາ, ສົນທິສັນ ຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງ ຝ່າຍໄດ້ລົງນາມຮ່ວມກັນ; ສືບຕໍ່ຊຸກ ຍູ້ການພົວພັນຮ່ວມມືດ້ານເສດຖະ ກິດ, ການຄ້າ ແລະ ການລົງທຶນ ໃຫ້ ມີການຂະຫຍາຍຕົວສູງຂຶ້ນ ໃຫ້ສົມ ຄູ່ກັບການພົວພັນທາງດ້ານການ ເມືອງ ທີ່ຢູ່ໃນລະດັບສູງສຸດ; ສືບຕໍ່ ປະສານສົມທົບ, ແລກປ່ຽນຂໍ້ມູນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ ໃນເວທີລັດຖະສະ ພາພາກພື້ນ ແລະ ສາກົນ ເພື່ອປົກ ປັກຮັກສາຜົນປະໂຫຍດຮ່ວມກັນ ແລະ ຍົກສູງບົດບາດຂອງສອງປະ ເທດ, ພິເສດແມ່ນການແລກປ່ຽນ ບົດຮຽນ ແລະ ປະສົບການຮ່ວມກັນ ໃນການກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຊຸດໃໝ່ ທີ່ຈະມາເຖິງນີ້. ໃນໂອກາດນີ້, ສະຫາຍ ປະທານ ສະພາແຫ່ງຊາດ ເຈີ່ນ ແທັງ ເມີ້ນ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ສະແດງຄວາມຊົມ ເຊີຍຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ ດໍາລົງຕໍາແໜ່ງເປັນເລຂາທິການ ໃຫຍ່ ພັກປະຊາຊົນປະຕິວັດລາວ ຊຸດທີ XII ພ້ອມທັງໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນປະ ເທດທໍາອິດຂອງການເຄື່ອນໄຫວ ວຽກງານການຕ່າງປະເທດຂອງ ສະຫາຍ ທອງລຸນ ສີສຸລິດ ຊຶ່ງເປັນ ຂີດໝາຍທາງປະຫວັດສາດອັນສໍາ ຄັນ ແລະ ຈະປະກອບສ່ວນອັນສໍາ ຄັນເຂົ້າໃນການເສີມຂະຫຍາຍການ ພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ ນັບກ້າວເຂົ້າສູ່ລວງເລິກ. ໃນຂະນະດຽວກັນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນໃນຄັ້ງນີ້ ແລະ ໄດ້ສະແດງ ຄວາມຊົມເຊີຍຕໍ່ ສະຫາຍ ເຈີ່ນ ແທັງ ເມີ້ນ ທີ່ສືບຕໍ່ໄດ້ຮັບການເລືອກ ຕັ້ງເຂົ້າໃນຄະນະບໍລິຫານງານສູນ ກາງພັກກອມມູນິດຫວຽດນາມ ຊຸດ ທີ XIV ເຊັ່ນດຽວກັນ. ພ້ອມກັນ ນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ກໍາ ລັງຂຸ້ນຂ້ຽວກະກຽມຢ່າງຮອບ ດ້ານ ເພື່ອດໍາເນີນການປ່ອນບັດ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ໃນທົ່ວປະເທດ ຊຶ່ງຈະມີຂຶ້ນໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ພາຍຫລັງ ການເລືອກຕັ້ງ ຈະດໍາເນີນກອງປະ ຊຸມຄັ້ງປະຖົມມະລືກຂອງສະພາ ແຫ່ງຊາດ ຊຸດທີ X ໃນລະຫວ່າງ ວັນທີ 23-28 ມີນາ 2026 ເພື່ອ ຮັບຮອງເອົາກົງຈັກການນໍາຂັ້ນສູງ ຂອງລັດ ແລະ ວາງທິດທາງແຜນ ການເຄື່ອນໄຫວ ຂອງອົງການນິຕິ ບັນຍັດ ໃນໄລຍະ 5 ປີຕໍ່ໜ້າ. ໃນຕອນທ້າຍ, ສະຫາຍທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ເປັນຢ່າງສູງ ຕໍ່ສະພາແຫ່ງຊາດ ຫວຽດນາມ ທີ່ໄດ້ໃຫ້ການສະໜັບ ສະໜູນຢ່າງສະເໝີຕົ້ນສະເໝີປາຍ ໃຫ້ແກ່ສະພາແຫ່ງຊາດລາວຊຶ່ງເປັນ ການປະກອບສ່ວນອັນສໍາຄັນເຂົ້າ ໃນການສ້າງຄວາມເຂັ້ມແຂງ ໃຫ້ ແກ່ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ. ເລຂາທິການໃຫຍ່ ສືບຕໍ່...ິ່ືໍ່ ເສຍສະລະເລືອດເນື້ອໃນພາລະກິດ ຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ຄຸນ ງາມຄວາມດີຂອງ ປະທານ ໂຮ່ຈີ່ ມິງ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ. ຫລັງຈາກນັ້ນ,ສະຫາຍທອງລຸນ ສີສຸລິດແລະຄະນະໄດ້ໄປຢ້ຽມຢາມ ພົບປະກັບ ສະຫາຍ ນົງ ດຶກ ແມ້ງ ອະດີດເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກກອມມູ ນິດຫວຽດນາມ ທີ່ຫ້ອງວ່າການ ສູນກາງພັກ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມຊົມ ເຊີຍ ແລະ ປິຕິຍິນດີທີ່ເຫັນວ່າ ສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືຮອບດ້ານ ສືບຕໍ່ໄດ້ຮັບການເສີມ ຂະຫຍາຍນັບມື້ນັບກ້າວເຂົ້າສູ່ລວງ ເລິກ ໂດຍສະເພາະສອງຝ່າຍໄດ້ ເພີ່ມພູນຄູນສ້າງສາຍພົວພັນຂຶ້ນ ເປັນຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ, ພ້ອມທັງຈະສືບຕໍ່ ປະກອບສ່ວນຮັດແໜ້ນການຮ່ວມມື ສອງຝ່າຍ ໃຫ້ນັບມື້ນັບຂະຫຍາຍ ຕົວຍິ່ງໆຂຶ້ນ. ການທີ່ສອງຝ່າຍໄດ້ ຍົກລະດັບການພົວພັນຮ່ວມມືຂຶ້ນ ເປັນຫຸ້ນສ່ວນຍຸດທະສາດນັ້ນ ແມ່ນ ມີຄວາມໝາຍສໍາຄັນຫລາຍ ແລະ ແທດເໝາະກັບຍຸດທະສາດຂອງ ການພັດທະນາຂອງສອງປະເທດ ໃນປັດຈຸບັນ. ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ ບຸນຄຸນເປັນຢ່າງສູງຕໍ່ ສະຫາຍ ນົງ ດຶກ ແມ້ງ ກໍຄື ບັນດາການນໍາຮຸ່ນອາ ວຸໂສຂອງຫວຽດນາມ ທີ່ໄດ້ປະກອບ ສ່ວນເຫື່ອແຮງແລະສະຕິປັນຍາຂອງ ຕົນເຂົ້າໃນການຖະໜຸຖະໜອມແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະ ພາບແບບພິເສດ ລາວ-ຫວຽດນາມ ຕະຫລອດໄລຍະຜ່ານມາ. ໂອກາດດຽວກັນນີ້, ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ແລະ ຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງຄະນະພັກ, ອົງ ການປົກຄອງນະຄອນຫລວງຮ່າ ໂນ້ຍ ຢູ່ຫ້ອງວ່າການປົກຄອງນະ ຄອນຫລວງຮ່າໂນ້ຍ ຊຶ່ງຖືກຕ້ອນ ຮັບໂດຍ ສະຫາຍ ຫງວຽນ ຢຸ່ຍ ງ໋ອກ ກໍາມະການກົມການເມືອງ ສູນກາງພັກ, ເລຂາຄະນະພັກນະ ຄອນຫລວງຮ່າໂນ້ຍ. ໃນການພົບ ປະຄັ້ງນີ້, ຄະນະຜູ້ແທນຂັ້ນສູງຂອງ ລາວ ໄດ້ຮັບການລາຍງານຫຍໍ້ ກ່ຽວກັບແຜນການພັດທະນາເສດ ຖະກິດ-ສັງຄົມ ກໍຄື ບັນດາຜົນສໍາ ເລັດທີ່ຄະນະພັກ-ຄະນະນໍາ ແລະ ປະຊາຊົນນະຄອນຫລວງຮ່າໂນ້ຍ ຍາດມາໄດ້ໃນຕະຫລອດໄລຍະ ຜ່ານມາ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນ ຕົວຈິງທີ່ນະຄອນຫລວງຮ່າໂນ້ຍ ຍາດມາໄດ້ ແລະ ເຫັນເຖິງການພັດ ທະນາແບບກ້າວກະໂດດ ໃນໄລຍະ ຊຸມປີຜ່ານມາ, ພ້ອມທັງໄດ້ມີຄໍາ ເຫັນຊີ້ນໍາໃຫ້ນະຄອນຫລວງວຽງ ຈັນ ແລະ ຮ່າໂນ້ຍ ສືບຕໍ່ແລກປ່ຽນ ບົດຮຽນ ແລະ ເຮັດວຽກຮ່ວມກັນ ຢ່າງໃກ້ຊິດ ເພື່ອພ້ອມກັນພັດທະນາ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ ໃຫ້ ສົມກັບການເປັນຫຸ້ນສ່ວນຍຸດທະ ສາດຂອງສອງປະເທດ. ພ້ອມນີ້, ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ຍັງໄດ້ໄປຢ້ຽມ ຢາມກຸ່ມລັດວິສາຫະກິດໄຟຟ້າ ຫວຽດນາມ (EVN) ແລະ ໄດ້ຮັບ ຟັງການລາຍງານໂດຍຫຍໍ້ກ່ຽວກັບ ການເຄື່ອນໄຫວບໍລິສັດ, ບາງບົດ ຮຽນໃນການປະຕິຮູບລັດວິສາຫະ ກິດ ກໍຄື ການພົວພັນຮ່ວມມືລະ ຫວ່າງ ກຸ່ມລັດວິສາຫະກິດ EVN ແລະ ລັດວິສາຫະກິດໄຟຟ້າລາວ (EDL) ຊຶ່ງ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ ກຸ່ມລັດວິສາ ຫະກິດ EVN ຍາດມາໄດ້, ພ້ອມ ທັງໄດ້ເນັ້ນໃຫ້ສືບຕໍ່ເພີ່ມການພົວ ພັນຮ່ວມມືກັບຂະແໜງການໄຟຟ້າ ຂອງ ສປປ ລາວ ໂດຍສະເພາະ ລັດ ວິສາຫະກິດໄຟຟ້າລາວ (EDL). ໃນຕອນບ່າຍວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ບຸຍ ຖິ ມິງ ຮວ່າຍ ກໍາມະການກົມການເມືອງສູນກາງ ພັກ, ປະທານຄະນະກໍາມະການສູນ ກາງແນວໂຮມປະເທດຊາດຫວຽດ ນາມ ແລະ ສະຫາຍ ຫງວຽນ ດັກ ວິງ ກໍາມະການສູນກາງພັກ, ປະ ທານສະມາຄົມມິດຕະພາບ ຫວຽດ ນາມ-ລາວ ພ້ອມດ້ວຍຄະນະ ທີ່ ໂຮງແຮມເມເລຍ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ ແຈ້ງໃຫ້ຊາບເຖິງຈຸດປະສົງ ແລະ ໝາກຜົນຂອງການຢ້ຽມຢາມລັດ ຖະກິດ ຢູ່ ສສ ຫວຽດນາມ ໃນ ຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ການ ປະກອບສ່ວນອັນຕັ້ງໜ້າຂອງອົງ ການແນວໂຮມປະເທດຊາດຫວຽດ ນາມແລະບັນດາອົງການຈັດຕັ້ງມະ ຫາຊົນ, ສະມາຄົມມິດຕະພາບ ແລະ ອົງການຈັດຕັ້ງທາງການເມືອງສັງຄົມ ທີ່ໄດ້ປະສານສົມທົບກັນ ຢ່າງສະໜິດແໜ້ນ ໃນການຈັດຕັ້ງ ຜັນຂະຫຍາຍບັນດາແຜນການ ຮ່ວມມື, ຈັດກິດຈະກໍາການເຄື່ອນ ໄຫວຕ່າງໆ ໃນໂອກາດວັນສໍາຄັນ ຕ່າງໆຂອງສອງຊາດ ລາວ-ຫວຽດ ນາມ, ພ້ອມທັງໄດ້ມີທິດຊີ້ນໍາໃຫ້ ສອງຝ່າຍສືບຕໍ່ກົນໄກປະສານ ງານ, ແລກປ່ຽນສະພາບການ ແລະ ຂໍ້ມູນຂ່າວສານ, ຊຸກຍູ້ການໄປມາ ຫາສູ່ກັນ, ສ້າງກິດຈະກໍາຮ່ວມກັນ ຂອງປະຊາຊົນສອງປະເທດ ໂດຍ ສະເພາະແມ່ນປະຊາຊົນທີ່ຢູ່ລຽບ ຕາມຊາຍແດນ, ສືບຕໍ່ເພີ່ມທະວີປຸກ ລະດົມຊຸກຍູ້, ສຶກສາອົບຮົມ ແລະ ປູກຈິດສໍານຶກໃນທົ່ວສັງຄົມ ໃນ ການປົກປັກຮັກສາ ແລະ ເສີມຂະ ຫຍາຍສາຍພົວພັນອັນດີງາມທີ່ມີ ໜຶ່ງດຽວໃນໂລກນີ້ ໃຫ້ນັບມື້ແຕກ ດອກອອກຜົນຍິ່ງໆຂຶ້ນ ແລະ ຍືນຍົງ ຢູ່ຄູ່ພາລະກິດການປະຕິວັດຂອງ ສອງຊາດ ລາວ-ຫວຽດນາມ ຕະ ຫລອດໄປ. ນອກຈາກນັ້ນ, ສະຫາຍ ເລຂາ ທິການໃຫຍ່ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ຍັງໄດ້ເຂົ້າຮ່ວມງານລ້ຽງນໍ້າຊາ ທີ່ໂຮງແຮມເມເລຍ ຊຶ່ງຈັດໂດຍ ສະຫາຍ ເຈິ່ນ ເກີ່ມຕູ໋ກໍາມະການກົມ ການເມືອງສູນກາງພັກ, ຜູ້ປະຈໍາ ການຄະນະເລຂາທິການສູນກາງ ພັກກອມມູນິດຫວຽດນາມ ຕື່ມອີກ. ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ບຸນຈັນ ສີວົງພັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບການນຳພາ-ຊີ້ນຳວຽກ ງານຮອບດ້ານຕະຫລອດໄລຍະ ຜ່ານມາ ເຫັນວ່າ ທົ່ວແຂວງສືບຕໍ່ ມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ; ໃນ 5 ປີຜ່ານມາ ເສດຖະ ກິດຂະຫຍາຍຕົວ ສະເລ່ຍ 5,2% ຕໍ່ປີ, ການຈັດເກັບງົບປະມານ ບ້ວງ ທ້ອງຖິ່ນປະຕິບັດໄດ້ເກີນແຜນ 4 ປີຊ້ອນ; ການລົງທຶນພາຍໃນແຂວງ ມີບັນຍາກາດ ແລະ ເປັນຂະບວນ ການດີ, ຊີວິດການເປັນຢູ່ຂອງປະ ຊາຊົນບັນດາເຜົ່າ ໄດ້ຮັບການປັບ ປຸງປົວແປງດີຂຶ້ນເລື້ອຍໆ, ອັນພົ້ນ ເດັ່ນ ແມ່ນການເປັນເຈົ້າພາບຈັດ ງານກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ໄດ້ຮັບຜົນສຳ ເລັດຢ່າງຈົບງາມ. ໃນໂອກາດດຽວກັນ, ສະຫາຍ ນາງ ວິໄລ ພິລາວົງ ຮອງຫົວໜ້າ ກົມຄຸ້ມຄອງພະນັກງານ, ຄະນະ ຈັດຕັ້ງສູນກາງພັກ ໄດ້ຜ່ານບັນດາ ນິຕິກຳ ຂອງກົມການເມືອງສູນ ກາງພັກ, ໃນນັ້ນຍົກຍ້າຍ ສະຫາຍ ບຸນຈັນ ສີວົງພັນ ກຳມະການສູນ ກາງພັກ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງ ວ່າການສູນກາງພັກ ແລະ ແຕ່ງຕັ້ງ ສະຫາຍ ພູວົງ ອຸ່ນຄຳແສນ ກຳ ມະການສູນກາງພັກ ເປັນເລຂາຄະ ນະບໍລິຫານງານພັກແຂວງຊຽງ ຂວາງ. ຫລັງຈາກນັ້ນກໍໄດ້ມີພິທີ ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະ ຫວ່າງ ເລຂາຄະນະບໍລິຫານງານ ພັກແຂວງຊຽງຂວາງ ຜູ້ເກົ່າ ແລະ ຜູ້ໃໝ່. ໃນພິທີ, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນງານ ທີ່ທົ່ວອົງຄະນະ ພັກແຂວງຊຽງຂວາງ ສາມາດປະ ຕິບັດໄດ້ໃນໄລຍະຜ່ານມາ, ພ້ອມ ທັງມີຄໍາເຫັນເນັ້ນໜັກຕື່ມບາງ ດ້ານເປັນຕົ້ນ ໃຫ້ບັນດາສະຫາຍ ການນຳທຸກຂັ້ນຂອງແຂວງ ເປັນ ເອກະພາບ ຕໍ່ກັບການສັບປ່ຽນພະ ນັກງານການນຳຂັ້ນສູງ ໂດຍນຳພາ ແນວຄິດ ຂອງພະນັກງານ-ສະມາ ຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ໃຫ້ຮັບຮູ້ແລະ ເຂົ້າໃຈ ຢ່າງຖືກຕ້ອງ ແລະ ທົ່ວເຖິງ; ສືບຕໍ່ ປົກປັກຮັກສາຄວາມສາມັກຄີພາຍ ໃນພັກ ໃຫ້ມີຄວາມໜັກແໜ້ນ ແລະ ເປັນເອກະພາບສູງ ເພື່ອສືບຕໍ່ເປັນ ຫລັກແຫລ່ງ, ເປັນຄັນທຸງ ແລະ ເປັນ ແກນນຳໃນການເຕົ້າໂຮມຄວາມ ສາມັກຄີ ໃນຖັນແຖວພະນັກງານສະມາຊິກພັກ ແລະ ປະຊາຊົນບັນ ດາເຜົ່າ; ເອົາໃຈໃສ່ປະຕິບັດຫລັກ ການນຳພາຂອງພັກຢ່າງເຂັ້ມ ງວດ, ມີລະບອບປະຊຸມປຶກສາຫາລື ພາຍໃນຄະນະປະຈຳພັກແຂວງ ກໍ່ຄື ຄະນະນຳທຸກຂັ້ນ ເພື່ອສືບຕໍ່ນຳພາ ປະຊາຊົນບັນດາເຜົ່າ ພ້ອມກັນພັດ ທະນາແຂວງຊຽງຂວາງວິລະຊົນ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ ຢຸດຢັ້ງ; ເອົາໃຈໃສ່ວຽກງານສຶກສາ ອົບຮົມການເມືອງ-ແນວຄິດ ຂອງ ພະນັກງານ-ສະມາຊິກພັກ ແລະ ປະ ຊາຊົນບັນດາເຜົ່າ ໃຫ້ມີທັດສະນະ ການເມືອງໜັກແໜ້ນ, ມີຄວາມສາ ມັກຄີເປັນປຶກແຜ່ນແໜ້ນໜາ; ເອົາ ໃຈໃສ່ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໂດຍເລັ່ງໃສ່ປະຕິບັດ 5 ຍຸດທະສາດ, 4 ບຸກທະລຸ ແລະ 3 ມາດຕະການເລັ່ງດ່ວນ; ສືບຕໍ່ ເອົາໃຈໃສ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ພາຍໃນ ແຂວງ ໃຫ້ມີຄວາມສະຫງົບປອດ ໄພ ໃຫ້ສົມກັບເປັນດິນແດນແຫ່ງ ວິລະຊົນ ເພື່ອເປັນພື້ນຖານເອື້ອ ອຳນວຍໃຫ້ແກ່ການສ້າງສາພັດທະ ນາແຂວງ ແລະ ການທຳມາຫາກິນ ຂອງປະຊາຊົນ ບັນດາເຜົ່າ; ສືບຕໍ່ ຍູ້ແຮງການພັດທະນາເສດຖະກິດສັງຄົມຂອງແຂວງ ໃຫ້ແຂງແຮງ ກວ່າເກົ່າ ໂດຍຍົກສູງຄວາມຮັບ ຜິດຊອບ, ເປັນຫລັກແຫລ່ງ, ເປັນ ຄັນທຸງເຕົ້າໂຮມຄວາມສາມັກຄີ ເປັນເອກະພາຍພາຍໃນ ເພື່ອເຮັດ ສຳເລັດໜ້າທີ່ ແລະ ນຳພາແຂວງ ກ້າວຂຶ້ນຢ່າງໜັກແໜ້ນ ຕາມທິດທີ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກວາງອອກ ໄດ້ ຮັບຜົນສຳເລັດຢ່າງຈົບງາມ. ຂ່າວ-ພາບ: ກົມປະຊາສໍພັນ ຫສນຍ ການ ໄດ້ແບ່ງອອກເປັນ 3 ໜ່ວຍ ງານຄື: ໜ່ວຍງານໂຄສະນາ, ໜ່ວຍ ງານປຸກລະດົມຂະບວນການ ແລະ ກອງເລຂາປະສານງານ. ໃນນັ້ນ, ໜ່ວຍງານໂຄສະນາມີສິດ ແລະ ໜ້າ ທີ່ ປະສານສົມທົບກັບອະນຸກຳມະ ການຕ່າງໆ ເພື່ອນຳເອົາເນື້ອໃນເອ ກະສານຕ່າງໆ ອອກໂຄສະນາເຜີຍ ແຜ່ ຄື: ໂຄສະນາອອກຂ່າວກ່ຽວກັບ ການເຄື່ອນໄຫວ, ການປະຊຸມຂອງ ຄະນະກຳມະການເລືອກຕັັ້ງລະດັບ ຊາດ ແລະ ລະດັບທ້ອງຖິ່ນ; ໂຄສະ ນາເນື້ອໃນສໍາລັບຂອງການເລືອກ ຕັ້ງ ໂດຍສຸມໃສ່ໂຄສະນາປິ່ນອ້ອມ ເອກະສານສຳຄັນ ເປັນຕົ້ນ ມະຕິກົມ ການເມືອງສູນກາງພັກ ວ່າດ້ວຍ ເພີ່ມທະວີການນຳພາ-ຊີ້ນຳ ຂອງ ຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ Vລົງວັນທີ12ກັນຍາ2025. ໂຄສະນາຜ່ານ 3 ເອກະສານສໍາຄັນ ຄື: ເອກະສານຖາມ-ຕອບກ່ຽວກັບ ເສີມຂະຫຍາຍສິດເປັນເຈົ້າຂອງ ປະຊາຊົນລາວບັນດາເຜົ່າ ຕໍ່ກັບ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດຊຸດທີ X ແລະ ສະພາປະ ຊາຊົນຂັ້ນແຂວງຊຸດທີ V; ຖາມຕອບກ່ຽວກັບສະພາແຫ່ງຊາດແລະ ສະພາປະຊາຊົນຂັ້ນແຂວງກ່ຽວກັບ ການເລືອກຕັ້ງ; ຖາມ-ຕອບກ່ຽວ ກັບການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ; ໂຄສະນາເຜີຍແຜ່ລັດຖະ ດໍາລັດຂອງປະທານປະເທດ ວ່າ ດ້ວຍການປະກາດຈໍານວນ ແລະ ລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ໂຄສະນາ ແລະ ແນະນໍາ ຜູ້ສະໝັກຮັບເລືອກຕັ້ງສະພາແຫ່ງ ຊາດຊຸດທີ X ແລະ ສະພາປະຊາຊົນ ຂັ້ນແຂວງຊຸດທີ V ໃນແຕ່ລະເຂດ ເລືອກຕັ້ງ; ອອກຂ່າວເປັນພິເສດໃນ ວັນເລືອກຕັ້ງ, ອອກຂ່າວກ່ຽວກັບ ຄໍາຂວັນ ທີ່ໃຊ້ໃນວຽກງານເລືອກ ຕັ້ງ, ໂຄສະນາອອກຂ່າວກ່ຽວກັບ ການປ່ອນບັດເລືອກຕັ້ງ ແລະ ການ ນັບຄະແນນການເລືອກຕັ້ງ; ນໍາເອົາ ບັນຊີລາຍຊື່ຜູ້ໄດ້ຮັບການເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຊຸດ ທີ X ແລະ ສະພາປະຊາຊົນຂັ້ນ ແຂວງຊຸດທີ V ອອກຂ່າວຕໍ່ສື່ມວນ ຊົນ ພາຍຫລັງຄະນະກຳມະການ ເລືອກຕັ້ງລະດັບຊາດ ປະກາດຜົນ ການເລືອກຕັ້ງຢ່າງເປັນທາງການ; ໂຄສະນາອອກຂ່າວກ່ຽວກັບການ ກະກຽມ ແລະ ການດໍາເນີນກອງປະ ຊຸມຄັ້ງປະຖົມມະລືກ ຂອງສະພາ ແຫ່ງຊາດ ຊຸດທີ X ແລະ ສະພາປະ ຊາຊົນຂັ້ນແຂວງຊຸດທີ V. ຂຶ້ນແຜນ ງົບປະມານຮັບໃຊ້ວຽກງານໂຄສະ ນາ, ສະຫລຸບການເຄື່ອນໄຫວວຽກ ງານໂຄສະນາ ເພື່ອລາຍງານຫົວ ໜ້າໜ່ວຍງານໂຄສະນາຮັບຊາບ. ທ່ານ ຄໍາພັນ ເຜີຍຍະວົງ ຍັງ ໃຫ້ຮູ້ອີກວ່າ: ໄລຍະນີ້ແມ່ນສຸມໃສ່ ໂຄສະນາປາກເປົ່າ, ຝຶກອົບຮົມໃຫ້ ເປົ້າໝາຍເລືອກຕັ້ງ, ໂຄສະນາຜ່ານ ສື່ນັບທັງສື່ສິ່ງພິມແລະສື່ອອນລາຍ; ປຸກລະດົມຂະບວນການເລືອກຕັ້ງ ຕິດພັນກັບຂະບວນການຮັກຊາດ ພັດທະນາ. ປັດຈຸບັນ, ໄດ້ເຜີຍແຜ່ມະ ຕິກົມການເມືອງກ່ຽວກັບການ ເລືອກຕັ້ງ; ລົງຂ່າວກ່ຽວກັບຄວາມ ໝາຍ ແລະ ຄວາມສຳຄັນຂອງການ ການໂຄສະນາ... ເລືອກຕັ້ງລົງໜັງສືພິມປະເທດ ລາວ, ໜັງສືພິມປະຊາຊົນ, ວິທະຍຸ ກະຈ່າຍສຽງແຫ່ງຊາດລາວ, ໂທ ລະພາບແຫ່ງຊາດລາວ ໃນບັນດາ ເນື້ອໃນສຳຄັນປິ່ນອ້ອມການເລືອກ ຕັ້ງນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ. ຂ່າວ: ສົມຫວັງ; ພາບ: ແສງຈັນ

RkJQdWJsaXNoZXIy MTc3MTYxMQ==