7204

@ 0j k; c]t gsfdko j 28/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ສອງປະທານປະເທດ... ສານສະແດງ... ຂອງການເຄື່ອນໄຫວວຽກງານ ການຕ່າງປະເທດຂອງ ສະຫາຍ ທອງລຸນ ສີສຸລິດ ແລະ ເປັນເຫດ ການທາງດ້ານການເມືອງ ທີ່ມີ ຄວາມໝາຍສໍາຄັນທາງປະຫວັດ ສາດ, ຊຶ່ງປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍການ ພົວພັນຮ່ວມມືສອງຝ່າຍ ໃຫ້ເຂົ້າສູ່ ລວງເລິກ. ພ້ອມກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ຊາບ ໂດຍຫຍໍ້ກ່ຽວກັບສະພາບການພາຍ ໃນ ຂອງ ສປປ ລາວ ກໍຄື ຜົນສໍາ ເລັດຂອງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ທີ່ໄດ້ອັດລົງ ຢ່າງຈົບງາມ ໃນຕົ້ນເດືອນມັງກອນ 2026 ຜ່ານມາ, ພ້ອມທັງໄດ້ຖືໂອ ກາດນີ້ສະແດງຄວາມຂອບໃຈແລະ ຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ພັກ, ລັດແລະປະຊາຊົນຫວຽດນາມອ້າຍ ນ້ອງທີ່ຍາມໃດກໍໃຫ້ການສະໜັບ ສະໜູນແລະຊ່ວຍເຫລືອສປປລາວ ຢ່າງສະເໝີຕົ້ນສະເໝີປາຍ, ແຕ່ ໄລຍະແຫ່ງການຕໍ່ສູ້ກູ້ຊາດ ໃນເມື່ອ ກ່ອນ ກໍຄື ໃນພາລະກິດແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃນປັດຈຸບັນ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງທີ່ເຫັນວ່າເຖິງສະ ພາບການພາກພື້ນ ແລະ ສາກົນ ຈະສືບຕໍ່ຜັນແປໄປຢ່າງສະຫລັບ ສັບຊ້ອນ ແລະ ຄາດຄະເນໄດ້ຍາກ ກໍຕາມ, ແຕ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງປະເທດ ລາວ-ຫວຽດ ນາມ ແມ່ນສືບຕໍ່ໄດ້ຮັບການເພີ່ມພູນ ຄູນສ້າງ ແລະ ພັດທະນາເຂົ້າສູ່ລວງ ເລິກຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດ ວຽກງານອັນພົ້ນເດັ່ນແມ່ນການ ພົວພັນຮ່ວມມືທາງດ້ານການເມືອງ ທີ່ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈກັນ ໃນລະດັບສູງສຸດ; ວຽກງານການ ຕ່າງປະເທດ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສືບຕໍ່ເປັນ ເສົາຫລັກທີ່ໝັ້ນຄົງໃນການພົວພັນ ສອງຝ່າຍ; ມູນຄ່າການຄ້າສອງປະ ເທດ ມີການເຕີບໂຕໃນຕົວເລກທີ່ ໜ້າເພິ່ງພໍໃຈ ແລະ ບັນດາໂຄງການ ຮ່ວມມືຍຸດທະສາດ ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງມີປະສິດທິຜົນ. ພິເສດ, ສອງຝ່າຍໄດ້ຢືນຢັນເພີ່ມພູນ ຄູນສ້າງ “ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບ ການຂະຫຍາຍຍິ່ງໆຂຶ້ນ. ພ້ອມກັນນັ້ນ, ສອງຝ່າຍໄດ້ ເຫັນດີຈະສືບຕໍ່ຮັກສາມູນເຊື້ອການ ແລກປ່ຽນຢ້ຽມຢາມ ແລະ ການ ພົບປະເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ, ສອງ ລັດ ກໍຄື ບັນດາກະຊວງ-ຂະແໜງ ການ ນັບແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ; ສືບຕໍ່ຮັດແໜ້ນ ແລະ ປະສານສົມທົບກັນຢ່າງໃກ້ ຊິດ ໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ; ສືບຕໍ່ ເສີມຂະຫຍາຍການຮ່ວມມືດ້ານ ການຄ້າ, ການລົງທຶນ, ການເຊື່ອມ ໂຍງເສດຖະກິດ, ດ້ານວັດທະນະ ທໍາ-ສັງຄົມ ແລະ ການສຶກສາ ໃຫ້ ມີບາດກ້າວໃໝ່ ແລະ ມີຄຸນນະພາບ ກວ່າເກົ່າ. ຂປລ. ເມື່ອບໍ່ດົນມານີ້, ກະຊວງ ສຶກສາທິການ ແລະ ກິລາ (ສສກ) ສຳເລັດການຖ່າຍຮູບປະກອບຊຸດ ອຸປະກອນຊ່ວຍເຫລືອຄູ ຫົວຂໍ້ໃໝ່ ຍົກໃຫ້ເຫັນເຖິງຄວາມໝາຍຄວາມ ສໍາຄັນຂອງກອງປະຊຸມໃຫຍ່ຄັ້ງນີ້ ຊຶ່ງດໍາເນີນພາຍໃຕ້ຄໍາຂວັນ “ຍົກ ສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ ບູລະນະລະບອບປະຊາທິປະໄຕປະ ຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງ ຄົມນິຍົມ”, ກອງປະຊຸມໄດ້ທົບທວນ ຄືນຜົນຂອງການຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກໍານົດແນວທາງ, ນະໂຍບາຍ, ແຜນປະຕິບັດງານ ຂອງພັກ ແລະ ຂອງປະເທດ ໃນ 5 ປີຕໍ່ໜ້າ, ຍຸດທະສາດພັດທະນາ 10 ປີ, ກໍານົດວິໄສທັດຮອດປີ 2055 ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງການປ່ຽນແປງໃໝ່ຂອງ ພັກ ສູ່ລວງເລິກຕໍ່ໆໄປ, ສ້າງ ແລະ ຍົກລະດັບບັນດາປັດໄຈການບູລະ ນະລະບອບປະຊາທິປະໄຕປະຊາ ຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ໃນໄລ ຍະ 5 ປີຜ່ານມາ, ເຖິງວ່າສະພາບ ແວດລ້ອມຂອງໂລກ ໄດ້ມີການຜັນ ແປໄປຢ່າງໄວວາ, ສັບສົນ ແລະ ເຕັມໄປດ້ວຍຄວາມສະຫລັບສັບ ຊ້ອນບວກກັບການຜະເຊີນໜ້າ ກັບສະພາບຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ລວມທັງ ການກະທົບຢ່າງແຮງຈາກການ ແຜ່ລະບາດຂອງພະຍາດໂຄວິດ19, ແຕ່ພັກປະຊາຊົນປະຕິວັດ ລາວ ກໍໄດ້ເດັດດ່ຽວແກ້ໄຂທຸກໆ ຄວາມທ້າທາຍ ສາມາດເຮັດໃຫ້ທິດ ທາງ, ຄາດໝາຍສູ້ຊົນທີ່ວາງອອກ ໄດ້ຮັບການຈັດຕັ້ງປະຕິບັດທີ່ເປັນ ພື້ນຖານ. ພ້ອມກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນເຖິງຜົນສໍາ ເລັດທີ່ພົ້ນເດັ່ນຂອງກອງປະຊຸມ ໃຫຍ່ ຄັ້ງທີ XII ຊຶ່ງໄດ້ມີການຮັບ ຮອງເອົາເອກະສານສໍາຄັນຂອງ ພັກ, ຂອງຊາດ ແລະ ເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ດັ່ງນີ້: ກອງປະຊຸມໄດ້ ຮັບຮອງເອົາໂຄງການການເມືອງ ຂອງພັກ ສະບັບທີ 3 ຊຶ່ງເປັນເອ ກະສານສໍາຄັນທີ່ຊີ້ທາງເດີນໃຫ້ພັກ ແລະ ປວງຊົນລາວບັນດາເຜົ່າສືບ ຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຊຶ່ງເປັນລະບອບການ ເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍ ປະຊາຊົນ ເພື່ອປະຊາຊົນນັ້ນ ໃຫ້ ໜັກແໜ້ນ ເຂັ້ມແຂງຍິ່ງໆຂຶ້ນ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງ ໃໝ່ ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປະ ນິກຕົ້ນຕໍ ທີ່ປະໄວ້ໃຫ້ພວກເຮົາສືບ ທອດຕໍ່ໄປຢ່າງບໍລິສຸດ ແລະ ຈົງຮັກ ພັກດີ. ຕະຫລອດໄລຍະ 70 ປີ ແຫ່ງ ການນໍາພາຂອງພັກ ໃນພາລະກິດ ຕໍ່ສູ້ກູ້ຊາດ ກໍຄື ພາລະກິດແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ. ນອກນັ້ນ, ໂຄງ ການການເມືອງສະບັບທີ3 ໄດ້ວາງ 11 ແຜນນະໂຍບາຍໃຫຍ່ຂອງການ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ; ຮັບຮອງເອົາ 10 ທິດທາງວຽກ ງານຈຸດສຸມແຕ່ລະຂົງເຂດ; ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X (20262030); ກົດລະບຽບຂອງພັກ ສະ ບັບປັບປຸງ; ໄດ້ເລືອກຕັ້ງເອົາຄະນະ ບໍລິຫານງານສູນກາງພັກ ຊຸດໃໝ່ (ສະໄໝທີ XII) ຊຶ່ງປະກອບມີ ກໍາ ມະການສົມບູນສູນກາງພັກ ຈໍາ ນວນ 73 ສະຫາຍ, ຍິງ 12 ສະຫາຍ ແລະ ກໍາມະການສໍາຮອງສູນກາງ ພັກ ຈໍານວນ 15 ສະຫາຍ ຍິງ 1 ສະຫາຍ; ໄດ້ເລືອກຕັ້ງເອົາກໍາມະ ການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ ແລະ ຄະນະ ເລຂາທິການສູນກາງພັກ ຈໍານວນ 11 ສະຫາຍ. ສະຫາຍ ໂຕ ເລິມ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ໄດ້ຕາງ ໜ້າໃຫ້ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ປະກອບ ຄໍາເຫັນຕໍ່ຜົນສໍາເລັດຂອງກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ ໂດຍໄດ້ສະແດງຄວາມຊົມ ເຊີຍຕໍ່ບັນດາຜົນສໍາເລັດທີ່ພັກປະ ຊາຊົນປະຕິວັດລາວ ຍາດມາໄດ້ ໃນຕະຫລອດໄລຍະ 5 ປີ ຜ່ານມາ ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ພ້ອມທັງໄດ້ຕີລາຄາ ສູງຕໍ່ຜົນສໍາເລັດຂອງກອງປະຊຸມ ຢ່າງໃກ້ຊິດກັບທ່ານ ເພື່ອສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືທີ່ໃກ້ຊິດດັ່ງກ່າວນັ້ນ ໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ທ່ານ ຈົ່ງມີພະ ລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນມີກຽດສູງ ສົ່ງຂອງທ່ານ ແລະ ປະຊາຊົນອົດສະຕຣາລີ ເພື່ອນມິດຈົ່ງສືບຕໍ່ມີຄວາມ ກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ຕີລາຄາສູງຕໍ່ການເດີນທາງ ຢ້ຽມຢາມລັດຖະກິດ ສສ ຫວຽດ ນາມ ເປັນຄັ້ງທໍາອິດ ພາຍຫລັງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສໍາເລັດ ພ້ອມທັງໄດ້ສະແດງຄວາມ ຂອບໃຈຕໍ່ການແຈ້ງຜົນສໍາເລັດ ຂອງກອງປະຊຸມ ໃນຄັ້ງນີ້. ໜອງສິ່ງອຳນວຍຄວາມສະດວກ ທີ່ຈຳເປັນ ໃຫ້ແກ່ໂຮງຮຽນປະຖົມ ບ້ານປາງທອງເມືອງຜາອຸດົມແຂວງ ບໍ່ແກ້ວ ເພື່ອຍົກລະດັບໂອກາດໃນ ການເຂົ້າເຖິງການສຶກສາຊັ້ນປະ ຖົມ ຂອງເດັກນ້ອຍໃນທ້ອງຖິ່ນ ຊຶ່ງ ຕາງໜ້າລົງນາມໂດຍທ່ານ ໂຄອິຊຶ ມິ ຊຶໂຕະມຸ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງ ການທີ່ກ່ຽວຂ້ອງຈາກທ້ອງຖິ່ນ. ທ່ານ ໂຄອິຊຶມິ ຊຶໂຕະມຸ ໄດ້ ກ່າວວ່າ: ລັດຖະບານຍີ່ປຸ່ນ ໄດ້ໃຫ້ ການສະໜັບສະໜູນວຽກງານການ ສຶກສາ ຊຶ່ງເປັນໜຶ່ງໃນຂົງເຂດທີ່ ພວກເຮົາໄດ້ໃຫ້ຄວາມສຳຄັນຫລາຍ ທີ່ສຸດ ເນື່ອງຈາກການສຶກສາເປັນ ກຸນແຈສຳຄັນ ໃນການພັດທະນາ ຊັບພະຍາກອນມະນຸດ ທີ່ຈະກາຍ ເປັນອະນາຄົດຂອງຊາດ ແລະ ຫວັງ ວ່າ ຄວາມສຳເລັດຂອງໂຄງການນີ້ ຈະນຳໄປສູ່ການປັບປຸງສະພາບ ແວດລ້ອມ ການສຶກສາຮ່ຳຮຽນ ຂອງຜູ້ທີ່ຈະເປັນຜູ້ສ້າງອະນາຄົດ ໃຫ້ແກ່ແຂວງບໍ່ແກ້ວ ແລະ ປະເທດ ລາວ ກໍຄືເດັກນ້ອຍໃນບ້ານປາງ ທອງ ແລະ ໝູ່ບ້ານອ້ອມຂ້າງໃຫ້ດີ ຂຶ້ນຢ່າງກ້າວກະໂດດ. ໂຄງການ ເສີມສ້າງຄວາມໝັ້ນຄົງຂອງມະນຸດ ຂັ້ນຮາກຖານ (GGP) ແມ່ນການ ສະໜອງທຶນທີ່ຈຳເປັນ ໃຫ້ແກ່ ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນ ປະໂຫຍດໂດຍກົງແກ່ປະຊາຊົນຜູ້ ອາໄສ ແລະ ມີຈຸດປະສົງເພື່ອການ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດລາວ ໂດຍອີງຕາມຄວາມ ຕ້ອງການພື້ນຖານຂອງມະນຸດ ເປັນຫລັກ. ໃນໄລຍະຜ່ານມາ ລັດຖະບານ ຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ແກ່ແຂວງບໍ່ແກ້ວ ລວມເປັນມູນຄ່າ ຫລາຍກວ່າ 1.140.000 ໂດລາ ສະຫະລັດ ເປັນຕົ້ນ ດ້ານການສຶກ ສາແລະພື້ນຖານໂຄງລ່າງ. ປະເທດ ຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ປະເທດລາວ ໃນການປັບປຸງພື້ນ ຖານຊີວິດການເປັນຢູ່ຂັ້ນຮາກຖານ ຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກ ຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂ ຄວາມແຕກໂຕນດ້ານການພັດທະ ນາເສດຖະກິດ-ສັງຄົມ ໃນພາກພື້ນ. ຂໍ້ມູນ: ສະຖານທູດຍີ່ປຸ່ນ ປະຈຳລາວ ຫລັກການສະເໝີພາບ ມີຄວາມ ໝາຍວ່າ: ພົນລະເມືອງລາວຜູ້ມີສິດ ເລືອກຕັ້ງ ມີສິດເທົ່າທຽມກັນ ໃນ ການເລືອກຕັ້ງ ແລະ ສະໝັກຮັບ ເລືອກຕັ້ງ ໂດຍບໍ່ຈໍາແນກເພດ, ເຜົ່າ, ຖານະທາງດ້ານສັງຄົມ, ລະດັບ ການສຶກສາ ແລະ ຄວາມເຊື່ອຖື; ຫລັກການໂດຍກົງ ມີຄວາມໝາຍ ວ່າ: ພົນລະເມືອງລາວຜູ້ມີສິດເລືອກ ຕັ້ງ ເປັນຜູ້ດໍາເນີນການປ່ອນບັດ ດ້ວຍຕົນເອງ ເພື່ອເລືອກເອົາຜູ້ສະ ໝັກຮັບເລືອກຕັ້ງທີ່ຕົນເຫັນວ່າ ມີມາດຕະຖານ ແລະ ເງື່ອນໄຂຄົບ ຖ້ວນເປັນສະມາຊິກສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ, ຍົກເວັ້ນກໍລະນີ ທີ່ກຳນົດໄວ້ ສະເພາະຢູ່ໃນກົດໝາຍ; ຫລັກການ ລົງຄະແນນສຽງປິດລັບ ມີຄວາມ ໝາຍວ່າ: ພົນລະເມືອງລາວ ຜູ້ມີສິດ ເລືອກຕັ້ງແຕ່ລະຄົນ ເປັນຜູ້ຕັດສິນ ໃຈຂີດບັດດ້ວຍຕົນເອງແລະນໍາເອົາ ບັດທີ່ຂີດນັ້ນໄປປ່ອນໃສ່ຫີບບັດ ໂດຍບໍ່ໃຫ້ຄົນອື່ນຮູ້ ແລະ ເຫັນນໍາ, ຍົກເວັ້ນກໍລະນີສະເພາະທີ່ໄດ້ກຳນົດ ໄວ້ໃນກົດໝາຍ ແລະ ຫລັກການຍຸ ຕິທໍາມີຄວາມໝາຍວ່າ: ການປ່ອນ ບັດເລືອກຕັ້ງ ແລະ ສະໝັກຮັບ ເລືອກຕັ້ງ ເປັນສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຕ້ອງມີຄວາມ ໂປ່ງໃສ, ບໍ່ມີການລັກໂລບ, ປອມ ແປງຄະແນນສຽງ, ບໍ່ໂຄສະນາໃສ່ ຮ້າຍປ້າຍສີ ເຊິ່ງກັນ ແລະ ກັນ. ຢ່າງໃດກໍຕາມ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງຊຸດ ທີ V ມີຄວາມສໍາຄັນທີ່ສຸດ, ເນື່ອງ ຈາກວ່າ ແມ່ນການເສີມຂະຫຍາຍ ແລະ ປະຕິບັດສິດ ປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ເຂົ້າ ໃນການປັບປຸງ, ບູລະນະລະບົບອົງ ການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເຂັ້ມແຂງ. ຂ່າວ: ທະນູທອງ “ການຊ່ວຍເຫລືອນັກຮຽນພິການ ໃນຫ້ອງຮຽນ” ໂດຍໄດ້ຮັບການສະ ໜັບສະໜູນຈາກ ລັດຖະບານອົດ ສະຕຣາລີ ຜ່ານແຜນງານການປັບ ປຸງຄຸນນະພາບ ແລະ ຂະຫຍາຍໂອ ກາດເຂົ້າຮຽນ ສຳລັບການສຶກສາ ຂັ້ນພື້ນຖານໃນ ສປປ ລາວ ຫລື ແຜນງານບີຄວາ ໂດຍມີຜູ້ຕາງໜ້າ ຈາກກົມສ້າງຄູ, ສູນສົ່ງເສີມການ ສຶກສາຮຽນຮ່ວມ, ພະແນກສຶກສາ ທິການ ແລະ ກິລາແຂວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາ ເມືອງແກ້ວອຸດົມ ເຂົ້າຮ່ວມ. ທ່ານ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: ແຫລ່ງຂໍ້ມູນຮຽນຮູ້ໃໝ່ສຳລັບຄູ ແມ່ນສ່ວນໜຶ່ງຂອງຫລາຍຫົວຂໍ້ ໃນຊຸດອຸປະກອນຊ່ວຍເຫລືອຄູ ທີ່ ພັດທະນາຂຶ້ນເພື່ອຕອບສະໜອງ ຕໍ່ ຄວາມຮຽກຮ້ອງຕ້ອງການຂອງຄູ ແລະ ທີມງານຜູ້ເຮັດວຽກສຶກສານິ ເທດ ກ່ຽວກັບສິ່ງທ້າທາຍທີ່ຍາກ ທີ່ສຸດທີ່ເຂົາເຈົ້າໄດ້ຜະເຊີນເວລາ ສອນຢູ່ໃນຫ້ອງຮຽນ. ຊຸດອຸປະກອນ ຊ່ວຍເຫລືອຄູ ມີໂມດູນເຄື່ອງມືສຳ ຫລວດພຶດຕິກຳຂອງເດັກສຳລັບຄູ ຊຶ່ງເປັນແບບສອບຖາມທີ່ງ່າຍດາຍ ທີ່ຊ່ວຍໃຫ້ຄູສາມາດລະບຸນັກຮຽນ ທີ່ມີຄວາມຫຍຸ້ງຍາກໃນການຮຽນ, ການສື່ສານ, ການຈື່ຈຳ, ການເຄື່ອນ ໄຫວ, ການເບິ່ງເຫັນ ຫລື ການໄດ້ ຍິນ ໂດຍການໃຊ້ເຄື່ອງມືນີ້, ຄູສາ ມາດເຂົ້າໃຈຄວາມຕ້ອງການ ການ ຮຽນຮູ້ຂອງນັກຮຽນໄດ້ດີຂຶ້ນ ແລະ ເລືອກວິທີການປະຕິບັດໃນຫ້ອງ ຮຽນທີ່ເໝາະສົມ. ເຄື່ອງມືນີ້ ຍັງ ສາມາດໃຊ້ເພື່ອພັດທະນາແຜນ ການຮຽນລາຍບຸກຄົນ ໂດຍນຳເອົາ ຄູ, ພໍ່ແມ່ ແລະ ນັກຮຽນມາຮ່ວມກັນ ເພື່ອວາງແຜນການສະໜັບສະໜູນ ທີ່ເໝາະສົມ ແລະ ແນະນຳ ນັກຮຽນ ຂອງເຂົາເຈົ້າໃຫ້ຮູ້ຈັກກັບບັນດາ ສູນທີ່ໃຫ້ຄວາມຊ່ວຍເຫລືອ. ຊຸດອຸປະກອນຊ່ວຍເຫລືອຄູດັ່ງ ກ່າວ, ພາຍຫລັງໄດ້ຮັບການອະນຸ ມັດຈາກກົມສ້າງຄູ ກະຊວງສຶກສາ ທິການ ແລະ ກິລາ ຈະຖືກທົດລອງ ໃນ 30 ເມືອງເປົ້າໝາຍ ເພື່ອທົດ ສອບການນຳໃຊ້, ກຳນົດສິ່ງທີ່ເຮັດ ໄດ້ດີ ແລະ ສິ່ງທີ່ຈຳເປັນຕ້ອງການ ປັບປຸງກ່ອນນຳໃຊ້ທົ່ວປະເທດ. ແຈ້ງຜົນສຳເລັດ...້ົັ ລັດຖະບານຍີ່ປຸ່ນ...ັີຸ່່ 5 ຫລັກການ...ັ ສ້າງອຸປະກອນ....ຸ້ ອຸດສາຫະກຳ ແລະ ການຄ້າ ແລະ ແຂກຖືກເຊີນເຂົ້າຮ່ວມ. ໂອກາດນີ້, ທ່ານ ໂຢເກສວາ ສັງ ວານ ໄດ້ຍົກໃຫ້ເຫັນສະພາບລວມ ຂອງຄວາມສຳພັນທະວິພາຄີ ແລະ ເນັ້ນເຖິງຜົນສຳເລັດຂອງອິນເດຍ ໃນຕະຫລອດໄລຍະ 77 ປີຜ່ານມາ, ພ້ອມທັງໄດ້ກ່າວເຖິງຄຸນຄ່າຮ່ວມ ກັນ ຊຶ່ງເປັນພື້ນຖານສຳຄັນຂອງ ຄວາມສຳພັນລະຫວ່າງ ສ ອິນເດຍສປປ ລາວ. ສ ອິນເດຍ ແລະ ສປປ ລາວ ກຳລັງສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສາຍສຳ ພັນທາງການທູດໃນປີນີ້, ໄດ້ກຳ ນົດກິດຈະກຳສະເຫລີມສະຫລອງ ຕ່າງໆຕະຫລອດທັງປີ ເພື່ອສະແດງ ເຖິງຄວາມສຳພັນອັນໃກ້ຊິດ ແລະ ມໍລະດົກທາງວັດທະນະທຳຮ່ວມ ກັນຂອງສອງປະເທດ. ໃນງານລ້ຽງຄັ້ງນີ້, ນັກສະແດງ ຈາກໂຮງຮຽນສິລະປະການສະ ແດງແຫ່ງຊາດ ໄດ້ສະແດງສີລະປະ ຕອນໜຶ່ງ ຈາກມະຫາກາບ ຣາມາ ຍະນະ ຫລື ຣາມະກຽນ ຊຶ່ງເປັນ ສ່ວນສຳຄັນຂອງມໍລະດົກຮ່ວມກັນ ຂອງສອງປະເທດ. ນອກຈາກນັ້ນ, ຄະນະນາງລໍາຮ່ວມສະໄໝ “ຟັງ ລາວ” ຍັງໄດ້ສະແດງການເຕັ້ນ ປະກອບເພງ ທີ່ສ້າງຄວາມປະທັບ ໃຈແກ່ແຂກຜູ້ຮ່ວມງານ. ກ່ອນຈັດງານລ້ຽງດັ່ງກ່າວ, ໄດ້ ມີການຈັດພິທີສະເຫລີມສະຫລອງ ຢູ່ສະຖານທູດອິນເດຍ ປະຈຳລາວ ໂດຍໄດ້ມີພິທີຊັກທຸງຊາດຂຶ້ນສູ່ຍອດ ເສົາ ແລະ ການສະແດງດ້ານວັດທະ ນະທຳ ໂດຍຊຸມຊົນຊາວອິນເດຍໃນ ສປປ ລາວ. ຢູ່ເມືອງໝື່ນ ແລະ ເມືອງເຟືອງ ແຂວງວຽງຈັນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມໃນທ້າຍປີ 2025 ຜ່ານມາ. ການມອບເຄື່ອງຊ່ວຍເຫລືອ ໃນຄັ້ງນີ້ ປະກອບມີ 3 ຈຸດຄື: ຈຸດ ທີ 1 ຢູ່ຫ້ອງວ່າການເມືອງໝື່ນ ໄດ້ ມອບ ແນວພັນເຂົ້າ 1 ໂຕນ, ເຄື່ອງ ຟັກໄຂ່ 9 ຊຸດ, ຖົງເຄື່ອງບັນເທົາ ທຸກຄົວເຮືອນ 20 ຊຸດ, ສາດ 50 ຜືນ, ເຄື່ອງສຸຂະອະນາໄມ 20 ຊຸດ, ມຸ້ງ 25 ຜືນ, ເຄື່ອງນຸ່ງຫົ່ມ 5 ຖົງ, ຕາງໜ້າຮັບໂດຍ ທ່ານ ລັດຖະພອນ ວົງພະຈັນ ຄະນະປະຈໍາພັກ, ປະ ທານແນວລາວສ້າງຊາດເມືອງ ໝື່ນ; ຈຸດທີ 2 ຢູ່ໂຮງຮຽນປະຖົມ ສົມບູນນາອ່າງ, ເຂດຈຸດສຸມຜາສັງ ເມືອງເຟືອງ ຊຶ່ງເມືອງໄດ້ມີການ ສະຫລຸບຜົນການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫລືອທຶນການ ສຶກສາໃຫ້ນ້ອງນັກຮຽນຄອບຄົວ ທຸກຍາກຈຳນວນ 12 ນ້ອງ ໂດຍ ແມ່ນອົງການຈັດຕັ້ງສະຫະພັນກຳ ສະຖານທູດ...ູ ມະບານ ຫສນຍ ຮ່ວມກັບສະມາຄົມ ຊ່ວຍເຫລືອນັກຮຽນ ACVG ຂອງ ສປ ຈີນ ຊຶ່ງໄດ້ຈັດຕັ້ງປະຕິບັດມາ ແຕ່ປີ 2017. ພ້ອມນັ້ນ, ກໍໄດ້ມອບ ແນວພັນເຂົ້າ 2 ເປົາ, ເຄື່ອງຟັກ ໄຂ່ 2 ຊຸດ, ຖົງເຄື່ອງບັນເທົາທຸກ ຄົວເຮືອນ 10 ຊຸດ, ເຄື່ອງສຸຂະອະ ນາໄມ 10 ຊຸດ, ເຄື່ອງນຸ່ງຫົ່ມ 2 ຖົງ, ຄອມພິວເຕີ 1 ເຄື່ອງ, ເງິນ ຊ່ວຍເຫລືອ 3 ລ້ານກີບ, ຕາງໜ້າ ຮັບໂດຍ ທ່ານ ອາດ ວິໄລພົນ ຄະ ນະປະຈຳພັກເມືອງ, ປະທານກວດ ກາພັກເມືອງເຟືອງ ແລະ ຈຸດທີ 3 ຢູ່ ຫ້ອງວ່າການເມືອງເຟືອງ ໂດຍໄດ້ ມອບ ແນວພັນເຂົ້າ 1 ໂຕນ, ເຄື່ອງ ຟັກໄຂ່ 9 ຊຸດ, ຖົງເຄື່ອງບັນເທົາ ທຸກຄົວເຮືອນ 20 ຊຸດ, ສາດ 50 ຜືນ, ເຄື່ອງສຸຂະອະນາໄມ 20 ຊຸດ, ມຸ້ງ 25 ຜືນ, ເຄື່ອງນຸ່ງຫົ່ມ3 ຖົງ, ຕາງໜ້າຮັບໂດຍ ທ່ານ ທອງດຳ ສີວິໄລລັກ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງ ເມືອງເຟືອງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ປະຊາຊົນ...ົ

RkJQdWJsaXNoZXIy MTc3MTYxMQ==