7203

27/01/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາີ [5 oot,a fltdkortmkflu 37f8t[v'xu oU 9t,u s]kpdy f9tde c]t ,u 7;k,c8d8j k'9kdxu zj koM,k 'kogmltdkovksko]k; lh k'8ts]kf9e|j kp.sh xt-k-q o xt3spf0v'za d|vd ພາບປະກອບ ພາບປະກອບ ຂປລ. ເທສະການອາຫານລາວ ແມ່ນເທສະການໜຶ່ງທີ່ສ້າງຜົນດີໃຫ້ ປະຊາຊົນທົ່ວທຸກແຂວງທີ່ຈະນໍາ ເອົາອາຫານເອກະລັກຂອງແຕ່ລະ ທ້ອງຖິ່ນມານໍາສະເໜີໃຫ້ຄົນຮູ້ຈັກ ໃຫ້ຫລາຍຂຶ້ນ. ພ້ອມດຽວກັນ, ກໍ ເປັນການເພີ່ມຕະຫລາດຈໍາໜ່າຍ ອີກດ້ວຍ; ຍັງບໍ່ພຽງເທົ່ານີ້ງານດັ່ງ ກ່າວຍັງເປັນການແລກປ່ຽນຄວາມ ຮູ້, ປະສົບການລະຫວ່າງຜູ້ປະກອບ ການອີກດ້ວຍ. ທ່ານ ນາງ ຈັນທະຈອນ ວົງໄຊ ໃຫ້ຮູ້ວ່າ: ງານໃນຄັ້ງນີ້ຈັດຂຶ້ນເພື່ອ ຂ່ຳນັບຊົມເຊີຍຜົນສຳເລັດກອງ ຂປລ. ຜັກໜອກ ເປັນອີກຜັກ ຊະນິດໜຶ່ງທີ່ຄົນລາວນິຍົມນຳມາ ກິນ ແລະ ຍັງເປັນພືດເສດຖະກິດທີ່ ສາມາດສ້າງລາຍຮັບໃຫ້ແກ່ຊາວ ກະສິກອນໄດ້ເປັນກອບເປັນກຳ ເນື່ອງຈາກວ່າຜັກໜອກເປັນຜັກທີ່ ທ້ອງຕະຫລາດມີຄວາມຕ້ອງການ ຫລາຍ . ຜັກໜອກນອກຈາກ ນຳມາກິນເປັນຜັກກັບ, ປະກອບ ເປັນເຄື່ອງຄຽງປະເພດພັນ, ເຮັດ ເປັນເຄື່ອງດື່ມນ້ຳຜັກໜອກ ແລະ ອືື່ນໆແລ້ວ, ຍັງເປັນພືດສະໝຸນ ໄພພື້ນເມືອງໃກ້ຕົວທີ່ມີປະໂຫຍດ ຊະນິດໜຶ່ງ ແລະ ສັບພະຄຸນແກ້ອາ ການຟົກຊ້ຳ ຫລື ຊ້ຳໃນຕື່ມອີກ. ຜັກໜອກມີຄຸນປະໂຫຍດຕໍ່ຮ່າງ ກາຍຂອງຄົນເຮົາຄື: ເປັນພືດທີ່ ມີແຄວຊຽມສູງ, ຊ່ວຍໃຫ້ອ່ອນ ກ່ອນໄວ ແລະ ເປັນຢາອາຍຸວັດທະ ນະ, ຊ່ວຍເສີມສ້າງ ແລະ ກະຕຸ້ນ ການສ້າງຄໍລາເຈນ, ມີສານຕໍ່ຕ້ານ ອະນຸມູນອິດສະລະ, ຊ່ວຍຕ້ານ ການເສື່ອມຂອງແຊນຕ່າງໆໃນ ຮ່າງກາຍ, ຊ່ວຍບຳລຸງສາຍຕາ, ຟື້ນຟູດວງຕາ ເພາະຜັກໜອກ ມີວິຕາມິນເອສູງ, ຊ່ວຍຮັກສາ ອາການຕາອັກເສບບວມແດງດ້ວຍ ການເອົາໃບຜັກໜອກມາລ້າງໃຫ້ ສະອາດແລ້ວຄັ້ນເອົານໍ້າເອົາມາ ຢອດຕາ 3-4 ຄັັ້ງ/ມື້, ຊ່ວຍບຳລຸງ ປະສາດ ແລະ ສະໝອງ, ຊ່ວຍເຮັດ ໃຫ້ຄວາມຈຳດີ, ຊ່ວຍເພີ່ມຄວາມ ຈຳໃຫ້ຜູ້ທີ່ອາຍຸຫລາຍ, ມີສ່ວນ ຂປລ. ບຸນນະມັດສະການພະທາດ ສີໂຄດຕະບອງໃນປີນີ້ ຈະຈັດຂຶ້ນ ໃນລະຫວ່າງວັນທີ 29 ມັງກອນ- 2 ກຸມພາ 2026 ທີ່ຈະມາເຖິງ ນີ້. ທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການ ປົກຄອງແຂວງຄຳມ່ວນ ທັງເປັນ ປະທານຈັດງານບຸນນະມັດສະການ ພະທາດສີໂຄດຕະບອງ ປະຈຳປີ 2026 ໄດ້ໃຫ້ຮູ້ສຳພາດກ່ຽວກັບ ການການກະກຽມຄວາມພ້ອມ -u ;y f{;a fmtotme u y a ການຈັດງານນີ້ວ່າ: ໂດຍປະຕິບັດ ຕາມຮີດຄອງປະເພນີອັນດີງາມ ທີ່ເຄີຍສືບທອດກັນມາແຕ່ບູຮານ ນະການພໍຮອດເດືອນ 3 ເພັງ ໃນມື້ ຂຶ້ນ 13-14-15 ຄໍ່າຂອງທຸກໆປີ ແມ່ນສັນຍະລັກຂອງການຈັດງານ ໃຫຍ່ບຸນນະມັດສະການພະທາດສີ ໂຄດຕະບອງ ຊຶ່ງກ່ອນຈະຮອດມື້ ຈັດງານກໍໄດ້ມີການຫ້າງຫາກະ ກຽມທາງພຸດທະສາສະໜາ, ການ ຈັດສັນສະຖານທີ່ປະດັບປະດາໄຟ ເອ້ຍ້ອງພາຍໃນເດີ່ນພະທາດໃຫ້ມີ ຄວາມສວຍສົດງົດງາມ, ການອະ ນາໄມບໍລິເວນເດີ່ນພະທາດໃຫ້ມີ ຄວາມສະອາດງາມຕາ, ແຕ່ງຕັ້ງ ຄະນະຮັບຜິດຊອບປ້ອງກັນຄວາມ ສະຫງົບສົມທົບກັບວິຊາສະເພາະ ທີ່ກ່ຽວຂ້ອງກະກຽມຄວາມພ້ອມ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມປອດໄພ 100%. ສໍາລັບປີນີ້ ແມ່ນມີຄວາມແຕກ ຕ່າງຈາກປີຜ່ານໆມາ ໂດຍມີເວທີ ກາງໃຫຍ່ ເພື່ອເປັນບ່ອນພິທີເປີດ ຊຶ່ງໄດ້ກຳນົດເອົາວັນທີ29ມັງກອນ ເປັນມື້ເປີດງານຢ່າງເປັນທາງການ ແລະ ຈະດຳເນີນໄປຮອດວັນທີ 2 ກຸມພາ 2026 ຈຶ່ງຈະສິ້ນສຸດ, ສ່ວນ ພາຍໃນງານຈະມີຫລາກຫລາຍ ກິດຈະກຳເຊັ່ນ: ການສະແດງກາ ຍະສິນຈາກກອງກາຍະສິນແຫ່ງ ຊາດສູນກາງ, ການແຂ່ງຂັນກິລາ 3 ປະເພດຄື: ກິລາບານເຕະ, ກະຕໍ້ ຫວາຍ ແລະ ກິລາບານສົ່ງ, ການ ແຂ່ງຂັນເສັງກອງແຕ້-ກອງຈິງ, ຕອນຄໍ່າຄືນກໍຈະມີການປະກວດ ແລະ ສະແດງສິລະປະ-ວັນນະຄະດີ ຈາກໂຮງຮຽນໃນທົ່ວແຂວງ ແລະ ບັນດາເມືອງໃນ 10 ຕົວເມືອງທົ່ວ ແຂວງ, ຮັບຊົມຂັບລຳມະຫາໄຊ, ຂັບລຳບ້ານຊອກ-ລຳຄອນສະຫວັນ ຈາກແຂວງສະຫວັນນະເຂດ, ການ ສະແດງໝໍລຳເລື່ອງທີ່ມີຊື່ສຽງຈາກ ພາກໃຕ້ ແລະ ກິດຈະກຳອື່ນໆ ອີກຫລາກຫລາຍ. ພ້ອມນັ້ນ, ກໍໄດ້ ມີການວາງສະແດງ ແລະ ຈໍາໜ່າຍ ສິນຄ້າປະເພດຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໂດຍໄດ້ຈັດ ຮ້ານຂາຍມີລັກສະນະເປັນຕູບ, ເຕັ້ນ, ການຈັດວາງຮ້ານຕ່າງໆ ລວມມີທັງໝົດປະມານ 365 ຮ້ານ, ມີມູນຄ່າປະມານ 10 ຕື້ ກວ່າກີບ. ສ່ວນການເຊົ່າ-ຈັບຈອງ ສະຖານທີ່ຮ້ານຕ່າງໆໃນປີນີ້ ຈະ ມີການຈັດສັນ ແລະ ກຳນົດລາຄາ ເຊົ່າຫລຸດລົງຈາກປີຜ່ານມາປະ ມານ 50% ຈາກລາຄາ 1 ເຕັ້ນ ຂະໜາດ 8x4 ແມັດ ໃນລາຄາ 8-10 ລ້ານກີບ ເຫລືອພຽງ 3-4 ລ້ານກີບ. ພິເສດສຳລັບຮ້ານຂາຍ ເຂົ້າຫລາມ, ປິ້ງໄກ່ ແລະ ອາຫານ ພື້ນບ້ານຈະບໍ່ໄດ້ເສຍຄ່າເຊົ່າ ຊຶ່ງ ທາງຄະນະຮັບຜິດຊອບໄດ້ຈັດສັນ ເປັນໂຊນໄວ້ແລ້ວ. ດັ່ງນັ້ນ, ຂໍເຊີນຊວນບັນດາຊາວ ພຸດທະສາສະນິກະຊົນຢູ່ພາຍໃນ ແຂວງ, ຕ່າງແຂວງ ແລະ ຕ່າງປະ ເທດຕະຫລອດຮອດການນໍາພັກລັດ ທຸກຂັ້ນ ແລະ ທຸກພາກສ່ວນໃນ ທົ່ວສັງຄົມຮ່ວມເປັນເຈົ້າພາບ-ເຈົ້າ ສັດທາຮ່ວມກັນ ເພື່ອເຮັດໃຫ້ບຸນ ນະມັດສະການພະທາດສີໂຄດຕະ ບອງ ໃນປີນີ້ ມີບັນຍາກາດເບີກ ບານມ່ວນຊື່ນ, ຮັກສາໄດ້ວັດທະ ນະທຳຮີດຄອງປະເພນີອັນດີງາມ ຂອງຊາດຂອງທ້ອງຖິ່ນ ພ້ອມທັງ ຮັບປະກັນໄດ້ຄວາມສະຫງົບຄວາມ ເປັນລະບຽບຮຽບຮ້ອຍ ແລະ ດຳ ເນີນໄປດ້ວຍຜົນສຳເລັດອັນຈົບງາມ. ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທັງເປັນການ ໂຄສະນາວັດທະນະທຳອາຫານ ລາວໃຫ້ເຊື່ອມສານກັບວິຖີຊີວິດ ອາຊຽນໃນໂອກາດທີ່ສະມາຄົມ ນັກທຸລະກິດຍິງ (ສທຍ) ລາວ ດຳລົງຕຳແໜ່ງເປັນປະທານເຄືອ ຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN) ປີ 2026-2027 ຈຸດ ປະສົງຫລັກແມ່ນເພື່ອສືບຕໍ່ອະນຸ ຮັກ ແລະ ສົ່ງເສີມອາຫານເອກະ ຮັກທ້ອງຖິ່ນໂດຍສະເພາະແມ່ນ “ລາບລາວ” ທີ່ໄດ້ສະເໜີຂໍຂຶ້ນ ທະບຽນເປັນມໍລະດົກໂລກທາງ ດ້ານອາຫານໃນປີ 2025 ທີ່ຜ່ານ ມາ. ນອກຈາກນີ້, ຍັງເປັນເວທີ ສົ່ງເສີມຜູ້ປະກອບການຂະໜາດ ນ້ອຍ ແລະ ກາງ (SME) ໃຫ້ມີ ບ່ອນວາງສະແດງ ແລະ ຈຳໜ່າຍ ສິນຄ້າທີ່ສະອາດ ແລະ ປອດໄພ. ສຳລັບງານເທສະການອາຫານ ລາວ ປີ 2026 ຈະຈັດຂຶ້ນໃນວັນທີ 26-30 ມັງກອນ 2026 ນີ້ ທີ່ ສວນເຈົ້າອານຸວົງ (ແຄມຂອງ) ໂດຍມີຮ້ານວາງສະແດງທັງໝົດ 180 ຮ້ານລວມມີອາຫານພື້ນບ້ານ, ອາຫານປະຍຸກ ແລະ ອາຫານນາ ນາຊາດ ຊຶ່ງຈຸດພົ້ນເດັ່ນທີ່ສຳຄັນ ຂອງງານໃນປີນີ້ປະກອບມີ: ການ ຈຳລອງເຮືອນຄົວລາວບູຮານຖ່າຍ ທອດປະສົບການ 33 ປີ ຈາກຮ້ານ ອາຫານຄົວລາວ ເພື່ອໃຫ້ແຂກທ່ຽວ ຊົມໄດ້ສຳຜັດວິຖີຊີວິດແບບດັ້ງເດີມ, ແຂວງແຫ່ງສະເໜ່ນຳສະເໜີໂດຍ ສທຍ ແຂວງສະຫວັນນະເຂດ ທີ່ ເນັ້ນການອະນຸວິຖີຊີວິດບັນດາ ເຜົ່າໃນພາກກາງ, ການຈຳໜ່າຍ ຜະລິດຕະພັນຊີ້ນໝູແປຮູບຈາກ ກຸ່ມຜູ້ລ້ຽງໝູບ້ານໂພນໂຮມ ເມືອງ ປາກຊັນ ຊຶ່ງເປັນການຊ່ວຍເຫລືອຜູ້ ຜະລິດພາຍໃນຕາມການຊີ້ນຳຂອງ ກະຊວງອຸດສາຫະກຳ ແລະ ການ ຄ້າ, ກິດຈະກຳສ້າງສັນການສາທິດ ການຕຳໝາກຫຸ່ງຈາກເຍົາວະ ຊົນ, ການປຸງແຕ່ງ “ໝໍ້າຊີ້ນ” ສູດ ເດັດຈາກສະຫວັນນະເຂດ, ການ ສະແດງສິລະປະ-ວັນນະຄະດີ ແລະ ເດີນແບບຊຸດລາວໃນທຸກໆຄືນ. ສະນັ້ນ, ຈຶ່ງຂໍເຊີນຊວນພໍ່ແມ່ພີ່ນ້ອງ ຊາວນະຄອນຫລວງວຽງຈັນ ແລະ ຕ່າງແຂວງຕະຫລອດຮອດນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດເຂົ້າມາທ່ຽວຊົມຊື້-ຂາຍ ແລະ ອຸດໜູນຜົນຜະລິດຂອງແມ່ ຍິງລາວ ເພື່ອຮ່ວມກັນສົ່ງເສີມ ເສດຖະກິດ ແລະ ວັດທະນະທຳ ລາວອັນດີງາມຂອງລາວໃຫ້ນັບມື້ ຮຸ່ງເຮືອງ. ງານເທສະການອາຫານ ລາວຈະເປີດບໍລິການທຸກມື້ແຕ່ເວລາ 10:00 ໂມງ ຫາ 22:00 ໂມງ ແຕ່ ວັນທີ 26-30 ມັງກອນ 2026. ຊ່ວຍເພີ່ມໄອຄິວ, ຄວາມສະຫລາດ ແລະ ມີຄວາມສາມາດໃນການ ຮຽນຮູ້, ຊ່ວຍແກ້ອາການເຈັບຫົວ, ເຈັບຫົວເບື້ອງດຽວ ແລະ ວິນຫົວ, ຊ່ວຍຜ່ອນຄາຍຄວາມເຄັ່ງຄຽດ, ຊ່ວຍເຮັດໃຫ້ເລືອດໄຫລວຽນຫລໍ່ ລ້ຽງສ່ວນອື່ນໆໄດ້ດີ, ຊ່ວຍກະຕຸ້ນ ການສ້າງເນື້ອເຍື່ອ, ເປັນຢາບຳລຸງ ກຳລັງ, ບຳລຸງຮ່າງກາຍ, ຊ່ວຍ ບຳລຸງເລືອດ, ຊ່ວຍບຳລຸງຫົວໃຈ, ຊ່ວຍຫລຸດລະດັບນໍ້າຕານໃນເລືອດ ໄດ້ດີ, ຊ່ວຍຂັບຂອງເສຍອອກ ຈາກຮ່າງກາຍ, ລ້າງຄວາມຮ້ອນ, ລ້າງສານພິດອອກຈາກຮ່າງກາຍ, ປັບປຸງລະບົບພູມຄຸ້ມກັນ, ຫລຸດ ຜ່ອນຄວາມເມື່ອຍລ້າ ເຮັດໃຫ້ ນອນຫລັບດີ, ຊ່ວຍຫລຸດຮອຍຊ້ຳ ຮອຍບາດແພເຫລົ່ານີ້ເປັນຕົ້ນ.

RkJQdWJsaXNoZXIy MTc3MTYxMQ==