27/01/2026 *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ມອບ-ຮັບໜ້າທີ່ ປະທານ...ັ້ີ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 7;k,le7a o ot3p[kp c]t co;mk'0v'dv'xt-5 ,.spj 7A 'mu 14 0v'ra ddv,,6 oy fs;Pfok, ໂດຍ: ຄຳຮຸ່ງ ດວງເງິນ ຄົມນິຍົມຢ່າງໝັ້ນຄົງ. ການກຳນົດ ຫົວຂໍ້ຂອງກອງປະຊຸມໃຫຍ່ດັ່ງທີ່ ໄດ້ກ່າວມາຂ້າງເທິງນັ້ນ ໄດ້ສະ ທ້ອນໃຫ້ເຫັນເຖິງຄວາມເປັນເອ ກະພາບຂອງຄວາມຄິດ ແລະ ການ ກະທຳ, ເສີມສ້າງຄວາມໝັ້ນໃຈ, ຢືນຢັນລັກສະນະ ແລະ ສະຕິປັນຍາ ຂອງພັກ ແລະ ຄວາມເຂັ້ມແຂງ ຂອງປະເທດຊາດທັງໝົດ ໂດຍມີ ຄວາມໝາຍສະເພາະດັ່ງຕໍ່ໄປນີ້: ເປັນຈຸດປ່ຽນ, ເປັນຈຸດສຳຄັນ ໂດຍສະເພາະໃນເສັ້ນທາງການພັດ ທະນາປະເທດຊາດ; ເກີດຂຶ້ນໃນ ຊ່ວງເວລາທີ່ຫວຽດນາມ ກຳລັງ ພະຍາຍາມບັນລຸເປົ້າໝາຍ, ນະໂຍ ບາຍ, ແນວທາງ ແລະ ໜ້າທີ່ ທີ່ໄດ້ ກຳນົດໄວ້ໃນມະຕິຂອງກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຢ່າງສຳເລັດຜົນ; ກ່ຽວຂ້ອງກັບວັນ ຄົບຮອບ 40 ປີຂອງຂະບວນການ ປັບປຸງ (Doi Moi) ແລະ ວັນຄົບ ຮອບ 96 ປີຂອງການສ້າງຕັ້ງພັກ ກອມມູນິດຫວຽດນາມ (3 ກຸມພາ 1930 - 3 ກຸມພາ 2026). ຄວາມຮຽກຮ້ອງໃຫ້ມີການ ປະຕິບັດ, ການຊຸກຍູ້, ແຮງຈູງໃຈ ແລະ ທິດທາງໃຫ້ແກ່ປະເທດສືບຕໍ່ ສົ່ງເສີມຂະບວນການປັບປຸງ (Doi Moi) ຢ່າງຮອບດ້ານ, ພ້ອມກັນ ແລະ ເລິກເຊິ່ງ, ຄວ້າທຸກໂອກາດ, ເອົາຊະນະຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທັງໝົດຢ່າງເດັດດ່ຽວ, ບັນລຸການເພິ່ງຕົນເອງທາງຍຸດທະ ສາດ, ຄວາມເຂັ້ມແຂງດ້ວຍຕົນ ເອງ, ຄວາມໝັ້ນໃຈໃນຕົນເອງແລະ ຄວາມເຂັ້ມແຂງຄວາມກ້າວໜ້າໃນ ຍຸກໃໝ່, ຍຸກແຫ່ງການລຸກຂຶ້ນຂອງ ປະເທດຊາດຫວຽດນາມ; ບັນລຸ ເປົ້າໝາຍການພັດທະນາແຫ່ງຊາດ ຢ່າງສຳເລັດຜົນພາຍໃນປີ 2030, ເມື່ອພັກກອມມູນິດຫວຽດນາມ ສະເຫລີມສະຫລອງວັນຄົບຮອບ 100 ປີ (1930-2030) ແລະ ມຸ່ງໄປສູ່ການບັນລຸວິໄສທັດສຳລັບ ປີ 2045 ແລະ ການສະເຫລີມສະ ຂປລ. ເມື່ອບໍ່ດົນມານີ້, ກອງ ກວດກາອາຫານ ແລະ ຢາ ກະຊວງ ສາທາລະນະສຸກ ຈັດພິທິທຳລາຍ ສິນຄ້າ ປະເພດອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຕ້ອງຫ້າມ ຢູ່ທີ່ສະໜາມຂີ້ເຫຍື້ອ ຫລັກ 32 ນະຄອນຫລວງວຽງຈັນ ນໍາໂດຍ ທ່ານ ບຸນເລື່ອນ ຜະລາດຊະໂຍທາ ຫົວໜ້າກອງກວດກາອາຫານ ແລະ ຢາ, ມີບັນດາຂະແໜງການ, ອົງ ການຈັດຕັ້ງ ແລະ ວິຊາການທີ່ກ່ຽວ ຂ້ອງ ເຂົ້າຮ່ວມ. ອາຫານ, ຢາ ແລະ ຜະລິດຕະ ພັນການແພດທີ່ຕ້ອງຫ້າມ ທີ່ນຳ ມາທຳລາຍໃນຄັ້ງນີ້, ລວມມີ 212 ລາຍການ. ໃນນັ້ນ, ປະເພດຢາ 58 ລາຍການ, ອາຫານ 4 ລາຍການ, ອາຫານເສີມ 17 ລາຍການ, ອຸປະ ກອນການແພດ 13 ລາຍການ, ເຄື່ອງສຳອາງ 111 ລາຍການ, ຢາ ພື້ນເມືອງ 5 ລາຍການ, ເຄມີ 4 ລາຍການ, ລວມມູນຄ່າທັງໝົດ ຫລາຍກວ່າ 1 ຕື້ກີບ. ຢ່າງໃດກໍຕາມ, ຮຽກຮ້ອງຕໍ່ຜູ້ ດໍາເນີນທຸລະກິດ ໃຫ້ປະຕິບັດຕາມ ລະບຽບກົດໝາຍທີ່ໄດ້ວາງອອກ ຢ່າງເຂັ້ມງວດ ໃນການນຳເຂົ້າສົ່ງອອກ, ຈຳໜ່າຍຜະລິດຕະພັນ ອາຫານ ແລະ ຢາ ທີ່ມີຄຸນນະພາບ ແລະ ມີຈັນຍາທຳ. ພ້ອມນັ້ນ, ພໍ່ແມ່ ປະຊາຊົນທີ່ຊື້ສິນຄ້າຕ່າງໆ ຄວນ ສຶກສາເບິ່ງແຫລ່ງທີ່ມາໃຫ້ລະ ອຽດ, ເລືອກສິນຄ້າທີ່ມີ ອຢ ແລະ ຖືກຕ້ອງຕາມລະບຽບການ ເພື່ອ ຄວາມປອດໄພ ແລະ ບໍ່ເປັນອັນຕະ ລາຍຕໍ່ສຸຂະພາບ. ຂໍ້ມູນ-ພາບ: ສູນຂ່າວສານການແພດ ຫລອງວັນຄົບຮອບ 100 ປີ ຂອງ ການສ້າງຕັ້ງສາທາລະນະລັດສັງ ຄົມນິຍົມຫວຽດນາມ (1945 - 2045). ສະແດງອອກເຖິງເປົ້າໝາຍ ລວມ, ເນື້ອໃນອຸດົມການຫລັກ ແລະ ກຳນົດຢ່າງຊັດເຈນເຖິງອົງປະ ກອບທີ່ສຳຄັນທີ່ສຸດ, ລວມທັງການ ນຳພາຂອງພັກ; ບົດບາດຂອງປະ ຊາຊົນ ແລະ ຄວາມເຂັ້ມແຂງຂອງ ປະເທດຊາດ; ສືບຕໍ່ຂະບວນການ ປະຕິຮູບ ແລະ ເປົ້າໝາຍຂອງການ ພັດທະນາປະເທດຊາດໃນຍຸກໃໝ່; ສືບທອດ ແລະ ພັດທະນາຫົວຂໍ້ ກອງປະຊຸມໃຫຍ່ຂອງພັກທີ່ຜ່ານ ມາ, ໂດຍສະເພາະແມ່ນກອງປະຊຸມ ໃຫຍ່ຄັ້ງທີ 13 ຂອງພັກ. ແນວທາງຂອງກອງປະຊຸມ ໃຫຍ່ຄັ້ງທີ 14 ຂອງສະພາແຫ່ງ ຊາດຫວຽດນາມ ເປົ້າໝາຍການພັດທະນາ: ຮັກ ສາສະພາບແວດລ້ອມທີ່ສະຫງົບ ສຸກ ແລະ ໝັ້ນຄົງ; ບັນລຸການພັດ ທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ ແລະ ປົກປ້ອງປະ ເທດຊາດຢ່າງໜັກແໜ້ນ; ປັບປຸງ ແລະ ເສີມຂະຫຍາຍຊີວິດການເປັນ ຢູ່ຂອງປະຊາຊົນຢ່າງຮອບດ້ານ; ບັນລຸຄວາມເປັນເອກະລາດທາງ ຍຸດທະສາດ, ການເພິ່ງຕົນເອງ ແລະ ຄວາມເຂັ້ມແຂງດ້ວຍຕົນເອງ, ກ້າວໄປຂ້າງໜ້າຢ່າງແຂງແຮງໃນ ຍຸກໃໝ່ຂອງປະເທດຊາດ; ບັນລຸ ເປົ້າໝາຍທີ່ຈະກາຍເປັນປະເທດ ກຳລັງພັດທະນາທີ່ມີອຸດສາຫະກຳ ທີ່ທັນສະໄໝ ແລະ ມີລາຍໄດ້ປານ ກາງສູງພາຍໃນປີ 2030; ບັນລຸວິ ໄສທັດທີ່ຈະກາຍເປັນປະເທດພັດ ທະນາທີ່ມີລາຍໄດ້ສູງພາຍໃນປີ 2045; ເພື່ອສັນຕິພາບ, ເປັນເອ ກະລາດ, ປະຊາທິປະໄຕ, ຈະເລີນ ຮຸ່ງເຮືອງ, ອາລະຍະທຳ ແລະ ມີ ຄວາມສຸກ, ກ້າວໄປສູ່ສັງຄົມນິຍົມ ຢ່າງຕໍ່ເນື່ອງ. ຂປລ. ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ໃນມີຫົວຂໍ້: ພາຍໃຕ້ທຸງອັນສະຫງ່າ ລາສີຂອງພັກ, ຮ່ວມມືກັນເພື່ອບັນລຸ ເປົ້າໝາຍການພັດທະນາປະເທດ ຊາດໃຫ້ສຳເລັດພາຍໃນປີ 2030; ຄວາມເປັນເອກະລາດທາງຍຸດທະ ສາດ, ການເພິ່ງຕົນເອງ, ຄວາມໝັ້ນ ໃຈໃນຕົນເອງ ແລະ ຄວາມກ້າວໜ້າ ທີ່ເຂັ້ມແຂງໃນຍຸກແຫ່ງການພັດທະ ນາປະເທດຊາດ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຄວາມ ຈະເລີນຮຸ່ງເຮືອງ, ອາລະຍະທຳ, ຄວາມສຸກ ແລະ ການກ້າວໄປສູ່ສັງ ຜູ້ໃໝ່ ໂດຍມີ ທ່ານ ນາງ ສີໃສ ລືເດດ ມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການ ສູນກາງພັກ ຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ມີຄະນະປະຈຳພັກ ແຂວງ, ກຳມະການພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ກັນຍາ ແສງ ແກ້ວວົງພະຈັນ ຮອງກົມຄຸ້ມຄອງ ພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະ ມົນຕີ ສະບັບເລກທີ 702/ນຍ, ລົງ ວັນທີ 07 ພະຈິກ 2025 ວ່າດ້ວຍ ການແຕ່ງຕັ້ງ ປະທານຄະນະກຳມະ ການປົກຄອງແຂວງບໍລິຄຳໄຊໂດຍ ແຕ່ງຕັ້ງ ທ່ານ ຄຳແຫວນ ປັນຍາ ນຸວົງ ເປັນປະທານຄະນະກຳມະ ການປົກຄອງ ແຂວງບໍລິຄຳໄຊ. ໃນໂອກາດດຽວກັນນີ້, ທ່ານ ເພັດສະໄໝ ໄຊຍະທິຈັກ ຫົວໜ້າ ຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກ ລົງ ຂອງປະທານຄະນະກຳມະການ ປົກຄອງແຂວງ ວ່າດ້ວຍແຕ່ງຕັ້ງ ທ່ານ ບຸນລ້ຽງ ດວງສະເພົາທອງ ແລະ ທ່ານ ສົມໃຈ ຄຸນພະໄຊ ເປັນ ຮອງປະທານຄະນະກຳມະການປົກ ຄອງແຂວງ. ຂ່າວ-ພາບ: ຄຳຟອງ ວາງສະແດງ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລັດຖະມົນຕີກະຊວງ ວທ, ບັນດາ ຫົວໜ້າກົມ, ຮອງກົມ, ນັກສິລະປິນ ແຫ່ງຊາດ, ຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ວທ ໄດ້ ກ່າວວ່າ: ງານວາງສະແດງໃນຄັ້ງ ນີ້, ບໍ່ພຽງແຕ່ເປັນກິດຈະກຳທາງ ດ້ານສິລະປະເທົ່ານັ້ນ ແຕ່ຫາກສະ ແດງເຖິງ “ແວ່ນແຍງອັນໃສແຈ້ງ” ທີ່ສ່ອງແສງໃຫ້ເຫັນເຖິງຄວາມຍິ່ງ ໃຫຍ່, ຄວາມເສຍສະລະ ແລະ ໄຊຊະ ນະອັນແສນລໍາບາກຍາວນານຂອງ ການປະຕິວັດລາວ, ເປັນການສະແດງ ຄວາມກະຕັນຍູຮູ້ບຸນຄຸນຢ່າງເລິກ ເຊິ່ງຕໍ່ຜົນງານ ແລະ ຄຸນງາມຄວາມ ດີຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ, ຜູ້ວາງ ຮາກຖານ ແລະ ນໍາພາພາລະກິດ ຈົນສາມາດສະຖາປະນາ ສປປ ລາວ ໄດ້ຢ່າງສະຫງ່າງາມ. ຜົນ ງານດ້ານຈິດຕະກຳບໍ່ວ່າຈະເປັນ ຈິດຕະກຳສີນໍ້າມັນ, ສີອະຄຣີລິກ (Acrylic), ປະຕິມາກຳພາບພິມ ແລະ ງານແກະສະຫລັກ ທັງໝົດ ລ້ວນແຕ່ກັ່ນຕອງອອກມາຈາກມັນ ສະໝອງ, ອາລົມຈິດ ແລະ ຄວາມ ສາມາດຂອງບັນດານັກສິລະປິນ ແຫ່ງຊາດ, ຄູ-ອາຈານ ແລະ ນັກສຶກ ສາ, ທຸກຜົນງານແມ່ນການບັນທຶກ ປະຫວັດສາດດ້ວຍພາສາສິລະປະ ເພື່ອບອກເລົ່າໃຫ້ຄົນຮຸ່ນຫລັງໄດ້ ຮັບຮູ້ເຖິງມູນເຊື້ອອັນອົງອາດກ້າ ຫານຂອງພັກປະຊາຊົນປະຕິວັດ ລາວ ຕະຫລອດ 70 ປີ ແລະ ການ ເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ ຕະຫລອດ 50 ປີຜ່ານມາ. ທ່ານ ຄໍາສຸກ ແກ້ວວົງຊາຍ ຜູ້ ອໍານວຍການສະຖາບັນວິຈິດສິນ ແຫ່ງຊາດໄດ້ໃຫ້ຮູ້ວ່າ: ງານວາງສະ ແດງຄັ້ງນີ້, ຈັດຂຶ້ນເພື່ອເປັນການປະ ກອບສ່ວນໃນການສ້າງສີສັນ ເພື່ອ ສະແດງຄວາມຊົມເຊີຍຕໍ່ຜົນສຳ ເລັດກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ ໂດຍ ການນໍາເອົາຜົນງານທາງດ້ານສິ ລະປະກຳ ຂອງສິລະປິນແຫ່ງຊາດ, ສິລະປິນດີເດັ່ນ, ສິລະປິນອິສະລະ ແລະ ຜົນງານ ຄູ-ອາຈານ ພາຍໃນ ສະຖາບັນວິຈິດສິນແຫ່ງຊາດ, ລວມ ທັງພາບຖ່າຍຜົນສໍາເລັດຂອງກອງ ປະຊຸມໃຫຍ່ຄັ້ງທີ XI I ຂອງພັກ ແລະ ພາບຖ່າຍການສະເຫລີມສະ ຫລອງສາມວັນປະຫວັດສາດ ມາ ວາງສະແດງ. ໃນນັ້ນ, ຜົນງານ ທາງດ້ານສິລະປະກຳ ທັງໝົດ 122 ຜົນງານ ໂດຍມີຜົນງານດ້ານຈິດ ຕະກຳ 70 ຜົນງານ, ສິລະປະພາບ ພິມ 12 ຜົນງານ, ປະຕິມາກໍາ 29 ຜົນງານ, ສິລະປະພື້ນເມືອງ ແລະ ອອກແບບນິເທດສິນ 11 ຜົນງານ. ສ່ວນຜົນງານຮູບຖ່າຍ ມີ 74 ພາບ, ປະກອບມີ ພາບຖ່າຍກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ພາບຖ່າຍວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ພາບ ຖ່າຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ພາບຖ່າຍຮູບ ທີ່ໄດ້ຮັບລາງວັນການປະກວດຮູບ ແຕ້ມ ຫົວຂໍ້: ພາລະກິດຂອງປະ ທານ ໄກສອນ ພົມວິຫານ. ຂໍ້ມູນ-ພາບ: ວຽງຈັນໃໝ່ ຍົກລະດັບ...ົັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ຜູ້ຊີ້ນຳ ວຽກງານກົມຂໍ້ມູນຂ່າວສານ, ພ້ອມ ດ້ວຍສຳມະນາກອນຈາກສື່ສິ່ງພິມ, ວິທະຍຸ ແລະ ໂທລະພາບ ເຂົ້າຮ່ວມ. ທ່ານນາງວິລະວອນພັນທະວົງ ໄດ້ກ່າວວ່າ: ການຈັດຊຸດຝຶກອົບຮົມ ຄັ້ງນີ້, ແນໃສ່ເພື່ອຍົກລະດັບຄວາມ ຮູ້-ຄວາມສາມາດດ້ານວິຊາການໃຫ້ ແກ່ພະນັກງານໃນການນໍາໃຊ້ລະບົບ ທັນສະໄໝຂອງພາກລັດ ໝູນໃຊ້ ເຂົ້າໃນວຽກງານໃນໄລຍະໃໝ່ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນສູງ ຂຶ້ນ; ເພື່ອເພີ່ມທັກສະດ້ານການນໍາ ໃຊ້ເຄື່ອງມືດີຈິຕອນ ແລະ ແພລດ ຟອມຕ່າງໆ ເຂົ້າໃນການເຄື່ອນໄຫວ ວຽກງານ ໂຄສະນາອົບຮົມໃຫ້ມີ ຄວາມທັນສະໄໝເທື່ອລະກ້າວ; ເພື່ອ ສ້າງຄວາມຮັບຮູ້ເຂົ້າໃຈໃນການ ນຳໃຊ້ລະບົບດີຈິຕອນ, ການຈັດ ການຂໍ້ມູນ ແລະ ການສື່ສານ ຢ່າງ ຕົກລົງບັນຫາສໍາຄັນພື້ນຖານຂອງ ທ້ອງຖິ່ນ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະ ທາມະນູນ, ກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍ ຂອງບັນດາອົງການ ລັດໃນທ້ອງຖິ່ນ. ສະພາປະຊາຊົນຂັ້ນແຂວງມີພາ ລະບົດບາດພິຈາລະນາ ແລະ ຮັບ ຮອງເອົານິຕິກຳທີ່ມີຜົນບັງຄັບທົ່ວ ໄປຂອງທ້ອງຖິ່ນ (ນິຕິກຳທີ່ມີຜົນ ບັງຄັບທົ່ວໄປ ໝາຍເຖິງມະຕິ, ຂໍ້ຕົກ ລົງ ແລະ ຄຳສັ່ງ ທີ່ມີຜົນບັງຄັບ ທົ່ວໄປຂອງນະຄອນຫລວງ ແລະ ແຂວງ); ຕົກລົງບັນຫາສໍາຄັນພື້ນ ຖານຂອງທ້ອງຖິ່ນ (ທາງດ້ານ ເສດຖະກິດ-ສັງຄົມ, ການປົກຄອງ ແລະ ບຸກຄະລາກອນ ທີ່ດຳລົງຕຳ ແໜ່ງສໍາຄັນຂອງທ້ອງຖິ່ນ)ແລະຕິດ ຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດ ໝາຍຂອງບັນດາອົງການລັດ ໃນ ທ້ອງຖິ່ນ. ສະພາປະຊາຊົນຂັ້ນແຂວງມີສິດ ແລະ ໜ້າທີ່ດ້ານນິຕິກຳ ແມ່ນການ ພິຈາລະນາ, ຮັບຮອງເອົານິຕິກຳທີ່ ມີຜົນບັງຄັບທົ່ວໄປເຊັ່ນ:ມະຕິ,ຂໍ້ຕົກ ລົງ, ຄຳສັ່ງ ແລະ ອື່ນໆ ທີ່ມີຜົນບັງ ຄັບທົ່ວໄປ; ສິດ ແລະ ໜ້າທີ່ ດ້ານ ການຕົກລົງບັນຫາສໍາຄັນພື້ນຖານ ຂອງທ້ອງຖິ່ນ ແມ່ນການພິຈາລະ ນາຕົກລົງກ່ຽວກັບການປັບປຸງ, ສັບ ຊ້ອນກົງຈັກ ແລະ ບຸກຄະລາກອນ ທີ່ດຳລົງຕຳແໜ່ງ ໃນອົງການອໍາ ນາດລັດ ຢູ່ນະຄອນຫລວງ, ແຂວງ, ພິຈາລະນາຕົກລົງກ່ຽວກັບແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະ ມານ ແລະ ເງິນຕາ 5 ປີ ແລະ ປະຈໍາປີ ຂອງນະຄອນຫລວງ, ແຂວງ. ສິດ ແລະ ໜ້າທີ່ດ້ານການ ຕິດຕາມກວດກາ ແມ່ນການປະເມີນ ການຈັດຕັ້ງປະຕິບັດລັດຖະທຳມະ ນູນ ແລະ ກົດໝາຍ ກໍຄື ມະຕິ, ຂໍ້ຕົກ ລົງ ແລະ ຄໍາສັ່ງ ຢູ່ນະຄອນຫລວງ, ແຂວງ, ການປະຕິບັດໜ້າທີ່ ຂອງ ບັນດາບຸກຄະລາກອນ ທີ່ສະພາປະ ຊາຊົນຂັ້ນແຂວງ ເປັນຜູ້ເລືອກຕັ້ງ ແລະ ພິຈາລະນາ ຮັບຮອງເອົາການ ສະເໜີການແຕ່ງຕັ້ງ. ສະພາປະຊາຊົນຂັ້ນແຂວງປະ ກອບມີ: ສະມາຊິກສະພາປະຊາຊົນ ຂັ້ນແຂວງ, ຄະນະປະຈຳສະພາປະ ຊາຊົນຂັ້ນແຂວງ,ປະທານ,ຮອງປະ ທານສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການສະພາປະຊາຊົນ ຂັ້ນແຂວງແລະຫ້ອງວ່າການສະພາ ປະຊາຊົນຂັ້ນແຂວງ. ສະພາປະຊາ ຊົນຂັ້ນແຂວງ ໄດ້ຮັບການສ້າງຕັ້ງ ຂຶ້ນໂດຍຜ່ານການເລືອກຕັ້ງຂອງ ປະຊາຊົນບັນດາເຜົ່າ ໃນນະຄອນ ຫລວງ ແລະ ແຂວງ, ມີທີ່ຕັ້ງ, ພາລະ ບົດບາດ, ສິດ ແລະ ໜ້າທີ່, ໂຄງປະ ກອບຄ້າຍຄືສະພາແຫ່ງຊາດ. ຂ່າວ: ທະນູທອງ ບຸນແພງ ກໍາມະການຄະນະປະຈໍາ ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າ ການສະພາແຫ່ງຊາດ ໄດ້ເນັ້ນໃຫ້ຜູ້ ເຂົ້າຮ່ວມສະພາປະຊາຊົນ 8 ແຂວງ ພາກເໜືອ ຄື: ແຂວງຫລວງພະ ບາງ, ຜົ້ງສາລີ, ຫລວງນໍ້າທາ, ອຸດົມ ໄຊ, ບໍ່ແກ້ວ, ໄຊຍະບູລີ, ຫົວພັນ ແລະ ແຂວງຊຽງຂວາງ ເລັ່ງປັບປຸງ ຮ່າງຄູ່ມືການເຄື່ອນໄຫວວຽກງານ ສາຍດ່ວນໃຫ້ສຳເລັດຕາມເປົ້າໝາຍ. ພ້ອມນີ້, ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ຍັງໄດ້ມີຄຳເຫັນຊີ້ ນຳຫລາຍບັນຫາສຳຄັນ ໃຫ້ຄະ ນະຫ້ອງວ່າການສະພາປະຊາຊົນ ແຂວງ 8 ແຂວງ ເພີ່ມທະວີເອົາໃຈ ໃສ່ຫລາຍບັນຫາຕິດພັນກັບວິຊາ ສະເພາະ, ຕາມພາລະບົດບາດຂອງ ແຕ່ລະພາກສ່ວນ ໂດຍສະເພາະ ໃຫ້ ເປັນເຈົ້າການຕໍ່ໜ້າທີ່ວຽກງານທີ່ ຕົນຮັບຜິດຊອບໃຫ້ມີຜົນສໍາເລັດດີ ຂຶ້ນກວ່າເກົ່າ ແລະ ໃຫ້ເພີ່ມທະວີ ການປະສານສົມທົບກັບບັນດາພະ ແນກການຂອງແຕ່ລະແຂວງ ຕະ ຫລອດຮອດບັນດາເມືອງແລະບ້ານ ທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາຕາມ ຄໍາສະເໜີຂອງປະຊາຊົນຜ່ານໂທ ລະສັບສາຍດ່ວນໃຫ້ວ່ອງໄວ ແລະ ເປັນຮູບປະທຳ. ພ້ອມນີ້, ຄະນະຮັບ ຜິດຊອບ, ກອງເລຂາຂອງກອງປະ ຊຸມ ໃຫ້ພ້ອມກັນສືບຕໍ່ສຸມໃສ່ປັບປຸງ ຮ່າງຄູ່ມືການເຄື່ອນໄຫວວຽກງານ ສາຍດ່ວນ ໃຫ້ສໍາເລັດ, ເພື່ອເປັນ ບ່ອນອີງໃນການຈັດຕັ້ງປະຕິບັດ ວຽກງານສາຍດ່ວນທັງພາຍໃນ ສະພາແຫ່ງຊາດ ແລະ ສະພາປະຊາ ຊົນຂັ້ນແຂວງ ໃຫ້ມີຄວາມເປັນເອ ກະພາບກັນ ເປັນຕົ້ນ ວຽກໃດ ມະຕິ ໄດ້ລະບຸແຈ້ງແລ້ວ ບໍ່ຈໍາເປັນນໍາມາ ຂຽນໃນຄູ່ມື, ໃຫ້ເບິ່ງຄືນກ່ຽວກັບ ເນື້ອໃນບາງມາດຕາ ທີ່ມະຕິວ່າດ້ວຍ ການເຄື່ອນໄຫວວຽກງານສາຍ ດ່ວນຂຽນບໍ່ທັນຈະແຈ້ງ, ບໍ່ທັນ ກວມລວມ ຮອດສະພາປະຊາຊົນ ຂັ້ນແຂວງ ແລະບັນຫາໃດທີ່ຍັງຫຍຸ້ງ ຍາກໃນການຈັດຕັ້ງປະຕິບັດ ເຊັ່ນ: ຄວາມຮັບຜິດຊອບວຽກງານສາຍ ດ່ວນຂອງແຕ່ລະພາກສ່ວນໃນການ ພິຈາລະນາ, ແກ້ໄຂຄໍາສະເໜີ ຂອງ ປະຊາຊົນ ຜ່ານໂທລະສັບສາຍດ່ວນ ໃຫ້ລະບຸແຈ້ງຢູ່ໃນຄູ່ມືດັ່ງກ່າວ ໂດຍ ສະເພາະໃຫ້ພິຈາລະນາກໍານົດເປັນ ຄວາມຮັບຜິດຊອບຂອງກະຊວງ, ອົງການ ແລະ ພະແນກການຂອງ ແຂວງ ມາຕອບບັນຫາທີ່ເຄັ່ງຮ້ອນ ຫລື ມີຜົນກະທົບຕໍ່ປະຊາຊົນ ຜ່ານສື່ ມວນຊົນ ໃນໄລຍະດຳເນີນກອງປະ ຊຸມສະໄໝສາມັນຂອງສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ ເພື່ອປົກປ້ອງສິດ ແລະ ຜົນ ປະໂຫຍດຂອງປະຊາຊົນລາວບັນ ດາເຜົ່າໃນຂອບເຂດທົ່ວປະເທດ. ພ້ອມນີ້, ພະນັກງານຮັບໂທລະ ສັບສາຍດ່ວນກໍຕ້ອງຕັ້ງໃຈຟັງແລະ ສັງຮວມຫຍໍ້ໃຫ້ໄດ້ເນື້ອໃນໃຈ ຄວາມຄົບຖ້ວນ ຕາມທີ່ປະຊາຊົນ ສະເໜີໃຫ້ແກ້ໄຂໄດ້ຢ່າງຈະແຈ້ງ ເຊັ່ນ: ຖ້າປະຊາຊົນສະເໜີໃຫ້ແກ້ໄຂ ເຫດການໃດໜຶ່ງ ຕ້ອງຮູ້ສະຖານທີ່ ບ້ານ,ເມືອງ,ແຂວງໃຫ້ຈະແຈ້ງ; ຖ້າ ປະຊາຊົນ ສະເໜີໃຫ້ກວດກາການ ປະຕິບັດໜ້າທີ່ຂອງພະນັກງານ ຫລື ກ່າວເຖິງຊື່, ບຸກຄົນພະນັກງານ ຜູ້ຮັບສາຍດ່ວນຕ້ອງເປັນກາງ, ບໍ່ ອະຂະຕິ, (ບໍ່ໃຫ້ຂຽນໃນລັກສະນະ ລວມໆ)ຕ້ອງບັນທຶກບ່ອນເຮັດວຽກ ຂອງຜູ້ກ່ຽວ ແລະ ຜູ້ກ່ຽວໄດ້ລະເມີດ ລະບຽບ, ກົດໝາຍຄືແນວໃດ, ຜູ້ ໂທມາ ຫລື ຜູ້ສະເໜີມີຂໍ້ມູນຄືແນວ ໃດ ໃຫ້ມີທັກສະໃນການສົນທະນາ ຫລື ຖາມເອົາຂໍ້ມູນຫລັກຖານຕື່ມ ແລະ ຕ້ອງສັງຮວມໃຫ້ໄດ້ຂໍ້ມູນຄົບ ຖ້ວນ, ຢ່າງຈະແຈ້ງ. ພ້ອມນັ້ນ, ກໍໃຫ້ ຮັກສາຄວາມລັບກ່ຽວກັບຂໍ້ມູນຂອງ ຜູ້ທີ່ໂທ ຫລື ຜູ້ສະເໜີບັນຫາ ຜ່ານໂທ ລະສັບສາຍດ່ວນ ເນື່ອງຈາກເປັນ ການຮັບຟັງຈາກເລື່ອງເລົ່າທາງ ໂທລະສັບ, ບໍ່ທັນພິສູດໄດ້ວ່າ ຈິງ ຫລື ບໍ່, ຕ້ອງໃຫ້ຄວາມເປັນທໍາຜູ້ຖືກ ກ່າວຫາ ແລະ ເພື່ອປົກປ້ອງຄວາມ ປອດໄພຂອງຜູ້ໂທ ຫລື ຜູ້ໃຫ້ຂໍ້ມູນ; ໃຫ້ເພີ່ມທະວີເອົາໃຈໃສ່ການປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ ແລະ ຊຸກຍູ້ ໃຫ້ພິຈາລະ ນາ, ແກ້ໄຂຄໍາສະເໜີຂອງປະຊາ ຊົນ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ ດຳເນີນເປັນປົກກະຕິ ແລະ ໃຫ້ຮີບ ຮ້ອນແກ້ໄຂວ່ອງໄວ, ພ້ອມທັງໃຫ້ ສະຫລຸບ, ລາຍງານຜົນການແກ້ໄຂ ບັນຫາຄຳສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ຕໍ່ຂັ້ນເທິງ ຕົນ ຫລື ຕໍ່ຄະນະປະຈໍາສະພາແຫ່ງ ຊາດ ເປັນປົກກະຕິ ແຕ່ລະເດືອນ ຫລື ແຕ່ລະໄລຍະ. ກອງປະຊຸມໃນຄັ້ງນີ້, ບັນດາຄະ ນະຫ້ອງວ່າການສະພາປະຊາຊົນ 8 ແຂວງພາກເໜືອ ໄດ້ຮັບຟັງ ການສະເໜີບົດ ແລະ ແລກປ່ຽນ ບົດຮຽນຄວາມຮູ້ພື້ນຖານກ່ຽວກັບ ວຽກງານສາຍດ່ວນ ແລະ ຫລາຍ ບົດທີ່ມີເນື້ອໃນຕິດພັນກັບການປະ ຕິບັດວຽກງານຕົວຈິງ, ກອງປະຊຸມ ຈະໄດ້ຮັບຟັງການສະເໜີ ບົດຄວາມ ໝາຍ, ຄວາມສໍາຄັນຂອງວຽກງານ ງານສາຍດ່ວນ ຊຶ່ງເຫັນວ່າ ເປັນບົດ ທີ່ມີເນື້ອໃນສໍາຄັນຫລາຍຕໍ່ວຽກ ງານດັ່ງກ່າວ ແນໃສ່ພ້ອມກັນປັບ ປຸງຮ່າງຄູ່ມືການເຄື່ອນໄຫວວຽກ ງານສາຍດ່ວນ ໃຫ້ສຳເລັດຕາມ ຈຸດປະສົງເປົ້າໝາຍທີ່ວາງໄວ້. ຂ່າວ: ທະນູທອງ ສພຂ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເລັ່ງປັບປຸງ...ັ່ັຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທຳລາຍສິນຄ້າ...ິ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປະດິດສ້າງໝູນໃຊ້ເຂົ້າໃນວຽກງານ ຕົວຈິງໃຫ້ທັນກັບສະພາບການຂອງ ວຽກງານໃນແຕ່ລະໄລຍະ. ພ້ອມນີ້, ທ່ານ ນາງ ວິລະວອນ ພັນທະວົງ ຍັງໄດ້ຮຽກຮ້ອງມາຍັງສຳມະນາ ກອນ ຈົ່ງເປັນເຈົ້າການເອົາໃຈໃສ່ ສຶກສາຮຽນຮູ້ແລກປ່ຽນບົດຮຽນ ຈາກຄູຝຶກ ແລະ ເພື່ອນຮ່ວມງານ ດ້ວຍກັນ ເພື່ອເກັບກຳບົດຮຽນ ແລະ ນຳໄປຈັດຕັ້ງປະຕິບັດ ໃຫ້ເກີດດອກ ອອກຜົນຢ່າງມີປະສິດທິພາບສູງ. ຊຸດຝຶດອົບຮົມຄັ້ງນີ້, ສຳມະນາ ກອນຈະໄດ້ຮຽນຮູ້ກ່ຽວກັບລະບົບ G-shareG-drive;ລະບົບGov-x, QR code, QR Vcard; ລະບົບ LaoPedia ແລະ ລະບົບ Lao AI. ຂ່າວ: ກິດຕາ; ພາບ: ບັງລັງທອງ ວຽກງານສາຍດ່ວນ ໃນວັນທີ 24 ມັງກອນ 2026 ຢູ່ແຂວງຫລວງພະ ບາງ, ທ່ານ ນາງ ອໍາໄພວອນ ລ້ອມ
RkJQdWJsaXNoZXIy MTc3MTYxMQ==