27/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຂປລ. ຕະຫລອດໄລຍະ 77 ປີ ຜ່ານມາ, ກອງທັບປະຊາຊົນລາວ ພາຍໃຕ້ການນຳພາ-ຊີ້ນຳ ໂດຍກົງ ຂອງພັກ, ນັບແຕ່ມື້ສ້າງຕັ້ງຂຶ້ນໃນ ວັນທີ 20 ມັງກອນ 1949 ຊຶ່ງເປັນ ເຫດການປະຫວັດສາດອັນໜຶ່ງທີ່ ກຳເນີດເກີດຂຶ້ນຂອງກຳລັງປະຕິວັດ ເກີດມາຈາກປະຊາຊົນ ໂດຍປະຊາ ltrkcsj '-kf ,u muj 8A ' rk]t[q f[kf ly f c]t |h kmuj co;.fL ບົດສະເໜີົີ dkodtdP,7;k,rh v,dk]t3vdkf c]t lyj 'mh kmkp.odkos]5 frQ ovvd9kd lt4kotrk[fh vpra fmtok0v' lxx ]k; (ໂດຍສືບຕໍ່ຈາກບົດຄວາມສະບັບທໍາອິດ ຄັ້ງວັນທີ 10 ືໍ່ົັໍິັ້ັີ ກໍລະກົດ 2025 ກ່ຽວກັບປະຫວັດຄວາມເປັນມາຂອງປະເທດໍ ລົ ດ່ ຽັ ບັ ດັ ນ ດ້ອຍພັດທະນາ, ໃນບົດຄວາມສະບັບນີ້ ບັນດາທ່ານຜູ້ອ່ານຈະ້ ອັ ດົ ດັ ບີ້ ັນ່ າູ້ ອ່າ ໄດ້ຮັບຊາບຂໍ້ມູນລະອຽດເພີ່ມເຕີມກ່ຽວກັບການກະກຽມຄວາມ້ັໍູ້ີ່ີ່ັ ພ້ອມ, ກາລະໂອກາດ ແລະ ສິ່ງທ້າທາຍໃນການຫລຸດພົ້ນອອກ້ ອິ່ ງ້ າຸ ດົ້ ນ ຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ)້ ອັ ດ ໂດຍ: ສີສະຫວັນ ພິມສະຫວັນີັິັ ພະແນກເສດຖະກິດ-ສັງຄົມສະຫະ ປະຊາຊາດ, ກົມອົງ ການຈັດຕັ້ງ ສາກົນ, ກະຊວງການຕ່າງປະເທດ. ຮຽບຮຽງໂດຍ: ກອງເລຂາ ຄະນະຊີ້ນໍາລະດັບຊາດ ເພື່ອການ ຈັດຕັ້ງປະຕິບັດແຜນດໍາເນີນ ງານ ສປຊ ສໍາລັບປະເທດດ້ອຍ ພັດທະນາ, ກະຊວງການຕ່າງ ປະເທດ. *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ອອກຈາກສະຖານະພາບດັ່ງ ກ່າວ ດ້ວຍທ່ວງທ່າທີ່ໜັກແໜ້ນ ( G r a d u a t i o n w i t h momentum) ເພື່ອເຮັດໃຫ້ການ ຫັນປ່ຽນນີ້ ນຳໄປສູ່ການພັດທະນາ ແບບຍືນຍົງ ແລະ ຮອບດ້ານ ໂດຍ ສຸມໃສ່ແກ້ໄຂບັນດາສິ່ງທ້າທາຍທີ່ ຕິດພັນກັບໂຄງສ້າງພື້ນຖານ ແລະ ສ້າງກຳລັງການຜະລິດທີ່ມີປະ ສິດທິຜົນໃນໄລຍະຍາວ. ທິດທາງຂອງການພັດທະນາ ປະເທດຊາດ ໂດຍຜ່ານການສ້າງ ເສດຖະກິດເອກະລາດ ແລະ ເປັນ ເຈົ້າຕົນເອງ ເພື່ອຫລຸດຜ່ອນການ ຂປລ. ສະພາແຫ່ງຊາດ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ, ເປັນອົງການສູງສຸດ ແຫ່ງອຳນາດລັດ, ເປັນອົງການນິ ຕິບັນຍັດປະຕິບັດພາລະບົດບາດ ຮັບຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ, ຕົກລົງບັນຫາສໍາຄັນ ພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາການເຄົາລົບ, ປະ ຕິບັດລັດຖະທໍາມະນູນ ແລະ ກົດ ໝາຍຂອງບັນດາອົງການລັດ. ສະພາແຫ່ງຊາດ ແມ່ນອົງການ ຕົວແທນໃຫ້ແກ່ສິດ ແລະ ຜົນປະ ໂຫຍດຂອງປະຊາຊົນລາວບັນດາ ເຜົ່າ ໂດຍແມ່ນປະຊາຊົນລາວ ບັນດາເຜົ່າເປັນຜູ້ສ້າງຕັ້ງຜ່ານ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ; ສະພາແຫ່ງຊາດ ມີທີ່ຕັ້ງ ເປັນອົງການສູງສຸດແຫ່ງອໍານາດ ລັດ, ຍ້ອນວ່າສະພາແຫ່ງຊາດ ແມ່ນຕົວແທນແຫ່ງສິດອໍານາດ ຂອງປະຊາຊົນ ແລະ ມີແຕ່ສະພາ ແຫ່ງຊາດເທົ່ານັ້ນ ຈຶ່ງມີສິດພິຈາ ລະນາຮັບຮອງເອົາການສ້າງ ແລະ ປັບປຸງລັດຖະທໍາມະນູນ ແລະ ກົດ ໝາຍ; ສະພາແຫ່ງຊາດ ມີທີ່ຕັ້ງເປັນ ອົງການນິຕິບັນຍັດ, ຍ້ອນວ່າສະພາ ແຫ່ງຊາດ ແມ່ນອົງການອໍານາດ ລັດ ເພື່ອພິຈາລະນາ ແລະ ຮັບຮອງ ເອົາການສ້າງ ແລະ ປັບປຸງລັດຖະ ທໍາມະນູນ; ການສ້າງ ແລະ ປັບປຸງ ກົດໝາຍຂອງ ສປປ ລາວ. ສະພາແຫ່ງຊາດ ມີພາລະບົດ ບາດຄື: 1. ພິຈາລະນາ ແລະ ຮັບ ຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ; 2. ຕົກລົງບັນຫາສໍາຄັນ ພື້ນຖານຂອງປະເທດຊາດ (ບັນ ຫາສໍາຄັນທາງດ້ານເສດຖະກິດສັງຄົມ, ການປົກຄອງ ແລະ ບຸກ ຄະລາກອນທີ່ສໍາຄັນຂອງບັນດາ ອົງການອໍານາດແຫ່ງລັດ) ແລະ 3. ຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດ ໝາຍຂອງບັນດາອົງການລັດ. ສະພາແຫ່ງຊາດ ມີສິດ ແລະ ໜ້າ ທີ່ລວມດັ່ງນີ້: 1. ສິດ ແລະ ໜ້າທີ່ດ້ານນິຕິ ບັນຍັດແມ່ນການສ້າງ ແລະ ປັບປຸງ ລັດຖະທໍາມະນູນ; ການສ້າງ ແລະ ປັບປຸງກົດໝາຍ; ການຕິດຕາມກວດ ກາ ແລະ ການໂຄສະນາເຜີຍແຜ່ ລັດຖະທໍາມະນູນ ແລະ ກົດໝາຍ; ການປະຕິບັດສົນທິສັນຍາ ແລະ ສັນ ຍາສາກົນ. 2. ສິດ ແລະ ໜ້າທີ່ດ້ານການ ຕົກລົງບັນຫາສໍາຄັນພື້ນຖານຂອງ ປະເທດຊາດ ແມ່ນການພິຈາລະນາ ຕົກລົງບັນຫາສໍາຄັນທາງດ້ານການ ເມືອງ-ການປົກຄອງ, ການບັນຈຸສັບ ຊ້ອນບຸກຄະລາກອນ ເພື່ອດໍາລົງຕໍາ ແໜ່ງໃນບັນດາອົງການອໍານາດລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ການ ພິຈາລະນາ ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາ 5 ປີ ແລະ ແຕ່ລະປີ; ພິຈາລະນາ ແລະ ຮັບຮອງເອົາບັນ ດາໂຄງການລົງທຶນຂະໜາດໃຫຍ່, ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ອື່ນໆ. 3. ສິດ ແລະ ໜ້າທີ່ດ້ານການ ຕິດຕາມກວດກາແມ່ນການດໍາເນີນ ການປະເມີນຜົນການຈັດຕັ້ງປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການອໍານາດລັດ ຂັ້ນ ສູນກາງ ແລະ ທ້ອງຖິ່ນ; ປະຕິບັດ ໜ້າທີ່ຂອງບັນດາບຸກຄະລາກອນ ທີ່ສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງເລືອກຕັ້ງ ແລະ ພິຈາລະນາຮັບຮອງເອົາການ ແຕ່ງຕັ້ງ. ເພີ່ງພາອາໄສການຊ່ວຍເຫລືອ ຈາກຕ່າງປະເທດທີ່ມີທ່າອ່ຽງນັບ ມື້ນັບຫລຸດລົງ, ສ້າງຂີດຄວາມ ສາມາດເພື່ອແຂ່ງຂັນກັບປະເທດ ອື່ນໃນພາກພຶ້ນ, ປັບປຸງສະພາບ ແວດລ້ອມດ້ານການລົງທຶນໃຫ້ດີ ຂຶ້ນ, ປົກປັກຮັກສາ ແລະ ນໍາໃຊ້ ຊັບພະຍາກອນທໍາມະຊາດໃຫ້ມີປະ ສິດທິຜົນ ແລະ ຍືນຍົງ, ຍູ້ແຮງການ ຜະລິດເປັນສິນຄ້າ, ສົ່ງເສີມການ ສົ່ງອອກ ແລະ ສ້າງລາຍຮັບ ເພື່ອ ເປັນເງື່ອນປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນໃນຂອບເຂດທົ່ວ ປະເທດໃຫ້ທົ່ວເຖິງແມ່ນທິດທາງ ທີ່ສອດຄ່ອງເພື່ອຮອງຮັບການ ຫລຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ, ສາມາດເປັນກໍາ ລັງແຮງຂັບເຄື່ອນການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ທີ່ຈະ ຮັບຮອງເອົາໃນຕົ້ນປີ 2026 ນີ້ ໃຫ້ ສໍາເລັດຜົນຕາມຄາດໝາຍ. ຂໍ້ມູນຈາກ: ກອງເລຂາຄະນະ ຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງ ປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາ, ກະ ຊວງການຕ່າງປະເທດ. ຊົນ ແລະ ຮັບໃຊ້ປະຊາຊົນ, ໃນ ໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ກອງທັບປະຊາຊົນລາວ ໄດ້ຜ່ານ ຜ່າອຸປະສັກຫຍຸ້ງຍາກນາໆປະການ ແລະ ເສຍສະລະເລືອດເນື້ອເພື່ອ ປະເທດຊາດ, ແຕ່ພາຍໃຕ້ການ ນຳພາໂດຍກົງຮອບດ້ານຂອງພັກ ກອງທັບປະຊາຊົນລາວ ນັບແຕ່ມື້ ສ້າງຕັ້ງຈົນເຖິງປັດຈຸບັນໄດ້ເຕີບ ໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ສະເພາະກຳລັງ ຕີພິເສດພາຍຫລັງໄດ້ສ້າງຕັ້ງຂຶ້ນ ກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາ ສະເພາະຂອງຕົນຢ່າງຕັ້ງໜ້າໃນ ການເຄື່ອນໄຫວສູ້ຮົບປິດລັບຫລອນ ຕີ, ບັນທອນກໍາລັງຂອງສັດຕູສ້າງ ເງື່ອນໄຂໃຫ້ເຫລົ່າຮົບອື່ນໆບຸກຕີ ດັບສູນສັດຕູ. ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໄດ້ປະກອບສ່ວນຢ່າງສໍາຄັນເຂົ້າ ໃນໄຊຊະນະລວມຂອງກອງທັບ ແລະ ຂອງປະຊາຊົນເຮົາ, ກ້າວ ສູ່ໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດ, ເຫລົ່າຮົບ ຕີພິເສດກໍໄດ້ພ້ອມກັບເຫລົ່າຮົບອື່ນ ສູ້ຮົບຢ່າງພິລະອາດຫານຕ້ານການ ເຊື່ອມຍຶດຊາຍແດນເຮົາຂອງສັດຕູ, ເຄື່ອນໄຫວສະກັດກັ້ນ ແລະ ກວາດ ລ້າງກຸ່ມຄົນບໍ່ດີທີ່ລີ້ຊ່ອນຢູ່ພູຜາປ່າ ດົງເຂດທຸລະກັນດານ, ເຂົ້າຮ່ວມ ປ້ອງກັນກອງປະຊຸມ ແລະ ວັນ ປະຫວັດສາດສໍາຄັນຕ່າງໆລະດັບ ຊາດ, ພາກພື້ນ ແລະ ສາກົນທີ່ລາວ ເຮົາເປັນເຈົ້າພາບ. ສະຫາຍ ພັນເອກ ທອງດຳ ດວງມາລາ ຫົວໜ້າການທະຫານ ກອງພັນໃຫຍ່ 497 ຕາງໜ້າໃຫ້ ນາຍ ແລະ ພົນທະຫານທົ່ວພັນກອງ ໃຫ່ຍ 497 ໄດ້ສະແດງຄວາມຮູ້ສຶກ ເປັນກຽດ ແລະ ພາກພູມໃຈທີ່ສຸດ ຕໍ່ກັບການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ໃນ ຕະຫລອດໄລຍະ 77 ປີຜ່ານມາ, ໃນປີ 2025 ຜ່ານມາ ກອງພັນ ໃຫຍ່ 497 ໄດ້ປະກອບສ່ວນຜົນ ງານຫລາຍດ້ານທີ່ໂດດເດັ່ນ ຊຶ່ງ ເປັນກົມກອງໜຶ່ງທີ່ຂັ້ນເທິງໄດ້ໄວ້ ເນື້ອເຊື່ອໃຈ, ໄດ້ຄັດເລືອກເຂົ້າຮ່ວມ ການຊ້ອມຮົບລາໂຣສ 2025 ຮ່ວມ ກັບສະຫະພັນຣັດເຊຍ. ຜ່ານການ ເຂົ້າຮ່ວມຊ້ອມຮົບຕົວຈິງນັ້ນ ເຫັນ ວ່າພະນັກງານ-ນັກຮົບທຸກສະຫາຍ ມີຄວາມຫ້າວຫັນ, ມີຄວາມມະນະ ອົດທົນເພື່ອຮໍ່າຮຽນ, ຖອດຖອນ ເອົາບົດຮຽນ, ຄວາມຮູ້ຈາກເພື່ອນ ມິດ ໂດຍສະເພາະແມ່ນສົງຄາມ ສະໄໝໃໝ່ ໃນການເຂົ້າຮ່ວມຕົວຈິງ ນັ້ນບັນດາສະຫາຍມີຄວາມອົດທົນ ຜ່ານຜ່າຍາດແຍ່ງເອົາບົດຮຽນ ອັນລໍ້າຄ່າໃນການນຳໃຊ້ອາວຸດເຕັກນິກທີ່ທັນສະໄໝເຂົ້າໃນການ ສູ້ຮົບ ກໍຄື ການປະຕິບັດໜ້າທີ່ຕົວ ຈິງທີ່ພວກເຮົາບໍ່ເຄີຍໄດ້ນຳໃຊ້, ບໍ່ ເຄີຍໄດ້ເຂົ້າເຖິງວັດຖຸດັ່ງກ່າວ ແລະ ສາມາດເຂົ້າເຖິງໄດ້ ໂດຍສະເພາະ ການນຳໃຊ້ໂດຣນ ສືບຂ່າວ, ໂດຣນ ໂຈມຕີ ກໍຄື ການນຳໃຊ້ອາວຸດທີ່ ທັນສະໄໝ ໃນການດັບສູນເປົ້າໝາຍ ທີ່ແມ້ນຢໍາ. ນອກນີ້, ຍັງເຂົ້າຮ່ວມ ການຊ້ອມສວນສະໜາມສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ງານ ສໍາຄັນຕ່າງໆສາມາດເຮັດສຳເລັດ ໜ້າທີ່ການເມືອງຂອງຕົນທີ່ຂັ້ນເທິງ ມອບໝາຍໃຫ້. ໃນປີ 2026 ນີ້, ຄະນະພັກ ຄະນະບັນຊາຂອງກອງພັນໃຫຍ່ 497 ຈະສືບຕໍ່ສຸມໃສ່ນຳພາກົມ ກອງປະຕິບັດໜ້າທີ່ວຽກງານປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ ງານທີ່ຄະນະພັກກະຊວງປ້ອງກັນ ປະເທດວາງອອກເປັນຕົ້ນເຮັດໃຫ້ ສະພາບການມີຄວາມສະຫງົບ, ຈັດ ຕັ້ງກຳລັງປະຈຳການກຽມພ້ອມ ສູ້ຮົບ ກໍຄື ການເຄື່ອນໄຫວກໍ່ສ້າງ ລົງຮາກຖານໃນ 2 ກຸ່ມບ້ານ 19 ໝູ່ບ້ານທີ່ກົມກອງຮັບຜິດຊອບ, ໄດ້ຖືເອົາວຽກງານສືກສາອົບຮົມ ການເມືອງແນວຄິດເປັນກົກ ເພື່ອ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກ ງານ, ເອົາໃຈໃສ່ປັບປຸງກໍ່ສ້າງ ກຳລັງຕີພິເສດໃຫ້ຮັບປະກັນທາງ ດ້ານປະລິມານ ແລະ ຄຸນນະພາບ ເພື່ອກຽມພ້ອມເຄື່ອນໄຫວໜ້າທີ່ ຕ່າງໆ, ຕໍ່ກັບວຽກງານປູກຝັງລ້ຽງສັດ ກອງພັນໃຫຍ່ສາມາດກຸ້ມ ຕົນເອງທາງດ້ານສະບຽງອາຫານ ສາມາດປະຕິບັດໄດ້, ວຽກງານ ພົວພັນຮ່ວມມື ໂດຍອາໄສໝູ່ບ້ານ ອ້ອມຂ້າງ, ໝູ່ບ້ານແຮກສ່ຽວ ແລະ ບັນດາກົມກອງແຮກສ່ຽວໄດ້ລົງ ໃກ້ຊິດຕິດແທດຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອກຳສະພາບການ ຕ່າງໆ ໂດຍສະເພາະໃນຂອບເຂດ ເມືອງທຸລະຄົມ ແຂວງວຽງຈັນ ເຮັດ ໃຫ້ສະພາບການດັ່ງກ່າວ ມີຄວາມ ສະຫງົບ. ໂອກາດນີ້, ພັນເອກ ທອງດຳ ດວງມາລາ ຕາງໜ້າໃຫ້ນາຍ ແລະ ພົນທະຫານທົ່ວພັນກອງໃຫຍ່ 497 ໄດ້ອວຍພອນໃຫ້ບັນດາການນຳ ພັກ, ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ນຳພາ-ຊີ້ນຳປະເທດຊາດ ໃຫ້ຈະເລີນກ້າວໜ້າ, ອວຍພອນ ບັນດາສະຫາຍຄະນະນຳກະຊວງ ປ້ອງກັນປະເທດ ຈົ່ງມີສຸຂະພາບ ເຂັ້ມແຂງສືບຕໍ່ນຳພາກອງທັບ ປະຊາຊົນລາວໃຫ້ເປັນກອງທັບມີ ແບບແຜນທີ່ທັນສະໄໝ, ອວຍພອນ ກຳລັງຕີພິເສດຈົ່ງມີສຸຂະພາບເຂັ້ມ ແຂງກ້າວຂຶ້ນເຮັດສຳເລັດໜ້າທີ່ອັນ ກຽດສະຫງ່າຂອງຕົນທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້. ຂ່າວ: ຄຳໄຕ ຈັນນະຄອນ xy f]a [s]vo8u F [a omvode]a '0v'la f86 lh k'g'vow0.sh gs]q j kIq [vn j oM[5 d8u da [la f86 nj
RkJQdWJsaXNoZXIy MTc3MTYxMQ==