@ 0j k; c]t gsfdko j 27/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ລາວ-ຫວຽດນາມ... ປະເທດ ແຫ່ງ ສປປລາວ ພ້ອມດ້ວຍ ພັນລະຍາແລະຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ລັດຖະກິດ ສສ ຫວຽດນາມ ແຕ່ວັນ ທີ 26-27 ມັງກອນ 2026 ເພື່ອ ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ. ການຢ້ຽມຢາມຄັ້ງ ນີ້, ແມ່ນເປັນຄັ້ງທໍາອິດ ພາຍຫລັງ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງ ຕໍາແໜ່ງເປັນເລຂາທິການໃຫຍ່ ພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນເດືອນມັງກອນ 2026 ຜ່ານມາ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນແລະສົມກຽດ ໃນຕອນເຊົ້າວັນທີ 26 ມັງກອນ 2026 ທີ່ທໍານຽບປະທານປະເທດ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍ ພັນລະຍາແລະຄະນະຜູ້ແທນຂັ້ນສູງ ຂອງທັງສອງຝ່າຍເຂົ້າຮ່ວມ. ຫລັງ ຈາກນັ້ນ, ສອງເລຂາທິການໃຫຍ່ ພ້ອມດ້ວຍຄະນະ ໄດ້ດໍາເນີນການພົບ ປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາການພົວພັນຮ່ວມມື ສອງຝ່າຍໃນໄລຍະຜ່ານມາ, ພ້ອມ ທັງປຶກສາຫາລື ແລະ ກໍານົດທິດ ທາງຮ່ວມມືໃນຕໍ່ໜ້າ. ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງສະພາບການ ພາຍໃນຂອງປະເທດຕົນໃຫ້ກັນ ຊາບ ພ້ອມທັງໄດ້ສະແດງຄວາມຊົມ ເຊີຍຕໍ່ບັນດາຜົນສໍາເລັດຂອງການ ພັດທະນາເສດຖະກິດ-ສັງຄົມ ທີ່ ສອງປະເທດຍາດມາໄດ້ ໃນຊຸມປີ ຜ່ານມາ ໂດຍສະເພາະແມ່ນຜົນສໍາ ເລັດຂອງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກປະ ຊາຊົນປະຕິວັດລາວກໍຄື ຜົນສໍາເລັດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດຂອງພັກກອມມູນິດຫວຽດ ນາມ ຄັ້ງທີ XIV ທີ່ໄດ້ອັດລົງຢ່າງ ສະຫງ່າງາມ ໃນເດືອນມັງກອນນີ້. ພ້ອມກັນນີ້, ສອງຝ່າຍໄດ້ຕີລາຄາ ສູງຕໍ່ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດລາວ-ຫວຽດ ນາມທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນ ສ້າງແລະພັດທະນາເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກ ງານ ເປັນຕົ້ນການພົວພັນທາງດ້ານ ການເມືອງ ສືບຕໍ່ມີຄວາມໄວ້ເນື້ອ ເຊື່ອໃຈກັນໃນລະດັບສູງສຸດ; ວຽກ ງານການຕ່າງປະເທດ, ປ້ອງກັນ ຊາດ ແລະ ປ້ອງກັນຄວາມສະຫງົບ ສືບຕໍ່ເປັນເສົາຄໍ້າທີ່ໝັ້ນຄົງໃນການ ພົວພັນສອງຝ່າຍ; ມູນຄ່າການຄ້າ ສອງປະເທດ ກໍມີການເຕີບໂຕໃນ ຕົວເລກທີ່ໜ້າເພິ່ງພໍໃຈ ແລະ ບັນດາ ໂຄງການຮ່ວມມືຍຸດທະສາດ ກໍໄດ້ ຮັບການຈັດຕັ້ງປະຕິບັດຢ່າງມີປະ ສິດທິຜົນ ໂດຍສະເພາະໃນໄລຍະ ທ້າຍປີ 2025 ຫາຕົ້ນປີ 2026 ນີ້. ພິເສດ, ສອງຝ່າຍໄດ້ຢືນຢັນເພີ່ມພູນ ຄູນສ້າງ “ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ ຮັບການຂະຫຍາຍຍິ່ງໆຂຶ້ນ, ສອງ ຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດຂອງການພົບປະ ປະຈໍາ ປີ 2026 ລະຫວ່າງ ສອງກົມການ ເມືອງລາວ-ຫວຽດນາມ ທີ່ໄດ້ກໍາ ນົດທິດທາງຍຸດທະສາດໃນການ ຮ່ວມມືໃນໄລຍະໃໝ່ ໃຫ້ມີຄວາມ ແທດເໝາະຕົວຈິງ ແລະ ມີໝາກຜົນ ກວ່າເກົ່າ ກໍຄື ຜົນສໍາເລັດຂອງກອງ ປະຊຸມ ຄັ້ງທີ 48 ຂອງຄະນະກໍາມະ ການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ທີ່ໄດ້ສ້າງບາດ ກ້າວບຸກທະລຸໃໝ່ ໃນການຊຸກຍູ້ບັນ ດາໂຄງການຮ່ວມມືດ້ານເສດຖະ ກິດ, ວັດທະນະທໍາ ແລະ ວິທະຍາ ສາດ-ເຕັກນິກ ໃຫ້ມີຄວາມຄືບໜ້າ. ສໍາລັບທິດທາງແຜນການຮ່ວມ ມືໃນຕໍ່ໜ້າ, ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ເຫັນດີຈະສືບຕໍ່ ຮັກສາມູນເຊື້ອການແລກປ່ຽນຢ້ຽມ ຢາມ ແລະ ການພົບປະເຊິ່ງກັນ ແລະ ກັນ ລະຫວ່າງການນໍາຂັ້ນສູງ ຂອງສອງພັກ, ສອງລັດ ກໍຄື ບັນດາ ກະຊວງ-ຂະແໜງການ ນັບແຕ່ສູນ ກາງຮອດທ້ອງຖິ່ນ ຢ່າງເປັນປົກກະ ຕິ ໂດຍເນັ້ນໃສ່ການຍົກສູງຄຸນນະ ພາບ ແລະ ລົງເລິກການຮ່ວມມື ທີ່ມີລັກສະນະຍຸດທະສາດ; ສືບຕໍ່ ຮັດແໜ້ນການພົວພັນຮ່ວມມື ແລະ ປະສານສົມທົບກັນຢ່າງໃກ້ຊິດ ໃນ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ; ສືບຕໍ່ສຸມໃສ່ສ້າງ ເງື່ອນໄຂອໍານວຍຄວາມສະດວກ ເພື່ອຊຸກຍູ້ການເຊື່ອມໂຍງພື້ນຖານ ເສດຖະກິດຂອງສອງປະເທດ ໃຫ້ ເປັນຮູບປະທໍາ ໂດຍສະເພາະແມ່ນ ການເລັ່ງລັດໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ; ສືບຕໍ່ເອົາໃຈໃສ່ ໂຄສະນາເຜີຍແຜ່ ແລະ ສຶກສາອົບ ຮົມປະຊາຊົນ ໂດຍສະເພາະແມ່ນ ຄົນຮຸ່ນໜຸ່ມ ໃຫ້ມີຄວາມເຂົ້າໃຈ ຢ່າງເລິກເຊິ່ງເຖິງຕົ້ນກໍາເນີດ, ຄຸນ ຄ່າ ແລະ ຄວາມໝາຍສໍາຄັນທາງ ປະຫວັດສາດຂອງສາຍພົວພັນພິ ເສດ ລາວ-ຫວຽດນາມ; ພ້ອມທັງ ສືບຕໍ່ກະກຽມຄວາມພ້ອມຮອບ ດ້ານ ເພື່ອສະເຫລີມສະຫລອງ “ປີ ສາມັກຄີມິດຕະພາບ ລາວ-ຫວຽດ ນາມ ປີ 2027” ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການ ຮ່ວມມື ຄົບຮອບ 50 ປີ ໃຫ້ມີເນື້ອ ໃນອຸດົມສົມບູນ ແລະ ມີຄວາມ ໝາຍອັນເລິກເຊິ່ງ. ໃນໂອກາດດັ່ງກ່າວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກ ກອມມູນິດຫວຽດນາມ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ສືບຕໍ່ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນເລຂາທິການໃຫຍ່ ພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ພ້ອມທັງໄດ້ຕີລາຄາສູງຕໍ່ການ ຢ້ຽມຢາມຄັ້ງນີ້ ຊຶ່ງເປັນປະເທດທໍາ ອິດຂອງການເຄື່ອນໄຫວວຽກງານ ການຕ່າງປະເທດຂອງ ສະຫາຍ ທອງລຸນ ສີສຸລິດ, ທັງເປັນການ ສະແດງໃຫ້ເຫັນເຖິງຄວາມມີຊີວິດ ຊີວາຂອງສາຍພົວພັນພິເສດ ທີ່ບໍ່ຄື ໃຜ ແລະ ບໍ່ມີໃຜຄື. ໃນຂະນະດຽວກັນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເຊື້ອເຊີນ ແລະ ການຕ້ອນຮັບ ອັນອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ໂຕ ເລິມ ທີ່ສືບຕໍ່ໄດ້ຮັບການເລືອກ ຕັ້ງໃຫ້ດໍາລົງຕໍາແໜ່ງເປັນເລຂາ ທິການໃຫຍ່ພັກກອມມູນິດຫວຽດ ນາມ ສະໄໝທີ XIV ເຊັ່ນດຽວກັນ. ພ້ອມນັ້ນ, ກໍໄດ້ສະແດງຄວາມຂອບ ໃຈຢ່າງຈິງໃຈແລະຄວາມຮູ້ບຸນຄຸນ ຢ່າງລົ້ນເຫລືອຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ ຍາມໃດກໍໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຢ່າງ ສະເໝີຕົ້ນສະເໝີປາຍ, ແຕ່ໄລຍະ ແຫ່ງການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນປັດຈຸບັນ. ໃນຕອນ ທ້າຍ, ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ ແທນຂັ້ນສູງຂອງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 5-6 ກຸມພາ 2026 ທີ່ຈະມີເຖິງນີ້. ພາຍຫລັງສໍາເລັດການພົບປະ, ສອງເລຂາທິການໃຫຍ່ ລາວຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກ ຂີພິຍານ ໃນພິທີລົງນາມເອກະສານ ຮ່ວມມືສອງຝ່າຍ ຈໍານວນ 2 ສະບັບ ຄື: ຂໍ້ຕົກລົງການຮ່ວມມື ລະຫວ່າງ ຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ກັບຫ້ອງວ່າການສູນ ກາງພັກກອມມູນິດຫວຽດນາມ ໄລ ຍະປີ 2026-2030 ແລະ ບົດບັນ ທຶກການຮ່ວມມື ລະຫວ່າງ ອົງຄະ ນະພັກ, ອົງການປົກຄອງນະຄອນ ຫລວງວຽງຈັນ ແລະ ອົງຄະນະພັກ, ອົງການປົກຄອງນະຄອນຫລວງ ຮ່າໂນ້ຍ ໄລຍະປີ 2026-2030. ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ກໍໄດ້ຈັດງານລ້ຽງຕ້ອນຮັບ ເປັນ ກຽດໃຫ້ແກ່ ສະຫາຍ ເລຂາທິການ ໃຫຍ່ ທອງລຸນ ສີສຸລິດ ພ້ອມດ້ວຍ ພັນລະຍາແລະຄະນະຜູ້ແທນຂັ້ນສູງ ໃນໂອກາດເດີນທາງຢ້ຽມຢາມລັດ ຖະກິດ ຢູ່ ສສ ຫວຽດນາມ ໃນຄັ້ງນີ້. ແລະ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍເປັນພິເສດ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ຖືກຮັບເລືອກ ໃຫ້ເປັນກຳມະ ການກົມການເມືອງສູນກາງພັກ ສະໄໝທີ XII. ນອກຈາກນັ້ນ, ເພື່ອເປັນການ ເສີມຂະຫຍາຍການຮ່ວມມືລະຫວ່າງ ລາວ-ອິນເດຍ ໂດຍສະເພາະໃນຂະ ແໜງສຶກສາ, ວິທະຍາສາດ ແລະ ກິລາ ທັງສອງຝ່າຍຍັງໄດ້ປຶກສາ ຫາລືເຖິງຄວາມເປັນໄປໄດ້ໃນການ ຮ່ວມມືແບບເລິກເຊິ່ງ ໂດຍສະເພາະ ການນຳໃຊ້ເຕັກໂນໂລຊີ ແລະ ດີຈິ ຕອນ ເຂົ້າໃນສື່ການຮຽນ-ການ ລັດຖະມົນຕີ ສສກ...ັົີ ສອນ, ການຮ່ວມມືໃນວຽກງານ ກິລາ ແລະ ການເຮັດວຽກຮ່ວມກັນ ໃນຕໍ່ໜ້າໃນວຽກງານຕ່າງໆ ເພື່ອ ປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດແຜນພັດທະນາຂະແໜງ ການສຶກສາ, ວິທະຍາສາດ ແລະ ກິລາ ໃນໄລຍະໃໝ່. ພາບ: ເກດສະໜາ ການເມືອງສູນກາງພັກ, ມີການ ນໍາຈາກສູນກາງ, ການນໍາແຂວງ, ອະດີດການນໍາແຂວງ, ສອງກອງ ບັນຊາການ ແລະ ພະນັກງານຫລັກ ແຫລ່ງຂອງແຂວງ ເຂົ້າຮວ່ມ. ສະຫາຍ ວຽງສະຫວັດ ສີພັນ ດອນ ໄດ້ລາຍງານໂດຍຫຍໍ້ການນໍາ ພາ-ຊີ້ນຳວຽກງານຮອບດ້ານໃນ ໄລຍະຜ່ານມາ, ຜ່ານການຈັດຕັ້ງ ປະຕິບັດຕົວຈິງໃນໄລຍະຜ່ານມາ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຫລາຍດ້ານ ເປັນຕົ້ນ ບັນຫາດ້ານ ເສດຖະກິດ, ພະຍາດລະບາດ, ໄພ ທໍາມະຊາດ ແລະ ຄວາມຫຍຸ້ງ ຍາກອື່ນໆ, ຄະນະບໍລິຫານງານພັກ ແຂວງສະໄໜທີ VIII ແລະ ສະໄໜທີ IX ໄດ້ຕັດສິນໃຈຜ່ານຜ່າ, ຫາວິທີ ແກ້ໄຂແລະຫາທຶນຮອນມາສ້າງສາ ພັດທະນາມີການຫັນປ່ຽນດີຂຶ້ນ ແລະ ໄດ້ເອົາໃຈໃສ່ແກ້ໄຂໄພພິບັດ ນໍ້າຖ້ວມແຂວງຫລວງນໍ້າທາ ປີ 2024, ໄດ້ຖືເອົາວຽກງານກໍ່ສ້າງ ຮາກຖານການເມືອງຕາມ4 ເນື້ອໃນ 4 ຄາດໜາຍ ຕິດພັນກັບວຽກ ງານພັດທະນາຊົນນະບົດຮອບດ້ານ ແລະ ສາມາດຈັດເກັບລາຍຮັບເຂົ້າ ງົບປະມານໄດ້ເກີນແຜນ3ປີຕໍ່ເນື່ອງ, ໄດ້ສຸມສະຕິປັນຍາ, ເຫື່ອແຮງເຂົ້າ ໃນການພັດທະນາ ແຂວງຫລວງນໍ້າ ທາ ປຸກລະດົມທຸກພາກສ່ວນ ປະ ກອບສ່ວນເຂົ້າໃນການພັດທະນາ ແຂວງຫລວງນໍ້າທາ ຢ່າງຕັ້ງໜ້າ ເຮັດໃຫ້ແຂວງຫລວງນໍ້າທາ ໄດ້ຮັບ ການພັດທະນາຂຶ້ນຢ່າງຕໍ່ເນື່ອງ. ໃນພິທີ, ຕາງໜ້າຄະນະຈັດຕັ້ງ ສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 08/ກມສພ ນະຄອນ ຫລວງວຽງຈັນ ວັນທີ 16 ມັງກອນ 2026 ວ່າດ້ວຍການອະນຸມັດໃຫ້ ການນຳຂັ້ນສູງອອກພັກການຮັບ ອຸດໜູນບໍານານ. ໃນນີ້, ຕົກລົງໃຫ້ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງຫລວງ ນໍ້າທາ ພັກການຮັບອຸດໜູນບໍານານ, ຜ່ານຄຳສັ່ງຂອງກົມການເມືອງ ສູນກາງພັກ ເລກທີ 08/ກມສພ ວັນທີ 16 ມັງກອນ 2026 ວ່າດ້ວຍ ການຍົກຍ້າຍການນຳຂັ້ນສູງໄປຮັບ ໝ້າທີ່ໃໝ່ ໂດຍຍົກຍ້າຍ ສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫລ້າມະນີວົງ ກຳມະການສູນກາງພັກ, ຮອງເລ ຂາຄະນະບໍລິຫານພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ ແຂວງຫລວງນໍ້າທາ, ຜ່ານມະຕິ ຕົກລົງຂອງກົມການເມືອງສູນກາງ ພັກ ສະບັບເລກທີ 15/ກມສພ ລົງ ວັນທີ 16 ມັງກອນ 2026 ວ່າດ້ວຍ ການແຕ່ງຕັ້ງເລຂາຄະນະບໍລິຫານ ງານພັກແຂວງຫລວງນໍ້າທາ. ໃນ ນີ້, ແຕ່ງຕັ້ງ ສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫລ້າມະນີວົງ ກຳມະການສູນ ກາງພັກ ເປັນເລຂາຄະນະບໍລິຫານ ງານພັກແຂວງ. ຈາກນັັ້ນ, ກໍໄດ້ ມອບມະຕິຕົກລົງຂອງກົມການ ເມືອງສູນກາງພັກ ໃຫ້ສະຫາຍ ເລຂາພັກແຂວງຫລວງນໍ້າທາ ຜູ້ ເກົ່າ ແລະ ຜູ້ໃໝ່ ພ້ອມທັງເຊັນບົດ ບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍເລຂາຄະນະບໍລິຫານງານ ພັກແຂວງຫລວງນໍ້າທາ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ. ໂອກາດດັ່ງກ່າວ, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມ ການເມືອງສູນກາງພັກ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານຂອງຄະນະບໍລິຫານງານພັກ ແຂວງຫລວງນໍ້າທາ ຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງໄດ້ ເນັ້ນໃຫ້ຄະນະບໍລິຫານງານຊຸດ ໃໝ່ ຈົ່ງສືບຕໍ່ປົກປັກຮັກສາ, ເພີ່ມ ທະວີຄວາມສາມັກຄີພາຍໃນຄະ ນະພັກ, ຄວາມສາມັກຄີປວງຊົນ ບັນດາເຜົ່າ, ສຸມໃສ່ປະຕິບັດໜ້າ ວຽກຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍຄື ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ເພື່ອ ເປັນບ່ອນອີງ, ສືບຕໍ່ແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ, ແກ້ໄຂ້ບັນຫາຢາເສບ ຕິດ, ເສີມຂະຫຍາຍສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ, ເອົາໃຈໃສ່ສົ່ງເສີມເສດຖະກິດ, ວັດ ທະນະທຳ, ພັດທະນາດ້ານການ ທ່ອງທ່ຽວທາງດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ, ຍົກສູງເພີ່ມທະວີຄຸ້ມຄອງທາງ ດ້ານກົດໝາຍໃຫ້ມີປະສິດທິພາບ, ເອົາໃຈໃສ່ນໍາພາການເມືອງແນວ ຄິດໃນການລົງຮັບສະໝັກເລືອກ ຕັ້ງ ເພື່ອເສີມຂະຫຍາຍບົດບາດ ຂອງສະພາແຫ່ງຊາດກໍຄືທ້ອງຖິ່ນ, ເອົາໃຈໃສ່ຍົກສູງວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ປອດໄພ ໂດຍສະເພາະແມ່ນບັນ ຫາຢາເສບຕິດ, ການຄ້າມະນຸດ, ຄ້າຂາຍເຖື່ອນ ເພື່ອອັດຊ່ອງວ່າງ ຕໍ່ປະກົດການຫຍໍ້ທໍ້ຕ່າງໆ ເພື່ອເຮັດ ໃຫ້ແຂວງຫລວງນໍ້າທາ ມີຄວາມ ສະຫງົບສຸກ, ເສດຖະກິດມີການ ຂະຫຍາຍຕົວຂຶ້ນເລື້ອຍໆ. ຂ່າວ-ພາບ: ໜັງສືພິມຄວາມສະຫງົບ ມອບ-ຮັບໜ້າທີ່ ເລຂາ...ັ້ີ່ ທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະ ເລຂາທິການສະພາແຫ່ງຊາດ ໃຫ້ ປະຕິບັດໜ້າທີ່ໃນການຮັບ, ຈົດ ກ່າຍ, ບັນທຶກ, ຄົ້ນຄວ້າ, ສັງຮວມ ເອົາຄໍາສະເໜີຕ່າງໆ ສົ່ງໃຫ້ສະພາ ແຫ່ງຊາດ ເພື່ອເປັນຂໍ້ມູນໃຫ້ແກ່ ສະມາຊິກສະພາແຫ່ງຊາດ ໃນການ ກະກຽມປະກອບຄໍາເຫັນ ຢູ່ກອງ ປະຊຸມສະໄໝສາມັນຂອງສະພາ ແຫ່ງຊາດ ແຕ່ລະຊຸດ ຊຶ່ງໂທລະສັບ ສາຍດ່ວນຂອງສະພາແຫ່ງຊາດ ຍັງເປັນການສ້າງເງື່ອນໄຂໃຫ້ ປະຊາຊົນບັນດາເຜົ່າ ທີ່ເປັນເຈົ້າ ຂອງອໍານາດລັດ ໄດ້ປະກອບຄໍາຄິດ ຄໍາເຫັນ ຕໍ່ການບໍລິຫານລັດຂອງ ອົງການຈັດຕັ້ງຕ່າງໆ, ເຮັດໃຫ້ ນໍາໄປສູ່ການປັບປຸງແກ້ໄຂຂໍ້ຄົງ ຄ້າງ ກໍຄື ເຮັດໃຫ້ບັນຫາຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ໄດ້ຮັບການ ແກ້ໄຂຢ່າງເປັນຮູບປະທຳ. ທ່ານ ສິງຄຳ ວົງພະຈັນ ຮອງ ຫົວໜ້າຫ້ອງວ່າການສະພາແຫ່ງ ຊາດ ໄດ້ໃຫ້ຮູ້ໃນກອງປະຊຸມເຜີຍ ແຜ່ມະຕິວ່າດ້ວຍການເຄື່ອນໄຫວ ວຽກງານ ສາຍດ່ວນ (156) ແລະ ແລກປ່ຽນບົດຮຽນການຈັດຕັ້ງ ປະຕິບັດວຽກງານສາຍດ່ວນ ໃນ ໄລຍະຜ່ານມາ ເພື່ອປັບປຸງຮ່າງ ຄູ່ມືການເຄື່ອນໄຫວວຽກງານສາຍ ດ່ວນ ໃນວັນທີ 25 ມັງກອນ 2026 ຢູ່ແຂວງຫລວງພະບາງ ໂດຍທ່ານ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມ ສຳຄັນ ແລະ ການຈັດຕັ້ງປະຕິບັດ ວຽກງານໂທລະສັບສາຍດ່ວນຂອງ ສະພາແຫ່ງຊາດ ໃນໄລຍະຜ່ານມາ ການຮັບຄໍາສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ທີ່ສົ່ງ ເຖິງສະພາແຫ່ງຊາດ ມີຄວາມສໍາ ຄັນຫລາຍ, ທັງເປັນພັນທະໜ້າທີ່ ຂອງສະພາແຫ່ງຊາດ ທີ່ຈະຕ້ອງ ໄດ້ຮັບຟັງຄວາມຄິດຄວາມເຫັນ ຂອງປະຊາຊົນ ເພື່ອນໍາໄປປະສານ ສົມທົບກັບກະຊວງ, ອົງການທີ່ ກ່ຽວຂ້ອງພິຈາລະນາແກ້ໄຂ. ການ ທີ່ປະຊາຊົນສົ່ງຄໍາສະເໜີຜ່ານໂທ ລະສັບສາຍດ່ວນ ເຖິງສະພາແຫ່ງ ຊາດ ສ່ອງແສງໃຫ້ເຫັນການເຊື່ອມ ຕໍ່ລະຫວ່າງ ຜູ້ມີສິດເລືອກຕັ້ງ ແລະ ສະມາຊິກສະພາແຫ່ງຊາດ ທີ່ເປັນ ຕົວແທນຂອງປະຊາຊົນ ໃນການ ປັບປຸງການຄຸ້ມຄອງບໍລິຫານລັດ ໃຫ້ນັບມື້ມີຄວາມໜັກແໜ້ນ, ເຂັ້ມ ແຂງ, ກາຍເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະ ໂຫຍດຂອງປະຊາຊົນຢ່າງແທ້ຈິງ. ພ້ອມນີ້, ຍັງມີຄວາມສໍາຄັນທາງ ດ້ານກົດໝາຍ ຊຶ່ງຄໍາສະເໜີຂອງ ປະຊາຊົນ ໂດຍສະເພາະປະກົດການ ຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ທີ່ເປັນ ບັນຫາຊຳເຮື້ອ, ແກ້ໄຂບໍ່ຕົກ ແລະ ອື່ນໆ ຊຶ່ງຈະເປັນຂໍ້ມູນໃຫ້ແກ່ພາກ ສ່ວນທີ່ກ່ຽວຂ້ອງ ກໍຄື ອະນຸກຳມະ ການປັບປຸງກົດໝາຍ ໄດ້ຄົ້ນຄວ້າ, ພິຈາລະນາສ້າງ ແລະ ປັບປຸງກົດ ໝາຍທີ່ກ່ຽວຂ້ອງ ເພື່ອກຳນົດມາດ ຕະການແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ ທັນເວລາ. ພ້ອມນີ້, ຄໍາສະເໜີຂອງ ປະຊາຊົນຜ່ານໂທລະສັບສາຍດ່ວນ ຍັງເປັນຂໍ້ມູນໃຫ້ແກ່ສະມາຊິກສະ ພາແຫ່ງຊາດ ທີ່ເປັນຕົວແທນຂອງ ປະຊາຊົນບັນດາເຜົ່າ ໄດ້ປຶກສາຫາ ລື, ສະເໜີຕໍ່ລັດຖະບານ ກໍຄື ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອກຳນົດວິທີ ການແກ້ໄຂ, ກຳນົດເວລາໃນການ ແກ້ໄຂເຮັດໃຫ້ບັນຫາເຄັ່ງຮ້ອນ ທີ່ເກີດຂຶ້ນໃນສັງຄົມ ໄດ້ຮັບການ ປັບປຸງແກ້ໄຂທັນເວລາ. ພ້ອມນີ້, ທ່ານ ສິງຄຳ ວົງພະຈັນ ຍັງໄດ້ຍົກໃຫ້ເຫັນນິຕິກຳທີ່ກ່ຽວ ຂ້ອງກັບຄຳສະເໜີຂອງປະຊາຊົນ ຜ່ານໂທລະສັບສານດ່ວນ, ການພິ ຈາລະນາແກ້ໄຂຄຳສະເໜີຂອງປະ ຊາຊົນ ຜ່ານໂທລະສັບສານດ່ວນ ທີ່ສົ່ງຫາສະພາແຫ່ງຊາດ, ພ້ອມ ທັງຍົກໃຫ້ເຫັນບັນຫາທີ່ເປັນສິ່ງ ທ້າທາຍ ແລະ ທິດທາງສາຍດ່ວນ ໃນຕໍ່ໜ້າ ຊຶ່ງສະພາແຫ່ງຊາດ ໃນ ຖານະທີີ່ເປັນອົງການຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງປະຊາ ຊົນບັນດາເຜົ່ານັ້ນ ຈະຄົ້ນຄວ້າກໍາ ນົດວຽກງານໂທລະສັບສາຍດ່ວນ ຂອງສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ເຂົ້າເນື້ອໃນ ຂອງກົດໝາຍວ່າດ້ວຍສະພາແຫ່ງ ຊາດ, ກົດໝາຍວ່າດ້ວຍສະພາປະ ຊາຊົນຂັ້ນແຂວງ ເພື່ອເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ ໃຫ້ມີປະສິດທິຜົນນັບ ມື້ສູງຂຶ້ນ. ການຄັດເລືອກບຸກຄະລາ ກອນຈາກພາກສ່ວນຕ່າງໆ ທີ່ປະ ກອບເຂົ້າໃນໜ່ວຍງານສາຍດ່ວນ ຕ້ອງເລືອກໃຫ້ໄດ້ຜູ້ທີ່ມີຄວາມຮັບ ຜິດຊອບສູງຕໍ່ໜ້າທີ່ວຽກງານ, ຮັກສາຄວາມລັບ ຫລື ຂໍ້ມູນຂອງຜູ້ ທີ່ໂທມາໄດ້ດີ ເພື່ອສ້າງຄວາມເຊື່ອ ໝັ້ນໃຫ້ແກ່ຜູ້ໂທມາໃຫ້ຂໍ້ມູນຜ່ານ ໂທລະສັບສາຍດ່ວນ ແລະ ອື່ນໆ. ສາຍດ່ວນ...່
RkJQdWJsaXNoZXIy MTc3MTYxMQ==