gsfdko{dkora fmtok a xtgmf]k; ( 26/01/2026 g,n v'-kow- lts]5 [;Pd'kolkmk]totl5 d ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ກອງປະຊຸມສະ ຫລຸບວຽກງານສາທາລະນະສຸກ 5 ປີ ແຕ່ປີ 2021-2025 ແລະ ວາງ ທິດທາງແຜນການ 5 ປີ ຕໍ່ໜ້າ ແຕ່ ປີ 2026-2030 ຂອງເມືອງຊານ ໄຊ ແຂວງອັດຕະປື ຈັດຂຶ້ນໃນວັນທີ 22 ມັງກອນ 2026 ໂດຍການເປັນ ປະທານຂອງ ທ່ານ ຂັນຄໍາ ພົມມະ ລານ ຮອງປະທານຄະນະກໍາການ ປົກຄອງເມືອງຊານໄຊ, ມີທ່ານ ດຣ. ອະນຸສັກ ແກ້ວປະເສີດ ຮອງ ຫົວໜ້າພະແນກສາທາລະນະສຸກ ແຂວງອັດຕະປື ພ້ອມດ້ວຍຂະແໜງ ການອ້ອມຂ້າງເມືອງ ແລະ ແຂກຖືກ ເຊີນເຂົ້າຮ່ວມ. ທ່ານ ດຣ. ນາງ ສຸກພະຂັນ ມຽງ ລາວັນ ອໍານວຍການໂຮງໝໍເມືອງ ຊານໄຊ ໄດ້ສະຫລຸບການຈັດຕັ້ງ ປະຕິບັດວຽກງານສາທາລະນະສຸກ 5 ປີຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນຜົນ ງານບັນລຸໄດ້ຕາມຄາດໝາຍ 11 ຕົວຊີ້ວັດ ທີ່ກະຊວງສາທາລະນະ ສຸກວາງອອກ ຄື: ອັດຕາເດັກລຸ່ມ 5 ປີ ນ້ໍາໜັກຫລຸດມາດຖານແມ່ນ ປະຕິບັດໄດ້ 2,55% ຂອງປະຊາ ກອນເປົ້າໝາຍ ແຜນການແມ່ນ 19% ທຽບໃສ່ຄາດໝາຍຂອງ ແຂວງ ເຫັນວ່າບັນລຸໄດ້; ອັດຕາເດັກ ລຸ່ມ 5 ປີ ລວງສູງບໍ່ໄດ້ມາດຖານ (ເຕ້ຍ) ປະຕິບັດໄດ້ 3,75% ຂອງ ປະຊາກອນເປົ້າໝາຍ ແຜນການ ແມ່ນ 31% ຖ້າທຽບໃສ່ເປົ້າໝາຍ ຍັງບໍ່ທັນສໍາເລັດ; ອັດຕາການ ຕາຍຂອງເດັກລຸ່ມ 1 ປີ ປະຕີິບັດ ໄດ້ 3,8/1.000 ເດັກເກີດມີຊີວິດ ແຜນແມ່ນ 21/1.000 ເຫັນວ່າ ບັນລຸໄດ້, ອັດຕາການຕາຍເດັກ ລຸ່ມ 5 ປີ ປະຕິບັດໄດ້ 3,8/1.000 ເດັກເກີດມີຊີວິດ ແຜນການແມ່ນ 32/1.000 ເຫັນວ່າບັນລຸໄດ້; ອັດ ຕາການຕາຍຂອງແມ່/ເດັກເກີດ ມີຊີວິດ 100.000 ຄົນ ເຫັນວ່າ ໃນ 160/100.000 ຄົນ; ອັດຕາ ການຊົມໃຊ້ນໍ້າສະອາດ 91,99% ຖ້າທຽບໃສ່ຄາດໝາຍຂອງແຂວງ ປະຕິບັດໄດ້ 90% ເຫັນວ່າສາມາດ ບັນລຸໄດ້; ອັດຕາການຊົມໃຊ້ວິດ ຖ່າຍຄອບຄົວປະຕິບັດໄດ້ 100% ຂອງປະຊາກອນ ແຜນການແມ່ນ 90%, ອັດຕາການປົກຄຸມປະກັນ ສຸຂະພາບທົ່ວປວງຊົນ 100%, ອັດຕາການເຂົ້າເຖິງບໍລິການປະ ກັນສຸຂະພາບຂອງປະຊາກອນ 100%, ອັດຕາການຮັບຮອງ ແລະ ປະກາດເປັນບ້ານສາທາລະນະສຸກ ແບບຢ່າງປະຕິບັດໄດ້ 78,94% gzu pczj gvdtlko;Pd'kog]n vd8A ' ll- -5 fmu X c]t ll0 -5 fmu V 16 j g,n v'-tot7k, ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳ ມະການປົກຄອງແຂວງວຽງຈັນ, ຄະນະກຳມະການເລືອກຕັ້ງຂັ້ນ ແຂວງ ທັງເປັນຫົວໜ້າຄະນະ ຮັບຜິດຊອບເມືອງຊະນະຄາມ ພ້ອມຄະນະຮັບຜິດຊອບຂັ້ນແຂວງ ເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານ ເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກ ສະພາແຂວງ (ສສຂ) ຊຸດທີ V ຂອງຄະນະກຳມະການເລືອກຕັ້ງ ຂຶ້ນແຂວງ ຢູ່ເມືອງຊະນະຄາມ ໃນ ວັນທີ 22 ມັງກອນ 2026 ໂດຍ ການຕ້ອນຮັບຂອງ ທ່ານ ແກ້ວ ພິມ ມະວົງ ກຳມະການພັກແຂວງ ເລຂາ ພັກເມືອງຊະນະຄາມ ພ້ອມດ້ວຍ ຫ້ອງການ ແລະ ຄະນະກຳມະການ ເລືອກຕັ້ງຂັ້ນເມືອງ, ພະນັກງານລັດຖະກອນ, ທະຫານ, ຕໍາຫລວດ, ອົງການປົກຄອງບ້ານເທສະບານ ເມືອງເຂົ້າຮ່ວມ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ຮັບຟັງການຜ່ານເຊື່ອມຊຶມເອກະ ສານກ່ຽວກັບການເລືອກຕັ້ງ ເປັນ ຕົ້ນເອກະສານຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ວ່າ ດ້ວຍການເພີ່ມທະວີການນໍາພາ-ຊີ້ ນໍາ ຂອງອົງຄະນະພັກທຸກຂັ້ນຕາມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ເອກະສານການ ເພີ່ມທະວີການນໍາພາແນວຄິດ ເສີມ ຂະຫຍາຍສິດປະຊາທິປະໄຕ ຂອງ ປະຊາຊົນບັນດາເຜົ່າ ເພື່ອການ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ເອກະສານເນື້ອໃນຄວາມ ສໍາຄັນຂອງກົດໝາຍວ່າດ້ວຍການ ເລືອກຕັ້ງ ສສຊ ແລະ ສສຂ ເພື່ອ ການເລືອກຕັ້ງ ສສຊ ແລະ ສສຂ, ເອກະສານແຜນດໍາເນີນງານຂອງ ຄະນະກໍາມະການເລືອກຕັ້ງຂັ້ນ ແຂວງ ເພື່ອການເລືອກຕັ້ງ ສສຊ ແລະ ສສຂ, ຄໍາແນະນໍາກ່ຽວກັບ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃຫ້ແກ່ການເລືອກ ຕັ້ງ ສສຊ ແລະ ສສຂ, ແຈ້ງການ ແນະນໍາກ່ຽວກັບການສ້າງແຜນງົບ ປະມານຮັບໃຊ້ການເລືອກຕັ້ງ ສສຊ ແລະ ສສຂ, ຄໍາແນະນໍາຂອງຄະນະ ກໍາມະການເລືອກຕັ້ງລະດັບຊາດ ວ່າດ້ວຍການໂຄສະນາ, ປຸກລະດົມ ຂະບວນການ ແລະ ຍ້ອງຍໍໃນບັ້ນ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V. ໂອກາດນີ້, ທ່ານ ສີວຽງໄຊ ອໍ ລະບູນ ໄດ້ກ່າວວ່າ: ການເຊື່ອມຊຶມ ເອກະສານກ່ຽວກັບບັ້ນການເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດ ທີV ໃຫ້ພະນັກງານຫລັກແຫລ່ງ ໃນ ຄັ້ງນີ້, ແມ່ນເປັນການສ້າງຂະບວນ ແລະ ເປັນການກະກຽມຄວາມ ພ້ອມ ໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ ກວ້າງຂວາງ ແລະ ມີບັນຍາກາດ ຟົດຟື້ນ. ສະນັ້ນ, ຄະນະກໍາມະການ ເລືອກຕັ້ງ ກໍຄື ພະນັກງານຫລັກ ແຫລ່ງຂັ້ນເມືອງທີ່ເຂົ້າຮ່ວມຕ້ອງ ເອົາໃຈໃສ່, ຄົ້ນຄວ້າເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນເອກະສານຕ່າງໆ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ ພໍ່-ແມ່ປະຊາຊົນ ກໍຄື ຜູ້ມີສິດເລືອກ ຕັ້ງ ຢູ່ຮາກຖານບ້ານ ໃຫ້ມີຄວາມ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ ແນໃສ່ເຮັດໃຫ້ການ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ບັນລຸຜົນສໍາເລັດ ຕາມດັບຄາດໝາຍທີ່ວາງໄວ້ ຄື: ຜູ້ ມີສິດໄປປ່ອນບັດເລືອກຕັ້ງຄົບຖ້ວນ 100%, ນຳພາຜູ້ມີສິດໃຫ້ຮູ້ໃຊ້ສິດ ເລືອກຕັ້ງ ຖືກຕ້ອງຕາມລະບຽບ ການເລືອກຕັ້ງ 100%, ນຳພາວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບໃຫ້ມີຄວາມສະຫງົບປອດ ໄພ 100%, ນຳພາວຽກງານປ່ອນ ບັດເລືອກຕັ້ງ ໃຫ້ຮັບປະກັນຄວາມ ໂປ່ງໃສ ແລະ ສຳເລັດຕາມກຳນົດ ເວລາ 100%. ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ທ່ານ ໂພສີ ແກ້ວສີພັນດອນ ຮອງປະທານຄະນະ ກໍາມະການປົກຄອງ ແຂວງສາລະ ວັນ, ທ່ານ ເວີນມະນີ ມຸ່ງສີວົງສາ ເລຂາຄະນະບໍລິຫານງານພັກເມືອງ ລະຄອນເພັງ ພ້ອມດ້ວຍການນໍາ ຂອງແຂວງ, ເມືອງລະຄອນເພັງ, ຄະນະພັກ-ຄະນະບັນຊາກອງບັນຊາ ການປ້ອງກັນຊາດແຂວງ, ພະແນກ ການ, ອົງການທຽບເທົ່າອ້ອມຂ້າງ ແຂວງ ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ນາຍ ແລະ ພົນທະຫານ ກອງຮ້ອຍທະຫານຊາຍແດນ 515 ແລະ ກອງພັນທະຫານຮາບທີ 16 ໃນວັນທີ 21 ມັງກອນ 2026 ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 77 ປີ. ໂອກາດນີ້, ທ່ານ ໂພສີ ແກ້ວສີ ພັນດອນ ໄດ້ສະແດງຄວາມຢື້ຢາມ ຖາມຂ່າວ, ຄວາມເປັນຫ່ວງເປັນ ໄຍ ເພື່ອເປັນການນໍາເອົາຄວາມ ອົບອຸ່ນຈາກຄະນະພັກ, ອົງການ ປົກຄອງແຂວງ ຖາມຂ່າວເຖິງຊີວິດ ການເປັນຢູ່ຂອງ ນາຍ ແລະ ພົນ ທະຫານ ທີ່ໄດ້ປະຕິບັດໜ້າທີ່ຢູ່ຮາກ ຖານທ້ອງຖິ່ນ, ອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃສ່ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຕະຫລອດໄລຍະຜ່ານ ມາ, ພ້ອມທັງມີຄວາມເສຍສະລະ ອົດທົນ, ຜ່ານຜ່າຄວາມຫຍຸ້ງຍາກ ຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ທັງໄດ້ສຸມໃສ່ການຕ້ານ ແລະ ສະກັດ ກັ້ນປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ ທົ່ວສັງຄົມມີຄວາມສະຫງົບ, ເປັນ ລະບຽບຮຽບຮ້ອຍ, ພໍ່ແມ່ປະຊາຊົນ ໄດ້ເຄື່ອນໄຫວດຳລົງຊີວິດດ້ວຍ ປອດໄພ, ສະຫງົບ ແລະ ການປະ ກອບສ່ວນອັນສໍາຄັນ ໃນການພັດທະ ນາເສດຖະກິດ-ສັງຄົມ. ທັງໄດ້ ຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອ ອັນພິລະອາດຫານຂອງກອງທັບ ປະຊາຊົນລາວ ຕະຫລອດໄລຍະ 77 ປີຜ່ານມາ, ທັງເນັ້ນໃຫ້ສືບຕໍ່ຮັກສາ ມູນເຊື້ອ, ຈັດຕັ້ງປະຕິບັດໜ້າທີ່ ວຽກງານທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້, ໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ພ້ອມທັງພັດທະນາກົມ ກອງໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ຂຶ້ນຢ່າງຕໍ່ເນື່ອງ. ໃນໂອກາດດັ່ງກ່າວ, ທ່ານ ໂພສີ ແກ້ວສີພັນດອນ ຍັງໄດ້ມອບກະຕ່າ ຂອງຂວັນ ແລະ ງົບປະມານ ກອງ ຮ້ອຍຊາຍແດນ 515 ແລະ ຮອງ ກອງພັນທະຫານຮາບທີ 16 ໂດຍ ຈາກອົງການປົກຄອງແຂວງ ກົມ ກອງລະ 7 ລ້ານກີບ ແລະ ຈາກ ອົງການປົກຄອງເມືອງລະຄອນ ເພັງ ກົມກອງລະ 1 ລ້ານກີບ ພ້ອມ ທັງມອບອຸປະກອນຮັບໃຊ້ຕ່າງໆ ຈຳນວນໜຶ່ງຕື່ມອີກ. ຂ່າວ-ພາບ: ວິໄລວອນ ສິດທິໄຊ dkooec0;'lk]t;a o g0Q kv;prvo okp c]t rq omtsko 16 j g,n v']t7vogra ' 9exkla d g-n j v,-b , c]t za o0tspkp dv'xt-5 ,.spj z6 h cmovq '7totra dc0;' ltw\mu IX ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ແຂວງຈໍາປາ ສັກ ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະ ນະພັກແຂວງ ສະໄໝທີ IX ຂອງ ແຂວງ ສໍາລັບພະນັກງານນໍາພາ- ຄຸ້ມຄອງທົ່ວແຂວງຈໍາປາສັກ ໃນ ວັນທີ 22 ມັງກອນ 2026 ນີ້ ໂດຍ ການເປັນປະທານຂອງສະຫາຍ ອາລຸນໄຊສູນນະລາດກຳມະການ ສູນກາງພັກ ເລຂາຄະນະບໍລິຫານ ງານພັກແຂວງຈຳປາສັກ. ສະຫາຍ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ໂດຍປະຕິບັດຕາມຄໍາ ສັ່ງແນະນໍາຂອງຄະນະເລຂາທິການ ສູນກາງພັກ ກ່ຽວກັບການຈັດຕັ້ງ ຄົ້ນ ຄວ້າ, ເຊື່ອມຊຶມມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ການຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງເຫັນດີເປັນເອກະພາບ ໃນຄະນະປະຈໍາພັກແຂວງ ເພື່ອ ເຊື່ອມຊຶມກຳແໜ້ນມະຕິກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກ ສໍາລັບ ພະນັກງານນໍາພາ-ຄຸ້ມຄອງ ແລະ ພະນັກງານຫລັກແຫລ່ງທົ່ວແຂວງ ຈໍາປາສັກ. ກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ ໄດ້ຮັບຮອງເອົາໂຄງການ ການເມືອງ ສໍາລັບໄລຍະ 2026 -2030 ໂດຍໄດ້ຢືນຢັນກ່ຽວ ກັບການສືບຕໍ່ນໍາພາການປ່ຽນແປງ ໃໝ່ໃຫ້ມີຜົນສໍາເລັດໃໝ່ ດ້ວຍ ການສ້າງບາດກ້າວບຸກທະລຸບັນລຸ ເປົ້າໝາຍສະຫັດສະຫວັດ ດ້ານ ການພັດທະນາໃນປີ 2030 ເພື່ອ ເຮັດໃຫ້ປະເທດເຮົາຫລຸດພົ້ນອອກ ຈາກຄວາມດ້ອຍພັດທະນາ, ພ້ອມ ດຽວກັນນັ້ນ ກໍຕ້ອງປັບປຸງບູລະນະ ລັດປະຊາທິປະໄຕ ປະຊາຊົນ ໃຫ້ ເຂັ້ມແຂງ, ເພີ່ມທະວີບົດບາດການ ຍົກສູງຄວາມສາມາດໃນການນໍາ ພາຂອງພັກ ກໍຄື ຂອງອົງຄະນະພັກ ແຂວງ ເພື່ອສືບຕໍ່ນໍາພາປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍ ສັງຄົມນິຍົມ ຊຶ່ງທັງໝົດນັ້ນ ແມ່ນ ທິດທາງທີ່ກວມລວມ ທີ່ມີລັກສະນະ ຍຸດທະສາດ ສໍາລັບທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນເຮົາ, ທັງແມ່ນ ຄາດໝາຍສູ້ຊົນທີ່ພັກເຮົາຕ້ອງນໍາ ພາຈັດຕັ້ງປະຕິບັດໃຫ້ເປັນຈິງ. ສະຫາຍອາລຸນໄຊສູນນະລາດ ກ່າວຕື່ມວ່າ: ເພື່ອປະຕິບັດບັນດາ ທິດທາງໜ້າທີ່ຍຸດທະສາດ ແລະ ຄາດໝາຍສູ້ຊົນດັ່ງກ່າວ ໃຫ້ປະກົດ ຜົນເປັນຈິງ,ຄະນະປະຈຳພັກແຂວງ ຈຶ່ງໄດ້ຕົກລົງຈັດຕັ້ງການເຊື່ອມ ຊຶມຄັ້ງນີ້ຂຶ້ນ ເພື່ອສ້າງຄວາມເປັນ ເອກະພາບດ້ານຄວາມຮັບຮູ້ຕໍ່ບັນ ດາເນື້ອໃນສໍາຄັນ ທີ່ມີລັກສະນະ ກວມລວມ ແລະ ເປັນພື້ນຖານໃນ ມະຕິ IX ໂດຍສະເພາະບັນຫາໃໝ່ ບົນພື້ນຖານຄວາມຮັບຮູ້ທີ່ເປັນເອກະ ພາບ ຕ້ອງມີທັດສະນະ, ມີຄວາມ ຕັດສິນໃຈທີ່ມີຄວາມເປັນເອກະ ພາບ ແລະ ມີຄວາມເດັດດ່ຽວ, ເຮັດແທ້ທຳຈິງ ໃນການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ມີຜົນ ສໍາເລັດໃໝ່ທີ່ເດັ່ນຊັດ; ຍູ້ແຮງຈິດ ໃຈບຸກທະລຸ ກໍຄື ຄວາມກ້າຫານ ປະດິດສ້າງ ກ້າຄິດ, ກ້າເຮັດ, ກ້າ ຮັບຜິດຊອບ ເພື່ອເສີມຂະຫຍາຍປັດ ໄຈໃໝ່ ແລະ ບົດຮຽນຜົນສໍາເລັດ ໃນໄລຍະຜ່ານມາ ເດັດດ່ຽວກໍາຈັດ ແກ້ໄຂແນວຄິດຮັກສາເດີມ, ຂີ້ຄ້ານ ມັກງ່າຍ ແລະ ແບບແຜນອາດຍາ ສິດໃຫ້ຕົກໄປ; ຮັບປະກັນໃຫ້ການ ຈັດຕັ້ງປະຕິບັດດໍາເນີນໄປຢ່າງ ຖືກທິດ ແລະ ນັບມື້ມີປະສິດທິຜົນ ສູງຂຶ້ນ. ອີງຕາມຈຸດປະສົງດັ່ງກ່າວ ນັ້ນ ຄະນະປະຈຳພັກແຂວງ ຈຶ່ງໄດ້ ຕົກລົງເອົາເອກະສານ3ບົດທີ່ສໍາຄັນ ຊຶ່ງໄດ້ສັງລວມເອົາບັນດາທິດສະ ດີ-ແນວທາງ ແລະ ບົດຮຽນຂອງ ພັກຢ່າງເປັນລະບົບ; ພ້ອມກັນນັ້ນ ກໍມີການຊີ້ນໍາທາງດ້ານທັດສະນະ ແລະ ໃຫ້ທິດກ່ຽວກັບການຈັດຕັ້ງ ປະຕິບັດມະຕິ IX. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງ ໄດ້ຮັບຟັງບົດຕີລາຄາການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ທິດທາງ, ໜ້າທີ່ລວມຕົ້ນຕໍ ແລະ ວຽກງານຈຸດສຸມໃນ 5 ປີ ຕໍ່ໜ້າ; ຮັບຟັງບົດສະຫລຸບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ- ສັງຄົມ 5 ປີ ຄັ້ງທີ IX (2021- 2025) ແລະ ທິດທາງແຜນການ ໃນ 5 ປີ ຕໍ່ໜ້າ ແລະ ຄໍາສັ່ງເລກທີ 01/ຄຈພຂ.ຈສ, ລົງວັນທີ 3 ພະຈິກ 2025 ວ່າດ້ວຍການຈັດຕັ້ງເຊື່ອມ ຊຶມ ແລະ ຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຈຳປາສັກ ຄັ້ງທີ IX ຕື່ມອີກ. ຂອງບ້ານທັງໝົດຄາດໝາຍແມ່ນ 94,73% ຖ້າທຽບໃສ່ຄາດໝາຍ ຂອງແຂວງເຫັນວ່າຍັງບໍ່ທັນສໍາ ເລັດ; ອັດຕາການເກີດມີແພດຊ່ວຍ ປະຕິບັດໄດ້ 62% ຄາດໝາຍແມ່ນ 62% ເຫັນວ່າບັນລຸຕາມຄາດໝາຍ; ອັດຕາການໃຫ້ວັກຊິນກັນພະຍາດ ປະຕິບັດໄດ້ 101%ຄາດໝາຍແມ່ນ 95,6% ເຫັນວ່າບັນລຸໄດ້. ໂອກາດນີ້, ທ່ານ ຂັນຄໍາ ພົມ ມະລານ ໄດ້ຊີ້ນໍາໃຫ້ຄະນະນໍາ ຕະຫລອດຮອດພະນັກງານວິຊາ ການຂົງເຂດສາທາລະນະສຸກ ຂອງເມືອງຊານໄຊ ສືບຕໍ່ສຶກສາ ອົບຮົມການເມືອງແນວຄິດ ໃຫ້ ພະນັກງານ-ລັດຖະກອນຢ່າງຕໍ່ ເນື່ອງ, ເອົາໃຈໃສ່ສະກັດກັ້ນພະຍາດ ທີ່ເກີດລະບາດໄດ້ຢ່າງຖ່ວງທັນກັບ ເຫດການ ເພື່ອຫາວິທີແກ້ໄຂໄດ້ ຢ່າງຖືກຕ້ອງ, ເອົາໃຈໃສ່ຮັກສາອະ ນາໄມສາມສະອາດ, ສືບຕໍ່ປະສານ ງານກັບບັນດາຄູ່ຮ່ວມງານອ້ອມ ຂ້າງເມືອງ, ຮາກຖານຂັ້ນບ້ານໃຫ້ ກົມກຽວວ່ອງໄວ, ປະຕິບັດວຽກ ງານໂຄສະນາການປ້ອງກັນພະ ຍາດ, ປຸກລະດົມປະຊາຊົນໃຫ້ເຂົ້າ ມາໃຊ້ບໍລິການ ສາທາລະນະສຸກ ຢ່າງກວ້າງຂວາງ ແລະ ທົ່ວເຖິງ ໂດຍສະເພາະການໃຫ້ບໍລິການສັກ ວັກຊິນກັນພະຍາດຕາມເກນອາຍຸ ໃຫ້ໄດ້ຄົບທຸກເຂັມ. ຂ່າວ: ບັງອອນ
RkJQdWJsaXNoZXIy MTc3MTYxMQ==