26/01/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ມອບ-ຮັບໜ້າທີ່ ຫົວໜ້າ...ັ້ີ່ົ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 7;k,le7a o0v'dko9a f8A 'xt8y [a f,t8y dv'xt-5 ,.spj mqj ;xtgmf 7A 'mu 13 0v'ra d *** ຕໍ່ຈາກສະບັບກ່ອນ***ໍ່ ຈັ ບ່ ອ ທີ່ສາມາດແຂ່ງຂັນໃນລະດັບສາ ກົນໄດ້ມີຄວາມຄືບໜ້າຢ່າງຫລວງ ຫລາຍໃນການພັດທະນາວັດທະ ນະທຳ, ປະຊາຊົນ, ແລະ ສັງຄົມ; ຄວາມໝັ້ນຄົງທາງສັງຄົມ ແລະ ມາດຕະຖານການດຳລົງຊີວິດ ຂອງປະຊາຊົນໄດ້ຮັບການປັບປຸງ ຢ່າງຕໍ່ເນື່ອງ. ນະໂຍບາຍການພັດ ທະນາມະນຸດທີ່ສົມບູນແບບໄດ້ຮັບ ການຈັດຕັ້ງປະຕິບັດຢ່າງມີປະສິດ ທິພາບ; ດັດຊະນີການພັດທະນາມະ ນຸດຂອງຫວຽດນາມ (HD1) ໄດ້ ຮັບການປັບປຸງຢ່າງຫລວງຫລາຍ (ບັນລຸ 0,766, ເພີ່ມຂຶ້ນ 14 ອັນ ດັບ, ເຮັດໃຫ້ຢູ່ໃນກຸ່ມສູງ), ແລະ ດັດຊະນີຄວາມສຸກທົ່ວໂລກໄດ້ເພີ່ມ ຂຶ້ນ 33 ອັນດັບ, ຢູ່ໃນອັນດັບທີ ໂດຍ: ຄຳຮຸ່ງ ດວງເງິນ 46 ຈາກ 143 ປະເທດ. ການສຶກ ສາ ແລະ ການຝຶກອົບຮົມໄດ້ຮັບການ ປະຕິຮູບພື້ນຖານ; ວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກໍາ, ແລະ ການຫັນປ່ຽນໄດ້ຮັບການສົ່ງ ເສີມ. ການເຕີບໂຕທາງເສດຖະກິດ ມີຄວາມກ່ຽວຂ້ອງຢ່າງໃກ້ຊິດກັບ ຄວາມກ້າວໜ້າ, ຄວາມສະເໝີ ພາບທາງສັງຄົມ, ສະຫວັດດີການ ແລະ ຄວາມໝັ້ນຄົງທາງສັງຄົມ. ຊີວິດທາງດ້ານວັດຖຸ ແລະ ຈິດວິນ ຍານຂອງປະຊາຊົນໄດ້ຮັບການປັບ ປຸງຢ່າງຫລວງຫລາຍ, ອັດຕາ ຄວາມທຸກຍາກໄດ້ຫລຸດລົງຢ່າງ ຫລວງຫລາຍຈາກ4,4%(2021) ເປັນ 1,3% (2025), ບັນລຸເປົ້າ ໝາຍ "ບໍ່ປະຖິ້ມໃຜໄວ້ເບື້ອງຫລັງ". ລະບົບສາທາລະນະສຸກ ໄດ້ພັດທະ ນາໃນທາງບວກ, ຄວບຄຸມການ ລະບາດຢ່າງມີປະສິດທິພາບ ແລະ ເປັນເຈົ້າການດ້ານເຕັກໂນໂລຊີ ທາງການແພດທີ່ກ້າວໜ້າຫລາຍ ຢ່າງ; ການດູແລສຸຂະພາບເອກະຊົນ ໄດ້ພັດທະນາ, ການປະກັນໄພສຸ ຂະພາບກວມເອົາ 95,2% ຂອງ ປະຊາກອນ (ເພີ່ມຂຶ້ນຈາກ 90,9% ໃນປີ 2020), ແລະ ອາຍຸຍືນສະ ເລ່ຍໄດ້ບັນລຸ 74,8 ປີ (ຈຳນວນປີທີ່ ມີສຸຂະພາບດີແມ່ນປະມານ 67 ປີ). ທ່າແຮງດ້ານການປ້ອງກັນ ປະເທດ ແລະ ຄວາມໝັ້ນຄົງໄດ້ຮັບ ການປັບປຸງ ແລະ ເສີມສ້າງ; ຄວາມ ເປັນເອກະລາດຂອງຊາດ, ອະທິ ປະໄຕ ດິນແດນໄດ້ຮັບການຮັກ ສາໄວ້; ຄວາມເປັນລະບຽບຮຽບ ຮ້ອຍ ແລະ ຄວາມປອດໄພທາງ ສັງຄົມໄດ້ຮັບການຮັບປະກັນ. ພັກ ແລະ ລັດ ໄດ້ສຸມໃສ່ການລົງທຶນ ແລະ ການສ້າງກອງທັບປະຊາຊົນ ແລະ ກຳລັງປ້ອງກັນຄວາມສະ ຫງົບຂອງປະຊາຊົນໃຫ້ເປັນກຳລັງ ປະຕິວັດ, ປະຈຳ ແລະ ທັນສະໄໝ ຂຶ້ນເລື້ອຍໆ, ໂດຍມີບາງສາຂາ ແລະ ກຳລັງໄດ້ຮັບການຍົກລະດັບ ໃຫ້ທັນສະໄໝ; ໂດຍພື້ນຖານແລ້ວ ສຳເລັດ-ປັບ ແລະ ຈັດລະບຽບກອງ ທັບ ແລະ ກຳລັງປ້ອງກັນຄວາມ ສະຫງົບຂອງປະຊາຊົນໃຫ້ມີຄວາມ ຄ່ອງແຄ້ວ, ມີປະສິດທິພາບ, ແລະ ເຂັ້ມແຂງ. ປະຕິບັດນະໂຍບາຍການຕ່າງ ປະເທດທີ່ເປັນເອກະລາດ, ເພິ່ງຕົນ ເອງ, ສັນຕິພາບ, ເປັນມິດ, ຮ່ວມມື ແລະ ພັດທະນາຢ່າງຕໍ່ເນື່ອງ, ເພີ່ມ ທະວີ ແລະ ຫລາຍຝ່າຍໃນການພົວ ພັນຕ່າງປະເທດ. ກິດຈະກຳການ ພົວພັນຕ່າງປະເທດໄດ້ມີບົດບາດ ສຳຄັນ, ປະກອບສ່ວນເຂົ້າໃນການ ຮັກສາສະພາບແວດລ້ອມທີ່ສັນຕິ ພາບ ແລະ ໝັ້ນຄົງ ແລະ ເປີດໂອ ກາດການພັດທະນາໃໝ່ທີ່ບໍ່ເຄີຍ ມີມາກ່ອນສຳລັບປະເທດ. ການທູດ ຂອງພັກ, ການທູດຂອງລັດ ແລະ ການທູດປະຊາຊົນຕໍ່ປະຊາຊົນໄດ້ ຮັບການຈັດຕັ້ງປະຕິບັດຢ່າງຮອບ ດ້ານ ແລະ ພ້ອມໆກັນ, ບັນລຸຜົນໄດ້ ຮັບທີ່ໂດດເດັ່ນຫລາຍຢ່າງ; ການພົວ ພັນກັບບັນດາປະເທດ ແລະ ຄູ່ຮ່ວມ ງານ, ໂດຍສະເພາະບັນດາປະເທດ ໃຫຍ່, ຄູ່ຮ່ວມມືຍຸດທະສາດທີ່ສຳຄັນ ແລະ ເພື່ອນມິດ, ກຳລັງເລິກເຊິ່ງ, ໝັ້ນຄົງ, ແລະ ຍືນຍົງຂຶ້ນເລື້ອຍໆ. ຄວາມພະຍາຍາມໃນການ ກໍ່ສ້າງ ແລະ ແກ້ໄຂພັກໄດ້ຮັບຜົນ ສຳເລັດທີ່ກ້າວໜ້າ. ລະບຽບວິໄນ ຂອງພັກໄດ້ຮັບການບັງຄັບໃຊ້ຢ່າງ ເຂັ້ມງວດ, ແລະ ການຕໍ່ສູ້ກັບການ ສໍ້ລາດບັງຫລວງ, ການເສຍສະລະ ແລະ ປະກົດການທາງລົບໄດ້ຮັບ ການເພີ່ມທະວີຂຶ້ນດ້ວຍຄວາມ ຕັ້ງໃຈທາງດ້ານການເມືອງທີ່ສູງ ຫລາຍ, “ໂດຍບໍ່ມີເຂດຫ້າມ ຫລື ຂໍ້ຍົກເວັ້ນ”. ວິທີການນຳພາ ແລະ ການປົກຄອງຂອງພັກຍັງສືບຕໍ່ ໄດ້ຮັບການປະຕິຮູບໃນທິດທາງວິທະ ຍາສາດ, ປະຊາທິປະໄຕ, ມີປະສິດທິ ພາບ, ແລະມີປະສິດທິຜົນ. ຜົນໄດ້ຮັບ ເຫລົ່ານີ້ຢືນຢັນເຖິງຄວາມສາມັກຄີ, ຄວາມເຫັນດີເປັນເອກະພາບ ແລະ ຄວາມຕັ້ງໃຈສູງຂອງທົ່ວພັກ, ທົ່ວປະ ຊາຊົນ ແລະ ທົ່ວລະບົບການເມືອງ ໃນການສ້າງພັກກອມມູນິດຫວຽດ ນາມທີ່ສະອາດ ແລະ ເຂັ້ມແຂງ ເຊິ່ງ ໄດ້ຮັບການສະໜັບສະໜູນ ແລະ ຊົມເຊີຍຢ່າງສູງຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ການກໍ່ສ້າງ ແລະ ການປັບປຸງ ລັດແຫ່ງກົດໝາຍສັງຄົມນິຍົມຂອງ ຫວຽດນາມ, ຂອງປະຊາຊົນ, ໂດຍ ປະຊາຊົນ ແລະ ເພື່ອປະຊາຊົນ, ນຳ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາຜູ້ຕາງໜ້າຄະນະກໍາມາ ທິການຍຸຕິທໍາ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ພະນັກງານ ຫລັກແຫລ່ງ ພາຍໃນອົງການໄອຍະ ການປະຊາຊົນສູງສຸດ ເຂົ້າຮ່ວມ. ໃນພິທີ, ທ່ານ ໄຊຊະນະ ໂຄດພູ ທອນ ກໍາມະການສູນກາງພັກ, ເລ ຂາຄະນະບໍລິຫານງານພັກ, ຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດ (ຜູ້ເກົ່າ) ໄດ້ຜ່ານບົດສະຫລຸບ ການນໍາພາ-ຊີ້ນໍາ ວຽກງານຮອບ ດ້ານຂອງອົງການໄອຍະການປະຊາ ຊົນໃນໄລຍະ5ປີຜ່ານມາ(20212025). ຫລັງຈາກນັ້ນ, ຕາງໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ອ່ານ ຄໍາສັ່ງຂອງກົມການເມືອງສູນກາງ ພັກປະຊາຊົນປະຕິວັດລາວ ສະບັບ ເລກທີ 06/ກມສພ, ລົງວັນທີ 16 ມັງກອນ 2026 ແລະ ສະບັບເລກທີ 09/ກມສພ, ລົງວັນທີ 16 ມັງກອນ 2026; ມະຕິຕົກລົງ ຂອງກົມ ການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ວ່າດ້ວຍການແຕ່ງ ຕັ້ງເລຂາຄະນະບໍລິຫານງານພັກ ແຂວງຄໍາມ່ວນ ສະບັບເລກທີ 13/ ກມສພ, ລົງວັນທີ 16 ມັງກອນ 2026 ແລະ ສະບັບເລກທີ 16/ ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງເລຂາ ຄະນະບໍລິຫານງານພັກ ອົງການ ໄອຍະການປະຊາຊົນສູງສຸດ ແລະ ມະຕິຂອງຄະນະປະຈໍາສະພາແຫ່ງ ຊາດ ວ່າດ້ວຍການຮັບຮອງເອົາ ການຍົກຍ້າຍ ແລະ ແຕ່ງຕັ້ງພະນັກ ງານການນໍາຂັ້ນສູງໄປຮັບໜ້າທີ່ ໃໝ່ ສະບັບເລກທີ 03/ຄປຈ, ລົງ ວັນທີ 19 ມັງກອນ 2026. ໂອກາດນີ້, ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດມອບ ບັນດາຄໍາສັ່ງ ແລະ ນິຕິກໍາເຫລົ່າ ນັ້ນ ໃຫ້ແກ່ ສະຫາຍ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານ ພັກ ຫົວໜ້າອົງການໄອຍະການປະ ຊາຊົນສູງສຸດຜູ້ເກົ່າແລະທ່ານນາງ ລີວົງ ລາວລີ ເລຂາຄະນະບໍລິຫານ ພັກ ຫົວໜ້າອົງການໄອຍະການປະ ຊາຊົນສູງສຸດ ຜູ້ໃໝ່. ຫລັງຈາກນັ້ນ, ໃນພິທີຍັງໄດ້ຮ່ວມກັນລົງນາມ ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະ ຫວ່າງ ເລຂາຄະນະບໍລິຫານງານ ພັກ ຫົວໜ້າອົງການໄອຍະການປະ ຊາຊົນສູງສຸດ (ຜູ້ເກົ່າ ແລະ ຜູ້ໃໝ່). ໃນໂອກາດດັ່ງກ່າວ, ນາງ ສີໃສ ລືເດດມູນສອນ ໄດ້ເນັ້ນໜັກບາງ ບັນຫາ ເປັນຕົ້ນ ເອົາໃຈໃສ່ຜັນຂະ ຫຍາຍມະຕິ, ຄໍາສັ່ງ, ກໍຄືແຜນການ, ແຜນງານ, ໂຄງການທີ່ພວກສະ ຫາຍວາງອອກນັ້ນ ໄປຄົ້ນຄວ້າ, ປຶກສາຫາລືໃຫ້ມີຄວາມເຂົ້າໃຈ ເອກະພາບ ຢູ່ອົງການໄອຍະການ ປະຊາຊົນແຕ່ລະຂັ້ນ ແລ້ວຜັນຂະ ຫຍາຍເປັນແຜນການ, ກິດຈະກຳ ປະຕິບັດໃຫ້ແທດເໝາະກັບສະພາບ ຄວາມເປັນຈິງ; ສືບຕໍ່ຮັກສາຄວາມ ສາມັກຄີພາຍໃນພັກ ໃຫ້ມີຄວາມ ໜັກແໜ້ນ, ມີຄວາມເປັນເອກະພາບ ສູງ, ສືບຕໍ່ເປັນຫລັກແຫລ່ງ, ເປັນ ຄັນທຸງ ແລະ ເປັນແກນນໍາໃນການ ເຕົ້າໂຮມຄວາມສາມັກຄີ ໃນຖັນ ແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ; ຕ້ອງ ໄດ້ເພີ່ມທະວີການສຶກສາອົບຮົມ ການເມືອງແນວຄິດ ໃຫ້ແກ່ສະມາ ຊິກພັກ,ພະນັກງານ-ລັດຖະກອນທົ່ວ ລະບົບອົງການໄອຍະການປະຊາ ຊົນ ແລະ ອົງການໄອຍະການທະ ຫານ ໃຫ້ມີມານະຈິດປະຕິວັດ, ມີ ຄຸນສົມບັດສິນທຳປະຕິວັດ, ຈັນຍາ ບັນ, ຈັນຍາທຳ, ດຳລົງຊີວິດປອດ ໃສຂາວສະອາດ ແລະ ມີຄວາມບໍລິ ສຸດສັດຊື່, ຈົງຮັກພັກດີຕໍ່ພັກ, ຕໍ່ປະ ຊາຊົນຢ່າງເປັນປົກກະຕິ, ຕໍ່ເນື່ອງ; ເອົາໃຈໃສ່ລົງເລິກຕື່ມ ກ່ຽວກັບວິທີ ການ, ມາດຕະການສຶກສາອົບຮົມ ແນວຄິດ ໃຫ້ມີປະສິດທິຜົນຂຶ້ນກວ່າ ເກົ່າ ແລະ ຕ້ອງໄດ້ມີການຕິດຕາມ, ສຶກສາອົບຮົມສະເພາະເປົ້າໝາຍ ຜູ້ທີ່ຂາດການເອົາໃຈໃສ່, ຖືເບົາຕໍ່ ວຽກງານການເມືອງແນວຄິດ, ຂຶ້ນ ບັນຊີເປົ້າໝາຍພະນັກງານທີ່ມີແນວ ຄິດບໍ່ໜັກແໜ້ນ, ຫວັງໂຄ່ນລົ້ມ ໂຈມຕີຫວັງມ້າງເພການຈັດຕັ້ງ, ບໍ່ມີຄວາມໂປ່ງໃສໃນການດໍາເນີນ ຄະດີ ເພື່ອນໍາມາສຶກສາອົບຮົມ, ຕຳນິສົ່ງຂ່າວ, ປະຕິບັດວິໄນ ຫລື ສັບປ່ຽນບ່ອນປະຈຳການ ໄປເຮັດ ວຽກອື່ນທີ່ເໝາະສົມ; ເອົາໃຈໃສ່ ພັດທະນາກົງຈັກການຈັດຕັ້ງ ໃຫ້ມີ ຄວາມໜັກແໜ້ນ, ເຂັ້ມແຂງ, ຮອບ ດ້ານ ຖືກຕ້ອງຕາມກົດໝາຍ, ສ້າງ ຕັ້ງໄອຍະການເຂດ ແລະ ເຂດປະ ຈໍາເມືອງ ໃນເມືອງທີ່ມີເງື່ອນໄຂ ເໝາະສົມ ເພື່ອເຮັດໜ້າທີ່ອໍານວຍ ຄວາມສະດວກໃຫ້ປະຊາຊົນເຂົ້າ ເຖິງການບໍລິການ ທາງດ້ານກົດ ໝາຍຫລາຍຂຶ້ນ ແລະ ສາມາດໃຊ້ ສິດເປັນເຈົ້າຂອງຕົນເອງໃຫ້ຫລາຍ ຂຶ້ນ; ຄົ້ນຄວ້າສັບປ່ຽນບ່ອນປະຈໍາ ການ, ຈັດວາງພະນັກງານໄອຍະ ການຄືນໃໝ່ຢູ່ອົງການໄອຍະການ ປະຊາຊົນແຕ່ລະຂັ້ນ ໃຫ້ມີຄວາມ ເໝາະສົມຕາມເງື່ອນໄຂ, ມາດຕະ ຖານຂອງພະນັກງານໄອຍະການ ເພື່ອໃຫ້ສອດຄ່ອງກັບສິດ, ໜ້າທີ່, ຄວາມຮູ້ຄວາມສາມາດແລະປະສົບ ການຕົວຈິງຂອງເຂົາເຈົ້າ; ເພີ່ມທະ ວີວຽກງານຕິດຕາມກວດກາ ການ ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ ຖືກຫາຂຶ້ນສານ ໃຫ້ມີຄຸນນະພາບ ແລະ ມີຜົນສໍາເລັດສູງຂຶ້ນກວ່າເກົ່າ; ເອົາໃຈໃສ່ສ້າງແລະປັບປຸງກົດໝາຍ ແລະນິຕິກໍາລຸ່ມກົດໝາຍ ເພື່ອເປັນ ບ່ອນອີງ ແລະ ຮັບປະກັນການປະ ຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະ ຊາຊົນ ແຕ່ລະຂັ້ນເປັນເອກະພາບ, ຖືກຕ້ອງ ແລະ ມີຜົນສັກສິດ; ຕ້ອງຖື ສໍາຄັນຕໍ່ວຽກກວດກາ, ປະເມີນຜົນ ພະນັກງານໄອຍະການປະຊາຊົນ, ພະນັກງານ-ລັດຖະກອນ ຂອງ ອົງການໄອຍະການປະຊາຊົນ ຢ່າງ ເປັນປົກກະຕິ ພ້ອມທັງສືບຕໍ່ເປັນ ເຈົ້າການ ໃນວຽກງານພົວພັນຮ່ວມ ມືກັບຕ່າງປະເທດ ເພື່ອຍາດແຍ່ງ ເອົາທຶນຮອນ ແລະ ເຕັກນິກ ເຂົ້າໃນ ການພັດທະນາວຽກງານໄອຍະ ການປະຊາຊົນ ໃຫ້ກ້າວໜ້າ ແລະ ທັນສະໄໝ. ຂ່າວ-ພາບ: ອອປສ ຜົນກະທົບຕໍ່ການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດໃນປີ2025 ກໍຄືວຽກງານປັບປຸງກໍ່ສ້າງກໍາລັງ ທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ການປະຕິບັດ ໜ້າທີ່ຂອງບັນດາອົງການ, ກົມ ກອງ-ທ້ອງຖິ່ນ ຊຶ່ງໄດ້ຍົກໃຫ້ເຫັນ ຜົນງານດ້ານຕັ້ງໜ້າ, ບັນດາຈຸດ ອ່ອນທີ່ຍັງຄົງຄ້າງ, ວິທີການແກ້ໄຂ ແລະ ເປັນເອກະພາບຕໍ່ທິດທາງ ວຽກງານຈຸດສຸມ ໃນປີ 2026 ເພື່ອ ສືບຕໍ່ກໍ່ສ້າງກອງທັບເປັນກອງທັບ ທີ່ມີແບບແຜນ ແລະ ທັນສະໄໝ. ກ່ຽວກັບຄຳເຫັນຂອງຜູ້ແທນ ທີ່ຂຶ້ນປະກອບຄໍາຄິດເຫັນ ຕໍ່ບົດ ລາຍງານວຽກງານປ້ອງກັນຊາດ ປີ 2025 ຂອງແຕ່ລະກົມກອງນັ້ນ ສະຫາຍປະທານ ກໍໄດ້ມີຄໍາເຫັນ ໂອ້ລົມຊີ້ແຈງຕໍ່ບັນດາຄໍາຄິດຄໍາ ເຫັນ ແລະ ຄຳສະເໜີຂອງບັນດາ ກົມກອງ, ພ້ອມທັງເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາບັນດາກົມ ກອງເປັນເຈົ້າການເພີ່ມທະວີການ ນໍາພາ-ຊີ້ນໍາ ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ຮັບ ປະກັນສະຖຽນລະພາບແລະຄວາມ ໝັ້ນຄົງຂອງປະເທດຊາດ, ຕັ້ງໜ້າ ຍົກສູງສະຕິກຽມພ້ອມຮັບຄໍາສັ່ງ ແລະ ປະຕິບັດໜ້າທີ່ໄດ້ທຸກເວລາ, ເປັນເຈົ້າການຕ້ານທຸກກົນອຸບາຍ ຫລ່ຽມລາຍຂອງສັດຕູ, ທັບມ້າງ ຍຸດທະສາດຫັນປ່ຽນໂດຍສັນຕີ ຂອງອິດທິກໍາລັງປໍລະປັກ, ເປັນເຈົ້າ ການໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ ຂອງພັກ, ປົກປັກຮັກສາລະບອບ ໃໝ່, ລະບອບປະຊາທິປະໄຕປະ ຊາຊົນ ໃຫ້ໝັ້ນຄົງ, ຮັບປະກັນໃຫ້ ປະເທດຊາດ ມີສະຖຽນລະພາບ ທາງດ້ານການເມືອງ, ມີຄວາມສະ ຫງົບປອດໄພທາງດ້ານສັງຄົມຢ່າງ ໜັກແໜ້ນ, ສືບຕໍ່ຈັດຕັ້ງກໍາລັງລົງ ກໍ່ສ້າງຮາກຖານການເມືອງ, ສ້າງ ທ່າສະໜາມ 3 ຂັ້ນຕິດພັນກັບວຽກ ງານ 3 ສ້າງ ໂດຍສຸມໃສ່ບໍລິເວນ ຊາຍແດນ, ເຂດຫ່າງໄກສອກຫລີກ ແລະ ບັນດາຈຸດສຸມຂອງກະຊວງ; ສົມທົບແໜ້ນກັບການປັບປຸງລະບົບ ການຈັດຕັ້ງຢູ່ຮາກຖານໃຫ້ໜັກ ແໜ້ນ ເຂັ້ມແຂງ ໃນທຸກດ້ານ, ເອົາ ໃຈໃສ່ຍົກສູງສະຕິລະວັງຕົວ, ກຽມ ພ້ອມສູ້ຮົບ, ເດັດດ່ຽວຕອບຕ້ານ ທຸກການເຄື່ອນໄຫວຂອງສັດຕູຢ່າງ ທັນການ; ສຸມໃສ່ແກ້ໄຂເຂດທີ່ຍັງ ບໍ່ມີຄວາມສະຫງົບ, ໜໍ່ແໜງທີ່ຈະ ພາໃຫ້ເກີດຄວາມບໍ່ສະຫງົບ ແລະ ມີມາດຕະການແກ້ໄຂຄ່ອງແຄ້ວ ເດັດຂາດ. ເອົາໃຈໃສ່ວຽກງານສຶກ ສາອົບຮົມການເມືອງ-ແນວຄິດໃຫ້ ເລິກເຊິ່ງແທດເຖິງແຕ່ລະເປົ້າໝາຍ, ອົບຮົມທາດແທ້ມູນເຊື້ອກອງທັບ ປະຕິວັດ, ກອງທັບປະຊາຊົນໃນ ເງື່ອນໄຂໃໝ່ໃຫ້ດີ ຕິດພັນກັບການ ເກັບກໍາສະພາບການເມືອງ-ແນວ ຄິດ ຂອງພະນັກງານ-ນັກຮົບທົ່ວ ກອງທັບ; ສຸມໃສ່ຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະ ຊວງປ້ອງກັນປະເທດ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ, ການສຶກສາອົບຮົມ ການເມືອງ-ແນວຄິດຕ້ອງແຫລມ ຄົມ, ເຮັດດ້ວຍຫລາຍຮູບຫລາຍ ສີ, ຫລາຍວິທີການ ແລະ ມີເນື້ອໃນ ອຸດົມສົມບູນ, ມີຊີວິດຊີວາ ເພື່ອສ້າງ ຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງ ນະໂຍບາຍ, ລະບຽບກົດໝາຍ ຂອງ ພັກ-ລັດ ເລິກເຊິ່ງ, ແທດເຖິງ ແລະ ສ້າງໃຫ້ມີການປ່ຽນແປງໃໝ່ຢ່າງ ແທ້ຈິງ. ຂ່າວ: ຄຳອ້າຍ ທອງວັນ ແຫ່ງຊາດ ຊຸດທີ X ຢູ່ເຂດເລືອກຕັ້ງ ຕ່າງໆ ໃນຂອບເຂດທົ່ວປະເທດ ຊຶ່ງ ປະກອບມີລາຍລະອຽດດັ່ງນີ້. ເຂດເລືອກຕັ້ງທີ 1 ນະຄອນ ຫລວງວຽງຈັນ ມີຈໍານວນຜູ້ສະໝັກ 25ທ່ານ, ເລືອກເອົາ19ທ່ານ; ເຂດ ເລືອກຕັ້ງທີ 2 ແຂວງຜົ້ງສາລີ ມີ ຈໍານວນຜູ້ສະໝັກ 10 ທ່ານ, ເລືອກ ເອົາ 7 ທ່ານ; ເຂດເລືອກຕັ້ງທີ 3 ແຂວງຫລວງນໍ້າທາ ມີຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດ ເລືອກຕັ້ງທີ 4 ແຂວງອຸດົມໄຊ ມີຜູ້ ສະໝັກ 11 ທ່ານ, ເລືອກເອົາ 8 ທ່ານ; ເຂດເລືອກຕັ້ງທີ 5 ແຂວງບໍ່ ແກ້ວ ມີຜູ້ສະໝັກ 10 ທ່ານ, ເລືອກ ເອົາ 7 ທ່ານ; ເຂດເລືອກຕັ້ງທີ 6 ແຂວງຫລວງພະບາງ ມີຜູ້ສະໝັກ 14 ທ່ານ, ເລືອກເອົາ 10 ທ່ານ; ເຂດເລືອກຕັ້ງທີ 7 ແຂວງໄຊຍະບູ ລີ ມີຜູ້ສະໝັກ 13 ທ່ານ, ເລືອກເອົາ 9 ທ່ານ; ເຂດເລືອກຕັ້ງທີ 8 ແຂວງ ຫົວພັນ ມີຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດເລືອກຕັ້ງ ທີ 9 ແຂວງຊຽງຂວາງ ມີຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດ ເລືອກຕັ້ງທີ 10 ແຂວງວຽງຈັນ ມີ ຜູ້ສະໝັກ 14 ທ່ານ, ເລືອກເອົາ 10 ທ່ານ; ເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ມີຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດ ເລືອກຕັ້ງທີ 12 ແຂວງຄໍາມ່ວນ ມີ ຜູ້ສະໝັກ 14 ທ່ານ, ເລືອກເອົາ 10 ທ່ານ; ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ມີຜູ້ສະໝັກ 28 ທ່ານ, ເລືອກເອົາ 21 ທ່ານ; ເຂດ ເລືອກຕັ້ງທີ 14 ແຂວງສາລະວັນ ມີຜູ້ສະໝັກ 14 ທ່ານ, ເລືອກເອົາ 10 ທ່ານ; ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ມີຜູ້ສະໝັກ 20 ທ່ານ, ເລືອກເອົາ 15 ທ່ານ; ເຂດ ເລືອກຕັ້ງທີ 16 ແຂວງເຊກອງ ມີ ຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດເລືອກຕັ້ງທີ 17 ແຂວງ ອັດຕະປື ມີຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດເລືອກຕັ້ງ ທີ 18 ແຂວງໄຊສົມບູນ ລົງສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ. ຂ່າວ: ກິດຕາ; ພາບ: ຂັນໄຊ ຕາມລໍາພັງໃຈແລະ ສ້າງຄອບຄົວບໍ່ ຖືກລະບຽບ ຕາມບໍລິເວນຊາຍແດນ ລາວ-ຫວຽດນາມນັບແຕ່ປີ20132023 ຊຶ່ງການແກ້ໄຂບັນຫານີ້ ແມ່ນບົນຈິດໃຈແຫ່ງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ ເປັນພື້ນຖານ, ເປັນການແກ້ໄຂບັນຫາພິເສດສະ ເພາະກໍລະນີ ໃຫ້ແກ່ປະຊາຊົນທີ່ຢູ່ ລຽບຕາມບໍລິເວນ ສອງຟາກຊາຍ ແດນເທົ່ານັ້ນ. ພ້ອມນີ້, ກໍ່ໄດ້ຍ້ອງຍໍ ວຽກງານສຳຫລວດ, ບູລະນະ ແລະ ກໍ່ສ້າງຫລັກໝາຍຊາຍແດນຮ່ວມ ລາວ-ມຽນມາ ຄັ້ງທີ 6 ໃນຕົ້ນປີ 2024. ຜົນສຳເລັດຂອງທັງສອງ ວຽກງານດັ່ງກ່າວ, ໄດ້ປະກອບ ສ່ວນອັນສຳຄັນເຂົ້າໃນການຄຸ້ມ ຄອງຊາຍແດນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ອຳ ນວຍຄວາມສະດວກໃຫ້ແກ່ການໄປ ມາຫາສູ່ ລະຫວ່າງປະຊາຊົນສອງ ຟາກຊາຍແດນ ແລະ ຊຸກຍູ້ການ ພັດທະນາຕາມບໍລິເວນຊາຍແດນ. ໃນໂອກາດນີ້, ໂດຍໄດ້ຮັບມອບ ສິດຈາກທ່ານນາຍົກລົດຖະມົນຕີ ແຫ່ງ ສປປ ລາວ ທ່ານ ທອງສະ ຫວັນ ພົມວິຫານ ໄດ້ໃຫ້ກຽດປະດັບ ຫລຽນໄຊແຮງງານຊັ້ນ II ໃຫ້ແກ່ຜູ້ ທີ່ມີຜົນງານຊາຍແດນລາວ-ຫວຽດ ນາມ 8 ທ່ານ, ປະດັບຫລຽນໄຊ ແຮງງານຊັ້ນ III ຈຳນວນ77ທ່ານ, ຫລຽນກາແຮງງານ 139 ທ່ານ ແລະ ຊາຍແດນ ລາວ-ມຽນມາ ມອບຫລຽນກາໃຫ້ 40 ທ່ານ, ມອບໃບຍ້ອງຍໍຂັ້ນລັດຖະບານ ຊາຍແດນ ລາວ-ຫວຽດນາມ ແລະ ຊາຍແດນ ລາວ-ມຽນມາ 163 ທ່ານ. ພ້ອມດຽວກັນນີ້, ກໍໄດ້ມີຄຳ ເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມພິທີ ໂດຍ ໄດ້ຕີລາຄາສູງຕໍ່ຜົນງານທີ່ຍາດມາ ໄດ້ ແລະ ໄດ້ຊີ້ນຳໃຫ້ສືບຕໍ່ເພີ່ມທະ ວີຄວາມເອົາໃຈໃສ່ໃນການປະຕິບັດ ໜ້າທີ່ວຽກງານ ໂດຍເນັ້ນໜັກການ ແກ້ໄຂບໍລິເວນຊາຍແດນ, ປະກົດ ການຫຍໍ້ທໍ້ຕາມບໍລິເວນຊາຍແດນ ເພື່ອເຮັດໃຫ້ບໍລິເວນຊາຍແດນທົ່ວ ປະເທດ ໂດຍສະເພາະຊາຍແດນ ລາວ-ຫວຽດນາມ ແລະ ລາວມຽນມາ ໃຫ້ມີຄວາມສະຫງົບ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ ແລະ ການ ຮ່ວມມືກັບປະເທດໃກ້ຄຽງ. ພະນັກງານຫລັກແຫລ່ງອ້ອມຂ້າງ ອົງການກະຊວງ ແລະ ບັນດາກົມ ກອງກຳລັງຫລວງ, ກໍາລັງທ້ອງ ຖິ່ນທົ່ວກອງທັບເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ມີຄໍາ ເຫັນສັງລວມ ແລະ ໃຫ້ທິດຊີ້ນຳ ກອງປະຊຸມຫລາຍບັນຫາສໍາຄັນ ຊຶ່ງສະຫາຍໄດ້ກ່າວວ່າ: ກອງປະ ຊຸມ ໄດ້ດໍາເນີນມາເປັນເວລາ 2 ວັນ, ບົນຈິດໃຈເຄັ່ງຮ້ອນ, ເຕັມໄປດ້ວຍ ບັນຍາກາດຟົດຟື້ນ ແລະ ດ້ວຍ ຄວາມຮັບຜິດຊອບສູງເຮັດໃຫ້ກອງ ປະຊຸມໄດ້ສໍາເລັດຕາມຈຸດປະສົງ ຄາດໝາຍຢ່າງຈົບງາມ. ໃນວາລະ ດໍາເນີນກອງປະຊຸມ, ໄດ້ພ້ອມກັນ ຄົ້ນຄວ້າຕີລາຄາສະພາບການທີ່ສົ່ງ 176 ທ່ານ, ຍິງ 48 ທ່ານ; ສສຊ ຊຸດທີ IX ສືບຕໍ່ສະໝັກ 37 ທ່ານ, ຍິງ 15 ທ່ານ; ຜູ້ສະໝັກຈາກລັດ ວິສາຫະກິດ 1 ທ່ານ ແລະ ຜູ້ສະໝັກ ຈາກທຸລະກິດພາກເອກະຊົນ 9 ທ່ານ, ຍິງ 2 ທ່ານ. ອີງຕາມມາດຕາ 11 ຂອງກົດ ໝາຍວ່າດ້ວຍ ການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024 ແລະ ລັດຖະດຳລັດ ຂອງປະ ທານປະເທດ ສະບັບເລກທີ 338/ ປປທ, ລົງວັນທີ 30 ທັນວາ 2025 ວ່າດ້ວຍການປະກາດຈໍານວນຜູ້ ສະໝັກຮັບເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍຜ່ານການຄົ້ນຄວ້າພິຈາລະ ນາ ຕົກລົງເຫັນດີຂອງກອງປະຊຸມ ຄະນະກຳມະການເລືອກຕັ້ງລະດັບ ຊາດ ໃນວັນທີ 23 ມັງກອນ 2026, ຄະນະກໍາມະການເລືອກຕັ້ງລະດັບ ຊາດ ປະກາດແຈ້ງລາຍຊື່ຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ ລັດຖະມົນຕີ ປກຊ...ັົີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທົ່ວປະເທດ...ົ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປະດັບຫລຽນ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ມີຜົນງານດີເດັ່ນ ທີ່ໄດ້ປະກອບສ່ວນ ເຂົ້າໃນວຽກງານຊາຍແດນ ໂດຍ ສະເພາະວຽກງານຕັ້ງພູມລໍາເນົາ ພາໂດຍພັກ, ກຳລັງຄວາມຕັດສິນ ໃຈ, ຮອບດ້ານ ແລະ ສອດຄ່ອງ ກັນຫລາຍຂຶ້ນ. ກົນໄກຂອງລັດ ໄດ້ຮັບການປັບໂຄງສ້າງໃໝ່ໃຫ້ມີ ຄວາມຄ່ອງແຄ້ວ, ມີປະສິດທິພາບ, ເຂັ້ມແຂງ ແລະ ມີປະສິດທິພາບ ຈາກລະດັບສູນກາງເຖິງທ້ອງຖິ່ນ. ສິ່ງທີ່ໜ້າສັງເກດແມ່ນ ເປັນຄັ້ງ ທຳອິດທີ່ຫວຽດນາມໄດ້ຈັດຕັ້ງລັດ ຖະບານຂອງຕົນອອກເປັນສອງ ລະດັບ (ແຂວງ ແລະ ຊຸມຊົນ). ການປະຕິວັດທີ່ປັບປຸງໃຫ້ທັນສະ ໄໝນີ້ໄດ້ຫລຸດຜ່ອນຫົວໜ່ວຍບໍລິ ຫານລະດັບແຂວງ 29 ຫົວໜ່ວຍ, ຫົວໜ່ວຍບໍລິຫານລະດັບຕາແສງ 7.277 ຫົວໜ່ວຍ ແລະ ລຶບລ້າງ ຫົວໜ່ວຍບໍລິຫານລະດັບເມືອງ; ຍັງ ໄດ້ຈັດລະບຽບລະບົບທະຫານ ແລະ ຕຳຫລວດທ້ອງຖິ່ນ, ອົງການກວດ ກາ, ສານ, ອົງການໄອຍະການ, ແລະ ອົງການ ແລະ ໜ່ວຍງານອື່ນໆ ທີ່ມີໂຄງສ້າງແນວຕັ້ງຄືນໃໝ່.
RkJQdWJsaXNoZXIy MTc3MTYxMQ==