26/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ dkodtdP,7;k,rh v,dk]t3vdkf c]t lyj 'mh kmkp.odkos]5 frQ ovvd9kdlt4kotrk[fh vpra fmtok0v' lxx ]k; ໃນຂອບອົງການການຄ້າໂລກ (WTO), ສປປ ລາວ ຈະບໍ່ສາ ມາດເຂົ້າເຖິງບາງຜົນປະໂຫຍດ ແລະ ບາງເງື່ອນໄຂການສະໜັບ ສະໜູນດ້ານການຄ້າພາຍ ໃ ຕ້ ຂໍ້ຕົກລົງຂອງອົງການ WTO ລວມທັງເສຍບາງສິດທິພິເສດ ສໍາລັບປະເທດ LDC ໃນຂອບ WTO ເຊັ່ນ: ການປ່ຽນແປງ ກົດລະບຽບເລື່ອງການຖົມຂຸມ (The Use of Subsidies and Countervailing Measures), ຊັບສິນທາງປັນຍາ (Intellectual Property/IP), ສູນເສຍຄວາມ ສາມາດຜ່ອນສັ້ນຜ່ອນຍາວໃນການ ໃຫ້ການຖົມຂຸມການສົ່ງອອກສໍາ ລັບຂະແໜງທີ່ບໍ່ແມ່ນກະສິກໍາ ແລະ (ໂດຍສືບຕໍ່ຈາກບົດຄວາມສະບັບທໍາອິດ ຄັ້ງວັນທີ 10 ກໍລະກົດ 2025 ກ່ຽວກັບປະຫວັດຄວາມເປັນມາຂອງປະເທດດ້ອຍພັດທະນາ, ໃນບົດຄວາມສະບັບນີ້ ບັນດາທ່ານຜູ້ອ່ານຈະໄດ້ຮັບຊາບືໍ່ົັໍິັ້ັີໍົ່ັັັ້ັົັີ້ັູ່້່້ັ ຂໍ້ມູນລະອຽດເພີ່ມເຕີມກ່ຽວກັບການກະກຽມຄວາມພ້ອມ, ກາລະໂອກາດ ແລະ ສິ່ງທ້າທາຍໃນການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ)ໍ້ ມູນີ່ ມີ ມ່ ຽັ ບ້ ອິ່ ງ້ າຸ ດົ້ ນ້ ອັ ດ ໂດຍ: ສີສະຫວັນ ພິມສະຫວັນີັິັ ພະແນກ ເສດຖະກິດ-ສັງຄົມສະຫະປະຊາຊາດ, ກົມອົງ ການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ຮຽບຮຽງໂດຍ: ກອງເລຂາຄະນະຊີ້ນໍາ ລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາ ເນີນງານສປຊສໍາລັບປະເທດດ້ອຍພັດທະນາ, ກະຊວງການຕ່າງປະເທດ. *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ຈະຖືກຈໍາກັດບາງນະໂຍບາຍໃນ ອະນາຄົດ (Lose the flexibility to grant export subsidies for non-agricultural sectors after graduation). ເຖິງຢ່າງໃດ ກໍ່ຕາມ, ຄາດວ່າຜົນກະທົບດັ່ງ ກ່າວ ຕໍ່ ສປປ ລາວ ແມ່ນບໍ່ຫລາຍ ແລະ ມີຈໍາກັດ. ການຮ່ວມມື ເພື່ອ ການພັດທະນາ (Development Cooperation). ເຖິງວ່າ ສປປ ລາວ ຈະສູນເສຍບາງສິດທິພິເສດ ໃນການເຂົ້າເຖິງທຶນຊ່ວຍເຫລືອ ລ້າ ແລະ ເງິນກູ້ຢືມດອກເບ້ຍຕໍ່າ, ການຊ່ວຍເຫລືອເພື່ອການພັດທະ ນາ (ODA) ຫລຸດລົງ, ແຕ່ຄາດ ຄະເນວ່າພາຍຫລັງຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະນາ ຈະສົ່ງຜົນກະທົບບໍ່ຫລາຍຕໍ່ການ ຮ່ວມມືເພື່ອການພັດທະນາເນື່ອງ ຈາກວ່າການຊ່ວຍເຫລືອແມ່ນຈະ ບໍ່ໄດ້ອີງໃສ່ສະຖານະພາບຂອງປະ ເທດແຕ່ຈະຢູ່ບົນພຶ້ນຖານການ ພິຈາລະນາດ້ານລາຍຮັບຂອງບຸກ ຄົນ (Income Per Capita) ແລະ ຄວາມໜ້າເຊື່ອຖືຂອງປະເທດ (Credit Worthiness). ເຖິງ ຢ່າງໃດກໍ່ຕາມ, ການຫລຸດພົ້ນ ອອກຈາກສະຖານະພາບດ້ອຍພັດ ທະນາຈະບໍ່ສົ່ງຜົນກະທົບຕໍ່ການ ຊ່ວຍເຫລືອຂອງທະນາຄານໂລກ (World Bank), ອົງການເຄື່ອ ຂ່າຍ ສປຊ (UN Agencies), ອົງການກາວີ (GAVI – the Vaccine Al l iance), ກອງ ທຶນການເງິນສາກົນ (IMF), ທ ະ ນ າ ຄ າ ນ ພັ ດ ທ ະ ນ າ ອ າ ຊີ (ADB) ລວມທັງການຊ່ວຍເຫລືອ ເພື່ອການພັດທະນາຈາກບັນດາ ສະມາຊິກ OECD-DAC (ລວມ ທັງ ສ ອາເມລິກາ, ສະຫະພາບ ເອີຣົບ, ອົດສະຕຣາລີ, ນິວຊີແລນ, ສ ເກົາຫລີ ເເລະ ຍີ່ປຸ່ນ)ຫລື ພາຍໃຕ້ ຂອບການຮ່ວມໃຕ້-ໃຕ້ (SouthSouth Cooperation). ການສູນເສຍທີ່ອາດເຫັນໄວແມ່ນ ການເຂົ້າເຖິງກອງທຶນສໍາລັບປະເທດ ດ້ອຍພັດທະນາ (LDCFund) ເປັນ ຕົ້ນແມ່ນກອງທຶນວ່າດ້ວຍການປ່ຽນ ເເປງດິນຟ້າອາກາດ, ທະນາຄານ ເຕັກໂນໂລຊີ ເເລະ ໂຄງການສະໜັບ ສະໜູນການລົງທຶນສໍາລັບປະເທດ ດ້ອຍພັດທະນາ, ລວມທັງການ ຫລຸດລົງຂອງທຶນໃນໂຄງການ ຫລື ກິດຈະກໍາສະເພາະ ແລະ ພັນທະ ປະກອບສ່ວນໃນບາງອົງການເຄື່ອ ຂ່າຍ ສປຊ ຂອງ ສປປ ລາວ ແມ່ນ ຈະເພີ່ມຂຶ້ນໂດຍອີງໃສ່ການປະເມີນ ລະດັບຂອງ GDP. ນອກນັ້ນ, ການສະໜັບສະໜູນຄະນະຜູ້ແທນ ເພື່ອເຂົ້າຮ່ວມກອງປະຊຸມສາກົນ (Support to participation in international forums) ແມ່ນ ຈະຫລຸດລົງ. ຜົນກະທົບໄລຍະສັ້ນ ດັ່ງກ່າວ ເເມ່ນຂຶ້ນກັບລະດັບ ຫລື ຈໍາ ນວນການອະນຸມັດງົບປະມານຂອງ ປະເທດໃນອະນາຄົດ ແລະ ສະພາບ ລວມຂອງປະເທດ ໂດຍອີງໃສ່ຄວາມ ອາດສາມາດໃນການຈ່າຍ ແລະ ການປະກອບສ່ວນຂອງປະເທດ. ໂດຍລວມແລ້ວ, ສປປ ລາວ ຍັງມີເວລາພຽງພໍໃນການຈັດຕັັ້ງ ປະຕິບັດມາດຕະການຫລຸດຜ່ອນ ຜົນກະທົບໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ລວມທັງການສືບຕໍ່ ເຈລະຈາດ້ານການຄ້າໃນຮູບແບບ ສອງຝ່າຍ ຫລື ກຸ່ມປະເທດ (ອາ ຊຽນ) ໃນຊຸມປີຕໍ່ໜ້າ ເພື່ອເຮັດໃຫ້ ສປປ ລາວ ຈະສາມາດສ້າງຄວາມ ຫລາກຫລາຍທາງດ້ານການຄ້າ ແລະ ການລົງທຶນໄດ້ຢ່າງມີຍຸດທະ ສາດ, ສືບຕໍ່ປັບປຸງນະໂຍບາຍ ດ້ານການຄ້າ ແລະ ສົ່ງເສີມການ ເຂົ້າເຖິງຕະຫລາດໃໝ່ ລວມທັງ ການສ້າງຄວາມຫລາກຫລາຍ ທາງດ້ານການຄ້າ ແລະ ການ ສົ່ງອອກ (Trade and Export Diversification) ໂດຍສອດຄ່ອງ ກັບແຜນການ ແລະ ທິດທາງການ ຫັນປ່ຽນໂຄງສ້າງທາງດ້ານເສດ ຖະກິດ (Structural Economic Transformation) ຂອງປະ ເທດ. ພ້ອມນີ້, ກໍຕ້ອງໄດ້ເອົາໃຈ ໃສ່ ໃນການເຈລະຈາກັບຄູ່ການຄ້າ ຫລັກກ່ຽວກັບເງື່ອນໄຂພິເສດດ້ານ ການຄ້າ (ເຊັ່ນ: ສິດທິພິເສດທາງ ດ້ານການຄ້າແບບເພີ່ມເຕີມເງື່ອນ ໄຂສໍາລັບປະເທດກໍາລັງພັດທະນາ (GSP Plus Scheme) ທີ່ຈະ ຊ່ວຍຈໍາກັດການສູນເສຍທີ່ອາດຈະ ເກີດຂຶ້ນໃນອະນາຄົດ. ສະຫລຸບລວມແລ້ວ, ລັດຖະບານ ສປປ ລາວ ແລະ ອົງການ ສປຊ ຮັບຮູ້ດີວ່າການຫລຸດພົ້ນອອກ ຈາກສະຖານະພາບດັ່ງກ່າວ ແມ່ນ ມີທັງກາລະໂອກາດ ແລະ ສິ່ງທ້າ ທາຍຢ່າງຫລີກລ່ຽງບໍ່ໄດ້ ຊຶ່ງສິ່ງ ດັ່ງກ່າວ ແມ່ນປະຕິບັດຕາມກົນໄກ ຂອງສາກົນ. ຖ້າພວກເຮົາເບິ່ງໃນ ດ້ານບວກ, ການຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະ ນາຈະເປັນກາລະໂອກາດອັນສຳ ຄັນ ເພື່ອພ້ອມກັນກ້າວເດີນຕາມ ທິດທາງແຫ່ງການສ້າງຄວາມເຂັ້ມ ແຂງ ແລະ ເປັນເຈົ້າຕົນເອງດ້ານ ເສດຖະກິດໃຫ້ຫລາຍຂຶ້ນ, ທັງເປັນ ການສ້າງພາບພົດທີ່ດີ ແລະ ເປັນ ທີ່ຍອມຮັບຈາກສາກົນ ຊຶ່ງສິ່ງດັ່ງ ກ່າວທັງໝົດຈະເປັນຜົນດີໃນໄລຍະ ຍາວ ເພື່ອສ້າງຄວາມເຊື່ອຖື ແລະ ສາມາດດຶງດູດການລົງທຶນຈາກ ຕ່າງປະເທດທີ່ມີຄຸນນະພາບ ເພື່ອ ປະກອບສ່ວນສ້າງວຽກເຮັດງານ ທໍາ ແລະ ປັບປຸງສີມືແຮງງານໃຫ້ ແກ່ປະຊາຊົນ. ສິ່ງສໍາຄັນແມ່ນຕ້ອງ ຮັບປະກັນໃຫ້ການ ຂປລ. ການກໍານົດຈໍານວນສະ ມາຊິກສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງແມ່ນປະຕິບັດ ດັ່ງນີ້: 1. ຮັບປະກັນການເຮັດວຽກ ເປັນໝູ່ຄະນະ; 2. ອີງໃສ່ທີ່ຕັ້ງ, ຄວາມສໍາຄັນ, ຄວາມຈໍາເປັນ, ຈຸດ ພິເສດທາງດ້ານການເມືອງ, ການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ເສດຖະກິດ, ວັດທະນະທໍາ- ສັງຄົມຂອງນະຄອນຫລວງ , ແຂວງ, ເມືອງ, ນະຄອນ; 3. ຮັບປະ ກັນໃຫ້ຈໍານວນສະມາຊິກສະພາ ຕ້ອງມີ ເພດ, ເຜົ່າ, ໄວອາຍຸ, ຜູ້ເກົ່າ ແລະ ຜູ້ໃໝ່, ຈາກຫລາຍສາຂາ ອາຊີບທັງພາກລັດ ແລະ ເອກະຊົນ, ຕົວແທນຂອງບັນດາຊັ້ນຄົນ, ສະມາ ຊິກສະພາແຫ່ງຊາດໃນແຕ່ລະຊຸດ ບໍ່ໃຫ້ເກີນໜຶ່ງຮ້ອຍເຈັດສິບຫ້າຄົນ, ເຂດເລືອກຕັ້ງໜ້ອຍສຸດບໍ່ໃຫ້ຫລຸດ ຫ້າຄົນ, ຫລາຍສຸດບໍ່ໃຫ້ເກີນຊາວ ຫ້າຄົນ ແລະ ມີຜູ້ປະຈໍາຢູ່ເຂດເລືອກ ຕັ້ງບໍ່ໃຫ້ຫລຸດສາມຄົນ. ສະມາຊິກ ສະພາປະຊາຊົນນະຄອນຫລວງ, ແຂວງ ກໍານົດຈໍານວນລວມທົ່ວ ນະຄອນຫລວງ, ແຂວງໜ້ອຍສຸດ ບໍ່ໃຫ້ຫລຸດຊາວຫ້າຄົນ, ຫລາຍສຸດ ບໍ່ໃຫ້ເກີນເຈັດສິບຫ້າຄົນ ແລະ ມີຜູ້ ປະຈໍາຢູ່ເຂດເລືອກຕັ້ງຂັ້ນເມືອງ ບໍ່ ໃຫ້ຫລຸດສາມຄົນ. ການກໍານົດຈໍານວນຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ, ການສະເໜີລາຍຊື່ ແລະ ການປະ ກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງມີ ດັ່ງນີ້: 1. ຄະນະປະຈໍາສະພາແຫ່ງ ຊາດ ເປັນຜູ້ກໍານົດຈໍານວນຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ໂດຍແມ່ນປະ ທານປະເທດເປັນຜູ້ອອກລັດຖະດໍາ ລັດ ປະກາດເປັນທາງການຢ່າງຊ້າ ສີ່ສິບຫ້າວັນກ່ອນວັນເລືອກຕັ້ງ; 2. ການສະເໜີລາຍຊື່ຂອງຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງແມ່ນອົງການຈັດຕັ້ງ ຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນເປັນຜູ້ ມີສິດຄົ້ນຄວ້າ, ທາບທາມ ແລະ ສະເໜີລາຍຊື່ຜູ້ຕາງໜ້າອົງການ ຂອງຕົນອອກສະໝັກຮັບເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ສໍາລັບລາຍຊື່ຜູ້ສະໝັກຮັບເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ຈາກຂະແໜງການ ແລະ ອົງການ ຈັດຕັ້ງຂັ້ນສູນກາງນັ້ນໃຫ້ສະເໜີຕໍ່ ຄະນະກໍາມະການເລືອກຕັ້ງລະດັບ ຊາດເປັນຜູ້ພິຈາລະນາຕົກລົງ. ສໍາ ລັບລາຍຊື່ຜູ້ສະໜັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຈາກ ທ້ອງຖິ່ນໃຫ້ສະເໜີຕໍ່ຄະນະກໍາມະ ການເລືອກຕັ້ງຂັ້ນແຂວງແລ້ວນໍາ ສະເໜີໃຫ້ຄະນະກໍາມະການເລືອກ ຕັ້ງລະດັບຊາດ ເປັນຜູ້ພິຈາລະນາ ຕົກລົງ. ສ່ວນລາຍຊື່ຜູ້ສະໜັກຮັບ ເລືອກຕັ້ງເປັນສະມາຊິກສະພາປະ ຊາຊົນຂັ້ນແຂວງ ໃຫ້ສະເໜີຕໍ່ຄະນະ ກໍາມະການເລືອກຕັ້ງຂັ້ນເມືອງ ແລະ ນໍາສະເໜີໃຫ້ຄະນະກໍາມະການ ເລືອກຕັ້ງຂັ້ນແຂວງແລ້ວນໍາສະເໜີ ໃຫ້ຄະນະກໍາມະການເລືອກຕັ້ງ ລະດັບຊາດ ເປັນຜູ້ພິຈາລະນາຕົກ ລົງ. ລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນຂັ້ນ ແຂວງຈາກຂະແໜງການ ແລະ ອົງການຈັດຕັ້ງຂັ້ນແຂວງ ໃຫ້ສະ ເໜີຕໍ່ຄະນະກໍາມະການເລືອກຕັ້ງ ຂັ້ນແຂວງແລ້ວນໍາສະເໜີໃຫ້ຄະນະ ກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ພິຈາລະນາຕົກລົງ; 3. ການ ຈັດລຽງເລກລໍາດັບລາຍຊື່ຂອງ ຜູ້ສະໝັກຮັບເລືອກຕັ້ງໃນແຕ່ລະ ເຂດເລືອກຕັ້ງຈະດໍາເນີນຕາມຕົວ ອັກສອນລາວ ຫລື ດ້ວຍວິທີອື່ນກໍໄດ້ ຕາມການຕົກລົງຂອງຄະນະກໍາມະ ການເລືອກຕັ້ງລະດັບຊາດ; 4. ການ ປະກາດລາຍຊື່ຜູ້ສະໝັກຮັບເລືອກ ຕັ້ງມີຄື: ຄະນະກໍາມະການເລືອກ ຕັ້ງລະດັບຊາດ ເປັນຜູ້ສັງລວມ ບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງໃນທົ່ວປະເທດ ແລ້ວປະກາດ ເປັນທາງການພາຍໃນສີ່ສິບຫ້າວັນ ກ່ອນວັນເລືອກຕັ້ງ. ຜູ້ມີສິດປ່ອນບັດເລືອກຕັ້ງມີສິດ ຄັດຄ້ານຜູ້ສະໝັກຮັບເລືອກຕັ້ງໃນ ເຂດເລືອກຕັ້ງຂອງຕົນທີ່ຕົນເຫັນ ວ່າບໍ່ມີມາດຕະຖານຄົບຖ້ວນ ຫລື ມີການກະທໍາ ຊຶ່ງເປັນການລະເມີດ ກົດໝາຍ, ລະບຽບການ ແລະ ແຕະ ຕ້ອງເຖິງສິດຜົນປະໂຫຍດຂອງປະ ຊາຊົນ ໂດຍມີຂໍ້ມູນຫລັກຖານທີ່ ເຊື່ອຖືໄດ້ຢ່າງເປັນລາຍລັກອັກສອນ ພາຍໃນກໍານົດເຈັດວັນນັບແຕ່ວັນ ປະກາດລາຍຊື່ຜູ້ສະໝັກຮັບເລືອກ ຕັ້ງເປັນຕົ້ນໄປ. ການຄັດຄ້ານນັ້ນ ໃຫ້ເຮັດເປັນລາຍລັກອັກສອນ ແລ້ວ ຍື່ນຕໍ່ຄະນະກໍາມະການເລືອກຕັ້ງ ຂັ້ນເມືອງ ເພື່ອລາຍງານໃຫ້ຄະນະ ກໍາມະການເລືອກຕັ້ງຂັ້ນແຂວງ ພິຈາລະນາແກ້ໄຂພາຍໃນກໍານົດ ສາມວັນ. ໃນກໍລະນີທີ່ບໍ່ສາມາດ ແກ້ໄຂໄດ້ນັ້ນຕ້ອງຮີບຮ້ອນສົ່ງໃຫ້ ຄະນະກໍາມະການເລືອກຕັ້ງລະດັບ ຊາດພິຈາລະນາແກ້ໄຂພາຍໃນກໍາ ນົດຫ້າວັນນັບແຕ່ວັນໄດ້ຮັບຄໍາຄັດ ຄ້ານເປັນຕົ້ນໄປ. ຜູ້ຄັດຄ້ານຕ້ອງ ຮັບຜິດຊອບຕໍ່ຄໍາຄັດຄ້ານຂອງຕົນ ຕາມກົດໝາຍ ແລະ ລະບຽບການ. ອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງ ມະຫາຊົນ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງສັງຄົມມີສິດ ແລະ ໜ້າທີ່ອໍານວຍຄວາມສະດວກ ໃນການຈັດສະຖານທີ່, ຈັດຕັ້ງການ ໂຄສະນາຫາສຽງໃຫ້ຜູ້ສະໝັກຮັບ ເລືອກຕັ້ງໃນເຂດເລືອກຕັ້ງຂອງ ຕົນຕາມກົດໝາຍ ແລະ ລະບຽບ ການ. ຜູ້ສະໝັກຮັບເລືອກຕັ້ງແຕ່ ລະຄົນມີສິດ ແລະ ໜ້າທີ່ລາຍງານ ຊີວະປະຫວັດຫຍໍ້ຂອງຕົນ ແລະ ຂອງຜູ້ສະໝັກເລືອກຕັ້ງອື່ນໃນເຂດ ເລືອກຕັ້ງດຽວກັນຕາມລະບຽບ ການ, ມີສິດໂຄສະນາຫາສຽງໃຫ້ ແກ່ຕົນເອງຕາມລະບຽບການ. ການ ໂຄສະນາໃຫ້ເລີ່ມພາຍຫລັງວັນປະ ກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ຕາມການຕົກລົງຂອງຄະນະກໍາມະ ການເລືອກຕັ້ງລະດັບຊາດ ແລະ ຕ້ອງຢຸດລົງກ່ອນວັນເລືອກຕັ້ງໜຶ່ງ ວັນ. ຄະນະກໍາມະການເລືອກຕັ້ງລະ ດັບຊາດ ເປັນຜູ້ກໍານົດລະບຽບການ ຈັດຕັ້ງໂຄສະນາ. ການກໍານົດເຂດເລືອກຕັ້ງ,ໜ່ວຍ ປ່ອນບັດເລືອກຕັ້ງ ແລະ ການຂຶ້ນ ບັນຊີລາຍຊື່ຜູ້ທີ່ມີສິດເລືອກຕັ້ງ ມີ ດັ່ງນີ້: 1. ການກໍານົດເຂດເລືອກ ຕັ້ງ: ການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ໃຫ້ຖືເອົານະຄອນ ຫລວງ, ແຂວງ, ເປັນເຂດເລືອກຕັ້ງ; ການເລືອກຕັ້ງສະມາຊິກສະພາປະ ຊາຊົນຂັ້ນແຂວງໃຫ້ຖືເອົາເມືອງ, ເທດສະບານ, ນະຄອນເປັນເຂດ ເລືອກຕັ້ງ. 2. ການກໍານົດໜ່ວຍປ່ອນ ບັດເລືອກຕັ້ງ: ໜ່ວຍປ່ອນບັດເລືອກ ຕັ້ງສະມາຊິກສະພາໃຫ້ຖືເອົາບ້ານ ເປັນຫລັກ, ບ້ານໃດທີ່ມີຜູ້ມີສິດເລືອກ ຕັ້ງແຕ່ຫ້າຮ້ອຍເຖິງໜຶ່ງພັນຄົນໃຫ້ ຈັດຕັ້ງເປັນໜ່ວຍປ່ອນບັດເລືອກ ຕັ້ງໜຶ່ງ, ຖ້າຫາກຫລາຍກວ່າໜຶ່ງ ພັນຄົນຂຶ້ນໄປໃຫ້ຈັດຕັ້ງເປັນຫລາຍ ໜ່ວຍປ່ອນບັດເລືອກຕັ້ງ. ສໍາລັບບ້ານທີ່ຢູ່ໃກ້ຄຽງກັນ ຊຶ່ງ ມີຈໍານວນຜູ້ມີສິດເລືອກຕັ້ງໜ້ອຍ ກວ່າຫ້າຮ້ອຍຄົນນັ້ນ ໃຫ້ໂຮມເຂົ້າ ກັນແລ້ວຈັດຕັ້ງເປັນໜ່ວຍປ່ອນ ບັດເລືອກຕັ້ງໜຶ່ງ. ໃນກໍລະນີບ້ານ ທີ່ຢູ່ຫ່າງໄກສອກຫລີກ, ການໄປ ມາມີຄວາມຫຍຸ້ງຍາກຫລາຍນັ້ນ ອາດຈະຈັດຕັ້ງເປັນໜ່ວຍປ່ອນບັດ ເລືອກຕັ້ງໜຶ່ງ ຫລື ຈັດຕັ້ງເປັນໜ່ວຍ ຮັບຜິດຊອບຫີບບັດເຄື່ອນທີ່ ເພື່ອໄປ ຮັບເອົາບັດລົງຄະແນນສຽງຂອງຜູ້ ມີສິດເລືອກຕັ້ງກໍໄດ້. ໜ່ວຍປ່ອນບັດ ເລືອກຕັ້ງສໍາລັບພົນລະເມືອງລາວ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງ ຊີວິດຢູ່ຕ່າງປະເທດນັ້ນ ໃຫ້ຄະນະ ກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ກໍານົດ. ການກໍານົດໜ່ວຍ ປ່ອນບັດເລືອກຕັ້ງຢູ່ກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ: ຄະ ນະກອງບັນຊາການກອງພົນ, ກອງ ພັນ, ກອງຮ້ອຍເອກະລາດ ແລະ ຄະ ນະກອງບັນຊາການແຂວງ, ນະ ຄອນຫລວງເປັນຜູ້ກໍານົດໜ່ວຍ ປ່ອນບັດເລືອກຕັ້ງຢູ່ກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບຂອງ ຕົນແລ້ວແຈ້ງເປັນລາຍລັກອັກສອນ ໃຫ້ຄະນະກໍາມະການເລືອກຕັ້ງຂັ້ນ ເມືອງທີ່ຄະນະກອງນັ້ນຕັ້ງຢູ່ເພື່ອ ຮັບຮູ້ ແລະ ສັງລວມເຂົ້າບັນຊີລາຍ ຊື່ໃນຈໍານວນໜ່ວຍປ່ອນບັດເລືອກ ຕັ້ງຂອງເມືອງ, ເທສະບານ, ນະ ຄອນນັ້ນ. *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ,kI6h dj P;da [dkog]n vd8A ' lt,k-y dltrkcsj '-kf c]t ltrkxt-k-q oc0;' X8+ ?
RkJQdWJsaXNoZXIy MTc3MTYxMQ==