7202

ແຈ້ງການ...້ @ 0j k; c]t gsfdko j 26/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ມອບ-ຮັບໜ້າທີ່ ເລຂາ...ັ້ີ່ ສານຊົມເຊີຍ...ົີ ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງສະຫາຍ. ການທີ່ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງອັນ ສຳຄັນນີ້ອີກສະໄໝໜຶ່ງ, ອັນໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຕີລາຄາສູງຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ການປະກອບສ່ວນ ອັນໃຫຍ່ຫລວງ ທາງດ້ານສະຕິປັນຍາ ແລະ ເຫື່ອແຮງ ກໍຄື ບົດຮຽນ ແລະ ປະສົບການອັນອຸດົມສົມບູນຂອງ ສະຫາຍ ໃນການນຳພາ-ຊີ້ນໍາ ຕະຫລອດ ໄລຍະຜ່ານມາ. ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ຊົມເຊີຍຢ່າງ ສຸດອົກສຸດໃຈ ຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງເປັນເຫດການທາງ ດ້ານການເມືອງທີ່ສໍາຄັນຂອງທົ່ວພັກ, ລັດ ແລະ ປະຊາຊົນຫວຽດນາມ, ມີ ຄວາມໝາຍຕັດສິນ ແລະ ກໍານົດທິດທາງໃຫ້ແກ່ການພັດທະນາຂອງ ສສ ຫວຽດນາມ ໃນສັງກາດໃໝ່ ໂດຍສະເພາະແມ່ນ ກໍານົດຈິນຕະນາການ ຍຸດທະສາດ, ວິໄສທັດ ແລະ ທິດທາງການພັດທະນາປະເທດຊາດ ແຕ່ນີ້ ຮອດກາງສະຕະວັດທີ 21. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ໂດຍແມ່ນ ສະຫາຍ ເປັນຜູ້ນຳໜ້ານັ້ນ, ແນ່ນອນວ່າ ທົ່ວພັກ, ທົ່ວປວງຊົນ ທັງຊາດ ຫວຽດນາມ ຈະສາມາດບັນລຸບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກວາງອອກໄດ້ຢ່າງມີໄຊ, ສ້າງປະເທດຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີ, ວັດທະນະຖາວອນ, ສີວິໄລ, ຜາສຸກ ແລະ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ. ພວກຂ້າພະເຈົ້າ ຂໍຢືນຢັນວ່າ ຈະສືບຕໍ່ຮ່ວມກັບ ສະຫາຍ ແລະ ການ ນຳຊຸດໃໝ່ຂອງພັກກອມມູນິດຫວຽດນາມ ພ້ອມກັນປົກປັກຮັກສາ, ຖະນຸ ຖະໜອມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວຫວຽດນາມ, ຫວຽດນາມ-ລາວ ໃຫ້ແຕກດອກອອກຜົນ ແລະ ໝັ້ນຄົງ ຂະໜົງແກ່ນຕະຫລອດໄປ. ເນື່ອງໃນໂອກາດອັນມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າຂໍອວຍພອນ ໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສຳເລັດ ໃຫຍ່ຫລວງໃນການປະຕິບັດໜ້າທີ່ອັນສູງສົ່ງຂອງສະຫາຍ. ຂ້າພະເຈົ້າ ມີຄວາມຄອງຄອຍ ທີ່ຈະໄດ້ພົບປະກັບ ສະຫາຍ ໃນໄວໆ ນີ້ຢູ່ ສສ ຫວຽດນາມ ເພື່ອພວກເຮົາຈະໄດ້ຮ່ວມກັນສືບຕໍ່ແລກປ່ຽນຄໍາຄິດ ເຫັນ ແລະ ປຶກສາຫາລື ໃນການກໍານົດທິດທາງລວມ ໃຫ້ແກ່ການຈັດຕັ້ງ ຜັນຂະຫຍາຍ ຄວາມເປັນຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໃຫ້ເລິກເຊິ່ງກວ່າເກົ່າ ເພື່ອພ້ອມກັນກ້າວຂຶ້ນສູ່ ສັງກາດໃໝ່ແຫ່ງການພັດທະນາຢ່າງແຂງແຮງ. ປະທານສູນກາງແນວລາວສ້າງ ຊາດ (ຜູ້ໃໝ່) ໃນວັນທີ 23 ມັງ ກອນ 2026 ໂດຍເປັນກຽດເຂົ້າ ຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດແຫ່ງ ສປປ ລາວ, ມີການ ນຳພັກ-ລັດ ຈາກກະຊວງ-ອົງການ ພາຄີ, ບັນດາຮອງປະທານ, ຄະນະ ປະຈຳ, ກຳມະການ ສນຊ ອ້ອມ ຂ້າງສູນກາງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ສິນລະວົງ ຄຸດ ໄພທູນ ໄດ້ຜ່ານບົດສະຫລຸບ-ສັງ ຮວມການນຳພາ -ຊີ້ນຳ ເຄື່ອນໄຫວ ວຽກງານຂອງແນວລາວສ້າງຊາດ ຮອບດ້ານທີ່ພົ້ນເດັ່ນ, ຂໍ້ຈໍາກັດ, ບົດຮຽນໃນໄລຍະຜ່ານມາ ແຕ່ປີ 2021 ເຖິງປັດຈຸບັນ ແລະ ແຜນ ວຽກທີ່ຈະສືບຕໍ່ໂດຍຫຍໍ້. ຈາກນັ້ນ, ສະຫາຍ ດອນ ໄພວົງ ຮອງຫົວ ໜ້າຄະນະຈັດຕັ້ງສູນກາງພັກ ໄດ້ ຜ່ານມະຕິຕົກລົງສະບັບເລກທີ 03/ ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການອະນຸມັດໃຫ້ ພະນັກງານການນໍາຂັ້ນສູງອອກ ພັກການ-ຮັບອຸດໜູນບໍານານ ໂດຍ ອະນຸມັດໃຫ້ ສະຫາຍ ສິນລະວົງ ຄຸດໄພທູນ ອອກພັກການ-ຮັບອຸດ ໜູນບໍານານ, ຄໍາສັ່ງເລກທີ 03/ ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການຍົກຍ້າຍພະ ນັກງານການນໍາຂັ້ນສູງ ໄປຮັບໜ້າ ທີ່ໃໜ່ ຢູ່ສູນກາງແນວລາວສ້າງ ຊາດ. ໃນນັ້ນ, ໄດ້ຍົກຍ້າຍ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມ ການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ ໄປຮັບໜ້າທີ່ໃໝ່ຢູ່ສູນ ກາງແນວລາວສ້າງຊາດ ແລະ ມະຕິ ຕົກລົງສະບັບເລກທີ 05/ກມສພ, ລົງວັນທີ 16 ມັງກອນ 2026 ວ່າ ດ້ວຍການອະນຸມັດໃຫ້ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນອະດີດ ກໍາມະການສູນກາງພັກ, ຮອງເລ ຂາຄະນະພັກ, ຮອງປະທານສູນ ກາງແນວລາວສ້າງຊາດ ອອກພັກ ການ-ຮັບອຸດໜູນບໍານານ; ມະຕິ ຕົກລົງຂອງກົມການເມືອງສູນກາງ ພັກ ສະບັບເລກທີ 10/ກມສພ, ລົງ ວັນທີ 13 ມັງກອນ 2026 ວ່າດ້ວຍ ການແຕ່ງຕັ້ງ ເລຂາຄະນະບໍລິຫານ ງານພັກ ປະທານ ສນຊ, ກົມການ ເມືອງສູນກາງພັກ ຕົກລົງແຕ່ງຕັ້ງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳ ມະການກົມການເມືອງສູນກາງ ພັກ ເປັນເລຂາຄະນະບໍລິຫານງານ ພັກ, ປະທານສູນກາງແນວລາວ ສ້າງຊາດ. ພ້ອມນີ້, ຍັງໄດ້ເຊັນບົດບັນທຶກ ມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ສິນລະວົງ ຄຸດໄພທູນ ເລຂາຄະນະ ບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ ແລະ ສະຫາຍ ກິແກ້ວ ໄຂຄຳພິທູນ ເລຂາຄະນະບໍລິຫານ ງານພັກ ປະທານ ສນຊ ຜູ້ໃໝ່. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານພົ້ນເດັ່ນ ແລະ ຜົນສໍາເລັດຫລາຍດ້ານໃນຂົງເຂດ ວຽກງານແນວໂຮມຕະຫລອດ 5 ປີ ຜ່ານມາ ພາຍໃຕ້ການນໍາພາຂອງ ສະຫາຍ ສິນລະວົງ ຄຸດໄພທູນ ພ້ອມ ດ້ວຍຄະນະ, ພ້ອມທັງໃຫ້ທິດ ທາງ ແຜນການນໍາພາວຽກງານແນວ ໂຮມໃນຕໍ່ໜ້າ ເປັນຕົ້ນ ສືບຕໍ່ເພີ່ມ ທະວີຄວາມສາມັກຄີພາຍໃນຄະ ນະພັກໃຫ້ສູງຂຶ້ນ, ໃຫ້ມີລັກສະນະ ບຸກທະລຸທີ່ກ້າວໜ້າກວ່າເກົ່າ; ຍົກ ສູງບົດບາດຂອງແນວລາວສ້າງ ຊາດ, ເສີມຂະຫຍາຍບົດບາດ, ສິດ ແລະ ໜ້າທີ່ແນວລາວສ້າງຊາດ; ສືບຕໍ່ປຸກລະດົມຄວາມເປັນເຈົ້າປະ ເທດຊາດ, ເປັນເຈົ້າຕົນເອງ, ນໍ້າໃຈ ຮັກຊາດ, ເຕົ້າໂຮມຄວາມສາມັກຄີ ໃຫ້ໄດ້, ຍູ້ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາຕິດພັນ ກັບ 4 ເສີມສ້າງ ແລະ ຍົກສູງສະຕິ ລະວັງຕົວກັບອິດທິກຳລັງປໍລະປັກ ທີ່ສ້າງຄວາມແບ່ງແຍກປະຊາຊົນ ບັນດາເຜົ່າ, ສາສະໜາ, ເອົາໃຈໃສ່ ປັບປຸງຄວາມສາມາດ, ຄວາມເຂັ້ມ ແຂງຢູ່ທ້ອງຖິ່ນໃຫ້ໄດ້, ເອົາໃຈໃສ່ ປະສານສົມທົບຢ່າງໜັກແໜ້ນຄ່ອງ ຕົວດ້ວຍການຊ່ວຍເຫລືອຈາກອົງ ການຈັດຕັ້ງພາຄີ ແລະ ດຶງດູດເອົາ ການຊ່ວຍເຫລືອຂອງພີ່ນ້ອງຄົນ ເຊື້ອຊາດລາວຢູ່ຕ່າງປະເທດ ກັບ ມາພັດທະນາບ້ານເກີດຂອງຕົນ ໃຫ້ ມີການພັດທະນາດີຂຶ້ນກວ່າເກົ່າ. ຂ່າວ: ສົມຫວັງ ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າ ຮ່ວມຢ່າງພ້ອມພຽງ. ໃນພິທີ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ເຜີຍແຜ່ເອກະສານ ເຊື່ອມຊຶມມະຕິ ຂອງກົມການເມືອງ ສູນກາງພັກ ສະບັບເລກທີ 26/ ກມສພ, ລົງວັນທີ 12 ກັນຍາ 2025 ວ່າດ້ວຍການເພີ່ມທະວີການນໍາ ພາ-ຊີ້ນໍາ ອົງຄະນະພັກທຸກຂັ້ນ ຕໍ່ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ເອກະສານສິດເປັນ ເຈົ້າຂອງປະຊາຊົນ, ເນື້ອໃນສໍາຄັນ ຂອງກົດໝາຍ ວ່າດ້ວຍການເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດ ທີ V. ພ້ອມນັ້ນ, ຍັງໄດ້ແນະນໍາເພີ່ມ ຕື່ມໃຫ້ພະນັກງານ ຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າໃຈ ແຈ້ງຕໍ່ແນວທາງ-ນະໂຍບາຍຂອງ ພັກ, ລະບຽບກົດໝາຍຂອງລັດ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເສີມຂະຫຍາຍນໍ້າໃຈຮັກ ຊາດ, ຕັ້ງໜ້າກະກຽມ ແລະ ເຂົ້າ ຮ່ວມຂະບວນການເລືອກຕັ້ງຄັ້ງ ນີ້ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ໃຫ້ກາຍເປັນປາງ ບຸນໃຫຍ່ຂອງຊາດ ແລະ ຮັບປະກັນ ການເສີມຂະຫຍາຍສິດປະຊາທິ ປະໄຕຢ່າງແຂງແຮງ, ເຕັມສ່ວນ, ກວ້າງຂວາງ ທົ່ວເຖິງ ແລະ ເລິກ ເຊິ່ງ ເພື່ອເລືອກເຟັ້ນໃຫ້ໄດ້ຜູ້ຄົບ ມາດຖານເງື່ອນໄຂຢ່າງຄົບຖ້ວນ ຕາມທີ່ກໍານົດໄວ້ໃນກົດໝາຍ ເພື່ອ ເປັນຕົວແທນປົກປ້ອງເອົາສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງ ປະຊາຊົນລາວບັນດາເຜົ່າ. ພ້ອມ ທັງຮັບປະກັນຄວາມສະຫງົບໃຫ້ໄດ້ 100%, ຮັບປະກັນບໍ່ໃຫ້ມີບັດຕາຍ 100% ແລະ ຜູ້ທີ່ມີສິດປ່ອນບັດ ໃຫ້ໄປປ່ອນບັດດ້ວຍຄວາມສະໝັກ ໃຈ 100%. ໃນໂອກາດດັ່ງກ່າວ, ຍັງໄດ້ ຫວນຄືນມູນເຊື້ອວັນສ້າງຕັ້ງກອງ ທັບປະຊາຊົນລາວ, ໂດຍໄດ້ຍົກ ໃຫ້ເຫັນເຖິງການກໍາເນີດກໍາລັງ ປະກອບອາວຸດ ແມ່ນເຫດການສໍາ ຄັນປະຫວັດສາດຂອງຊາດລາວ ທັງເປັນບາດລ້ຽວສໍາຄັນສໍາລັບ ການເຕີບໃຫຍ່ຂະຫຍາຍຕົວ ແລະ ຕັດສິນໄຊຊະນະຂອງຂະບວນການ ປະຕິວັດ ພາຍໃຕ້ການນໍາພາ-ຊີ້ນໍາ ເດັດຂາດ, ໂດຍກົງຮອບດ້ານຂອງ ພັກປະຊາຊົນປະຕິວັດລາວ; ວັນ ສ້າງຕັ້ງກອງທັບປະຊາຊົນລາວ 20 ມັງກອນ 1949 ປຽບເໝືອນແສງ ໄຟນ້ອຍໆ ທີ່ເປັນຈຸດເລີ່ມຕົ້ນຂອງ ທວານໄຟທີ່ມີລັດສະໝີເປັ່ງປະກາຍ ເປັນວົງກວ້າງໃຫຍ່ໄພສານ, ໄດ້ຮັບ ການສະໜັບສະໜູນ, ຊ່ວຍເຫລືອ ເຂົ້າຮ່ວມນັບມື້ນັບກວ້າງຂວາງ ຈາກມະຫາຊົນ ເຮັດໃຫ້ກໍາລັງປະ ກອບອາວຸດ ເຕີບໃຫຍ່ເຂັ້ມແຂງຂຶ້ນ ເປັນກ້າວໆຈົນສາມາດທັບມ້າງທຸກ ການຮຸກຮານທັງແບບເກົ່າ ແລະ ແບບໃໝ່, ກາຍເປັນກໍາລັງແຮງ ແກ່ນສານຂອງການປະຕິວັດລາວ, ຍູ້ແຮງແນວທາງປ່ຽນແປງໃໝ່ ສູ່ ລວງເລິກທີ່ແຂງແຮງຮອບດ້ານ ໃນການນໍາພາຂອງພັກ ໃນເງື່ອນ ໄຂໃໝ່, ສົມກັບນາມມະຍົດ “ກອງ ທັບລາວວິລະຊົນ ຂອງຊາດລາວ ວິລະຊົນ”. ຂ່າວ: ຄຕພ ກ້າວຂຶ້ນຢ່າງແຂງແຮງ ໃນສັກ ກະລາດແຫ່ງການບືນຕົວຂຶ້ນຂອງ ຊາດ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ສີວິໄລ ແລະ ຄວາມຜາສຸກ, ກ້າວ ຂຶ້ນສູ່ລັດທິສັງຄົມນິຍົມຢ່າງໜັກ ແໜ້ນ” ໂດຍມີນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ພ້ອມດ້ວຍສະ ມາຊິກພັກສົມບູນ 1.500 ກວ່າ ສະຫາຍ ທີ່ເປັນຕົວແທນໃຫ້ແກ່ ສະມາຊິກພັກທົ່ວປະເທດ 5,6 ລ້ານ ກວ່າສະຫາຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ກອງປະຊຸມຄັ້ງປະຖົມ ມະລືກຂອງຄະນະບໍລິຫານສູນ ກາງພັກ ສະໄໝທີ XIV ໄດ້ເປັນ ເອກະພາບເລືອກຕັ້ງເອົາກຳມະ ການສົມບູນສູນກາງພັກ 180 ສະ ຫາຍ, ກຳມະການສຳຮອງສູນກາງ ພັກ 20 ສະຫາຍ, ກຳມະການກົມ ການເມືອງສູນກາງພັກ 19 ສະ ຫາຍ, ຄະນະເລຂາທິການສູນກາງ ພັກ 13 ສະຫາຍ, ເປັນເອກະພາບ ເລືອກເອົາ ສະຫາຍ ໂຕ ເລິມ ເປັນ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ ສະໄໝທີ XIV. ໃນກອງປະຊຸມໃຫຍ່ຄັ້ງນີ້, ໄດ້ ຮັບຮອງເອົາບັນດາເອກະສານ ຂອງຄະນະບໍລິຫານງານສູນກາງ ພັກ ສະໄໝທີ XIII ແລະ ຮັບຮອງ ເອົາແຜນນະໂຍບາຍ, ນະໂຍບາຍ ຊີ້ຂາດ ແລະ ບັນດາທິດທາງໃຫຍ່, ໜ້າທີ່ຈຸດສຸມ, ບັນດາບຸກທະລຸຍຸດ ທະສາດເພື່ອສ້າງສາພັດທະນາປະ ເທດຊາດຢ່າງວ່ອງໄວ, ຍືນຍົງແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ ໃນສະພາບການໃໝ່. ໃນນັ້ນ, ກຳນົດໄດ້ການພັດທະນາ ເສດຖະກິດ-ສັງຄົມ, ການປົກປັກ ຮັກສາສິ່ງແວດລ້ອມເປັນໃຈກາງ, ກໍ່ສ້າງພັກເປັນແກ່ນສານ, ພັດທະ ນາວັດທະນະທຳ, ມະນຸດ ເປັນພື້ນ ຖານ, ເພີ່ມທະວີວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ຍູ້ແຮງການພົວພັນຕ່າງປະເທດ, ຖືເອົາການເຊື່ອມໂຍງເປັນສຳຄັນ, ບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການ ຫັນເປັນດີຈິຕອນແຫ່ງຊາດ ແມ່ນ ກຳລັງໜູນໃຈກາງຂອງການພັດ ທະນາ. ໂອກາດນີ້, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ ໄດ້ເນັ້ນໜັກວ່າ: ຈິດໃຈ “ຍຶດ ໝັ້ນ” ແມ່ນຈັນຍາບັນການເມືອງ, ແມ່ນການສືບທອດມູນເຊື້ອປະ ຫວັດສາດ ແລະ ບັນດາບົດຮຽນ ຈາກຂະບວນວິວັດປ່ຽນແປງໃໝ່, ແມ່ນຄຳໝັ້ນສັນຍາຢ່າງແຂງແຮງ ຂອງພັກ ບໍ່ວ່າຢູ່ໃນສະພາບການ ໃດກໍລ້ວນແຕ່ຍຶດໝັ້ນເປົ້າໝາຍ ເອກະລາດແຫ່ງຊາດ ຕິດພັນກັບ ສັງຄົມນິຍົມ, ຍຶດໝັ້ນໃນການສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ເປັນ ເຈົ້າຕົນເອງ, ເພິ່ງຕົນເອງ, ຍາມ ໃດກໍຖືຜົນປະໂຫຍດແຫ່ງຊາດເໜືອ ກວ່າສິ່ງໃດໝົດ, ຖືຄວາມອີ່ມໜຳ ສຳລານ, ຄວາມສົມບູນພູນສຸກ ຂອງປະຊາຊົນເປັນໃຈກາງ. ຈິດ ໃຈ “ປ່ຽນແປງໃໝ່” ແມ່ນຄຳຮຽກ ຮ້ອງທີ່ມີລັກສະນະແຫ່ງຍຸກສະໄໝ ຖ້າບໍ່ມີການປ່ຽນແປງໃໝ່ ການປະ ຕິຮູບຈະບໍ່ສາມາດບຸກທະລຸໄດ້. ສະນັ້ນ, ຕ້ອງສືບຕໍ່ປ່ຽນແປງໃໝ່ ດ້ານຈິນຕະນາການ, ຮູບແບບພັດ ທະນາ, ຮູບແບບການເຕີບໂຕ ແລະ ປ່ຽນແປງໃໝ່ຮູບແບບວິທີຈັດຕັ້ງ ປະຕິບັດ ເພື່ອໃຫ້ແນວທາງອັນ ຖືກຕ້ອງ ກາຍເປັນໝາກຜົນຢ່າງ ແທ້ຈິງ. ສະຫາຍ ໂຕ ເລິມ ຍັງໄດ້ເນັ້ນ ອີກວ່າ: ກອງປະຊຸມໃຫຍ່ ໄດ້ປະ ສົບຜົນສຳເລັດຢ່າງຈົບງາມ ສະ ແດງໃຫ້ເຫັນຄວາມເຊື່ອໝັ້ນ, ເຈດ ຈຳນົງ, ຄວາມຕັດສິນໃຈ ແລະ ວິ ໄສທັດການພັດທະນາໃໝ່ຂອງປະ ເທດ. ດ້ວຍຄວາມສາມັກຄີ ແລະ ການຕັດສິນໃຈຂອງກອງປະຊຸມ ໃຫຍ່, ດ້ວຍບັນດານະໂຍບາຍຊີ້ ຂາດໃຫຍ່ທີ່ໄດ້ຮັບຮອງເອົາ, ດ້ວຍ ຄວາມເປັນເອກະພາບທາງດ້ານ ເຈດຈຳນົງ ແລະ ການກະທຳຂອງ ທົ່ວພັກ, ດ້ວຍກຳລັງແຮງຂອງປະ ຊາຊົນ ແລະ ກ້ອນມະຫາສາມັກຄີ ທົ່ວປວງຊົນທັງຊາດ ແນ່ນອນວ່າ ພວກເຮົາຈະປະຕິບັດມະຕິກອງປະ ຊຸມໃຫຍ່ ສະໄໝທີ XIV ໄດ້ຢ່າງ ມີໄຊ. ຂ່າວ: ສຸກທະວີ ; ພາບ: ອ່າຍຄໍາ ມີຄວາມຊຳນານງານ, ມີລະບຽບ ວິໄນ, ມີວຽກເຮັດງານທຳທີ່ໝັ້ນ ທ່ຽງ, ມີລາຍຮັບສາມາດເພິ່ງ ຕົນເອງ ແລະ ລ້ຽງຄອບຄົວໄດ້. ພ້ອມທັງເອົາໃຈໃສ່ພັດທະນາ ລະບົບຖານຂໍ້ມູນຂ່າວສານຕະ ຫລາດແຮງງານ ໃຫ້ເປັນເຄື່ອງມື ເປັນກົນໄກດັດສົມລະຫວ່າງຄວາມ ຕ້ອງການ ແລະ ການສະໜອງກຳ ລັງແຮງງານ ຂະແໜງເສດຖະກິດສັງຄົມ ແລະ ສາມາດເຊື່ອມຕໍ່ລະບົບ ຖານຂໍ້ມູນແຮງງານ ກັບລະບົບ ຖານຂໍ້ມູນອື່ນໆ ເປັນຕົ້ນ ຖານຂໍ້ມູນ ອາກອນເງິນເດືອນ ໃຫ້ເປັນລະບົບ; ພັດທະນາລະບົບປົກປ້ອງສັງຄົມ ໃຫ້ມີຄວາມເຂັ້ມແຂງ ເພື່ອປະຕິບັດ ນະໂຍບາຍປະກັນສັງຄົມຂອງລັດ ຜ່ານລະບົບປົກປ້ອງສັງຄົມ ໃຫ້ສາ ມາດບໍລິການຕໍ່ປະຊາຊົນທີ່ດ້ອຍ ໂອກາດ, ຜູ້ທຸກຍາກ, ຜູ້ປະສົບໄພພິ ບັດຕ່າງໆ, ພະນັກງານທີ່ມີຜົນງານ ໃນພາລະກິດປະຕິວັດ, ຜູ້ອອກແຮງ ງານພາກວິສາຫະກິດ ແລະ ຜູ້ປະ ກອບອາຊີບອິດສະລະສ່ວນບຸກຄົນ ທີ່ມີປະສິດທິພາບທີ່ດີຂຶ້ນ ໂດຍຕ້ອງ ໄດ້ສຸມໃສ່ພັດທະນາລະບົບປະກັນ ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບ ແນໃສ່ເຮັດໃຫ້ຜູ້ ອອກແຮງງານ ສາມາດເຂົ້າເຖິງ ການປະກັນຕົນ ແລະ ເຂົ້າເຖິງການ ບໍລິການປະກັນສັງຄົມ ທີ່ມີປະສິດ ທິຜົນ ແລະ ກວ້າງຂວາງກວ່າເກົ່າ ພ້ອມທັງສ້າງສິ່ງອຳນວຍຄວາມ ສະດວກ ໃຫ້ຜູ້ອອກແຮງງານນອກ ລະບົບຕາມກຸ່ມອາຊີບຕ່າງໆໃນຂັ້ນ ທ້ອງຖິ່ນ ໄດ້ເຂົ້າຮ່ວມລະບົບປະກັນ ສັງຄົມແບບສະໝັກໃຈ ໃຫ້ຫລາຍ ຂຶ້ນ ພ້ອມທັງປັບປຸງກົນໄກການ ຄຸ້ມຄອງ ແລະ ບໍລິຫານກອງທຶນ ປະກັນສັງຄົມແຫ່ງຊາດ ມີຄວາມ ໂປ່ງໃສ ຍືນຍົງ, ສາມາດຕອບສະ ໜອງການບໍລິການທີ່ມີຄຸນນະພາບ ແລະ ວ່ອງໄວ, ພັດທະນາລະບົບ ສະຫວັດດີການສັງຄົມ ໃຫ້ສາມາດ ປະຕິບັດນະໂຍບາຍຊ່ວຍເຫລືອສົງ ເຄາະ ແລະ ບັນເທົາທຸກໃຫ້ປະຊາ ຊົນທີ່ທຸກຍາກ, ດ້ອຍໂອກາດ ແລະ ຜູ້ປະສົບໄພພິບັດຕ່າງໆ ໂດຍສົ່ງ ເສີມໃຫ້ທຸກພາກສ່ວນໃນສັງຄົມ ມີ ສ່ວນຮ່ວມຢ່າງກວ້າງຂວາງ, ເພີ່ມ ທະວີເອົາໃຈໃສ່ປະຕິບັດບັນດາ ມາດຕະການປ້ອງກັນ ເພື່ອຫລຸດ ຜ່ອນຄວາມເສຍຫາຍຈາກໄພພິບັດ, ການຄວບຄຸມຊ່ວຍເຫລືອແກ້ໄຂ ສຸກເສີນ ແລະ ການຟື້ນຟູຄືນຫລັງ ໄພພິບັດ ທີ່ຮັບປະກັນຄວາມທົນ ທານປອດໄພໃນອະນາຄົດ ລວມ ທັງວຽກງານການແກ້ໄຂລະເບີດ ບໍ່ທັນແຕກທີ່ຕົກຄ້າງ ໃຫ້ມີປະສິດທິ ຜົນຫລາຍຂຶ້ນ. ພ້ອມນີ້, ໃຫ້ສືບຕໍ່ເອົາໃຈໃສ່ ຕັ້ງ ໜ້າປະຕິບັດນະໂຍບາຍ ໃຫ້ການ ຊ່ວຍເຫລືອແກ່ຜູ້ມີຜົນງານປະຕິ ວັດຊາດໃນເປົ້າໝາຍບຸລິມະສິດ ໃຫ້ສຳເລັດໄວຂຶ້ນ, ແຕ່ສິ່ງສຳຄັນ ພາກສ່ວນທີ່ຮັບຜິດຊອບຢູ່ກະຊວງ ແລະ ທ້ອງຖິ່ນ ຕ້ອງມີຄວາມຊັດ ເຈນທາງດ້ານຂໍ້ມູນ ແລະ ມີຄວາມ ເປັນເອກະພາບກັນ ຫລີກເວັ້ນປະຕິ ບັດນະໂຍບາຍຊ້ຳຊ້ອນ ຫລື ບໍ່ຖືກ ເປົ້າໝາຍ ພ້ອມທັງເອົາໃຈໃສ່ຕິດ ຕາມໃຫ້ເງິນນະໂຍບາຍທີ່ຮັບປະ ກັນດ້ານຄວາມໂປ່ງໃສ, ຍຸຕິທໍາ ແລະ ມອບສົ່ງ ຫລື ເບີກຈ່າຍ ໃຫ້ ໄປຮອດໄປເຖິງເປົ້າໝາຍຢ່າງຄົບ ຖ້ວນ ສົມທົບງົບປະມານຂອງລັດ ກັບການປະຕິບັດໂຄງການ ການ ສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ປະກອບສ່ວນຈາກສັງຄົມ ຕໍ່ຜູ້ ທີ່ມີຜົນງານ ຕໍ່ການປະຕິວັດ ແລະ ຕໍ່ ປະເທດຊາດ. ສຳລັບວຽກງານຄຸ້ມ ຄອງບໍລິຫານວຽກງານແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງ ໄດ້ຮັບການສ້າງຄວາມເຂັ້ມແຂງ ຕາມທິດຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການ ໃຫ້ມີຄວາມສັກ ສິດ ໂດຍສຸມໃສ່ສ້າງ ແລະ ປັບປຸງ ກົດໝາຍ, ນິຕິກຳລຸ່ມກົດໝາຍ ເພື່ອເປັນເຄື່ອງມືໃນການບໍລິຫານ ວຽກງານ ໃຫ້ມີຄວາມສັກສິດ, ເອົາ ໃຈໃສ່ການຈັດຕັ້ງຜັນຂະຫຍາຍ ນະໂຍບາຍ ແລະ ສ້າງວິໄສທັດ ແຜນຍຸດທະສາດ ໃນການພັດທະນາ ວຽກງານແຮງງານ ແລະ ສະຫວັດ ດີການສັງຄົມ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວ ກວ່າເກົ່າ, ຈັດຕັ້ງປະຕິບັດບັນດາ ຄາດໝາຍສູ້ຊົນໃນປີ 2026 ຕາມ ທີ່ໄດ້ກໍານົດແຕ່ລະດ້ານ ໂດຍໃຫ້ມີ ການແບ່ງງານ ແບ່ງຄວາມຮັບຜິດ ຊອບ ລະຫວ່າງ ກະຊວງ ແລະ ທ້ອງຖິ່ນ ຢ່າງຈະແຈ້ງ ເພື່ອພ້ອມ ກັນຈັດຕັ້ງປະຕິບັດ ໃຫ້ເກີດຜົນຢ່າງ ເປັນຮູບປະທຳຕົວຈິງ, ເພີ່ມທະ ວີການຮ່ວມມືກັບຕ່າງປະເທດ, ບັນດາປະເທດເພື່ອນມິດຍຸດທະ ສາດ, ພາກພື້ນ ແລະ ສາກົນ ຢ່າງ ກວ້າງຂວາງ ເພື່ອຍາດແຍ່ງການ ລະດົມທຶນແຫລ່ງທຶນ ແລະ ເຕັກ ນິກວິຊາການ ໃຫ້ຫລາຍຂຶ້ນ ເພື່ອ ປະກອບສ່ວນເຂົ້າໃນການພັດທະ ນາວຽກງານແຮງງານ ແລະ ສະ ຫວັດດີການສັງຄົມ ໃຫ້ເຕີບໃຫຍ່ ຂະຫຍາຍຕົວ; ໃຫ້ເອົາໃຈໃສ່ສືບຕໍ່ ປັບປຸງການຈັດຕັ້ງ ຂະແໜງແຮງ ງານ ແລະ ສະຫວັດດີການສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດ ຕອບສະໜອງກັບຄວາມຕ້ອງການ ຂອງໜ້າທີ່ວຽກງານ ພ້ອມທັງ ສືບຕໍ່ຍົກລະດັບຄວາມຮູ້ຄວາມສາ ມາດ ແລະ ຫົວຄິດປະດິດສ້າງດ້ານ ວິຊາການ ຂອງພະນັກງານ-ລັດຖະ ກອນ ເພື່ອເປັນກຳລັງແຮງສຳຄັນ ປະກອບສ່ວນເຂົ້າໃນການປະຕິບັດ ແຜນພັດທະນາແຮງງານ ແລະ ສະ ຫວັດດີການສັງຄົມ ຕາມທິດ 3 ສ້າງກະຊວງ ເຮັດບົດບາດມະຫາ ພາກ ເພີ່ມສິດ, ວຽກ, ງົບປະມານ ແລະ ບຸກຄະລາກອນ ໃຫ້ທ້ອງຖິ່ນ ເປັນເຈົ້າການປະຕິບັດວຽກຕົວຈິງ ຫລາຍຂຶ້ນ ກໍຄື ບັນດາຄາດໝາຍທີ່ ໄດ້ກໍານົດໃຫ້ບັນລຸຜົນສຳເລັດໃນ ປີ 2026. ຂ່າວ: ກິດຕາ, ພາບ: ເກດສະໜາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ຈະເດີນທາງຢ້ຽມຢາມລັດຖະ ກິດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026 ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ. ເຜີຍແຜ່...ີ່ ກອງປະຊຸມໃຫຍ່...ຸ່ ນາຍົກລັດຖະມົນຕີ...ົັົີ

RkJQdWJsaXNoZXIy MTc3MTYxMQ==