gsfdko{dkora fmtok a xtgmf]k; ( 22/01/2026 dkovto5 ]a dw,h xj v' .og,n v';P'7e lh k'zq oxt3spf.sh xt-k-q o1j k'pn opq ' ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຫ້ອງການ ກະສິກໍາ ແລະ ສິ່ງແວດລ້ອມ ເມືອງ ວຽງຄໍາ ແຂວງຫລວງພະບາງ ໄດ້ ນຳສະເໜີໂຄງການອະນຸລັກໄມ້ ປ່ອງ ເມື່ອບໍ່ດົນມານີ້ ໂດຍການ ເປັນປະທານຂອງ ທ່ານ ນາງ ບຸນ ເລື່ອມ ແກ້ວດວງຈິດ ຮອງຫົວໜ້າ ຫ້ອງການກະສິກຳ ແລະ ສິ່ງແວດ ລ້ອມເມືອງວຽງຄຳ, ມີຫ້ອງການ, ຜູ້ຕາງໜ້າຈາກໂຄງການ, ອົງການ ປົກຄອງບ້ານ ທັງ 2 ເມືອງ ຄື: ເມືອງງອຍ ແລະ ເມືອງວຽງຄໍາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມໄດ້ມີການນຳ ສະເໜີ ວຽກງານຂອງໂຄງການ, ຊຶ່ງໂຄງການອະນຸລັກໄມ້ປ່ອງ ເປັນ ທຶນຊ່ວຍເຫລືອຂະໜາດນ້ອຍ ສໍາ ລັບອະດີດນັກສຶກສາລາວ-ອົດສະ ຕຣາລີ (AIG), ຜ່ານການອະນຸມັດ ຈາກລັດຖະບານອົດສະຕຣາລີ ໂດຍ ຜ່ານສະຖາບັນລາວ-ອົດສະຕຣາ ລີ (LAI) ໄດ້ສະໜອງເລີ່ມແຕ່ປີ 2020, ເປັນໂຄງການສະໜອງ ທຶນຂະໜາດນ້ອຍ ທີ່ສາມາດນຳໃຊ້ ເຂົ້າໃນການສ້າງຄວາມເຂັ້ມແຂງ ໃຫ້ກັບຊຸມຊົນໃນການຈັດການໄມ້ ປ່ອງແບບຍືນຍົງ ໂດຍຮັບປະກັນ mtskoc0;'[= ]y 7ew- s;o7n o,6 og-N v ;a olh k'8A 'dv'ma [ 7q [Iv[ 77 xu ຂປລ. ແຫລ່ງຂ່າວຈາກແຂວງບໍ ລິຄຳໄຊ ໃຫ້ຮູ້ວ່າ: ກອງບັນຊາການ ທະຫານ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງ ປາຖະກະຖາຫວນຄືນມູນເຊື້ອ ວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອນ 2026) ເມື່ອບໍ່ດົນມານີ້, ໂດຍມີຄະນະພັກ ກອງບັນຊາການ, ຄະນະຫ້ອງ, ບັນດາພະແນກການ ຕະຫລອດ ຮອດພະນັກງານ-ນັກຮົບ ໃນທົ່ວ ອົງການ 5 ຫ້ອງເຂົ້າຮ່ວມ. ການປາຖະກະຖາຄັ້ງນີ້ໂດຍ ສະຫາຍ ພັນເອກ ຈັນນີ ສີສຸກ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງບໍລິຄຳໄຊ ໂດຍໄດ້ ຍົກໃຫ້ເຫັນຄືນມູນເຊື້ອການເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວ ຕະຫລອດໄລຍະ 77 ປີຜ່ານມາ ແລະ ໄດ້ຍົກໃຫ້ເຫັນເຖິງ ທາດແທ້ມູນເຊື້ອອັນສະຫງ່າງາມ, ຄວາມອົງອາດກ້າຫານເດັດດ່ຽວ ໜຽວແໜ້ນ, ມີໄຫວພິບ, ຕໍ່ສູ້ບໍ່ຍອມ ຈຳນົນ ໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານພວກຈັກກະພັດຕ່າງດ້າວຜູ້ ຮຸກຮານທັງແບບເກົ່າ ແລະ ແບບໃໝ່ ເພື່ອຄວາມເປັນເອກະລາດ, ອິດ ສະລະພາບ ແລະ ນຳເອົາຄວາມ ສົມບູນພູນສຸກມາໃຫ້ປະຊາຊົນ ບັນດາເຜົ່າ, ກອງທັບປະຊາຊົນ ລາວໄດ້ປະຕິບັດໜ້າທີ່ພາຍໃຕ້ ການນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ພັກໄດ້ ເຄື່ອນໄຫວປັບປຸງກໍ່ສ້າງ ກອງ ທັບໃຫ້ມີຄວາມເຕີບໃຫຍ່ຂະຫຍາຍ ຕົວ ທາງດ້ານປະລິມານ ແລະ ຄຸນ ນະພາບຢ່າງບໍ່ຢຸດຢັ້ງ, ຍິ່ງສູ້ຮົບ ຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງຕີກໍ ຍິ່ງໄດ້ຮັບໄຊຊະນະຈົນສາມາດ ປົດປ່ອຍປະເທດຊາດອອກຈາກ ແອກປົກຄອງຂອງພວກລ່າເມືອງ ຂຶ້ນທັງແບບເກົ່າ-ແບບໃໝ່ ແລະ ໄດ້ ສະຖາປະນາເປັນປະເທດ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂຶ້ນໃນວັນທີ 2 ທັນວາ 1975. ພ້ອມນີ້, ກອງທັບປະຊາຊົນລາວ ຍັງໄດ້ສືບຕໍ່ 2 ພາລະກິດໃຫຍ່ຄື: ປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະທດຊາດ ຕະຫລອດມາ. ຂ່າວ-ພາບ: ສີທອງ ຈັນທະວົງ ຂປລ. ການແຂ່ງຂັນກິລາມວນ ຊົນ ຂອງກອງພັນໃຫຍ່ 202 ກອງ ພົນທີ 2 ເພື່ອຂໍ່ານັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/1/194920/1/2026) ໄດ້ປິດລົງຢ່າງ ຈົບງາມ ໃນວັນທີ 19 ມັງກອນ 2026 ນີ້, ທີ່ເດີນກິລາກອງພັນໃຫຍ່ 202 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສິດ ບົວສອນ ຮອງ ຫົວໜ້າພະແນກເສນາທິການກອງ ພັນໃຫຍ່ 202, ເປັນກຽດເຂົ້າຮ່ວມ ຂອງສອງຫົວໜ້າກອງພັນໃຫຍ່, ມີ ບັນດາສະຫາຍຄະນະພັກ-ຄະນະ ບັນຊາພະແນກການ, ກົມກອງ, ພະນັກງານ-ນັກຮົບ, ນັກກິລາ ເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ສະຫງັດ ຄຳອ່ອນ ຫົວໜ້າຂະແໜງອົມຮົມ ພະແນກເສນາທິການ ກອງພັນໃຫຍ່ 202 ໄດ້ຂື້ນຜ່ານບົດສະຫລຸບການ ເຄື່ອນໄຫວວຽກງານແຂ່ງຂັນກິລາ ມວນຊົນ ແລະ ກິລາການທະຫານ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 77 ປີ ເຊີ່ງກິລາດັ່ງກ່າວໄດ້ດໍາເນີນ ມາແຕ່ວັນທີ 2 ທັນວາ 2025 ແລະ ໄດ້ສໍາເລັດລົງຢ່າງຈົບງາມ ໃນ ວັນທີ 19 ມັງກອນ 2026. ການ ແຂ່ງຂັນກິລາ ແມ່ນດຳເນີນທີ່ເຕັມ ໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ສ້າງໄດ້ຄວາມສາມັກຄີ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງເປັນຂະບວນການຟົດຟື້ນ, ມີຄວາມເປັນລະບຽບຮຽບຮ້ອຍ dv'ra o.spj 202 xy f0t[;odko c0j '0a ody ]k8h voIa [;a olh k'8A ' dv'ma [ 7q [Iv[ 77 xu ດີ, ກິລາ ທີ່ນຳມາແຂ່ງຂັນໃນຄັ້ງນີ້ ປະກອບມີ 6 ປະເພດກິລາ ຄື: ກິລາ ບານເຕະ ລວມມີ 4 ທີມເຂົ້າຮ່ວມ ແຂ່ງຂັນ, ກິລາບານສົ່ງ ມີ 9 ທີມ, ກິລາກະຕໍ້ຫວາຍ ມີ 9 ທີມ, ກິລາ ເປ່ຕັງໜຸ່ມ ມີ 10 ທີມ, ກິລາເປ່ຕັງ ອາວຸໂສ ມີ 11 ທີມ, ກິລາແລ່ນ ມ້າງປະກອບອາວຸດ ມີ 5 ທີມ, ຜ່ານ ການສະຫລຸບຜົນງານຂອງການ ແຂ່ງຂັນ ມີດັ່ງນີ້: ກິລາບານເຕະ ທີ 1 ແມ່ນພະແນກເສນາທິການ, ທີ 2 ກອງພັນນ້ອຍທີ 2, ທີ 3 ພະ ແນກພລາທິການ; ກິລາບານສົ່ງ ທີ 1 ແມ່ນພະແນກເສນາທິການ, ທີ 2 ພະແນກມະລາທິການ, ທີ 3 ກອງ ຮ້ອຍປ້ອງກັນອາກາດ; ກິລາກະຕໍ້ ຫວາຍ ທີ 1 ພະແນກເສນາທິການ, ທີ 2 ພະແນກການເມືອງ, ທີ 3 ກອງພັນນ້ອຍທີ 2; ກິລາເປຕັງໜຸ່ມ ທີ 1 ແມ່ນພະແນກເສນາທິການ, ທີ 2 ກອງຮ້ອຍສື່ສານ, ທີ 3 ກອງ ພັນນ້ອຍທີ 2; ກິລາເປຕັງ ອາວຸໂສ ທີ 1 ແມ່ນກອງຮ້ອຍສື່ສານ, ທີ 2 ກອງຮ້ອຍປືນໃຫຍ່, ທີ 3 ກອງຮ້ອຍ ໂຮງໝໍ; ກິລາແລ່ນມ້າງປະກອບ ອາວຸດ ທີ 1 ແມ່ນກອງພັນນ້ອຍ 413, ທີ 2 ແມ່ນກອງພັນນ້ອຍທີ 2, ທີ 3 ກອງຮ້ອຍສື່ສານ. ໃນໂອກາດດັ່ງກ່າວ ສະຫາຍ ພັນໂທ ສິດ ບົວສອນ ກໍ່ໄດ້ໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະພັກ-ຄະນະບັນຊາ, ນັກກິລາ ແຕ່ລະສະຫາຍ ທີ່ໄດ້ເອົາໃຈໃສ່ຝຶກ ຊ້ອມ ແລະ ແຂ່ງຂັນດ້ວຍຄວາມເບີກ ບານມ່ວນຊື່ນ ແລະ ມີຄວາມຮັບ ຜິດຊອບສູງ ເຮັດໃຫ້ການແຂ່ງຂັນ ມີຜົນສຳເລັດ ແລະ ຮັບປະກັນໄດ້ ຄວາມປອດໄພ 100%. ທັງເປັນ ການສ້າງຄວາມສາມັກຄີຮັກແພງ ລະຫວ່າງ ພະນັກງານ-ນັກຮົບ ທົ່ວ ກົມກອງໃຫ້ແໜ້ນແຟ້ນຍີ່ງໆຂື້ນ. ຂ່າວ: ຄຳຊາຍ ກວ່າງຄຸນສີພາບ: ພາໄຊ ລໍກຽດຄຳມີ. dkooec0;'-P'0;k' g0Q kv;prvo de]a ' xd- 3vdkf;a olh k'8A 'dv'ma [xt-k-q o]k; ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ໃນວັນທີ 19 ມັງກອນ 2026, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງ ແຂວງຊຽງຂວາງ ພ້ອມດ້ວຍພະ ແນກການ, ອົງການ, ກຳລັງປ້ອງ ກັນຄວາມສະຫງົບແຂວງ ໄດ້ເຂົ້າ ອວຍພອນອະດີດການນຳ, ພະ ນັກງານອາວຸໂວບຳນານ ແລະ ກຳລັງປ້ອງກັນຊາດ (ປກຊ) ຢູ່ ສູນເສຍອົງຄະ 194 ຄັງໄຂ, ກຳລັງ ທະຫານແຂວງ ແລະ ກອງພັນໃຫຍ່ 643 ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 77 ປີ ທັງນີ້ກໍເພື່ອສະແດງຄວາມ ກະຕັນຍູຮູ້ບຸນຄຸນຂອງອະດີດການ ນຳ, ພະນັກງານອາວຸໂວບຳນານ ແລະ ກຳລັງ ປ້ອງກັນຊາດ (ປກຊ) ທີ່ໄດ້ປະກອບສ່ວນເຂົ້າໃນການປະ ຕິວັດສະໄໝຕໍ່ສູ້ກູ້ຊາດ ທີ່ໄດ້ເສຍ ສະລະເລືອດເນື້ອ ເພື່ອຊາດ ເພື່ອ ປະຊາຊົນ. ໂອກາດດັ່ງກ່າວ, ທ່ານ ບົວເງິນ ຫຸມໄຊຍະພົມ ໄດ້ກ່າວອວຍພອນ ໄຊອັນປະເສີດ ມາຍັງອ້າຍນ້ອງ ພໍ່ແມ່ ລຸງປ້າ ອາວອາ ຈົ່ງມີແຕ່ ຄວາມຜາສຸກ ປາສະຈາກໂລກໄພ ໄຂ້ເຈັບ ມີຜົນສຳເລັດໃນໜ້າທີ່ການ ງານ ແລະ ຄອບຄົວ, ສືບຕໍ່ນຳພາຊີ້ນຳ ຈັດຕັ້ງປະຕິບັດວຽກງານ ອັນມີກຽດໜ້າທີ່ການເມືອງອັນສູງ ສົ່ງ ທີ່ພັກ-ລັດມອບໝາຍໃຫ້ ໃຫ້ ມີຜົນສຳເລັດເປັນກ້າວໆ. ພ້ອມນີ້, ລຸງປ້າ ຜູ້ທີ່ບຳນານ ເສຍອົງຄະກໍ ໃຫ້ຮັກສາສຸຂະພາບໃຫ້ແຂງແຮງມີ ຄວາມສຸກ ເປັນແບບຢ່າງທີ່ດີໃຫ້ແກ່ ລູກຫລານ, ເປັນທີ່ປຶກສາໃຫ້ຄົນຮຸ່ນ ຫລັງ ເພື່ອຊີ້ນຳ ສ້າງສາພັດທະນາ ປະເທດຊາດ ໃຫ້ຈະເລີນເຂັ້ມແຂງ ຂຶ້ນເລື້ອຍໆ. ຂ່າວ: ບຸນມີ ແສງທຸມມີ ການອະນຸລັກສິ່ງແວດລ້ອມ, ການ ສ້າງລາຍໄດ້ ແລະການອະນຸລັກ ຮັກສາວັດທະນະທໍາ, ພ້ອມທັງເປັນ ໂຄງການແບບຢ່າງໃຫ້ແກ່ຊຸມຊົນ ອື່ນ ໃນອະນາຄົດ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປຶກສາຫາລື ກ່ຽວກັບ ບັນດາແຜນກິດຈະກຳຂອງໂຄງ ການທີ່ກຳນົດໄວ້ ເພື່ອໃຫ້ເກີດ ຜົນປະ ໂຫຍດລວມຂອງບ້ານ ແລະ ປະຊາຊົນບັນດາເຜົ່າ, ເພື່ອ ສິ່ງແວດລ້ອມທີ່ສວຍສົດງົດງາມ ຂຽວສະອາດງາມຕາ. ໂອກາດດັ່ງກ່າວ, ທ່ານ ນາງ ບຸນເລື່ອມ ແກ້ວດວງຈິດ ໄດ້ຮຽກ ຮ້ອງໃຫ້ອົງການປົກຄອງບ້ານ ເປົ້າໝາຍຕ້ອງໄດ້ສຶກສາອົບຮົມ ໃຫ້ປະຊາຊົນມີສ່ວນຮ່ວມ ແລະ ມີ ຄວາມເຂົ້າໃຈຈຸດປະສົງ-ເປົ້າໝາຍ ຂອງໂຄງການ, ປະກອບສ່ວນການ ອະນຸລັກຮັກສາປ່າໄມ້, ເຫັນໄດ້ ຄວາມສໍາຄັນ ແລະ ຜົນປະໂຫຍດ ຂອງໄມ້ປ່ອງ. ພ້ອມນັ້ນ, ຕ້ອງໄດ້ ມີກົດລະບຽບຄຸ້ມຄອງ, ນໍາໃຊ້ທີ່ ເໝາະສົມ ເປັນຕົ້ນ ຕໍ່ກັບຜູ້ລະເມີດ ໄປບຸກລຸກ, ທໍາລາຍ, ມີການແຕ່ງຕັ້ງ ຄະນະຮັບຜິດຊອບແບ່ງການ, ແບ່ງ ງານກັນລະອຽດ ເພື່ອຕິດຕາມ ກວດກາ, ມີການສະຫລຸບລາຍງານ ແຕ່ລະໄລຍະເປັນປົກກະຕິ, ສິ່ງ ສຳຄັນຕ້ອງມີການປຸກລະດົມການ ປົກປັກຮັກສາ ແລະ ຂະຫຍາຍພື້ນທີ່ ໃຫ້ກວ້າງຂວາງ. ຂ່າວ: ບຸນມີ ໄຊຍະກຸມມານ
RkJQdWJsaXNoZXIy MTc3MTYxMQ==