glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 22/01/2026 glf4tdy f{la '7q , -u ;y f{;a fmtotme u y a -q ogzqj kdb ,,5 [h ko;P'7e 9a f[5 ogdu i1j k'2q f2N o ]h P'gzY '0kp lh k']kpIa [wfh 200 ]h kodu [8+ xu ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າ ໜຶ່ງທີ່ນອນຢູ່ໃນວົງຄະນາຍາດ ແຫ່ງຊາດລາວ ແລະ ກໍຄ້າຍຄືກັນ ກັບບັນດາຊົນເຜົ່າມີເຊື້ອສາຍພົວ ພັນກັບຊົນຊາດຂອມ ໄດ້ຍົກຍ້າຍ ມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນ ນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງ ຊີວິດຢູ່ບັນດາແຂວງພາກເໜືອລົງ ຮອດແຂວງຄໍາມວນ, ເຜົ່າກຶມມຸມີ ພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງ ເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນ ເຕ້ຍນືມເປັນບຸນປົດປີ ໝາຍຄວາມ ວ່າ ເປັນບຸນສົ່ງທ້າຍປີເກົ່າຕ້ອນຮັບ ປີໃໝ່ຂອງຊົນເຜົ່າ. ເມື່ອມໍ່ໆມານີ້, ຢູ່ບ້ານວຽງຄໍາ ເມືອງ ແລະ ແຂວງຫລວງນ້ຳທາ ໄດ້ພິທີສະເຫລີມສະຫລອງບຸນເກີຣ ຂອງຊົນເຜົ່າກຶມມຸ ເພື່ອເປັນການ ປົກປັກຮັກສາຮີດຄອງປະເພນີອັນ ດີງາມຂອງເຜົ່າ ທັງເປັນການສະ ຫລຸບການຈັດຕັ້ງປະຕິບັດວຽກ ງານຂອງບ້ານວຽງຄໍາ. ບ້ານວຽງ ຄໍາ ມີປະຊາກອນທັງໝົດ 1.456 ຄົນ; ຍິງ 703 ຄົນ, ມີ 260 ຫລັງ ຄາເຮືອນ, ມີຫລາຍຊົນເຜົ່າດໍາລົງ ຊີວິດຮ່ວມກັນ. ສໍາລັບເຜົ່າກຶມມຸ ກວມເອົາ 38%, ພໍ່ແມ່ປະຊາຊົນ ພາຍໃນບ້ານໄດ້ຖືເອົາການພັດທະ ນາເສດຖະກິດ-ສັງຄົມຂອງບ້ານ, ຂອງຄອບຄົວເປັນຕົ້ນແມ່ການ ປູກຝັງ-ລ້ຽງສັດ ແລະ ຄ້າຂາຍ, ປະຊາຊົນພາຍໃນບ້ານມີເນື້ອທີ່ ນາ 50 ເຮັກຕາ, ເນື້ອທີ່ປູກຢາງ ພາລາ 450 ເຮັກຕາ, ເນື້ອທີ່ປູກ ໝາກໄມ້ ແລະ ພືິດກະສິກຳຕ່າງໆ 27 ເຮັກຕາ, ລ້ຽງສັດໃຫຍ່ ແລະ ສັດນ້ອຍ, ຄ້າຂາຍຕື່ມອີກ. ການ ຈັດງານບຸນເກີຣໃນແຕ່ລະປີ ເພື່ອ ສົ່ງເສີມວັດທະນະທໍາຊົນເຜົ່າກຶມມຸ ຕິດພັນກັບການທ່ອງທ່ຽວ ແລະ ຊຸກຍູ້ສົ່ງເສີມຮີດຄອງປະເພນີ, ວັດ ທະນະທໍາອັນດີງານທີ່ເຄີຍປະຕິບັດ ສືບທອດກັນມາແຕ່ດົນນາມ ແລະ ເປັນການເຕົ້າໂຮມຄວາມສາມັກຄີ ຂອງບັນດາເຜົ່າ ມາໄດ້ຫລາຍຮ້ອຍ ປີ. ບຸນເກີຣ ໄດ້ກາຍເປັນປາງບຸນ ໃຫຍ່ຂອງເຜົ່າ ຫລື ເອີ້ນວ່າ: ງານ ບຸນປີໃໝ່ຂອງເຜົ່າກຶມມຸ ທີ່ເຄີຍສືບ ທອດກັນມາແຕ່ບູຮານນະການຈົນ ເຖິງປັດຈຸບັນ. ພ້ອມກັນນັ້ນ, ພາຍ ໃນງານຍັງໄດ້ມີກິດຈະກໍາຫລາຍ ຢ່າງ ໂດຍສະເພາະແມ່ນການສູ່ ຂວັນມັດແຂນໃຫ້ເຖົ້າແກ່ອາວຸໂສ, ດື່ມເຫລົ້າໄຫຕາມຮີດຄອງ, ຊົມ ສີລະປະວັນນະຄະດີຂອງບ້ານ ແລະ ມ່ວນຊື່ນຕາມຮີດຄອງປະເພນີ. ເປັນກຽດເຂົ້າຮ່ວມບຸນຄັ້ງນີ້ ຂອງທ່ານ ນາງ ຈັນສະໄໝ ແກ້ວ ມະນີວົງ ຮອງເລຂາພັກເມືອງ ຜູ້ຊີ້ ນໍາການເມືອງແນວຄິດພັກ-ພະນັກ ງານ, ທ່ານ ສົມເພັດ ວັນນະວົງ ຄະນະຮັບຜິດຊອບຊົນເຜົ່າກຶມມຸ, ທ່ານ ຈອຍເພັດ ແສນທໍາມະຂັນ ນາຍບ້ານໆນາຫ້ອມ, ມີຄະນະນໍາ ຂັ້ນແຂວງ, ຂັ້ນເມືອງ, ນາຍບ້ານ, ແຂກ ຖືກເຊີນຕະຫລອດຮອດປະ ຊາຊົນພາຍໃນບ້ານເຂົ້າຮ່ວມ. ຂປລ. ເມື່ອເວົ້າເຖິງນໍ້າເຜີ້ງແລ້ວ ຫລາຍຄົນ ອາດຈະຄິດວ່າມີແຕ່ໃນ ທໍາມະຊາດຢ່າງດຽວເທົ່ານັ້ນ, ແຕ່ ຄວາມຈິງແລ້ວ ການລ້ຽງເຜີ້ງ ສາ ມາດເຮັດໄດ້ພຽງແຕ່ມີອຸປະກອນ, ມີຄວາມຮູ້ ແລະ ສະຖານທີ່ທີ່ເໝາະ ສົມ. ເໝືອນດັ່ງ ອາຈານ ຕື້ ສຸລິນ ທອນ ອະດີດຫົວໜ້າພະແນກວິຊາ ການ ຄະນະກະເສດສາດ ມະຫາ ວິທະຍາໄລແຫ່ງຊາດ ທີ່ໄດ້ສຶກສາ ກ່ຽວກັບເຜິ້ງມາຫລາຍປີ ຈົນປັດ ຈຸບັນ ໄດ້ຫັນມາລ້ຽງເຜິ້ງແບບຈິງ ຈັງ ພ້ອມຈໍາໜ່າຍອຸປະກອນ ແລະ ຖ່າຍທອດຄວາມຮູ້ສູ່ບຸກຄົນທີ່ສົນ ໃຈຢາກລ້ຽງເຜິ້ງ. ອາຈານ ຕື້ ສຸລິນທອນ ໃຫ້ຮູ້ ວ່າ: ເຄີຍໄປຮຽນກ່ຽວກັບການ ລ້ຽງເຜິ້ງ ຢູ່ປະເທດຣັດເຊຍ ໃນປີ 1978 ຈົນຮອດ 1983 ພໍຈົບມາ ທໍາອິດຍັງບໍ່ໄດ້ລ້ຽງເທື່ອຈົນຮອດປີ 1995 ໄດ້ມີເຜີ້ງໂກນ ພັນພື້ນເມືອງ ເຂົ້າຢູ່ໃນຢາງລົດ ຈຶ່ງເລີ່ມສຶກສາ ແລະ ເລີ່ມລ້ຽງມາແຕ່ປີ 1995 ມາ ຮອດປັດຈຸບັນກໍປະມານ 31 ປີ. ແນວໃດກໍດີໄລຍະຜ່ານມາກໍມີທັງຂໍ້ ສະດວກ ແລະ ຂໍ້ຫຍຸ້ງຍາກຫລາຍ ຢ່າງ, ໃນນັ້ນ ຂໍ້ສະດວກ ຂອງການ ລ້ຽງເຜີ້ງ ແມ່ນຈະບໍ່ໄດ້ລ້ຽງຄືສັດ ປະເພດອື່ນ ພຽງແຕ່ເຮັດໂກນໄວ້ ໃຫ້ໂຕເຜິ້ງຢູ່ ພໍຮອດຍາມເດືອນ 4-5 ກໍມີແຕ່ໄປເກັບນໍ້າຫວານເທົ່າ ນັ້ນ ແລະ ທີ່ສຳຄັນເຮົາຍັງໄດ້ບໍລິ ໂພກນ້ຳເຜິ້ງທີ່ສົດ ບໍ່ຕ້ອງກັງວົນ ນໍ້າເຜິ້ງປອມ ຫລື ນໍ້າເຜິ້ງປະສົມ; ຂໍພຽງມີກ່ອງໃຫ້ເຜິ້ງສ້າງຮັງ, ພື້ນທີ່ບໍ່ກວ້າງກໍສາມາດລ້ຽງໄດ້ ທີ່ສໍາຄັນແມ່ນມີຮົ່ມໄມ້ບໍ່ຖືກແສງ ແດດສ່ອງຫລາຍ ຫລື ຢູ່ເຂດໃກ້ປ່າ ທໍາມະຊາດກໍຍິ່ງດີ, ເຜິ້ງຈະຫາກິນ ເອງປະມານ 3-5 ກິໂລແມັດ. ເວົ້າ ໄດ້ວ່າ ການລ້ຽງເຜີ້ງມີຜົນດີຫລາຍ ຢ່າງ ທີ່ສໍາຄັນສາມາດສ້າງລາຍ ໄດ້ເປັນກອບເປັນກໍາ. ເໝືອນດັ່ງ ຂ້າພະເຈົ້າເອງ ໃນປີຜ່ານມາສາ ມາດສ້າງລາຍຮັບຈາກອາຊີບນີ້ ປະມານ 200 ລ້ານກີບຕໍ່ປີ ໂດຍ ສ່ວນໃຫຍ່ແມ່ນໄດ້ມາຈາກການ ຂາຍໂກນເຜີ້ງທີ່ບໍ່ມີເຜີ້ງ ແລະ ກໍ ຂາຍໂກນເຜີ້ງທີ່ມີເຜີ້ງ ແລະ ຂາຍ ເຜີ້ງ, ສະເປກິ່ນພີໂລໂມນນາງ ພະຍາ ເພື່ອນໍາໄປສີດໃສ່ໂກນເປົ່າ ໃຫ້ດຶງດູດເອົາແມ່ເຜີ້ງໃຫ້ມາຢູ່ໄວ. ອາຈານ ຍັງເວົ້າວ່າ: ເຜິ້ງບໍ່ຮ້າຍ ເໝືອນທີ່ຄິດ ເຮົາເປັນມິດກັບມັນ ມັນກໍເປັນມິດກັບເຮົາທຸກຊີວິດມີຄ່າ ສົມຄວນແກ່ການອະນຸລັກ ແລະ ຮັກ ສາໃຫ້ມີໄວ້ຄຽງຄູ່ກັນຕະຫລອດ ໄປ. ສໍາລັບທ່ານໃດທີ່ສົນໃຈການ ລ້ຽງເຜີ້ງ ພຽງແຕ່ມີໂກນໄມ້, ຢາງ ຕີນລົດ, ລໍາໂພງເກົ່າ ເອົາໄຂເຜີ້ງ ໂກນມາລົນໄຟແລ້ວທາ, ອີກຢ່າງ ໜຶ່ງຄື ສະເປນາງພະຍາທີ່ຂ້າພະເຈົ້າ ສະກັດເອງ ມາສີດໃສ່ ເພື່ອດຶງດູດ ເຜີ້ງເຂົ້າມາຢູ່ໄວ. ເອົາເປັນວ່າ, ທ່ານໃດທີ່ສົນໃຈ ຢາກລ້ຽງເຜີ້ງສາມາດຕິດຕໍ່ສອບ ຖາມຂໍ້ມູນ ຫລື ອຸປະກອນລ້ຽງເຜີ້ງ ເປັນຕົ້ນ ກ່ອງເປົ່າລ້ຽງເຜີ້ງ, ກ່ອງ ທີ່ມີເຜີ້ງ, ໄຂເຜີ້ງສໍາລັບທາກ່ອງ ລ້ຽງເຜີ້ງ, ສະເປນາງພະຍາ ສີດ ເພື່ອດຶງດູດເຜີ້ງ ແລະ ນໍ້າເຜີ້ງສົດ ໄດ້ທີ່ເບີ 020 2823 1436.
RkJQdWJsaXNoZXIy MTc3MTYxMQ==