gsfdko{dkora fmtok a xtgmf]k; ( 21/01/2026 g,n v'dt]b , dtdP,7;k,rh v,dkog]n vd8A ' ll- -5 fmu X c]t ll0 -5 fmu V ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ເມືອງກະລຶມ ແຂວງເຊກອງ ຈັດຝຶກອົບຮົມພະ ນັກງານຫລັກແຫລ່ງ ເພື່ອກະກຽມ ຄວາມພ້ອມ ໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນແຂວງ (ສສຂ) ຊຸດທີ V ໃນວັນທີ 16 ມັງກອນ 2026 ໂດຍ ການເຂົ້າຮ່ວມຂອງ ທ່ານ ຄໍາພາ ໄຊຍະແສງ ຫົວໜ້າຄະນະໂຄສະນາ ອົບຮົມ ແຂວງເຊກອງ, ຄະນະ ກໍາມະການເລືອກຕັ້ງຂັ້ນແຂວງ, ມີ ທ່ານ ສາຍຄໍາ ແກ້ວບຸນປານ ປະ ທານຄະນະກໍາມະການເລືອກຕັ້ງ ຂັ້ນເມືອງກະລຶມ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ເຜີຍແຜ່ ເຊື່ອມຊຶມເອກະສານກ່ຽວກັບການ ເລືອກຕັ້ງ 4 ເນື້ອໃນ ຄື: ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກົມການ ເມືອງສູນກາງພັກ ກ່ຽວກັບການ ເພີ່ມທະວີການນໍາພາ-ຊີ້ນໍາຂອງ ອົງຄະນະພັກທຸກຂັ້ນ ຕໍ່ການເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V; ເພີ່ມທະວີການນໍາພາແນວຄິດ, ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ເພື່ອ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V; ກໍາແໜ້ນເນື້ອໃນ ສໍາຄັນ ຂອງກົດໝາຍວ່າດ້ວຍການ ເລືອກຕັ້ງ ສສຊ ແລະ ສສຂ ເພື່ອເຮັດ ໃຫ້ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຖືກຕ້ອງຕາມ ກົດໝາຍ, ສອດຄ່ອງກັບສະພາບຕົວ ຈິງຂອງແຕ່ລະທ້ອງຖິ່ນ ແລະ ມີປະ ສິດທິຜົນ; ເຊື່ອມຊຶມ ແລະ ຈັດຕັ້ງ ປະຕິບັດແຜນການດໍາເນີນງານຂອງ g,n v'cdj omh k; sk]n dP,xtdkflh k'8A '8kcl' ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມຄົ້ນ ຄວ້າປຶກສາຫາລືກະກຽມປະກາດ ສ້າງຕັ້ງຕາແສງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈັດຂຶ້ນເມື່ອບໍ່ດົນ ມານີ້, ໂດຍມີທ່ານ ຄໍາປຸ່ນ ນວນ ສະບັບ ເລຂາຄະນະບໍລິຫານງານ ເມືອງແກ່ນທ້າວ, ມີກົມກອງ ແລະ ພະນັກງານຫ້ອງການທີ່ກ່ຽວຂ້ອງ ຢູ່ພາຍໃນເມືອງເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຜ່ານແຈ້ງ pq d]tfa [7;k,I6 h fh kodq f\kp .sh 2 g,n v' 16 j c0;'g-dv' ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ອົງການອາສາ ສະໝັກຍີ່ປຸ່ນປະຈຳ ສປປ ລາວ (JVC) ຈັດຝຶກອົບຮົມດ້ານກົດ ໝາຍ ໃຫ້ເມືອງກະລຶມ ແລະ ດາກ ຈຶງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຂັ້ນແຂວງເຊກອງ ເມື່ອບໍ່ດົນມານີ້ ໂດຍມີ ທ່ານ ຫຸມພັນ ແສງຈັນທອງ ຜູ້ປະສານງານໂຄງການອະນຸລັກ ຊັບພະຍາກອນທຳມະຊາດ ແລະ ຄ້ຳປະກັນການດຳລົງຊີວິດແບບ ຍືນຍົງ ໃນແຂວງເຊກອງ ທັງເປັນຜູ້ ຕາງໜ້າອົງການ JVC ພ້ອມດ້ວຍ ຄູຝຶກຈາກກຸ່ມແລກປ່ຽນຂໍ້ມູນເລື່ອງ ທີ່ດິນ (LIWG) ເຂົ້າຮ່ວມ. ທ່ານຫຸມພັນແສງຈັນທອງກ່າວ ວ່າ: ການຝຶກອົບຮົມຄັ້ງນີ້ ເປັນການ ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານຈາກພາກສ່ວນ ກ່ຽວຂ້ອງຂອງເມືອງກະລຶມ ແລະ ເມືອງດາກຈຶງ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງຂັ້ນແຂວງເຊກອງ ທີ່ ເຄື່ອນໄຫວເຮັດວຽກກັບໂຄງການ ອະນຸລັກຊັບພະຍາກອນທຳມະຊາດ ແລະ ຄ້ຳປະກັນການດຳລົງຊີວິດ ແບບຍືນຍົງ ໃນແຂວງເຊກອງ ໄດ້ ຮັບຮູ້ເຂົ້າໃຈທາງດ້ານກົດໝາຍເພີ່ມ ຕື່ມ ແລະ ສາມາດນຳໄປເຜີຍແຜ່ ຈັດຕັ້ງປະຕິບັດຢູ່ທ້ອງຖິ່ນຂອງຕົນ ;y mtpkw]xkdg- 9a foy ma fltdko ;y mtpklkf c]t ]kp'kozq odko7Q o7;h k;y w9 ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ໃນທ້າຍ ອາທິດຜ່ານມາ, ວິທະຍາໄລຄູ ປາກເຊ ແຂວງຈຳປາສັກ ຈັດນິ ທັດສະການວິທະຍາສາດ ແລະ ລາຍງານຜົນການຄົ້ນຄວ້າວິໄຈ ຂອງວິທະຍາໄລຄູປາກເຊ ປະຈຳ ສົກຮຽນ 2025-2026 ໂດຍມີ ທ່ານ ສົມບູນ ເຮືອງວົງສາ ຮອງ ປະທານຄະນະກຳມະການປົກຄອງ ແຂວງຈໍາປາສັກ, ທ່ານ ວົງເດືອນ ໂອໂສ ຫົວໜ້າກົມສ້າງຄູ, ກະຊວງ ສຶກສາທິການ ແລະ ກິລາ ພ້ອມ ດ້ວຍພະແນກການ, ສະຖາບັນການ ສຶກສາ, ຄູ-ອາຈານ ແລະ ນັກຮຽນນັກສຶກສາ ເຂົ້າຮ່ວມ. ທ່ານ ສົມໄຊ ເທບສົມບັດ ຜູ້ ອຳນວຍການວິທະຍາໄລຄູປາກ ເຊ ໄດ້ກ່າວວ່າ: ງານນິທັດສະການ ວິທະຍາສາດ ແລະ ລາຍງານຜົນ ການຄົ້ນຄວ້າວິໄຈ ຂອງວິທະຍາໄລ ຄູປາກເຊ ໃນຄັ້ງນີ້ ເພື່ອເປັນການ ກະຕຸກຊຸກຍູ້ໃຫ້ພະນັກງານຄູອາ ຈານ ແລະ ນັກສຶກສາ ໃນການນຳ ເອົາບົດຮຽນ ຄວາມຮູ້ຄວາມສາ ມາດທີ່ເປັນນະວັດຕະກຳອັນໃໝ່ໆ ໂດຍສະເພາະ ນະວັດຕະກຳທາງ ດ້ານປັນຍາປະດິດ (AI) ທີ່ພວມ ເຂົ້າມາມີບົດບາດ ໃນການດຳລົງ ຊີວິດຂອງມະນຸດ ເພື່ອມານຳໃຊ້ເຂົ້າ ໃນການພັດທະນາການຮຽນ-ການ ສອນ ພ້ອມທັງເປັນການປຸກລະດົມ ໃຫ້ທຸກຄົນ ເຫັນໄດ້ຜົນກະທົບຂອງ ໄພທຳມະຊາດ ແລະ ການປົກປັກ ຮັກສາສິ່ງແວດລ້ອມ ໂດຍເນັ້ນ ໃສ່ການປະຕິບັດຫລັກການ 3 R (Reduce, Reuse and Recycle) ໃຊ້ນ້ອຍ, ໃຊ້ຊ້ຳ ແລະ ນຳກັບ ມາໃຊ້ໃໝ່ ໂດຍສະເພາະ ໃນການ ນຳມາປະຍຸກ ເຂົ້າໃນການຜະລິດ ອຸປະກອນ ການຮຽນ-ການສອນ. ພ້ອມນີ້, ຍັງເປັນການນຳເອົາຜົນ ການຄົ້ນຄວ້າວິໄຈ ຂອງພະນັກງານ ຄູ-ອາຈານ ທັງພາຍໃນວິທະຍາໄລ ຄູ ແລະ ພາກສ່ວນພາຍນອກ ມານຳ ສະເໜີ ແລະ ແລກປ່ຽນປະສົບການ ໃນການວິໄຈ ເພື່ອການແກ້ໄຂ ບັນຫາທາງສັງຄົມ ກໍຄືການແກ້ ບັນຫາການພັດທະນາການສຶກສາ ໂດຍລວມແມ່ນເປັນການສະແດງ ໝາກຜົນ ຜົນງານຂອງບັນດາ ພະນັກງານຄູອາຈານ ແລະ ນັກ ສຶກສາ ທີ່ຫ້າງຫາກະກຽມ ທັງເປັນ ການສ້າງບັນຍາກາດ ການຮຽນການສອນ ແລະ ການແລກປ່ຽນ ປະສົບການ ກັບສະຖາບັນການສຶກ ສາອື່ນໆ. ງານຄັ້ງນີ້ ໄດ້ຮວບລວມເອົາ ບັນດາຜົນງານການຜະລິດສື່ ແລະ ນະວັດຕະກໍາ ຈາກກິດຈະກໍາການ ຮຽນ-ການສອນໃນແຕ່ລະສາຂາ ວິຊາ ເພື່ອນໍາມາວາງສະແດງ ໂດຍ ເນັ້ນໃສ່ການນຳໃຊ້ນະວັດຕະກຳ ໃໝ່, ວັດຖຸທີ່ຫາໄດ້ງ່າຍຈາກທໍາມະ ຊາດ ຈາກວັດສະດຸທີ່ເຫລືອໃຊ້ ນຳ ໃຊ້ງົບປະມານນ້ອຍ ຕາມຄວາມ ຄິດ (Concept) ຂອງງານ. ນອກຈາກນີ້, ຍັງໄດ້ເຊີນບັນດານັກ ຄົ້ນຄວ້າ ທັງພາຍໃນ ແລະ ພາຍ ນອກ ເພື່ອນຳເອົາຜົນງານການ ຄົ້ນຄວ້າວິໄຈຂອງຕົນມານຳສະເໜີ ໂດຍສະເພາະ ຫົວຂໍ້ກ່ຽວກັບນະວັດ ຕະກຳ ການນຳໃຊ້ ໄອຊີທີ ແລະ AI ເຂົ້າໃນການຮຽນ-ການສອນ. ໂອກາດນີ້, ທ່ານ ສົມບູນ ເຮືອງ ວົງສາ ໄດ້ມີຄຳເຫັນວ່າ: ງານນິທັດ ສະການ ແລະ ການລາຍງານຜົນ ການຄົ້ນຄວ້າວິໄຈ ຂອງວິທະຍາໄລ ຄູປາກເຊ ໃນຄັ້ງນີ້ ສຸດທີ່ມີຄວາມ ໝາຍ ແລະ ຄວາມສໍາຄັນຍິ່ງຕໍ່ ຊີວິດການເມືອງ ກໍຄືຄວາມເຕີບ ໃຫຍ່ເຂັ້ມແຂງ ທາງດ້ານວິຊາການ ໃນການກໍ່ສ້າງ ແລະ ພັດທະນາຄູ ຊຶ່ງງານຄັ້ງນີ້ ນອກຈາກເປັນການ ຍົກບົດບາດຄູ-ອາຈານ ຕາມທິດ ນໍາຂອງລັດຖະບານແລ້ວ ຍັງໄດ້ ພ້ອມກັນນໍາເອົາຜົນງານ ໃນການ ຈັດການຮຽນ-ການສອນ ແລະ ຄົ້ນ ຄວ້າວິໄຈ ພ້ອມງານປະດິດສ້າງ ໃໝ່ໆ ມາເຜີຍແຜ່ ເພື່ອສ້າງເງື່ອນໄຂ ໃນການຕໍ່ຍອດໃຫ້ເກີດດອກອອກ ຜົນຕົວຈິງອີກດ້ວຍ. ການຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 318, ລົງວັນທີ 7 ຕຸລາ 2025 ກ່ຽວກັບທິດທາງໃນ ການປັບປຸງ ແລະ ຄົ້ນຄວ້າການ ສ້າງຕັ້ງຕາແສງທົ່ວແຂວງ ແລະ ຜ່ານຂໍ້ຕົກລົງຂອງປະທານຄະນະ ກໍາມະການປົກຄອງເມືອງ ສະບັບ ເລກທີ 880, ລົງວັນທີ 6 ພະຈິກ 2025 ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບ ເພື່ອຊີ້ນໍາການ ສ້າງຕັ້ງຕາແສງ ເມືອງແກ່ນທ້າວ ພ້ອມທັງໄດ້ຄົ້ນຄວ້າປຶກສາຫາລື ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອປະກາດສ້າງຕັ້ງຕາແສງຢ່າງ ເປັນທາງການ. ເມືອງແກ່ນທ້າວ ກໍານົດມີ 4 ຕາແສງຄື: ຕາແສງທ້າວແກ່ນ ມີ 21 ບ້ານ ຄື: ບ້ານຈອມແກ້ວ, ບ້ານ ຈອມເພັດ, ບ້ານເມືອງເກົ່າ, ບ້ານ ທ້າວແກ່ນ, ບ້ານພວນ, ບ້ານຫາດ ແດງ, ບ້ານນາບອນ, ບ້ານຫ້ວຍຕໍ, ບ້ານເມືອງໝໍ, ບ້ານນາຫີນ, ບ້ານ ກ້ວຍແຂ້, ບ້ານດົງສາມແສນ, ບ້ານ ກົກກະບົກ, ບ້ານສາມຊົ້ງ, ບ້ານນາ ແກ້ງມ້າ, ບ້ານຄອນຕາປູ່, ບ້ານໂພນ ສະຫວ່າງ, ບ້ານເວີນຄໍາ, ບ້ານຫ້ວຍ ລ້າ, ບ້ານບຸ່ງຄ້າ ແລະ ບ້ານຫ້ວຍ ອີ່ຮຸ່ມ; ຕາແສງປາກແຄມ ມີ 13 ບ້ານ ຄື: ບ້ານປາກແຄມ, ບ້ານນໍ້າ ເຕົ່າ, ບ້ານປາກຕົມ, ບ້ານຫ້ວຍຄາ, ບ້ານຫົວຂົວ, ບ້ານມ່ວງເພົ້າ, ບ້ານ ຫ້ວຍເຮ້ຍ, ບ້ານໜອງ, ບ້ານໂພນ ປ່າປໍ, ບ້ານກົກໄຮຄໍາ, ບ້ານກົກກະ ທອນ, ບ້ານປົ່ງແດງ ແລະ ບ້ານຂຸມ ສ້ຽວ; ຕາແສງຫ້ວຍເລິກ ມີ 6 ບ້ານ ຄື: ບ້ານຫ້ວຍເລິກ, ບ້ານວັງປາ, ບ້ານວັງປູນ, ບ້ານຫ້ວຍບູຮາ, ບ້ານ ສວນກ້ວຍ ແລະ ບ້ານລາດຂາມ ປ້ອມ. ສ່ວນຕາແສງດອນເມນ ມີ 7 ບ້ານ ຄື: ບ້ານດອນເມນ, ບ້ານນາ ຄໍາ, ບ້ານດອນສັ້ງ, ບ້ານແຄ, ບ້ານ ຫ້ວຍເປັດ, ບ້ານຫ້ວຍຫລອດ ແລະ ບ້ານນາຄູນ. ຄະນະກໍາມະການເລືອກຕັ້ງລະດັບ ຊາດ ເພື່ອການເລືອກຕັ້ງ ສສຊ ຊຸດ ທີ X ແລະ ສສຂ ຊຸດທີ V ໃຫ້ປະກົດ ຜົນເປັນຈິງ. ທ່ານ ວັນໄຊ ຈັນທະຍັບ ຫົວໜ້າ ຄະນະສະມາຊິກ ສະພາປະຊາຊົນ ແຂວງ ຊຸດທີ IV ເຂດເລືອກຕັ້ງ ເມືອງກະລຶມ ກ່າວວ່າ: ການຝຶກ ອົບຮົມໃຫ້ພະນັກງານຫລັກແຫລ່ງ ໃນຄັ້ງນີ້, ເປັນການສ້າງຂະບວນ ແລະ ເປັນການກະກຽມຄວາມ ພ້ອມ ໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ ກວ້າງຂວາງ ແລະ ມີບັນຍາກາດ ຟົດຟຶ້ນ. ສະນັ້ນ, ຄະນະກໍາມະການ ເລືອກຕັ້ງ ກໍຄື ພະນັກງານຫລັກ ແຫລ່ງຂັ້ນເມືອງທີ່ເຂົ້າຮ່ວມຝຶກ ອົບຮົມ ຕ້ອງເອົາໃຈໃສ່, ຄົ້ນຄວ້າ ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນເອ ກະສານຕ່າງໆ ເພື່ອນໍາໄປຈັດຕັ້ງຜັນ ຂະຫຍາຍໃຫ້ພໍ່-ແມ່ປະຊາຊົນ ກໍຄື ຜູ້ ມີສິດເລືອກຕັ້ງຢູ່ຮາກຖານບ້ານ ໃຫ້ ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ ແນໃສ່ເຮັດໃຫ້ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ບັນລຸຜົນສໍາເລັດ ຕາມດັບຄາດໝາຍທີ່ວາງໄວ້. ຂ່າວ-ພາບ: ສັນຍາ ກໍຄືຈັດຕັ້ງນຳພາປະຊາຊົນບັນດາ ເຜົ່າ ຢູ່ຊຸມຊົນເຂດຊົນນະບົດຫ່າງໄກ ສອກຫລີກ, ບ້ານເປົ້າໝາຍຂອງ ໂຄງການ ໃຫ້ສາມາດປະຕິບັດໄດ້ ເປັນຢ່າງດີ ແລະ ຖືກຕ້ອງສອດຄ່ອງ ກັບລະບຽບກົດໝາຍ ເພື່ອເຮັດໃຫ້ ຊຸມຊົນ ມີຄວາມເຂັ້ມແຂງທາງດ້ານ ກົດໝາຍ ຊຶ່ງການຝຶກອົບຮົມນີ້ ນັກ ສຳມະນາກອນຈະໄດ້ຮຽນຮູ້ການ ອຳນວຍຄວາມສະດວກ, ການປູກ ຈິດສຳນຶກໃຫ້ຊຸມຊົນ, ການວາງ ແຜນ ແລະ ທົດລອງການເຮັດວຽກ ຢູ່ຂັ້ນບ້ານ, ວາງແຜນການເກັບ ກຳຂໍ້ມູນ ແລະ ປະເມີນຜົນ ພ້ອມ ທັງຮຽນຮູ້ 6 ຫົວຂໍ້ຄື: ເງື່ອນໄຂ ການຂຶ້ນທະບຽນທີ່ດິນໃນທີ່ດິນ ປ່າໄມ້, ຮູບການເງື່ອນໄຂ ແລະ ເນື້ອໃນຂອງກະສິກຳແບບມີສັນຍາ, ການມີສ່ວນຮ່ວມຂອງປະຊາຊົນ ໃນ ການຕັດສິນໃຈກ່ຽວກັບໂຄງການ ລົງທຶນ, ຄວາມສຳຄັນຂອງການຂຶ້ນ ທະບຽນອອກໃບຕາດິນ, ການ ສົ່ງເສີມກະສິກຳອິນຊີ ແລະ ການ ແບ່ງປັນສິນສົມສ້າງຂອງຜົວເມຍ ໃນກໍລະນີຢ່າຮ້າງ ທັງນີ້ກໍເພື່ອນຳ ໄປເປັນແບບແຜນ, ແນວທາງການ ຈັດຕັ້ງປະຕິບັດໃນໜ້າທີ່ວຽກງານ ຕົວຈິງ. ພ້ອມນີ້, ທ່ານ ຫຸມພັນ ແສງ ຈັນທອງ ຍັງໄດ້ຮຽກຮ້ອງມາຍັງ ສຳມະນາກອນ ຈົ່ງເປັນເຈົ້າການ ເອົາໃຈໃສ່ສຶກສາຮຽນຮູ້ ແລກປ່ຽນ ບົດຮຽນຈາກຄູຝຶກ ແລະ ເພື່ອນ ຮ່ວມງານດ້ວຍກັນ ເພື່ອເກັບກຳ ບົດຮຽນ ແລະ ນຳໄປຈັດຕັ້ງປະຕິ ບັດໃຫ້ເກີດດອກອອກຜົນຢ່າງມີ ປະສິດທິພາບສູງ. ຂ່າວ: ອັດສະວິນ
RkJQdWJsaXNoZXIy MTc3MTYxMQ==