21/01/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີີັີັີ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ]k;{9u o sa ogvq kg0f]tg[u f8q d7h k'.oxk'lq '7k, gxa o[j vozt]y fw22h kltvkf ຂປລ. ສອງປະເທດລາວ ແລະ ຈີນ ຮ່ວມກັນຫັນປ່ຽນພື້ນທີ່ສະໝໍລະ ພູມເກົ່າທີ່ເຕັມໄປດ້ວຍຊາກລະເບີດ ຕົກຄ້າງແຕ່ປາງສົງຄາມອິນດູຈີນ ໃນປີ 1964 ຢູ່ລາວໃຫ້ກາຍເປັນ ແຫລ່ງພະລັງງານໄຟຟ້າສະອາດ ປ້ອນຕະຫລາດອາຊຽນ ເພື່ອຄວາມ ໝັ້ນຄົງດ້ານພະລັງງານ, ການ ພັດທະນາເສດຖະກິດຍືນຍົງ ແລະ ຄາດວ່າຮອດປີ 2030 ຈະສົ່ງອອກ ພະລັງງານໄຟຟ້າປະມານ 20.000 ເມກາວັດ. ເອກະສານໂຄງການການເມືອງ ສະບັບທີ I I I ຂອງພັກປະຊາຊົນ ປະຕິວັດລາວ ທີ່ນຳສະເໜີໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ໃນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XII ຂອງ ພັກປະຊາຊົນປະຕິບັດລາວ ທີ່ໄຂຂຶ້ນ ໃນວັນທີ 6-8 ມັງກອນ 2026 ຜ່ານ ມາ, ໄດ້ລະບຸວ່າ: ການພັດທະນາ ເສດຖະກິດ ຕ້ອງໝູນໃຊ້ບັນດາ ກົດເກນພາວະວິໄສຢ່າງຖືກຕ້ອງ ແລະ ນໍາໃຊ້ໝາກຜົນຂອງການພັດ ທະນາວິທະຍາສາດທີ່ທັນສະໄໝ ຢ່າງເໝາະສົມ ໃນນັ້ນຍຶດໝັ້ນທິດ ນໍາຖືເອົາຄວາມກົມກຽວລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ກັບການປົກປັກຮັກສາສິ່ງແວດ ລ້ອມຕາມທິດເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ຍືນ ຍົງ ໂດຍສະເພາະຕັ້ງໜ້າຜະລິດ rtpkfxkdgxnj vp]q 'g]a [ ຮ້າຍແຮງທີ່ສຸດ ສາມາດຕິດກັບສັດ ຫລາຍຊະນິດ ລວມທັງຄົນ. ສ່ວນ ແກະ ແລະ ແບ້ ທີ່ຕິດເຊື້ອພະຍາດ ນີ້ ຈະສະແດງອາການໄຂ້ 2-3 ວັນ ແລ້ວກໍຫາຍ ແລະ ບໍ່ສະແດງປະກົດ ການໃດໆຂອງພະຍາດນີ້ອອກມາ. ການຕິດເຊື້ອ: ສັດທີ່ປ່ວຍຈະລະ ບາຍພະຍາດອອກທາງ ນ້ຳຢາງ ເຫລືອງ, ຈາກຕື່ມຕີນ, ນ້ຳລາຍ, ອາຈົມ ແລະ ຍ່ຽວ, ລະບາຍອອກ ທາງນ້ຳນົມ, ທາງລະບົບຫາຍໃຈ ແລະ ມີໄລຍະພັກເຊື້ອ 2-7 ວັນ ເຊິ່ງພະຍາດເຂົ້າຮ່າງກາຍສັດທາງ ລະບົບຫາຍໃຈ, ທາງອາຫານ ແລະ ບາດແຜ ທີ່ສຳຜັດກັບພະຍາດ, ເຊື້ອ ພະຍາດສາມາດຜ່ານສາຍແຮ່ເຂົ້າ ໄປຫາລູກໄດ້. ອາກາດສະແດງອອກກັບສັດຄື: ຈະມີໄຂ້ສູງ 40-41 ອົງສາ,1-2 ວັນ, ສັດຫຍ້ໍາປາກ ມີນ້ຳລາຍເປັນ ຝອດສີຂາວ, ໝູຈະຄັນດັງ ແລະ ມີ ຕຸ່ມໃສໆຢູ່ດັງ, ໜ້າລິ້ນ ແລະ ເຟັນ ແຂ້ວ ເປັນຕຸ່ມໂພງ, ແຕກ ແລະ ລອກອອກ, ສັດຖົງຕີນ,ກົກເລັບ, ບ່ອນຕໍ່ເລັບ ແລະ ໜັງ ຈະມີຕຸ່ມ ນ້ອຍໆໃສໆ ແຕກເປັນບາດ, ຂວັ້ນ ນົມເປັນຕຸ່ມ, ດັງໝູ, ຂວັ້ນນົມ ແລະ ກົກເລັບເປັນບາດ ເຮັດໃຫ້ພະຍາດ ອື່ນແຊກຊ້ອນ ສາມາດເຮັດໃຫ້ເລັບ ລ່ອນ ແລະ ສັດຕາຍຍ້ອນພະຍາດ ອື່ນແຊກຊ້ອນ, ກິນອາຫານບໍ່ໄດ້ ຍ້ອນເຈັບປາກ ແລະ ໄປຫາກິນບໍ່ໄດ້ ເພາະເຈັບປວດຕີນ ຍ້ອນເລັບລ່ອນ. ການປິ່ນປົວແມ່ນການນໍາໃຊ້ ສະເປ Bleu Methylene, Oxytetracycline bleu ສີດໃສ່ບາດ ແຜຫລືໃສ່ປາກສັດ, ສັກຢາຕ້ານ ເຊື້ອຕ້ານການແຊກຊ້ອນຂອງແບັກ ເທີເລຍ, ໃຊ້ຢາຂ້າໜອນໃສ່ບາດ ກັນແມງວັນ, ລ້າງບາດ ໂດຍນໍາ ໃຊ້ສ່ວນປະສົມຂອງນໍ້າຢາລ້າງ ບາດແຜ ແລະ ປາກສັດ ຄືຫີນ ສົມ100 ກຣາມ, ນໍ້າສະອາດ 10 ລິດ, ອາຊິດ ອາເຊຕິກ 750 ມິນລີ ລິດ ຢາຕ້ານເຊື້ອ 1 ເມັດ ມາປະສົມ ເຂົ້າກັນແລ້ວນໍາມາລ້າງບາດແຜ ແລະ ປາກສັດເຊົ້າ-ແລງ, ແຍກສັດ ອອກຈາກໝູ່, ບໍ່ໃຫ້ສັດເຄື່ອນໄຫວ ຫລາຍ, ໃຫ້ອາຫານອ່ອນ ແລະ ມີ ຄຸນນະພາບໃຫ້ສັດກິນ. ຂປລ. ພະຍາດປາກເປື່ອຍລົງ ເລັບ ແມ່ນພະຍາດຕິດແປດ ສຳລັບ ສັດເລັບຄູ່ທຸກຊະນິດ ເຊິ່ງຈະແຜ່ ຂະຫຍາຍເປັນວົງກວ້າງໄວ ເຮັດ ໃຫ້ສັດປາກໂພງ, ມີຕຸ່ມເປ່ືອຍ ແລະ ກົກເລັບເປ່ືອຍ, ເຊື້ອພະຍາດນີ້ ແມ່ນ ເຊື້ອກາລະໂລກ/ໄວຣັດສ ປະກອບ ດ້ວຍ 7 ຊະນິດຄື: ຊະນິດ C, ຊະນິດ 0, ຊະນິດ A, ຊະນິດ A1, ຊະນິດ SAT1, SAT2, SAT3. ເປັນ ເຊື້ອໄວຣັດ ທີ່ທົນຕໍ່ອາກາດໜາວໄດ້ ດີ ໃນນັ້ນ ອຸນຫະພູມ -15 ອົງສາເຊ ຢູ່ໄດ້ 13 ເດືອນ, ຢູ່ໃນເຟືອງ ແລະ ຫຍ້າແຫ້ງ 100 ວັນ, ຕີນລົດ/ເກີບ 102 ວັນ, ທົ່ງຫຍ້າຍາມໜາວ 30 ວັນ ແລະ ຍາມແລ້ງ 3 ວັນ, ຢອດ ນ້ຳຈາກໝັກຝຸ່ນ ຫລື ກອງມູນສັດ 90 ວັນ, ແສງແດງໃນໄລຍະເວລາ 2:30-3:00 ໂມງແມ່ນສາມາດຂ້າ ເຊື້ອໄດ້. ພະຍາດປາກເປື່ອຍລົງເລັບ ເປັນ ຊະນິດທີ່ເຮັດໃຫ້ໝູ ເປັນພະຍາດທີ່ ພະລັງງານໄຟຟ້າດ້ວຍຫລາຍທາງ ເລືອກຄື: ພະລັງງານນ້ຳ, ແສງ ຕາເວັນ, ລົມ ແລະ ອື່ນໆ ເພື່ອ ຊົມໃຊ້ພາຍໃນ ແລະ ສົ່ງອອກ ນັ້ນບໍ່ພຽງສ່ອງແສງໃຫ້ເຫັນເຖິງ ຄວາມມຸ່ງມາດປາຖະໜາຂອງພັກລັດຖະບານ ເພື່ອປະກອບສ່ວນຊຸກຍູ້ ການພັດທະນາເສດຖະກິດໃຫ້ເຂັ້ມ ແຂງ, ຫລຸດພົ້ນອອກຈາກປະເທດ ດ້ອຍພັດທະນາ, ສ້າງວຽກເຮັດ ງານທໍາ ແຕ່ຍັງຢັ້ງຢືນເຖິງເປົ້າໝາຍ ລວມຂອງການພັດທະນາຍືນຍົງ ທົ່ວໂລກ. ເມື່ອເວົ້າເຖິງການພັດທະນາ ສີຂຽວຍືນຍົງອາດບໍ່ສາມາດເບິ່ງ ຂ້າມສາກຫລັງການສິ້ນສຸດສົງຄາມ ເ ອີ້ນວ່າໃນໄລຍະຮໍາບາດແຜ ສົງຄາມ. ໃນປີ 1975 ສປປ ລາວ ມີເຂື່ອນໄຟຟ້າພຽງ 2 ແຫ່ງເທົ່າ ນັ້ນຄື: ເຂື່ອນເຊລະບໍາ ແຂວງຈໍາ ປາສັກ ແລະ ເຂື່ອນນໍ້າງື່ມ ແຂວງ ວຽງຈັນ ຈົນກ້າວມາເຖິງການ ພັດທະນາແຫລ່ງພະລັງງານໄຟຟ້າ ຫລາຍກວ່າ 80 ແຫ່ງ, 90% ຂອງ ປະຊາຊົນລາວບັນດາເຜົ່າເຂົ້າເຖິງ ໄຟຟ້າໃຊ້ແລ້ວ; ຈາກປະຊາຊົນ ເພິ່ງພາລົດໃຊ້ນໍ້າມັນເຊື້ອໄຟເປັນ ພາຫະນະຫລັກໃນການຂົນສົ່ງຜູ້ ໂດຍສານ ແລະ ສິນຄ້າໄດ້ຄ່ອຍໆ ຫັນມາໃຊ້ເຄື່ອງຈັກ ແລະ ພາຫະນະ ໃຊ້ພະລັງງານໄຟຟ້າເພີ່ມຂຶ້ນຢ່າງ ຕໍ່ເນື່ອງເຊັ່ນ: ລົດ ໄຟລາວ-ຈີນ, ລົດເມໂດຍສານສາທາລະນະ, ລົດຈັກ ແລະ ລົດເກັງ ຕົວຢ່າງ ໃນປີ 2024 ລາວນໍາເຂົ້າລົດໄຟຟ້າມີພຽງ ແຕ່ 4.000-5.000 ຄັນ ມາຮອດ ປີ 2025 ເພີ່ມຂຶ້ນເກືອບ 20.000 ຄັນ, ຄາດວ່າປີ 2026 ຈະສືບຕໍ່ ເພີ່ມເຖິງ 30.000 ຄັນ; ຈາກມີເຂດ ປົກປັກຮັກສາ ແລະ ອະນຸລັກປ່າໄມ້ ພຽງ 2 ແຫ່ງໃນອະດີດ ປັດຈຸບັນ ລາວມີເຂດອະນຸລັກ, ປົກປັກຮັກສາ ແລະ ອະນຸລັກປ່າໄມ້ ຄວບຄູ່ກັບ ສັດນໍ້າ-ສັດປ່າ ແລະ ຊີວະນາໆພັນ ທີ່ເປັນປ່າສະຫງວນແຫ່ງຊາດ ແລະ ອຸທິຍານແຫ່ງຊາດ 20 ກວ່າແຫ່ງ ໃນນັ້ນມີສັດຫາຍາກຫລົງຫລືອຢູ່ ແລະ ມີລັກສະນະເພີ່ມຂຶ້ນເຊັ່ນ: ຊ້າງ ປ່າ, ເສົາຫລາ, ໝີ, ເສືອ, ທະນີ ແລະ ອື່ນໆ ເຊິ່ງສິ່ງເຫລົ່ານັ້ນສະທ້ອນໃຫ້ ເຫັນວ່າລາວບໍ່ພຽງຍຶດໝັ້ນການ ພັດທະນາສີຂຽວຍືນຍົງເທົ່ານັ້ນ ຫາກຍັງໃຫ້ຄວາມສໍາຄັນທີ່ສຸດຕໍ່ ການຮ່ວມມືທີ່ແໜ້ນແຟ້ນກັບປະເທດ ເພື່ອນມິດໃກ້ຄຽງ ແລະ ວົງຄະນາ ຍາດສາກົນເພື່ອບຸກທະລຸປົດແອກ ອອກຈາກປະເທດດ້ອຍພັດທະນາ ທີ່ບໍ່ມີທາງອອກສູ່ທະເລກາຍເປັນ ປະເທດເຊື່ອມໂຍງ-ເຊື່ອມຈອດ ກັນໂດຍຜ່ານເສັ້ນທາງລົດໄຟ, ຂົວ ຂ້າມແມ່ນໍ້າຂອງ ແລະ ຊ່ອງທາງ ຄົມມະນາຄົມທາງ ບົກອື່ນໆ. ຫລາຍປີຜ່ານມານີ້, ນັກວິເຄາະ ຕ່າງກໍໃຫ້ທັດສະນະວ່າ: ລາວແມ່ນ ປະເທດໜຶ່ງໃນໂລກທີ່ໄດ້ຮັບຜົນ ກະທົບຮຸນແຮງທີ່ສຸດ ເປັນປະ ຫວັດ ສາດ ຈາກລູກລະເບີດຕົກຄ້າງ ເກືອບ 3 ລ້ານໂຕນໃນປາງສົງຄາມ ອິນດູຈີນ ທີ່ພວກຈັກກະພັດໄດ້ກໍ່ຂຶ້ນ ຈົນເຖິງປັດຈຸບັນນີ້ຍັງບໍ່ສາມາດເກັບ ເອົາເສດ ແລະ ລູກລະເບີດຕົກຄ້າງ ຝັງໄວ້ໃຕ້ດິນອອກໝົດ ເຊິ່ງລະເບີດ ຕົກຄ້າງຈໍານວນຫລວງຫລາຍ ຍັງ ສືບຕໍ່ເຂັ່ນຂ້າ ແລະ ສ້າງຄວາມ ເສຍຫາຍດ້ານຊີວິດ, ຊັບສິນ ແລະ ພິການໃຫ້ປະຊາຊົນລາວຢ່າງ ຕໍ່ເນື່ອງ, ພ້ອມດຽວກັນນີ້ ລາວກໍ ບໍ່ມີຊາຍແດນອອກສູ່ທະເລ ແລະ ມີ ປະຊາກອນພຽງ 7 ລ້ານກວ່າຄົນ ແຕ່ເນື້ອທີ່ຂ້ອນຂ້າງກວ້າງໃຫຍ່ ສະເລ່ຍເຖິງ 236.000 ກວ່າກິໂລ ຕາແມັດ ທີ່ເຕັມໄປດ້ວຍຊັບພະຍາ ກອນທໍາມະຊາດທີ່ອຸດົມສົມບູນເຊັ່ນ: ແຮ່ຄໍາ, ເຫລັກ, ຖ່ານຫີນ, ເກືອໂປ ຕັດ, ພູຜາປ່າດົງ ແລະ ແຫລ່ງນໍ້າຈືດ ທໍາມະຊາດອື່ນໆຢ່າງຫລວງຫລາຍ ເຊິ່ງທັງໝົດເປັນ ເໝືອນອູ່ ເຂົ້າອູ່ ປາຊຸບລ້ຽງຊີວິດການເປັນຢູ່ຂອງ ປະຊາຊົນລາວ ບັນດາເຜົ່າຈາກຮຸ່ນ ສູ່ຮຸ່ນ. ຍ້ອນທ່າແຮງທີ່ວ່ານັ້ນລາວ ອາດບໍ່ແມ່ນປະເທດເພິ່ງພາການ ນໍາເຂົ້າຈາກຕ່າງປະເທດ ພຽງ ດ້ານດຽວ ແຕ່ຈະໃຊ້ທ່າແຮງ ແລະ ຄວາມບົ່ມຊ້ອນທີ່ມີຢູ່ຫລວງຫລາຍ ເພື່ອພັດທະນາປະເທດ ແລະ ນໍາພາ ປະຊາຊົນລາວ ອອກຈາກຄວາມ ທຸກຍາກຢ່າງຍືນຍົງເປັນກ້າວໆ. ນັກວິເຄາະຍັງກ່າວຕື່ມອີກວ່າ: ປັດຈຸບັນນີ້ບັນດານັກລົງທຶນຕ່າງ ປະເທດຈາກ ຈີນ, ຍີ່ປຸ່ນ, ເກົາຫລີ ໃຕ້, ເອີຣົບ, ອາເມລິກາ ແລະ ຊາດ ອື່ນໆ ພວມຍ້າຍຖານການຜະລິດອຸດ ສາຫະກໍາເຂົ້າມາຕັ້ງໃນບັນດາ 10 ປະເທດສະມາຊິກອາຊຽນເພີ່ມຂຶ້ນ ແບບກ້າວກະໂດດ ໂດຍສະເພາະຢູ່ ຫວຽດນາມ, ໄທ, ມາເລເຊຍ ແລະ ອື່ນໆ ເຊິ່ງເຮັດໃຫ້ຄວາມຕ້ອງການ ໄຟຟ້າປ້ອນໂຮງງານອຸດສາຫະກໍາ ແລະ ພາກທຸລະກິດຕ່າງໆ ຖີບຕົວ ສູງຂຶ້ນເປັນປະຫວັດການ ໃນຂະນະ ທີ່ປະເທດເຫລົ່ານັ້ນມີຂໍ້ຈໍາກັດໃນ ການຜະລິດ ແລະ ສະໜອງໄຟຟ້າ ໃຫ້ຕົນເອງຈິ່ງຫັນມາພິຈາລະນາ ເລືອກລາວເປັນ ບຸລິມະສິດສໍາ ຄັນໃນອາຊຽນ ເນື່ອງຈາກລາວ ມີທ່າແຮງບົ່ມຊ້ອນກວ່າປະເທດ [= ]y la f lt8k3m]t7q , lts]5 [;Pd'ko xu 2025 c]t ;k'my fmk'czodkoxu 2026 ຂປລ. ບໍລິສັດ ສະຕາໂທລະຄົມ ຈັດກອງປະຊຸມສະຫລຸບວຽກງານ ປີ 2025 ແລະ ວາງທິດທາງແຜນ ການປີ 2026 ໃນວັນທີ 19 ມັງ ກອນ 2026 ໂດຍການເປັນປະທານ ຂອງ ທ່ານ ພົນໂທ ສາຍໃຈ ກົມ ມະສິດ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ເສນາທິການກອງທັບ, ປະທານ ສະພາບໍລິຫານ ບໍລິສັດ ສະຕາໂທ ລະຄົມ, ມີ ທ່ານ ເຈີນ ຈູງ ຮືງ ຜູ້ ອໍານວຍການໃຫຍ່ບໍລິສັດ ສະຕາ ໂທລະຄົມ, ມີຄະນະອໍານວຍການ, ຫົວໜ້າ ແລະ ຮອງຫົວໜ້າພະແນກ ການ, ສາຂາແຂວງ, ອໍານວຍການ ສາຂາ, ຮອງອໍານວຍການເຕັກນິກ ແລະ ພະນັກງານດີເດັ່ນ ເຂົ້າຮ່ວມ. ໃນກອງປະຊຸມ, ນອກຈາກຮັບ ຟັງການລາຍງານການເຄື່ອນໄຫວ ວຽກງານໂດຍລວມແລ້ວ, ຍັງໄດ້ ຮັບຟັງທິດທາງແຜນຍຸດທະສາດ ການຕະຫລາດ, ເຕັກໂນໂລຊີຂໍ້ມູນ ຂ່າວສານ, ວຽກງານເຕັກນິກໃນປີ 2026, ພ້ອມຍັງໄດ້ຈັດງານພົບປະ ສ້າງສັນ ເພື່ອສ້າງມິດຕະພາບ ລະຫວ່າງ ພະນັກງານຂັ້ນບໍລິສັດ ແລະ ສາຂາ ແລະ ມີການມອບ ລາງວັນດີເດັ່ນໃຫ້ແກ່ກົມກອງ, ພະນັກງານ ແລະ ສາຂາ ທີ່ຈັດຕັ້ງ ປະຕິບັດວຽກງານພົ້ນເດັ່ນໃນປີ 2025. ເລີ່ມຕົ້ນປີ2026ດ້ວຍບາດກ້າວ ທີ່ໝັ້ນຄົງໃນທຸກດ້ານ, ດ້ວຍຜົນງານ ອັນພົ້ນເດັ່ນໃນທຸກຂົງ ເຂດທຸລະກິດ ເປັນຕົ້ໜ ດ້ານໂທລະຄົມມະນາຄົມ, ເຕັກໂນໂລຊີ, ໂລຈິສຕິກ ແລະ ການ ເງິນດີຈິຕອນ ເພື່ອມຸ່ງສູ່ເປົ້າໝາຍ ການເປັນ ກຸ່ມບໍລິສັດເຕັກໂນໂລຊີຊັ້ນ ນໍາ ທີ່ເປັນແກນຫລັກໃນພາລະກິດ ການຫັນເປັນດີຈິຕອນແຫ່ງຊາດ, ພະນັກງານ Unitel ທຸກຄົນ ຍາມໃດ ກໍເຊື່ອມຊຶມ ແລະ ຍຶດໝັ້ນ ຢ່າງເລິກ ເຊິ່ງເຖິງຄຸນຄ່າ ແລະ ໃຫ້ຄວາມ ສຳຄັນຂອງການໃຫ້ບໍລິການ ໂດຍ ຖືເອົາຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດ ເປັນບຸລິມະສິດ ອັນດັບ. ອື່ນໆໃນອາຊຽນ ເພື່ອເປັນໝໍ້ໄຟ ໃຫຍ່ສະໜອງພະລັງງານຢ່າງຍືນ ຍົງ. ດັ່ງທີ່ ທ່ານ ດາຕູສີຮາຈິ ຟາດິ ລລາ ຮາຈິຢູຊອຟ ຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີວ່າ ການດ້ານພະລັງງານ ແລະ ການ ປ່ຽນແປງດ້ານນໍ້າແຫ່ງມາເລເຊຍ ກ່າວໃນກອງປະຊຸມການປ່ຽນແປງ ພະລັງງານໃນອາຊຽນໃນວັນທີ 26 ພຶດສະພາ 2025 ວ່າ: ປັດຈຸບັນນີ້ ອາຊຽນເປັນຜູ້ບໍລິໂພກພະລັງງານ ໃຫຍ່ເປັນອັນດັບ 4 ຂອງໂລກ, ດ້ວຍ ຄວາມຕ້ອງການເພີ່ມຂຶ້ນປະມານ 3% ຕໍ່ປີ. ສະນັ້ນ ພາກພື້ນອາຊຽນ ນີ້ມີຄວາມຈໍາເປັນຕ້ອງລົງທຶນດ້ານ ພະລັງງານຢ່າງໜ້ອຍ 200 ຕື້ໂດລາ ຕໍ່ປີພາຍໃນປີ 2030 ເພື່ອຊອກຫາ ພະລັງງານໃຫ້ພຽງພໍ ເພື່ອປ້ອນ ຕະຫລາດໃຫ້ທັນເວລາ.
RkJQdWJsaXNoZXIy MTc3MTYxMQ==