7200

21/01/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໂດຍ: ຄຳຮຸ່ງ ດວງເງິນຸ່ ງິ ນ ຂປລ. ໃນຕົ້ນປີ 2026, ບັນ ຍາກາດທາງການເມືອງຂອງ ສສ ຫວຽດນາມ ໄດ້ຫັນຄວາມສົນໃຈ ໄປຍັງເຫດການສຳຄັນຍິ່ງແມ່ນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ກອງປະຊຸມຄັ້ງນີ້ຈັດ ຂຶ້ນໃນບໍລິບົດທີ່ປະເທດຊາດໄດ້ ດຳເນີນນະໂຍບາຍປ່ຽນແປງໃໝ່ ເປັນ 4 ທົດສະວັດ, ບັນລຸຜົນສຳ ເລັດທີ່ສຳຄັນ ແລະ ໃນຫລາຍດ້ານ. ການກຽມພ້ອມຈັດກອງປະຊຸມ ໄດ້ຮັບການດຳເນີນຢ່າງລະອຽດ, ເປັນລະບົບ ແລະ ຮອບດ້ານພາຍ ໃຕ້ການນຳພາ ແລະ ຊີ້ນຳຢ່າງ ໃກ້ຊິດຂອງຄະນະບໍລິຫານງານ ສູນກາງພັກ, ກົມການເມືອງ ແລະ ຄະນະເລຂາທິການພັກ ໂດຍມີ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ເປັນຜູ້ຊີ້ນຳທິດທາງໂດຍກົງ ຊຶ່ງ ເນື້ອໃນ ແລະ ເຫດການສຳຄັນ ຕ່າງໆໄດ້ຮັບການດຳເນີນຢ່າງ ສອດຄ່ອງ, ຖືກຕ້ອງຕາມຫລັກການ ແລະ ຂະບວນການທີ່ກຳນົດໄວ້, ຮັບປະກັນທັງດ້ານຄຸນນະພາບ ແລະ ຄວາມຄືບໜ້າ. ສຳລັບຈຸດ ເດັ່ນສຳຄັນຂອງການກຽມພ້ອມ ຄັ້ງນີ້, ແມ່ນການສ້າງ ແລະ ປັບປຸງ ຮ່າງເອກະສານສຳຄັນເພື່ອນຳ ສະເໜີຕໍ່ກອງປະຊຸມ. ເອກະສານ ເຫລົ່ານີ້ບໍ່ພຽງແຕ່ສະຫລຸບຜົນການ ດຳເນີນງານຕາມມະຕິກອງປະຊຸມ ໃຫຍ່ ຄັ້ງທີ XIII ແລະ ບົດຮຽນ ເກືອບ 40 ປີ ແຫ່ງການປ່ຽນແປງ ໃໝ່ປະເທດຊາດຢ່າງເລິກເຊິ່ງເທົ່າ ນັ້ນ, ແຕ່ຍັງສະທ້ອນເຖິງແນວຄິດ ຍຸດທະສາດ, ວິໄສທັດໄລຍະຍາວ ແລະ ແນວທາງການພັດທະນາ ປະເທດຊາດຈົນເຖິງປີ 2030 ແລະ ໄລຍະຕໍ່ໄປໃນອະນາຄົດ. ການເປີດຮັບຄຳຄິດຄຳເຫັນຈາກ ປະຊາຊົນຕໍ່ຮ່າງເອກະສານດັ່ງ ກ່າວ ໄດ້ກາຍເປັນການເຄື່ອນໄຫວ ທາງການເມືອງທີ່ກວ້າງຂວາງ, ມີຄວາມເປັນປະຊາທິປະໄຕ ແລະ ເປັນຮູບປະທຳ ໂດຍມີຄຳຄິດຄຳ ເຫັນເຂົ້າຮ່ວມເກືອບ 14 ລ້ານຄັ້ງ. ຕາມແຜນການ, ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະຈັດຂຶ້ນຢູ່ນະຄອນຫລວງຮ່າ ໂນ້ຍ ໃນລະຫວ່າງວັນທີ 19-25 ມັງກອນ 2026 ໂດຍມີຜູ້ແທນ ເຂົ້າຮ່ວມຈຳນວນ 1.586 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກ ພັກກວ່າ 5,6 ລ້ານສະຫາຍທົ່ວ ປະເທດ. ຄາດວ່າຈະມີນັກຂ່າວ ພາຍໃນປະເທດປະມານ 600 ຄົນ ແລະ ນັກຂ່າວຕ່າງປະເທດເກືອບ 800 ຄົນ ເຂົ້າຮ່ວມຕິດຕາມ ແລະ ລາຍງານຂ່າວ. ໃນໂອກາດດຽວກັນນີ້, ຍັງມີ ການຈັດກິດຈະກຳທາງການເມືອງ ແລະ ວັດທະນະທຳທີ່ມີຄວາມໝາຍ ສຳຄັນຫລາຍເຫດການເຊັ່ນ: ການ ເປີດສູນຂ່າວສານປະຈຳກອງປະ ຊຸມໃຫຍ່ ຄັ້ງທີ XIV, ການຈັດງານ ວາງສະແດງສະເພາະຫົວຂໍ້, ການ ວາງສະແດງປຶ້ມ, ໜັງສືພິມ ແລະ ພາບຖ່າຍເອກະສານປະຫວັດສາດ, ຕະຫລອດຮອດການອອກ ສະແຕມ ທີ່ລະນຶກ ເພື່ອສະເຫລີມສະຫລອງ ກອງປະຊຸມ ຊຶ່ງກິດຈະກຳເຫລົ່າ ນີ້ຍັງມີສ່ວນຊ່ວຍສື່ໃຫ້ເຫັນເຖິງ ພາບລັກສະນະການພັດທະນາ ຢ່າງຕໍ່ເນື່ອງຂອງພັກ ແລະ ຂອງ ຊາດ, ພ້ອມທັງເສີມສ້າງຄວາມ ພາກພູມໃຈ, ຄວາມເຊື່ອໝັ້ນ ແລະ ແຮງບັນດານໃຈໃນການກ້າວໄປ ຂ້າງໜ້າຂອງສັງຄົມໂດຍລວມ. ດ້ວຍການກຽມພ້ອມຢ່າງຮອບ ດ້ານ ແລະ ຄວາມເປັນເອກະພາບ ສູງຂອງທັງພັກ ແລະ ປະຊາຊົນ, ກອງປະຊຸມໃຫຍ່ ຄັ້ງທີ XIV ຈຶ່ງ ຖືກຄາດຫວັງວ່າຈະກຳນົດແນວ ທາງນະໂຍບາຍ ແລະ ການຕັດສິນ ໃຈຍຸດທະສາດທີ່ສຳຄັນ ເພື່ອນຳພາ dv'xt-5 ,.spj 7A 'mu XIV 0v'ra ddv,,6 oy fs;Pfok, glu ,lh k'7;k,w;h ;k'.90v'xt-k-q o8ra d c]t x5 drt]a '7;k,,5j '\A ol6j dkora fmtok + ປະເທດຊາດກ້າວເຂົ້າສູ່ໄລຍະການ ພັດທະນາໃໝ່ທີ່ວ່ອງໄວ ແລະ ຍືນ ຍົງ, ມຸ່ງສູ່ເປົ້າໝາຍ “ປະຊາຊົນ ຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ຄວາມຜາສຸກຂອງສັງຄົມ”. ລາວໂທລະຄົມ...ົ ຄະນະກໍາມະການ...ໍ ຂປລ. ໃນວັນທີ 19 ມັງກອນ 2026 ນີ້, ຄະນະພັກ-ຄະນະຜູ້ ອຳນວຍການໃຫຍ່ ບໍລິສັດລາວໂທ ລະຄົມມະນາຄົມມະຫາຊົນ ນຳ ໂດຍສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານກຳມະການພັກ ກະຊວງເຕັກໂນໂລຊີ ແລະ ການສື່ ສານ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ ບໍລິສັດລາວ ໂທລະຄົມມະນາຄົມມະຫາຊົນ ໄດ້ ນຳກະຕ່າດອກໄມ້ ແລະ ເງິນ 177 ລ້ານກີບ ເຂົ້າອວຍພອນສະຫາຍ ພົນໂທ ວົງສອນ ອິນປານພິມ ຄະ ນະເລຂາທິການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/01/1949 -20/01/2026). ໂອກາດນີ້, ສະຫາຍ ສຸພົນ ຈັນທະວີໄຊ ໄດ້ຕາງໜ້າໃຫ້ຄະນະ ພັກ-ຄະນະອຳນວຍການໃຫຍ່ ແລະ ພະນັກງານລາວໂທລະຄົມ ສະແດງ ຄວາມອວຍພອນໄຊອັນປະເສີດ ມາຍັງຄະນະພັກ-ຄະນະບັນຊາກະ ຊວງປ້ອງກັນປະເທດທຸກຂັ້ນ ຈົ່ງມີ ສຸຂະພາບແຂງແຮງ, ມີພະລານາ ໄມສົມບູນ, ມີຜົນສຳເລັດໃນໜ້າທີ່ ການພ້ອມດ້ວຍຄະນະ ແລະ ຄະນະ ກໍາມະການເລືອກຕັ້ງແຂວງຫລວງ ນໍ້າທາ ນໍາໂດຍທ່ານ ກົງເພັດ ແກ້ວບົວພາ ຮອງປະທານສະພາ ປະຊາຊົນແຂວງ, ກໍາມະການຄະນະ ກໍາມະການເລືອກຕັ້ງຂັ້ນແຂວງ, ພ້ອມຄະນະໄດ້ລົງຕິດຕາມ, ຊຸກຍູ້ ວຽກງານກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາ ຊົນແຂວງ ຊຸດທີ V ຢູ່ເມືອງນາ ແລ ແຂວງຫລວງນໍ້າທາ, ມີຄະນະ ກໍາມະການເລືອກຕັ້ງເມືອງນາແລ, ອະນຸກໍາມະການ, ກອງເລຂາຊ່ວຍ ວຽກຄະນະກໍາມະການເລືອກຕັ້ງ ເມືອງເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ທໍາມະວົງ ບຸນຖາວອນ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານຄະນະ ກໍາມະການເລືອກຕັ້ງເມືອງນາແລ ໄດ້ລາຍງານສະພາບລວມຂອງ ເມືອງ ແລະ ຄວາມຄືບໜ້າ ໃນການ ກະກຽມເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ V ໃນບາດກ້າວທີ 1 ແລະ ບາດກ້າວ ທີ 2 ມີຜົນສໍາເລັດຫລາຍດ້ານຕາມ ແຜນການທີ່ວາງໄວ້ ຊຶ່ງເຂດເລືອກ ຕັ້ງເມືອງນາແລ ມີໜ່ວຍປ່ອນບັດ ວຽກງານທີ່ພັກ-ລັດ ມອບໝາຍ ໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜນ ດິນອັນຄົບຖ້ວນຂອງຊາດ ໄວ້ໃຫ້ ໝັ້ນຄົງ, ຊີ້ນຳກອງທັບໃຫ້ນັບມື້ ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ບໍລິສັດລາວໂທລະຄົມ ມີຄວາມ ພາກພູມໃຈທີ່ໄດ້ມີສ່ວນຮ່ວມໃນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ. ລາວໂທລະຄົມຈະ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຢູ່ ຄຽງຂ້າງສັງຄົມລາວ ດັ່ງຄຳຂວັນທີ່ ວ່າ “ລາວໂທລະຄົມໂທລະຄົມຂອງ ຄົມລາວ ເພື່ອສັງຄົມລາວWe are Family”. ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ຕາງໜ້າໃຫ້ແກ່ຄະ ນະນຳກະຊວງປ້ອງກັນປະເທດ ກໍຄື ນາຍ ແລະ ພົນທະຫານສະແດງຄໍາ ຂອບໃຈມາຍັງຄະນະພັກ-ຄະນະ ອຳນວຍການໃຫຍ່ບໍລິສັດລາວໂທ ລະຄົມມະນາຄົມມະຫາຊົນ ທີ່ໄດ້ ມາອວຍພອນໃນຄັ້ງນີ້, ພ້ອມທັງ ກ່າວອວຍພອນໄຊມາຍັງສະຫາຍ ພ້ອມດ້ວຍຄະນະ, ຕະຫລອດຮອດ ພະນັກງານທົ່ວກຸ່ມບໍລິສັດລາວໂທ ລະຄົມ ຈົ່ງມີສຸຂະພາບແຂງແຮງ, ພ້ອມກັນເຮັດສຳເລັດໜ້າທີ່ວຽກ ງານທີ່ພັກ-ລັດມອບໝາຍໃຫ້, ສືບຕໍ່ ນຳພາ-ຊີ້ນຳໃຫ້ເຕີບໃຫຍ່ເຂັ້ມແຂງ ຍິ່ງໆຂຶ້ນ. 42 ໜ່ວຍ, ມີຫີບປ່ອນບັດ 84 ໜ່ວຍ, ຄາດຄະເນພົນລະເມືອງທີ່ສິດ ເລືອກຕັ້ງ (ອາຍຸ 18 ປີ ຂຶ້ນໄປ) ຜູ້ ມີສິດປ່ອນບັດເລືືອກຕັ້ງ ຈໍານວນ 26.196 ຄົນ, ຍິງ 13.146 ຄົນ. ສ່ວນຄະນະທີ 2 ນໍາໂດຍທ່ານ ພົຕ ວົງສັກ ພັນທະວົງ ກໍາມະການ ຄະນະປະຈໍາສະພາແຫ່ງຊາດ, ປະ ທານກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບ ສະພາ ແຫ່ງຊາດ, ກຳມະການອະນຸກຳມະ ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ພ້ອມດ້ວຍຄະນະ ແລະ ຄະນະກໍາມະການເລືອກຕັ້ງແຂວງ ຫລວງນໍ້າທາ ນໍາໂດຍທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການ ເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍ ຄະນະໄດ້ລົງຕິດຕາມ, ຊຸກຍູ້ວຽກ ງານກະກຽມການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ເມືອງສິງ ແຂວງຫລວງ ນໍ້າທາ ແລະ ທ່ານ ໜານມອນ ແກ້ວສິງໄຊ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານຄະນະ ກໍາມະການເລືອກຕັ້ງເມືອງສິງ ກໍ ໄດ້ລາຍງານສະພາບລວມຂອງ ເມືອງ ແລະ ຄວາມຄືບໜ້າໃນການ ກະກຽມເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ V ໃນບາດກ້າວທີ 1 ແລະ ບາດກ້າວ ທີ 2 ຊຶ່ງເຂດເລືອກຕັ້ງເມືອງສິງ ມີ ທັງໝົດ 93 ບ້ານ ແລະ ໄດ້ກໍານົດ ເປັນ 68 ໜ່ວຍປ່ອນບັດເລືອກຕັ້ງ, ຄາດຄະເນພົນລະເມືອງທີ່ສິດເລືອກ ຕັ້ງ ຈໍານວນ 31.234 ຄົນ, ຍິງ 16.346 ຄົນ. ສະເພາະຕອນເຊົ້າວັນທີ 20 ມັງກອນ 2026, ຄະນະກໍາມະການ ເລືອກຕັ້ງລະດັບຊາດນໍາໂດຍທ່ານ ເລັດ ໄຊຍະພອນ, ທ່ານ ພົຕ ວົງສັກ ພັນທະວົງ ພ້ອມດ້ວຍຄະນະ ແລະ ຄະນະກໍາມະການເລືອກຕັ້ງແຂວງ ຫລວງນໍ້າທາ ກໍໄດ້ລົງຕິດຕາມ, ຊຸກ ຍູ້ວຽກງານກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ຢູ່ເມືອງວຽງພູຄາ ແຂວງຫລວງນໍ້າທາ ແລະ ໄດ້ຮັບ ຟັງການລາຍງານສະພາບລວມ ຂອງເມືອງ ແລະ ຄວາມຄືບໜ້າໃນ ການກະກຽມເລືອກຕັ້ງຈາກທ່ານ ບຸນຊົງ ວາໄຊຢີ ກໍາມະການພັກ ແຂວງ, ເລຂາພັກເມືອງ, ປະທານ ຄະນະກໍາມະການເລືອກຕັ້ງເມືອງ ວຽງພູຄາ ຊຶ່ງເຂດເລືອກຕັ້ງເມືອງ ວຽງພູຄາ ປະກອບມີ 49 ໜ່ວຍ, ມີ 46 ບ້ານ ແລະ ໜ່ວຍປ່ອນບັດດ ລືອກຕັ້ງ, ຄາດຄະເນພົນລະເມືອງ ທີ່ສິດເລືອກຕັ້ງ ຈໍານວນ 15.764 ຄົນ, ຍິງ 7.890 ຄົນ ໃນໂອກາດລົງການຕິດຕາມ, ຊຸກຍູ້ການເລືອກຕັ້ງຄັ້ງນີ້, ຄະນະ ກໍາມະການເລືອກຕັ້ງລະດັບຊາດ ໄດ້ຮຽກຮ້ອງໃຫ້ຄະນະກໍາມະການ ເລືອກຕັ້ງຂັ້ນແຂວງ ກໍຄື ຄະນະ ກໍາມະການເລືອກຕັ້ງຂັ້ນແຕ່ລະ ເມືອງສືບຕໍ່ເພີ່ມທະວີການຄວາມ ເປັນເຈົ້າການຈັດຕັ້ງປະຕິບັດວຽກ ງານໃນບາດກ້າວຕໍ່ໄປເປັນຕົ້ນ ເອົາໃຈໃສ່ປະສານສົມທົບລະຫວ່າງ ຂັ້ນເມືອງກັບຂັ້ນແຂວງໃຫ້ມີຄວາມ ກົມກຽວຂຶ້ນຕື່ມເພື່ອຈັດຕັ້ງປະຕິບັດ ວຽກງານໃນບາດກ້າວທີ 3 ໃຫ້ສໍາ ເລັດ 100%; ວຽກງານໂຄສະນາ ແລະ ປຸກລະດົມໃຫ້ມີການສ້າງຂະ ບວນຢ່າງກວ້າງຂວາງທົ່ວສັງຄົມ ເພື່ອຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ ໄດ້ໄປໃຊ້ສິດປ່ອນບັດຄົບຕາມຈໍາ ນວນ, ມີຄວາມຖືກຕ້ອງຕາມກົດ ໝາຍ, ຂັ້ນຕອນ ແລະ ວິທີການທີ່ ກໍານົດ; ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາ; ຮັບປະກັນວຽກງານປ້ອງກັນ ຊາດປ້ອງກັນຄວາມສະຫງົບໃນທົ່ວສັງ ຄົມ ໃຫ້ມີຄວາມປອດໄພ 100% ລວມທັງການກະກຽມສະຖານທີ່ ປ່ອນບັດໃຫ້ການນໍາ, ການເກັບ ກໍາຈໍານວນສະຖິຕິຜູ້ມີສິດປ່ອນບັດ ແລະ ກໍານົດການປ່ອນບັດຂອງ ສອງກໍາລັງ, ດ້ານການຄຸ້ມຄອງນໍາໃຊ້ງົບປະມານ ແລະ ວຽກງານ ປິ່ນອ້ອມອື່ນໆ. ຂ່າວ-ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==