7200

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 21/01/2026 xtgmf]k; ຫລາຍພາກສ່ວນເຂົ້າອວຍພອນ...່ົ້ ຄະນະປະຈຳສະພາແຫ່ງຊາດ...່ ຄະນະກໍາມະການ...ໍ ຄະນະກໍາມະການເລືອກຕັ້ງ...ໍືັ້ ທິດສະດີ-ພຶດຕິກຳ...ິີຶິ ກອງປະຊຸມໃຫຍ່ຜູ້ແທນ...ຸູ່້ ຜູ້ສະໝັກຮັບເລືອກຕັ້ງ...ູ້ັັືັ້ ຂປລ. ຄະນະກຳມະການເລືອກ ຕັ້ງລະດັບຊາດ ນໍາໂດຍທ່ານ ສັນຕິພາບ ພົມວິຫານ ກໍາມະການ ສູນກາງພັກ, ລັດຖະມົນຕີກະຊວງ ການເງິນ, ກໍາມະການຄະນະກໍາມະ ການເລືອກຕັ້ງລະດັບຊາດ ພ້ອມ ຄະນະ ປະກອບມີທ່ານ ທອງລີ ສີສຸລິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານຊາວໝຸ່ມ ປະຊາຊົນປະຕິວັດລາວ, ກໍາມະການ ຄະນະກໍາມະການເລືອກຕັ້ງລະດັບ ຊາດ, ບັນດາຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບ ຊາດ ແລະ ກອງເລຂາຊ່ວຍວຽກ ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ ວຽກງານການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງຈໍາປາສັກ ໃນວັນທີ 19 ມັງກອນ 2026. ໂອກາດນີ້, ຄະນະກຳມະການ ເລືອກຕັ້ງລະດັບຊາດ ໄດ້ພົບປະກັບ ທ່ານ ອາລຸນໄຊ ສູນນະລາດ ກຳມະ ການສູນກາງພັກ, ເລຂາບໍລິຫານ ພັກແຂວງ, ປະທານຄະນະກຳມະ ການເລືອກຕັ້ງຂັ້ນແຂວງ, ພ້ອມ ທັງໄດ້ເປີດກອງປະຊຸມເພື່ອຮັບຟັງ ການລາຍງານກ່ຽວກັບການກຽມ ວຽກງານຮອບດ້ານໃຫ້ແກ່ການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V ໂດຍ ວຽກງານວາລະສານຂອງພັກ, ວຽກງານເກັບກຳຫາງສຽງສັງ ຄົມ, ວຽກງານຂໍ້ມູນ-ຂ່າວສານ, ວຽກງານເຜີຍແຜ່ຂ່າວສານໜັງສື ພິມ, ວຽກງານກໍ່ສ້າງພະນັກງານ ໂຄສະນາອົບຮົມ ແລະ ວຽກງານ ກວດກາການປະຕິບັດໜ້າທີ່ການ ເມືອງໂຄສະນາອົບຮົມ. ພ້ອມນັ້ນ, ຍັງຈະໄດ້ມີການແລກປ່ຽນຄຳຄິດ, ຄຳເຫັນ ແລະ ສົນທະນາຢ່າງກົງໄປ ກົງມາກ່ຽວກັບບັນຫາຕ່າງໆທີ່ປິ່ນ ອ້ອມ 9 ຫົວຂໍ້ຍ່ອຍ ເພື່ອຖອດຖອນ ບົດຮຽນ ແລະ ນໍາໄປຈັດຕັ້ງຜັນ ຂະຫຍາຍໃຫ້ສອດຄ່ອງກັບສະພາບ ຄວາມເປັນຈິງໃນເງື່ອນໄຂປັດຈຸບັນ ແລະ ອະນາຄົດ. ການຈັດສຳມະນາຄັ້ງນີ້, ແນ ໃສ່ທົບທວນ ແລະ ປະເມີນຜົນງານ ໂຄສະນາອົບຮົມໃນໄລຍະຜ່ານມາ, ແລກປ່ຽນປະສົບການ ແລະ ແນວ ທາງການເຮັດວຽກຢ່າງມີປະສິດທິ ຜົນ, ກຳນົດທິດທາງ ແລະ ມາດ ຕະການຍົກສູງບົດບາດໂຄສະນາ ອົບຮົມໃນຕໍ່ໜ້າ, ພັດທະນາຂີດ ຄວາມສາມາດຂອງນັກໂຄສະນາ ໃຫ້ສອດຄ່ອງກັບສະພາບໃໝ່. ຂ່າວ: ທະນູທອງ; ພາບ: ເກດສະໜາ ມາດຕະຖານຄົບຖ້ວນເປັນຕົ້ນຕ້ອງ ເປັນພົນລະເມືອງລາວ ໂດຍກຳ ເນີດ, ມີນໍ້າໃຈຮັກຊາດ, ຮັກລະບອບ ປະຊາທິປະໄຕປະຊາຊົນ, ຈົງຮັກ ພັກດີ ແລະ ບໍລິສຸດຕໍ່ປະເທດຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນ ເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ ຈິງ, ມີຄວາມອົດທົນ, ປະຢັດ, ສັດຊື່, ທ່ຽງທຳ, ບໍ່ອວດອົ່ງທະນົງຕົວ, ບໍ່ ສວຍໃຊ້ອໍານາດ, ເດັດດ່ຽວຕ້ານ ການສໍ້ລາດບັງຫລວງ, ຕ້ານພະຍາດ ອາດຍາສິດ ແລະ ເປັນແບບຢ່າງ ທີ່ດີໃນການປະຕິບັດກົດໝາຍ, ກຳ ແໜ້ນ ແລະ ຍຶດໝັ້ນແນວທາງນະ ມົນຕີກະຊວງການເງິນ, ໃຫ້ການ ຕ້ອນຮັບໂດຍສະຫາຍພົນໂທຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງ ປ້ອງກັນປະເທດ ພ້ອມຄະນະ. ໃນໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ຕາງໜ້າ ຄະນະນໍາກະຊວງປ້ອງກັນປະເທດ ກ່າວສະແດງຄວາມຂອບໃຈຕໍ່ພາກ ສ່ວນຕ່າງໆທີ່ເຫັນໄດ້ຄວາມໝາຍ ຄວາມສໍາຄັນຂອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຊຶ່ງນັບແຕ່ປະ ເທດຊາດກ້າວເຂົ້າສູ່ລະບອບໃໝ່ ກອງທັບກໍໄດ້ເປັນກຳລັງຫລັກແຫລ່ງ ໃນການຮັກສາ ເອກກະລາດອຳ ນາດອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ ຊຶ່ງເປັນໜ້າທີ່ອັນໜັກ ໜ່ວງ ແລະ ມີກຽດສະຫງ່າທີ່ພັກລັດ ແລະ ປະຊາຊົນລາວບັນດາເຜົ່າ ມອບໝາຍໃຫ້, ເວລາໃດກອງທັບ ກໍຖືສຳຄັນ ແລະ ຕັ້ງໜ້າປະຕິບັດພາ ລະກິດຂອງຕົນສຳເລັດເປັນກ້າວໆ ສາມາດສ້າງໄດ້ບັນດາຜົນງານອັນ ໃຫຍ່ຫລວງ ພ້ອມກັບປະຊາຊົນ ວັນທີ 16 ມັງກອນ 2026 ກ່ຽວກັບ ການຮັບຮອງເອົາຄໍາສະເໜີພັກການ ຮັບອຸດໜູນບຳນານຂອງສະມາຊິກ ລັດຖະບານ. ໃນວັນທີ 19 ມັງກອນ 2026 ນີ້, ທ່ານນາງອຳໄພວອນລ້ອມບຸນແພງ ກໍາມະການສູນກາງພັກ, ກຳມະ ການຄະນະປະຈຳສະພາແຫ່ງ ຊາດ, ຫົວໜ້າຫ້ອງວ່າການສະພາ ແຫ່ງຊາດ ໄດ້ຕາງໜ້າຄະນະປະຈຳ ສະພາແຫ່ງຊາດ ແຈ້ງມາຍັງບັນດາ ອົງການຈັດຕັ້ງພັກ-ລັດ, ແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນສູນ ກາງ ແລະ ທ້ອງຖິ່ນ ຮັບຊາບກ່ຽວ ກັບຜົນສໍາເລັດການດໍາເນີນກອງ ປະຊຸມວິສາມັນຂອງຄະນະປະຈຳ ສະພາແຫ່ງຊາດວ່າ: ກອງປະຊຸມ ວິສາມັນຂອງຄະນະປະຈຳສະພາ ແຫ່ງຊາດ ໄດ້ດຳເນີນຂຶ້ນໃນວັນທີ 17 ມັງກອນ 2026 ໂດຍການ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກ, ປະທານຄະນະ ປະຈໍາສະພາແຫ່ງຊາດ, ມີຮອງປະ ທານຄະນະປະຈຳ, ກຳມະການຄະ ນະປະຈຳສະພາແຫ່ງຊາດ ເຂົ້າຮ່ວມ, ໂດຍຜ່ານການຄົ້ນຄວ້າພິຈາລະ ນາຂອງກອງປະຊຸມເຫັນດີເປັນ ເອກະພາບຕົກລົງຮັບຮອງເອົາການ ສະເໜີຂອງປະທານປະເທດ ກ່ຽວ ກັບການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງໄປຮັບ ໜ້າທີ່ໃໝ່ຊຶ່ງປະກອບມີ: ຮັບຮອງ ເອົາການຍົກຍ້າຍທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງ ພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ໄປຮັບໜ້າທີ່ໃໝ່ຢູ່ ແຂວງຄໍາມ່ວນ; ຮັບຮອງເອົາການ ແຕ່ງຕັ້ງທ່ານ ພົນຈັດຕະວາ ນາງ ລິວົງ ລາວລີ ກຳມະການສູນກາງ ພັກ ເປັນຫົວໜ້າອົງການໄອຍະ ປັບປຸງ ປີ 2024 ປະກອບມີ 11 ໝວດ, 56 ມາດຕາ. ໃນນັ້ນ, ໄດ້ ກໍານົດຢ່າງຈະແຈ້ງວ່າ: ຄະນະພັກ, ຄະນະກຳມະການເລືອກຕັ້ງທຸກຂັ້ນ ຕ້ອງກຳແໜ້ນບາງເນື້ອໃນສໍາຄັນ ຂອງບາງໝວດ, ບາງມາດຕາເປັນ ຕົ້ນການກໍານົດຈໍານວນສະມາຊິກ ສະພາແຫ່ງຊາດ ແລະ ຜູ້ສະໝັກຮັບ ເລືອກຕັ້ງເປັນສະມາຊິກສະພາຕ້ອງ ຮັບປະກັນໃຫ້ຈຳນວນສະມາຊິກ ສະພາຕ້ອງມີເພດ, ເຜົ່າ, ໄວອາຍຸ, ຜູ້ເກົ່າ ແລະ ຜູ້ໃໝ່, ຈາກຫລາຍສາ ສູນກາງພັກກອມມູນິດຫວຽດ ນາມ, ມີສະຫາຍ ເລືອງ ເກືອງ ປະ ທານປະເທດ ສສ ຫວຽດນາມ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະ ມົນຕີ, ມີກຳມະການກົມການເມືອງ ສູນກາງພັກ, ຄະນະເລຂາທິການ ສູນກາງພັກ, ກຳມະການສູນກາງ ພັກ, ນັກປະຕິວັດອາວຸໂສ, ວິລະຊົນ ແຫ່ງຊາດ, ພ້ອມດ້ວຍສະມາຊິກ ພັກສົມບູນທັງໝົດ 1.500 ກວ່າ ສະຫາຍທີ່ເປັນຕົວແທນໃຫ້ແກ່ສະ ມາຊິກພັກທົ່ວປະເທດ 5,6 ລ້ານ ກວ່າສະຫາຍ. ສະຫາຍ ເລືອງ ເກືອງ ປະທານ ປະເທດ ແຫ່ງ ສສ ຫວຽດນາມ ໄດ້ອ່ານສູນທອນພົດກ່າວໄຂກອງ ປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ XIV ຂອງພັກ ແມ່ນບາດລ້ຽວທີ່ມີລັກສະນະປະ ຫວັດສາດ, ມຸ່ງໄປເຖິງການສະ ເຫລີມສະຫລອງວັນສ້າງຕັ້ງພັກ ກອມມູນິດຫວຽດນາມ ຄົບຮອບ 100 ປີ (3/2/1930-3/2/ 2030). ກອງປະຊຸມໃຫຍ່ໄດ້ສຸມ ເຈດຈຳນົງ, ຄວາມມຸ່ງມາດປາຖະ ໜາ, ຄວາມຕັດສິນໃຈສູງສຸດຂອງ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ດ້ວຍຈິດໃຈເປັນເຈົ້າຕົນເອງດ້ານ ຍຸດທະສາດ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ໝັ້ນໃຈກ້າວເຂົ້າສູ່ ສັງກາດໃໝ່, ເພື່ອປະເທດຫວຽດ ນາມ ສັນຕິພາບ, ເອກະລາດ, ປະຊາ ທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນ ຮຸ່ງເຮືອງ, ສີວິໄລ, ຜາສຸກ ແລະ ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ. ສະຫາຍ ໂຕ ເລິມ ໄດ້ຜ່ານບົດ ລາຍງານການເມືອງຂອງຄະນະ ບໍລິຫານງານສູນກາງພັກ ສະໄໝທີ XIII ຕໍ່ກອງປະຊຸມວ່າ: ກອງປະຊຸມ ໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈັດຂຶ້ນພາຍໃຕ້ຫົວຂໍ້: "ພາຍໃຕ້ທຸງໄຊອັນສະຫງ່າລາສີ ຂອງພັກ, ສຸມທຸກກຳລັງກາຍກຳ ລັງໃຈປະຕິບັດບັນດາເປົ້າໝາຍ ພັດທະນາປະເທດຊາດ ຈົນເຖິງ ປີ 2030 ໃຫ້ສໍາເລັດຜົນ, ເປັນ ເຈົ້າຕົນເອງທາງດ້ານຍຸດທະສາດ, ກຸ້ມຕົນເອງ, ໝັ້ນໃຈ, ກ້າວຂຶ້ນ ຢ່າງແຂງແຮງໃນສັກກະລາດແຫ່ງ ການບືນຕົວຂຶ້ນຂອງຊາດ, ເພື່ອ ສັນຕິພາບ, ເອກະລາດ, ປະຊາທິ ປະໄຕ, ຮັ່ງມີເຂັ້ມແຂງ, ສີວິໄລ ແລະ ຄວາມຜາສຸກ, ກ້າວຂຶ້ນສູ່ລັດ ທິສັງຄົມນິຍົມຢ່າງໜັກແໜ້ນ"; ພັກກອມມູນິດຫວຽດນາມ ໄດ້ວາງ ເປົ້າໝາຍພັດທະນາໄລຍະ 20262030 ແມ່ນການຮັກສາສະພາບ ແວດລ້ອມແຫ່ງສັນຕິພາບ, ສະຖຽນ ລະພາບ; ພັດທະນາປະເທດຊາດ ໂດຍໄວ ແລະ ຍືນຍົງ; ປັບປຸງ ແລະ ຍົກສູງຊີວິດການເປັນຢູ່ຂອງປະ ຊາຊົນຢ່າງຮອບດ້ານ; ເປັນເຈົ້າ ຍຸດທະສາດ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ເຊື່ອໝັ້ນຕໍ່ຕົນເອງ, ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດ ຢ່າງແຂງແຮງ; ສູ້ຊົນເຮັດໃຫ້ ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນສະເລ່ຍໄລຍະ 2026-2030 ແຕ່ 10% ຂຶ້ນໄປ; GDP ສະເລ່ຍຕໍ່ຫົວຄົນຮອດປີ 2030 ບັນລຸປະມານ 8.500 ໂດລາ ສະຫະລັດ/ປີ. ພ້ອມນັ້ນ, ເພື່ອຫັນບັນດາເປົ້າ ໝາຍພັດທະນາໃຫ້ປະກົດຜົນເປັນ ຈິງ, ບົດລາຍງານການເມືອງໄດ້ ກຳນົດ 12 ທິດໃຫຍ່, 6 ໜ້າທີ່ຈຸດ ສຸມ ແລະ 3 ບຸກທະລຸຍຸດທະສາດ. ໃນນັ້ນ, 3 ບຸກທະລຸຍຸດທະສາດ ໄດ້ກຳນົດນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XIII ໄລຍະ 2021-2030, ເມື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XIV, ບັນດາຄາດໝາຍສູ້ ຊົນທີ່ວາງອອກແມ່ນຕ້ອງເຮັດຢ່າງ ແຂງແຮງ, ວ່ອງໄວ, ຮອບຄອບ ເພາະເປັນປັດໄຈຕັດສິນເພື່ອໃຫ້ ປະເທດບຸກທະລຸ. ໃນນັ້ນ, ແມ່ນ ບຸກທະລຸກ່ຽວກັບລະບອບລະບຽບ ການ ແລະ ການປະຕິບັດ; ບຸກທະລຸ ກ່ຽວກັບແຫລ່ງຊັບພະຍາກອນ ມະນຸດ ໂດຍສະເພາະແມ່ນຊັບພະ ຍາກອນມະນຸດທີ່ມີຄຸນນະພາບ ສູງຕິດພັນກັບວິທະຍາສາດ, ເຕັກ ໂນໂລຊີ, ນະວັດຕະກຳ; ບຸກທະລຸ ກ່ຽວກັບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ໃຫ້ບຸລິມະສິດແກ່ໂຄງ ລ່າງຄົມມະນາຄົມຍຸດທະສາດ, ໂຄງລ່າງພະລັງງານ, ໂຄງລ່າງຕົວ ເມືອງ, ໂຄງລ່າງໂທລະຄົມ, ພິເສດ ແມ່ນໂຄງລ່າງດີຈິຕອນ, ໂຄງລ່າງ ຂໍ້ມູນຂ່າວສານ. ພ້ອມນີ້, ກອງປະ ຊຸມຍັງຈະໄດ້ເລືອກຕັ້ງເອົາຄະນະ ບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຕື່ມອີກ. ຂ່າວ: ສຸກທະວີ ໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍ, ຮູ້ໂຄສະນາ ແລະ ສຶກສາ ອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນ ເພື່ອບັນລຸເປົ້າໝາຍ ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີ ຜາສຸກ, ສັງຄົມມີຄວາມສາມັກຄີ ປອງດອງປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ມີຄວາມຮັບຜິດຊອບ ສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າ ມີຄໍາເຫັນຕໍ່ບັນຫາສໍາຄັນພື້ນຖານ ຂອງປະເທດຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງ ຕົນໄດ້, ມີລະດັບການສຶກສາຈົບຊັ້ນ ມັດທະຍົມຕອນຕົ້ນຂຶ້ນໄປ, ມີວິຊາ ສະເພາະໃດໜຶ່ງ ແລະ ຮູ້ນໍາໃຊ້ເຕັກ ໂນໂລຊີ ແລະ ຂໍ້ມູນຂ່າວສານຂັ້ນ ພື້ນຖານ ແລະ ຕ້ອງມີສຸຂະພາບດີ. ສ່ວນຂໍ້ຫ້າມສໍາລັບຜູ້ສະໝັກຮັບ ເລືອກຕັ້ງແມ່ນຫ້າມໂຄສະນາໃສ່ ຮ້າຍປ້າຍສີ, ທັບຖົມຜູ້ສະໝັກຮັບ ເລືອກຕັ້ງດ້ວຍກັນ, ຫ້າມໃຫ້ສິນ ບົນ, ຊື້ຈ້າງ, ຈອບອອຍຜູ້ມີສິດເລືອກ ຕັ້ງດ້ວຍຮູບການຕ່າງໆ, ຫ້າມໂຄ ສະນາຫາສຽງໃນວັນເລືອກຕັ້ງ, ຫ້າມເຂົ້າຫຍຸ້ງກ່ຽວການນັບບັດ ລົງຄະແນນສຽງຂອງຄະນະຮັບ ຜິດຊອບໜ່ວຍປ່ອນບັດເລືອກຕັ້ງ, ຫ້າມເປີດເຜີຍ, ເຜີຍແຜ່ເອກະສານ ກ່ຽວກັບວຽກງານເລືອກຕັ້ງທີ່ຍັງບໍ່ ເປັນທາງການລົງພາຫະນະສື່ມວນ ຊົນ, ຫ້າມມີພຶດຕິກຳອື່ນ ທີ່ເປັນການ ລະເມີດກົດໝາຍ. ສໍາລັບຜູ້ມີສິດເລືອກຕັ້ງແມ່ນ ຫ້າມບິດເບືອນແນວທາງນະໂຍບາຍ ແລະ ຄວາມເປັນຈິງກ່ຽວກັບການ ເລືອກຕັ້ງ, ຫ້າມໂຄສະນາໃສ່ຮ້າຍ ປ້າຍສີ, ທັບຖົມຜູ້ສະໝັກຮັບເລືອກ ຕັ້ງ, ຫ້າມປັ່ນປ່ວນ, ສ້າງສະຖານະ ການກໍ່ຄວາມບໍ່ສະຫງົບໃນໜ່ວຍ ເລືອກຕັ້ງ, ຫ້າມແຊກແຊງ ການຂີດ ບັດລົງຄະແນນສຽງຂອງຜູ້ອື່ນ ຫລື ທໍາລາຍບັດເລືອກຕັ້ງ, ຫ້າມຂີດບັດ ລົງຄະແນນສຽງຂອງຕົນແບບຊະ ຊາຍ ຫລື ບໍ່ຖືກຕ້ອງຕາມລະບຽບ ການ, ຫ້າມເປີດເຜີຍ, ເຜີຍແຜ່ເອກະ ສານກ່ຽວກັບວຽກງານເລືອກຕັ້ງທີ່ ຍັງບໍ່ເປັນທາງການລົງພາຫະນະສື່ ມວນຊົນ ແລະ ຫ້າມມີພຶດຕິກຳອື່ນໆ ທີ່ເປັນການລະເມີດກົດໝາຍ. ຂ່າວ: ທະນູທອງ ການປະຊາຊົນສູງສຸດ ແລະ ໄດ້ຮັບ ຮອງເອົາການສະເໜີຂອງນາຍົກ ລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາ ຂັ້ນສູງໄປຮັບໜ້າທີ່ໃໝ່ຄື: ຍົກຍ້າຍ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງ ພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການສູນກາງພັກ; ຍົກ ຍ້າຍທ່ານ ຄຳພັນ ພົມມະທັດ ກຳມະ ການກົມການເມືອງສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການ ສໍ້ລາດບັງຫລວງຂັ້ນສູນກາງ ໄປ ຮັບໜ້າທີ່ໃໝ່; ຍົກຍ້າຍທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄປຮັບ ໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງ ຊາດ; ແຕ່ງຕັ້ງທ່ານ ວັນໄຊ ພອງ ສະຫວັນ ກຳມະການກົມການເມືອງ ສູນກາງພັກ, ເລຂາທິການສູນກາງ ພັກ ໄປຮັບໜ້າທີ່ໃໝ່ເປັນປະທານ ອົງການກວດກາແຫ່ງລັດ ແລະ ຫົວ ໜ້າອົງການຕ້ານການສໍ້ລາດບັງ ຫລວງຂັ້ນສູນກາງ; ແຕ່ງຕັ້ງທ່ານ ພົນໂທ ວັນທອງ ກອງມະນີ ເລຂາ ທິການສູນກາງພັກ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ. ພ້ອມນີ້, ຍັງໄດ້ ຮັບຮອງເອົາການສະເໜີຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບການພັກການຮັບອຸດໜູນ ບໍານານຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ລັດຖະ ມົນຕີ ປະຈຳສຳນັກງານນາຍົກລັດ ຖະມົນຕີ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາ ອົງການຈັດຕັ້ງພັກ-ລັດ, ແນວ ລາວສ້າງຊາດ, ສະຫະພັນນັກຮົບ ເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນ ສູນກາງ ແລະ ທ້ອງຖິ່ນ, ຈົ່ງຮັບຮູ້ ຕາມເນື້ອໃນຈິດໃຈດັ່ງກ່າວດ້ວຍ. ລາວບັນດາເຜົ່າໃນການປົກປັກ ຮັກສາໝາກຜົນຂອງການປະຕິວັດ ໄດ້ຢ່າງໝັ້ນຄົງ, ປະກອບສ່ວນສ້າງ ສາພັດທະນາປະເທດຊາດ ເຮັດໃຫ້ ເສດຖະກິດ ແລະ ຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ແລະ ປະ ຊາຊົນບັນດາເຜົ່າດີຂຶ້ນ, ປະເທດຊາດ ມີຄວາມໝັ້ນຄົງ, ສັງຄົມມີຄວາມ ສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານຕະຫລອດມາ. ໃນໂອກາດນີ້, ສະຫາຍ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ, ສະຫາຍ ບຸນຊ່ວງ ທະວີສັກ ຮອງປະທານສານປະຊາ ຊົນສູງສຸດ, ທ່ານ ພົນຈັດຕະວາ ຄອນສະຫວັນ ສົມພາໄຊ ຮອງລັດ ຖະມົນຕີ, ຫົວໜ້າກົມໃຫຍ່ການ ເມືອງປ້ອງກັນຄວາມສະຫງົບ, ສະຫາຍ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາ ຄານແຫ່ງ ສປປ ລາວ, ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ຮອງ ປະທານຜູ້ປະຈໍາການສູນກາງແນວ ລາວສ້າງຊາດ ກໍເຂົ້າອວຍພອນ ສະຫາຍ ພົນໂທ ວົງສອນ ອິນປານ ພິມ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ການ ເມືອງກອງທັບໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ເຊັ່ນດຽວກັນ. ຂ່າວ: ໜູແດງ ພົມມະສອນ ທ່ານປະທານຄະນະກໍາມະການ ເລືອກຕັ້ງຂັ້ນແຂວງ ແຂວງຈໍາ ປາສັກ ໄດ້ຍົກໃຫ້ເຫັນສະພາບພົ້ນ ເດັ່ນ ແລະ ການຈັດຕັ້ງປະຕິບັດ ວຽກງານຄະນະກໍາມະການເລືອກ ຕັ້ງຂັ້ນແຂວງ ຊຶ່ງໄດ້ຖືເອົາການຜັນ ຂະຫຍາຍນິຕິກຳຈາກສູນກາງເປັນ ໜ້າທີ່ຫລັກ ໂດຍໄດ້ກຳນົດແຜນ ດຳເນີນງານອອກເປັນໄດ້ແບ່ງອອກ ເປັນ 3 ໄລຍະ ແລະ 4 ບາດກ້າວ ໃນການຈັດຕັ້ງປະຕິບັດ. ຜ່ານການ ຈັດຕັ້ງປະຕິ ບັດຕົວຈິງຄະນະກໍາມະ ການເລືອກ ຕັ້ງຂັ້ນແຂວງຈໍາປາສັກ ໄດ້ຈັດຕັ້ງ ປະຕິບັດສໍາເລັດ ແລະ ສືບ ຕໍ່ປະຕິ ບັດວຽກງານໄລຍະທີ 2 ໃນ ບາດກ້າວ 3. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະ ຊຸມໄດ້ແລກປ່ຽນຄຳຄິດ-ຄຳເຫັນ ຢ່າງສ້າງສັນ ແລະ ມີຈຸດສຸມແນໃສ່ ເຮັດໃຫ້ການກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ມີຄວາມພ້ອມ ຮອບດ້ານ ແລະ ຮັບປະກັນການ ຈັດຕັ້ງປະຕິບັດໃຫ້ບັນລຸຄາດໝາຍ 4 ດ້ານ ຄື: ນໍາພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%; ນໍາພາຜູ້ມີສິດເລືອກຕັ້ງໃຫ້ ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກ ຕັ້ງ 100%; ນຳພາວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມ ປອດໄພ 100%; ນໍາພາວຽກງານ ປ່ອນບັດເລືອກຕັ້ງໃຫ້ຮັບປະກັນ ຄວາມໂປ່ງໃສ ແລະ ສໍາເລັດທັນ ຕາມກຳນົດເວລາ 100%. ໃນຕອນທ້າຍກອງປະຊຸມ ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາ ສູງຕໍ່ການຈັດຕັ້ງປະຕິບັດວຽກ ງານຂອງຄະນະກຳມະການເລືອກ ຕັ້ງຂັ້ນແຂວງ, ຂັ້ນເມືອງຂອງ ແຂວງຈໍາປາສັກ ໃນການກະກຽມ ວຽກການເລືອກຕັ້ງໃນຄັ້ງນີ້, ພ້ອມ ທັງເຊື່ອໝັ້ນວ່າການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະ ພາປະຊາຊົນຂັ້ນແຂວງ ຊຸດທີ V ຈະສາມາດບັນລຸຜົນສໍາເລັດຕາມ 4 ຄາດໝາຍທີ່ວາງໄວ້. ພ້ອມນີ້, ທ່ານ ຍັງໄດ້ສະເໜີໃຫ້ຄະນະກໍາມະການ ເລືອກຕັ້ງຂັ້ນແຂວງສືບຕໍ່ຈັດຕັ້ງຜັນ ຂະຫຍາຍເນື້ອໃນຈິດໃຈກອງປະ ຊຸມຄັ້ງນີ້, ພ້ອມທັງຮີບຮ້ອນຈັດຝຶກ ອົບຮົມການຫາສຽງໃຫ້ບັນດາເປົ້າ ໝາຍທີ່ໄດ້ຮັບສະໜັກເລືອກຕັ້ງ, ເກັບກຳບັນຊີອຸປະກອນຮັບໃຊ້ການ ເລືອກຕັ້ງ, ງົບປະມານ ແລະ ອື່ນໆ. ບັນຫາໃດທີ່ມີຄວາມຫຍຸ້ງຍາກສັບ ສົນແມ່ນໃຫ້ລາຍງານຄະນະກຳມະ ການເລືອກຕັ້ງລະດັບຊາດ ຢ່າງ ຮີບດ່ວນ ເພື່ອຂໍທິດຊີ້ນຳແກ້ໄຂໃຫ້ ທັນເວລາ. ພາບ-ຂ່າວ: ສົມວິຈິດ ໄຊມົນຕີ+ກຸກກິກ ຂາອາຊີບທັງພາກລັດ ແລະ ເອກະ ຊົນ, ຕົວແທນຂອງບັນດາຊັ້ນຄົນ, ສະມາຊິກສະພາແຫ່ງຊາດ ໃນແຕ່ ລະຊຸດ ບໍ່ໃຫ້ເກີນ 175 ຄົນ, ເຂດ ເລືອກຕັ້ງໜ້ອຍສຸດບໍ່ໃຫ້ຫລຸດ 5 ຄົນ, ຫລາຍສຸດບໍ່ໃຫ້ເກີນ 25 ຄົນ ແລະ ມີຜູ້ປະຈໍາຢູ່ເຂດເລືອກຕັ້ງບໍ່ ໃຫ້ຫລຸດ 3 ຄົນ. ສ່ວນສະມາຊິກ ສະພາປະຊາຊົນນະຄອນຫລວງ, ແຂວງກຳນົດຈໍານວນລວມທົ່ວ ນະຄອນຫລວງ, ແຂວງໜ້ອຍສຸດ ບໍ່ໃຫ້ຫລຸດ 25 ຄົນ, ຫລາຍສຸດບໍ່ ໃຫ້ເກີນ 75 ຄົນ ແລະ ມີຜູ້ປະຈຳ ຢູ່ເຂດເລືອກຕັ້ງຂັ້ນເມືອງບໍ່ໃຫ້ ຫລຸດ 3 ຄົນ. ຄະນະປະຈຳສະພາ ແຫ່ງຊາດ ເປັນຜູ້ກຳນົດຈຳນວນ ຜູ້ສະໝັກຮັບເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແຕ່ລະເຂດເລືອກ ຕັ້ງ ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ໂດຍແມ່ນປະທານປະ ເທດ ເປັນຜູ້ອອກລັດຖະດໍາລັດ ປະ ກາດເປັນທາງການຢ່າງຊ້າ 45 ວັນ ກ່ອນວັນເລືອກຕັ້ງ. ສຳລັບການກຳນົດເຂດເລືອກ ຕັ້ງ ແລະ ໜ່ວຍປ່ອນບັດເລືອກຕັ້ງ ໃຫ້ຖືເອົາບ້ານເປັນຫລັກ, ບ້ານໃດທີ່ ມີຜູ້ມີສິດເລືອກຕັ້ງແຕ່ 500-1.000 ຄົນ ໃຫ້ຈັດຕັ້ງເປັນໜ່ວຍປ່ອນບັດ ເລືອກຕັ້ງໜຶ່ງ, ຖ້າຫາກຫລາຍກວ່າ 1.000 ຄົນຂຶ້ນໄປໃຫ້ຈັດຕັ້ງເປັນ ຫລາຍໜ່ວຍປ່ອນບັດເລືອກຕັ້ງ. ສ່ວນບ້ານທີ່ມີຈໍານວນຜູ້ມີສິດເລືອກ ຕັ້ງໜ້ອຍກວ່າ 500ຄົນແລະ ບ້ານຢູ່ ໃກ້ຄຽງກັນນັ້ນ, ມອບໃຫ້ຄະນະກຳ ມະການເລືອກຕັ້ງຂັ້ນເມືອງເປັນຜູ້ ພິຈາລະນາວ່າຈະໂຮມເຂົ້າກັນ ຫລື ຈະສ້າງເປັນໜ່ວຍປ່ອນບັດເລືອກ ຕັ້ງໜຶ່ງຕ່າງຫາກ ໂດຍໃຫ້ອີງໃສ່ ຈຸດພິເສດພູມສັນຖານຂອງແຕ່ລະ ທ້ອງຖິ່ນ. ໃນກໍລະນີບ້ານທີ່ຢູ່ຫ່າງ ໄກສອກຫລີກ, ການໄປມາມີຄວາມ ຫຍຸ້ງຍາກນັ້ນອາດຈັດຕັ້ງເປັນໜ່ວຍ ປ່ອນບັດເລືອກຕັ້ງໜຶ່ງ ຫລື ຈັດຕັ້ງ ເປັນໜ່ວຍຮັບຜິດຊອບຫີບບັດ ເຄື່ອນທີ່ເພື່ອໄປຮັບເອົາບັດລົງຄະ ແນນສຽງຂອງຜູ້ມີສິດເລືອກຕັ້ງ ກໍໄດ້. ສ່ວນໜ່ວຍປ່ອນບັດເລືອກ ຕັ້ງສໍາລັບພົນລະເມືອງລາວທີ່ພວມ ປະຕິບັດໜ້າທີ່ ແລະ ດຳລົງຊີວິດຢູ່ ຕ່າງປະເທດນັ້ນ ໃຫ້ຄະນະກຳມະ ການເລືອກຕັ້ງລະດັບຊາດເປັນຜູ້ ກຳນົດ. ສະເພາະການກຳນົດໜ່ວຍປ່ອນ ບັດເລືອກຕັ້ງຢູ່ກຳລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ບັນ ດາອົງການ, ກົມກອງຂອງກຳລັງ ຫລວງ ແລະ ກຳລັງທ້ອງຖິ່ນ ເປັນ ຜູ້ກຳນົດໜ່ວຍປ່ອນບັດເລືອກຕັ້ງ ຢູ່ກຳລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຂອງຕົນແລ້ວແຈ້ງ ເປັນລາຍລັກອັກສອນໃຫ້ຄະນະ ກຳມະການເລືອກຕັ້ງຂັ້ນເມືອງທີ່ ອົງການ, ກົມກອງນັ້ນຕັ້ງຢູ່ ເພື່ອຮັບ ຮູ້ ແລະ ສັງລວມເຂົ້າບັນຊີລາຍຊື່ໃນ ຈໍານວນໜ່ວຍປ່ອນບັດເລືອກຕັ້ງ ຂອງເມືອງ, ນະຄອນນັ້ນ. ສຳລັບ ກະຊວງປ້ອງກັນປະເທດ ແລະ ກະ ຊວງປ້ອງກັນຄວາມສະຫງົບ ຖ້າ ຫາກມີຄວາມຈໍາເປັນຈັດຕັ້ງໜ່ວຍ ປ່ອນບັດເລືອກຕັ້ງສະເພາະນັ້ນ ກໍ ໃຫ້ຫ້ອງວ່າການກະຊວງດັ່ງກ່າວ ເປັນຜູ້ກຳນົດແລ້ວແຈ້ງເປັນລາຍ ລັກອັກສອນໃຫ້ຄະນະກຳມະການ ເລືອກຕັ້ງຂັ້ນເມືອງບ່ອນກະຊວງນັ້ນ ຕັ້ງຢູ່ເພື່ອຮັບຮູ້. ຂ່າວ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==