7199

gsfdko{dkora fmtok a xtgmf]k; ( 20/01/2026 va f8kdkola d1kda ortpkfgfa d]5 j , 5 xu 16 j ot7vos];'rt[k' [= j [a o]5 8k,czo ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຫ້ອງການ ສາທາລະນະສຸກ ນະຄອນຫລວງ ພະບາງ ສະຫລຸບການຈັດຕັ້ງປະຕິ ບັດວຽກງານ ຮອບດ້ານ ປະຈໍາປີ 2025 ແລະ ວາງທິດທາງແຜນ ການປີ 2026 ໃນວັນທີ 14 ມັງກອນ 2025 ໂດຍມີ ທ່ານ ນາງ ຈັນດີ ເຢັງວື ຫົວໜ້າພະແນກສາ ທາລະນະສຸກແຂວງ, ພ້ອມດ້ວຍ ຮອງປະທານຄະນະກໍາມະການ ປົກຄອງ ນະຄອນຫລວງພະບາງ ແລະ ພະນັກງານແພດຈາກໂຮງໝໍ ຊຸມຊົນ-ໂຮງໝໍນ້ອຍ ເຂົ້າຮ່ວມ. ທ່ານ ແກ່ນຈັນ ແກ້ວປະເສີດ ຮອງຫົວໜ້າຫ້ອງການສາທາລະນະ ສຸກ ນະຄອນຫລວງພະບາງ ໄດ້ ຂຶ້ນຜ່ານບົດສະຫລຸບຕີລາຄາ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຮອບດ້ານ ປະຈຳປີ 2025 ໂດຍຍົກໃຫ້ເຫັນຜົນສຳເລັດ ວຽກງານວິຊາສະເພາະ ຕາມວຽກ ງານ 7 ແຜນການ ແລະ 11 ຕົວຊີ້ ບອກຂອງວຽກງານສາທາລະນະ ສຸກ ທີ່ສະພາໄດ້ຮັບຮອງ. ທົ່ວນະ ຄອນຫລວງພະບາງ ມີໂຮງໝໍ 1 ແຫ່ງ ລວມ 20 ຕຽງນອນ ແລະ ສຸກສາລາ 6 ແຫ່ງ, ມີໂຮງໝໍທີ່ ພົວພັນ 4 ແຫ່ງ ເປັນຕົ້ນ ໂຮງໝໍ ແຂວງ, ໂຮງໝໍບໍລິເວນ 107 ແລະ ໂຮງໝໍເອກກະຊົນ 2 ແຫ່ງ, ມີ ພະນັກງານທັງໝົດ 67 ຄົນ, ຍິງ 56 ຄົນ, ໃນນີ້ເປັນອາສາສະໝັກ 3 ຄົນ, 1 ປີ ຜ່ານມາສາມາດຈັດ ຕັ້ງປະຕິບັດວຽກງານຊົມໃຊ້ນ້ຳ ສະອາດ, ວຽກງານຊົມໃຊ້ວິດຖ່າຍ ຄອບຄົວ ແລະ ການປົກຄຸມລະບົບ ປະກັນສຸຂະພາບ, ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາ ເຫັນໃສ່ເນື້ອໃນບົດສະຫລຸບ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍ ບັນດາຫົວໜ້າໜ່ວຍງານແຕ່ລະ ພາກສ່ວນໄດ້ຊີ້ແຈງຄືນການຈັດຕັ້ງ ປະຕິບັດໃນ 7 ແຜນງານ ແລະ 11 ຕົວຊີ້ບອກ ທີ່ສະພາປະຊາຊົນແຂວງ ຮັບຮອງ ຊຶ່ງບາງດ້ານໄດ້ບັນລຸຕາມ ຄາດໝາຍ ແລະ ບາງດ້ານບໍ່ບັນລຸ ໂດຍສະເພາະ ອັດຕາການສັກຢາ ກັນພະຍາດເດັກລຸ່ມ 5 ປີ. ໂອກາດນີ້,ທ່ານນາງຈັນດີເຢັງວື ໄດ້ເນັ້ນໃຫ້ຄະນະນຳຫ້ອງການ ສາທາລະນະສຸກ ນະຄອນຫລວງ ພະບາງ ສືບຕໍ່ສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ແກ່ສະມາຊິກ ພັກ, ພະນັກງານ-ລັດຖະກອນຢ່າງ ເລິກເຊິ່ງ, ສ້າງຄວາມສາມັກຄີ ເປັນປຶກແຜ່ນ, ຮ່ວມມືກັນແກ້ໄຂ ບັນຫາຄົງຄ້າງ; ປະຕິບັດຈັນຍາບັນ ຂອງແພດໝໍ, ຊຸກຍູ້ການປະສານ ງານ ລະຫວ່າງໂຮງໝໍຊຸມຊົມ ກັບ ສຸກສາລາ ແລະ ລະຫວ່າງສຸກສາ ລາ ກັບອົງການປົກຄອງບ້ານໃຫ້ ສອດຄ່ອງ, ສືບຕໍ່ຊຸກຍູ້ວຽກງານໂພ ຊະນາການ ດ້ານສຸຂະພາບໃຫ້ທົ່ວ ເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດ ຄຳຂວັນ 5 ດີ ແລະ 1 ພໍໃຈ ໃຫ້ປະ ກົດເປັນຈິງ. ຂ່າວ-ພາບ: ທະນູສິນ ອິດທິພົນ dP,[6 ]totlh v,cx'mk's];'csj '-kfg]dmu 1D c0;'w-lq ,[6 o ຂປລ. ແຫລ່ງຂ່າວຈາກແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ພິທີເຊັນບົດ ບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫລວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາ ສ້ອມແປງທາງຫລວງແຫ່ງຊາດ ເລກທີ 1D ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ ລະຫວ່າງ ແຂວງ ໄຊສົມບູນ ໃນວັນທີ 14 ມັງກອນ 2026 ຕາງໜ້າເຊັນໂດຍ ທ່ານ ໄຊສົມພັນ ລີເຕັ່ງເບຣຍຈື່, ຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ, ທ່ານ ໄຊຍະວົງ ຈິດຕະວົງ ຫົວໜ້າພະແນກການເງິນ ແຂວງ ແລະ ທ່ານ ນາງ ເທບພະລັກ ຄໍາວິສອນ ອໍານວຍການບໍລິສັດ ພີ ເອັດສແອວກໍ່ສ້າງຄົບວົງຈອນ ຈໍາ ກັດຜູ້ດຽວ, ທ່ານ ນາງ ສອນດາລາ ເມືອງຈະເລີນ ຮອງອໍານວຍການ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບ ວົງຈອນ ຈໍາກັດຜູ້ດຽວ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະ ບໍລິຫານງານພັກແຂວງ ແລະ ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານ ຄະນະກຳມະການປົກຄອງແຂວງ ໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ. c0;'7e,j ;o s;o7n o,6 og-N v;a olh k'8A ' dv'ma [xt-k-q o]k; 7q [Iv[ 77 xu ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ປາຖະກະຖາຫວນຄືນມູນເຊື້ອວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/01/194920/01/2026) ໃນວັນທີ 19 ມັງກອນ 2026 ທີ່ສະໂມສອນ ໃຫຍ່ຂອງແຂວງ ໂດຍການໃຫ້ກຽດ ປາຖະກະຖາຂອງ ທ່ານ ພັນເອກ ຄໍາມອນ ບຸນໂຈມເຮືອງສີ ອະດີດ ປະທານສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນ, ມີທ່ານ ພັນເອກ ສີສົມພູ ແກ້ວບຸນລ້ອມ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຄໍາມ່ວນ ພ້ອມດ້ວຍອະດີດ ພະນັກງານການນໍາອາວຸໂສບໍາ ນານ, ພະແນກການ ແລະ ກໍາລັງ ປກຊ-ປກສ ອ້ອມຂ້າງແຂວງ ເຂົ້າຮ່ວມ. ໃນພິທີ, ບັນດາການນໍາຂັ້ນສູງ ຂອງແຂວງ, ຂອງກອງກໍາລັງ ປກຊ-ປກສ ໄດ້ເຂົ້າຮ່ວມວາງພວງ ມາລາ ແລະ ກະຕ່າດອກໄມ້ ທີ່ ອະນຸສາວະລີນັກຮົບນິລະນາມ, ອະນຸສາວະລີປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ປະທານ ສຸພານຸວົງ ເພື່ອຈາລຶກ, ຮູ້ບຸນຄຸນ ກໍຄືຄຸນງາມຄວາມດີ dq 'l5 o.spj s;Pfok, xt9exkdg- gzu pczj 0= ,6 odj P;da [ dv'xt-5 ,.spj 7A 'mu XIV 0v'ra ddv,,6 oy fs;Pfok, ຂປ ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 14 ມັງກອນ 2026, ສະຖານກົງສຸນ ໃຫຍ່ ແຫ່ງ​ສສ​ຫວຽດນາມ​ປະຈຳ​ ພາກໃຕ້​ລາວ​ ທີ່​ນະຄອນປາກເຊ ແຂວງຈຳປາສັກ ຈັດກອງປະຊຸມ ເຜີຍແຜ່ຂໍ້ມູນຂ່າວສານ ເພື່ອໃຫ້ ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໂດຍມີສະຫາຍ ສົມບູນ ເຮືອງວົງ ສາ ຮອງປະທານຄະນະກຳມະການ ປົກຄອງແຂວງຈຳປາສັກ ທັງເປັນ ປະທານສະມາຄົມມິດຕະພາບລາວຫວຽດນາມ ແຂວງຈຳປາສັກ, ມີຄະນະນໍາຂອງຄະນະໂຄສະນາ ອົບຮົມ, ພະແນກການຕ່າງປະເທດ ແລະ ຜູ້ຕາງໜ້າສະມາຄົມຫວຽດ ນາມ ໃນບັນດາແຂວງພາກໃຕ້ ຂອງລາວ, ສະມາຄົມນັກທຸລະກິດ ຫວຽດນາມ ຈາກແຂວງພາກ ໃຕ້ຂອງລາວ, ຕາງໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ນະ ຄອນດາໜັງ ປະຈໍາພາກໃຕ້ຂອງ ລາວ ພ້ອມດ້ວຍສື່ມວນຊົນຈາກ ແຂວງຈຳປາສັກ, ອັດຕະປື, ສາລະ ວັນ ແລະ ແຂວງເຊກອງ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ນາງ ຕາ ເຟືອງຢຸງ ກົງສຸນໃຫຍ່​ແຫ່ງ​ ສສ​ ຫວຽດນາມ​ ປະຈຳ​ພາກໃຕ້​ລາວ​ ໄດ້ນໍາສະເໜີໃຫ້ຮູ້ກ່ຽວກັບຄວາມ ສຳຄັນ, ນະໂຍບາຍ ແລະ ແນວທາງ ຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ການກະກຽມສຳລັບການຈັດຕັ້ງ ກອງປະຊຸມໃຫຍ່, ທິດທາງທີ່ສຳຄັນ ແລະ ໜ້າທີ່ສຳຄັນໃນໄລຍະທີ່ຈະ ມາເຖິງ, ລວມທັງບັນດາຄວາມກ້າວ ໜ້າທາງຍຸດທະສາດ ແລະ ໜ້າທີ່ ສຳຄັນ; ການກະກຽມເອກະສານ ກອງປະຊຸມໃຫຍ່ ໂດຍສະເພາະ ນະວັດຕະກໍາໃນວິທີການຮ່າງ ເອກະສານ ຊຶ່ງເກີດຂຶ້ນຈາກຄວາມ ເປັນຈິງໃໝ່ຂອງປະເທດ, ການ ພັດທະນາຄວາມເຂົ້າໃຈທາງທິດ ສະດີ ແລະ ການຈັດຕັ້ງປະຕິບັດ, ຮັບປະກັນຄວາມສອດຄ່ອງໃນເນື້ອ ໃນ. ພ້ອມນີ້, ກົງສຸນໃຫຍ່ຍັງໄດ້ແຈ້ງ ໃຫ້ຜູ້ແທນຮູ້ກ່ຽວກັບຜົນຂອງການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄລຍະ 2021-2025. ໜຶ່ງໃນຜົນໄດ້ຮັບທີ່ໂດດເດັ່ນແມ່ນ ການປັບປຸງກົນໄກຂອງລັດຈາກ ລະດັບສູນກາງຫາທ້ອງຖິ່ນ ເຮັດ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນຫລາຍຂຶ້ນ. ເປັນຄັ້ງທຳອິດ, ຫວຽດນາມ ໄດ້ຈັດຕັ້ງໂຄງສ້າງ ລັດຖະບານສອງຊັ້ນ, ຫລຸດຜ່ອນ 29 ຫົວໜ່ວຍບໍລິຫານລະດັບແຂວງ ແລະ 7.277 ຫົວໜ່ວຍບໍລິຫານ ລະດັບຕາແສງ ໂດຍບໍ່ມີຫົວໜ່ວຍ ບໍລິຫານລະດັບເມືອງ. ໂອກາດນີ້, ສະຫາຍ ສົມບູນ ເຮືອງວົງສາ ໄດ້ກ່າວຊົມເຊີຍຢ່າງ ສູງຕໍ່ການຈັດຕັ້ງກອງປະຊຸມຂໍ້ມູນ ຂ່າວສານຂອງກົງສຸນໃຫຍ່ກ່ຽວກັບ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ, ໂດຍ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາ ຂອງທັງສອງພັກ ແລະ ລັດທີ່ຈະ ພັດທະນາສາຍພົວພັນທີ່ໃກ້ຊິດເຊິ່ງ ກັນ ແລະ ກັນຕື່ມອີກ ພ້ອມທັງໄດ້ ຕີລາຄາສູງຕໍ່ການນຳພາ ແລະ ການ ຊີ້ນຳຂອງພັກໃນການພັດທະນາ ເສດຖະກິດຂອງຫວຽດນາມ ແລະ ເພີ່ມທະວີການແຂ່ງຂັນໃນໂລກ. ພ້ອມທັງໄດ້ເນັ້ນໜັກວ່າ ສອງພັກ, ສອງລັດ ແລະ ປະຊາຊົນສອງປະ ເທດ ໄດ້ຢືນຄຽງຂ້າງກັນໃນການ ຕໍ່ສູ້ເພື່ອການປົດປ່ອຍຊາດ ແລະ ການທ້ອນໂຮມປະເທດຊາດຄືນໃໝ່ ໃນອະດີດ ແລະ ໃນປັດຈຸບັນ, ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ປະເທດ ສືບຕໍ່ພັດທະນາສາຍພົວພັນ ທີ່ເປັນເອກະລັກນີ້ໃຫ້ໝັ້ນຄົງ. ໃນກອງປະຊຸມດັ່ງກ່າວ,ປະທານ ສະມາຄົມຫວຽດນາມ, ຄະນະນຳ ຂອງຄະນະໂຄສະນາ ແລະ ພະແນກ ການຕ່າງປະເທດຂອງແຂວງພາກ ໃຕ້ຂອງລາວ ໄດ້ໃຫ້ສໍາພາດຕໍ່ສື່ ມວນຊົນກ່ຽວກັບກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ແລະ ສາຍພົວພັນພິເສດລະຫວ່າງສອງ ພັກ ແລະ ສອງລັດ. ພ້ອມນີ້, ບັນດາ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບ ຊົມການວາງສະແດງຮູບພາບທາງ ປະຫວັດສາດຂອງປະທານ ໂຮ່ຈີ່ມິງ ແລະ ປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆຂອງສອງພັກ ແລະ ສອງລັດ ຕື່ມອີກ. ຂ່າວ-ພາບ: ຈັນທະວີສັກ h ທ່ານ ຄຳຫລ້າ ວົງລໍຄຳ ຫົວໜ້າ ຂະແໜງຂົວທາງ ແລະ ທາງນໍ້າ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ໄດ້ກ່າວວ່າ: ການ ເຊັນ MOU ຄັ້ງນີ້ ເພື່ອສຶກສາ ສຳຫລວດ-ອອກແບບໂຄງການຟື້ນ ຟູ ແລະ ບູລະນະຮັກສາສ້ອມແປງ ເສັ້ນທາງຫລວງແຫ່ງຊາດ ເລກທີ 1D ເລີ່ມແຕ່ຂົວນໍ້າແຊ່ໜອນ ບ້ານ ຊຽງຄົງ (ເຂດແດນແຂວງຊຽງ ຂວາງ) ຫາ ຂົວນໍ້າໝາງ ບ້ານ ວັງໄຮ (ເຂດແດນແຂວງບໍລິ ຄຳໄຊ) ເມືອງທ່າໂທມ ແຂວງ ໄຊສົມບູນ (ກມ 66+000 ຫາ ກມ 145+000) ລວງຍາວ 79 ກິໂລແມັດ ໃນຮູບແບບປະສົມ ປະສານ ລະຫວ່າງ ສັນຍາທີ່ຈັດຕັ້ງ ປະຕິບັດ ແລະ ມອບເໝົາ ແລະ ເກັບຄ່າຜ່ານທາງຕາມເສັ້ນທາງ ສາທາລະນະ. ຂ່າວ-ພາບ: ບັງອອນ ເພັດມະນີ ຂອງກອງທັບປະຊາຊົນລາວ ທີ່ ໄດ້ເສຍສະລະຊີວິດເພື່ອຊາດ, ເພື່ອ ປະຊາຊົນ ພ້ອມທັງຮັບຊົມຮູບເງົາ ການເຄື່ອນໄຫວເຮັດການປະຕິວັດ ຂອງກອງທັບປະຊາຊົນລາວ ຕ້ານ ກັບຈັກກະພັດຜູ້ຮຸກຮານທັງແບບ ເກົ່າ ແລະ ແບບໃໝ່ໃນແຕ່ລະໄລຍະ. ໂອກາດນີ້, ທ່ານ ພັນເອກ ຄໍາ ມອນ ບຸນໂຈມເຮືອງສີ ໄດ້ຍົກໃຫ້ ເຫັນເຖິງມູນເຊື້ອການຕໍ່ສູ້ທີ່ອົງອາດ ກ້າຫານບໍ່ຍອມຈໍານົນ ຂອງບັນພະ ບຸລຸດລາວ ເວົ້າລວມ, ເວົ້າສະເພາະ ກໍຄືກອງທັບປະຊາຊົນລາວທີ່ໄດ້ ທໍາການຕໍ່ສູ້ຄຽງບ່າຄຽງໄຫລ່ ກັບ ພັກປະຊາຊົນປະຕິວັດລາວ ເພື່ອ ຕ້ານການກົດຂີ່ຂູດຮີດຂອງສັດຕູຜູ້ ຮຸກຮານ ຈົນຍາດໄດ້ໄຊຊະນະຢ່າງ ສົມບູນ ແລະ ສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ຂ່າວ-ພາບ: ແດງສະຫວັດ ແສນພານິດ

RkJQdWJsaXNoZXIy MTc3MTYxMQ==