20/01/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 8ts]vf 40 xu csj 'dkoxj Pocx'.\j s;Pfok, [a o]5 zq oleg]a fva opyj '.spj c]t Iv[fh ko.om5 d0q 'g0f ໂດຍ: ບກ ການພັດທະນາຊັບພະຍາກອນ ມະນຸດຂອງຫວຽດນາມ ປະສົບ ຜົນສຳເລັດຢ່າງສຳຄັນ, ດັດຊະນີ ການພັດທະນາມະນຸດ (HDI), ດັດຊະນີຄວາມສຸກ (HPI), ສຸຂະ ພາບ ແລະ ອາຍຸຍືນຂອງປະຊາຊົນ ໄດ້ຮັບການປັບປຸງຢ່າງຈະແຈ້ງ. ອາຍຸຍືນສະເລ່ຍເພີ່ມຂຶ້ນຈາກ 62 ປີ ໃນປີ 1990 ເປັນປະມານ 75 ປີ ໃນ ປີ 2025. ວຽກງານການເບິ່ງແຍງ ແລະ ປົກປ້ອງສຸຂະພາບປະຊາຊົນ ໄດ້ຮັບຄວາມເອົາໃຈໃສ່, ລະບົບ ສາທາລະນະສຸກນັບຕັ້ງແຕ່ສູນກາງ ລົງຮອດທ້ອງຖິ່ນຮາກຖານໄດ້ ຮັບການເສີມສ້າງຢ່າງຕໍ່ເນື່ອງ. ວຽກງານສາທາລະນະສຸກກັນ ພະຍາດ ແລະ ການຄວບຄຸມພະ ຍາດລະບາດປະສົບຜົນສຳເລັດ ຢ່າງສູງ, ຫວຽດນາມ ໄດ້ລຶບລ້າງ ພະຍາດໂປລິໂອຢ່າງເດັດຂາດ (2000), ລຶບລ້າງພະຍາດບາດ ທະຍັກໃນເດັກເກີດໃໝ່ (2005) ແລະ ພະຍາດໝາກແດງ (2015). ປະຊາກອນຫລາຍກວ່າ 80% ໄດ້ ຮັບການເບິ່ງແຍງ ແລະ ຕິດຕາມ ສຸຂະພາບ. ລະບົບສະຫວັດດີການສັງຄົມ ໄດ້ຮັບການຈັດຕັ້ງຂຶ້ນໂດຍພື້ນ ຖານ, ກວມເອົານະໂຍບາຍສຳລັບ ຜູ້ອອກແຮງງານ, ການປະກັນ ສັງຄົມ, ການຊ່ວຍເຫລືອທາງ ສັງຄົມ ແລະ ການຈັດບໍລິການ ສັງຄົມຂັ້ນພື້ນຖານ. ຫວຽດນາມ ໄດ້ຮັບການຍ້ອງຍໍຈາກສະຫະປະ ຊາຊາດ ວ່າເປັນໜຶ່ງໃນປະເທດ ທີ່ດຳເນີນການຕາມເປົ້າໝາຍ ການພັດທະນາແຫ່ງສະຫັດສະວັດ (MDGs) ໄດ້ຢ່າງມີປະສິດທິຜົນ. ກ່ຽວກັບຜົນສຳເລັດດ້ານປ້ອງ ກັນຊາດ ແລະ ປ້ອງກັນຄວາມສະ ຫງົບ, ເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງຊາດ ໄດ້ ຮັບການປົກປ້ອງຢ່າງໜັກແໜ້ນ, ຮັບປະກັນຜົນປະໂຫຍດຂອງຊາດ ແລະ ປະຊາຊົນ, ພັກ, ລັດ ແລະ ລະບອບສັງຄົມນິຍົມ, ສະຖຽນລະ ພາບທາງດ້ານການເມືອງ, ຄວາມ ສະຫງົບຮຽບຮ້ອຍ ແລະ ຄວາມ ປອດໄພຂອງສັງຄົມການສ້າງຍຸດ ທະສາດປ້ອງກັນຊາດໂດຍອີງໃສ່ ພະລັງຂອງທົ່ວປວງຊົນຄວບຄູ່ ກັບຍຸດທະສາດຄວາມສະຫງົບ ທົ່ວປວງຊົນ ແລະ ຍຸດທະສາດປະ ຊາຊົນໄດ້ຮັບການເສີມສ້າງໃຫ້ ໝັ້ນຄົງຍິ່ງຂຶ້ນ ເພື່ອຕອບສະໜອງ ພາລະກິດການສ້າງສາ ແລະ ປົກປັກຮັກສາປິຕຸພູມໃນສະພາບ ການໃໝ່. ຜົນສຳເລັດດ້ານການຕ່າງ ປະເທດ, ການຕ່າງປະເທດແບບ ຮ່ວມມືຮອບດ້ານ ແລະ ທັນສະໄໝ ທີ່ມີສາມເສົາຄ້ຳຫລັກ ຄື: ການຕ່າງ ປະເທດຂອງພັກ, ການທູດຂອງ ລັດ ແລະ ການຕ່າງປະເທດ ຂອງ ປະຊາຊົນໄດ້ຮັບການເສີມສ້າງ ແລະ ພັດທະນາຢ່າງຕໍ່ເນື່ອງ. ຈາກ ປະເທດທີ່ເຄີຍຖືກປິດລ້ອມ ແລະ ໂດດດ່ຽວ, ຫວຽດນາມ ໄດ້ສ້າງ ຕັ້ງສາຍພົວພັນການທູດກັບ 194 ປະເທດ, ສ້າງສາຍພົວພັນແບບຄູ່ ຮ່ວມຍຸດທະສາດ ແລະ ຄູ່ຮ່ວມມື ຮອບດ້ານກັບ 30 ປະເທດ ຊຶ່ງ ລວມມີບັນດາປະເທດສະມາຊິກ ຖາວອນຂອງສະພາຄວາມໝັ້ນ ຄົງແຫ່ງສະຫະປະຊາຊາດ ແລະ ປະເທດມະຫາອຳນາດທີ່ສຳຄັນ. ຫວຽດນາມ ເປັນສະມາຊິກທີ່ມີບົດ ບາດຢ່າງຕັ້ງໜ້າ ແລະ ມີຄວາມ ຮັບຜິດຊອບສູງໃນອົງການຈັດຕັ້ງ ລະດັບພາກພື້ນ ແລະ ສາກົນຫລາຍ ກວ່າ 70 ແຫ່ງ ແລະ ໄດ້ຮັບການ ຕີລາຄາຈາກປະຊາຄົມໂລກວ່າ ເປັນຈຸດເດັ່ນດ້ານສັນຕິພາບ, ສະ ຖຽນລະພາບ, ການລຶບລ້າງຄວາມ ທຸກຍາກ ແລະ ການພັດທະນາແບບ ຍືນຍົງ. ຜົນສຳເລັດດ້ານການສ້າງພັກ ແລະ ລະບົບການເມືອງ, ການສ້າງ ບັນລຸຜົນສຳເລັດອັນຍິ່ງໃຫຍ່, ຮອບ ດ້ານ ແລະ ມີຄວາມໝາຍທາງ ປະຫວັດສາດທັງໃນດ້ານເສດຖະ ກິດ, ວັດທະນະທຳ ແລະ ສັງຄົມ, ການປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ, ການຕ່າງປະເທດ ຕະຫລອດຮອດການສ້າງພັກ. ຜົນສຳເລັດເຫລົ່ານີ້ ແມ່ນໝາກຜົນ ຈາກການນຳພາທີ່ຖືກຕ້ອງຂອງ ພັກກອມມູນິດຫວຽດນາມ, ການ ບໍລິຫານຈັດການທີ່ມີປະສິດທິຜົນ ຂອງລັດ ແລະ ຄວາມພະຍາຍາມ ຮ່ວມແຮງຮ່ວມໃຈຂອງປະຊາຊົນ ທົ່ວທັງຊາດ. ບົດຮຽນຈາກການປ່ຽນແປງ ໃໝ່ໄດ້ຢັ້ງຢືນເຖິງຄວາມຖືກຕ້ອງ ຂອງເສັ້ນທາງທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ເລືອກ ເດີນ, ພ້ອມທັງສ້າງຮາກຖານທີ່ ໝັ້ນຄົງໃນການຮັກສາສະຖຽນລະ ພາບທາງດ້ານການເມືອງ ແລະ ສັງຄົມ, ເສີມສ້າງທ່າແຮງດ້ານ ການປ້ອງກັນຊາດ ແລະ ຄວາມ ສະຫງົບ, ຍົກລະດັບຄຸນນະພາບ ຊີວິດຂອງປະຊາຊົນ ແລະ ຍົກ ສູງບົດບາດ ແລະ ອິດທິພົນຂອງ ຫວຽດນາມ ໃນເວທີສາກົນຢ່າງບໍ່ ຢຸດຢັ້ງ, ກາຍເປັນພື້ນຖານສຳຄັນ ທີ່ອຳນວຍໃຫ້ຫວຽດນາມ ສາມາດ ສືບຕໍ່ ແລະ ພັດທະນາຜົນສຳເລັດ ທີ່ບັນລຸມາ, ກ້າວເຂົ້າສູ່ໄລຍະການ ພັດທະນາໃໝ່ຢ່າງໝັ້ນຄົງມຸ່ງໄປສູ່ ເປົ້າໝາຍການສ້າງປະເທດຊາດທີ່ ຮັ່ງມີເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ມີຄວາມ ຜາສຸກ. *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ພັກ ໄດ້ຮັບການດຳເນີນຢ່າງເປັນ ລະບົບ ແລະ ຮອບດ້ານທັງໃນດ້ານ ການເມືອງ, ແນວຄິດ, ຄຸນສົມບັດ, ຈັນຍາບັນ, ການຈັດຕັ້ງ ແລະ ບຸກ ຄະລາກອນ. ອົງການຈັດຕັ້ງພັກ ຂັ້ນຮາກຖານໄດ້ຮັບການເສີມສ້າງ ຢ່າງທົ່ວເຖິງ, ຖັນແຖວສະມາຊິກ ພັກມີການພັດທະນາຢ່າງຕໍ່ເນື່ອງ ທັງດ້ານປະລິມານ, ໂຄງປະກອບທີ່ ເໝາະສົມຍິ່ງຂຶ້ນ ແລະ ຄຸນນະພາບ ທີ່ໄດ້ຮັບການຍົກສູງຂຶ້ນ. ວຽກງານ ການຕິດຕາມກວດກາ ແລະ ວິໄນ ພັກ ໄດ້ຮັບການເພີ່ມທະວີຄວາມ ເຂັ້ມງວດ ເພື່ອຮັບປະກັນຄວາມສັກ ສິດຂອງກົດລະບຽບພັກ. ການປ້ອງກັນ ແລະ ຕ້ານການ ສໍ້ລາດບັງຫລວງ, ການຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້ປະສົບຜົນ ສຳເລັດຢ່າງສູງ, ມີລັກສະນະກ້າວ ໜ້າ ແລະ ຮອບດ້ານທັງໃນດ້ານ ການປ້ອງກັນ ແລະ ການປາບປາມ. ຮູບແບບການນຳພາ ແລະ ການນຳ ໃຊ້ອຳນາດຂອງພັກ ໄດ້ຮັບການ ປັບປຸງຢ່າງຕໍ່ເນື່ອງໃຫ້ສອດຄ່ອງ ກັບຄວາມຕ້ອງການຂອງການ ພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ ແລະ ສະພາບ ການເຊື່ອມໂຍງສາກົນ. ລະບົບ ການເມືອງໄດ້ຮັບການຈັດຕັ້ງໃໝ່ ຕາມທິດກະທັດຮັດ, ມີປະສິດທິພາບ ແລະ ເກີດຜົນສຳເລັດສູງ ເພື່ອຕອບ ສະໜອງຄວາມຕ້ອງການພັດທະ ນາປະເທດຊາດໃນໄລຍະໃໝ່. ຕະຫລອດໄລຍະເກືອບ 40 ປີ ແຫ່ງການດຳເນີນແນວທາງການ ປ່ຽນແປງໃໝ່, ຫວຽດນາມ ໄດ້ ໄດ້ກຳເນີດຂຶ້ນໃນທ່າມກາງປະເທດ ຊາດຖືກຈັກກະພັດຕ່າງດ້າວເຂົ້າ ມາຮຸກຮານ ແລະ ຄອບຄອງ ໂດຍ ພາຍໃຕ້ການນໍາພາຂອງພັກກອມ ມູນິດອິນດູຈີນ ໃນເມື່ອກ່ອນ ກໍຄື ພັກ ປະຊາຊົນປະຕິວັດລາວໃນປັດຈຸບັນ, ພາຍໃຕ້ຮົ່ມທຸງໄຊຂອງພັກ ໄດ້ນຳ ພາປະຊາຊົນລາວບັນດາເຜົ່າໃຫ້ ລຸກຮືຂຶ້ນຕໍ່ສູ້ຕ້ານກັບຈັກກະພັດຜູ້ ໃນສະໄໝຕໍ່ສູ້ກູ້ຊາດ...ໍູູ່້້ ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງ ເຕີບໃຫຍ່ເຂັ້ມແຂງ, ຈົນສາມາດ ປົດປ່ອຍປະເທດຊາດໄດ້ຢ່າງສົມ ບູນ, ສາມາດສ້າງຕັ້ງລະບອບໃໝ່, ລະບອບປະຊາທິປະໄຕປະຊາຊົນຂຶ້ນ ຢ່າງເປັນທາງການ ແລະ ສະຖາປະ ນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ສະຫາຍ ພົນຈັດຕະວາ ຄໍາສຸກ ອິນທະພອນ ຫົວໜ້າການທະຫານ ວິທະຍາຄານນາຍທະຫານບົກກົມ ມະດຳ ໄດ້ສະແດງຄວາມຮູ້ສຶກຕໍ່ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ວ່າ: ເພື່ອຫວນຄືນເຖິງປະຫວັດມູນ ເຊື້ອວິລະກຳອັນລໍ້າເລີດຂອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ແລກປ່ຽນບົດຮຽນ...່ົ ຂປລ. ຄະນະຜູ້ແທນດ້ານການ ສຶກສາຈາກ ສປປ ລາວ ນຳໂດຍ ຮຸກຮານຢ່າງເປັນຂະບວນໃນຂອບ ເຂດທົ່ວປະເທດ. ນັບແຕ່ກອງທັບ ປະຊາຊົນລາວໄດ້ຮັບການສ້າງຕັ້ງ ຂຶ້ນກໍໄດ້ແບກຫາບພາລະອັນໜັກ ໜ່ວງ, ກອງທັບເຮົາໄດ້ຮ່ວມກັບ ປະຊາຊົນບັນດາເຜົ່າສືບຕໍ່ດໍາເນີນ ການຕໍ່ສູ້ຢ່າງອົງອາດກ້າຫານຍິ່ງ ຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບ ໃຫຍ່ເຂັ້ມແຂງ, ຈົນສາມາດປົດປ່ອຍ ປະເທດຊາດໄດ້ຢ່າງສົມບູນ. ພາຍຫລັງປະເທດຊາດ ໄດ້ຮັບ ການປົດປ່ອຍຢ່າງສົມບູນ, ກອງທັບ ປະຊາຊົນລາວ ໄດ້ສືບຕໍ່ເປັນກຳລັງ ຫລັກແຫລ່ງ, ໃນການຈັດຕັ້ງປະຕິ ບັດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານຕິດພັນກັບການກໍ່ສ້າງ ຮາກຖານການເມືອງ ແລະ ພັດທະ ນາຊົນນະບົດຮອບດ້ານຂອງພັກ, ຮັກສາໄດ້ມູນເຊື້ອ ແລະ ທາດແທ້ ອັນດີງາມຂອງກອງທັບປະຊາຊົນ ລາວຈົນເຖິງທຸກວັນນີ້. ສະເພາະ ວິທະຍາຄານນາຍທະຫານບົກກົມ ມະດໍາແມ່ນໜຶ່ງໃນລະບົບໂຄງປະ ກອບການຈັດຕັ້ງຂອງກອງທັບ ປະຊາຊົນລາວເຮັດໜ້າທີ່ການເມືອງ ຂອງຕົນຄື: ເຮັດວຽກງານສຶກສາ ຄົ້ນຄວ້າວິທະຍາສາດການທະຫານ, ລົງເລິກວຽກງານໂຄງການຫລັກ ສຸດການຮຽນ-ການສອນ, ເພື່ອ ສ້າງພະນັກງານຮຸ່ນສືບທອດທີ່ມີ ຄຸນນະພາບໃຫ້ແກ່ກອງທັບ ໂດຍ ຕິດພັນກັບການຈັດຕັ້ງປະຕິບັດ ວຽກງານຮອບດ້ານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ ຄະນະພັກກະຊວງປ້ອງກັນປະເທດ ວາງອອກຢ່າງມີຜົນສໍາເລັດ. ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 77 ປີ ທີ່ຈະ ມາເຖິງນີ້, ສະຫາຍ ພົນຈັດຕະວາ ຄໍາສຸກ ອິນທະພອນ ຕາງໜ້າໃຫ້ ຄະນະພັກ-ຄະນະອຳນວຍການ ວິທະຍາຄານນາຍທະຫານບົກກົມ ມະດຳ ສະແດງຄວາມຮູ້ບຸນຄຸນອັນ ລ້ຳລຶກ ແລະ ລະນຶກເຖິງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນ ເຄົາລົບຮັກ, ຜູ້ກໍ່ສ້າງພັກ-ກໍ່ສ້າງ ກອງທັບປະຕິວັດ, ຜູ້ນໍາພາການ ປ່ຽນແປງໃໝ່, ສະແດງຄວາມຮູ້ ບຸນຄຸນເຖິງຄຸນງາມຄວາມດີ ແລະ ການເສຍສະລະອັນຍິ່ງໃຫຍ່ຂອງ ບັນດາຜູ້ນໍາພັກ-ລັດໃນແຕ່ລະຍຸກແຕ່ລະຍຸກສະໄໝ ກໍຄື ພະນັກງານ ສຳມະຊິກພັກນັກຮົບປະຕິວັດ ແລະ ປະຊາຊົນບັນດາເຜົ່າທີ່ໄດ້ເສຍລະ ລະເລືອດເນື້ອໃນພາລະກິດຕໍ່ສູ້ ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນ ປັດຈຸບັນ. ຂ່າວ: ຄຳໄຕ ຈັນນະຄອນ ທ່ານ ນາງ ສິລິນທອນ ສັກລໍຄຳ ຜູ້ອຳນວຍການສູນການສຶກສາ ເພື່ອພັດທະນາຊຸມຊົນຂົງເຂດອາຊີ ຕາເວັນອອກສ່ຽງໃຕ້ ໄດ້ເດີນທາງ ໄປທັດສະນະສຶກສາ ເພື່ອແລກປ່ຽນ ວຽກງານດ້ານການສິດສອນ, ສົ່ງ ເສີມການຮຽນຮູ້ເດັກປະລະການ ຮຽນຢູ່ນະຄອນພະນົມເປັນປະເທດ ກຳປູເຈຍ ໃນອາທິດຜ່ານມາ. ການເດີນທາງໄປທັດສະນະ ໃນຄັ້ງນີ້, ແນໃສ່ແລກປ່ຽນຄວາມ ຮູ້ ແລະ ປະສົບການດ້ານການສຶກ ສາສໍາລັບເດັກນ້ອຍທີ່ປະລະການ ຮຽນ, ທັງເປັນການສ້າງພື້ນຖານ ຄວາມຮ່ວມມືກັບພາກສ່ວນດ້ານ ການສຶກສາຂອງກຳປູເຈຍ ໃນອະ ນາຄົດຕື່ມອີກ. ໃນໂອກາດດັ່ງກ່າວ, ຄະນະຜູ້ ແທນລາວຍັງໄດ້ເຂົ້າຢ້ຽມຢາມ ແລະ ຕິດຕາມເບິ່ງການຮຽນ-ການ ສອນຕົວຈິງໃນໂຮງຮຽນມັດທະ ຍົມ, ພ້ອມທັງຢ້ຽມຊົມບູຮານ ສະຖານ ແລະ ແຫລ່ງວັດທະນະ ທຳ ເພື່ອເສີມສ້າງຄວາມເຂົ້າໃຈ ດ້ານສັງຄົມ ແລະ ການສຶກສາຂອງ ປະເທດເພື່ອນບ້ານອີກດ້ວຍ. ຂໍ້ມູນ-ພາບ: ສສກ
RkJQdWJsaXNoZXIy MTc3MTYxMQ==