gsfdko{dkora fmtok a xtgmf]k; ( 19/01/2026 dP,lb dlk7;k,gxa owxwfh 37'dkod= j lh k' sh k'-a [rtly o7h k g0f0q ;,y f8trk[ 5 xkd-a o{[b 'dko ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີເຊັນບົດບັນ ທຶກຄວາມເຂົ້າໃຈ ເພື່ອສຶກສາສຳ ຫລວດຄວາມເປັນໄປໄດ້ໃນການລົງ ທຶນພັດທະນາໂຄງການກໍ່ສ້າງຫ້າງ ຊັບພະສິນຄ້າ ແລະ ສິ່ງເອື້ອອຳນວຍ ຄວາມສະດວກດ້ານຕ່າງໆ ທາງໜ້າ ດ່ານ (ໂຊນ1) ຂົວມິດຕະພາບ 5 ປາກຊັນ-ບຶງການ ລະຫວ່າງອຳ ນາດການປົກຄອງແຂວງບໍລິຄຳ ໄຊ ແລະ ບໍລິສັດ ບີເອັມ ການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ ຈັດຂຶ້ນໃນວັນທີ15 ມັງກອນ 2026 ທີ່ພະແນກການເງິນແຂວງ ຕາງໜ້າ ລົງນາມໂດຍ ທ່ານ ໄຊອຳພອນ ສີ ຫາວົງ ຄະນະປະຈຳພັກແຂວງ ຜູ້ ຊີ້ນຳວຽກງານການລົງທຶນຂັ້ນ ແຂວງບໍລິຄຳໄຊ ແລະ ທ່ານ ຄອນ ສະຫວັນ ສອນຄຳໄຊ ປະທານ ບໍລິສັດ ບີເອັມ ການຄ້າຂາເຂົ້າຂາອອກ ຈຳກັດຜູ້ດຽວ, ມີ ທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະ ທານຄະນະກຳມະການປົກຄອງ ແຂວງບໍລິຄຳໄຊ, ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາ ປະຊາຊົນແຂວງ ພ້ອມດ້ວຍພະແນກ ການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ. ໂຄງການກໍ່ສ້າງຫ້າງຊັບພະ ສິນຄ້າ ແລະ ສິ່ງເອື້ອອຳນວຍຄວາມ ສະດວກດ້ານຕ່າງໆ ທາງໜ້າດ່ານ (ໂຊນ1) ຂົວມິດຕະພາບ 5 ປາກ ຊັນ-ບຶງການ ມີໄລຍະການສຶກສາ ສຳຫລວດ 12 ເດືອນ ນັບແຕ່ມື້ ລົງນາມເປັນຕົ້ນໄປ ຊຶ່ງໂຄງການ ດັ່ງກ່າວປະກອບມີຫລາຍໜ້າວຽກ ທີ່ກ່ຽວພັນ ທັງນີ້ກໍເພື່ອສ້າງສິ່ງ ເອື້ອອຳນວຍຄວາມສະດວກໃຫ້ຜູ້ ປະກອບການ ແລະ ຜູ້ໃຫ້ບໍລິການ ພ້ອມທັງຍັງເປັນການເປີດກວ້າງ ໃຫ້ຜູ້ປະກອບການທຸລະກິດທີ່ສົນໃຈ ເຂົ້າຮ່ວມພັດທະນາໂຄງການໄປ ພ້ອມໆກັນ. ຂ່າວ-ພາບ: ສາຍສະໝອນ -P'0;k' lts]5 [;Pd'ko75 h ,7v'vq 'dko9a f8A 'lkdq o mu j [= j la 'da f]a f4t[ko c]t cdh w0 ][8 ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ກອງປະຊຸມ ສະຫລຸບວຽກງານຄຸ້ມຄອງ ອົງ ການຈັດຕັ້ງສາກົນ ທີ່ບໍ່ສັງກັດ ລັດຖະບານ ແລະ ວຽກງານການ ແກ້ໄຂລະເບີດບໍ່ທັນແຕກທີ່ຕົກ ຄ້າງ (ລບຕ) ຢູ່ແຂວງຊຽງຂວາງ ປະຈຳປີ 2025 ແລະ ທິດທາງ ແຜນການໃນຕໍ່ໜ້າ ຈັດຂຶ້ນໃນວັນທີ 15 ມັງກອນ 2026 ທີ່ຫ້ອງວ່າການ ແຂວງຊຽງຂວາງ ໂດຍການເປັນ ປະທານຂອງ ທ່ານ ນາງ ຄຳພັດ ວັນລາສີ ຫົວໜ້າພະແນກການຕ່າງ ປະເທດແຂວງຊຽງຂວາງ, ມີການ ນຳມາຈາກສູນກາງ, ພະແນກການ ທີ່ກ່ຽວຂ້ອງ ແລະ ການນຳທັງ 7 ເມືອງຂອງແຂວງເຂົ້າຮ່ວມ. ທ່ານ ນາງ ແກ້ວປະເສີດ ສີນວນ ທອງ ຫົວໜ້າຂະແໜງຮ່ວມມື ສາກົນ ໄດ້ສະຫລຸບວຽກງານອົງ ການຈັດຕັ້ງສາກົນ ທີ່ບໍ່ສັງກັດ ລັດຖະບານ, ວຽກງານແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຂັ້ນ ແຂວງປະຈຳປີ2025ແລະທິດທາງ ແຜນການປີ 2026, ບົດສະຫລຸບ ວຽກງານແກ້ໄຂລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ແຂວງຊຽງຂວາງ ປີ 2025 ແລະ ທິດທາງປີ 2026 ຊຶ່ງ ໄດ້ຍົກໃຫ້ເຫັນວ່າ ປີ 2024-2025 ມີ15 ອົງການ 19 ໂຄງການມູນຄ່າ ຈຳນວນ 31.378.112 ໂດລາ ສະຫະລັດ(ງົບປະມານບາງໂຄງ ການກວມເອົາຫລາຍແຂວງ). ອົງການຈັດຕັັ້ງສັງຄົມມີ 1 ສະມາ ຄົມ (ສະມາຄົມພັດທະນາຄົນພິການ ແຂວງຊຽງຂວາງ), 1 ໂຄງການມີ ມູນຄ່າ 30.000 ໂດລາສະຫະລັດ. ປັດຈຸບັນອົງການຈັດຕັັ້ງສາກົນ ທີີ່ບໍ່ ສັງກັດລັດຖະບານ ມີ 15 ອົງການ, 21 ໂຄງການມູນຄ່າ 36.023.107 ໂດລາສະຫະລັດ, ອົງການຈັດຕັັ້ງ ສັງຄົມ ມີ 1 ສະມາຄົມ, 1 ໂຄງການ ມູນຄ່າ 39.999 ໂດລາສະຫະລັດ ພະນັກງານທ້ອງຖິິ່ນຄົນລາວທີີ່ເຮັດ ວຽກນຳໂຄງການມີ 975 ຄົນ, ມີ ຊ່ຽວຊານຕ່າງປະເທດ 5 ຄົນ ຍິງ 2 ຄົນ, ບັນດາອົງການດັ່ງກ່າວແມ່ນ ຈັດຕັັ້ງປະຕິບັດໂຄງການຢູ່ຫລາຍ ຂະແໜງການຄື: ສາທາລະນະສຸກ, ສຶກສາ, ກະສິກຳ, ແຮງງານ ແລະ ສະຫວັດດີການສັງຄົມ (ວຽກງານ ສີມືແຮງງານ, ເກັບກູ້ລະເບີດ, ຄົນ ພິການ, ໄພພິບັດ ແລະ ວຽກງານ ສຸກເສີນ) ແລະ ຂະແໜງການອື່ນໆ. ປະກອບມີພະນັກງານ ແລະ ຊ່ຽວ ຊານຕ່າງປະເທດ ທີີ່ມີບົດຮຽນ ໃນວຽກງານການພັດທະນາ ກໍຄື ການເຮັດວຽກກັບຊຸມຊົນໂດຍ ກົງ, ມີວິທີການຊຸກຍູ້ໃຫ້ປະຊາຊົນ ມີສ່ວນຮ່ວມ, ມີປະສົບການໃນ ການພັດທະນາຊຸມຊົນແບບຍືນຍົງ ການສ້າງຄວາມເຂັ້ມແຂງດ້ວຍ ຕົນເອງໃຫ້ແກ່ຊຸມຊົນ ແລະ ອື່ນໆ ຊຶ່ງເປັນການຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອ ລະກ້າວ. ໂຄງການເກັບກູ້ລະເບີດ ແຫ່ງຊາດລາວ ປະຈຳແຂວງຊຽງ ຂວາງ ມີພະນັກງານ 201 ຄົນ, ຍິງ 56 ຄົນ, ຊ່ຽວຊານລາວ 2 ຄົນ, ຍິງ 1 ທ່ານ, ຊ່ວຍວິຊາການຊ່ຽວຊານ 1 ຍິງ 1 ຄົນ, ປະກອບດ້ວຍ 18 ທີມ, ການຈັດຕັ້ງປະຕິບັດວຽກງານຢູ່ 4 ເມືອງຄື: ເມືອງຄຳ, ເມືອງແປກ, ເມືອງພູກູດ ແລະ ເມືອງໝອງແຮດ ໂດຍໄດ້ຮັບທຶນສະໜັບສະໜູນ ຈາກ ປະເທດນິວຊີແລນ 3.182.270 ໂດລາສະຫະລັດ, ປະຕິບັດໄດ້ 30 ບ້ານ ທຳລາຍລະເບີດໄດ້ 3.139 ໜ່ວຍ ໃນນັ້ນ, 690 ໜ່ວຍແມ່ນ ລະເບີດລູກຫວ່ານ, ກວດກູ້ໄດ້ l5 dlk]kmq j 'c7o g,n v'dt]b , wfh Ia [v5 xtdvodkocrf ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ອົງການແຄຣ໌ ນາໆຊາດ ປະຈໍາ ສປປ ລາວ ຕາງ ໜ້າໂດຍ ທ່ານ ລີໄຊ ໂພທິສັດ ຜູ້ ປະສານງານວຽກງານສື່ສານອົງ ການແຄຣ໌ ປະຈໍານະຄອນຫລວງ ວຽງຈັນ, ມີທ່ານ ອະນຸສິດ ອຸວອນ ພະນັກງານອົງການແຄຣ໌ ປະ ຈໍາແຂວງເຊກອງ ພ້ອມດ້ວຍພະ ນັກງານປະຈໍາສະໜາມພາກໃຕ້ (ສາລະວັນ, ເຊກອງ) ຂອງອົງ ການແຄຣ໌ ໃນໂອກາດທີ່ເຂົ້າຮ່ວມ ຝຶກອົບຮົມທົບທວນຄືນຄວາມຮູ້ ດ້ານການສື່ສານໃຫ້ພະນັກງານ ຂອງອົງການແຄຣ໌ ລົງຢ້ຽມຢາມ ໂຄງການພັນວັນ ຢູ່ບ້ານລະກາຍ ພ້ອມທັງມອບອຸປະກອນການແພດ ໃຫ້ສຸກສາລາທົ່ງແຄນ ເມືອງກະ ລຶມ ແຂວງເຊກອງ ໃນວັນທີ 14 ມັງກອນ 2026. ທ່ານ ລີໄຊ ໂພທິສັດ ໃຫ້ຮູ້ວ່າ: ພາຍຫລັງທີ່ໄດ້ຈັດຝຶກອົບຮົມທົບ ທວນຄືນຄວາມຮູ້ດ້ານການສື່ສານ ໃຫ້ພະນັກງານປະຈໍາສະໜາມ ພາກໃຕ້ ຂອງອົງການແຄຣ໌ ພາກ ທິດສະດີແລ້ວ ໄດ້ນໍາພານັກສໍາມະ ນາກອນລົງປະຕິບັດຕົວຈິງ ພ້ອມ ທັງລົງຢ້ຽມຢາມບ້ານເປົ້າໝາຍ ໂຄງການພັນວັນ ທີ່ບ້ານລະກາຍ ເມືອງກະລຶມແຂວງເຊກອງ ເພື່ອຝຶກ ປະຕິບັດການຖ່າຍຮູບ, ຖ່າຍວິດີໂອ ແລະ ເຕັກນິກການສໍາພາດຕົວຈິງ ເພື່ອເກັບກຳຂໍ້ມູນ, ຮູບພາບ ແລະ ເລື່ອງລາວທີ່ມີຄຸນນະພາບ ຊຶ່ງໄດ້ ຮັບຊົມການສະແດງລະຄອນ ຂອງ ພະນັກງານແພດ, ອາສາສະໝັກ ບ້ານ ແລະ ປະຊາຊົນ ກ່ຽວກັບການ ໂຄສະນາສຸຂະສຶກສາ ດ້ານໂພຊະ ນາການພັນວັນ ໃຫ້ແມ່ຍິງຖືພາ ແລະ ເດັກເກີດໃໝ່ ຮອດພັນວັນ ເພື່ອໃຫ້ ໄດ້ຮັບໂພຊະນາການທີ່ດີ. ໃນໂອ ກາດດັ່ງກ່າວ ທາງອົງການແຄຣ໌ ໄດ້ ມອບແນວພັນພືດຜັກ ໃຫ້ແກ່ບ້ານ ດັ່ງກ່າວ ໂດຍກ່າວຮັບແມ່ນ ທ່ານ ຄໍາໄພ ໄຊສົງຄາມ ນາຍບ້ານ-ບ້ານ ລະກາຍ ແລ້ວມອບຕໍ່ໃຫ້ປະຊາຊົນ ຄອບຄົວເປົ້າໝາຍ (ຄອບຄົວພັນ ວັນ) ເພື່ອໃຫ້ໄດ້ປູກບໍລິໂພກພາຍໃນ ຄອບຄົວ ຊຶ່ງພາຍໃນບ້ານລະກາຍ ມີ 17 ຄອບຄົວ ທີ່ຢູ່ໃນເປົ້າໝາຍຂອງ ໂຄງການພັນວັນ ຂອງອົງການແຄຣ໌ ປະຈໍາແຂວງເຊກອງ. ໃນມື້ດຽວກັນ, ທາງອົງການ ແຄຣ໌ ຍັງໄດ້ນໍາເອົາອຸປະກອນການ ແພດ ປະກອບມີ: ໂຕະເຫລັກ, ຕັ່ງ, ຕູ້ເອກະສານ, ຕຽງ ແລະ ຜ້າກັ້ງ ກັ້ນກວດຄົນເຈັບ, ປ້າຍອະຄີລິກ (ຫ້ອງໃຫ້ຄໍາປຶກສາທີ່ເປັນມິດແກ່ ເຍົາວະຊົນ ແລະ ໄວໜຸ່ມ), ຜ້າກັ້ງ ປ່ອງຢ້ຽມ+ໄມ້ແຂວນ, ພັດລົມ ແຂວນຝາ, ຊຸດດອກໄຟ 40 ວັດ, ສີທາພາຍໃນ, ລູກກິ້ງ-ແປງທາສີ ລວມມູນຄ່າເກືອບ 19 ລ້ານກີບ ມອບໃຫ້ສຸກສາລາທົ່ງແຄນ, ກ່າວ ມອບໂດຍ ທ່ານ ອະນຸສິດ ອຸວອນ ພະນັກງານໂຄງການພັນວັນ ຂອງ ອົງການແຄຣ໌ ປະຈໍາແຂວງເຊກອງ ແລະ ກ່າວຮັບໂດຍ ທ່ານ ນາງ ສາວ ຍຸດດາໄລ ຫົວໜ້າສຸກສາລາທົ່ງ ແຄນ. ຂ່າວ: ພຸດທະສອນ, ພາບ: ອົງ ການແຄຣ໌ g,n v'\n j o g-n j v,-b ,gvdtlkodj P;da [[A og]n vd8A ' ll- -5 fmu X c]t lr0 -5 fmu V ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 16 ມັງກອນ 2026 ນີ້ ຢູ່ທີ່ສະໂມສອນ ຫ້ອງວ່າການເມືອງໝື່ນ ແຂວງວຽງ ຈັນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກ່ຽວກັບ ບັ້ນເລືອກຕັ້ງ ສະມາຊິກສະພາ ແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນ (ສພຂ) ແຂວງ ວຽງຈັນ ຊຸດທີ V ໂດຍການເປັນ ປະທານ ຂອງ ທ່ານ ສອນໄຊ ຫລວງອາໄພ ເລຂາຄະນະບໍລິຫານ ງານພັກເມືອງໝື່ນ, ມີບັນດາຄະນະ ປະຈໍາພັກເມືອງ, ກໍາມະການພັກ ເມືອງ, ຫ້ອງການ, ປກຊ-ປກສ, ເລຂາພັກບ້ານ, ນາຍບ້ານ ແລະ ພະນັກງານ-ລັດຖະກອນອ້ອມຂ້າງ ເມືອງເຂົ້າຮ່ວມ. ທ່ານ ບຸນເຕັງ ສໍວິໄລວົງ ຫົວໜ້າ ຄະນະຈັດຕັ້ງເມືອງໝື່ນ ໄດ້ຜ່ານ ມະຕິຂອງຄະນະປະຈຳສະພາປະ ຊາຊົນ ແຂວງວຽງຈັນ ສະບັບ ເລກທີ 10/ ຄປຈ,ວຈ ວ່າດ້ວຍການ ແຕ່ງຕັ້ງຄະນະກຳມະການເລືອກ ຕັ້ງຂັ້ນເມືອງ ຂອງເມືອງໝື່ນ ເພື່ອ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະພາ ປະຊາຊົນ ແຂວງວຽງຈັນ ຊຸດທີ V. ພ້ອມນີ້, ຍັງໄດ້ຜ່ານເອກະສານ ແຜນດຳເນີນງານເລືອກຕັ້ງຂອງ ຄະນະກຳມະການເລືອກຕັ້ງຂັ້ນ ເມືອງ, ຜ່ານແຈ້ງການຂອງຄະນະ ກຳມະການເລືອກຕັ້ງ ເມືອງໝື່ນ ສະບັບເລກທີ 02/ຄລປມ,ມໝ ກ່ຽວກັບການເກັບກໍາສະຖິຕິພົນ ລະເມືອງ ແລະ ຜູ້ທີ່ມີສິດປ່ອນບັດ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ແຂວງວຽງຈັນ ຊຸດທີ V. ໂອກາດນີ້, ທ່ານສອນໄຊຫລວງ ອາໄພ ໄດ້ກ່າວວ່າ: ການເຊື່ອມຊຶມ ເອກະສານ ເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ວຽງຈັນ ຊຸດທີ V ໃນຄັ້ງນີ້ ເພື່ອ ເຮັດໃຫ້ຄະນະກໍາມະການເລືອກຕັ້ງ ຂັ້ນເມືອງ, ບັນດາອະນຸກໍາມະການ ຂອງຄະນະກໍາມະການເລືອກຕັ້ງ ຂັ້ນເມືອງ ແລະ ຄະນະຮັບຜິດຊອບ ໜ່ວຍປ່ອນບັດເລືອກຕັ້ງ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ບັນດາເອກະສານ ທີ່ສໍາຄັນຕ່າງໆ ເພື່ອກະກຽມເຂົ້າ ໃນບັ້ນເລືອກຕັ້ງ ທີ່ຈະມາເຖິງໃນ ມໍ່ໆນີ້ ໃຫ້ຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ ພ້ອມທັງໄດ້ ຮຽກຮ້ອງໃຫ້ອົງການຈັດຕັ້ງທຸກ ພາກສ່ວນໃນທົ່ວເມືອງໝື່ນ ຈົ່ງເພີ່ມ ທະວີວຽກງານປ້ອງຊາດ-ປ້ອງກັນ ຄວາມສະຫງົບ ຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນໃຫ້ມີ ຄວາມສະຫງົບປອດໄພ. ຂ່າວ-ພາບ: ວັນນາ 660 ເຮັກຕາ, ຈັດຕັ້ງປະຕິບັດ ໄດ້ 686 ເຮັກຕາ ທຽບກັບແຜນປີ ປະຕິບັດໄດ້ 104%, ອົງການເກັບ ກູ້ລະເບີດແຫ່ງຊາດລາວ ໄດ້ຮັບ ທຶນສະໜັບສະໜູນຈາກສະຫະລັດ ອາເມລິກາ ໂດຍນຳໃຊ້ງົບປະມານ 6.299.536 ໂດລາສະຫະລັດ, ມີ ພະນັກງານ 910 ຄົນ ຍິງ 377 ຄົນ, ຊ່ຽວຊານຕ່າງປະເທດ 3 ຄົນ, ຊ່ຽວຊານລາວ 1 ຄົນ, ຍິງ 1 ຄົນ, ປະກອບດ້ວຍ 79 ທີມ, ການ ຈັດຕັ້ງປະຕິບັດກິດຈະກຳຢູ່ 7 ເມືອງ ຈຳນວນ 48 ບ້ານ ທຳລາຍລະເບີດ ໄດ້ 2.072 ໜ່ວຍ. ໂອກາດນີ້, ທ່ານ ນາງ ຄຳພັດ ວັນລາສີ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງພັກ-ລັດ ແລະ ປະຊາຊົນຈາກປະເທດຕ່າງໆ ທີ່ ໃຫ້ການຊ່ວຍເຫລືອ ພ້ອມທັງເນັ້ນ ໃຫ້ເພີີ່ມທະວີການປະສານງານ ລະຫວ່າງ ສູນກາງ-ທ້ອງຖິິ່ນ ແລະ ອົງການຈັດຕັັ້ງສາກົນ ຊຸກຍູ້ໃຫ້ ທຸກພາກສ່ວນປະຕິບັດກົນໄກການ ປະສານງານສົ່ງບົດລາຍງານການ ຈັດຕັັ້ງປະຕິບັດ ແລະ ແຜນການ ລົງເຄື່ອນໄຫວໃຫ້ກອງເລຂາຢ່າງ ເປັນລະບົບ ແລະ ທັນເວລາ, ຄະນະ ຮັບຜິດຊອບ ແລະ ພະນັກງານປະ ສານງານເຊື່ອມຊຶມກຳແໜ້ນແນວ ທາງການຕ່າງປະເທດ, ບັນດາ ນິຕິກຳຄຸ້ມຄອງ ແລະ ເນື້ອໃນ MOU ຢ່າງເລິກເຊິິ່ງ, ຄັດເລືອກ ແລະ ບຳລຸງສ້າງບຸກຄະລາກອນ ທີີ່ມີເງື່ອນໄຂເໝາະສົມ ແລະ ການ ຕິດຕາມກວດກາຊ່ຽວຊານຕ່າງ ປະເທດ, ຮັບປະກັນໃຫ້ການຈັດ ຕັັ້ງປະຕິບັດກິດຈະກຳສອດຄ່ອງ ກັບ MOU ແລະ ສະພາບຕົວຈິງ. ພ້ອມນີ້, ໂຄງການທີີ່ໃກ້ສິ້ນສຸດ ຕ້ອງມີການປະເມີນຜົນກ່ອນການ ຕົກລົງຕາມໄລຍະ, ສ່ວນໂຄງການ ທີີ່ມີງົບປະມານເຫລືອຍ້ອນເຫດ ຜົນທີີ່ຈຳເປັນຕ້ອງສະເໜີ, ກຳນົດ ເຂດພື້ນທີີ່ ແລະ ບ້ານເປົ້າໝາຍໃຫ້ ຊັດເຈນ ບົນພື້ນຖານການປຶກສາ ຫາລືຮ່ວມກັນ ລະຫວ່າງພາກລັດ ແລະ ໂຄງການ, ສືບຕໍ່ກວດກູ້ ແລະ ທຳລາຍລະເບີດ ໂຄສະນາຜົນຮ້າຍ ຂອງລະເບີດບໍ່ທັນແຕກຕາມແຜນ ການທີ່ວາງໄວ້ ແລະ ພົວພັນລາຍ ງານການຈັດຕັ້ງປະຕິບັດວຽກງານ ໃຫ້ເປັນປົກກະຕິ. ຂ່າວ: ບຸນມີ ແສງທຸມມີ
RkJQdWJsaXNoZXIy MTc3MTYxMQ==