7198

8ts]vf 40 xu csj 'dkoxj Pocx'.\j s;Pfok, [a o]5 zq oleg]a fva opyj '.spj c]t Iv[fh ko.om5 d0q 'g0f 19/01/2026 ໂດຍ: ບກ gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ການປ່ຽນແປງໃໝ່ທີ່ລິ ເລີ່ມແລະນຳພາໂດຍພັກກອມມູນິດ ຫວຽດນາມ ຖືເປັນການຕັດສິນໃຈ ທີ່ມີລັກສະນະປະຫວັດສາດ, ເປັນພາ ລະກິດສ້າງສາທີ່ຍິ່ງໃຫຍ່, ສອດ ຄ່ອງກັບສະພາບຄວາມເປັນຈິງ ຂອງຫວຽດນາມ, ເປັນໄປຕາມກົດ ເກນການພັດທະນາ ແລະ ທ່າອ່ຽງ ລວມຂອງຍຸກສະໄໝ. ພາຍໃຕ້ການ ນຳພາຂອງພັກ, ຕະຫລອດໄລຍະ ເກືອບ40ປີແຫ່ງການດຳເນີນການ ປ່ຽນແປງໃໝ່, ຫວຽດນາມ ໄດ້ ບັນລຸຜົນສຳເລັດອັນຍິ່ງໃຫຍ່ ແລະ ມີຄວາມໝາຍທາງປະຫວັດສາດ ໃນຫລາຍຂົງເຂດ. ຄວາມເປັນເອກະ ລາດ, ອະທິປະໄຕຂອງຊາດ ແລະ ສະພາບແວດລ້ອມແຫ່ງສັນຕິພາບ ໄດ້ຮັບການຮັກສາເປັນຢ່າງດີ, ຮັບ ປະກັນສະຖຽນລະພາບທາງດ້ານ ການເມືອງ ແລະ ສັງຄົມ, ເສດຖະ ກິດ ໄດ້ຮັບການພັດທະນາຢ່າງຕໍ່ ເນື່ອງ, ຄວາມໝັ້ນຄົງທາງດ້ານ ປ້ອງກັນຊາດ ແລະ ປ້ອງກັນຄວາມ ສະຫງົບພາຍໃນ ໄດ້ຮັບການຮັບ ປະກັນຢ່າງແໜ້ນໜາ. ຄຸນນະພາບ ຊີວິດທັງທາງດ້ານວັດຖຸແລະຈິດໃຈ ຂອງປະຊາຊົນ ໄດ້ຮັບການຍົກສູງ ຂຶ້ນຢ່າງບໍ່ຢຸດຢັ້ງ. ໃນຂະນະດຽວ ກັນ, ບົດບາດ ແລະ ອິດທິພົນຂອງ ຫວຽດນາມ ໃນເວທີສາກົນ ກໍໄດ້ ຮັບການເສີມສ້າງ ແລະ ຍົກສູງຂຶ້ນ ຢ່າງຕໍ່ເນື່ອງ. ຜົນສຳເລັດດັ່ງກ່າວ ເປັນຮາກ ຖານສຳຄັນທີ່ເຮັດໃຫ້ປະເທດຊາດ ກ້າວເຂົ້າສູ່ໄລຍະການພັດທະນາ ໃໝ່ຢ່າງໝັ້ນຄົງ, ແມ່ນໄລຍະແຫ່ງ ການຍົກລະດັບສູ່ການພັດທະນາທີ່ ເຂັ້ມແຂງ, ຮັ່ງມີ ແລະ ສີວິໄລ, ເພື່ອ ສືບຕໍ່ຄວາມມຸ່ງຫວັງໃນການສ້າງ ປະເທດຫວຽດນາມ ໃຫ້ມີຄວາມ ຈະເລີນຮຸ່ງເຮືອງ, ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ມີຄວາມຜາ ສຸກ, ພ້ອມທັງກ້າວເດີນຢ່າງໝັ້ນ ທ່ຽງບົນເສັ້ນທາງສູ່ສັງຄົມນິຍົມ. ຜົນສຳເລັດດ້ານເສດຖະກິດ, ກ່ອນການປ່ຽນແປງໃໝ່, ຫວຽດ ນາມ ເປັນປະເທດທີ່ທຸກຍາກ ແລະ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກສົງຄາມ. ໃນໄລຍະທ້າຍທົດ ສະວັດ 1970 ແລະ ຕົ້ນທົດສະວັດ 1980, ປະເທດຊາດໄດ້ຜະເຊີນກັບ ວິກິດການທາງດ້ານເສດຖະກິດສັງຄົມຢ່າງຮຸນແຮງ, ອັດຕາເງິນເຟີ້ ໃນບາງໄລຍະສູງເຖິງ 774,7%, ສົ່ງຜົນໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນພົບຄວາມຫຍຸ້ງຍາກລຳ ບາກທີ່ສຸດ. ພາຍຫລັງການດຳເນີນ ນະໂຍບາຍປ່ຽນແປງໃໝ່, ເສດຖະ ກິດເລີ່ມຟື້ນຕົວ ແລະ ເຕີບໂຕຢ່າງ ຕໍ່ເນື່ອງ ດ້ວຍອັດຕາການຂະຫຍາຍ ຕົວອ່າວສູງ, ສະເລ່ຍເກືອບ 7% ຕໍ່ປີ. ໃນໄລຍະປີ 1986-2023, ອັດຕາການເຕີບໂຕທາງເສດຖະກິດ ສະເລ່ຍຢູ່ທີ່ປະມານ 6,55% ຕໍ່ປີ. ຫວຽດນາມ ໄດ້ຫັນປ່ຽນຈາກ ປະເທດທຸກຍາກທີ່ມີພື້ນຖານທາງ ເສດຖະກິດ ແລະ ສັງຄົມຫລ້າຫລັງ ກາຍເປັນປະເທດທີ່ກຳລັງພັດທະ ນາທີ່ມີລາຍຮັບປານກາງ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດພາກ ພື້ນ ແລະ ລະດັບໂລກຢ່າງເລິກເຊິ່ງ. ນັບຕັ້ງແຕ່ປີ 2008, ຫວຽດນາມ ໄດ້ຫລຸດພົ້ນອອກຈາກກຸ່ມປະເທດ ທີ່ມີລາຍໄດ້ຕ່ຳ. ປັດຈຸບັນ, ຫວຽດ ນາມ ຖືກຈັດຢູ່ໃນອັນດັບ 40 ປະ ເທດທີ່ມີພື້ນຖານເສດຖະກິດຂະ ໜາດໃຫຍ່ຂອງໂລກ, ມີມູນຄ່າການ ຄ້າລະຫວ່າງປະເທດຢູ່ໃນກຸ່ມ 20 ອັນດັບທຳອິດຂອງໂລກ ແລະ ເປັນ ກົນໄກສຳຄັນໃນຂອບສັນຍາການ ຄ້າເສລີ (FTA) ຈຳນວນ 16 ສະບັບ ເຊິ່ງເຊື່ອມໂຍງກັບເສດຖະ ກິດຫລັກປະມານ 60 ແຫ່ງທົ່ວ ໂລກ. ລາຍໄດ້ສະເລ່ຍຕໍ່ຫົວຄົນໃນ ປີ 2025 ເພີ່ມຂຶ້ນເກືອບ 25 ເທົ່າ ເມື່ອທຽບກັບໄລຍະເລີ່ມຕົ້ນການ ປ່ຽນແປງໃໝ່. ຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈຂອງປະຊາຊົນ ມີຄວາມ ຫລາກຫລາຍແລະອຸດົມສົມບູນຂຶ້ນ. ລັດຖະບານໄດ້ປະກາດໃຊ້ ແລະ ດຳ ເນີນໂຄງການເປົ້າໝາຍລະດັບຊາດ ດ້ານການພັດທະນາວັດທະນະທຳ ພ້ອມທັງເພີ່ມທະວີການຈັດສັນງົບ ປະມານຂອງລັດ ເພື່ອການອະນຸ ລັກ, ບູລະນະ ແລະ ສົ່ງເສີມຄຸນຄ່າ ມໍລະດົກທາງວັດທະນະທຳ. ການສຶກສາ ແລະ ການຝຶກອົບ ຮົມ ໄດ້ຮັບການພັດທະນາຢ່າງຮອບ ດ້ານນັບຕັ້ງແຕ່ລະດັບອະນຸບານ ຈົນເຖິງລະດັບອຸດົມສຶກສາ, ຂະ ໜາດ ແລະ ເຄືອຂ່າຍສະຖານການ ສຶກສາຂະຫຍາຍຕົວ ເພື່ອຕອບສະ ໜອງຄວາມຕ້ອງການໃນການຮຽນ ຮູ້ຕະຫລອດຊີວິດຂອງປະຊາຊົນ. ຫວຽດນາມ ໄດ້ບັນລຸການສຶກສາ ພາກບັງຄັບລະດັບອະນຸບານສຳລັບ ເດັກອາຍຸ 5 ປີ (2017), ລະດັບປະ ຖົມສຶກສາ (2000) ແລະ ລະດັບ ມັດທະຍົມສຶກສາຕອນຕົ້ນ(2010). ຄຸນນະພາບການສຶກສາຂັ້ນພື້ນຖານ ທັງໃນວົງກວ້າງ ແລະ ລະດັບວິຊາ ສະເພາະມີການຫັນປ່ຽນໃນທິດ ທາງທີ່ຕັ້ງໜ້າແລະ ໄດ້ຮັບການຍອມ ຮັບໃນລະດັບສາກົນ. ການສຶກສາ ລະດັບອຸດົມສຶກສາມີການປ່ຽນແປງ ໃໝ່ ຄວບຄູ່ກັບການເພີ່ມຄວາມເປັນ ເອກະລາດ, ສອດຄ່ອງກັບຄວາມ ຕ້ອງການຂອງຕະຫລາດແຮງ ງານ, ການວິໄຈທາງດ້ານວິທະຍາ ສາດ, ການຖ່າຍທອດເຕັກໂນໂລຊີ ແລະ ການຕີພິມຜົນງານທາງດ້ານ ວິຊາການໃນລະດັບສາກົນເພີ່ມຂຶ້ນ ຢ່າງຈະແຈ້ງ. *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ໂຄງປະກອບເສດຖະກິດມີການ ຫັນປ່ຽນຕາມທິດອຸດສາຫະກຳ ແລະ ທັນສະໄໝ, ຂະແໜງອຸດສາ ຫະກຳ ແລະ ການບໍລິການພັດທະ ນາຢ່າງວ່ອງໄວ, ກວມເອົາປະມານ 85%ຂອງຜະລິດຕະພັນລວມພາຍ ໃນປະເທດ. ຂະແໜງກະສິກຳບໍ່ພຽງ ແຕ່ຮັບປະກັນຄວາມໝັ້ນຄົງທາງ ດ້ານສະບຽງອາຫານເທົ່ານັ້ນ, ແຕ່ ຍັງເຮັດໃຫ້ຫວຽດນາມ ກ້າວຂຶ້ນ ເປັນໜຶ່ງໃນປະເທດຜູ້ສົ່ງອອກເຂົ້າ ແລະ ສິນຄ້າກະສິກຳຫລັກອັນດັບ ຕົ້ນໆຂອງໂລກ. ແຮງຂັບເຄື່ອນການ ເຕີບໂຕແມ່ນອີງໃສ່ວິທະຍາສາດ, ເຕັກໂນໂລຊີ,ນະວັດຕະກຳແລະການ ເພີ່ມສະມັດຕະະພາບໃຫ້ຫລາຍຂຶ້ນ. ຕໍ່ຜົນສຳເລັດດ້ານວັດຖຸທະນະ ທຳ ແລະ ສັງຄົມ, ທາງດ້ານວັດທະ ນະທຳ ມີການພັດທະນາທີ່ສຳຄັນ, ມີສ່ວນຊ່ວຍເຫລືອຕໍ່ການພັດທະນາ ແບບຍືນຍົງຂອງປະເທດ. ການອະ ນຸລັກ ແລະ ສົ່ງເສີມຄຸນຄ່າມໍລະດົກ ທາງວັດທະນະທຳ ໄດ້ຮັບຄວາມ ສົນໃຈຫລາຍຂຶ້ນ, ປະສິດທິພາບ ການຄຸ້ມຄອງຂອງລັດໃນຂົງເຂດ ວັດທະນະທຳ ໄດ້ຮັບການເສີມສ້າງ ຢ່າງຕໍ່ເນື່ອງ. ປັດຈຸບັນ, ທົ່ວປະເທດ ມີ ເກືອບ 8.000 ບຸນປະເພນີ ທີ່ສືບ ທອດກັນມາ, ເຊື່ອມໂຍງກັບຄວາມ ເຊື່ອຖືພື້ນເມືອງ, ຮີດຄອງປະເພນີ, ສິລະປະການສະແດງພື້ນເມືອງ, ການລະຫລິ້ນພື້ນເມືອງ ແລະ ໝູ່ ບ້ານຫັດຖະກຳດັ່ງເດີມໃນທຸກພາກ. ລະບົບພື້ນຖານທາງວັດທະນະ ທຳ ໄດ້ຮັບການລົງທຶນຢ່າງຕໍ່ເນື່ອງ,

RkJQdWJsaXNoZXIy MTc3MTYxMQ==