gsfdko{dkora fmtok a xtgmf]k; ( 15/01/2026 sh v'dkolkmk]totl5 d g,n v'w-pt[6 ]u lts]5 [;Pd'ko c]t ;k'my fmk'czodko8= j |h k ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ຫ້ອງການ ສາທາລະນະສຸກ ເມືອງໄຊຍະບູລີ ຈັດກອງປະຊຸມສະຫລຸບວຽກງານ ສາທາລະນະສຸກ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ໃນທ້າຍອາທິດຜ່ານມາ ໂດຍມີ ທ່ານ ພັນ ພອນສະຫວັດ ຮອງປະທານ ຄະນະກຳມະການປົກຄອງເມືອງ ໄຊຍະບູລີ, ທ່ານ ດຣ. ຄູນສະຫວັນ ດີດາລາວົງ ຮອງຫົວໜ້າພະແນກ ສາທາລະນະສຸກ ແຂວງໄຊຍະບູ ລີ, ມີບັນດາຫ້ອງການຂົງເຂດວັດ ທະນະທໍາ-ສັງຄົມເມືອງ, ຂະແໜງ ການ, ອໍານວຍການໂຮງໝໍແຂວງ, ໜ່ວຍງານ, ສຸກສາລາ ແລະ ພະນັກ ງານຫ້ອງການສາທາລະນະສຸກ ເມືອງເຂົ້າຮ່ວມ. ທ່ານ ດຣ. ຈັນທະວົງ ອ່ອນສົມ ລີ ຫົວໜ້າຫ້ອງການສາທາລະນະ ສຸກເມືອງ ໄດ້ໃຫ້ຮູ້ວ່າ: ທົ່ວເມືອງໄຊ ຍະບູລີ ມີ 78 ບ້ານ, ມີພົນລະເມືອງ 84.061 ຄົນ ຍິງ 41.473 ຄົນ, ມີ 15.981 ຄອບຄົວ, ປະກອບມີ 8 ເຜົ່າທີ່ດຳລົງຊີວິດຮ່ວມກັນ, ມີ ສຸກສາລາ 10 ແຫ່ງ, ພະນັກງານລັດຖະກອນສາທາລະນະສຸກ 61 ຄົນ ຍິງ 43 ຄົນ, ອາສາສະໝັກ 7 ຄົນ ຍິງ 6 ຄົນ ລວມທັງລັດຖະ ກອນ ແລະ ອາສາສະໝັກ 68 ຄົນ ຍິງ 49 ຄົນ, ມີບ້ານສາທາລະນະ ສຸກແບບຢ່າງ 78 ບ້ານເທົ່າກັບ 100%, ບ້ານຢຸດຕິການຖ່າຍຊະ ຊາຍ 78 ບ້ານ ເທົ່າກັບ 100%, ອັດຕາການເຂົ້າເຖິງການບໍລິການ ດ້ານສຸຂະພາບ ກວມເອົາ 100%. ໃນໄລຍະຜ່ານມາ ວຽກງານບໍລິ ການລູກຫ່າງ ມີຜູ້ບໍລິການລູກຫ່າງ ໃໝ່ 147 ຄົນ, ທຽບໃສ່ປີ 2024 ເພີ່ມຂຶ້ນ 17 ຄົນ, ທຽບໃສ່ແຜນການ 150 ຄົນ (ບໍ່ບັນລຸ); ວຽກງານ ເກີດລູກ, ຈຳນວນເກີດລູກ 1.246 ຄົນ, ທຽບໃສປີ 2024 ຫລຸດລົງ 335 ຄົນ, ເກີດລູກຢູ່ສະຖານທີ່ ບໍລິການສາທາລະນະສຸກ 1.206 ຄົນ ເທົ່າກັບ 96,78% ທຽບໃສ ປີ 2024 ເພີ່ມຂຶ້ນ 1,53% ທຽບ ໃສ່ແຜນການປີ (95,87%) ໄດ້ ລື່ນຄາດໝາຍ, ວຽກຄຸ້ມຄອງ ນ້ຳສະອາດ ແລະ ນໍ້າປອດໄພ, ແຫລ່ງນໍ້າທີ່ປະຊາຊົນຊົມໃຊ້ທົ່ວ ເມືອງ ປະກອບມີ: ນໍ້າປະປາ 29 ບ້ານ, ນໍ້າລິນ 43 ແຫ່ງ, ນໍ້າສ້າງ 3.510 ບໍ່ ແລະ ນໍ້າບາດານ 838 7v[7q ;m5 dpkd [h ko.spj ok;k g,n v']t,k, wfh Ia [g7n j v'-j ;pgs]n v ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ທ່ານ ນາງ ຈັນ ສະໄໝ ວິໄລສານ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງເຊ ກອງ, ທ່ານ ໄຂຄໍາ ດອຍສີທົນ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງເຊກອງ ແລະ ຜູ້ຕາງໜ້າ ທະນາຄານພັດທະນາລາວ ສາຂາ lr0 lts;a ootg0f c]t 7e,j ;o rq [xtc]dxj Po[q fIPoIj ;,da o ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ປະຊຸມ ພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະເລຂາທິການສະພາ ປະຊາຊົນ (ສພຂ) ແຂວງຄໍາ ມ່ວນ ກັບຄະນະເລຂາທິການສະພາ ປະຊາຊົນ ແຂວງສະຫວັນນະເຂດ ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ ແຂວງຄໍາມ່ວນ ໂດຍມີ ທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານ ສະພາປະຊາຊົນແຂວງ ສະຫວັນ ນະເຂດ, ທ່ານ ພູທອນ ພຸດທະຂັນຕີ ເລຂາທິການສະພາປະຊາຊົນ ແຂວງສະຫວັນນະເຂດ, ທ່ານ ບົວ ພັນ ແສງຈັນ ຮອງປະທານສະພາ ປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ສະເຫລີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນແຂວງ ຄຳມ່ວນ. ການແລກປ່ຽນບົດຮຽນຄັ້ງ ນີ້ ແມ່ນໄດ້ລົງເລິກກ່ຽວກັບການ ຈັດຕັ້ງປະຕິບັດການເຄື່ອນໄຫວ ວຽກງານ ຂອງຄະນະເລຂາທິການ ສະພາປະຊາຊົນຂັ້ນແຂວງ ທັງສອງ ແຂວງ ໃຫ້ກັນຮັບຊາບ ໂດຍ ສະເພາະ ການເປັນເສນາທິການ ໃຫ້ ແກ່ສະພາປະຊາຊົນແຂວງ, ຄະນະ ປະຈໍາສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ເປັນຕົ້ນ ວຽກງານດ້ານເນື້ອໃນ, ວຽກງານ ກົງຈັກການຈັດຕັ້ງ ແລະ ບຸກຄະ ລາກອນ, ວຽກງານງົບປະມານການເງິນ, ວຽກງານບໍລິຫານພິທີການ, ວຽກງານສື່ມວນຊົນ, ວຽກງານກວດກາ ແລະ ວຽກງານ ອື່ນໆ ທັງນີ້ກໍເພື່ອສ້າງເງື່ອນໄຂໃຫ້ ບັນດາຂະແໜງການ ໄດ້ແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ໃນການ ປະຕິບັດໜ້າທີ່ວຽກງານຜ່ານມາ ແລະ ການກະກຽມ ໃຫ້ແກ່ການ ດຳເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນຂັ້ນແຂວງ ໃຫ້ໄດ້ຮັບຜົນດີ ແລະ ສອດຄ່ອງ ກັບສະພາບເງື່ອນໄຂຈຸດພິເສດໃນ ປັດຈຸບັນ ເພື່ອຮັບປະກັນທາງດ້ານ ຮູບການ, ວິທີການ, ຂັ້ນຕອນການ ດຳເນີນ, ການກະກຽມວຽກງານ ທາງດ້ານບໍລິຫານ ແລະ ພິທີການ ຮັບໃຊ້ການດຳເນີນກອງປະຊຸມດັ່ງ ກ່າວ ໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ທັນການ ແລະ ມີຜົນສຳເລັດຕາມ ຄາດໝາຍ. ໃນກອງປະຊຸມ, ສະພາປະຊາຊົນ ແຂວງທັງສອງແຂວງ ກໍໄດ້ຕີລາ ລາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ການພົບປະ ແລກປ່ຽນບົດຮຽນຄັ້ງນີ້ ແມ່ນຄັ້ງ ທຳອິດ ຊຶ່ງເຫັນໄດ້ໝາກຜົນຫລາຍ ຢ່າງ ໃນການເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານ ຂອງສະພາ ປະຊາຊົນທັງສອງ ໃຫ້ໜັກແໜ້ນ ບົນ ພື້ນຖານ ພາລະບົດບາດ, ສິດ ແລະ ໜ້າທີ່ ເປັນອົງການອຳນາດລັດຂັ້ນ ທ້ອງຖິ່ນ, ຕາງໜ້າໃຫ້ແກ່ຄວາມ ມຸ່ງມາດປາຖະໜາ ຂອງປະຊາຊົນ ຜູ້ມີສິດເລືອກຕັ້ງ ໂດຍສະເພາະການ ເປັນເສນາທິການ ໃຫ້ແກ່ສະພາ ປະຊາຊົນຂັ້ນແຂວງ, ຄະນະປະຈໍາ ສະພາປະຊາຊົນຂັ້ນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທັງເປັນການ ເພີ່ມທະວີການຮ່ວມມື ຂອງສະພາ ປະຊາຊົນ ແຂວງຄຳມ່ວນ ແລະ ສະພາປະຊາຊົນ ແຂວງສະຫວັນນະ ເຂດຕື່ມອີກ. ບໍ່ ຊຶ່ງປັດຈຸບັນອັດຕາການຊົມໃຊ້ນໍ້າ ສະອາດ ກວມເອົາ 98,14% ທຽບ ໃສ່ປີ 2024 ຫລຸດລົງ 1,24%, ທຽບໃສ່ແຜນການປີ 2025 (97%) ບັນລຸ, ລົງຊຸກຍູ້ຄອບຄົວ ກໍ່ສ້າງວິດຖ່າຍ ໄດ້ 35 ຄອບຄົວ ຮອດປັດຈຸບັນມີຈໍານວນຄອບຄົວທີ່ ນໍາໃຊ້ວິດຖ່າຍ ເພີ່ມຂຶ້ນ 15.855 ຄອບຄົວ ເທົ່າກັບ 99,21% ທຽບ ໃສ່ປີ 2024 ຫລຸດລົງ 0,21%, ທຽບໃສ່ແຜນການປີ (100%) ບໍ່ບັນລຸ; ບ້ານຢຸດຕິການຖ່າຍຊະ ຊາຍ 78 ບ້ານ ເທົ່າກັບ 100%, ຕິດຕາມເຝົ້າລະວັງ 19 ພະຍາດ ຕົ້ນຕໍ ແລະ ສະພາບການເຈັບເປັນທີ່ ຜິດປົກກະຕິຈາກພະຍາດທີ່ມັກເກີດ ຕາມລະດູການ ຢູ່ສຸກສາລາ ແລະ ບັນດາບ້ານພາຍໃນເມືອງ ພ້ອມ ທັງລາຍງານໃຫ້ຂະແໜງລະບາດ ວິທະຍາແຂວງທຸກມື້ ຊຶ່ງພະຍາດ ທີ່ພົບຫລາຍແມ່ນໄຂ້ຍຸງລາຍ ບໍ່ມີ ອາການເຕືອນ 117 ກໍລະນີ, ທຽບໃສ່ປີ 2024 ຫລຸດລົງ 163 ກໍລະນີ, ທຽບໃສ່ແຜນການປີ (500 ກໍລະນີ) ບັນລຸ; ໄຂ້ອອກຕຸ່ມ 3 ກໍລະນີ, ໄອໄກ່ 1 ກໍລະນີ, ເຍື້ອຫຸ້ມ ສະໝອງອັກເສບຍີ່ປຸ່ນ 1 ກໍລະນີ ແລະ ເບື່ອອາຫານ 8 ກໍລະນີ. ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ xd- va f8txn s;o7n o;a olh k'8A ' dv'ma [xt-k-q o]k; 7q [Iv[ 77 xu ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ກອງບັນຊາການ ທະຫານ (ປກຊ) ແຂວງອັດຕະປື ປາຖະກະຖາ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ໃນວັນທີ 13 ມັງກອນ 2026 ໂດຍໃຫ້ກຽດປາຖະກະຖາ ຂອງ ທ່ານ ພົນຈັດຕະວາ ກັນໄຍ ໄຊຍະສິດ ປະທານສະຫະພັນນັກຮົບ ເກົ່າແຂວງ, ມີຄະນະພັກ-ຄະນະ ບັນຊາ, ອົງການ 5 ຫ້ອງ, ກົມກອງ, ຕະຫລອດຮອດພະນັກງານຫລັກ ແຫລ່ງ ທົ່ວກອງບັນຊາການເຂົ້າ ຮ່ວມຮັບຟັງ. ທ່ານ ພົນຈັດຕະວາ ກັນໄຍ ໄຊຍະສິດ ໄດ້ຍົກໃຫ້ເຫັນເຖິງ ປະຫວັດການກໍາເນີດຂອງກອງທັບ ປະຊາຊົນລາວ, ຜົນງານ, ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວ ໃນແຕ່ລະໄລຍະ ໂດຍສະເພາະ ໄລຍະດຳເນີນການປະຕິວັດຕໍ່ສູ້ ປົດປ່ອຍຊາດ, ໄລຍະປະຕິບັດ ສອງໜ້າທີ່ຍຸດທະສາດ ປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ໃນວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດ ລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ກອງລາດຊະວົງ” ຂຶ້ນຢ່າງເປັນ ທາງການ ໂດຍແມ່ນທ່ານ ເພັດ ສະວົງ ເປັນຫົວໜ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນ ຫົວໜ້າການເມືອງ ແລະ ທ່ານ ຄໍາ ມູນ ເປັນຮອງຜູ້ບັນຊາການ. ໃນ ມື້ດຽວກັນນັ້ນ, ໂດຍພາຍໃຕ້ການ ນໍາພາອັນແທດເຖິງຂອງສາຂາພັກ ກອມມູນິດອິນດູຈີນ ປະຈຳແຄວ້ນ ລາວ ໄດ້ຈັດຕັ້ງກອງປະຊຸມ ໂດຍ ເອົາສະຖານທີ່ກອງລາດຊະວົງເປັນ ບ່ອນປະຊຸມ ແລະ ໄດ້ປະກາດສ້າງ ຕັ້ງກອງທັບລາວອິດສະຫລະຢ່າງ ເປັນທາງການ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດ ສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍ ກົງ. ຈາກນັ້ນມາກໍໄດ້ປະກາດຮັບ ເອົາບັນດາກອງເອກະລາດອື່ນໆ ເຊັ່ນ: ກອງໄຊຈັກກະພັດ, ກອງຟ້າ ງຸ່ມ, ກອງປັດໄຈ ແລະ ກອງໄຊ ເຊດຖາ ໂຮມເຂົ້າເປັນກອງທັບລາວ ອິດສະຫລະ, ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນ ວັນປະຫວັດສາດ ແຫ່ງການສ້າງຕັ້ງ ກອງທັບປະຊາຊົນລາວ ຊຶ່ງກອງທັບ ປະຊາຊົນລາວ ໄດ້ຜ່ານໄລຍະແຫ່ງ ການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບ ໃຫຍ່ຂະຫຍາຍຕົວພາຍໃຕ້ການ ນຳພາອັນປີຊາສາມາດ ສະຫລາດ ສ່ອງໃສ ຂອງພັກປະຊາຊົນປະຕິວັດ ລາວ, ກອງທັບປະຊາຊົນປະຕິວັດ ລາວ ໄດ້ຜ່ານຜ່າອຸປະສັກນາໆ ປະການບໍ່ຈັກວ່າເທົ່າໃດ ແລະ ເຕັມ ໄປດ້ວຍການເສຍສະລະອັນໃຫຍ່ ຫລວງໃນພາລະກິດຕໍ່ສູ້ປົດປ່ອຍ ຊາດ ເຮັດສຳເລັດພາລະກຳປະ ຫວັດສາດທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້ຢ່າງມີໄຊ. ຕະຫລອດ ໄລຍະ 77 ປີ ການກຳເນີດ, ສູ້ຮົບມີ ໄຊເຕີບໃຫຍ່ຂະຫຍາຍຕົວ ກອງທັບ ໄດ້ເຮັດສຳເລັດພາລະກິດອັນຍິ່ງ ໃຫຍ່ ສ້າງຜົນງານດີເດັ່ນ ແລະ ວິລະກຳອັນລໍ້າເລີດໄວ້ໃນໜ້າ ປ ະຫວັດສ າ ດຢ່າ ງສົມກຽດ , ກອງທັບຍາມໃດກໍນຳໜ້າທຸກ ວຽກງານ, ເດັດດ່ຽວຜ່ານຜ່າ ອຸປະສັກເຮັດສຳເລັດໜ້າທີ່ ຕີເອົາ ຊະນະສັດຕູທຸກໂຕ ສົມແລ້ວທີ່ເປັນ ກຳລັງແກ່ນສານທີ່ເຂັ້ມແຂງ ຂອງ ການປະຕິວັດ ເປັນເຄື່ອງມືອັນ ແຫລມຄົມຂອງພັກ ແລະ ເປັນ ກອງທັບວິລະຊົນຂອງຊາດລາວ. ການປາຖະກະຖາຄັ້ງນີ້ ເພື່ອແນ ໃສ່ສຶກສາອົບຮົມໃຫ້ພະນັກງານ, ທະຫານ, ໃນທົ່ວສັງຄົມ ໄດ້ທົບທວນ ຄືນ ຮູ້ໄດ້ການກໍາເນີດການເຕີບໃຫຍ່ ຂະຫຍາຍຕົວ ເຫັນໄດ້ຜົນງານໄຊ ຊະນະທີ່ຍາດມາໄດ້ ແລະ ກໍາໄດ້ ທາດແທ້ມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ, ທັງ ປູກຈິດສໍານຶກມີຄວາມກະຕັນຍູ ຮູ້ບຸນຄຸນນັກວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດຊີວິດ ເພື່ອພາລະກິດ ປະຕິວັດ ເພື່ອປະເທດຊາດ ແລະ ເສີມ ຂະຫຍາຍບົດບາດເປັນກຳລັງຫລັກ ແຫລ່ງແກ່ນສານ ໃນການຈັດຕັ້ງ ປະຕິບັດສອງໜ້າທີ່ຍຸດທະສາດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດ. ຂ່າວ: ສຸກສະໄໝ ນວນມະລິນ ແຂວງເຊກອງ ພ້ອມດ້ວຍຂະແໜງ ການກ່ຽວຂ້ອງ ໄດ້ນໍາເອົາເຄື່ອງ ອຸປະໂພກ-ບໍລິໂພກ ມອບໃຫ້ຄອບ ຄົວ ທ້າວ ເຕັງ ຊຶ່ງເປັນຄອບຄົວ ທຸກຍາກຢູ່ບ້ານ ໃຫຍ່ນາວາ ເມືອງ ລະມາມ ແຂວງເຊກອງ ໃນວັນທີ 12 ມັງກອນ 2026 ໂດຍມີຄະນະ ພັກ-ອົງການປົກຄອງບ້ານໃຫຍ່ນາ ວາ ເຂົ້າຮ່ວມ. ການມອບເຄື່ອງຊ່ວຍເຫລືອ ຄັ້ງນີ້, ແມ່ນເປັນການແບ່ງເບົາ, ບັນເທົາທຸກ ແລະ ເປັນການໃຫ້ກໍາ ລັງໃຈ ກັບຄອບຄົວຜູ້ທີ່ທຸກຍາກ ຂາດເຂີນໃຫ້ມີການດໍາລົງຊີວິດ ແລະ ພັດທະນາຄອບຄົວໃຫ້ດີຂຶ້ນ ກວ່າເກົ່າ. ຂ່າວ-ພາບ: ສັນຍາ
RkJQdWJsaXNoZXIy MTc3MTYxMQ==