7196

15/01/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ]q 'ok,dkolh k'8A 'lkprq ;ra odkom6 f ]ts;j k' lxx ]k; c]t ik-tvkok9a d Ik-y ,y f -vdfkou ຂປລ. ໃນວັນທີ 7 ມັງກອນ 2026 ຜ່ານມາ, ຢູ່ທີ່ສຳນັກງານຜູ້ ຕາງໜ້າຖາວອນ ແຫ່ງ ຣາຊະອາ ນາຈັກ ຮາຊິມິດ ຊອກດານີ ປະຈຳ ອົງການສະຫະປະຊາຊາດ ທີ່ ນະ ຄອນນິວຢອກ, ສະຫະລັດອາເມລິ ກາ, ໄດ້ມີພິທີລົງນາມຖະແຫລງ ການຮ່ວມວ່າດ້ວຍການສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະ ຣາຊະອານາຈັກ ຮາຊິມິດ ຊອກດານີ, ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ, ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງຣາຊະອານາຈັກ ຣາຊິມິດ ຊອກດານີ ແມ່ນ ທ່ານ ວາລີດ ຄາລີດ ໂອເບດັດ (H.E. Mr. Walid Obeidat) ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອາ ນາຈັກ ຮາຊິມິດ ຊອກດານີ ປະຈໍາ ອົງການ ສປຊ ໄດ້ຮ່ວມລົງນາມ ໃນຖະແຫລງການຮ່ວມຄັ້ງນີ້ ໂດຍ ມີບັນດານັກການທູດທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ຣາຊະອານາຈັກ ຮາຊິມິດ ຊອກ ດານີ ໄດ້ຮັບເອກະລາດໃນວັນທີ 25 ພຶດສະພາ 1946 ຈາກປະເທດ ອັງກິດ ຊຶ່ງປະກອບມີ 12 ແຂວງ, ມີນະຄອນຫລວງຊື່ວ່າອຳມານ (Amman), ເປັນ 01/56 ປະ ເທດທີ່ມີລາຍຮັບສູງປານກາງ ເຂົ້າ, ສາລີ ແລະ ອື່ນໆ. ຣາຊະອານາຈັກ ຮາຊິມິດ ຊອກດານີ ໄດ້ເຂົ້າເປັນສະມາຊິກ ຂອງອົງການ ສປຊ ໃນວັນທີ 14 ທັນວາ 1950 ໂດຍຈັດຢູ່ໃນກຸ່ມ ພາກພື້ນອາຊີ-ປາຊີຟິກ, ເຄີຍໄດ້ ຮັບການເລືອກຕັ້ງເປັນສະມາຊິກບໍ່ ຖາວອນຂອງສະພາຄວາມໝັ້ນຄົງ ສປຊ 3 ຄັ້ງ ໃນປີ 1965-1968, 1962-1983 ແລະ 2014-2015; ສະພາເສດຖະກິດ-ສັງຄົມ 5 ຄັ້ງໃນ ປີ 1961-1963, 1974-1976, 1980-1982, 1989-1991, 1996-1998 ແລະ ສະພາສິດທິ ມະນຸດ 1 ຄັ້ງໃນປີ 2006-2012” ແລະ ຍັງມີການເຄື່ອນໄຫວຢ່າງ ຫ້າວຫັນໃນນາມເປັນສະມາຊິກ ຂອງກຸ່ມ NAM and ກຸ່ມ G77 and China. ໃນໂອກາດດຽວກັນນີ້, ທັງສອງ ຝ່າຍ ຍັງໄດ້ຢືນຢັນຄືນໃນການສືບ ຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນດ້ານຕ່າງໆໃນຕໍ່ ໜ້າ, ລວມທັງ ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາກົນ. ປັດຈຸບັນ, ສປປ ລາວ ພວມເຮັດໜ້າ ທີ່ເປັນສະມາຊິກສະພາບໍລິຫານ ອົງການ ອຸຍນີເຊັບ ແລະ ສະພາບໍລິ ຫານງານກຸ່ມປະເທດກຳລັງພັດທະ ນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs). ການສ້າງຕັ້ງສາຍພົວ ພັນການທູດຄັ້ງນີ້, ເປັນການປະ ກອບສ່ວນໃຫ້ແກ່ການຈັດຕັ້ງປະຕິ ບັດແນວທາງການຕ່າງປະເທດ“ສັນ ຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນ ສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນ ການທູດກັບຕ່າງປະເທດເພີ່ມຂຶ້ນ ເປັນ 152 ປະເທດ ໃນທົ່ວໂລກ. ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມ ປຶກສາຫາລື ແລະ ຄົ້ນຄວ້າ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ ໃນ ວັນທີ 12 ມັງກອນ 2025, ພາຍໃຕ້ ການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະ ມົນຕີ ກະຊວງ ສສກ, ມີບັນດາຫົວ ໜ້າກົມ,ສະຖາບັນ,ມະຫາວິທະຍາໄລ ແຫ່ງຊາດ ແລະ ສູນຕ່າງໆ ເຂົ້າຮ່ວມ. ໂອກາດນີ້, ທ່ານຮອງລັດຖະ ມົນຕີ ໄດ້ແຈ້ງຕໍ່ກອງປະຊຸມກ່ຽວ ກັບແຈ້ງການຂອງຄະນະຈັດຕັ້ງສູນ ກາງພັກ ເລກທີ 2483/ຄຈສພ ລົງ ວັນທີ 26 ທັນວາ 2025 ກ່ຽວກັບ ທິດທາງການປັບປຸງກົງຈັກການ ຈັດຕັ້ງ ຂອງຂະແໜງການສຶກສາ ແລະ ກິລາ ເພື່ອເຮັດໃຫ້ກົງຈັກ ການຈັດຕັ້ງກະທັດຮັດ, ປັບປຸງພາ ລະບົດບາດໜ້າທີ່, ຂອບເຂດສິດ ໄປຕາມທິດກະຊວງໜຶ່ງ, ກົມໜຶ່ງ, ພະແນກການໜຶ່ງ ຄຸ້ມຄອງຫລາຍ ວຽກຫລາຍຂະແໜງການ ພ້ອມທັງ ແບ່ງຂັ້ນຄຸ້ມຄອງ, ແບ່ງສິດ-ຄວາມ ຮັບຜິດຊອບໃຫ້ລະອຽດຈະແຈ້ງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ; ປັບປຸງສັບຊ້ອນບຸກຄະລາກອນຄືນ ໃໝ່ ໃຫ້ເໝາະສົມກັບສະພາບຕົວ ຈິງ, ປັບປຸງກົນໄກລະບອບນຳພາ, ແບບແຜນວິທີເຮັດວຽກຂອງຄະ ນະພັກ, ຄະນະນຳ, ຮາກຖານພັກ, ກົມກອງ, ພະແນກ ແລະ ພະແນກ ການຢູ່ທ້ອງຖິ່ນ. ໃນໂອກາດນີ້, ທ່ານ ນາງ ດາລາວອນ ກິດຕິພັນ ກໍໄດ້ເນັ້ນໜັກ ໃຫ້ບັນດາກົມກອງ, ສະຖາບັນ, ສູນ ແລະ ມະຫາວິທະຍາໄລແຫ່ງຊາດ ຈົ່ງໄດ້ນຳເອົາເນື້ອໃນຈິດໃຈຂອງ ແຈ້ງການ ຂອງຄະນະຈັດຕັ້ງສູນ ກາງພັກ ສະບັບດັ່ງກ່າວ ເພື່ອໄປ ຈັດຕັ້ງຜັນຂະຫຍາຍ ແລະ ຄົ້ນ ຄວ້າໃຫ້ລະອຽດເລິກເຊິ່ງ ເພື່ອຮັບ ປະກັນໃຫ້ແກ່ການປັບປຸງກົງຈັກ ການຈັດຕັ້ງໃໝ່ຂອງກະຊວງ ໃນ ຄັ້ງນີ້. ພາບ: ໜັງສືພິມສຶກສາ dt-;' lld xb dlksk]n dkoxa [x5 'dq '9a ddko9a f8A ' (Upper-Mi dd l e- I ncome Economy). ຊອກດານີ ມີລະ ບົບການປົກຄອງໂດຍມີກະສັດເປັນ ປະມຸກລັດ ແລະ ນາຍົກລັດະມົນຕີ ເປັນຫົວໜ້າລັດຖະບານ; ມີເນື້ອທີ່ ທັງໝົດ 89.342 ກິໂລຕາແມັດ; ຕັ້ງຢູ່ອາຊີຕາເວັນຕົກ, ມີຊາຍແດນ ທາງບົກຕິດກັບ 5 ປະເທດຄື: ອາ ຣັບບີ ຊາອຸດິດ, ຊີຣີ, ອີຣັກ, ປາແລັດ ສະຕິນ ແລະ ອິດສະຣາແອນ; ມີປະ ຊາກອນ ປະມານ 11.680.000 ຄົນ; ພາສາທາງການArabic ແລະ ນໍາໃຊ້ພາສາອັງກິດຢ່າງກວ້າງ ຂວາງ, 92%ຖືສາສະໜາMuslim ແລະ 6%ຖືສາສະໜາ Christians ຊຶ່ງອາໄສຢູ່ນະຄອນຫລວງ, 01% Shia ຫລື Sufi ແລະ ອີກ 01% ຖືສາສະໜາອື່ນໆ ແລະ ໃຊ້ສະກຸນ ເງິນ Jordanian Dinar (JOD). ລາຍໄດ້ສະເລ່ຍແຫ່ງຊາດ (GDP (nominal)) ປະມານ 50,62 ຕື້ ໂດລາສະຫະລັດ (2023) ແລະ ລາຍໄດ້ສະເລ່ຍຕໍ່ຫົວຄົນ 4.850 ໂດລາສະຫະລັດ (2023). ທ່າ ແຮງດ້ານເສດຖະກິດມີສິນຄ້າສົ່ງ ອອກທີ່ສຳຄັນຄື: ເຄື່ອງນຸ່ງຫົ່ມ, ປຸ໋ຍ, ວັດຖຸເຄມີເຮັດຈາກໂປຕັດ ຊຽມ (Potash), ເກືອກົດຟອສຟໍ (Phosphates), ຜັກ, ຢາປົວ ພະຍາດ. ສິນຄ້ານຳເຂົ້າ: ນໍ້າມັນ ດິບ, ເຄື່ອງຈັກ, ອຸປະກອນຂົນສົ່ງ, ເຫລັກ ແລະ ພືດປະເພດເມັດ ເຊັ່ນ: ຈຳປາສັກ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປະທານຄະນະກຳມະການປົກຄອງ ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ ສື່ມວນຊົນ ໃນວັນທີ 12 ມັງກອນ 2026 ຜ່ານມາວ່າ: ໃນປີ 2026 ຊຶ່ງເປັນປີທຳອິດຂອງການຈັດຕັ້ງ ປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ X (20262030) ແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຄັ້ງທີ IX ຂອງຄະນະ ບໍລິຫານງານພັກ ແຂວງຈຳປາສັກ. ພ້ອມນັ້ນ, ເປັນແຜນສືບຕໍ່ສ້າງເສດ ຖະກິດ ໃຫ້ຂະຫຍາຍຕົວຕໍ່ເນື່ອງໜັກ ແໜ້ນ ແລະ ຍືນຍົງ ເປັນສູນກາງ ທາງດ້ານເສດຖະກິດ-ສັງຄົມ ຊຶ່ງ ຖືເອົາເສດຖະກິດເປັນພື້ນຖານ, ວັດ ທະນະທຳ-ສັງຄົມເປັນສຳຄັນ ແລະ ສິ່ງແວດລ້ອມເປັນສິ່ງຢັ້ງຢືນ ເຖິງ ຄຸນນະພາບຂອງການພັດທະນາ ຊຶ່ງທິດທາງລວມຂອງແຜນພັດທະ ນາເສດຖະກິດ-ສັງຄົມ ປີ 2026 ແຂວງຈຳປາສັກ ໄດ້ສຸມໃສ່ 6 ທິດ ທາງ, 6 ເປົ້າໝາຍ, 20 ແຜນວຽກ ຈຸດສຸມ ແລະ ມະຕິ 04/ກມສພ ວ່າ ດ້ວຍການສ້າງເສດຖະກິດ ເອກະ ລາດ ເປັນເຈົ້າຕົນເອງໃນໄລຍະໃໝ່. ສຳລັບ 6 ທິດທາງແຜນການ ແມ່ນ ສືບຕໍ່ຮັບປະກັນໃຫ້ແຂວງ ມີສະ ຖຽນລະພາບ ທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມ ສະຫງົບ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍ; ເປັນເຈົ້າຕົນເອງໃນ ການແກ້ໄຂຄວາມຫຍຸ້ງຍາກ ທາງ ດ້ານເສດຖະກິດ-ການເງິນ ຢ່າງ ເປັນຮູບປະທຳຫລາຍຂຶ້ນ, ບໍ່ສ້າງໜີ້ ສິນ, ສ້າງເສດຖະກິດໃຫ້ມີການຂະ ຫຍາຍຕົວ ຢ່າງເຂັ້ມແຂງ ແລະ ມີ ປະສິດທິພາບ ໂດຍນຳໃຊ້ທຸກທ່າ ແຮງບົ່ມຊ້ອນຂອງແຂວງ ຢ່າງມີ ປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ, ເປັນເຈົ້າການໃນການສ້າງ ເສດຖະກິດ ເອກະລາດ ເປັນເຈົ້າ ຕົນເອງ; ສືບຕໍ່ພັດທະນາຊັບພະຍາ ກອນມະນຸດ ໃຫ້ຮັບປະກັນທັງປະ ລິມານ ແລະ ຄຸນນະພາບ ຕາມໂຄງ ປະກອບເສດຖະກິດ, ສາມາດຕອບ ສະໜອງຕາມຄວາມຕ້ອງການ ຂອງການພັດທະນາເສດຖະກິດສັງຄົມ ແລະ ປັບປຸງ, ຍົກລະດັບຊີ ວິດການເປັນຢູ່ ຂອງປະຊາຊົນໃຫ້ ຢູ່ດີກິນດີ ແລະ ສາມາດເຂົ້າເຖິງ ການບໍລິການ ສາທາລະນະທີ່ມີຄຸນ ນະພາບ ແລະ ທົ່ວເຖິງ ເພື່ອຫລຸດ ຜ່ອນຄວາມແຕກໂຕນດ້ານການພັດ ທະນາໃນສັງຄົມ ລະຫວ່າງຕົວ ເມືອງ ແລະ ຊົນນະບົດ; ສືບຕໍ່ຍົກ ສູງຄຸນນະພາບໃນການປົກປັກຮັກ ສາ ແລະ ນຳໃຊ້ຊັບພະຍາກອນທຳ ມະຊາດ ທີ່ມີຢ່າງມີປະສິດທິຜົນ ໃຫ້ ໄປຕາມທິດສີຂຽວ ແລະ ຍືນຍົງ ສາ ມາດຮັບມືກັບການປ່ຽນແປງດິນ ຟ້າອາກາດ ແລະ ໄພພິບັດຕ່າງໆ; ສືບຕໍ່ພົວພັນຮ່ວມມືກັບ ບັນດາປະ ເທດເພື່ອນມິດ ພາກພື້ນ-ສາກົນ ແລະ ຄູ່ຮ່ວມພັດທະນາ ບົນຫລັກ ການຕ່າງຝ່າຍໄດ້ຮັບຜົນປະໂຫຍດ; ສືບຕໍ່ພັດທະນາພື້ນຖານໂຄງລ່າງ ເຊື່ອມຈອດ ແລະ ເຊື່ອມໂຍງໃຫ້ ເປັນຮູບປະທໍາ ແລະ ກາຍເປັນໃຈ ກາງທາງດ້ານເສດຖະກິດ, ການ ຄ້າ, ການທ່ອງທ່ຽວ, ການບໍລິການ ແລະ ທາງຜ່ານໃນອະນຸພາກພື້ນສາກົນ; ເພີ່ມທະວີການປັບປຸງການ ຄຸ້ມຄອງ ແລະ ບໍລິຫານລັດດ້ວຍກົດ ໝາຍ ໃຫ້ມີປະສິດທິພາບ, ທັນສະ ໄໝ ແລະ ຫັນເປັນເສດຖະກິດດີຈິ ຕອນຕາມທິດກະທັດຮັດ, ໂປ່ງໃສ ແລະ ວ່ອງໄວ ເພື່ອຂັບເຄື່ອນການ ພັດທະນາ ເສດຖະກິດ-ສັງຄົມ ໃຫ້ ໄດ້ຕາມທິດທີ່ພັກເຮົາໄດ້ກຳນົດໄວ້. ທ່ານ ສຸກສະຫວັນ ວິໄລວັນ ກ່າວຕື່ມວ່າ: ນອກຈາກນີ້, ແຂວງ ຈຳປາສັກ ຍັງໄດ້ວາງ 6 ເປົ້າໝາຍ ໃນການພັດທະນາເສດຖະກິດຂອງ ແຂວງ ໃຫ້ມີສະຖຽນລະພາບ, ຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມ ເຂັ້ມແຂງ, ໝັ້ນທ່ຽງ ແລະ ຍືນຍົງ ໂດຍນໍາໃຊ້ທ່າແຮງບົ່ມຊ້ອນຂອງ ແຂວງ ເປັນເຈົ້າການສ້າງເສດຖະ ກິດ ເອກະລາດ ເປັນເຈົ້າຕົນເອງ; ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບດີຂຶ້ນ ແລະ ຮູ້ນຳ ໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອ ຕອບສະໜອງຄວາມຕ້ອງການ ຂອງການພັດທະນາ; ປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີ ຂຶ້ນ, ພັດທະນາສັງຄົມ ໃຫ້ມີການ ຂະຫຍາຍຕົວທີ່ມີຄຸນນະພາບ, ຊົນ ນະບົດໄດ້ຮັບການພັດທະນາຢ່າງ ສົມຄູ່ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ຫລຸດລົງເທື່ອລະ ກ້າວ; ປົກປັກຮັກສາຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ ມີຄວາມຍືນຍົງ ແລະ ສາມາດຮັບ ມືກັບການປ່ຽນແປງດິນຟ້າອາ ກາດ ແລະ ໄພພິບັດຕ່າງໆທີ່ຈະເກີດ ຂຶ້ນ; ເຊື່ອມໂຍງ-ເຊື່ອມຈອດ ກັບ ບັນດາປະເທດເພື່ອນມິດພາກພື້ນ ສາກົນ ແລະ ຄູ່ຮ່ວມພັດທະນາຢ່າງ ກວ້າງຂວາງ ແລະ ມີປະສິດທິຜົນ ສູງ; ການຄຸ້ມຄອງບໍລິຫານລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ມີ ປະສິດທິພາບ, ມີລະບົບການເມືອງ ທີ່ມີສະຖຽນລະພາບ, ທັນສະໄໝ, ກະທັດຮັດ, ໂປ່ງໃສ, ທົ່ວສັງຄົມ ມີຄວາມສະຫງົບ, ເປັນລະບຽບ ຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ. ຂ່າວ: ກິດຕາ ຂປລ. ໃນວັນທີ 12 ມັງກອນ 2026, ທີ່ທຳນຽບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍ ການ ນະຄອນຫລວງ ລິດສະບອນ, ທ່ານ ກາລະມຸງຄຸນ ສຸພານຸວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານ ມາເຊໂລຣີບີໂລເດີສຸຊາ(Marcelo Rebelo de Sousa) ປະທານາ ທິບໍດີ ແຫ່ງ ສາທາລະນະລັດ ປອກ ຕຸຍການ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄັດຖະທູດ ວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະ ຈຳ ສາທາລະນະລັດ ປອກຕຸຍການ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນ ຫລວງປາຣີ ປະເທດຝຣັ່ງ. ໃນໂອກາດປີໃໝ່ສາກົນ ຄ.ສ 2026 ແລະ ໂອກາດອັນສະຫງ່າ ລາສີນີ້, ທ່ານ ເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢ້ຽມຢາມຖາມ ຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄວາມອວຍພອນໄຊອັນປະ ເສີດ ເພື່ອສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ ແລະ ການພົວ ພັນຮ່ວມມືທີ່ດີ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງທ່ານ ປະທານປະ ເທດ ແຫ່ງ ສາທາລະນະລັດ ປອກ ຕຸຍການ ແລະ ຜ່ານທ່ານໄປຍັງລັດ ຖະບານ ແລະ ປະຊາຊົນປອກຕຸຍ ການ ທຸກທົ່ວໜ້າ. ທ່ານເອກອັກຄະລັດຖະທູດ ໄດ້ ສະແດງຄວາມຂອບໃຈ ຕໍ່ທ່ານ ມາເຊໂລ ຣີບີໂລ ເດີ ສຸຊາ ທີ່ໃຫ້ ກຽດຮັບສານໃນຄັ້ງນີ້ ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ: ໃນໄລຍະ ທີ່ດໍາລົງຕໍາແໜ່ງ, ຕົນຈະເຮັດສຸດ ຄວາມສາມາດ ໃນການເພີ່ມທະວີ ການສົ່ງເສີມສຳພັນໄມຕີ, ການ ຮ່ວມມື ຂອງສອງປະເທດ ໃຫ້ດີຂຶ້ນ ໃນອະນາຄົດ ແລະ ໄດ້ສະແດງ ຄວາມຂອບໃຈຕໍ່ທ່ານປະທານາ ທິບໍດີ, ລັດຖະບານ ແລະ ປະຊາຊົນ ປອກຕຸຍການ ທີ່ໄດ້ໃຫ້ການສະໜັບ ສະໜູນຮ່ວມມືທາງດ້ານການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍ gvdva d7t]a f4tm6 f]k; pnj olko8k8A '8+ xtmkokmy [= fu xvd85 pdko ສະເພາະ ດ້ານການສຶກສາ ແລະ ຫວັງວ່າຈະໄດ້ສືບຕໍ່ຜັນຂະຫຍາຍ ການຮ່ວມມືຢ່າງດີໃນຕໍ່ໜ້າ. ພ້ອມ ດຽວກັນນີ້, ທ່ານເອກອັກຄະລັດ ຖະທູດ ໄດ້ອວຍພອນໄຊອັນປະເສີດ ໃຫ້ທ່ານປະທານາທິບໍດີ ພ້ອມດ້ວຍ ຄອບຄົວ ແລະ ປະຊາຊົນ ປອກຕຸຍ ການ ທຸກທົ່ວໜ້າ. ໃນໂອກາດດຽວກັນນີ້, ທ່ານ ມາເຊໂລ ຣີບີໂລ ເດີ ສຸຊາ ກໍໄດ້ ສະແດງຄວາມຊົມເຊີຍ ທ່ານ ເອກ ອັກຄະລັດຖະທູດລາວຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄວາມອວຍພອນໄຊ ອັນປະເສີດ ແລະ ມິດຕະພາບການ ພົວພັນທີ່ດີ ມາຍັງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊົນ ລາວ ທຸກທົ່ວໜ້າ. ພິທີ່ຍືນສານຕາຕັ້ງໃນຄັ້ງນີ້ ໄດ້ ຈັດຂຶ້ນ ແລະ ດຳເນີນໄປດ້ວຍບັນ ຍາກາດທີ່ດີ ແລະ ສົມກຽດ. ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ສາທາລະນະລັດ ປອກ ຕຸຍການ ໄດ້ສ້າງສາຍພົວພັນການ ທູດນຳກັນ ໃນວັນທີ 31 ພຶດສະພາ 1995; ສປປ ລາວ ມີສະຖານເອກ ອັກຄະລັດຖະທູດຕັ້ງຢູ່ ນະຄອນ ຫລວງປາຣີ ປະເທດຝຣັ່ງ ແລະ ສາທາລະນະລັດ ປອກຕຸຍການ ມີສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ນະຄອນຫລວງ ບາງກອກ ປະເທດໄທ.

RkJQdWJsaXNoZXIy MTc3MTYxMQ==