7196

@ 0j k; c]t gsfdko j 15/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK 5 ປີຜ່ານມາ...ີ່ ເລຂາທິການໃຫຍ່...ິ່ ການພັດທະນາປະເທດຊາດ ຊຶ່ງເຮັດໃຫ້ປະຊາຊົນໄດ້ມີສັນຕິພາບ, ສະຖຽນ ລະພາບ ແລະ ຄວາມວັດທະນະຖາວອນ ຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນຖືກຕ້ອງ, ມີວິໄສທັດກວ້າງໄກ ແລະ ກ້າວໜ້າຂອງ ສະຫາຍ, ພັກປະຊາຊົນປະຕິວັດ ລາວ ຍິ່ງຈະໄດ້ຮັບຄວາມເຊື່ອໝັ້ນ ແລະ ການສະໜັບສະໜູນ ຈາກປະຊາ ຊົນລາວບັນດາເຜົ່າຫລວງຫລາຍຍິ່ງຂຶ້ນ ແລະ ພ້ອມທັງປະສົບຜົນສຳເລັດ ຢ່າງສະຫງ່າງາມ ໃນການຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະ ມະຕິຕົກ ລົງ ທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອມາແຕ່ດົນນານ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ພັກປະຊາຊົນກຳປູເຈຍ ແລະ ພັກປະຊາຊົນປະຕິວັດລາວ ກໍຄື ລະຫວ່າງ ປະຊາຊົນສອງຊາດ ກໍາປູເຈຍ-ລາວ ນັບມື້ແຕກດອກອອກຜົນ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ ໃຫ້ສົມຄູ່ກັບ “ການຮ່ວມມືຮອບດ້ານ ໝັ້ນຄົງ ແລະ ຍາວນານ”. ຂ້າພະເຈົ້າ ຂໍອວຍພອນໃຫ້ ສະຫາຍ ຈົ່ງປະສົບຜົນສຳເລັດອັນຍິ່ງໃຫຍ່ ໃນພາລະກິດອັນສູງສົ່ງຂອງ ສະຫາຍ ເພື່ອເຮັດໃຫ້ປະຊາຊົນລາວ ມີຄວາມ ຜາສຸກ ແລະ ມີຊີວິດການເປັນຢູ່ທີ່ດີຍິ່ງໆຂຶ້ນ. ຄວາມເຫັນຂອງສະມາຊິກສະພາ ແຫ່ງຊາດ, ສະມາຊິກສະພາປະຊາ ຊົນຂັ້ນແຂວງ, ພະນັກງານ, ທະ ຫານ, ຕຳຫລວດ ກໍຄື ປະຊາຊົນ ລາວບັນດາເຜົ່າ ເພື່ອໃຫ້ກົດໝາຍມີ ຄວາມສອດຄ່ອງກັບສະພາບການ ຕົວຈິງໃນການພັດທະນາທາງດ້ານ ເສດຖະກິດ-ສັງຄົມ ຂອງປະເທດ ເຮົາ ຊຶ່ງມາຮອດປັດຈຸບັນ, ສປປ ລາວ ມີກົດໝາຍທີ່ໄດ້ປະກາດໃຊ້ ທັງໝົດ 176 ສະບັບ. ພ້ອມນີ້, ຄະນະພັກສະພາແຫ່ງ ຊາດ ໄດ້ຖືສໍາຄັນຕໍ່ການປະຕິບັດ ພາລະບົດບາດຂອງສະພາແຫ່ງ ຊາດ ໃນການຕິດຕາມກວດກາການ ເຄົາລົບ ແລະ ປະຕິບັດລັດຖະທຳ ມະນູນ ແລະ ກົດໝາຍ ຂອງບັນດາ ອົງການອຳນາດລັດ ຊຶ່ງໃນໄລຍະ 5 ປີ ຜ່ານມາ ຄະນະປະຈຳສະພາ ແຫ່ງຊາດ ໄດ້ມີການແຕ່ງຕັ້ງຄະນະ ໃນນາມຄະນະປະຈຳສະພາແຫ່ງ ຊາດ ໃນນາມກຳມາທິການກ່ຽວ ຂ້ອງ ລົງໄປຕິດຕາມກວດກາຢູ່ທຸກ ເຂດເລືອກຕັ້ງຈໍານວນ172ຄັ້ງຊຶ່ງ ສ່ວນໃຫຍ່ ແມ່ນຕິດຕາມກວດກາ ບັນດາໂຄງການໃນຂົງເຂດການ ລົງທຶນຂອງນັກລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງ ກັບ ການນໍາໃຊ້ຊັບພະຍາກອນທຳມະ ຊາດ ໂດຍສະເພາະ ບັນດາໂຄງການ ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ການນໍາໃຊ້ງົບປະມານແຫ່ງລັດ, ການປັບປຸງພື້ນຖານໂຄງລ່າງ, ການຜະລິດເພື່ອຫລຸດຜ່ອນການນໍາ ເຂົ້າ, ຕິດຕາມຜົນກະທົບຂອງໂຄງ ການຕ່າງໆ ຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນ ກໍຄື ຕໍ່ສິ່ງແວດລ້ອມ. ນອກນັ້ນ, ສະພາແຫ່ງຊາດ ຍັງໄດ້ມີ ການຕິດຕາມກວດກາໂດຍຜ່ານ ໂທລະສັບສາຍດ່ວນທີ່ສົ່ງມາເຖິງ ກອງປະຊຸມສະໄໝສາມັນ ຂອງ ສະພາແຫ່ງຊາດແຕ່ລະຄັ້ງ ແລະ ຜ່ານການແກ້ໄຂຄໍາຮ້ອງຂໍຄວາມ ເປັນທຳຂອງປະຊາຊົນທີ່ສົ່ງເຂົ້າ ມາສະພາແຫ່ງຊາດ ຊຶ່ງໃນໄລຍະ 5 ປີຜ່ານມາມີຈໍານວນ 1.738 ເລື່ອງ, ສາມາດພິຈາລະນາ ແກ້ໄຂ ໄດ້ແລ້ວ 1.441 ເລື່ອງ, ເທົ່າກັບ 82,9% ຂອງຈໍານວນຄໍາຮ້ອງ. ຂ່າວ: ທະນູທອງ ແຫ່ງຊາດ ປະຈໍາ ເ ຂດ ເ ລືອກ ຕັ້ງທີ 13, ຮອງປະທານສະພາ ປະຊາຊົນແຂວງ, ມີທ່ານຮອງ ປະທານ ຄະນະສະມາຊິກສະພາ ປະຊາຊົນແຂວງ ປະຈໍາ ເຂດ ເລືອກຕັ້ງເມືອງໄຊພູທອງ ລົງເຄື່ອນ ໄຫວພົບປະຜູ້ມີສິດເລືອກຕັັ້ງ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງ ປະຊຸມສະໄໝສາມັນເທື່ອທີ10ຂອງ ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ IV ຢູ່ ເມືອງໄຊພູທອງ, ໃຫ້ກຽດຕ້ອນຮັບ ໂດຍ ທ່ານ ວັນແສງ ແກ້ວບຸນພັນ ກໍາມະການພັກແຂວງ, ເລຂາຄະນະ ບໍລິຫານງານພັກເມືອງໄຊພູທອງ, ພ້ອມຄະນະ, ມີອຳນາດການປົກຄອງ ບ້ານ ແລະ ຄູ-ອາຈານເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ບຸນທະວີ ພິມວົງສາ ຄະນະພັກຮາກຖານກຸ່ມ ບ້ານ ໄດ້ລາຍງານບົດສະຫລຸບການ ເຄື່ອນໄຫວວຽກງານຂອງບ້ານ ໂດຍສັງເຂບ. ຈາກນັ້ນ, ບັນດາ ສສຊ, ສສຂ ກໍໄດ້ຜັດປ່ຽນກັນເຜີຍ ແຜ່ເນື້ອໃນຜົນສຳເລັດຂອງກອງປະ ຊຸມສະໄໝສາມັນ ເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ IV ໃຫ້ປະຊາຊົນຜູ້ມີສິດເລືອກຕັ້ງໄດ້ ຮັບຮູ້ ແລະ ເຂົ້າໃຈ, ທັງເປັນການ ລົງພົບປະຜູ້ມີສິດເລືອກຕັ້ງ ເພື່ອ ເປັນການເກັບກຳຄຳຄິດ-ຄຳເຫັນ ຕໍ່ວຽກງານການຄຸ້ມຄອງບໍລິຫານ ລັດ. ຈາກນັ້ນ, ຍັງໄດ້ເປີດໂອກາດ ໃຫ້ການນໍາຂອງເມືອງ, ການຈັດ ຕັ້ງຂັ້ນບ້ານ ກໍຄື ປະຊາຊົນ ໄດ້ຊັກ ຖາມ ແລະ ກໍມີຄຳສະເໜີຂອງປະ ຊາຊົນຫລາຍບັນຫາ ຊຶ່ງເປັນບັນ ຫາທີ່ຕິດພັນກັບການດຳລົງຊີວິດ ຂອງປະຊາຊົນ, ຕິດພັນກັບການພັດ ທະນາເສດຖະກິດ-ສັງຄົມ ໂດຍສະ ເພາະແມ່ນບັນຫາການພັດທະນາ ພື້ນຖານໂຄງລ່າງ ເປັນຕົ້ນ ການ ສ້ອມແປງເສັ້ນທາງ, ການສ້ອມ ແປງຂົວ, ການສ້ອມແປງໂຮງຮຽນ ແລະ ບັນຫາອື່ນໆ. ຈາກນັ້ນ, ບັນດາ ສສຊ ແລະ ສສຂ ຍັງໄດ້ຕອບບັນຫາການຊັກ ຖາມຂອງພໍ່ແມ່ປະຊາຊົນ ເພື່ອໃຫ້ ຮັບຮູ້ແລະ ເຂົ້າໃຈເຖິງບັນຫາຕ່າງໆ ຕໍ່ກັບສະພາບການລວມຂອງການ ພັດທະນາຂອງປະເທດເຮົາໃນປັດ ຈຸບັນ, ພ້ອມທັງຮັບເອົາຄໍາສະເໜີ ຂອງອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໄປສະເໜີຕໍ່ຂະ ແໜງການກ່ຽວຂ້ອງ ເພື່ອນຳໄປ ປຶກສາຫາລື ແລະ ຄົ້ນຄວ້າແກ້ໄຂ ໃນຂັ້ນຕໍ່ໄປ. ນອກຈາກນີ້, ສສຊ ແລະ ສສຂ ຍັງຮຽກຮ້ອງມາຍັງຜູ້ ມີສິດເລືອກຕັ້ງ ກໍຄື ພໍ່ແມ່ປະຊາຊົນ ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມ ພາກັນໄປໃຊ້ສິດປ່ອນບັດເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດ X ແລະ ສະມາຊິກສະພາປະຊາຊົນ ແຂວງ V ທີ່ຈະຈັດຂຶ້ນພ້ອມກັນທົ່ວ ປະເທດໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ໃຫ້ເຕັມໄປດ້ວຍ ບັນຍາກາດຟົດຟື້ນ. ໃນໂອກາດທີ່ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ລົງມາພົບປະກັບຜູ້ມີສິດເລືອກ ຕັ້ງຄັ້ງນີ້ກໍໄດ້ມອບອຸປະກອນການ ຮຽນຈໍານວນໜຶ່ງ ຊຶ່ງປະກອບມີ: ປຶ້ມ 500 ຫົວ ແລະ ບິກຂຽນ 500 ກ້ານ, ພ້ອມດ້ວຍເຄື່ອງນຸ່ງຫົ່ມ ຈຳນວນໜຶ່ງ ລວມມູນຄ່າ 16 ລ້ານ ກວ່າກີບ ເພື່ອປະກອບສ່ວນເຂົ້າໃນ ການສົ່ງເສີມວຽກງານການສຶກສາ ຕື່ມອີກ. ຂ່າວ: ເມືອງໄຊພູທອງ ລະຫວ່າງສອງປະເທດລາວ-ຫວຽດ ນາມ ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິ ວັດລາວ ແລະ ສະໄໝກອງປະຊຸມ ໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ເມື່ອບໍ່ດົນມານີ້ວ່າ: ພາຍໃຕ້ຄວາມເອົາໃຈໃສ່ແລະການ ນໍາພາ-ຊີ້ນໍາ ຢ່າງເປັນປະຈຳຂອງ ສອງພັກ, ສອງລັດ ສາມາດຕີລາຄາ ໄດ້ຢ່າງໜັກແໜ້ນວ່າ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃນສະໄໝກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມ ໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ສາມາດບັນລຸໄດ້ຜົນ ສໍາເລັດອັນສໍາຄັນຫລາຍດ້ານ, ບັນດາກະຊວງ, ອົງການ, ຂະແໜງ ການ ແລະ ທ້ອງຖິ່ນຂອງສອງຝ່າຍ ໄດ້ຕັ້ງໜ້າປະສານສົມທົບຈັດຕັ້ງ ຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງ ການນໍາຂັ້ນສູງ ລາວ-ຫວຽດນາມ ໄດ້ຢ່າງມີປະສິດທິຜົນ ແລະ ແທດ ກັບຕົວຈິງ, ການຮ່ວມມືສອງຝ່າຍ ໄລຍະ 2021-2025 ສາມາດ ບັນລຸໄດ້ບັນດາເປົ້າໝາຍທີ່ວາງ ອອກ, ສິ່ງທີ່ພົ້ນເດັ່ນ ໃນໄຕມາດທີ IV ຂອງປີ 2024 ແລະ ປີ 2025 ແມ່ນການຫັນປ່ຽນທີ່ແຂງແຮງ, ສາມາດແກ້ໄຂໄດ້ຢ່າງຂາດຕົວ ບັນດາເນື້ອໃນ, ແຜນການ ແລະ ໂຄງການຮ່ວມມືຍຸດທະສາດ ຊຶ່ງໄດ້ ປະກອບສ່ວນສໍາຄັນເຂົ້າໃນການ ພັດທະນາຂອງແຕ່ລະປະເທດ, ໄດ້ ມີການປັບປຸງແລະ ເພີ່ມທະວີຄວາມ ເຊື່ອໝັ້ນແບບຍຸດທະສາດ ກ່ຽວກັບ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດລະຫວ່າງລາວ-ຫວຽດ ນາມ, ການພົວພັນດ້ານການເມືອງການທູດ ສືບຕໍ່ໄດ້ຮັບການເສີມຂະ ຫຍາຍ ແລະ ນັບມື້ກ້າວເຂົ້າສູ່ລວງ ເລິກ. ການທີ່ສອງຝ່າຍເຫັນດີເປັນ ເອກກະພາບເພີ່ມຄຳວ່າ “ຫຸ້ນສ່ວນ ຍຸດທະສາດ” ເຂົ້າໃນຄຳຂວັນຂອງ ການພົວພັນສອງຝ່າຍ ນັ້ນສະແດງ ໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ ທາງດ້ານການເມືອງຢ່າງເລິກເຊິ່ງ ແລະ ຄວາມຕັ້ງໃຈຮ່ວມກັນຂອງ ສອງພັກ ແລະ ສອງລັດໃນການ ຍົກລະດັບສາຍພົວພັນພິເສດລາວຫວຽດນາມຂຶ້ນສູ່ລະດັບໃໝ່ ເພື່ອ ຕອບສະໜອງຜົນປະໂຫຍດ ແລະ ຄວາມມຸ່ງຫວັງຕົວຈິງຂອງປະຊາ ຊົນທັງສອງປະເທດ, ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການສ້າງສັນຕິ ພາບ,ສະຖຽນລະພາບແລະການພັດ ທະນາ ໃນພາກພື້ນ ແລະ ໃນໂລກ. ສຳລັບການຮ່ວມມືດ້ານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ໄດ້ຮັບການເສີມຂະຫຍາຍ, ແມ່ນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນ ໃນການພົວພັນລາວ-ຫວຽດນາມ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນ ການຮັກສາສະຖຽນລະພາບດ້ານ ການເມືອງ, ຮັບປະກັນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມຂອງແຕ່ລະປະ ເທດ, ສອງຝ່າຍສືບຕໍ່ຮັບປະກັນ ຄວາມປອດໄພ, ຮັກສາຊາຍແດນ ສັນຕິພາບ, ຄວາມເປັນລະບຽບ ຮຽບຮ້ອຍ, ຄວາມປອດໄພທາງ ດ້ານສັງຄົມຢູ່ແຕ່ລະປະເທດ. ໃນ ນັ້ນ, ການຮ່ວມມືດ້ານເສດຖະກິດການຄ້າ-ການລົງທຶນ ໄດ້ມີການ ພັດທະນາ ແລະ ບັນລຸໄດ້ບັນດາ ໝາກຜົນທີ່ພົ້ນເດັ່ນ. ຫວຽດນາມ ເປັນຜູ້ລົງທຶນສໍາຄັນອັນດັບຕົ້ນໆ ຢູ່ ສປປ ລາວ; ໂຄງການຮ່ວມມື ຫລາຍໂຄງການໄດ້ດໍາເນີນໄປຢ່າງ ມີປະສິດທິຜົນ ຊຶ່ງຊ່ວຍສົ່ງເສີມການ ພັດທະນາເສດຖະກິດ-ສັງຄົມຂອງ ລາວ ແລະ ການເຊື່ອມໂຍງເສດຖະ ກິດລະຫວ່າງສອງປະເທດ, ມູນຄ່າ ການຄ້າສອງສົ້ນໃນປີ 2025 ບັນລຸ ໄດ້ເກືອບ 3 ຕື້ໂດລາສະຫະລັດ ຊຶ່ງ ຈະເປັນປັດໄຈໃຫ້ສອງຝ່າຍສູ້ຊົນ ໃຫ້ບັນລຸ 5 ຕື້ໂດລາສະຫະລັດ ຕາມ ຄາດໝາຍທີ່ສອງຝ່າຍໄດ້ວາງໄວ້ ໃນເວລາອັນໃກ້ນີ້. ສ່ວນການຮ່ວມມືດ້ານວັດທະ ນະທຳ-ສັງຄົມ ໄດ້ມີການຮ່ວມມື ແລະ ປະສານສົມທົບກັນຢ່າງແໜ້ນ ແຟ້ນ, ອັນພົ້ນເດັ່ນແມ່ນອົງການອຸຍ ແນັສໂກ (UNESCO) ໄດ້ຮັບ ຮອງເອົາອຸທິຍານທໍາມະຊາດຫີນ ໜາມໜໍ່ຢູ່ແຂວງຄຳມ່ວນ ເປັນມໍລະ ດົກໂລກທາງທຳມະຊາດ ທີ່ຄູ່ຂະ ໜານກັບອຸທະຍານມໍລະດົກໂລກ ທາງທຳມະຊາດຟອງຍາ-ແກບາງ ຢູ່ແຂວງກວາງບິງສສຫວຽດນາມ ຊຶ່ງເປັນຄວາມພະຍາຍາມຮ່ວມກັນ ແລະ ຄວາມພາກພູມໃຈຂອງສອງ ປະເທດ, ການຮ່ວມມືດ້ານການສຶກ ສາ-ບຳລຸງສ້າງ ແລະ ພັດທະນາຊັບ ພະຍາກອນມະນຸດ ໄດ້ຮັບຄວາມ ເອົາໃຈໃສ່ເປັນພິເສດ, ຮັບປະກັນ ຄຸນນະພາບ ແລະ ປະສິດທິຜົນ. ຂໍ້ມູນ-ພາບ: ສໍານານ ຮັບຟັງການລາຍງານການຈັດຕັ້ງ ປະຕິບັດວຽກງານໂຄງການສ້າງ ຄວາມເຂັ້ມແຂງວຽກງານຂຶ້ນ ທະບຽນອອກໃບຕາດິນຢ່າງເປັນ ລະບົບ ປະຈຳປີ 2025 ຕື່ມອີກ. ນອກນັ້ນ, ຍັງໄດ້ຮັບຟັງຜົນສຳເລັດ ຂອງການຈັດຕັ້ງປະຕິບັດໂຄງການ ໃນປີ 2025 ແລະ ທິດທາງແຜນ ການ, ສິ່ງທ້າທາຍຕ່າງໆ ທີ່ຈະ ຕ້ອງໄດ້ປະຕິບັດໃນປີ 2026. ໂຄງການສ້າງຄວາມເຂັ້ມແຂງ ວຽກງານຂຶ້ນທະບຽນອອກໃບຕາ ດິນຢ່າງເປັນລະບົບ ແມ່ນສຸມໃສ່ 4 ອົງປະກອບໃຫຍ່ ມີວຽກງານທີ່ ພົ້ນເດັ່ນ ຄື: ການຂຶ້ນທະບຽນອອກ ໃບຕາດິນ; ການສ້າງນິຕິກຳ ແລະ ລະບຽບການຕ່າງໆ; ການຫັນເປັນ ທັນສະໄໝ ແລະ ການຄຸ້ມຄອງ ໂຄງການ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ໃຫ້ກຽດມອບໂດຍ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານ ພັກ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ມີບັນດາຮອງ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ, ຫົວໜ້າອົງການໄອຍະ ການທະຫານຂັ້ນສູງ, ບັນດາຄະນະ ນຳ ອົງການໄອຍະການປະຊາຊົນ ທົ່ວປະເທດ ແລະ ພະນັກງານຫລັກ ແຫລ່ງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ບຸນມາ ດວງມາລາສິນ ຮັກສາການ ຫົວໜ້າ ກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ ຕົກລົງ ການມອບໃບຍ້ອງຍໍໃຫ້ກົມ ກອງ ແລະ ບຸກຄົນ ໃນການຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ 3 ມີ 4 ຮັບປະ ກັນ ປະຈໍາປີ 2025 ຂອງອົງການ ໄອຍະການປະຊາຊົນ ແລະ ອົງການ ໄອຍະການທະຫານ ໃນຂອບເຂດ ທົ່ວປະເທດ ຊຶ່ງປະກອບມີກົມກອງ ທັງໝົດ 81 ກົມກອງ, ຍ້ອງຍໍ 64 ກົມກອງ ແລະ ຊົມເຊີຍ 17 ກົມ ກອງ, ມີພະນັກງານທັງໝົດ 1.799 ຄົນ ຍິງ 634 ຄົນ ໃນນັ້ນ, ມອບໃບ ຍ້ອງຍໍບຸກຄົນ ໃຫ້ແກ່ພະນັກງານລັດຖະກອນ ອົງການໄອຍະການປະ ຊາຊົນທົ່ວປະເທດ ແລະ ອົງການໄອ ຍະການທະຫານ ທັງໝົດ 1.599 ຄົນ ຍິງ 575 ຄົນ ແລະ ໃບຊົມເຊີຍ 174 ຄົນ ຍິງ 64 ຄົນ. ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄຳເຫັນໂອ້ລົມຕໍ່ ສະມາຊິກພັກ, ພະນັກງານ-ລັດຖະ ກອນ ໂດຍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານ, ຜົນສໍາເລັດຕ່າງໆ ຂອງກົມກອງ ແລະ ບຸກຄົນທີ່ຍາດ ມາໄດ້ໃນປີ 2025 ຜ່ານມາ. ພ້ອມ ທັງໃຫ້ທິດຊີ້ນໍາໃຫ້ສືບຕໍ່ປັບປຸງ ແບບແຜນວິທີເຮັດວຽກ, ເຮັດວຽກ ເປັນໝູ່ຄະນະ, ແບ່ງຄວາມຮັບຜິດ ຊອບໃຫ້ຈະແຈ້ງ, ເຮັດວຽກຕ້ອງ ຢູ່ພາຍໃຕ້ຄະນະພັກ, ຄະນະນຳ ນຳພາ-ຊີ້ນຳ ຄຽງຄູ່ກັນນັ້ນ, ຕ້ອງມີ ຄວາມຮັບຜິດຊອບ, ມີສະຕິໃນການ ປະຕິບັດໜ້າທີ່ວຽກງານໃຫ້ຕິດພັນ ກັບ 2 ໜ້າທີ່ຍຸດທະສາດ ຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ພ້ອມທັງຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນ ທີ່ພັກ-ລັດ ກໍຄື ການຈັດຕັ້ງ ໄດ້ມອບໝາຍໃຫ້ມີຜົນສໍາເລັດ. ຂໍ້ມູນ-ພາບ: ອອປສ ໄດ້ເຈລະຈາສົ່ງອອກສິນຄ້າກະ ສິກຳ ກັບປະເທດໃກ້ຄຽງໄດ້ 75 ລາຍການ. ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນ ໃນໂອກາດເຂົ້າຮ່ວມກອງ ປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2025 ໃນວັນທີ 13 ມັງກອນ 2026 ໂດຍໄດ້ຍົກໃຫ້ເຫັນຜົນງານ ອັນພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ ວຽກງານຂະແໜງກະສິກຳ ໃນປີ 2025 ໂດຍສະເພາະການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ບັນລຸ 62,5% ແລະ ໄດ້ສ້າງຕັ້ງປ່າປ້ອງ ກັນແຫ່ງຊາດ 16 ແຫ່ງ, ອຸທິຍານ ແຫ່ງຊາດ 4 ແຫ່ງ ໃນນີ້, ອຸທິຍານ ແຫ່ງຊາດຫີນໜາມໜໍ່ ໄດ້ຖືກຮັບ ຮອງເປັນມໍລະດົກໂລກທາງທຳມະ ຊາດ ຮ່ວມຊາຍແດນ ກັບອຸທິຍານ ແຫ່ງຊາດ ຟອງຫຍາ-ແກບາງ ຫວຽດນາມ; ການພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຮັບການພັດທະນາເປັນກ້າວໆ ໃນນັ້ນ, ສ້າງຄອບຄົວພົ້ນທຸກ ໄດ້ 5.900 ຄອບຄົວ ແລະ ບ້ານພົ້ນ ທຸກ ໄດ້ 36 ບ້ານ, ປັດຈຸບັນມີຄອບ ຄົວພົ້ນທຸກ ກວມ 86% ແລະ ບ້ານ ພົ້ນທຸກ ກວມ 73%. ສຳລັບວຽກ ງານການອອກໃບຕາດິນໃນທົ່ວ ປະເທດ ສາມາດຈັດຕັ້ງປະຕິບັດ ໄດ້ 181.200 ກວ່າຕອນ ເທົ່າກັບ 60% ຂອງແຜນການ (300.000 ຕອນ) ປັດຈຸບັນຂຶ້ນທະບຽນ ໄດ້ 2.311.200 ກວ່າຕອນ ເທົ່າ 77% ຂອງທັງໝົດ 3 ລ້ານກວ່າຕອນ. ສ່ວນວຽກງານປົກປັກຮັກສາສິ່ງ ແວດລ້ອມ ກໍໄດ້ຮັບການພັດທະນາ ເປັນກ້າວໆ. ທ່ານ ລິນຄຳ ດວງສະຫວັນ ໃຫ້ ຮູ້ຕື່ມວ່າ: ສຳລັບທິດທາງແຜນການ ໃນປີ 2026 ຈະສືບຕໍ່ຊຸກຍູ້ແຮງ ການຜະລິດສະບຽງອາຫານ ແລະ ການຜະລິດສິນຄ້າກະສິກຳ ທີ່ມີທ່າ ແຮງການຂະຫຍາຍຕົວ, ຫລາກ ຫລາຍ, ສະອາດ, ປອດໄພ, ປະຊາ ຊົນມີລາຍຮັບ ທັງຮັບປະກັນລະບົບ ນິເວດກະສິກຳຂອງທ້ອງຖິ່ນ ມີ ຄວາມຂຽວງາມ ແລະ ຍືນຍົງ ໂດຍ ຮັກສາລະດັບການເຕີບໂຕຂອງ ກະສິກຳ 4,6%ແລະ ປະກອບສ່ວນ ໃນຈີດີພີ 21,9%, ສູ້ຊົນຜະລິດເຂົ້າ ເປືອກໃຫ້ໄດ້ 3,9 ລ້ານໂຕນ ໂດຍ ສຸມໃສ່ 10 ແຂວງເປົ້າໝາຍ ເພື່ອ ໃຫ້ສາມາດຮັບປະກັນໄດ້ການບໍລິ ໂພກພາຍໃນ ແລະ ເປັນສິນຄ້າ, ຜະ ລິດພືດສະບຽງອາຫານ ໃຫ້ໄດ້ 2,6 ລ້ານໂຕນ, ຊີ້ນ, ໄຂ່ ແລະ ປາ ໃຫ້ ໄດ້ 592.300 ກວ່າໂຕນ, ຮັບປະ ກັນອັດຕາການບໍລິໂພກຊີ້ນ, ໄຂ່ ແລະ ປາ ສະເລ່ຍ 75,5 ກິໂລກຣາມ ຕໍ່ຄົນຕໍ່ປີ; ສືບຕໍ່ສູ້ຊົນຜະລິດພືດສິນ ຄ້າທີ່ມີທ່າແຮງ ແລະ ເປັນບຸລິມະ ສິດ ໃຫ້ໄດ້ 9,9 ໂຕນ, ມູນຄ່າການ ສົ່ງອອກຜະລິດຕະພັນ ດ້ານກະສິ ກຳແລະປ່າໄມ້ໃຫ້ໄດ້1.900ລ້ານ ໂດລາສະຫະລັດ; ສືບຕໍ່ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ຢ່າງເຂັ້ມ ງວດ ເພື່ອສູ້ຊົນເຮັດໃຫ້ເນື້ອທີ່ປ່າ ໄມ້ ແລະ ຄວາມປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ 70% ໃນປີ 2030; ສືບຕໍ່ ຂຶ້ນທະບຽນອອກໃບຕາດິນ ຢູ່ນອກ ເຂດທີ່ດິນປ່າໄມ້ ແລະ ດຳເນີນການ ຮັບຮູ້ສິດນຳໃຊ້ທີ່ດິນໃນເຂດປ່າໄມ້ ໃຫ້ໄດ້ຕາມຄາດໝາຍ (ອອກໃບ ຕາດິນໃຫ້ໄດ້ 34.000 ຕອນ ແລະ ຮັບຮູ້ສິດນຳໃຊ້ທີ່ດິນໃນເຂດທີ່ດິນ ປ່າໄມ້ ໃຫ້ໄດ້ 26.000 ຕອນ); ສືບຕໍ່ຄຸ້ມຄອງ ແລະ ປົກປັກຮັກສາ ສິ່ງແວດລ້ອມ ໂດຍສະເພາະການ ຊຸກຍູ້ຕິດຕາມບັນດາໂຄງການລົງ ທຶນຂະໜາດໃຫຍ່ ທີ່ມີຜົນກະທົບ ຕໍ່ສິ່ງແວດລ້ອມ, ການຫລຸດຜ່ອນ ປະລິມານສິ່ງເສດເຫລືອ, ຊຸກຍູ້ຜູ້ ປະກອບການຂຶ້ນທະບຽນ ການກໍາ ຈັດສິ່ງເສດເຫລືອອັນຕະລາຍ ຈາກ ຂະແໜງການຕ່າງໆ, ການສ້າງ ຕົວເມືອງສີຂຽວສະອາດງາມຕາ; ສືບຕໍ່ຄຸ້ມຄອງ ແລະ ປົກປັກຮັກສາ ແຫລ່ງນໍ້າ ແລະ ຊັບພະຍາກອນນໍ້າ ໃຫ້ມີຄວາມຍືນຍົງ ແລະ ສາມາດ ນໍາໃຊ້ໃຫ້ເກີດຜົນປະໂຫຍດສູງທີ່ ສຸດ; ສືບຕໍ່ຈັດຕັ້ງປະຕິບັດວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ; ສືບ ຕໍ່ຄົ້ນຄວ້າກໍານົດນະໂຍບາຍ ກະ ຕຸກຊຸກຍູ້ການຜະລິດ ເປັນຕົ້ນ ນະ ໂຍບາຍຕໍ່ຜູ້ປະກອບການທີ່ຜະລິດ ປັດໄຈການຜະລິດຝຸ່ນ, ປຸ໋ຍ, ອາ ຫານສັດ, ນະໂຍບາຍຕໍ່ຜູ້ນໍາໃຊ້ ເຕັກໂນໂລຊີຂັ້ນສູງ ແລະ ນະວັດຕະ ກໍາ ເຂົ້າໃນການຜະລິດສະບຽງອາ ຫານ ແລະ ຜະລິດເປັນສິນຄ້າ ທີ່ ມີຄຸນນະພາບສູງ ພ້ອມທັງຜັນຂະ ຫຍາຍນະໂຍບາຍແຫ່ງຊາດ ວ່າ ດ້ວຍການປູກພືດ ແລະ ນະໂຍບາຍ ແຫ່ງຊາດ ວ່າດ້ວຍການລ້ຽງສັດ ແລະ ສັດນ້ຳ ໃຫ້ເປັນອັນລະອຽດ. ຂ່າວ: ກິດຕາ, ພາບ: ຂັນໄຊ ທຽບເທົ່າກັບສາຍການບິນຊັ້ນນຳ ລະດັບສາກົນ, ພ້ອມທັງຊ່ວຍເຊື່ອມ ໂຍງການຄົມມະນາຄົມໄປຍັງເຂດ ຫ່າງໄກສອກຫລີກ ໃຫ້ມີຄວາມ ສະດວກສະບາຍຍິ່ງຂຶ້ນ. ການຮ່ວມມືໃນຄັ້ງນີ້, Umoney ຫວັງຢ່າງຍິ່ງວ່າຈະຊ່ວຍໃຫ້ລູກຄ້າ ຂອງ Lao Airl ines ກໍຄື ຄົນ ລາວທົ່ວປະເທດ ຈະຍົກລະດັບປະ ສົບການການຊຳລະເງິນທີ່ງ່າຍ ດາຍ ແລະ ທັນສະໄໝຍິ່ງຂຶ້ນ, ລູກ ຄ້າທຸກທ່ານທີ່ມີບັນຊີ Umoney ຫລື ບັນຊີທະນາຄານອື່ນໆ ກໍສາ ມາດຈອງ ແລະ ຊຳລະຄ່າປີ້ເຮືອ ບິນໄດ້ທັນທີ ຊຶ່ງຊ່ວຍເພີ່ມປະສິດ ທິພາບໃນການວາງແຜນການ ເດີນທາງ ແລະ ຕອບສະໜອງ ຄວາມຕ້ອງການຂອງລູກຄ້າໄດ້ ຢ່າງຄົບຖ້ວນ. ການຮ່ວມກັນຄັ້ງນີ້, ບໍ່ພຽງແຕ່ ເປັນການຮ່ວມມືທາງທຸລະກິດເທົ່າ ນັ້ນ ແຕ່ຍັງຖືເປັນບາດກ້າວສຳຄັນ ທາງປະຫວັດສາດ ໃນການຂ້າມ ຂີດຈໍາກັດທາງດ້ານການຊໍາລະ ເພາະເປັນຄັ້ງທໍາອິດທີ່ຜູ້ຊົມໃຊ້ທັງ Umoney ແລະ ທຸກແອັບພລິເຄຊັນ ທະນາຄານໃນລາວ ສາມາດຊຳລະ ຄ່າປີ້ເຮືອບິນຜ່ານລະບົບດີຈິຕອນ ຢ່າງເຕັມຮູບແບບ. ສາຍການບິນ ລາວແອລາຍ ເປັນສາຍການບິນແຫ່ງຊາດ ແລະ ເປັນຜູ້ໃຫ້ບໍລິການການບິນທີ່ໃຫຍ່ ທີ່ສຸດໃນປະເທດລາວ, ປັດຈຸບັນ ໄດ້ໃຫ້ບໍລິການເສັ້ນທາງບິນທັງ ພາຍໃນ ແລະ ຕ່າງປະເທດ ໂດຍ ມຸ່ງເນັ້ນສ້າງປະສົບການການເດີນ ທາງທີ່ດີທີ່ສຸດໃຫ້ແກ່ຜູ້ໂດຍສານ ດ້ວຍມາດຕະຖານການບໍລິການທີ່ ສສຊ... ການຮ່ວມມື...່ື ອອປສ... 1 ປີຜ່ານມາ...ີ່ ສາມາດບັນລຸໄດ້ 1,7 ຕື້ໂດລາສະ ຫະລັດຊຶ່ງຖືວ່າຫລາຍກວ່າໝູ່ພິເສດ ຢູມັນນີ...ູັີ ສ້າງຄວາມເຂັ້ມແຂງ...້ັ້

RkJQdWJsaXNoZXIy MTc3MTYxMQ==