gsfdko{dkora fmtok a xtgmf]k; ( 14/01/2026 rq [rtr5 fmtI6 [gdq j kcdj 105 vq ' 16 j g,n v'30' ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກໃຫ້ຮູ້ວ່າ:ພົບພະພຸດທະຮູບ 105 ອົງ ຢູ່ບໍລິເວນບ້ານເວີນຂາວ ເມືອງໂຂງ ແຂວງຈຳປາສັກ ໃນນີ້, ເປັນພະທອງສຳລິດ 4 ອົງ, ພະເງິນ 101 ອົງ, ໃນຈຳນວນທັງໝົດນັ້ນ ມີ ພະພຸດທະຮູບທີ່ຍັງມີສະພາບສົມບູນ ດີ 53 ອົງ. ຕໍ່ເຫດການດັ່ງກ່າວ, ໃນວັນທີ 12 ມັງກອນ 2026, ອຳນາດການ ປົກຄອງເມືອງໂຂງ ນຳໂດຍ ທ່ານ ໜູແສງ ຜຸຍບັນດິດ ຮອງປະທານ ຄະນະກຳມະການປົກຄອງເມືອງ ໂຂງ, ທ່ານ ນາງ ໄພວັນ ສີບຸນເຮືອງ ເລຂາຄະນະພັກຮາກຖານກຸ່ມຮາດ ຊາຍຄູນ ພ້ອມດ້ວຍຫ້ອງການກ່ຽວ ຂ້ອງໄດ້ລົງພື້ນທີ່ຕົວຈິງເພື່ອຕິດຕາມ ເຫດການດັ່ງກ່າວ. ອົງການປົກຄອງບ້ານເວີນຂາວ ລາຍງານໃຫ້ຮູ້ວ່າ: ໃນວັນທີ 11 ມັງກອນ 2026, ເວລາປະມານ 17:00 ໂມງ. ຜູ້ທີ່ຄົ້ນພົບຄົນທຳອິດ ແມ່ນ ນາງ ສຸກສະຫວັນ ແສງອາລຸນ ອາຍຸ 13 ປີ (ເປັນລູກສາວຂອງ ທ້າວ ພັນ ແລະ ນາງ ບຸນຫລາຍ), ໃນຂະນະທີ່ພາຫລານໄປຫລິ້ນຢູ່ ບໍລິເວນໃກ້ຄຽງບ້ານຂອງຕົນ. ນາງ ສຸກສະຫວັນ ໄດ້ສັງເກດເຫັນສິ້ນ ສ່ວນຂອງໄຫດິນໂພ່ຂຶ້ນມາຈາກພື້ນ ດິນ, ຈຶ່ງໄດ້ຕັດສິນໃຈໃຊ້ສຽມສັບ ດິນອອກ ແລະ ໄດ້ພົບເຫັນສິ່ງລຳ ຄ່າທີ່ຢູ່ຂ້າງໃນເປັນພະພຸດທະຮູບ. ຈາກການກວດກາເບື້ອງຕົ້ນ, ພົບ ພະພຸດທະຮູບທັງໝົດ 105 ອົງ ໃນ ນີ້, ເປັນພະທອງສຳລິດ 4 ອົງ, ພະ ເງິນ 101 ອົງ, ໃນຈຳນວນທັງໝົດ ນັ້ນ ມີພະພຸດທະຮູບທີ່ຍັງມີສະພາບ ສົມບູນດີ 53 ອົງ, ສ່ວນທີ່ເຫລືອ ແມ່ນມີການເສຍຫາຍໄປຕາມກາລະ ເວລາ. ທ່ານ ໜູແສງ ຜຸຍບັນດິດ ໃຫ້ ຮູ້ວ່າ: ໃນຂະນະນີ້, ພະພຸດທະຮູບ ທັງໝົດໄດ້ຖືກເກັບຮັກສາໄວ້ໃນ ບ່ອນທີ່ປອດໄພ ກໍຄືທີ່ວັດບ້ານ ເວີນຂາວ ເພື່ອລໍຖ້າໃຫ້ເຈົ້າໜ້າທີ່ ຂະແໜງການກ່ຽວຂ້ອງ ລົງມາ ສົມທົບກວດກາ, ຂຶ້ນທະບຽນ ແລະ ສຶກສາຄົ້ນຄວ້າເຖິງອາຍຸການ ແລະ ປະຫວັດຄວາມເປັນມາຂອງພະ ພຸດທະຮູບເຫລົ່ານີ້. ການຄົ້ນພົບ ຄັ້ງນີ້ ບໍ່ພຽງແຕ່ເປັນສິລິມຸງຄຸນໃຫ້ ແກ່ຄອບຄົວຜູ້ຄົ້ນພົບ ແລະ ປະຊາ ຊົນບ້ານເວີນຂາວເທົ່ານັ້ນ, ແຕ່ຍັງ ເປັນການຄົ້ນພົບທາງປະຫວັດສາດ ທີ່ສຳຄັນ ຊຶ່ງສະແດງໃຫ້ເຫັນເຖິງ ຮາກເຫງົ້າທາງວັດທະນະທຳ ແລະ ຄວາມຮຸ່ງເຮືອງຂອງພຸດ ທະສາສະໜາ ໃນເຂດເມືອງໂຂງ ແຂວງຈຳປາສັກ ໃນອະດີດ. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ sq ;|h krtcod v7 c0;'s];'oEmk -5 dp6 h ;Pd'ko16 j g,n v's];'oEmk ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເມື່ອບໍ່ ດົນມານີ້, ທ່ານ ຈັນພິພັກ ກອງຈໍາ ປາ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງນ້ຳທາ ພ້ອມດ້ວຍຄະນະເຄື່ອນໄຫວຊຸກຍູ້ ວຽກງານ ຢູ່ເມືອງຫລວງນໍ້າທາ, ໂດຍມີ ທ່ານ ສີຈັນ ລໍທອງໂຫລຍ ຮັກສາການຮອງ ເຈົ້າ ເມືອງໆ ຫລວງນ້ຳທາ, ທ່ານ ອານຸ ສູດທິວົງ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ພ້ອມດ້ວຍ ບັນດາຂະແໜງການ, ພະນັກງານລັດຖະກອນເຂົ້າຮ່ວມ. ທ່ານອານຸສູດທິວົງໄດ້ລາຍງານ ສະ ພ າບການຈັດຕັ້ງປະ ຕິບັດ ວຽກງານ ຂອງຫ້ອງການອຸດສາ ຫະກຳ ແລະ ການຄ້າເມືອງຫລວງ ນໍ້າທາ ໃນໄລຍະ 1 ປີຜ່ານມາ ຊຶ່ງ ທົ່ວເມືອງຫລວງນໍ້າທາ ມີຕະຫລາດ 6 ແຫ່ງ, ມີປໍ້ານໍ້າມັນເຊື້ອໄຟ 37 ປໍ້າ, ໂຮງງານຂະໜາດນ້ອຍ 34 ແຫ່ງ, ການຜະລິດອຸດສາຫະກຳ ປຸງແຕ່ງ ແລະ ສິນຄ້າສົ່ງອອກມູນ ຄ່າ 111,98 ຕື້ກວ່າກີບ ເທົ່າກັບ 123%, ລົງກວດກາຜະລິດຕະພັນ ສິນຄ້າຫຸ້ມຫໍ່ນໍ້າດື່ມບໍລິສຸດ 11 ໂຮງງານ, ລົງກວດກາຊິງຊັ່ງໄດ້ g-dv' zt]y fg0Q k c]t rn flt[P' vkskowfh 88.900 d;j k38o ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນປີ 2025 ຜ່ານ ມາ, ແຂວງເຊກອງ ສາມາດຜະລິດ ເຂົ້າ ແລະ ພືດສະບຽງອາຫານໄດ້ ທັງໝົດ 88.903 ໂຕນ ໃນນີ້, ເຂົ້າ ນາປີ 39.885 ໂຕນ; ເຂົ້ານາແຊງ 2.817 ໂຕນ; ເຂົ້າໄຮ່ 2.035 ໂຕນ ແລະ ພືດສະບຽງອາຫານ 44.165 ໂຕນ ສະເລ່ຍເຂົ້າກິນທົ່ວແຂວງ (ເຂົ້າເປືອກ) ໄດ້ 303 ກິໂລຕໍ່ຄົນ ຕໍ່ປີ. ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກໍາມະການ ປົກຄອງ ແຂວງເຊກອງ ລາຍງານ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2025 ທົ່ວແຂວງເຊກອງ ມີເນື້ອທີ່ ປູກພືດເປັນສິນຄ້າ ເປັນຕົ້ນ ກາເຟ, ໝາກແໜ່ງ, ສາລີ, ມັນຕົ້ນ, ກ້ວຍ, ໂສມ, ຜັກກາດຫໍ່, ໝາກນັດ, ຜັກກະ ຫລໍ່າປີ, ພືດຜັກລວມ ແລະ ໄມ້ກິນ ໝາກທັງໝົດ 28.173 ເຮັກຕາ ໃນ ນີ້, ເນື້ອທີ່ເສຍຫາຍ 5 ເຮັກຕາ ແລະ ]tfq ,co;7;k,7y f{dko,u lj ;oIj ;,0v'la '7q , grn j v75 h ,7v'-a [rtpkdvooEc[[g-n j v,lko ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລືການມີສ່ວນຮ່ວມຂອງ ສັງຄົມ ໃນເຄືອຂ່າຍແມ່ນໍ້າສົມບູນ ຄັ້ງທີ I ຂອງໂຄງການຄຸ້ມຄອງ ອ່າງຮັບນໍ້າ ໂດຍການມີສ່ວນຮ່ວມ ຈາກຊຸມຊົນ ໃນແຂວງຄຳມ່ວນ ໄລຍະ II ທີ່ໄດ້ຮັບທຶນຊ່ວຍເຫລືອ ລ້າ ຈາກມູນນິທິອາຊີ ປະຈໍາ ສປປ ລາວ ຈັດຂຶ້ນໃນທ້າຍອາທິດຜ່ານ ມາ ທີ່ເມືອງຍົມມະລາດ ແຂວງ ຄຳມ່ວນ ໂດຍການເປັນປະທານ ຂອງທ່ານ ນາງ ບຸນກັນ ພົງອຸດົມ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ. ໃນກອງປະຊຸມ, ໄດ້ຮັບຟັງການ ນໍາສະເໜີກ່ຽວກັບເນື້ອໃນຂໍ້ສະຫລຸບ ກອງປະຊຸມເຄືອຂ່າຍແມ່ນໍ້າສົມບູນ ຄັ້ງທີ I ແລະ II, ຜົນການຕິດຕາມ ຄຸນນະພາບນໍ້າ ໃນອ່າງຮັບນໍ້າ ເຊບັ້ງໄຟ ພ້ອມທັງຮັບຟັງການ ນໍາສະເໜີແຜນການຄຸ້ມຄອງສິ່ງ ແວດລ້ອມ ຈາກຕາງໜ້າບໍລິສັດ ການລົງທຶນຂະໜາດໃຫຍ່ ຢູ່ໃນ ແຂວງຄໍາມ່ວນ ເປັນຕົ້ນ ລາວຄາຍ ຢວນ ບໍ່ແຮ່ ຈຳກັດ ແລະ ບໍລິສັດ ຄໍາມ່ວນຊີມັງ. ນອກນີ້, ກອງປະຊຸມ ຍັງໄດ້ເປີດກວ້າງ ເພື່ອໃຫ້ບັນດາ ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນ ແລກປ່ຽນດ້ານຄວາມຮູ້, ບົດຮຽນ ແລະ ປະສົບການ ນໍາໄປໝູນໃຊ້ເຂົ້າ ໃນການປະຕິບັດຕົວຈິງ ໃນການ ຄຸ້ມຄອງທາງດ້ານປະລິມານ ແລະ ຄຸນນະພາບໃຫ້ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ. ໂຄງການຄຸ້ມຄອງອ່າງຮັບນໍ້າ ໂດຍການມີສ່ວນຮ່ວມຈາກຊຸມຊົນ ໃນແຂວງຄຳມ່ວນ ມີເປົ້າໝາຍ ຈັດຕັ້ງປະຕິບັດຢູ່ 5 ເມືອງຄື: ເມືອງ ເຊບັ້ງໄຟ, ມະຫາໄຊ, ໜອງບົກ, ຍົມມະລາດ ແລະ ເມືອງບົວລະພາ, ກວມເອົາ 18 ບ້ານ, ງົບປະມານ ໂຄງການທັງໝົດ 273.653 ໂດລາ ສະຫະລັດ, ອາຍຸຂອງໂຄງການ 2 ປີ (2025-2027), ກິດຈະກຳ ຫລັກຂອງໂຄງການ: ເພື່ອປັບປຸງ ຖານຂໍ້ມູນຊັບພະຍາກອນນໍ້າ ແລະ ຂະບວນການວາງແຜນທີ່ກ່ຽວຂ້ອງ ໃຫ້ດີຂຶ້ນ ໂດຍສ້າງຄວາມເຂັ້ມແຂງ ໃນການວິເຄາະຂໍ້ມູນ, ເພີ່ມການມີ ສ່ວນຮ່ວມ, ຄຸ້ມຄອງຊັບພະຍາກອນ ນໍ້າຂັ້ນທ້ອງຖິ່ນ, ແຜນຄຸ້ມຄອງອ່າງ ຮັບນໍ້າທີ່ພວມດໍາເນີນຢູ່ ແລະ ປັບປຸງ ຄຸ້ມຄອງຊັບພະຍາກອນນໍ້າ ຂອງ ຊຸມຊົນຕິດພັນກັບການປົກປັກຮັກສາ ທີ່ດິນບໍລິເວນນໍ້າ, ສ້າງຄວາມ ທົນທານໃນການປ່ຽນແປງດິນຟ້າ ອາກາດ, ສົ່ງເສີມ ແລະ ສ້າງກົນໄກ ການຄຸ້ມຄອງອ່າງຮັບນໍ້າທີ່ເຂັ້ມ ແຂງ ໂດຍການມີສ່ວນຮ່ວມຢ່າງ ຕັ້ງໜ້າຂອງຊຸມຊົນຕາມຫລັກການ ຄຸ້ມຄອງຊັບພະຍາກອນນໍ້າແບບ ເຊື່ອມສານແນໃສ່ການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ເຂົ້າໃນ ພາລະບົດບາດ ແລະ ຄວາມຮັບ ຜິດຊອບຂອງແຕ່ລະພາກສ່ວນໃນ ສັງຄົມ ເພື່ອຮັກສາຄວາມອຸດົມ ສົມບູນ ແລະ ຄວາມຫລາກຫລາຍ ດ້ານຊີວະນາໆພັນ ແລະ ນິເວດ ວິທະຍາ ທັງເປັນການຫລຸດຜ່ອນ ບັນຫາທີ່ອາດຈະນໍາໄປສູ່ການເກີດ ມົນລະພິດທາງນໍ້າ. ທ່ານນາງ ໂສພາວັນຣາດຊະພົງ ຫົວໜ້າໂຄງການຄຸ້ມຄອງອ່າງຮັບ ນໍ້າ ໂດຍການມີສ່ວນຮ່ວມຈາກຊຸມ ຊົນ ໃນແຂວງຄຳມ່ວນ ໄດ້ນໍາສະເໜີ ຜົນການຕິດຕາມຄຸນນະພາບນໍ້າ ຊຶ່ງ ຍົກໃຫ້ເຫັນເຖິງການຄົ້ນພົບ ໄມໂຄ ປລາສຕິກ ຢູ່ໃນສັດນໍ້າ (ປາ) ຊຶ່ງ ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ຂອງຄົນ ແລະ ລະບົບນິເວດ ໃນຕໍ່ ໜ້າ. ສະນັ້ນ, ຈຶ່ງມີຄວາມຈໍາເປັນ ໃຫ້ທຸກພາກສ່ວນຊ່ວຍໂຄສະນາ ແລະ ປູກຈິດສຳນຶກ ໃນການຮັກ ສາສິ່ງແວດລ້ອມ ໂດຍສະເພາະ ແຫລ່ງນໍ້າໃຫ້ມີຄວາມສະອາດ ແລະ ອຸດົມສົມບູນ ໃນອະນາຄົດ. ຂ່າວ-ພາບ: ກອງຄໍາ 251 ໜ່ວຍ, ທົ່ວເມືອງໄດ້ຊົມໃຊ້ ໄຟຟ້າຖາວອນ 72 ບ້ານ ກວມເອົາ 92,30% ແລະ ຍັງບໍ່ທັນໄດ້ຊົມ ໃຊ້ໄຟຟ້າຖາວອນ 6 ບ້ານ ກວມ ເອົາ 7,70%, ມີເຂື່ອນໄຟຟ້ານໍ້າ ຕະລານພາວເວີ ຈໍາກັດ 1 ແຫ່ງ, ສາມາດຜະລິດພະລັງງານໄຟຟ້າ ໄດ້ 4 ລ້ານກວ່າກິໂລວັດໂມງ, ຊຸກຍູ້ ໂຮງງານຜະລິດ ແລະ ຂຸດຄົ້ນຫີນ ກໍ່ສ້າງ 4.904 ແມັດກ້ອນ, ມູນຄ່າ 440 ລ້ານກວ່າກີບ, ໄດ້ຊຸກຍູ້ການ ຂຸດຄົ້ນດິນໜຽວ ເພື່ອຜະລິດດິນຈີ່ 2 ໂຮງງານ, ສາມາດຜະລິດດິນຈີ່ ໄດ້ 2 ລ້ານກວ່າກ້ອນ, ມີມູນຄ່າ 2 ຕື້ກວ່າກີບ, ຫົວໜ່ວຍວິສາຫະກິດ ທີ່ ໄດ້ຂຶ້ນທະບຽນມີ 1.730 ຫົວໜ່ວຍ, ມີທຶນຈົດທະບຽນ 808 ຕື້ກວ່າກີບ. ພ້ອມກັນນີ້, ບັນດາຂະແໜງການ ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ເມືອງ ຍັງໄດ້ ແລກປ່ຽນບົດຮຽນດ້ານວິຊາການ ເປັນຕົ້ນ ວຽກງານການຄ້າ, ການ ຄຸ້ມຄອງວິສາຫະກິດ, ວຽກງານ ພະລັງງານ, ວຽກງານປຸງແຕ່ງ ແລະ ອື່ນໆ. ໂອກາດນີ້, ທ່ານ ຈັນພິພັກ ກອງ ຈໍາປາ ກໍໄດ້ກ່າວສະແດງຄວາມ ຊົມເຊີຍຜົນງານ ຂອງຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ ຄະນະຫ້ອງການສືບຕໍ່ເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ເຊື່ອມຊຶມແນວທາງຂອງພັກ, ກົດ ໝາຍຂອງລັດແຕ່ລະໄລຍະ, ເປັນ ເຈົ້າການໃນການຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີການ ສວຍໂອກາດຂຶ້ນລາຄາສິນຄ້າ ທີ່ ບໍ່ສົມເຫດສົມຜົນ, ຊຸກຍູ້ບັນດາ ໂຮງງານປຸງແຕ່ງພາຍໃນເມືອງ ໃຫ້ ໄດ້ມາດຕະຖານ ຊ່ວຍໃຫ້ຜູ້ປະກອບ ການເຂົ້າເຖິງເຕັກນິກໃໝ່ໆ ເພື່ອຍົກ ລະດັບສິນຄ້າ ໃຫ້ສາມາດແຂ່ງຂັນ, ການເຄື່ອນໄຫວທຸລະກິດໃຫ້ຂຶ້ນ ທະບຽນຖືກຕ້ອງຕາມກົດໝາຍ ເອົາໃຈໃສ່ກວດກາມາດຕະຖານ ສິນຄ້າ, ກວດກາເຄື່ອງວັດແທກ (ຊິງຊັ່ງ) ຢູ່ຕາມຕະຫລາດ ແລະ ປ້ຳນ້ຳມັນ ໃຫ້ມີຄວາມທ່ຽງຕົງເພື່ອ ຄວາມຍຸຕິທຳແກ່ຜູ້ບໍລິໂພກ. ເນື້ອທີ່ເກັບກ່ຽວ 28.167 ເຮັກຕາ, ຜົນຜະລິດ 312.767 ໂຕນ ທຽບໃສ່ ແຜນການເທົ່າກັບ 170,4%(ແຜນ 183.552 ໂຕນ) ໃນນີ້, ມັນຕົ້ນ ທາດແປ້ງ 2 ແສນກວ່າໂຕນ, ກາເຟ 34 ພັນກວ່າໂຕນ, ຜັກກະຫລໍ່າປີ 24 ພັນກວ່າໂຕນ, ໄມ້ໃຫ້ໝາກ 16 ພັນ ກວ່າໂຕນ, ຜັກກາດຫໍ່ 8 ພັນກວ່າ ໂຕນ, ກ້ວຍ 7 ພັນກວ່າໂຕນ, ໝາກ ນັດ 2 ພັນກວ່າໂຕນ, ພືດຜັກລວມ 836 ໂຕນ, ໂສມ 413 ໂຕນ ແລະ ສາລີ 220 ໂຕນ. ທ່ານ ບຸນທະວີ ນະຄອນສິດ ໃຫ້ ຮູ້ຕື່ມວ່າ: ນອກຈາກຈະສົ່ງເສີມການ ປູກພືດເປັນສິນຄ້າແລ້ວ, ແຂວງເຊ ກອງ ກໍຍັງໄດ້ຊຸກຍູ້ສົ່ງເສີມການ ລ້ຽງສັດ ໃນຮູບແບບຕ່າງໆ ຕາມ ທ່າແຮງຂອງແຕ່ລະທ້ອງຖິ່ນ ເພື່ອ ໃຫ້ສັດແຕ່ລະປະເພດຂະຫຍາຍ ຕົວ ໃນລະດັບ 1-2%. ປັດຈຸບັນ, ທົ່ວແຂວງມີຟາມລ້ຽງສັດ 18 ຟາມ ແລະ ມີສັດລ້ຽງທັງໝົດ 1.251.231 ໂຕ ໃນນີ້, ຄວາຍ 26.436 ໂຕ; ງົວ 46.537 ໂຕ; ໝູ 70.135 ໂຕ, ແບ້ 22.971 ໂຕ ແລະ ສັດປີກ 1.085.152 ໂຕ. ຂ່າວ-ພາບ: ສັນຍາ
RkJQdWJsaXNoZXIy MTc3MTYxMQ==