14/01/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີີັີັີ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ xu 2026 3]dxj Pomy f9kdl6 odk'g8a d3o3]-u 8kg;a o8q dl6j 8kg;a ovvdcmh s]n [+ L ໂດຍ: ແສງສະຫວັນັນ 8kflq ,rt,y f vu d|b j 'lt4komu j mj v'mj P; muj 3ffgfaj o.og0f,tskotmu lu ra ofvo ຂປລ. ໂລກປ່ຽນທິດປີ 2026 ຈາກຊີລີຄອນວອນເລຕາເວັນຕົກ (Silicon Valley) ກ້າວສູ່ຊີລີຄອນ ຕາເວັນອອກ ຫລື ເອີ້ນວ່າ: ສູນກາງ ດ້ານເຕັກໂນໂລຊີຂັ້ນສູງ ແລະ ນະ ວັດຕະກໍາໂລກແຫ່ງໃໝ່ຢູ່ຈີນນີ້ເປັນ ຄວາມຈິງ ຫລື ບໍ່? ໂດຍສື່ສາກົນ ຕ່າງກໍລາຍງານ ສິ່ງມະຫັດສະຈັນ ກ່ຽວກັບຈີນປະສົບຜົນສໍາເລັດໃນ ການສ້າງເຄື່ອງຈັກຜະລິດຊິບຂັ້ນ ສູງດ້ວຍຕົນເອງໄດ້ແລ້ວຊື່ວ່າ: ອີຢູວີ (EUV) ພ້ອມນີ້ຈີນຍັງ ກາຍເປັນຜູ້ນໍາການສົ່ງອອກ ລົດໄຟ ຟ້າ ອັນດັບ 1 ຂອງໂລກແຊງໜ້າ ຍີ່ປຸ່ນ ແລະ ປະເທດຕາເວັນຕົກໄດ້ ສໍາເລັດ ແລະ ເປີດນໍາໃຊ້ໂທລະສັບ ມືຖືດ້ວຍສັນຍານຈາກດາວທຽມ ຂປລ. ປະເທດລາວເປັນປະ ເທດໜຶ່ງທີ່ມີສະຖານທີ່ທ່ອງທີ່ ສວຍງາມຫລາຍບ່ອນບໍ່ວ່າຈະເປັນ ແຫລ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ ມີເອກະລັກໂດດເດັ່ນປະຈຳແຂວງ, ປະຈຳພາກ, ປະຈຳທ້ອງຖິ່ນ ໂດຍ ສະເພາະແມ່ນທຳມະຊາດ, ພູຜາ ປ່າດົງ, ນ້ຳຕົກຕາດ ແລະ ສັດປ່າ ນາໆຊະນິດ. ເມື່ອເວົ້າເຖິງແຫລ່ງ ທ່ອງທ່ຽວທຳມະຊາດແລ້ວມື້ນີ້ຜູ້ ຂຽນຈະພາທ່ານຜູ້ອ່ານໄປສຳຜັດ ບັນຍາກາດສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງທາງພາກໃຕ້ຂອງລາວ ແລະ ປະຫວັດຄວາມເປັນມາຊື່ເອີ້ນ ຂອງຕາດນັ້ນ ກໍຄື ຕາດສົມພະມິດ (ຫລີ່ຜີ). ຕາດສົມພະມິດ ເປັນນ້ຳຕົກ ຕາດຂະໜາດໃຫຍ່ທີ່ມີກະແສນ້ຳ ໄຫລແຮງເກີດຈາກການຫລຸດ ລ່ຽນຂອງລະດັບພື້ນແມ່ນ້ຳຂອງ ບໍ່ແມ່ນນ້ຳຕົກຈາກໜ້າຜາສູງແຕ່ ເປັນການໄຫລຜ່ານໂງ່ນຫີນນ້ອຍໃຫຍ່ທີ່ສະຫລັບສັບປ່ຽນກັນເຮັດ ໃຫ້ເກີດພາບຟອງນ້ຳສີຂາວຂຸ່ນ ຕັດກັບສີຂຽວມໍລະກົດຂອງນ້ຳໃນ ບາງລະດູ ເບິ່ງແລ້ວມີຄວາມຂັງ, ຊົງພະລັງຢ່າງຍິ່ງ ແລະ ເປັນນໍ້າ ຕົກຕາດທີ່ຂຶ້ນຊື່ລືນາມຮອງຈາກ ນໍ້າຕົກຕາດຄອນພະເພັງຕັ້ງຢູ່ທິດ ຕາເວັນຕົກຂອງດອນຄອນ ຫລື ບ້ານຄອນໃຕ້ ແຂວງຈຳປາສັກ, ຫ່າງຈາກຂົວຂ້າມແມ່ນ້ຳຂອງເສັ້ນ ທາງລົດໄຟປະມານ 700 ແມັດ ຊຶ່ງເປັນອີກໜຶ່ງຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວທີ່ຈະເດີນທາງ ໄປທ່ຽວທາງພາກໃຕ້ຂອງລາວ. ຕາດສົມພະມິດ ຫລື ທີ່ຊາວບ້ານ ເອີ້ນກັນຕິດປາກວ່າ “ຫລີ່ຜີ” ເປັນ ອີກໜຶ່ງສະຖານທີ່ທີ່ສະແດງເຖິງ ຄວາມຍິ່ງໃຫຍ່ຂອງແມ່ນ້ຳຂອງໃນ ເຂດມະຫານະທີສີພັນດອນ, ດ້ວຍ ຄວາມໂດດເດັ່ນທີ່ເປັນເອກະລັກ ຈາກສາຍນ້ຳໄຫລຜ່ານໂງ່ນຫີນ ຂະໜາດນ້ອຍ-ໃຫຍ່ສະຫລັບຊັບ ປ່ຽນກັນເຮັດໃຫ້ເກີດກະແສຟອງ ນ້ຳສີຂາວຂຸ່ນຕັດກັບສີຂຽວມໍລະກົດ ຂອງນ້ຳຕາມລະດູການເຮັດໃຫ້ນັກ ທ່ອງທ່ຽວໄດ້ເພີດເພີນອີ່ມອົກອີ່ມໃຈ ເມື່ອພົບເຫັນບວກກັບບັນຍາກາດທີ່ ມີສາຍລົມພັດຜ່ານເຮັດໃຫ້ຮູ້ສຶກເຢັນ ສະບາຍຈົນລືມຄວາມອິດເມື່ອຍເລີຍ ກໍວ່າໄດ້. ນອກຈາກຈະໄດ້ຊົມຄວາມ ງົດງາມຂອງທຳມະຊາດແລ້ວ, ນັກ ທ່ອງທ່ຽວຍັງຈະໄດ້ສຳຜັດກັບກິດ ຈະກຳຕ່າງໆບໍ່ວ່າຈະເປັນ, ການ ຍ່າງຂ້າມຂົວອູ່ຂີ່ສະລິງ, ການຂີ່ລົດ ຖ່ີ ຫລື ລົດສາມລໍ້ທ່ຽວຊົມທິວທັດ ທຳມະຊາດ, ເບິ່ງວີຖີຊີວິດຂອງຊາວ ດອນເດດ-ດອນຄອນ, ພ້ອມນັ້ນຍັງ ມີຈຸດຊົມທິວທັດທີ່ເຫັນພາບລວມ ຂອງກະແສນ້ຳໄຫລຜ່ານໂງ່ນຫີນ ນ້ອຍໃຫຍ່ຢ່າງສວຍງາມຕະການ ຕາ, ທ່ຽວຊົມຂົວລົດໄຟເກົ່າ ແລະ ຊາກຫົວລົດໄຟອາຍນ້ຳ...ນອກນັ້ນ ຍັງມີສິ່ງອຳນວຍຄວາມດວກຕ່າງໆ ເຊັ່ນ: ມີບ່ອນນັ່ງພັກຜ່ອນ, ມີຮ້ານ ອາຫານ-ເຄື່ອງດື່ມ, ມີຫ້ອງນ້ຳທີ່ ສະອາດ, ມີສະຖານທີ່ຈອດລົດທີ່ ກວ້າງຂວາງໄວ້ຄອຍບໍລິການແຂກ ຄົນທີ່ເຂົ້າມາຢ້ຽມຢາມ. ຊື່ “ສົມພະມິດ” ນີ້ມີຕຳນານ ໄດ້ກ່າວໄວ້ວ່າ ແມ່ນພະມະປາສາ ມັນນໍາຫາຍາກ ໂດຍສ້າງວັດວາ ອາຮາມ ແລະ ເປັນເຈົ້າອາວາດວັດ ແຫ່ງນີ້ຕໍ່ມາພະມາຫາປາສາມັນໄດ້ ໄປສ້າງສຳນັກວິປັດສະນາກຳມະ ຖານ ຢູ່ດ້ານເທິງນ້ຳຕົກຕາດ ເພິ່ນ ເອີ້ນວ່າ: ວັດດອນຄອນ. ເມື່ອສ້າງ ສຳເລັດແລ້ວພະມະຫາປາສະມັນ ໄດ້ໄປນຳເອົາພະພຸດທະຮູບອົງສັກ ສິດມາຈາກນະຄອນທົມ (ນະຄອນ ພະນົມໃນປັດຈຸບັນ) ຫວັງຈະນຳມາ ປະດິດສະຖານໄວ້ທີ່ສຳນັກວິປັດ ສະນາກຳມະຖານ ເພື່ອເປັນທ່ີກາບ ໄຫວ້ຂອງເທວະດາ ແລະ ມະນຸດ ທັງຫລາຍເມື່ອມາເຖິງຝ່ັງນ້ຳ; ຍາດ ໂຍມໄດ້ຄາດເຮືອ 3 ລໍາຕິດກັນ ແລ້ວນຳພະພຸດທະຮູບຂຶ້ນໃສ່ຂ້າມ ມາໃສ່ສຳນັກວິປັດສະນາກຳມະ ຖານ. ໃກ້ຈະມາຮອດທ່າພະລານ ຫີນບ່ອນຈອດແລ້ວ; ບັງເອີນເຮືອ ໄດ້ໄຫລລົງໃສ່ກະແສນ້ຳທີ່ເປັນພຸ ເປັນຂັນ, ເຮືອຈຶ່ງແຕກອອກຈາກ ກັນ, ພະພຸດທະຮູບກໍຕົກລົງສູ່ພາກ ພື້ນນ້ຳ, ເມື່ອເຫັນເປັນເຊັ່ນນັ້ນພະ ມະຫາປາສະມັນຈຶ່ງໄດ້ຕັກເຕືອນ ຍາດໂຍມວ່າ: ອາດຕະມາຈະໄດ້ ນັ່ງສະມາທິວິງວອນຂໍແຜ່ເມດຕາ ຂໍໃຫ້ພະພຸດທະຮູບພົ້ນຂຶ້ນມາຂໍໃຫ້ ຍາດໂຍມຢ່າຮ້ອງເຮ, ນັ່ງພະນົມມື ສະມາທິດ້ວຍກັນ ເພື່ອພະພຸດທະຮູບ ຍ້າຍເຂົ້າມາແຄມຕາຝ່ັງແລ້ວຈຶ່ງ ໂຈມຂຶ້ນໃສ່ພະລານຫີນ, ເມ່ືອກ່າວ ເຕືອນຍາດໂຍມແລ້ວພະມະຫາ ປາສະມັນກໍນັ່ງສະມາທິ, ຕັ້ງສັດ ຍາທິຖານອາລາທະນານິມົນ ພະ ພຸດທະຮູບໄດ້ຜຸດຂຶ້ນແລ້ວເຂົ້າສູ່ຝັ່ງ ເຖິງແຄມ, ທັນໃດນັ້ນ ພະພຸດທະຮູບ ກໍຜຸດຂຶ້ນສູ່ໜ້ານ້ຳຍາດໂຍມແນມ ເຫັນດີໃຈຫລາຍເລີຍພາກັນຮ້ອງ ຂຶ້ນວ່າ: “ສາທຸ” ພະພຸດທະຮູບກໍ ຈົມລົງຄືນ. ພະມະຫາປາສະມັນ ກໍ ໄດ້ເຕືອນຍາດໂຍມເປັນ ຄັ້ງທີ 2 ວ່າ: ເມ່ືອພະພຸດຮູບພຸດຂຶ້ນເທິງໜ້າ ນ້ຳ ແລະ ເຂົ້າສູ່ຝັ່ງເຖິງແຄມແລ້ວ ຍາດໂຍມໂຈມຂຶ້ນສູ່ພະລານຫີນ ແລ້ວຈຶ່ງປາກເວົ້າໄດ້, ພະມະຫາປາ ສາມັນໄດ້ເຂົ້ານັ່ງສາມາທິວິງວອນ ຂໍຄວາມເມດຕາ ໃຫ້ພະພຸດທະຮູບ ຜຸດຂຶ້ນມາເປັນເທ່ືອທີ 2, ທັນໃດ ນັ້ນ ພະພຸດທະຮູບກໍຜຸດຂຶ້ນມາແລ້ວ ຍັບຍ້າຍເຂົ້າແຖ່ນພະລານຫີນຍາດ ໂຍມໂຈມເອົາຜັກຂຶ້ນຫວິດຈາກໜ້າ ນ້ຳພໍພຽງຄືບໜຶ່ງຍາດໂຍມຢູ່ທາງ ດ້ານເທິງພະລານຫີນກໍຮ້ອງຂຶ້ນ ວ່າ “ຊ້າເຝີ” ໝົດທຸກຄົນກໍຮັບຄຳ ວ່າ: “ຊ້າ!” ພະພຸດທະຮູບກໍໜັກລົງ ຫລຸດມືຍາດໂຍມ, ຜິກຈົມລົງຄືນ. ພະມະຫາປາສະມັນນັ່ງສະມາທິອີກ ພະພຸດທະຮູບກໍບໍ່ຜຸດຂຶ້ນອີກກໍເລີຍບໍ່ ໄດ້ພະພຸດທະຮູບມາປະດິດສະຖານ ຢູ່ສຳນັກວິປັດສະນາກຳມະຖານ. ດ້ວຍເຫດນີ້ ຈຶ່ງໄດ້ໃສ່ຊື່ແຫລ່ງ ທ່ອງທ່ຽວແຫ່ງນີ້ວ່າ: “ສົມພະມິດ” ແປວ່າ: ສົມພະເສຍ ຍ້ອນບໍ່ຟັງຄຳ ເຕືອນ. ສ່ວນຊື່: “ຄັນຫລີ່ຜີ” ຫລື “ຫລີ່ຜີ” ຫລາຍທ່ານກໍເຂົ້າໃຈວ່າ ແມ່ນນ້ຳຕົກຕາດຄອນພະເພັງ ແລະ ອີກຫລາຍທ່ານກໍເຂົ້າໃຈແມ່ນນ້ຳ ຕົກຕາດສົມພະມິດ ແລະ ມີຄວາມ ແປ ແລະ ນຶກຄິດຕາມຈິດສຳນຶກໃຜ ລາວ. ຄວາມເປັນຈິງແລ້ວຄັນຫລີ່ຜີ ຫລື ຫລີ່ຜີນີ້ ແມ່ນນໍ້າຕົກຕາດເຫວ, ຄອນທັງຫລາຍນັບແຕ່ນ້ຳແຄມຕາດ ຄອນພະເພັງຈົນເຖິງຄອນຝັ່ງທີ່ຕິດ ກັບດິນແດນຢູ່ກຳປູເຈຍ ຊຶ່ງມີຄວາມ ຍາວປະມານ 15 -20 ກິໂລແມັດ. ໂດຍກົງ, ເປັນຜູ້ນໍາດ້ານພະລັງງານ ໄຟຟ້າສະອາດຂອງໂລກ, ເປັນຜູ້ນໍາ ດ້ານການສົ່ງອອກຫຸ່ນຍົນຂອງໂລກ ແລະ ອື່ນໆ ຊຶ່ງສະທ້ອນໃຫ້ເຫັນວ່າ ຊາດຕາເວັນຕົກໄດ້ສິ້ນສຸດການຜູກ ຂາດອໍານາດດ້ານເຕັກໂນໂລຊີ ແລະ ນະວັດຕະກໍາທັນສະໄໝມາຫລາຍ ທົດສະວັດແລ້ວ. ນັບແຕ່ທ້າຍປີ 2025 ຮອດປັດຈຸ ບັນສື່ບຣຸມເບີກ, ເອເອັບພີແລະ ອື່ນໆ ໄດ້ລາຍງານເປັນກະແສຂ່າວລຽນ ຕິດວ່ານີ້ແມ່ນທົດສະວັດແຫ່ງການ ສູນຫາຍອໍານາດຄວາມເປັນຜູ້ນໍາ ໂລກເລີ່ມຈາກການປ່ຽນແປງບໍ່ເຄີຍ ເຫັນມາກ່ອນໃນປະຫວັດສາດຈາກ Silicon Valley ຂອງຂົ້ວໂລກ ຕາເວັນຕົກທີ່ຄອງໂລກມາຍາວ ນານປ່ຽນມາເປັນ Silicon Valley ຂົ້ວໂລກຕາເວັນອອກໂດຍຈີນເປັນຜູ້ ນໍາໜ້າໃໝ່ຂອງໂລກ ຊຶ່ງບໍ່ພຽງແຕ່ ມີຄວາມສໍາເລັດອັນໃຫຍ່ຫລວງໃນ ການວາງຮາກຖານດີເລີດກ່ຽວກັບ ເສັ້ນທາງສາຍໄໝແຫ່ງສະຕະວັດ ທີ 21 ທີ່ສ້າງເຄືອຂ່າຍກວມເອົາ 150 ກວ່າປະເທດທົ່ວໂລກ, ໄດ້ ຄອງແຊັມການຂາຍຍານພາຫະນະ ພະລັງງານໃໝ່ເປັນອັນດັບທີ 1 ຂອງໂລກ 10 ປີຕິດຕໍ່ກັນ, ປະສົບ ຄວາມສໍາເລັດດ້ານອາວະກາດ, ແຕ່ຫາກຢັ້ງຢືນເຖິງຄວາມສໍາເລັດ ໃໝ່ອ່ຽມອີກໄດ້ເຮັດໃຫ້ຊາວໂລກ ປະຫລາດໃຈທີ່ສຸດ ໃນໄລຍະສົ່ງ ທ້າຍປີ 2025 ຕ້ອນຮັບປີ 2026 ຄື: ຈີນໄດ້ປະກາດຄວາມສໍາເລັດການ ສ້າງເຄື່ອງຈັກຜະລິດຊິບຂັ້ນສູງໄດ້ ແລ້ວຊື່ວ່າ: ອີຢູວີ ທີ່ເປັນສ່ວນສໍາຄັນ ນໍາໃຊ້ເຂົ້າໃນການຜະລິດວັດຖຸສິ່ງ ຂອງອື່ນໆທີ່ທັນສະໄໝ ຊຶ່ງຄວາມ ສໍາເລັດຄັ້ງນີ້ແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14 ແລະ ສືບຕໍ່ປູພື້ນຖານ ສໍາຄັນໜັກແໜ້ນຕໍ່ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ 15 (2026-2030) ພາຍໃຕ້ເນື້ອໃນ ຈິດໃຈຂອງພັກກອມມູນິດຈີນລະບຸ ວ່າ: ຍຶດໝັ້ນການເປີດປະຕູສູ່ພາຍ ນອກ, ການຮ່ວມມື ແລະ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດເປັນຄວາມ ຮຽກຮ້ອງຕ້ອງການທີ່ຈຳເປັນຂອງ ຄວາມທັນສະໄໝແບບຈີນ, ເລັ່ງ ລັດການເພິ່ງຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງດ້ານ ວິທະຍາສາດເຕັກໂນໂລຊີໃນລະດັບ ສູງ ແລະ ນຳພາການພັດທະນາ ກຳລັງການຜະລິດໃນຄຸນນະພາບ ໃໝ່, ກະຕຸກຊຸກຍູ້ພະລັງຊີວິດການ ປະດິດສ້າງໃໝ່ ແລະ ການປະດິດ ຄິດສ້າງດ້ານວັດທະນະທຳຂອງທົ່ວ ຊົນຊາດຈີນ, ເລັ່ງລັດການພັດທະນາ ເສດຖະກິດ-ສັງຄົມໃຫ້ຫັນເປັນ ສີຂຽວຢ່າງຮອບດ້ານ, ສ້າງປະເທດ ຈີນທີ່ສວຍງາມໃນການພັດທະນາ ແບບສີຂຽວແມ່ນສີ່ພື້ນຖານທີ່ສົດໃສ ແຫ່ງຄວາມທັນສະໄໝແບບຈີນ ແລະ ອື່ນໆ. ພ້ອມດຽວກັນນີ້, ຍັງ ໄດ້ຢໍ້າເຕືອນວ່າຈີນປົດແອກອອກ ຈາກການກົດໜ່ວງຖ່ວງດຶງ ແລະ ຂົ່ມເຫັງຂອງບາງຊາດຕາເວັນຕົກ ພາຍໃຕ້ຂໍ້ບັງຄັບຈໍາກັດຫ້າມຂາຍ ຊິບຕ່າງໆນາໆແລ້ວ. ໄລຍຜ່ານມານີ້, ເກືອບທຸກ ປະເທດທົ່ວໂລກໄດ້ຮັບຜົນກະທົບ ຈາກສົງຄາມການຄ້າ-ສົງຄາມ ພາສີ, ເສດຖະກິດຜັນຜວນ, ການ ເມືອງໃນບາງຂົງເຂດບໍ່ໝັ້ນຄົງ ໄດ້ສັ່ນຄອນ ແລະ ແກ່ດຶງໃຫ້ມວນ ມະນຸດຕົກຢູ່ໃກ້ຂອບເຫວອັນຕະ ລາຍທີ່ສຸດ ແຕ່ໃນປີ 2026 ນີ້ກົງ ກັບ “ ປີມ້າ ຫລື ມະເມຍ” ມີບັນດາ ນັກສັງເກດການຄາດຄະເນຕາມ ຄວາມເຊື່ອວ່າປີມ້າແມ່ນຕົວແທນ ແຫ່ງກໍາລັງວັງຊາແລ່ນສູ່ເປົ້າໝາຍ ໃໝ່ ແລະ ກ້າວໄປຂ້າງໜ້າຢ່າງ ກ້າຫານ. ການຄາດຄະເນດັ່ງກ່າວ ບໍ່ແມ່ນເລື່ອງເສກສັນປັ້ນແຕ່ງຂີ້ຕົວະ ແລະ ບໍ່ແມ່ນມະໂນພາບເອົາເອງ ແຕ່ສັນຍານຕ່າງໆດ້ານບວກໄດ້ ຢັ້ງຢືນໃຫ້ເຫັນສະພາບລວມຄວບ ຄູ່ກັບວິທະຍາສາດຍຸກສະໄໝດັ່ງທີ່ ຫລາຍທ່ານຮັບຮູ້ວ່າປີ 2025 ຜ່ານ ມາເຖິງວ່າບາງຊາດຕາເວັນຕົກໃຊ້ ມາດຕະການກີດກັ້ນການຄ້າດ້ວຍ ການເຮັດສົງຄາມພາສີ-ການຄ້າສົ່ງ ຜົນກະທົບໄປທົ່ວໂລກຢ່າງດຸເດືອດ ຮຸນແຮງແຕ່ຈັງຫວະການຂະຫຍາຍ ຕົວເສດຖະກິດໂລກຍັງຮັກສາໄດ້ ເຖິງ 3,2% ໃນປີ 2025 ຖືວ່າເປັນ ສິ່ງທີ່ເພິ່ງພໍໃຈສົມຄວນ ຊຶ່ງຄວາມ ສໍາເລັດທີ່ເປັນຜົນງານຕົວຈິງເຮັດ ໃຫ້ເສດຖະກິດໂລກຂະຫຍາຍຕົວ ໝັ້ນທ່ຽງ ແລະ ບໍ່ຕົກລົງຂອບເຫວ ໃນປີຜ່ານມານັ້ນອາດ ບໍ່ສາມາດ ເກີດຂຶ້ນໄດ້ຖ້າປັດສະຈາກຈີນເປັນ ຜູ້ນໍາພ້ອມບັນດາປະເທດເພື່ອນມິດ ສາກົນເຮັດວຽກຮ່ວມກັນຢືນຢູ່ປ້ອມ ດ່ານໜ້າ ແລະ ດ້ານຫລັງປົກປ້ອງ ເສດຖະກິດໂລກໃຫ້ເດີນໄປຕາມ ທິດທາງທີ່ຖືກຕ້ອງໝັ້ນຄົງ ແລະ ຊ່ວຍຫລຸດຜ່ອນຄວາມຜັນຜວນ ດ້ານການຄ້າ, ການລົງທຶນ ແລະ ຫ່ວງໂສ້ການສະໜອງຈາກຜົນ ກະທົບຂອງສົງຄາມພາສີ-ການຄ້າ.
RkJQdWJsaXNoZXIy MTc3MTYxMQ==