7195

14/01/2026 ຜົນກອງປະຊຸມ...ົຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສຸມກຳລັງ...ຸັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຕົ້ນກາເຟ...ົ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລາບິກ້າ ເນື່ອງຈາກເກີດສະພາບ ອາກາດໜາວເຢັນ ແລະ ເກີດນໍ້າ ໝອກເກືອ (ນໍ້າໝອກກ້າມ). ປັດ ຈຸບັນ ພາກສ່ວນກ່ຽວພວມຮວບ ຮວມເນື້ອທີ່ ທີ່ເສຍຫາຍ. ຕໍ່ເຫດການດັ່ງກ່າວ, ພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ຈໍາປາສັກ ໄດ້ເຄື່ອນໄຫວແນະນໍາ ກະສິກອນ ກ່ຽວກັບວິທີການປ້ອງ ກັນຂັ້ນພື້ນຖານ ແລະ ຟື້ນຟູຕົ້ນກາ ເຟອາລາບິກ້າ ທີ່ໄດ້ຮັບຜົນກະທົບ ຈາກອາກາດເຢັນ, ນ້ຳໝອກກ້າມ ໂດຍສະເພາະ ວິທີປ້ອງກັນເກີດນ້ຳ ໝອກ (Prevention), ການຄຸມ ດິນ (Mulching) ໂດຍໃຊ້ເຟືອງ, ຫຍ້າແຫ້ງ ຫລື ເປືອກກາເຟ ມາປົກ ຄຸມບໍລິເວນໂຄນຕົ້ນ ເພື່ອຮັກສາ ຄວາມອົບອຸ່ນ ແລະ ຄວາມຊຸ່ມຊື່ນ ໃນດິນ. ສໍາລັບເບ້ຍກາເຟນ້ອຍແມ່ນ ໃຫ້ຫາຜ້າສະແລນຫລືວັດຖຸມາເຮັດ ຫລັງຄາມຸງ ເພື່ອປ້ອງກັນນ້ຳໝອກ ຕົກໃສ່ໂດຍກົງ. ພ້ອມນີ້, ກະສິກອນ ຄວນສີດນ້ຳໃສ່ໃບກາເຟ ທັນທີໃນ ຕອນເຊົ້າ ກ່ອນທີ່ແສງແດດຈະສ່ອງ ຖືກໃບ,ການໃຊ້ນ້ຳລ້າງເກັດນ້ຳກ້ອນ ອອກຈະຊ່ວຍຫລຸດຜ່ອນອາການ ໃບໄໝ້ຮຸນແຮງ ຈາກການທີ່ແສງ ແດດເຜົາຜ່ານເກັດນ້ຳກ້ອນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ໃນແຕ່ລະທິດ, ບໍລິເວນຍຸດທະ ສາດທີ່ສໍາຄັນ ເພື່ອຮັບປະກັນສົມ ທົບແໜ້ນ ລະຫວ່າງການພັດທະນາ ເສດຖະກິດ-ສັງຄົມ ກັບວຽກງານ ປກຊ-ປກສ (ພັດທະນາເສດຖະກິດ ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກ ງານ ປກຊ-ປກສ). ສະຫາຍ ພົນໂທ ຄໍາລຽງ ອຸທະ ໄກສອນ ກໍາມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ໄດ້ຕາງໜ້າຄະນະ ກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບສູນກາງ ໄດ້ລາຍ ງານໃນກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ ເມື່ອ ບໍ່ດົນນີ້ວ່າ: ຕະຫລອດໄລຍະ 5 ປີ ຜ່ານມາ ການຈັດຕັ້ງປະຕິບັດວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ດ້ວຍຄວາມຮັບຜິດຊອບ ສູງ, ສາມາດເຮັດສຳເລັດໜ້າທີ່ ການເມືອງຂອງຕົນຢ່າງໜ້າເພິ່ງພໍ ໃຈ, ເຖິງວ່າຈະພົບກັບຄວາມຫຍຸ້ງ ຍາກ ແລະ ອຸປະສັກນາໆປະການ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາໂດຍ ກົງ, ເດັດຂາດ ແລະ ຮອບດ້ານຂອງ ພັກ ຊຶ່ງມີຄະນະກຳມະການ ປກຊປກສ ສູນກາງ ເປັນຜູ້ຊີ້ນໍາ, ບັນຊາ ໂດຍກົງ, ບວກກັບຄວາມເປັນເອກະ ພາບສູງ ຂອງຄະນະບໍລິຫານພັກ ສອງກະຊວງ, ຄວາມພະຍາຍາມ ບຸກບືນ, ສູ້ຊົນຂອງຄະນະພັກແຕ່ລະ ຂັ້ນ ແລະ ການສະໜັບສະໜູນ ຈາກ ບັນດາຂະແໜງການອ້ອມຂ້າງສູນ ກາງ, ອົງການປົກຄອງທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າແລະການ ຮ່ວມມືຂອງປະເທດເພື່ອນມິດຍຸດ ທະສາດ ໄດ້ເຮັດໃຫ້ການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ, ຮັບປະກັນໃຫ້ປະເທດ ຊາດມີສະຖຽນລະພາບທາງດ້ານ ການເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບໂດຍພື້ນຖານ, ສ້າງ ເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດສັງຄົມ ໄດ້ດໍາເນີນໄປຢ່າງຕໍ່ເນື່ອງ. ພ້ອມນີ້, ຍັງໄດ້ສຸມໃສ່ຄົ້ນຄວ້າ ປັບປຸງຄືນແຜນຍຸດທະສາດປ້ອງ ກັນ ສປປ ລາວ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບ ສະພາບການໃໝ່, ເປັນບ່ອນອີງໃຫ້ ແກ່ການຈັດຕັ້ງປະຕິບັດ ແລະ ເພີ່ມ ຄວາມສັກສິດ ໃນການຄຸ້ມຄອງເຂດ ຍຸດທະສາດປ້ອງກັນຊາດ ໃຫ້ຖືກ ກັບທ່າສະໜາມປ້ອງກັນຊາດ ທີ່ໄດ້ ກຳນົດໄວ້, ຕິດພັນກັບວຽກຈັດຕັ້ງ, ຈັດວາງ, ສັບຊ້ອນສະຖານທີ່ຂອງ ຫົວໜ່ວຍກົມ, ກອງທະຫານຈໍາ ນວນໜຶ່ງຄືນໃໝ່, ເພື່ອເສີມຄວາມ ເຂັ້ມແຂງ ໃນການກຽມພ້ອມເຮັດ ສຳເລັດໜ້າທີ່ປ້ອງກັນຊາດ ຢູ່ແຕ່ ລະທິດຍຸດທະສາດຂອງປະເທດ. ໄປຄຽງຄູ່ກັບວຽກງານປ້ອງກັນ ຊາດ, ຍັງໄດ້ຖືສໍາຄັນ ແລະ ເອົາໃຈ ໃສ່ວຽກງານຕ້ານ ແລະ ແກ້ໄຂການ ກໍ່ອາຊະຍາກຳຕ່າງໆ. ໃນນີ້, ແມ່ນ ສຸມໃສ່ອາຊະຍະກຳທາງອິນເຕີເນັດ ຊຶ່ງໃນຊຸມປີຜ່ານມາ, ວິທະຍາສາດ ເຕັກໂນໂລຊີ ໄດ້ມີການຂະຫຍາຍ ຕົວຢ່າງວ່ອງໄວ ແລະ ມີລັກສະນະ ກ້າວກະໂດດຂອງເຕັກໂນໂລຊີຂໍ້ ມູນຂ່າວສານ, ການກຳເນີດຂອງສື່ ອອນລາຍ, ອິນເຕີເນັດ ໄດ້ເຮັດໃຫ້ ສັງຄົມໂລກ ສາມາດເຂົ້າໃກ້ຫາກັນ ໄດ້ຢ່າງສະດວກວ່ອງໄວ ໂດຍບໍ່ມີ ພົມແດນ. ແຕ່ຂະນະດຽວກັນ, ພວກ ຄົນບໍ່ດີກໍໄດ້ສວຍໃຊ້ອິນເຕີເນັດ ເພື່ອກໍ່ອາຊະຍາກໍາ ເປັນຕົ້ນ ການ ສໍ້ໂກງເອົາຊັບສິນ, ແຊກຊຶມເອົາຂໍ້ ມູນລັບຂອງບຸກຄົນ, ອົງກອນ, ໂຈມ ຕີເຂົ້າລະບົບການເງິນ, ບັນຊີທະ ນາຄານ ແລະ ອື່ນໆ ຊຶ່ງໄດ້ສ້າງ ຄວາມເສຍຫາຍທາງດ້ານສັບສິນ ຢ່າງມະຫາສານ ແລະ ເປັນໄພຂົ່ມຂູ່ ເຖິງຄວາມໝັ້ນຄົງທາງດ້ານການ ເມືອງ ແລະ ເສດຖະກິດ-ສັງຄົມ ຂອງປະເທດເຮົາ; ບັນດາອິດທິ ກໍາລັງປໍລະປັກ ໄດ້ສວຍໃຊ້ອິນເຕີ ເນັດເປັນເຄື່ອງມື ເພື່ອດໍາເນີນການ ເຄື່ອນໄຫວມ້າງແນວຄິດ ດ້ວຍຮູບ ການບິດເບືອນຂໍ້ມູນ, ໂຄສະນາຜ່ານ ສື່ອອນລາຍແນໃສ່ໂຄ່ນລົ້ມ ໂຈມຕີ ແນວທາງ, ນະໂຍບາຍຂອງພັກ, ລັດ, ປັ່ນປ່ວນ ມ້າງແນວຄິດຂອງ ປະຊາຊົນ ເຮັດໃຫ້ສັງຄົມເກີດມີ ແນວຄິດຊັ່ງຊາປຽບທຽບ, ຄອນ ແຄນ, ລະແວງສົງໃສກັນ, ຖືກແກ່ ດຶງໃຫ້ເຂົ້າຮ່ວມລຸກຮືຂຶ້ນປະທ້ວງ ຕໍ່ຕ້ານແນວທາງ, ນະໂຍບາຍຂອງ ພັກ, ລັດ. ແຕ່ຍ້ອນຄວາມເອົາໃຈໃສ່ ຊີ້ນໍາຢ່າງໃກ້ຊິດຈາກສູນກາງພັກ, ລັດຖະບານ ແລະ ການປະສານສົມ ທົບຂອງພາກສ່ວນທີ່ກ່ຽວຂ້ອງ, ການປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະດ້ວຍຄວາມຕັດສິນໃຈສູງຂອງ ເຈົ້າໜ້າທີ່ຈຶ່ງສາມາດປ້ອງກັນ, ສະ ກັດກັ້ນ ແລະ ແກ້ໄຂເຫດການ ກໍຄື ສາມາດທໍາລາຍກົນອຸບາຍຂອງ ພວກບໍ່ຫວັງດີ ໃຫ້ປະລາໄຊລົງ. ຂ່າວ: ທະນູທອງ; ພາບ: ສົມພອນ ຊ່ວຍລະລາຍນ້ຳໝອກຢ່າງຊ້າໆ. ສຳລັບວິທີການສ້າງຄວັນໄຟ ເພື່ອສ້າງຄວາມອົບອຸ່ນ, ເພີ່ມອຸນຫະ ພູມບໍລິເວນສວນ ແລະ ຮົມຄວັນ ປົກຄຸມສວນກາເຟ ຊ່ວຍກັກເກັບ ຄວາມຮ້ອນຈາກໜ້າດິນ ບໍ່ໃຫ້ລະ ເຫີຍຂຶ້ນໄວເກີນໄປ ແລະ ປ້ອງກັນ ບໍ່ໃຫ້ອຸນຫະພູມຫລຸດລົງຕໍ່າຈົນ ຮອດຈຸດແຂງຕົວ ຊຶ່ງວັດຖຸທີ່ໃຊ້ (ເນັ້ນວັດຖຸທີ່ໃຫ້ຄວັນຫລາຍ ແຕ່ ໄຟບໍ່ແຮງ) ມີ: ແກບເຂົ້າ ຫລື ແກບ ກາເຟ ເປັນວັດຖຸທີ່ດີທີ່ສຸດ ເນື່ອງ ຈາກມັນຈະໄໝ້ຊ້າ ແລະ ໃຫ້ຄວັນ ຫລາຍຖ້າບໍ່ມີໃຫ້ໃຊ້ເຟືອງ ຫລື ຫຍ້າ ແຫ້ງ ປະສົມກັບຫຍ້າສົດ (ຫຍ້າ ປຽກ) ຈະຊ່ວຍໃຫ້ເກີດຄວັນສີຂາວ ໜາແໜ້ນແທນໄດ້ເຊັ່ນກັນ. ຕໍາແໜ່ງ ໃຫ້ຈູດກອງໄຟຢູ່ທາງທິດເໜືອລົມ (ຕົ້ນລົມ) ຂອງສວນ ເພື່ອໃຫ້ລົມ ພັດຄວັນໄຟລອຍເຂົ້າໄປປົກຄຸມທົ່ວ ສວນກາເຟ. ໄລຍະຫ່າງ, ຄວນຈູດ ເປັນກອງນ້ອຍໆຫລາຍໆຈຸດ ຫ່າງ ກັນປະມານ 10-20 ແມັດ (ບໍ່ຄວນ ຈູດກອງໃຫຍ່ກອງດຽວ). ເລີ່ມຈູດ ໃນໄລຍະທີ່ອາກາດເຢັນທີ່ສຸດ ຄື ປະມານ 3:00 ໂມງ-6:00 ໂມງ ເຊົ້າ ຈົນກວ່າຕາເວັນຈະຂຶ້ນ. ເມື່ອ ຈູດໄຟແລ້ວ ກໍເອົາໃຈໃສ່ຕ້ອງເຝົ້າ ລະວັງ ບໍ່ໃຫ້ເກີດແປວໄຟລຸກລາມ ໄປໄໝ້ຕົ້ນກາເຟ ຫລື ເສດໃບໄມ້ ແຫ້ງໃນສວນ. ສ່ວນການຟື້ນຟູຕົ້ນກາເຟ ຫລັງ ຖືກນ້ຳໝອກທຳລາຍ(Recovery), ຫາກຕົ້ນກາເຟຖືກນ້ຳໝອກ ຢ່າ ຟ້າວຕັດງ່າທັນທີ ໃຫ້ລໍຖ້າຈົນກວ່າ ອາກາດຈະກັບມາອຸ່ນ ຫລື ໝົດໄລ ຍະໜາວ, ການຕັດແຕ່ງງ່າໄວເກີນ ໄປ ອາດເຮັດໃຫ້ແຜທີ່ຕັດຖືກຄວາມ ເຢັນທໍາລາຍຊໍ້າ ແລະ ລາມເຂົ້າ ລໍາຕົ້ນ. ສັງເກດ ແລະ ຕັດແຕ່ງຕົ້ນ ກາເຟທີ່ເສຍຫາຍເລັກນ້ອຍ (ໃບ ໄໝ້ບາງສ່ວນ), ປ່ອຍໃຫ້ໃບຫລົ່ນ ເອງ ບໍ່ຈຳເປັນຕ້ອງຕັດ. ຕົ້ນກາເຟ ທີ່ເສຍຫາຍປານກາງ (ປາຍຍອດ ຕາຍ) ໃຫ້ຕັດສ່ວນທີ່ຕາຍອອກ ໂດຍຕັດລົງມາຫາສ່ວນທີ່ຍັງຂຽວ ປະມານ 2-3 ຊັງຕີແມັດ. ຕົ້ນ ກາເຟທີ່ເສຍຫາຍໜັກ (ຕາຍຮອດ ຕົ້ນ): ອາດຈຳເປັນຕ້ອງຕັດເຮັດ ສາວ (ຕັດແຕ່ງ) ເພື່ອໃຫ້ຕົ້ນກາເຟ ແຕກຍອດໃໝ່ ພ້ອມທັງບຳລຸງຕົ້ນ, ຫລັງຈາກຕັດແຕ່ງແລ້ວ ໃຫ້ໃສ່ຝຸ່ນ ຄອກ ຫລື ຝຸ່ນທີ່ມີທາດໄນໂຕຣເຈນ ເປັນຫລັກ ເພື່ອເລັ່ງການແຕກໃບ ໃໝ່ ແລະ ຫົດນ້ຳໃຫ້ພຽງພໍ (ສໍາ ລັບສວນທີ່ມີເງື່ອນໄຂໃກ້ແຫລ່ງ ນໍ້າ). ປ້ອງກັນພະຍາດ, ສີດພົ່ນ ຢາກັນເຊື້ອລາ (Fungicide) ປະ ເພດທອງແດງ (Copper) ຕາມ ຮອຍແຜ ແລະ ໃບທີ່ເສຍຫາຍ ເພື່ອ ປ້ອງກັນພະຍາດແຊກຊ້ອນ. ຂ່າວ: ທູນທອງໃຈ ປະທານຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ ແລະ ປະ ທານ-ຮອງປະທານ ຄະນະກຳມະການ ປົກຄອງບັນດາແຂວງ, ຜູ້ຕາງໜ້າອົງ ການຈັດຕັ້ງພັກ-ລັດ ທຽບເທົ່າກະຊວງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນ ຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາ ຫົວຂໍ້ສໍາຄັນຄື:ວາລະທີ1ສະຫລຸບຕີລາ ຄາການຈັດຕັ້ງປະຕິບັດວຽກງານໃນ ຕະຫລອດໄລຍະ 1 ສະໄໝຜ່ານມາ ແລະ ວຽກຈຸດສຸມພົ້ນເດັ່ນ ປີ 2025 ເຫັນວ່າ 5 ປີຜ່ານມາ ເຖິງສະພາບການ ພາກພື້ນແລະສາກົນມີການຜັນແປຢ່າງ ສະຫລັບສັບຊ້ອນ ໂດຍສະເພາະບັນ ຫາຂໍ້ຂັດແຍ່ງຕ່າງໆ, ການລະບາດ ຂອງພະຍາດ, ໄພທຳມະຊາດ, ບັນດາ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໄດ້ສົ່ງຜົນກະທົບຕໍ່ການຂະຫຍາຍຕົວ ຂອງເສດຖະກິດໂລກ ໂດຍສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ທັງທາງກົງ ແລະ ທາງ ອ້ອມ. ແຕ່ດ້ວຍຄວາມພະຍາຍາມ ແລະ ເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງກົມການ ເມືອງສູນກາງພັກ ແລະ ດ້ວຍຄວາມ ຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງ ຂອງລັດຖະບານ ແລະ ອົງການປົກ ຄອງທ້ອງຖິ່ນ ສາມາດເຮັດໃຫ້ທົ່ວປະ ເທດ ສືບຕໍ່ມີສະຖຽນລະພາບທາງດ້ານ ການເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບແລະ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ເສດຖະກິດຂະ ຫຍາຍຕົວສະເລ່ຍ 4,24% (ປີ 2025 ຂະຫຍາຍຕົວ 4,8%), ເກັບລາຍຮັບ ເຂົ້າງົບປະມານໄດ້ 252 ພັນຕື້ກີບ ເທົ່າກັບ 140% ຂອງແຜນການ 5 ປີ (ປີ 2025 ປະຕິບັດໄດ້ 75,4 ພັນຕື້ກີບ ເທົ່າກັບ 109% ຂອງແຜນການປີ); ແຜນລາຍຈ່າຍ ປະຕິບັດໄດ້ 244 ພັນຕື້ ກີບ ເທົ່າກັບ 128% ຂອງແຜນການ 5 ປີ (ປີ 2025 ປະຕິບັດໄດ້ 59,6 ພັນຕື້ ກີບ ເທົ່າກັບ 73%ຂອງແຜນການປີ); ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງ ປະເທດ ສຳເລັດຕາມສັນຍາ, ທັງຈຳ ກັດໄດ້ການກູ້ຢືມໃໝ່ທີ່ບໍ່ມີປະສິດທິ ຜົນ, ເຮັດໃຫ້ຄວາມກົດດັນ ດ້ານໜີ້ສິນ ສາທາລະນະຫລຸດລົງເທື່ອລະກ້າວ, ຄວາມໜ້າເຊື່ອຖືດ້ານການເງິນ ຂອງ ປະເທດ ດີຂຶ້ນເປັນກ້າວໆ; ການຄວບ ຄຸມລາຄາສິນຄ້າ ແລະ ອັດຕາເງິນເຟີ້ ນັບມື້ດີຂຶ້ນ ຊຶ່ງໃນປີ 2023 ອັດຕາເງິນ ເຟີ້ບາງໄລຍະ ຢູ່ໃນລະດັບ 41% ແລະ ໃນເດືອນທັນວາ 2025 ຢູ່ໃນລະດັບ 5,6%, ຮອດປັດຈຸບັນ ຄັງສໍາຮອງເງິນ ຕາຕ່າງປະເທດ ກຸ້ມການນໍາເຂົ້າ 6,45 ເດືອນ ແລະ ລາຄາສິນຄ້າ ກໍບໍ່ເໜັງຕີງ ຫລາຍ; ການຜະລິດເຂົ້າເປືອກສາມາດ ປະຕິບັດໄດ້ ຕາມແຜນທີ່ກຳນົດໄວ້ ຊຶ່ງ 5 ປີໄດ້ 18,9 ລ້ານໂຕນ, ສະເລ່ຍ 3,78 ລ້ານໂຕນ/ປີ; ການສົ່ງອອກ ຜົນ ຜະລິດກະສິກໍາ 5ປີໄດ້8ພັນລ້ານກວ່າ ໂດລາສະຫະລັດ ລື່ນແຜນການ 35% (ປີ 2025 ສົ່ງອອກໄດ້ 1.737 ພັນ ລ້ານໂດລາສະຫະລັດ ລື່ນແຜນການ 15%); ສາມາດລະດົມທຶນທົ່ວສັງຄົມ ໄດ້ 387 ພັນຕື້ກີບ ເທົ່າກັບ 189% ຂອງແຜນການ 5 ປີ (ປີ 2025 ລະດົມ ໄດ້ 6,25 ພັນຕື້ກີບ ເທົ່າກັບ 100% ຂອງແຜນການປີ); ການລົງທຶນຈາກ ເອກະຊົນພາຍໃນ ແລະ ຈາກຕ່າງປະ ເທດ ປະຕິບັດໄດ້ 266 ພັນຕື້ກີບ ເທົ່າ ກັບ 266%ຂອງແຜນການ 5 ປີ; ການ ຜະລິດແຮ່ທາດລວມ ປະຕິບັດໄດ້ 169 ພັນຕື້ກີບ, ເທົ່າກັບ 202% ຂອງແຜນ ການ 5 ປີ; ຈໍາໜ່າຍແຮ່ທາດທັງພາຍ ໃນ ແລະ ຕ່າງປະເທດ ໄດ້ 13 ພັນລ້ານ ໂດລາສະຫະລັດ ເທົ່າກັບ 160%ຂອງ ແຜນການ 5 ປີ (ປີ 2025 ການຜະລິດ ແຮ່ທາດໄດ້ 44 ພັນຕື້ກີບ, ເທົ່າກັບ 129% ຂອງແຜນການ); ການຜະລິດ ພະລັງງານໄຟຟ້າໄດ້ 251 ພັນລ້ານ ກິໂລວັດໂມງ, ເທົ່າກັບ 90,93%ຂອງ ແຜນການ 5 ປີ, ຄິດເປັນມູນຄ່າ 263 ພັນຕື້ກີບ, ເທົ່າກັບ 186% ຂອງແຜນ ການ 5 ປີ, ສົ່ງອອກກະແສໄຟຟ້າ ໄປ ຕ່າງປະເທດ ໄດ້ 195 ພັນລ້ານກິໂລ ວັດໂມງ, ເທົ່າກັບ 152% ຂອງແຜນ ການ 5 ປີ (ປີ 2025 ຜະລິດໄດ້ 56 ພັນ ລ້ານກິໂລວັດໂມງ, ມູນຄ່າ 73 ພັນຕື້ ກີບ); ໄດ້ສຸມໃສ່ປະຕິຮູບລັດວິສາຫະ ກິດ 32 ຫົວໜ່ວຍ, ໃນນີ້ ສໍາເລັດ 10 ຫົວໜ່ວຍ ແລະ ສືບຕໍ່ປະຕິຮູບ 22 ຫົວ ໜ່ວຍ; ໄດ້ສຸມໃສ່ກໍ່ສ້າງ-ຍົກລະດັບຟື້ນຟູ ແລະ ບູລະນະສ້ອມແປງພື້ນຖານ ໂຄງລ່າງຄົມມະນາຄົມຂົນສົ່ງ ໃນທົ່ວ ປະເທດ ຕາມຄວາມສາມາດຂອງງົບ ປະມານ, ການຂົນຂວາຍແຫລ່ງທຶນ ຈາກສາກົນ ແລະ ການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມ ເປັນຕົ້ນ ສໍາເລັດການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ເສັ້ນທາງລົດໄຟ ລາວ-ໄທ ໄລຍະ 2, ສາມາດຟື້ນຟູ-ຍົກລະດັບ ເສັ້ນທາງເລກທີ 13 ໃຕ້, 13 ເໜືອ, ເສັ້ນທາງເລກ 8 ແລະ ເສັ້ນອື່ນໆ ລວມ ຄວາມຍາວ 400 ກວ່າກິໂລແມັດ; ສໍາ ເລັດການຂຶ້ນທະບຽນອອກໃບຕາດິນ 796 ພັນກວ່າຕອນ, ເທົ່າກັບ 50% ຂອງແຜນການ 5 ປີ; ໄດ້ສຸມໃສ່ປັບປຸງ ຄຸນນະພາບການສຶກສາ, ປັບປຸງຫລັກ ສູດ ແລະ ຮູບແບບການຮຽນ-ການ ສອນ, ຍົກລະດັບຄວາມສາມາດ ຂອງ ຄູ-ອາຈານ ປະຕິບັດນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາ ການຂາດ ແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ສຳເລັດໂດຍພື້ນຖານ; ໄດ້ສຸມໃສ່ປັບ ປຸງ ແລະ ຍົກລະດັບຕາໜ່າງການບໍລິ ການ ສາທາລະນະສຸກໃນທົ່ວປະເທດ ໂດຍກໍ່ສ້າງຍົກລະດັບພື້ນຖານໂຄງ ລ່າງ ແລະ ພັດທະນາບຸກຄະລາກອນ ທາງການແພດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ; ສຳເລັດໂດຍພື້ນຖານການ ປັບປຸງກົງຈັກການຈັດຕັ້ງ ຕາມມະຕິ ຂອງສູນກາງພັກ ເລກທີ 03/ຄບສພ ແລະ ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ທັງຂັ້ນສູນກາງ ແລະ ທ້ອງ ຖິ່ນ, ທັງໄດ້ສຸມໃສ່ສ້າງນິຕິກຳຕ່າງໆ ໃນການສ້າງຕັ້ງຕາແສງ ຊຶ່ງມີທັງໝົດ 640 ຕາແສງ ໃນທົ່ວປະເທດ; ໄດ້ເອົາ ໃຈໃສ່ເພີ່ມທະວີການຮ່ວມມື ກັບບັນດາ ປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະ ນາ ໂດຍເປັນເຈົ້າການເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດ ຂອບການຮ່ວມມືຕ່າງໆ ຂອງສາກົນ, ອັນພົ້ນເດັ່ນແມ່ນສຳເລັດ ການເປັນເຈົ້າພາບຈັດກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 44, 45 ແລະ ບັນ ດາກອງປະຊຸມ ສຸດຍອດທີ່ກ່ຽວຂ້ອງ ໄດ້ຮັບຜົນສໍາເລັດອັນຈົບງາມ, ເຮັດ ໃຫ້ບົດບາດ ແລະ ອິດທິພົນ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ ຮັບການຍົກສູງຂຶ້ນກວ່າເກົ່າ, ສາມາດນໍາ ເອົາຜົນປະໂຫຍດ ແລະ ໝາກຜົນສຳ ເລັດຕົວຈິງ ມາໃຫ້ປະເທດຫລາຍຂຶ້ນ. ສຳລັບແຜນວຽກຈຸດສຸມ ປີ 2026 ຂອງລັດຖະບານ, ກອງປະຊຸມໄດ້ຊີ້ນຳ ຂະແໜງການ, ທ້ອງຖິ່ນແລະພາກສ່ວນ ກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານ ສຳຄັນ ຄື: ສຸມໃສ່ປະຕິບັດ 7 ທິດທາງ ລວມ, ບັນດາຄາດໝາຍ ແລະ 6 ເປົ້າ ໝາຍ ທີ່ໄດ້ກໍານົດໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ X (2026-2030) ໂດຍສະເພາະ ໃຫ້ເສດຖະກິດຂະຫຍາຍຕົວ ສະເລ່ຍ 6% ຕໍ່ປີຂຶ້ນໄປ, ລາຍຮັບສະເລ່ຍຕໍ່ຫົວ ຄົນ ໃຫ້ໄດ້ 3.104 ໂດລາສະຫະລັດ, ລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ໃຫ້ໄດ້ 2.914 ໂດລາສະຫະ ລັດ ໃນປີ 2030; ສືບຕໍ່ສຸມໃສ່ຮັບປະ ກັນສະຖຽນລະພາບທາງດ້ານການ ເມືອງ ໃຫ້ໜັກແໜ້ນ, ສັງຄົມມີຄວາມ ສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍເອົາໃຈໃສ່ຈັດຕັ້ງປະຕິບັດແຜນ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ການສ້າງຮາກຖານ ການເມືອງ-ພັດທະນາຊົນນະບົດ, ແກ້ ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ, ພ້ອມທັງສຸມ ໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການ ຫຍໍ້ທໍ້ຕ່າງໆ; ສືບຕໍ່ປະສານສົມ ທົບກັບ ສະພາແຫ່ງຊາດ ເພື່ອກະກຽມການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາ ຊົນ ນະຄອນຫລວງວຽງຈັນ ແລະ ແຂວງຊຸດທີ V; ກະກຽມສ້າງແຜນດຳ ເນີນງານ, ສ້າງລະບຽບການ ແລະ ກົນ ໄກການເຮັດວຽກ ຂອງລັດຖະບານ ຊຸດທີ X; ກະກຽມລາຍງານຕໍ່ກອງ ປະຊຸມຄັ້ງປະຖົມມະລືກ ຂອງສະພາ ແຫ່ງຊາດ ຊຸດທີ X; ສືບຕໍ່ຕິດຕາມ, ຊຸກ ຍູ້ ແລະ ກວດກາ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະ ໃໝ່ ໃຫ້ແຂງແຮງ ແລະ ເປັນຮູບປະທຳ ຫລາຍຂຶ້ນ; ສືບຕໍ່ຈັດຕັ້ງປະຕິບັດບັນ ດາມາດຕະການແກ້ໄຂຄວາມຫຍຸ້ງ ຍາກ ທາງດ້ານເສດຖະກິດ-ການເງິນ ຕາມແຜນວຽກຂອງຄະນະ 19/ກມສພ ເປັນຕົ້ນ ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການ ຜະລິດພາຍໃນ ເພື່ອທົດແທນການນໍາ ເຂົ້າ, ການຄຸ້ມຄອງລາຄາສິນຄ້າ; ສູ້ ຊົນເກັບລາຍຮັບງົບປະມານແຫ່ງລັດ ປີ 2026 ໃຫ້ໄດ້ບໍ່ຫລຸດ 20% ຂອງ GDP ຕາມທິດ ສອຈ, ຕ້ານການຮົ່ວ ໄຫລຂອງງົບປະມານ, ເລັ່ງແກ້ໄຂໜີ້ ສິນສາທາລະນະໃຫ້ຫລຸດລົງ, ປະຕິບັດ ລາຍຈ່າຍງົບປະມານ ບົນຈິດໃຈປະ ຢັດ, ສືບຕໍ່ຄຸ້ມຄອງ ອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ໃຫ້ມີສະຖຽນລະ ພາບ,ປະຕິບັດນະໂຍບາຍຕ່າງໆຍົກສູງ ຄ່າຂອງເງິນກີບ, ສ້າງກົນໄກນໍາໃຊ້ ສະກຸນເງິນທ້ອງຖິ່ນເຂົ້າໃນການຊໍາລະ ສິນຄ້າ ແລະ ບໍລິການ ຢູ່ ສປປ ລາວ ກັບ ບັນດາປະເທດອ້ອມຂ້າງ ແລະ ປະເທດ ຄູ່ຄ້າແບບສອງຝ່າຍ; ສືບຕໍ່ສຸມໃສ່ບັນ ດາໂຄງການພະລັງງານໄຟຟ້າສະ ອາດ ແລະ ພະລັງງາານໄຟຟ້າທາງ ເລືອກ, ຍູ້ແຮງການພັດທະນາ ແລະ ລົງທຶນກໍ່ສ້າງສາຍສົ່ງໄຟຟ້າແຮງສູງ ເຊື່ອມຕໍ່ພາຍໃນ ແລະ ປະເທດອ້ອມ ຂ້າງ, ສືບຕໍ່ເຂັ້ມງວດໃນການຄຸ້ມຄອງ ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດ, ທັງສົ່ງເສີມການປຸງແຕ່ງແຮ່ ທາດ ເປັນຜະລິດຕະພັນສຳເລັດຮູບ ກ່ອນສົ່ງອອກ, ເອົາໃຈໃສ່ຕິດຕາມແລະ ຄຸ້ມຄອງດ້ານສິ່ງແວດລອມໃຫ້ດີ, ປະ ຕິບັດມາດຕະການເຂັ້ມງວດ ຕໍ່ໂຄງ ການແຮ່ທາດທີ່ຖືກຈັດ ໃນປະເພດ ອ່ອນ ແລະ ອ່ອນຫລາຍ, ສຸມໃສ່ພັດທະ ນາພື້ນຖານໂຄງລ່າງເສັ້ນທາງຄົມມະ ນາຄົມທາງບົກ, ທາງລາງ, ທາງນໍ້າ ແລະ ທາງອາກາດ ຕາມແລວທາງເສດ ຖະກິດຕ່າງໆ ໃຫ້ແຂງແຮງທົນທານ; ສືບຕໍ່ສຸມໃສ່ປັບປຸງຄຸນນະພາບ ການ ຮຽນ-ການສອນ ໃນທຸກຊັ້ນທຸກສາຍ, ສືບຕໍ່ປະຕິບັດນະໂຍບາຍແກ້ໄຂການ ຂາດແຄນຄູ ແລະ ການປະລະການ ຮຽນ, ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການນໍາໃຊ້ລະບົບຫລັກສູດສາ ມັນສຶກສາ (6+3+3) ໃນສົກຮຽນປີ 2028-2029; ສຸມໃສ່ພັດທະນາແຮງ ງານໃຫ້ມີສີມື ແລະ ເຂົ້າສູ່ຕະຫລາດ ແຮງງານທັງພາຍໃນ ແລະ ຕ່າງປະ ເທດ, ພັດທະນາລະບົບຂໍ້ມູນຂ່າວສານ ຕະຫລາດແຮງງານທີ່ທັນສະໄໝ; ສືບ ຕໍ່ເອົາໃຈໃສ່ການປະຕິບັດນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ຕໍ່ພາລະກິດປະຕິວັດຊາດ ປະຊາທິປະ ໄຕ; ສືບຕໍ່ສຸມໃສ່ປັບປຸງໂຄງລ່າງດ້ານ ສາທາລະນະສຸກທັງສູນກາງແລະທ້ອງ ຖິ່ນ, ຂະຫຍາຍກອງທຶນປະກັນສັງຄົມ ແລະ ປະກັນສຸຂະພາບໃຫ້ຫລາຍຂຶ້ນ, ສະກັດກັ້ນ ແລະ ເຝົ້າລະວັງການລະ ບາດ ຂອງພະຍາດຕ່າງໆ ຕາມລະດູ ການ; ສືບຕໍ່ສົ່ງເສີມ ແລະ ອະນຸລັກວັດ ທະນະທຳ ແລະ ຮີດຄອງປະເພນີຂອງ ຊາດ, ສືບຕໍ່ຊຸກຍູ້ສົ່ງເສີມການທ່ອງ ທ່ຽວ, ທັງປັບປຸງພື້ນຖານໂຄງລ່າງ ການທ່ອງທ່ຽວ ໃຫ້ມີຄວາມສະດວກ ແລະ ປອດໄພ; ສືບຕໍ່ສຸມໃສ່ພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ບັນດາເຂດຈຸດສຸມ, ຈັດສັນພູມລໍາ ເນົາ ແລະ ອາຊີບຄົງທີ່ ໃຫ້ປະຊາຊົນ ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ເຂດ ພື້ນຖານການປະຕິວັດໃນເມື່ອກ່ອນ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງ ທ້ອງຖິ່ນໄປຄຽງຄູ່ກັບການແບ່ງຂັ້ນ ຄຸ້ມຄອງ, ການສ້າງລະບຽບກົນໄກ ການເຮັດວຽກ ຂອງອົງການປົກຄອງ ທ້ອງຖິ່ນ; ສືບຕໍ່ຈັດຕັ້ງປະຕິບັດນິຕິກຳ ຕ່າງໆ ໃນການສ້າງຕັ້ງຕາແສງໃຫ້ສຳ ເລັດ; ເລັ່ງປັບປຸງກົນໄກ ແລະ ວິທີການ ຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ ໃຊ້ໄດ້ຢ່າງເດັດຂາດໃຫ້ສຳເລັດ ແລະ ປິດສຳນວນຄະດີໃຫ້ໄດ້ຫລາຍຂຶ້ນ, ສືບ ຕໍ່ສ້າງ ແລະ ປັບປຸງກົດໝາຍຕາມແຜນ ທີ່ສະພາແຫ່ງຊາດຮັບຮອງໃຫ້ມີຄວາມ ຮັດກຸມແລະ ມີປະສິດທິຜົນສູງຂຶ້ນ; ສຸມ ໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມ ສຸດຍອດຕ່າງໆ, ຜົນການເຄື່ອນໄຫວ ວຽກງານຕ່າງປະເທດ ຂອງການນຳ ພັກ-ລັດ, ແຜນຮ່ວມມືສອງຝ່າຍກັບບັນ ດາປະເທດເພື່ອນມິດຍຸດທະສາດ ແລະ ຂອບການຮ່ວມມືຫລາຍຝ່າຍ ໃນອະນຸ ພາກພື້ນ ໃຫ້ເປັນຮູບປະທຳຫລາຍຂຶ້ນ; ສືບຕໍ່ເຄື່ອນໄຫວການຕ່າງປະເທດ ຢ່າງມີໄຫວພິບ ແລະ ທັນສະພາບການ ຮັບປະກັນຜົນປະໂຫຍດຂອງຊາດ ແລະ ບົນຈິດໃຈປະຢັດມັດທະຍັດ. ວາລະທີ 2 ກອງປະຊຸມເຫັນດີດ້ານ ຫລັກການຮັບຮອງເອົາລາຍງານຄວາມ ຄືບໜ້າ ການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ຮ່າງມະຕິວ່າດ້ວຍການແບ່ງຄວາມ ຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນໄລຍະ ໃໝ່ ສະບັບປັບປຸງ; ວາລະທີ 3 ກອງ ປະຊຸມເຫັນດີດ້ານຫລັກການ ຮັບຮອງ ເອົາຮ່າງດໍາລັດວ່າດ້ວຍການກໍານົດ ໜ້າວຽກ ແລະ ການແບ່ງຄວາມຮັບຜິດ ຊອບ ໃນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນ ເງິນຕາ ປະຈຳປີ 2026 ແລະ ແຜນ ການແກ້ໄຂຜົນການກວດກາ-ກວດ ສອບ; ວາລະທີ 4 ກອງປະຊຸມເຫັນດີ ດ້ານຫລັກການ ຮັບຮອງເອົາລາຍງານ ບັນດາໂຄງການທີ່ສໍາຄັນຈຳນວນໜຶ່ງ ຄື: ການອອກແບບ, ກໍ່ສ້າງ, ລະດົມທຶນ ແລະ ດຳເນີນກິດຈະການໂຄງການ ທາງລົດໄຟລາວ-ຫວຽດນາມ ຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄໍາ ມ່ວນຫາມູເກຍຊາຍແດນລາວ-ຫວຽດ ນາມ ໄລຍະທາງ 147 ກິໂລແມັດ ໃນ ຮູບແບບກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ (BOT), ລວມທັງຜົນການ ເຈລະຈາສັນຍາສຳປະທານ CA ຂອງ ໂຄງການດັ່ງກ່າວ; ແຜນບຸລິມະສິດໃນ ການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໃນ ປີ 2026, ໂຄງການທາງດ່ວນ ໂດຍ ສະເພາະ ກົນໄກ ແລະ ວິທີຈັດຕັ້ງປະຕິ ບັດຕົວຈິງ; ວາລະທີ 5 ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາ ແຜນປະຕິບັດຕົວຈິງ ໃນການຫັນການ ເກັບລາຍຮັບ ເປັນທັນສະໄໝ ສຳລັບ ປີ 2026. ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==