14/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າາົ່ຕົ່ງ່ງ xu oU c0;'g-dv' 9tl5 ,.lj ra fmtok -q oot[q flh k'[h korQ om5 d.sh wfh 12 [h ko ຂປລ. ແຂວງໄຊຍະບູລີ ເປັນ ແຂວງໜຶ່ງທີ່ມີຊາຍແດນຕິດຈອດ ກັບ 6 ແຂວງ ຂອງຣາຊະອານາຈັກ ໄທ, ມີຄວາມຍາວ 647 ກມ (ທາງ ບົກ 518 ກມ, ທາງນໍ້າ 129 ກມ), ມີບ້ານທີ່ຕິດກັບຊາຍແດນ ໄທ 78 ບ້ານ, ມີເສັ້ນຊາຍແດນ ທີ່ໄດ້ສໍາຫລວດແລ້ວ 131 ຫລັກ ໝາຍ (ຫລັກໝາຍທີ່ປັກສໍາເລັດ 126 ຫລັກໝາຍ, ຍັງບໍ່ທັນສໍາເລັດ ຂປລ. ໃນປີ 2026 ແຂວງເຊ ກອງ ຈະສຸມໃສ່ພັດທະນາຊົນນະບົດ ແລະ ສູ້ຊົນເຮັດໃຫ້ອັດຕາພົ້ນທຸກ (ບັນລຸມາດຖານດໍາລັດ 348/ ລບ) ໃຫ້ໄດ້ 50% ໃນນີ້, ສ້າງ ບ້ານພົ້ນທຸກໃຫ້ໄດ້ 12 ບ້ານ, ສ້າງ ຄອບຄົວພົ້ນທຸກໃຫ້ໄດ້ 1,085 ຄອບຄົວ, ສ້າງບ້ານພັດທະນາໃຫ້ ໄດ້ 7 ບ້ານ, ສ້າງຄອບຄົວພັດທະນາ ໃຫ້ໄດ້ 1,290 ຄອບຄົວ, ສ້າງບ້ານ ໃຫຍ່ກາຍເປັນຕົວເມືອງນ້ອຍ 1 ຈຸດ ແລະ ສ້າງເມືອງເຂັ້ມແຂງຮອບດ້ານ ໃຫ້ໄດ້ 1 ເມືອງ. ຕາມບົດສະຫລຸບການພັດທະນາ ເສດຖະກິດ-ສັງຄົມ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ຂອງແຂວງເຊກອງ ໃຫ້ຮູ້ວ່າ: ໃນ ປີ 2026 ນີ້, ແຂວງເຊກອງ ຈະ c0;'w-pt[6 ]u gvq k.9.lj Ia dlk7;k,lts'[8k,-kpcfo q 5 ຫລັກໝາຍ) ແລະ ຫລັກໝາຍ ທີ່ຍັງບໍ່ທັນໄດ້ສໍາຫລວດ-ປັກຫລັກ ໝາຍທາງນໍ້າ 129 ກມ; ມີດ່ານ ເຂົ້າ-ອອກ: ດ່ານສາກົນ 4 ແຫ່ງ ແລະ ດ່ານປະເພນີ 13 ແຫ່ງ. ສະຫາຍ ເພັງນິລັນ ຄຳພັນເພັງ ໄດ້ປະກອບຄຳເຫັນໃນກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກວ່າ: ຕະຫລອດໄລຍະ 5 ປີຜ່ານມາ, ພາຍໃຕ້ການນໍາພາ-ຊີ້ ນໍາຂອງກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງ ພັກ ແຂວງໄຊຍະບູລີ ໄດ້ສຸມໃສ່ຜັນ ຂະຫຍາຍແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງ ຊົນຮອບດ້ານທີ່ກຳນົດອອກໃນມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ VII ຂອງອົງຄະນະພັກແຂວງ; ຄະນະກຳມະການ ປກຊ-ປກສ ແຂວງ ໄດ້ເປັນເຈົ້າການສົມທົບກັບ ກະຊວງທີ່ກ່ຽວຂ້ອງຜັນຂະຫຍາຍ ແນວທາງການຕ່າງປະເທດເຂົ້າສູ່ ສະພາບຄວາມເປັນຈິງ. ໄດ້ຖືສໍາ ຄັນກົນໄກປະສານງານຂອງ ຄະນະ ກຳມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ (ຂັ້ນແຂວງ) ໂດຍຜັດ ປ່ຽນກັນເປັນເຈົ້າພາບ ເພື່ອສ້າງ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ພ້ອມນັ້ນ, ຍັງໄດ້ຊຸກຍູ້ກົນໄກ ປະສານງານລະຫວ່າງເມືອງກັບ ອຳເພີ ຢ່າງນ້ອຍປີລະຄັ້ງ ເພື່ອ ທົບທວນການຈັດຕັ້ງປະຕິບັດບົດ ບັນທຶກຮ່ວມກັນຢ່າງເປັນປົກກະຕິ. ເອົາໃຈໃສ່ປົກປັກຮັກສາຫລັກໝາຍ ຊາຍແດນ, ຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍຢາເສບຕິດ, ການຄ້າ ມະນຸດ ແລະ ການຄຸ້ມຄອງແຮງ ງານ. ທັງສອງຝ່າຍໄດ້ຮ່ວມກັນ ແກ້ໄຂບັນຫາຕ່າງໆ, ໂດຍປະສານ ສົມທົບກັບກໍາລັງທະຫານຊາຍແດນ ຜົນເປັນຈິງແນໃສ່ຮັບປະກັນສະ ຖຽນລະພາບການເມືອງ, ສັງຄົມ ມີຄວາມສະຫງົບຢ່າງໜັກແໜ້ນ; ສືບຕໍ່ຫັນລົງກໍ່ສ້າງຮາກຖານ, ເພື່ອ ອັດປ່ອງຂ້າມລອຍຂອງກຸ່ມຄົນບໍ່ດີ ແລະ ສຶກສາອົບຮົມປະຊາຊົນບັນດາ ເຜົ່າເຂດຊາຍແດນໃຫ້ມີສະຕິລະວັງ ປັດໃຈທີ່ບໍ່ດີ, ເອກະລາດເປັນເຈົ້າ ຕົນເອງເຂົ້າຮ່ວມວຽກງານ ປກຊປກສ ຢ່າງຕັ້ງໜ້າ; ປົກປັກຮັກສາ ຫລັກໝາຍຊາຍແດນ, ພັດທະນາ ພື້ນຖານໂຄງລ່າງ, ດ່ານ ແລະ ສິ່ງ ອໍານວຍຄວາມສະດວກອື່ນໆ; ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ຕາມ ບໍລິເວນຊາຍແດນໃຫ້ມີຄວາມສະ ຫງົບ, ມີຄວາມປອດໄພໂດຍພື້ນຖານ; ສືບຕໍ່ປະຕິບັດກົນໄກປະສານງານ ຂອງຄະນະກຳມະການຮ່ວມມືຮັກ ສາຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນຂອງສອງຝ່າຍ; ສົ່ງເສີມ ການຄ້າ, ການລົງທຶນ, ການບໍລິຊາຍ ແດນ, ການແລກປ່ຽນວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງສອງຊາດ. ລົງຕິດຕາມ, ກວດກາການທໍາການ ຜະລິດຂອງປະຊາຊົນທັງສອງຝ່າຍ ຢູ່ລຽບຕາມຊາຍແດນ, ພ້ອມກັນ ປົກປັກຮັກສາ ແລະ ອະນາໄມຫລັກ ໝາຍຊາຍແດນ, ອໍານວຍຄວາມ ສະດວກໃນການບໍລິການເຂົ້າ-ອອກ ດ່ານ ເຮັດໃຫ້ການພົວພັນການ ແລກປ່ຽນສິນຄ້າ ແລະ ການພົວພັນ ປະສານງານດ້ານຕ່າງໆມີບັນຍາ ກາດດີຂຶ້ນ. ນອກຈາກນີ້, ໄດ້ຫັນເອົາກໍາລັງ ລົງກໍ່ສ້າງຮາກຖານສຶກສາອົບຮົມ ປະຊາຊົນຕາມເຂດຊາຍແດນໃຫ້ ເຂົ້າໃຈຕໍ່ແນວທາງ ປກຊ-ປກສ, ລະດົມບໍ່ໃຫ້ທຳການຜະລິດລ່ວງ ລໍ້າເຂດແດນ ແລະ ນໍາພາສ້າງ ເສດຖະກິດແບບກຸ້ມຕົນເອງ, ເພິ່ງ ຕົນເອງ. ໄດ້ສ້າງຄວາມເຂັ້ມແຂງ ໃຫ້ກຳລັງທະຫານຊາຍແດນ ແລະ ກອງຫລອນບ້ານໃນການລາດຕະ ເວນກວດກາ. ໄດ້ຈັດວາງປ້ອມຈັ້ງ ທ່າ ແລະ ສ້າງແຜນການປ້ອງກັນ ບໍລິເວນແຂວງ-ເມືອງ, ສ້າງບ້ານ ປ້ອມໝັ້ນສູ້ຮົບເອກະລາດໄດ້ 97 ບ້ານ, ສ້າງກຸ່ມບ້ານສູ້ຮົບຕິດລຽນ ໄດ້ 73 ກຸ່ມ. ມາເຖິງປັດຈຸບັນ ສາມາດສ້າງບ້ານປ້ອງກັນຊາດ ເຂັ້ມແຂງໄດ້ 427 ບ້ານ (ເພີ່ມຂຶ້ນ 19 ບ້ານ), ສ້າງບ້ານປ້ອງກັນ ຄວາມສະຫງົບດີໄດ້ 425 ບ້ານ (ເພີ່ມຂຶ້ນ 6 ບ້ານ). ຜົນງານພົ້ນ ເດັ່ນແມ່ນການພັດທະນາພື້ນຖານ ໂຄງລ່າງເຊັ່ນ: ເສັ້ນທາງອອກສູ່ ຊາຍແດນ, ກໍ່ສ້າງຕ້ານເຈື່ອນ ແລະ ຍົກລະດັບດ່ານສາກົນ ເຮັດໃຫ້ການ ຄ້າ-ການບໍລິການ ຂະຫຍາຍຕົວດີ ຂຶ້ນ. ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ ຕິດຕາມ, ກວດກາ ແລະ ແກ້ໄຂການ ຄ້າຂາຍເຖື່ອນ ແລະ ຢາເສບຕິດ, ຍຶດຂອງກາງ: ລົດໃຫຍ່ 36 ຄັນ, ຢາບ້າ 27 ລ້ານ 56 ພັນກວ່າເມັດ, ຢາໄອສ 1.774 ກິໂລກລາມ, ກັນ ຊາ 9 ແທ່ງ, ລົດຈັກ 283 ຄັນ, ລົດ ຊິ້ງ, ຈັກສະຕິນ ແລະ ອຸປະກອນສື່ ສານຈໍານວນໜຶ່ງ. ເຖິງຢ່າງໃດກໍຕາມ, ພວກເຮົາ ຍັງມີຂໍ້ຫຍຸ້ງຍາກ, ສິ່ງທ້າທາຍບໍ່ ນ້ອຍ ກໍຄື ບາງບັນຫາທີ່ຄວນເອົາ ໃຈໃສ່ສໍາລັບການຮັກສາຄວາມສະ ຫງົບລຽບຕາມຊາຍແດນເນື່ອງ ຈາກພື້ນທີ່ສ່ວນໃຫຍ່ເປັນເຂດພູ ດອຍ, ດິນຕໍ່ແຜ່ນ, ເສັ້ນທາງຍັງເຂົ້າ ບໍ່ທັນເຖິງພາໃຫ້ຫຍຸ້ງຍາກໃນການ ກວດກາ, ການເຄື່ອນໄຫວ. ເພື່ອ ສືບຕໍ່ຮັກສາຄວາມສະຫງົບຕາມ ຊາຍແດນໃຫ້ໝັ້ນຄົງ, ແຂວງໄຊ ຍະບູລີ ຈະສຸມໃສ່ບາງວຽກງານຈຸດ ສຸມ ໂດຍສະເພາະສືບຕໍ່ຜັນຂະຫຍາຍ ແນວທາງ ປກຊ-ປກສ ແລະ ການ ຕ່າງປະເທດຂອງພັກ ເຂົ້າສູ່ຊີວິດ ຕົວຈິງ; ຈັດຕັ້ງປະຕິບັດບົດບັນທຶກ ຊ່ວຍຈໍາລະຫວ່າງແຂວງໃຫ້ປະກົດ ເອົາໃຈໃສ່ພັດທະນາຕາມທິດສ້າງ ເສດຖະກິດເອກະລາດເປັນເຈົ້າ ຕົນເອງ, ສ້າງຖານການຜະລິດ, ການບໍລິການໃຫ້ເຂັ້ມແຂງ ແລະ ມີ ຄຸນນະພາບ; ແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ, ປັບປຸງຄຸ້ມຄອງວຽກງານການເງິນ ໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ຍຸຕິທໍາ; ເພີ່ມທະວີການລະດົມ ລາຍຮັບພາຍໃນ, ຄຸ້ມຄອງ, ຈັດ ສັນ ແລະ ນໍາໃຊ້ແຫລ່ງທຶນຢ່າງມີ ປະສິດທິຜົນ; ພັດທະນາພື້ນຖານ ໂຄງລ່າງ, ປັບປຸງບັນຍາກາດການ ລົງທຶນ, ສົ່ງເສີມທຸລະກິດພາກເອກະ ຊົນ, ຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ການລົງ ທຶນໂດຍກົງຈາກຕ່າງປະເທດໃຫ້ ກາຍເປັນພື້ນຖານເສດຖະກິດທີ່ ເຂັ້ມແຂງ; ປັບປຸງໂຄງປະກອບ ເສດຖະກິດ ໂດຍຖືເອົາກະສິກໍາຕິດ ພັນກັບອຸດສາຫະກໍາປຸງແຕ່ງ ແລະ ການບໍລິການຕາມທິດເສດຖະກິດ ພູມປັນຍາ, ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອສ້າງຄວາມ ຫລາກຫລາຍ ແລະ ສ້າງມູນຄ່າເພີ່ມ ການຜະລິດສິນຄ້າ-ການບໍລິການ ເຮັດໃຫ້ສັດສ່ວນໂຄງປະກອບດ້ານ ອຸດສາຫະກໍາເພີ່ມຂຶ້ນໃນແຕ່ລະ ປີ; ຊຸກຍູ້ສົ່ງເສີມການຜະລິດເພື່ອ ເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ໄດ້ມາດຕະຖານ, ຍົກ ສູງກໍາລັງແຮງ ແລະ ຄວາມສາມາດ ແຂ່ງຂັນພາຍໃນໃຫ້ສູງຂຶ້ນ ເພື່ອຂັບ ເຄື່ອນການພັດທະນາເສດຖະກິດ, ເປັນການສ້າງອາຊີບ-ສ້າງວຽກ ເຮັດງານທໍາ, ສ້າງລາຍຮັບທີ່ໝັ້ນ ຄົງ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ນັບມື້ຫລຸດລົງ ເປັນກ້າວໆ. ແນວໃດກໍດີ, ໃນໄລຍະຜ່ານມາ ອົງການປົກຄອງແຂວງເຊກອງ ໄດ້ສຸມທຶນຮອນເຂົ້າໃນການພັດ ທະນາພື້ນຖານໂຄງລ່າງ, ສ້າງ ເງື່ອນໄຂ ແລະ ສ້າງສິ່ງອໍານວຍ ຄວາມສະດວກໃຫ້ແກ່ການຜະລິດ, ການໄປ-ມາຫາສູ່, ແລກປ່ຽນຊື້- ຂາຍສິນຄ້າຂອງປະຊາຊົນ ເຮັດໃຫ້ ເຂດຊົນນະບົດຫ່າງໄກສອກຫລີກທີ່ ທຸກຍາກ, ຊີວິດການເປັນຢູ່ທາງດ້ານ ວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ ຮັບການຍົກລະດັບໃຫ້ດີຂຶ້ນເທື່ອ ລະກ້າວ. ປັດຈຸບັນ, ທົ່ວແຂວງມີ ບ້ານພົ້ນທຸກ 52 ບ້ານ, ຄອບຄົວ ພົ້ນທຸກ 12,228 ຄອບຄົວ; ມີບ້ານ ພັດທະນາ 13 ບ້ານ, ຄອບຄົວພັດ ທະນາ 6,228 ຄອບຄົວ ແລະ ມີ ບ້ານໃຫຍ່ໄດ້ຮັບການປະກາດເປັນ ຕົວເມືອງນ້ອຍຢູ່ຊົນນະບົດ 1 ຈຸດ. ໂດຍ: ສັນຍາ
RkJQdWJsaXNoZXIy MTc3MTYxMQ==