7195

@ 0j k; c]t gsfdko j 14/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ເລຂາທິການໃຫຍ່...ິ່ ແລະ ສະແດງຄວາມຂອບໃຈຢ່າງ ຈິງໃຈ ໂດຍຜ່ານ ສະຫາຍ ຫລິວ ຮາຍຊິງ ໄປຍັງຄະນະກຳມະການ ສູນກາງພັກກອມມູນິດຈີນ ກໍຄື ສະ ຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ທີ່ໄດ້ແຕ່ງຕັ້ງຜູ້ຕາງໜ້າພິເສດ ມາ ຊົມເຊີຍຜົນກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ໃນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງການໃຫ້ ຄວາມສຳຄັນ ແລະ ຄວາມເອົາໃຈ ໃສ່ຂອງ ພັກກອມມູນິດຈີນ ແລະ ປະ ຊາຊົນຈີນທີ່ມີຕໍ່ ພັກ ແລະ ປະຊາຊົນ ລາວບັນດາເຜົ່າ ກໍຄື ຕໍ່ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການ ຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມ ທິດ 4 ດີ ກໍຄື ການສ້າງຄູ່ຮ່ວມຊາ ຕາກຳ ລາວ-ຈີນ, ຈີນ-ລາວ. ພ້ອມ ກັນນີ້, ກໍສະແດງຄວາມຂອບໃຈຕໍ່ ສະຫາຍ ຫລິວ ຮາຍຊິງ ແລະ ຕີລາ ຄາສູງຕໍ່ສານຊົມເຊີຍຜົນສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກ ກອມມູນິິດຈີນ. ພ້ອມທັງແຈ້ງຜົນ ສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງ ພັກ ປປ ລາວ ໂດຍຫຍໍ້ ໃຫ້ຄະນະຊາບ ແລະ ຂອບໃຈ ພັກ ກອມມູນິດຈີນ ທີ່ໃຫ້ການສະໜັບ ສະໜູນ ແລະ ຊ່ວຍເຫລືອ ພັກ ປປ ລາວ ມາໂດຍຕະຫລອດ ໂດຍສະ ເພາະໃນໄລຍະການກະກຽມກອງ ປະຊຸມໃຫຍ່ຂອງພັກ ໃນຄັ້ງນີ້ ແລະ ຍິນດີສືບຕໍ່ຮ່ວມກັບ ສະຫາຍເລຂາ ທິການໃຫຍ່ ສີ ຈິ້ນຜິງ ເພີ່ມທະວີ ການນໍາພາ-ຊີ້ນໍາທາງດ້ານການ ເມືອງ ແລະ ຍຸດທະສາດ ຕໍ່ການພົວ ພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ເພື່ອເສີມຂະ ຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກຊຸກຍູ້ຮ່ວມມືຢ່າງຮອບ ດ້ານ, ຊຸກຍູ້ພາລະກິດແຫ່ງການ ກໍ່ສ້າງສັງຄົມນິຍົມ ແລະ ພ້ອມກັນ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເພື່ອປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນພາລະກິດການຮັກ ສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດ ທະນາຂອງພາກພື້ນ ແລະ ໃນ ໂລກ. ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາ ສູງ ຕໍ່ 2 ຄະນະພົວພັນຕ່າງປະເທດ ສູນກາງພັກ ລາວ-ຈີນ ທີ່ໄດ້ຕາງ ໜ້າໃຫ້ສອງພັກ ລົງນາມ “ແຜນ ການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຈີນ ໄລຍະ ປີ 2026-2030” ໃນໂອກາດມາ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ຊົມເຊີຍຄະນະພົວພັນຕ່າງ ປະເທດສູນກາງພັກກອມມູນິດຈີນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດຄໍາເຫັນ ສໍາຄັນທີ່ເຫັນດີເປັນເອກະພາບກັນ ລະຫວ່າງ ການນໍາສູງສຸດ ສອງພັກ, ສອງລັດ ລາວ-ຈີນ, ຈີນ-ລາວ ໃນ ການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວຈີນ ໃຫ້ມີມາດຕະຖານສູງ, ຄຸນນະ ພາບສູງ ແລະ ລະດັບສູງກວ່າເກົ່າ. ໃນໂອກາດນີ້, ສະຫາຍ ຫລິວ ຮາຍຊິງ ໄດ້ມອບສານຊົມເຊີຍສະ ບັບຕົ້ນ ຈາກ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດນິດຈີນ ໃຫ້ ສະຫາຍ ທອງລຸນ ສີສຸລິດ ໂດຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາ ເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ແລະ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກ ຕັ້ງເປັນ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ສະໄໝ ທີ XII ຊຶ່ງເປັນການສະແດງໃຫ້ ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ ຈາກສູນກາງພັກ ແລະ ຜູ້ແທນກອງ ປະຊຸມໃຫຍ່ ແລະ ຢືນຢັນວ່າ ຝ່າຍ ຈີນ ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ຂອງລາວ ເອົາໃຈໃສ່ຈັດຕັ້ງປະຕິ ບັດການຕົກລົງ ລະຫວ່າງ ການນໍາ ສູງສຸດສອງພັກ,ສອງລັດລາວ-ຈີນ, ຈີນ-ລາວ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບຂອງສອງ ປະເທດ. ພາບ: ເກດສະໜາ ຂໍ້ຫຍຸ້ງຍາກ ແລະ ແຜນການທີ່ ຈະສືບຕໍ່ຈັດຕັ້ງປະຕິບັດ ເພື່ອກະ ກຽມຄວາມພ້ອມໃນດ້ານຕ່າງໆຮັບ ປະກັນເຮັດໃຫ້ບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສພຂ ຊຸດທີ V ໄດ້ ຮັບການຈັດຕັ້ງປະຕິບັດສໍາເລັດຜົນ ຕາມຄາດໝາຍ, ພ້ອມທັງຮັບປະກັນ 4 ຄາດໝາຍໃຫຍ່ຄື: ຮັບປະກັນໃຫ້ ຜູ້ມີສິດເລືອກຕັ້ງໄປໃຊ້ສິດ 100%, ຮັບປະກັນຄວາມຖືກຕ້ອງ 100%, ຮັບປະກັນຄວາມປອດໄພ 100% ແລະ ຮັບປະກັນຄວາມພ້ອມ100% ໂດຍມີ ທ່ານ ຄໍາໃບ ດຳລັດ ຮອງ ປະທານສະພາແຫ່ງຊາດ, ຄະນະ ກຳມະການເລືອກຕັ້ງລະດັບຊາດ, ທ່ານ ວັນໄຊ ພອງສະຫວັນ ເລຂາ ຄະນະບໍລິຫານງານພັກແຂວງຄໍາ ມ່ວນ, ປະທານຄະນະກຳມະການ ເລືອກຕັ້ງຂັ້ນແຂວງ, ພ້ອມດ້ວຍ ຄະນະກຳມະການເລືອກຕັ້ງລະດັບ ຊາດ ແລະ ຄະນະກຳມະການເລືອກ ຕັ້ງຂັ້ນແຂວງເຂົ້າຮ່ວມ. ທ່ານ ບຸນມີ ພິມມະສອນ ປະ ທານສະພາປະຊາຊົນແຂວງຄໍາ ມ່ວນ, ຮອງປະທານຄະນະກຳມະ ການເລືອກຕັ້ງຂັ້ນແຂວງ ໄດ້ສະ ຫລຸບການເຄື່ອນໄຫວວຽກງານ ບາດກ້າວທີ I ແລະ ແຜນການ ເຄື່ອນໄຫວວຽກງານໃນບາດກ້າວ ທີ II ຂອງຄະນະກຳມະການເລືອກ ຕັ້ງຂັ້ນແຂວງຄໍາມ່ວນ ຊຶ່ງຜົນ ສໍາເລັດໃນການຈັດຕັ້ງປະຕິບັດ ວຽກງານໃນບາດກ້າວທີ 1 ຄະນະ ກໍາມະການເລືອກຕັ້ງຂັ້ນແຂວງ ໄດ້ສໍາເລັດການກະກຽມບັນດາ ໜ້າວຽກຕ່າງໆ ທີ່ໄດ້ກໍານົດໄວ້ ໃນແຜນດໍາເນີນງານຄື: ສ້າງແຜນ ກະກຽມ ແລະ ດຳເນີນການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V, ປະກາດການແຕ່ງ ຕັ້ງຄະນະກຳມະການເລືອກຕັ້ງຂັ້ນ ແຂວງ ຕາມມະຕິວ່າດ້ວຍການ ແຕ່ງຕັ້ງຄະນະກຳມະການເລືອກ ຕັ້ງຂັ້ນແຂວງ, ຮັບຮອງເອົາຮ່າງ ມະຕິວ່າດ້ວຍການແບ່ງຄວາມຮັບ ຜິດຊອບ ພາຍໃນຄະນະກຳມະການ ເລືອກຕັ້ງຂັ້ນແຂວງແລະຮ່າງມະຕິ ວ່າດ້ວຍການແຕ່ງຕັ້ງ ແລະ ການ ເຄື່ອນໄຫວ ຂອງບັນດາອະນຸກຳມະ ການ ຂອງຄະນະກຳມະການເລືອກ ຕັ້ງຂັ້ນແຂວງ ແລະ ເຊື່ອມຊຶມນິຕິ ກໍາຕ່າງໆທີ່ກ່ຽວຂ້ອງເຊັ່ນ: ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງ ວັນທີ 12 ກັນຍາ 2025, ຄໍາແນະ ນໍາ ຂອງຄະນະກຳມະການເລືອກ ຕັ້ງລະດັບຊາດ ສະບັບເລກທີ 08/ ຄລຊ, ລົງວັນທີ 27 ພະຈິກ 2025, ແຜນການກະກຽມ ແລະ ດໍາເນີນ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະພາ ປະຊາຊົນຂັ້ນແຂວງ ຊຸດທີ V, ສະ ບັບເລກທີ 337/ຄປຈ.ສພຂ ລົງ ວັນທີ 5 ທັນວາ 2025, ມະຕິວ່າ ດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວ ຂອງຄະນະກໍາມະການເລືອກ ຕັ້ງຂັ້ນແຂວງ ສະບັບເລກ ທີ 01/ ຄລຂ.ຄມ,ລົງວັນທີ5ທັນວາ2025 ແລະ ແຜນດໍາເນີນງານຂອງຄະນະ ກຳມະການເລືອກຕັ້ງຂັ້ນແຂວງ ເພື່ອດໍາເນີນການເລືອກຕັ້ງສະມາ ຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ສະບັບເລກທີ 02/ຄລຂ.ຄມ, ລົງວັນທີ 5 ທັນວາ 2025, ສໍາເລັດ ການອອກນິຕິກໍາ ແລະ ເອກະສານ ຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການ ເລືອກຕັ້ງ. ສໍາລັບແຜນການເຄື່ອນ ໄຫວວຽກງານ ບາດກ້າວທີ 2 ຂອງ ຄະນະກໍາມະການເລືອກຕັ້ງຂັ້ນ ແຂວງ ໄດ້ເພີ່ມທະວີຄວາມເອົາໃຈ ໃສ່ຊີ້ນໍາບັນດາອະນຸກໍາມະການ ຮີບຮ້ອນຈັດຕັ້ງປະຕິບັດບັນດາ ວຽກງານ ທີ່ຍັງບໍ່ທັນສໍາເລັດໃນ ບາດກ້າວທີ 1 ໃຫ້ສືບຕໍ່ຈັດຕັ້ງປະ ຕິບັດໄປພ້ອມກັບການປະຕິບັດ ວຽກງານໃນບາດກ້າວທີ 2 ໃຫ້ສໍາ ເລັດ ໃນອາທິດທີ 2 ຂອງເດືອນ ມັງກອນ 2026, ບັນດາວຽກງານ ຂອງບາດກ້າວທີ 2 ໃຫ້ສໍາເລັດ ໃນ ຕົ້ນເດືອນມັງກອນ 2026 ເປັນຕົ້ນ ການກະກຽມ ແລະ ດຳເນີນກອງປະ ຊຸມ ຂອງຄະນະກຳມະການເລືອກ ຕັ້ງຂັ້ນແຂວງ ເພື່ອສະຫລຸບຕີລາຄາ ການເຄື່ອນໄຫວວຽກງານໃນບາດ ກ້າວທີ 1 ແລະ ວາງແຜນຈັດຕັ້ງ ປະຕິບັດວຽກງານໃນບາດກ້າວທີ 2, ປະກາດວັນເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະ ພາປະຊາຊົນຂັ້ນແຂວງ ຊຸດທີ V, ກຳນົດວັນປະກາດໃຫ້ສອດຄ່ອງ ຕາມມາດຕາ 33 ຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ, ປະ ກາດຈຳນວນຜູ້ສະໝັກຮັບເລືອກ ຕັ້ງ ແລະ ຈຳນວນ ສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ກຳນົດວັນປະກາດ ອາທິດທີ 2 ຂອງເດືອນມັງກອນ 2026, ສືບຕໍ່ ປະສານທົມທົບຄະນະກຳມະການ ເລືອກຕັ້ງຂັ້ນເມືອງ ເພື່ອເກັບກໍາ ແລະ ສັງລວມສະຖິຕິຈໍານວນຜູ້ມີ ສິດປ່ອນບັດເລືອກຕັ້ງທົ່ວແຂວງ ໂດຍໃຫ້ສໍາເລັດທ້າຍເດືອນມັງ ກອນ2026; ຄົ້ນຄວ້າ, ຈັດສັນແບ່ງ ປັນ, ສະໜອງງົບປະມານແລະອຸປະ ກອນຮັບໃຊ້ໃນການເລືອກຕັ້ງ ໃຫ້ ແກ່ຄະນະກໍາມະການເລືອກຕັ້ງຂັ້ນ ເມືອງ ພ້ອມທັງຕິດຕາມ, ຊຸກຍູ້ ແລະ ແນະນໍາການຈັດສັນແບ່ງປັນ ໃຫ້ທັນຕາມກໍານົດເວລາ, ລົງເຄື່ອນ ໄຫວ, ຕິດຕາມ ແລະ ຊຸກຍູ້ໃຫ້ຄະ ນະກໍາມະການເລືອກຕັ້ງຂັ້ນເມືອງ ຈັດຕັ້ງການເຊື່ອມຊຶມ ແລະ ເຜີຍແຜ່ ບັນດາເອກະສານສໍາຄັນທີ່ກ່ຽວພັນ ກັບການເລືອກຕັ້ງ ສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະພາປະ ຊາຊົນຂັ້ນແຂວງ ຊຸດທີ V ໃຫ້ສໍາ ເລັດໃນທ້າຍເດືອນມັງກອນ2026, ຊີ້ນຳຄະນະກຳມະການເລືອກຕັ້ງ ຂັ້ນເມືອງ ຄົ້ນຄວ້າ ຂຶ້ນບັນຊີລາຍຊື່ ຜູ້ສະໝັກຮັບເລືອກຕັ້ງເປັນສະມາ ຊິກສະພາປະຊາຊົນຂັ້ນແຂວງຊຸດທີ V ຕາມຄວາມຮັບຜິດຊອບຂອງຕົນ. ບານເປີດກວ້າງ ຄັ້ງທີ II ປະຈໍາ ປີ 2025 ໃນວັນທີ 12 ມັງກອນ 2026 ໂດຍທ່ານໄດ້ຍົກໃຫ້ເຫັນ ບາງຜົນງານທີ່ພົ້ນເດັ່ນ ຂອງກະ ຊວງສຶກສາທິການ ແລະ ກິລາ ສາ ມາດຍາດມາໄດ້ໃນສົກຮຽນ20242025 ໂດຍສະເພາະ ຂະແໜງສຶກ ສາໄດ້ພັດທະນາຫລັກສູດ ແລະ ແບບຮຽນສາມັນວິຊາຊີບ ໃນ 11 ສາຂາອາຊີບ ເຊັ່ນ: ເສີມສວຍ, ສ້ອມ ແປງ ແລະ ຕິດຕັ້ງໄຟຟ້າ, ສ້ອມແປງ ເຄື່ອງເຢັນ, ແປຮູບຜະລິດຕະພັນ ກະສິກໍາຂັ້ນພື້ນຖານ, ສ້ອມແປງ ລົດຈັກໄຟຟ້າ, ປຸງແຕ່ງອາຫານ, ຄອມພິວເຕີພື້ນຖານ, ປູກຝັງ, ຕັດ ຫຍິບ ແລະ ສ້ອມແປງລົດຈັກ. ພ້ອມກັນນີ້, ກໍໄດ້ຈັດຊຸດຝຶກອົບຮົມ ວິຊາຄູຊັ້ນປະຖົມ ໃຫ້ພະນັກງານນັກຮົບ ເພື່ອໄປຊ່ວຍສອນຢູ່ໂຮງ ຮຽນປະຖົມ ເຂດຫ່າງໄກສອກ ຫລີກ 4 ຊຸດ; ສ່ວນການສຶກສາຊັ້ນ ສູງ ໄດ້ມີການປັບປຸງຫລັກສູດການ ຮຽນ-ການສອນ ຄືນໃໝ່ 27 ຫລັກ ສູດ; ຂົງເຂດກິລາ-ກາຍຍະກໍາ ໄດ້ ເຂົ້າຮ່ວມແຂ່ງຂັນຫລາຍປະເພດ ກິລາ ຢູ່ລະດັບພາກພື້ນ ແລະ ສາກົນ ສາມາດຍາດໄດ້ຫລຽນຕ່າງໆ ໃນ ຫລາຍປະເພດກິລາ ຊຶ່ງມີບາງປະ ເພດກິລາທີ່ພົ້ນເດັ່ນ. ນອກຈາກນີ້, ຍັງໄດ້ຄົ້ນຄວ້າການປະຕິຮູບການ ສຶກສາ ໃນສາຍສາມັນສຶກສາ ຈາກ ລະບົບ 5+4+3 ເປັນ 6+3+3 ພ້ອມ ທັງໄດ້ແກ້ໄຂບັນຫາຄູອາສາສະໝັກ 4 ພັນກວ່າຄົນ ໄດ້ສໍາເລັດໂດຍພື້ນ ຖານ ແລະ ຈັດຕັ້ງຜັນຂະຫຍາຍດໍາ ລັດ ວ່າດ້ວຍລັດຖະກອນຄູ ມາດ ຕາ 13 ວ່າດ້ວຍການທົດແທນຄູທີ່ ສູນເສຍ ໃນ 7 ຮູບແບບ. ອັນສໍາຄັນ ແມ່ນໄດ້ສໍາເລັດການຫັນປ່ຽນໂຄງ ສ້າງເງິນເດືອນ ຈາກລັດຖະກອນຄູ ມາເປັນໂຄງສ້າງເງິນເດືອນບໍລິ ຫານ ເພື່ອກະກຽມຍົກລະດັບເງິນ ເດືອນ, ເງິນອຸດໜູນຄູ ຕາມໂຄງ ສ້າງໃໝ່ທີ່ກະຊວງການເງິນໄດ້ກໍາ ນົດ ແລະ ຈະຈັດຕັ້ງປະຕິບັດໃນ ເດືອນ 1 ປີ 2026 ນີ້. ທ່ານ ທອງສະລິດ ມັງໜໍ່ເມກ ຍັງໃຫ້ຮູ້ອີກວ່າ: ໃນປີ 2026 ນີ້, ຍັງຈະມີຫລາຍສິ່ງທ້າທາຍທົດ ສອບນາໆປະການຕໍ່ກັບວຽກງານ ການສຶກສາ, ຄົ້ນຄວ້າວິທະຍາສາດ ແລະ ກິລາ. ສະນັ້ນ, ຄະນະນໍາກະ ຊວງສຶກສາທິການ ແລະ ກິລາ ຜັນ ຂະຫຍາຍໂຄງການການເມືອງ ສະ ບັບທີ III ຂອງພັກ, ລາຍງານການ ເມືອງ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 10 ຂອງລັດ ຖະບານ ໃຫ້ເປັນຮູບປະທໍາ, ສືບຕໍ່ ຈັດຕັ້ງປະຕິບັດດາແຜນການພັດທະ ນາວຽການສຶກສາ, ວິທະຍາສາດ ແລະ ກິລາ; ສຸມໃສ່ການປະຕິຮູບ ລະບົບການສຶກສາ ຈາກ 5+4+3 ເປັນ 6+3+3 ໃຫ້ສໍາເລັດຕາມແຜນ ທີ່ກໍານົດໄວ້. ນອກຈາກນີ້, ຕ້ອງໄດ້ ສຸມໃສ່ແກ້ໄຂບັນຫາຫ້ອງຄວບໃຫ້ ຫລຸດລົງ ຈົນກ້າວໄປເຖິງບໍ່ມີຫ້ອງ ຄວບ; ປັບປຸງສະຖານການສຶກສາ ຕາມທິດຍົກລະດັບເປັນສະຖາບັນ ການສຶກສາຄູພາກກາງ, ພາກເໜືອ ແລະ ພາກໃຕ້, ປັບປຸງໂຮງຮຽນ ກິນນອນຊົນເຜົ່າ ໃຫ້ທົ່ວເຖິງ ແລະ ມີຄຸນນະພາບຫລາຍຂຶ້ນ. ຂ່າວ: ກິດຕາ ນໍາໃຊ້ພາສາລາວ ຢ່າງເປັນລະບົບ, ມີຄວາມເອກະພາບ, ຟື້ນຟູ ແລະ ສົ່ງ ເສີມເອກະລັກດ້ານສິລະປະ-ວັນນະ ຄະດີ ກໍຄື ຄຸນຄ່າວັດທະນະທໍາ ດ້ານ ຈິດໃຈຂອງຊາດ-ຂອງເຜົ່າ ໃຫ້ແຂງ ແຮງໄປເລື້ອຍໆ, ສ້າງແບບແຜນດໍາ ລົງຊີວິດ ແລະ ວິຖີຊີວິດແບບໃໝ່ ໄປພ້ອມກັບການແກ້ໄຂແລະຕີຖອຍ ສິ່ງຫລ້າຫລັງງົມງວາຍ-ແນວຄິດ ຂີ້ຄ້ານມັກງ່າຍ-ຫລິ້ນກິນຟຸມເຟືອຍຂາດການປະດິດສ້າງ-ຂາດຈັນຍາ ບັນ-ຈັນຍາທໍາ-ລະເມີດກົດໝາຍ ແລະ ລະບຽບການ. ໃນໂອກາດເຂົ້າຮ່ວມກອງປະ ຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະ ມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ ສື່ມວນຊົນໃນວັນທີ 13 ມັງກອນ 2026 ນີ້ວ່າ: ໃນ 5 ປີຕໍ່ໜ້າ ເປັນໄລ ຍະແຫ່ງການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດເທື່ອທີ 10, ແມ່ນໄລຍະເວ ລາທີ່ສະພາບແວດລ້ອມພາຍນອກ ແລະ ພາຍໃນ ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫລາຍຢ່າງ ທີ່ ຂະແໜງການວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ມີຄວາມກຽມ ພ້ອມຢ່າງຮອບດ້ານ ໃນການຈັດ ຕັ້ງຜັນຂະຫຍາຍແນວທາງຂອງ ພັກ, ແຜນນະໂຍບາຍຂອງລັດ ໃຫ້ ເຂົ້າສູ່ລວງເລິກຂອງວຽກງານ ໂດຍສະເພາະແມ່ນການຜັນຂະ ຫຍາຍມະຕິ XII ຂອງພັກ ໃນການ ປະກອບສ່ວນຢ່າງແຂງແຮງ ຍົກ ລະດັບການພັດທະນາຂົງເຂດວັດ ທະນະທໍາ-ສັງຄົມ ໃນໄລຍະໃໝ່ ເພື່ອກ້າວໄປສູ່ຜົນສໍາເລັດອັນໃໝ່ ເປັນຕົ້ນ ການເສີມຂະຫຍາຍຄຸນຄ່າ ວັດທະນະທໍາອັນດີງາມຂອງຊາດ, ສ້າງຄວາມສີວິໄລທາງດ້ານວັດຖຸ ໄປຄຽງຄູ່ກັບຄວາມສີວິໄລທາງ ດ້ານຈິດໃຈ ແລະ ພັດທະນາແຫລ່ງ ທ່ອງທ່ຽວໃຫ້ມີຄວາມຍືນຍົງ ຕາມ ທັດສະນະຂອງພັກ ໃນການສ້າງ ຄວາມຈະເລີນທາງດ້ານເສດຖະ ກິດ ຕ້ອງໄປຄຽງຄູ່ກັບການສ້າງ ຄວາມສີວິໄລດ້ານຈິດໃຈ ແລະ ຕ້ອງສົມທົບລະຫວ່າງສອງດ້ານ ດັ່ງກ່າວຢ່າງແໜ້ນແຟ້ນ ເພື່ອສ້າງ ກໍາລັງແຮງສັງຮວມ ຮັບປະກັນ ການພັດທະນາປະເທດຊາດ ຕາມ ທິດຍືນຍົງ ແລະ ໝັ້ນຄົງ. ນອກຈາກນີ້, ວຽກງານທ່ອງ ທ່ຽວ ຈະເນັ້ນສຸມໃສ່ຈັດຕັ້ງຜັນຂະ ຫຍາຍຢ່າງແຂງແຮງ ໃນການສົ່ງ ເສີມ, ພັດທະນາການທ່ອງທ່ຽວທີ່ ຍືນຍົງຕາມທິດອຸດສາຫະກໍາສີຂຽວ ຕິດພັນກັບທໍາມະຊາດ, ວັດທະນະ ທໍາຮີດຄອງເພນີອັນດີງາມຂອງ ຊາດ, ຂອງເຜົ່າ, ປະຫວັດສາດ ແລະ ບັນດາທ່າແຮງບົ່ມຊ້ອນຕ່າງໆທີ່ ປະເທດມີ; ແກ້ໄຂສາຍພົວພັນໃນ ວຽກງານທ່ອງທ່ຽວໃຫ້ເປັນລະ ບົບ, ປະສານສົມທົບ ແລະ ຮັບປະ ກັນຢ່າງກົມກຽວ ລະຫວ່າງສາຍ ພົວພັນຂອງລັດ ໃນການບໍລິຫານ, ຄຸ້ມຄອງການທ່ອງທ່ຽວ ແລະ ປະ ສິດທິຜົນຂອງຕະຫລາດທ່ອງທ່ຽວ, ການສະໜອງ ແລະ ຄວາມຕ້ອງ ການຂອງການທ່ອງທ່ຽວ, ການ ອະນຸລັກຮັກສາ ແລະ ພັດທະນາ, ການເຊື່ອມໂຍງ, ເຊື່ອມສານ ລະ ຫວ່າງການທ່ອງທ່ຽວພາຍໃນແລະ ພາກພື້ນ; ສຸມໃສ່ໂຄສະນາ-ແນະນໍາ ແລະ ດຶງດູດການທ່ອງທ່ຽວ ດ້ວຍ ທີ່ໄດ້ມີໂອກາດນໍາເອົາກາເຟພູເບ້ຍ, ຊາພູເບ້ຍ ແລະ ນໍ້າເຜິ້ງ ພູເບ້ຍ ມາ ວາງຈຳໜ່າຍໃນກອງປະຊຸມລັດຖະ ບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ທີ່ຫໍປະຊຸດແຫ່ງຊາດໃນຄັ້ງ ນີ້ ໂດຍໄດ້ໃຫ້ບໍລິການກະເຟຮ້ອນ, ກະເຟເຢັນ, ຊາຂຽວ ແລະ ເຄື່ອງ ດື່ມອື່ນໆ ຊຶ່ງຈຸດພິເສດຂອງກາເຟ ພູເບ້ຍລາວ ເປັນກາເຟທໍາມະຊາດ ຂອງຄົນລາວ ປູກຢູ່ ພາກເໜືອຂອງ ສປປ ລາວ ໂດຍມີຄຳຂວັນ ທີ່ວ່າ: ກາເຟພູເບ້ຍລາວຫອມຫວນ ຊວນ ສົດຊື່ນ ດີຕໍ່ສຸຂະພາບ. ປັດຈຸບັນ, ມີ 2 ສາຂາ ຄື: ສາຂາ 1 ຢູ່ໂຮງໝໍ ແມ່ ແລະ ເດັກ (ຕຶກອາຄານນອນພິ ເສດ) ແລະ ສາຂາ 2 ຢູ່ເດີນຈອດ ລົດ ຫໍວັດທະນະທໍາແຫ່ງຊາດ ນະ ຄອນຫລວງວຽງຈັນ. ທ່ານ ນາງ ສຸນັດຕາ ລິດປັນຍາ ຍັງໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ, ກາເຟພູເບ້ຍລາວ ໄດ້ປະກອບສ່ວນ ສະໜັບສະໜູນ ກອງປະຊຸມສຳຄັນ ຕ່າງໆ ຂອງພັກ, ຂອງຊາດ ເປັນຕົ້ນ ແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ, ກອງປະຊຸມອົງ ຄະນະພັກນະຄອນຫລວງ. ນອກຈາກ ນີ້, ຍັງໄດ້ແຈກເຄື່ອງດື່ມ ໃນໂອ ກາດສະຫລອງວັນຊາດ ຄົບຮອບ 50 ປີ, ກອງປະຊຸມຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມ ສຸດຍອດກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍບໍ່ເສຍຄ່າ. ຂ່າວ: ກິດຕາ ສູນກາງພັກ, ຮອງປະທານສູນກາງ ແນວລາວສ້າງຊາດ, ມີ ທ່ານ ຫຽມ ພົມມະຈັນ ຮອງປະທານ ສນຊ ບໍ່ປະ ຈໍາການ, ຫົວໜ້າຄະນະທີ່ປຶກສາ ວຽກງານຄົນເຊື້ອຊາດລາວຢູ່ຕ່າງ ປະເທດ ສນຊ, ມີຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ, ບັນດາ ກຳມະການ ສນຊ ອ້ອມຂ້າງສູນ ກາງ ພ້ອມດ້ວຍພະນັກງານກ່ຽວ ຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງບົດ ສະຫລຸບຕີລາຄາຜົນງານຜົນສຳ ເລັດການຕ້ອນຮັບພີ່ນ້ອງຄົນເຊື້ອ ຊາດລາວຢູ່ຕ່າງປະເທດ ທີ່ມາເຂົ້າ ຮ່ວມສະເຫລີມສະຫລອງວັນຊາດ ຄົບຮອບ 50 ປີ (02 ທັນວາ 1975-02 ທັນວາ 2025) ຊຶ່ງໄດ້ ຄຳມ່ວນ...່ ສົກຮຽນຜ່ານມາ...ົ່ ພັດທະນາ...ັ ກາເຟພູເບ້ຍູ້ ຫລາຍຮູບຫລາຍສີຜ່ານສື່ຕ່າງໆ ຮັບປະກັນສິ່ງອໍານວຍຄວາມສະ ດວກ, ພື້ນຖານໂຄງລ່າງ, ຜະລິດ ຕະພັນການທ່ອງທ່ຽວ ທີ່ມີຄວາມ ຫລາກຫລາຍ ສົມທົບການມີສ່ວນ ຮ່ວມຂອງປະຊາຊົນ, ຊຸມຊົນ ແລະ ຄວາມປອດໄພ ໃນການທ່ອງທ່ຽວ. ຂ່າວ: ກິດຕາ; ພາບ: ຂັນໄຊ ຖອດຖອນບົດຮຽນ...ົ ຍົກໃຫ້ເຫັນສະພາບລວມ, ຈຸດປະ ສົງ, ແຜນການເຄື່ອນໄຫວ (ກ່ອນ ມື້ໂຮມຊຸມນຸມໃຫຍ່, ມື້ໂຮມຊຸມນຸມ ໃຫຍ່ ແລະ ຫລັງມື້ໂຮມຊຸມນຸມ ໃຫຍ່). ໃນນີ້, ໄດ້ຍົກໃຫ້ເຫັນຜົນ ໄດ້ຮັບ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດ ຖອນໄດ້ຈຳນວນໜຶ່ງ ແລະ ຂໍ້ສະ ເໜີເພື່ອຜັນຂະຫຍາຍໃນຕໍ່ໜ້າ. ພີ່ນ້ອງເຊື້ອລາວຢູ່ຕ່າງປະເທດ ມາ ຮ່ວມງານດັ່ງກ່າວ, ມີທັງໝົດ 486 ທ່ານ ທີ່ມາຈາກ 11 ປະເທດຄື: ຝຣັ່ງ, ອັງກິດ, ສະຫະລັດອາເມ ລິກາ, ການາດາ, ອົດສະຕຣາລີ, ນິວ ຊີແລນ, ແບນຊິກ, ຍີ່ປຸ່ນ, ເຢຍລະ ມັນ, ສະວິດ ແລະ ສະວິດເດັນ. ການມາຮ່ວມພິທີສະເຫລີມສະ ຫລອງວັນສະຖາປະນາ ສປປ ລາວ ຄົບຮອບ50ປີຄັ້ງນີ້, ມີຄວາມໝາຍ ແຕກຕ່າງກັບການມາຮ່ວມກອງປະ ຊຸມພົບປະຄັ້ງທີ1ກໍຄືການມາຢ້ຽມ ຢາມຂອງພີ່ນ້ອງເຊື້ອຊາດລາວ ທີ່ ຜ່ານມາ, ເພາະເປັນການກັບມາຮ່ວມ ສະຫລອງວັນສໍາຄັນຂອງຊາດ, ເປັນ ເຫດການການເມືອງທີ່ສຳຄັນ ແລະ ເປັນວັນໜຶ່ງທີ່ໃນເມື່ອກ່ອນພີ່ນ້ອງ ເຊື້ອຊາດລາວເຫລົ່ານັ້ນ ໄດ້ອອກ ຈາກປະເທດໄປ ໃນເວລາສ້າງຕັ້ງ ລະບອບໃໝ່. ດັ່ງນັ້ນ, ການຕ້ອນຮັບ ຄັ້ງນີ້, ໄດ້ສ້າງບັນຍາກາດໃຫ້ເຂົາ ເຈົ້າມີຄວາມສະບາຍໃຈ, ເຮັດໃຫ້ ເຂົາເຈົ້າມີຄວາມພາກພູມໃຈຕໍ່ຜົນ ສໍາເລັດຂອງການສ້າງສາພັດທະ ນາປະເທດຊາດຕະຫລອດໄລຍະ50 ປີຜ່ານມາແລະ ໃຫ້ເຂົາເຈົ້າມີຄວາມ ສະໝັກໃຈ ຢາກປະກອບສ່ວນເຂົ້າ ໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ໃນຕໍ່ໜ້າ. ພາບ: ສນຊ

RkJQdWJsaXNoZXIy MTc3MTYxMQ==