7194

gsfdko{dkora fmtok a xtgmf]k; ( 13/01/2026 xt-k-q o c0;'g-dv' wfh -q ,.-h w22h k.o]t[q [4k;voc]h ; 94,72% ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ປັດຈຸບັນທົ່ວ ແຂວງເຊກອງ ມີຄວາມຍາວ ຂອງ ຕາຂ່າຍໄຟຟ້າ 22 ກິໂລໂວນ 1.045,05 ກິໂລແມັດຕໍ່ວົງຈອນ; ຕາຂ່າຍ 0,4 ກິໂລໂວນ 432,13 ກິໂລແມັດຕໍ່ວົງຈອນ; ຕາຂ່າຍ 0,23 ກິໂລໂວນ 1,65 ກິໂລແມັດຕໍ່ ວົງຈອນ; ມີບ້ານທີ່ໄດ້ຊົມໃຊ້ກະແສ ໄຟຟ້າໃນລະບົບທັງໝົດ 167 ບ້ານ ກວມເອົາ 82,27% ແລະ ຫລັງຄາ ເຮືອນທີ່ຊົມໃຊ້ໄຟຟ້າໃນລະບົບ ຖາວອນ 21.274 ຫລັງຄາເຮືອນ ກວມເອົາ 94,72%. ອີງຕາມບົດສະຫລຸບການພັດ ທະນາເສດຖະກິດ-ສັງຄົມ ປະຈໍາ ປີ 2025 ແລະ ທິດທາງແຜນການ ປີ 2026 ຂອງແຂວງເຊກອງ ໃຫ້ ຮູ້ວ່າ: ແຂວງເຊກອງ ມີແຫລ່ງ ຜະລິດພະລັງງານໄຟຟ້າທີ່ດໍາເນີນ ການຜະລິດແລ້ວ 4 ແຫ່ງ, ມີກໍາ ລັງຕິດຕັ້ງ 486 ເມກາວັດ. ໃນປີ 2025 ຜ່ານມາ, ສາມາດຜະລິດໄຟ ໄດ້ 2,61 ລ້ານກວ່າກິໂລວັດໂມງ ໃນນີ້, ເຂື່ອນໄຟຟ້າຫ້ວຍລໍາພັນ ໃຫຍ່ ມີກໍາລັງຕິດຕັ້ງ 88 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 474,83 ລ້ານກິໂລວັດໂມງ; ເຂື່ອນ ຫ້ວຍລໍາພັນຕອນລຸ່ມມີກໍາລັງຕິດ ຕັ້ງ 15 ເມກາວັດ, ສາມາດຜະລິດ ພະລັງງານໄຟຟ້າໄດ້ 54,29 ລ້ານ ກິໂລວັດໂມງ; ເຂື່ອນເຊກະໝານ 3 ມີກໍາລັງຕິດຕັ້ງ 250 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 1.475,02 ລ້ານກິໂລວັດໂມງ ແລະ ເຂື່ອນໄຟຟ້ານໍ້າອີ່ມູນ ມີກໍາລັງຕິດ ຕັ້ງ 133 ເມກາວັດ, ສາມາດຜະລິດ ພະລັງງານໄຟຟ້າໄດ້ 608,15 ລ້ານ ກິໂລວັດໂມງ. ຂໍ້ມູນຍັງໃຫ້ຮູ້ຕື່ມວ່າ:ໃນປີ2026 ແຂວງເຊກອງ ຈະສຸມໃສ່ພັດທະນາ ເສດຖະກິດຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແລະ ສຸມທຶນຮອນເຂົ້າໃສ່ການພັດທະນາ ພື້ນຖານໂຄງລ່າງທີ່ຈໍາເປັນ ເພື່ອ ອໍານວຍຄວາມສະດວກໃຫ້ແກ່ການ ດໍາລົງຊີວິດຂອງປະຊາຊົນ; ສືບຕໍ່ ຊຸກຍູ້ບັນດາຂະແໜງການຕ່າງໆກໍຄື ລັດວິສາຫະກິດໄຟຟ້າລາວສາຂາ ແຂວງເຊກອງ ບູລະນະສ້ອມແປງປ່ຽນຖ່າຍອຸປະກອນໄຟຟ້າທີ່ເສື່ອມ ຄຸນນະພາບ, ຂະຫຍາຍຕາຂ່າຍໄຟ ຟ້າ 22 ກິໂລໂວນ ແລະ ຕາຂ່າຍ ໄຟຟ້າ 0,4 ກິໂລໂວນ ລົງສູ່ເຂດ ຊົນນະບົດຫ່າງໄກສອກຫລີກ ກໍຄື ບ້ານທີ່ມີເງື່ອນໄຂ ເພື່ອສະໜອງ ກະແສໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ ຢ່າງທົ່ວເຖິງ. ຂ່າວ: ສັນຍາ dP,d= j lh k'l5 dlk]k [h koxq j ' g,n v'7q 'g-3fo ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ພິທີວາງສີລາ ລຶກໂຄງການກໍ່ສ້າງສຸກສາລາ ບ້ານ ປົ່ງ ເມືອງຄົງເຊໂດນ ແຂວງສາລະ ວັນ ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ 2026 ໂດຍມີທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກ ສາທາລະນະສຸກແຂວງສາລະວັນ, ທ່ານ ວັນນະລອນ ອິນທະພອນເດດ ປະທານຄະນະກໍາມະການປົກຄອງ ເມືອງຄົງເຊໂດນ, ທ່ານ ໂລຫິດ ບັບ ບາ ເລຂານຸການເອກ ສະຖານທູດ ອິນເດຍ ປະຈໍາ ສປປ ລາວ ພ້ອມ ດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນ ແຂວງ, ຂັ້ນເມືອງ, ອຳນາດການ ປົກຄອງບ້ານ, ປະຊາຊົນ ແລະ ບໍລິສັດຮັບເໝົາກໍ່ສ້າງເຂົ້າຮ່ວມ. ທ່ານ ນາງ ບຸນໂຮມ ໂງ່ນກະ pq d]tfa [7;k,I6 h ;Pd'kosa f4tde 9a dlko.sh d5 j ,9a dlko[h koltx;o ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ຫ້ອງ​ການ​ອຸດ ສາຫະກໍາ ແລະ ການຄ້າ ເມືອງໄຊ ເສດຖາ ແຂວງອັດຕະປື ໄດ້ຈັດຝຶກ ອົບຮົມສີມືແຮງງານໃຫ້ກຸ່ມຈັກສານ​ ບ້ານສະປວນ ໃນວັນທີ 9 ມັງກອນ 2026 ໂດຍການເປັນປະທານຂ​ ອງ ທ່ານ​ນາງ ບັນທ​ ະໄລ​ໄຊຍະສິນ ປະ ທານຄະ​ນະກຳມະ​ການປົກຄອງ ເມືອງໄຊເສດຖາ, ມີຂະແໜງການ ທີ່ກ່ຽວຂ້ອງຂອງແຂວງ,​ເມືອງ,​ຄູ ຝຶກ​ແລະ​ສຳມະນາກອນເຂົ້າຮ່ວມ. ທ່ານ ດວງຕາ ຫລວງກິ່ງ ຮອງ ຫົວ​ໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ກ່າວວ່າ: ການຈັດຝຶກອົບຮົມສີມືແຮງງານ ໃຫ້ກຸ່ມຈັກສານ​ ບ້ານສະປວນ​ ຄັ້ງ ນີ້​ເພື່ອເປັນການສົ່ງເສີມການຜະລິດ ເຄື່ອງຫັດຖະກໍາ ໃຫ້ມີຫລາກຫລາຍ ສີສັນ,​ເປັນການພັດທະນາກຸ່ມຜະລິດ ເຄື່ອງຫັດຖະກໍາໃຫ້ມີປະສົບການ ອັນໃໝ່,​ສ້າງໃຫ້ມີຜະລິດຕະພັນອັນ ໃໝ່ ທີ່ມີສີໄມ້ລາຍມືອັນປານີດ ແລະ ສວຍ​ງາມ, ມີທັກສະ, ມີລວດລາຍ​ ແລະ ເພື່ອເປັນການຖ່າຍທອດ ໃຫ້ຄົນຮຸ່ນຫລັງໄດ້ສືບທອດຕໍ່ໄປ ພ້ອມທັງ​ຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການ ຂອງ​ຜູ້ຊົມໃຊ້ ຜະລິດຕະພັນ,​ ສາ​ມາດສ້າງລາຍ ຮັບໃຫ້ຕົນເອງ​ ກໍຄືຄອບ​ຄົວ ແລະ ກຸ່ມຜູ້ຜະລິດ.​ ສໍາລັບກຸ່ມຈັກສານບ້ານສະປວນ ໄດ້ສ້າງຕັ້ງຂຶ້ນໃນວັນທີ 19 ພະຈິກ 2021 ຊຶ່ງມີຄະນະກຸ່ມ 2 ທ່ານ​ ມີ ສະມາຊິກພາຍໃນກຸ່ມ 11 ຄົນ, ຍິງ 10 ຄົນ,​ ຜ່ານມາທາງເມືອງໄດ້ ມີການປຸກລະດົມຂົນຂວາຍນໍາເອົາ ຜະລິດຕະພັນກຸ່ມຈັກສານ​ ບ້ານສະ ປວນ​ ເຂົ້າຮ່ວມງານວາງສະແດງ ສິນຄ້າໃນຂັ້ນເມືອງ, ແຂວງເນື່ອງ ໃນວັນສໍາຄັນຕ່າງໆ ຂອງພັກ-ຂອງ ຊາດ ຊຶ່ງເຫັນວ່າໄດ້ຮັບຄວາມສົນ​ ໃຈ ແລະ ເປັນທີ່ຍອມຮັບຈາກສັງຄົມ ໄດ້ເປັນຢ່າງດີ.​ d5 j ,3I'IPo,a fmtpq ,lb dlk g,n v'lk,a d7u w- lv[gla '7a fg]n vdoa dIPogda j ' 0A o ,4 c]t ,7 ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ກຸ່ມໂຮງຮຽນ ມັດທະຍົມສຶກສາ ເມືອງສາມັກຄີ ໄຊ ແຂວງອັດຕະປື ໄດ້ຈັດສອບ ເສັງຄັດເລືອກນັກຮຽນເກັ່ງ ຂັ້ນ ມ4 ແລະ ມ7 ປະຈໍາສົກຮຽນ 2025-2026, ປະເມີນຕີລາຄາ ຄືນການນຳພາ-ຊີ້ນໍາຂອງຄະນະ ຜູ້ບໍລິຫານກຸ່ມໂຮງຮຽນ, ການຈັດ ຕັ້ງປະຕິບັດການສິດສອນ ຂອງ ຄູ-ອາຈານ ແລະ ການຮຽນຂອງ ນ້ອງນັກຮຽນພາຍໃນກຸ່ມ ລວມ ທັງການມີສ່ວນຮ່ວມຂອງພໍ່ແມ່, ຜູ້ ປົກຄອງ ແລະ ສັງຄົມ ໃນໄລຍະ ຜ່ານມາ. ພ້ອມນີ້, ຍັງເປັນການ ກຽມຄວາມພ້ອມຂອງຄູ-ອາຈານ ແລະ ນັກຮຽນຕົວແທນຂອງແຕ່ລະ ໂຮງຮຽນທີ່ຈະເຂົ້າຮ່ວມສອບເສັງ ຄັດເລືອກນັກຮຽນເກັ່ງລະດັບເມືອງ ທີ່ຈະຈັດຂຶ້ນໃນມໍ່ໆນີ້. ພິທີການສອບເສັງ ໄດ້ຈັດຂຶ້ນ ໃນວັນທີ 8 ມັງກອນ 2025 ທີ່ ຫ້ອງປະຊຸມໃຫຍ່ ອົງການພຸດທະ ສາດສະໜາສໍາພັນລາວ(ອພສ) ແຂວງອັດຕະປື, ພາຍໃຕ້ການເປັນ ປະທານ ຂອງທ່ານ ພູທິດ ສິນລະປະ ຜູ້ອໍານວຍການໂຮງຮຽນມັດທະຍົມ ສຶກສາສົມບູນຈັນທາ, ປະທານກຸ່ມ ໂຮງຮຽນມັດທະຍົມສຶກສາ ເມືອງ ສາມັກຄີໄຊ, ມີພະອາຈານໃຫຍ່ ສີ ສະຫວາດ ເທບວົງສາ ປະທານ ອພສ ແຂວງ , ພະອາຈານ ວຽງສັນ ມະນີລັດ ຮອງປະທານ ອພສ ແຂວງ, ທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ ຮັບຜິດຊອບການສອບເສັງ ແລະ ນ້ອງນັກສອບເສັງ ເຂົ້າຮ່ວມ. ກຸ່ມໂຮງຮຽນມັດທະຍົມສຶກສາ ເມືອງສາມັກຄີໄຊ ປະກອບມີ ໂຮງຮຽນ ມສ ຈັນທາ, ມສ ຊົນເຜົ່າ, ມສ ສົງ ວັດຫລວງ, ໂຮງຮຽນ ທິບ ພະເນດສຶກສາ ແລະ ໂຮງຮຽນ ວຽງສະຫວັນ 3 ທີ່ເປັນສາຂາຂອງ ໂຮງຮຽນມສຈັນທາ,ການສອບເສັງ ນັກຮຽນທົດສອບນັກຮຽນເກັ່ງ ຂັ້ນ ມ4 ແລະ ມ7 ຄັ້ງນີ້ ມີ 4 ວິຊາ ຫລັກຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ເຄມີສາດ ແລະ ຟີຊິກ ສາດ ຊຶ່ງມີນັກສອບເສັງເຂົ້່າຮ່ວມ ທັງໝົດ 39 ຄົນ ຍິງ 20 ຄົນ ທີ່ ມາຈາກໂຮງຮຽນ ມສ ຈັນທາ 8 ຄົນ ຍິງ 6 ຄົນ; ໂຮງຮຽນ ມສ ຊົນເຜົ່າ 8 ຄົນ ຍິງ 3 ຄົນ; ເສີມສຸກ ໄດ້ລາຍງານວ່າ: ໂຄງການ ດັ່ງກ່າວ ໄດ້ຮັບທຶນສະໜັບສະໜູນ ຈາກລັດຖະບານອິນເດຍ, ພາຍໃຕ້ ໂຄງການເຫັນຜົນໄວໃນຂອບການ ຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ, ມີມູນຄ່າ ປະມານ 1 ຕື້ກວ່າກີບ, ເປັນອາຄານຊັ້ນດຽວ ຖາວອນ, ມີ ຂະໜາດ 12 x 17 ແມັດ, ມີ 5 ຫ້ອງ ຄື: ຫ້ອງປະສູດ, ຫ້ອງນອນຄົນເຈັບ, ຫ້ອງແມ່ ແລະ ເດັກ, ຫ້ອງຈ່າຍຢາ, ຫ້ອງເຮັດວຽກ ແລະ 2 ຫ້ອງນ້ຳ. ໂຄງການດັ່ງກ່າວໄດ້ເລີ່ມກໍ່ສ້າງມາ ແຕ່ຕົ້ນເດືອນທັນວາ 2025 ແລະ ກໍານົດເວລາການກໍ່ສ້າງ 6 ເດືອນ ໃຫ້ສຳເລັດ 100%, ໂດຍແມ່ນ ບໍລິສັດ ພັກດີຈະເລີນຊັບ ກໍ່ສ້າງ ເປັນ ຜູ້ຮັບຜິດຊອບໃນການດຳເນີນການ ກໍ່ສ້າງ. ໄລຍະຜ່ານມາສະຖານທູດ ອິນເດຍ ກໍໄດ້ໃຫ້ການສະໜັບສະໝູນ ທຶນໃນການສ້າງອາຄານປະສູດ ຢູ່ສຸກສາລາ ບ້ານກະຊະ ແລະ ສຸກສາລາ ບຶງຂາມ ເມືອງສາລະ ວັນ ມູນຄ່າເກືອບ 50 ພັນໂລດາ ສະຫະລັດ ແລະ ໂຄງການກໍ່ສ້າງສຸກ ສາລາ ບ້ານປົ່ງ ເມືອງຄົງເຊໂດນ ກໍເປັນອີກໜຶ່ງໂຄງການ ທີ່ມີຄວາມ ສໍາຄັນ ເພື່ອຍົກສູງຄຸນນະພາບ ການບໍລິການດ້ານສາທາລະນະສຸກ ໃນເຂດປົກຄຸມດັ່ງກ່າວ ແລະ ເຮັດ ໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າເຖິງການ ບໍລິການຢ່າງທົ່ວເຖິງ. ສຸກສາລາ ບ້ານປົ່ງ ສ້າງຕັ້ງຂຶ້ນ ໃນປີ 2021, ຫ່າງຈາກເທສະບານ ເມືອງ 35 ກິໂລແມັດ, ເປັນເສັ້ນທາງ ດິນແດງ ສາມາດທຽວໄດ້ແຕ່ລະດູ ແລ້ງ ຊຶ່ງເຂດສຸກສາລາ ປົກຄຸມເອົາ 3 ບ້ານ ຄື: ບ້ານປົ່ງ, ປັດຊຸມ ແລະ ບ້ານສະເທີ້ມ, ມີປະຊາກອນ 3.629 ຄົນ ຍິງ 1.808 ຄົນ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ໂຮງຮຽນ ມສ ສົງ ວັດຫລວງ 8 ອົງ; ໂຮງຮຽນ ທິບພະເນດ ແລະ ວຽງສະຫວັນ ທີ່ເປັນສາຂາຂອງ ໂຮງຮຽນ ມສ ຈັນທາ 16 ຄົນ ຍິງ 11 ຄົນ. ຜົນການສອບເສັງສໍາລັບຂັ້ນ ມ4 ວິຊາພາສາລາວ ອັນດັບທີ 1 ແມ່ນນາງ ທິບທາລາ ດວງດາລາ ໂຮງຮຽນ ທິບພະເນດ ຄະແນນເສັງ ໄດ້ 7,50, ອັບດັບທີ 2 ແມ່ນ ນາງ ສິດທິດາ ວຽງຈະເລີນ ໂຮງຮຽນ ວຽງສະຫວັນ ຄະແນນ ເສັງໄດ້ 6,00; ວິຊາຄະນິດສາດ ອັນດັບທີ 1 ແມ່ນ ນາງ ມົນຄູນ ສິດທິປົນຍາ ໂຮງຮຽນ ມສ ຈັນທາ ຄະແນນເສັງ ໄດ້ 9,00, ອັນດັບທີ 2 ແມ່ນນາງ ສັນທະນາ ອຸດົມສອນ ໂຮງຮຽນ ທິບ ພະເນດ ຄະແນນໄດ້ 7,00; ວິຊາ ເຄມີສາດ ອັນດັບທີ 1 ແມ່ນທ້າວ ຂັນເພັດ ພົມມະນິດ ໂຮງຮຽນ ມສ ຈັນທາ ຄະແນນເສັງໄດ້ 6,00; ອັນດັບທີ 2 ແມ່ນ ນາງ ເພັດພອຍ ນິນ ຄໍາສຸວັນນົງ ໂຮງຮຽນ ທິບພະ ເນດ ຄະແນນເສັງໄດ້ 5,50; ວິຊາ ຟີຊິກສາດ ອັນດັບທີ 1 ແມ່ນ ນາງ ຈັນສະຫວັນ ໄຊສົງຄາມ ໂຮງຮຽນ ທິບພະເນດ ຄະແນນເສັງໄດ້ 8,50, ອັນດັບທີ 2 ແມ່ນ ທ້າວ ເພັດມີໄຊ ວົງພະຈັນ ໂຮງຮຽນ ວຽງສະຫວັນ ຄະແນນເສັງໄດ້ 6,50. ສ່ວນຂັ້ນ ມ7 ວິຊາ ພາສາລາວ- ວັນນະຄະດີ ອັນດັບທີ 1 ແມ່ນ ສາມະເນນ ບຸນສວນ ໄຊຍະຫວ່າງ ໂຮງຮຽນ ມສ ສົງວັດຫລວງ ຄະ ແນນເສັງໄດ້ 7,00, ທີ 2 ແມ່ນນາງ ພອນມີນາ ປາງວິໄລ ໂຮງຮຽນ ມສ ຈັນທາ ຄະແນນເສັງໄດ້ 5,50; ວິຊາ ຄະນິດສາດ ອັນດັບທີ 1 ແມ່ນ ທ້າວ ສຸກປະເສີດ ສີຊານົນ ໂຮງ ຮຽນທິບພະເນດ ຄະແນນເສັງໄດ້ 8,50, ອັນດັບທີ 2 ແມ່ນນາງ ເພັດ ຕະພອນ ພົມມະສານ ໂຮງຮຽນ ມສ ຈັນທາ ຄະແນນເສັງໄດ້ 8,00; ວິຊາ ເຄມີສາດ ອັນດັບທີ1 ແມ່ນທ້າວ ສັນຕິໄຊ ທໍາມະວົງ ໂຮງຮຽນ ມສ ຈັນທາ ຄະແນນເສັງໄດ້ 10,00, ອັນດັບທີ 2 ແມ່ນ ທ້າວ ທອງຄໍາ ຄໍາ ພັນ ໂຮງຮຽນ ມສ ຊົນເຜົ່າ ຄະແນນ ເສັງໄດ້ 3,50; ວິຊາ ຟີຊິກສາດ ອັນດັບທີ 1 ແມ່ນ ນາງ ທິບມະນີ ຫລວງເພັດ ໂຮງຮຽນ ມສ ຈັນທາ ຄະແນນເສັງໄດ້ 9,50, ອັນດັບທີ 2 ແມ່ນ ທ້າວ ວິທະຍາ ແກ້ວມະນີ ໂຮງຮຽນ ມສ ຊົນເຜົ່າ ຄະແນນເສັງ ໄດ້ 6,00. ຂ່າວ: ພົມວິຫານ ໄຊຊະນະ ການຝືກອົບຮົມຄັ້ງນີ້ ຈະດໍາເນີນ ເປັນເວລາ 5​ວັນ ໂດຍມີສໍາມະນາ ກອນເຂົ້າຮ່ວມ 15 ຄົນ ຍິງ​ 13​ ຄົນ​ ຊຶ່ງຈະໄດ້ຮຽນຮູ້ກ່ຽວກັບຂັ້ນ ຕອນຂອງການກະກຽມອຸປະກອນ ຕ່າງໆ​ ທີ່ຈະມານຳໃຊ້ເຂົ້າໃນວຽກ ຕົວຈິງ,​ ການຜະລິດເບື້ອງຕົ້ນແມ່ນ ເນັ້ນປະ​ໂຫຍດໃຊ້ສ້ອຍເປັນຫລັກ​ ທີ່ນໍາໃຊ້ວັດຖຸດິບຈາກໄມ້ໄຜ່, ໄມ້ ຊ່າງໄພ, ໄມ້ໄລ່, ໄມ້ໃຜ່ປ່າ, ໄມ້ໄຜ່ ບ້ານ ແລະ​ຫວາຍທຳມະຊາດ.​ເພື່ອ ນຳມາແປຮູບໃຫ້ເປັນກະຕ່າໄມ້,​ກະ ໂຕ້ກ-ກະບຽນ,​ ທີ່ເປັນເອກະລັັກ ສວຍງາມ​ ແລະ​ສາມາດນຳໃຊ້ໄດ້ ໃນຊີວິດປະຈຳວັນ.​ ໂອກາດ​ດັ່ງກ່າວ​, ທ່ານ ນາງ ບັນທະໄລ​ ໄຊຍະສິນ ໄດ້ມີຄໍາເຫັນ ວ່າ: ວຽກງານການຜະລິດເຄື່ອງ ຫັດຖະກໍາຈັກສານເປັນວຽກງານ ໜຶ່ງທີ່ສ້າງວຽກເຮັດງານທໍາ ໃຫ້ ແກ່ປະຊາຊົນ ຊຶ່ງຜ່ານມາຄະນະພັກ,​ ອົງ​ການປົກຄອງ​ເມືອງ​ ໄດ້ໃຫ້ ຄວາມສໍາຄັນຕໍ່ວຽກ​ງານນີ້ ຈຶ່ງ ໄດ້ສະໜອງແຫລ່ງທຶນຈາກບ້ວງ ນະໂຍບາຍພັດທະນາທ້ອງຖິ່ນຂອງ ເມືອງ​ເພື່ອມາຈັດຕັ້ງປະຕິບັດ ພ້ອມ ທັງຍັງໄດ້ຮຽກຮ້ອງໃຫ້ສຳມະນາ ກອນຈົ່ງຕັ້ງໃຈຍາດແຍ່ງເອົາວິຊາ ຄວາມຮູ້ເພື່ອນຳມາພັດທະນາສີມື ຂອງຕົນເອງໃຫ້ດີຂຶ້ນໄປເລື້ອຍໆ. ຂ່າວ: ພຸດປະສົງ

RkJQdWJsaXNoZXIy MTc3MTYxMQ==