7194

13/01/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d x6 dgsa f0kprk.sh -u ;y fdkogxa o16j 0v'lt,k-y drkp.od5j ,fu 0B o (ຂໍ້ມູນຈາກແຂວງອຸດົມໄຊ)ໍ້ ມູນຸ ດົມ [5 oxtgrou [a ofkgzqj k c0;'v5 fq ,w- 9t9a f0B o.odk'gfn vooU 0= v;pw-cfj dv'xt-5 ,ra d ຂປລ. ບຸນປະເພນີບັນດາເຜົ່າ ແຂວງອຸດົມໄຊ ຈະຈັດຂຶ້ນລະ ຫວ່າງວັນທີ 15-19 ມັງກອນ 2026 ທີ່ຈະມາເຖິງນີ້ ຢູ່ທີ່ເດີ່ນ ສະໜາມກິລາເທສະບານແຂວງ ອຸດົມໄຊ ເພື່ອເປັນການປົກປັກ ຮັກສາ, ອະນຸລັກວັດທະນະທຳ ຮີດຄອງປະເພນີອັນດີງາມຂອງ ປະຊາຊົນບັນດາເຜົ່າໃນການຈັດ ງານບຸນປະເພນີໃຫ້ມີບັນຍາກາດ ເບີກບານມ່ວນຊື່ນ ທັງນີ້ກໍເພື່ອເປັນ ການສົ່ງເສີມ, ດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ເຂົ້າມາ ທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດຢູ່ ແຂວງອຸດົມໄຊ ໃຫ້ນັບມື້ນັບຫລາຍ ຂຶ້ນ. ໂດຍກິດຈະກຳພາຍໃນງານ ປະກອບມີ: ທ່ຽວຊົມເຮືອນຈຳລອງ ທີ່ເປັນເອກະລັກຂອງ 4 ຊົນເຜົ່າຄື: ຂຽນໂດຍ: ຫລ້າ ພັນນິພາ້ັິ *ປີນີ້ ນິມິດໝາຍແມ່ນແມ້ງ ແສງສ່ອງເຮືອງຮອງ ກອງປະຊຸມຂອງພັກ ໄດ້ເປີດໄຂຂານຂຶ້ນ ເປັນຂະບວນຟົດຟື້ນ ຊາວລາວທັງຊາດ ປະກາດດັງກຶກກ້ອງ ສະຫລອງບັ້ນເປີດປະຊຸມ ຍາມນີ້ໃຜກໍສຸມໃສ່ສ້າງ ຜົນງານໃໝ່ໝາຍປະດັບ ນ້ອມຂໍ່ານັບຊົມເຊີຍ ກອງປະຊຸມຂອງພັກ ທີ່ມໍ່ມາຈວນໃກ້ ກອງປະຊຸມພັກເຊັງໄຊກ້າ ນຳພາລາວສູງສົ່ງ ພັດທະນາຂົງເຂດແຄວ້ນ ລາວໃຫ້ຮຸ່ງເຮືອງ ພັກເອີຍ! ພັກນຳພາເອກອ້າງ ວາງປ່ອງແປວທາງ ສ້າງຜົນງານນະໂຍບາຍ ຄາດໝາຍເອົາໄວ້ ໃຫ້ບັນລຸໄປຕາມເປົ້າ ແນວທາງໃສສ່ອງ ກອງປະຊຸມຄັ້ງທີ12 ເທື່ອນີ້ ເດີນກ້າວສູ່ສະໄໝ ພັກປະຊາຊົນລາວລືກຽດກ້ອງ ດັງເດັ່ນໄປໄກ ພັກປະຊາຊົນມີໄຊ ສ່ອງໃສຈະເລີນກ້າວ ນຳພາລາວເດີນໜ້າ ສີວິໄລລະບອບໃໝ່ ໃຫ້ມີຢູ່ມີກິນພ່ຳພ້ອມ ດີລ້ຳລື່ນຫລັງ ຂໍໃຫ້ກອງປະຊຸມຈົ່ງໄດ້ ບານເບັ່ງເງົາງາມ ສຳເລັດຕາມຄວາມຫວັງ ທີ່ເນັ່ງແນແນມໄວ້ ໄດ້ຜູ້ແທນທີ່ພາສ້າງ ໄດ້ແນວທາງທີ່ພົ້ນເດັ່ນ ເປັນບ່ອນອີງທີ່ເອກອ້າງ ນຳພາສ້າງຊາດຈະເລີນ ພຸ້ນເທີ້ນ! “ ” ( ຂໍ່ານັບຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ)ໍ່ າັ ບົ ມີ ຍຸ ມ່ ັ້ງີ ັ ກ ເຜົ່າກືມມຸ, ເຜົ່າມົ້ງ, ເຜົ່າຫໍ້ ແລະ ເຜົ່າໄຕ໋ດຳ, ມີການວາງສະແດງ ສິນຄ້າ ແລະ ຕະຫລາດນັດ, ເຄື່ອງ ຫັດຖະກຳ ແລະ ກະສິກຳຂອງ ບັນດາເມືອງ, ກິລາພື້ນເມືອງ ບັນດາເຜົ່າເຊັ່ນວ່າ: ໂຍນໝາກ ຄອນຂອງເຜົ່າມົ້ງ, ຂີ່ຊິງຊ່າຂອງ ເຜົ່າຫໍ້, ເຕັ້ນແຊຂອງເຜົ່າໄຕດຳ, ເຕັ້ນຕຣຽດຂອງເຜົ່າກຶມມຸ, ສັບ ໝາກຂາງ, ຍິງໜ້າເກັກ, ຊີມອາ ຫານທ້ອງຖິ່ນ, ດື່ມເຫລົ້າໄຫ ແລະ ອື່ນໆ. ນອກຈາກນັ້ນ, ຍັງມີເວທີ ສົນທະນາແລກປ່ຽນບົດຮຽນດ້ານ ການຄ້າ-ການລົງທຶນ ແລະ ການ ທ່ອງທ່ຽວ. ທ່ານ ສຸຫວັດ ມະຫາວົງສະໜັ່ນ ຮອງປະທານຄະນະກຳມະການ ປົກຄອງແຂວງອຸດົມໄຊ ໃຫ້ຮູ້ວ່າ: ການຈັດກິດຈະກຳໃນຄັ້ງນີ້ ກໍເພື່ອ ເປັນການປົກປັກຮັກສາ, ອະນຸລັກ ວັດທະນະທຳຮີດຄອງປະເພນີອັນ ດີງາມຂອງປະຊາຊົນບັນດາເຜົ່າ ໃນການຈັດງານບຸນປະເພນີຂອງ ຕົນໃຫ້ມີບັນຍາກາດເບີກບານ ມ່ວນຊື່ນ, ທັງເປັນການເຕົ້າໂຮມ ຄວາມສາມັກຄີປອງດອງບັນດາ ເຜົ່າພາຍໃນແຂວງໃຫ້ມີຄວາມ ແໜ້ນແຟ້ນຍິ່ງໆຂຶ້ນ, ມີການແລກ ປ່ຽນສີລະປະ - ວັດທະນະທຳ ພາຍໃນ ແລະ ຕ່າງປະເທດ ທັງນີ້ ກໍເພື່ອດຶງດູດນັກທ່ອງທ່ຽວພາຍ ໃນ ແລະ ຕ່າງປະເທດ ເຂົ້າມາທ່ອງ ທ່ຽວທາງດ້ານປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດ ຢູ່ແຂວງອຸດົມໄຊ ໃຫ້ນັບມື້ນັບ ຫລາຍຂຶ້ນພ້ອມເປັນການຊຸກຍູ້ ເສດຖະກິດ-ສັງຄົມພາຍໃນແຂວງ, ເປັນການສ້າງຂະບວນການຂໍ່າ ນັບຮັບຕ້ອນສະເຫລີມສະຫລອງ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ ຊຶ່ງ ກິດຈະກໍາພາຍໃນງານປະກອບມີ: ທ່ຽວຊົມເຮືອນຈໍາລອງ ແລະ ບຸນ ປະເພນີຂອງບັນດາເຜົ່າ, ວາງສະ ແດງສິນຄ້າກະສິກຳ ແລະ ງານ ຕະຫລາດນັດ, ສະແດງສິລະປະ, ວັນນະຄະດີແລກປ່ຽນພາຍໃນ ແລະ ຕ່າງປະເທດ, ເວທີສົນທະນາ ແລກປ່ຽນບົດຮຽນທາງດ້ານການ ຄ້າ, ການລົງທຶນ ແລະ ການທ່ອງ ທ່ຽວ ຊຶ່ງງານດັ່ງກ່າວ ຈະເປີດ ຢ່າງເປັນທາງການໃນຕອນແລງ ຂອງວັນທີ 17 ມັງກອນ 2026 ນີ້. ພ້ອມນັ້ນ, ຮອງປະທານຄະນະ ກຳມະການປົກຄອງແຂວງອຸດົມ ໄຊ ຍັງໄດ້ຮຽກຮ້ອງໃຫ້ບັນດາ ນັກທຸລະກິດ, ຜູ້ປະກອບການ ໂຮງແຮມ, ເຮືອນພັກ, ຮ້ານອາ ຫານ, ການບໍລິການດ້ານຕ່າງໆ ຕະຫລອດຮອດປະຊາຊົນບັນດາ ເຜົ່າພາຍໃນແຂວງອຸດົມໄຊ ໃຫ້ ເປັນເຈົ້າການຕ້ອນຮັບແຂກຄົນ, ນັກທ່ຽວທ່ຽວທັງພາຍໃນ ແລະ ຕ່າງປະເທດພ້ອມທັງເຊີນຊວນ ມ່ວນຊົນທຸກທົ່ວໜ້າໃຫ້ຫາໂອກາດ ເຂົ້າຮ່ວມ ແລະ ທ່ຽວຊົມງານ ດັ່ງກ່າວ ໃຫ້ມີບັນຍາກາດຟົດຟື້ນ ມ່ວນຊື່ນ. ຂປລ. ເຫັດແມ່ນອາຫານທີ່ ຄົນນິຍົມບໍລິໂພກເພາະປຸງແຕ່ງ ອາຫານໄດ້ຫລາຍເຍື່ອງ ບໍ່ວ່າຈະ ຂົ້ວ, ແຈ່ວ, ແກງ, ໜຶ້ງ ແລະ ອື່ນໆ ຈຶ່ງເຮັດໃຫ້ເຫັດມີລາຄາສູງຂຶ້ນ ຕາມຄວາມຕ້ອງການຂອງລູກຄ້າ ຈົນເຮັດໃຫ້ປະຊາຊົນຫັນມາປູກ ເຫັດເປັນອາຊີບຈົນຊີວິດດີຂຶ້ນ ເໝືອນດັ່ງທ່ານ ນາງ ບຸນຕາ ຢູ່ ບ້ານເມືອງສີ ເມືອງແມດ ແຂວງ ໂດຍ: ແສງຈັນັນ ວຽງຈັນ ທີ່ເຮັດອາຊີບປູກເຫັດຂາຍ ສາມາດສ້າງລາຍຮັບໄດ້ຫລາຍ ລ້ານກີບຕໍ່ເດືອນ. ທ່ານນາງບຸນຕາຢູ່ບ້ານເມືອງສີ ເມືອງແມດ ແຂວງວຽງຈັນ ໃຫ້ຮູ້ ວ່າ: ກຸ່ມປູກເຫັດໄດ້ຮັບການຊ່ວຍ ເຫລືອຈາກອົງການກອຍກາ ໃນປີ 2023 ດ້ວຍຈໍານວນເງິນ 12 ພັນ ໂດລາ, ເງິນຈໍານວນດັ່ງກ່າວນໍາ ໃຊ້ເຂົ້າໃນການຊື້ອຸປະກອນເຮືອນ ຮົ່ມກຽມການປູກເຫັດ ຈໍານວນ 15 ຫລັງ, 1 ກຸ່ມມີ 15 ຄອບຄົວ, ຝຶກ ສອນໃຫ້ສະມາຊິກພາຍໃນກຸ່ມຈົນ ມີຄວາມຊໍານານ. ມາເຖິງປັດຈຸບັນ ສະມາຊິກພາຍໃນກຸ່ມ ແມ່ນມີ ຄວາມໝັ້ນຄົງ, ຜົນຜະລິດໄດ້ສົ່ງ ຂາຍຕະຫລາດພາຍໃນເມືອງແຂວງ, ກ່ອນເວລາຈໍາໜ່າຍ ແມ່ນ ໃຫ້ບັນດາສະມາຊິກນໍາເອົາຜົນ ຜະລິດທີ່ໄດ້ນັ້ນມາລວມກັນແລ້ວ ຂາຍໝາຍຄວາມວ່າຜົນຜະລິດ ໜ້ອຍ ຫລື ຫລາຍ ກໍແມ່ນໄດ້ຮັບ ເງິນຕາມຕົວຈິງ. ສະນັ້ນ, ຈຶ່ງສາ ມາດສະຫລຸບໄດ້ວ່າ ພາຍໃນ 1 ເດືອນ ຕໍ່ 1 ຄອບຄົວ, ມີລາຍຮັບ ປະມານ 5-7 ລ້ານກີບ, ຂາຍ ອອກສະເລ່ຍ 1 ກິໂລ 40 ພັນກີບ, ໃນນັ້ນ ໜຶ່ງຄອບຄົວແມ່ນປູກເຫັດ ຈໍານວນ 3 ພັນເບົ້າ. ສ່ວນວິທີຂັ້ນ ຕອນກຽມການເຮັດເບົ້າເຫັດ: ນໍາ ເອົາຂີ້ເລື່ອຍ, ຂີ້ໄກ່ ປະສົມກັນແລ້ວ ຮ່າຍໃສ່ຖົງ ຈາກນັ້ນ ຈຶ່ງນໍາໄປ ໜຶ້ງ, ພາຍຫລັງໜຶ້ງແລ້ວ ກໍເອົາລົງ ປະໄວ້ຈົນກວ່າຈະເຢັນຈຶ່ງຢອດຫົວ ເຊື້ອ ແລະ ຫລັງຈາກນັ້ນ ຈຶ່ງນໍາໄປ ອະນຸບານໄວ້ໃນເຮືອນຮົ່ມ 25-30 ວັນ ໄວ້ໃນໂຮງເຮືອນຮົ່ມ ແລະ ຈຶ່ງ ເປີດອອກ, ພາຍຫລັງເປີດອອກ ແລະ ຫົດນໍ້າໄປເລື້ອຍໆຈົນເຖິງ 5 ວັນ ກໍສາມາດເກັບເຫັດອອກຂາຍ ໄດ້ເລີຍ. ສຳລັບເຫັດທີ່ປູກມີ: ເຫັດ ນາງຟ້າພູຖານ, ນາງລົມ, ຂອນ ຂາວ ເຫລົ່ານີ້ເປັນຕົ້ນ. ທ່ານນາງ ບຸນຕາ ກ່າວຕື່ມວ່າ: ໃນນາມຕາງໜ້າກຸ່ມປູກເຫັດ ຂໍ ສະແດງຄວາມຂອບໃຈນໍາອົງ ການກອຍກາທີ່ໄດ້ໃຫ້ການສະໜັບ ສະໜູນປະຊາຊົນພາຍໃນບ້ານ ກໍຄື ສະມາຊິກພາຍໃນກຸ່ມປູກເຫັດ ມີຊີວິດການເປັນຢູ່ທີ່ດີຂຶ້ນ, ເຖິງ ວ່າໂຄງການປູກເຫັດຈະສິ້ນສຸດ ລົງເດືອນ 9 ປີ 2025 ຜ່ານມາ ກໍຕາມ, ແຕ່ຫົວໜ້າກຸ່ມໄດ້ນໍາພາສະ ມາຊິິກພາຍໃນກຸ່ມສືບຕໍ່ວຽກງານ ປູກ-ຈໍາໜ່າຍໄປເລື້ອຍໆເພື່ອໃຫ້ ມີຄວາມຍືນຍົງ, ຮັບປະກັນສ້າງ ລາຍຮັບໃຫ້ກັບຄອບຄົວຂອງກຸ່ມ ມີຊີວິດການເປັນຢູ່ທີ່ດີໝັ້ນຄົງ ເລື້ອຍໆ ແລະ ໄດ້ອວຍພອນໃຫ້ ການນໍາຂອງອົງການກອຍກາ (ຜູ້ໃຫ້ທຶນ) ພ້ອມດ້ວຍວິຊາການ ທີ່ຖ່າຍທອດຄວາມຮູ້-ວິຊາການ ປູກເຫັດ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ວຽກ ງານຂອງພວກທ່ານ ແລະ ຢາກ ໃຫ້ພວກທ່ານຈົ່ງໄດ້ສືບຕໍ່ໃຫ້ການ ສະໜັບສະໜູນກຸ່ມປູກເຫັດບ້ານ ເມືອງສີ ພ້ອມທັງຈັດງານວາງສະ ແດງຜະລິດຕະພັນສິນຄ້າກະສິກໍາ ລາວ-ເກົາຫລີ ຕື່ມອີກ, ເນື່ອງຈາກ ສະມາຊິກພາຍໃນກຸ່ມຈະໄດ້ນໍາເອົາ ຜົນຜະລິດເຂົ້າມາຂາຍ ແລະ ທັງ ໄດ້ທ່ອງທ່ຽວອີກດ້ວຍ, ເອົາເປັນ ວ່າ ຖ້າທ່ານໃດຢາກສັ່ງຈອງເຫັດ ເປັນຈໍານວນຫລາຍ ຫລື ນໍາໄປ ຂາຍສາມາດຕິດຕໍ່ໄດ້ ໂທ: 020 77827959.

RkJQdWJsaXNoZXIy MTc3MTYxMQ==