7194

13/01/2026 ]a f4t,q o8u dt-;'dko8j k'xtgmf 8h voIa [c]t rq [xtda [ ]a f4t,q o8u dt-;'dko8j k'xtgmfs;Pfok, gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ເປີດການຮຽນ-ການສອນ...ີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເຊກອງ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄະນະປະຈໍາພັກ, ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີ ຄະນະພັກ, ຫົວໜ້າກົມ, ຜູ້ຕາງໜ້າ ການຄຸ້ມຄອງການຮຽນ ການສອນ ຂອງສະຖາບັນການເມືອງ-ການ ປົກຄອງ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງ ແລະ ສໍາມະນາກອນ ເຂົ້າຮ່ວມ. ການເປີດຊຸດຮຽນທິດສະດີການ ເມືອງຂັ້ນຕົ້ນ ຊຸດທີ III ໃຫ້ແກ່ສະ ມາຊິກພັກ-ພະນັກງານ ຄະນະໂຄ ສະນາອົບຮົມສູນກາງພັກ ຄັ້ງນີ້, ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າ ໃຈເປັນເອກະພາບ ກ່ຽວກັບພື້ນ ຖານທາງດ້ານທິດສະດີການເມືອງ ໃຫ້ແກ່ສະມາຊິກພັກ-ພະນັກງານ ພາຍໃນຄະນະໂຄສະນາອົບຮົມສູນ ກາງພັກ ໃຫ້ມີຄວາມເຊື່ອໝັ້ນຕໍ່ ອຸດົມການຂອງພັກ, ມີທັດສະນະ ຫລັກໝັ້ນການເມືອງ, ຖືເອົາທິດສະ ດີການເມືອງເປັນພື້ນຖານ ໃນການ ເສີມຂະຫຍາຍທັດສະນະປະຕິວັດ ໃຫ້ໜັກແໜ້ນຂຶ້ນຕື່ມ, ຍົກສູງຄວາມ ສາມາດໃນການວິເຄາະບັນຫາຢ່າງ ມີວິທະຍາສາດ, ຮູ້ນຳໃຊ້ວິທີວິທະ ຍາເຂົ້າໃນການນໍາພາ-ຄຸ້ມຄອງ, ວິ ທີການຝຶກຝົນຫລໍ່ຫລອມບຸກຄະລິກ ຂອງພະນັກງານ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານ ພາຍໃນຄະນະໂຄ ສະນາອົບຮົມສູນກາງພັກ; ເພື່ອເຮັດ ໃຫ້ທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໄດ້ຮັບການຄົ້ນ ຄວ້າ, ເຊື່ອມຊຶມເຂົ້າສູ່ວຽກງານ ຕົວຈິງ, ທັງເປັນພື້ນຖານໃຫ້ແກ່ສະ ມາຊິກພັກ-ພະນັກງານ ໃນການຍົກ ລະດັບຄວາມຮູ້ກ່ຽວກັບທັດສະນະ ຂອງພັກ, ນະໂຍບາຍຂອງລັດ ຢ່າງ ເລິກເຊິ່ງ, ມີຫລັກໝັ້ນຢ່າງໜັກ ແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ດີ, ມີຈິດໃຈຮັກຊາດ, ຮັບໃຊ້ປະຊາ ຊົນຢ່າງແທ້ຈິງ; ເຮັດໃຫ້ສະມາຊິກ ພັກ-ພະນັກງານ ພາຍໃນຄະນະໂຄ ສະນາອົບຮົມສູນກາງພັກຮັບຮູ້ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ພາລະບົດ ບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງຄະນະໂຄສະນາອົບຮົມສູນ ກາງພັກ, ຂອງແຕ່ລະກົມ ແລະ ຄວາມຮູ້ພື້ນຖານກ່ຽວກັບວຽກ ງານອົບຮົມ, ວຽກງານໂຄສະນາ, ວຽກງານສື່ສານມວນຊົນ ແລະ ວຽກງານສັງລວມ-ຫາງສຽງສັງ ຄົມ ເພື່ອສາມາດຮັບໃຊ້ໜ້າທີ່ການ ເມືອງໃຫ້ມີປະສິດທິພາບສູງ. ຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຄັ້ງນີ້, ມີສະມາຊິກພັກພະນັກງານທັງໝົດ 39 ສະຫາຍ, ຍິງ 20 ສະຫາຍ, ຊຶ່ງເນື້ອໃນຫລັກ ສູດການຮຽນ-ການສອນທິດສະດີ ການເມືອງຂັ້ນຕົ້ນ ແມ່ນຈະໄດ້ຮໍ່າ ຮຽນຕາມຫລັກສູດຂອງ ສະຖາບັນ ການເມືອງ ແລະ ການປົກຄອງ ແຫ່ງຊາດ, ພ້ອມກັນນີ້ກໍໄດ້ເອົາ ວຽກງານຂອງຄະນະໂຄສະນາອົບ ຮົມສູນກາງພັກ ຈໍານວນໜຶ່ງເຂົ້າ ນໍາຄື ເນື້ອໃນຂອງຫລັກສູດທິດ ສະດີການເມືອງຂັ້ນຕົ້ນ ຈະໄດ້ຄົ້ນ ຄວ້າຮໍ່າຮຽນ6ກຸ່ມວິຊາ ແລະ ຂຽນ ບົດເກັບກ່ຽວຈົບຊັ້ນ ຄື: ກຸ່ມວິຊາປັດ ຊະຍາມາກ-ເລນິນ ມີ 7 ບົດ; ກຸ່ມວິ ຊາເສດຖະສາດການເມືອງມາກເລນິນ ມີ 9 ບົດ, ກຸ່ມວິຊາລັດທິສັງ ຄົມນິຍົມວິທະຍາສາດມີ12ບົດ; ກຸ່ມ ວິຊາແນວຄິດ ໄກສອນ ພົມວິຫານ ມີ 5 ບົດ; ກຸ່ມວິຊາທິດສະດີລັດ ແລະ ກົດໝາຍ ມີ 7 ບົດ; ກຸ່ມວິຊາ ປະຫວັດສາດພັກ ແລະ ກໍ່ສ້າງພັກ ມີ 10 ບົດ. ນອກຈາກນີ້, ຍັງມີບົດ ຮຽນກ່ຽວກັບວຽກງານຂອງ ຄະ ນະໂຄສະນາອົບຮົມສູນກາງພັກ ປະກອບມີ: ວຽກງານອົບຮົມ, ວຽກ ງານໂຄສະນາ, ວຽກງານສັງລວມ ຫາງສຽງສັງຄົມ ແລະ ວຽກງານສື່ ສານມວນຊົນ ຊຶ່ງການຮຽນແມ່ນ ໄດ້ດໍາເນີນ ເລີ່ມວັນທີ 12 ມັງກອນ 2026 ຫາ 12 ເມສາ 2026. ຂ່າວ: ສົມຫວັງ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງການ ລາຍງານການເຄື່ອນໄຫວວຽກ ງານໄອຍະການປະຊາຊົນ ປະຈໍາ ປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ວຽກງານຕິດ ຕາມກວດກາການດຳເນີນຄະດີ ແພ່ງ ຂອງອົງການໄອຍະການປະ ຊາຊົນ. ນອກນັ້ນ, ກອງປະຊຸມຍັງ ໄດ້ຮັບຟັງການປະກອບຄຳຄິດເຫັນ ຢ່າງກົງໄປກົງມາ ແລະ ມີເນື້ອໃນ ເລິກເຊິ່ງ ເປັນຕົ້ນ ຜົນສໍາເລັດ, ດ້ານ ອ່ອນ-ຂໍ້ຄົງຄ້າງ ແລະ ຊອກໃຫ້ເຫັນ ບັນຫາຂໍ້ຄົງຄ້າງສາເຫດຕົ້ນຕໍ ແລະ ວິທີການແກ້ໄຂຢ່າງມີລັກສະນະ ວິທະຍາສາດ, ໃຫ້ຖືກຕ້ອງກັບຕົວ ຈິງ ແລະ ກົດໝາຍ. ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ອົງການໄອຍະການ ປະຊາຊົນ ແລະ ອົງການໄອຍະການ ທະຫານແຕ່ລະຂັ້ນ ຮີບຮ້ອນຈັດຕັ້ງ ຜັນຂະຫຍາຍຜົນສໍາເລັດກອງປະ ຊຸມຄັ້ງນີ້ໂດຍໄວ ໂດຍຫັນເປັນທິດ ທາງໜ້າທີ່, ແຜນງານ ແລະ ໂຄງ ການລະອຽດ ແລະ ຊີ້ນໍາຈັດຕັ້ງປະ ຕິບັດໃຫ້ປະກົດຜົນເປັນຈິງ; ເພີ່ມທະ ວີການສຶກສາອົບຮົມການເມືອງນໍາພາແນວຄິດ ໃນຖັນແຖວສະມາ ຊິກພັກ, ພະນັກງານ-ລັດຖະກອນ ຢ່າງມີຈຸດສຸມ ແນໃສ່ປັບປຸງຄຸນ ທາດການເມືອງ, ຄວາມຈົງຮັກພັກ ດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຮັບໃຊ້ ປະຊາຊົນ, ດ້ວຍຄວາມສັດຊື່, ບໍລິ ສຸດ, ເດັດດ່ຽວກໍາຈັດ ແລະ ຕ້ານປະ ກົດການຫຍໍ້ທໍ້ໃນຖັນແຖວສະມາ ຊິກພັກ, ພະນັກງານ-ລັດຖະກອນ; ສຸມໃສ່ການປັບປຸງກົງຈັກການຈັດ ຕັ້ງ, ການແຕ່ງຕັ້ງ, ການສັບຊ້ອນ ແລະ ປະສານສົມທົບກັບພາກສ່ວນ ກ່ຽວຂ້ອງ ເພື່ອປັບປຸງກົງຈັກການ ຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃນການ ຈັດຕັ້ງປະຕິບັດພາລະບົດບາດ ຂອງ ອົງການໄອຍະການປະຊາຊົນ; ເພີ່ມ ທະວີວຽກງານຕິດຕາມກວດກາ ການປະຕິບັດກົດໝາຍ ແລະ ສັ່ງ ຟ້ອງຜູ້ຖືກຫາຂຶ້ນສານ; ສ້າງກົນໄກ ໃຫ້ປະຊາຊົນ ໄດ້ເຂົ້າເຖິງການບໍລິ ການທາງດ້ານກົດໝາຍ ແລະ ຫັນ ເອົາພະນັກງານຂັ້ນກົມ ລົງຕິດຕາມ ນໍາພາ-ຊີ້ນໍາ ແລະ ຊຸກຍູ້ການປະຕິ ບັດໜ້າທີ່ວຽກງານຢ່າງຮອບດ້ານ ຂອງທ້ອງຖິ່ນ ເພື່ອຮັບປະກັນການ ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ມີຄຸນນະພາບ ສູງຂຶ້ນກວ່າເກົ່າ; ເປັນໃຈກາງໃນ ການປະສານສົມທົບກັບພາກສ່ວນ ຕ່າງໆ ເພື່ອເຮັດໃຫ້ກົນໄກປະສານ ງານໄດ້ຮັບການຈັດຕັ້ງປະຕິບັດໃຫ້ ສອດຄ່ອງ, ກົມກຽວ, ມີຄວາມເປັນ ເອກະພາບ ແລະ ຈັດຕັ້ງປະຕິບັດ ບັນທຶກຮ່ວມ 4 ພາກສ່ວນ ກ່ຽວກັບ ການດໍາເນີນຄະດີຕາມຂະບວນຍຸ ຕິທໍາຄັ້ງທີ VII ໃຫ້ເກີດດອກອອກ ຜົນ; ສືບຕໍ່ເອົາໃຈໃສ່ສ້າງ, ປັບປຸງ ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຕາມແຜນການທີ່ວາງໄວ້ ເປັນຕົ້ນ ປັບປຸງກົດໝາຍວ່າດ້ວຍການດໍາ ເນີນຄະດີອາຍາ, ສ້າງກົດໝາຍວ່າ ດ້ວຍຫລັກຖານ, ສືບຕໍ່ເອົາໃຈໃສ່ ພັດທະນາພື້ນຖານໂຄງລ່າງ ຂອງ ອົງການໄອຍະການປະຊາຊົນ ສູນ ກາງຮອດທ້ອງຖິ່ນຢ່າງມີຈຸດສຸມ; ເພີ່ມທະວີວຽກງານກວດກາພາຍ ໃນໃຫ້ເປັນປົກກະຕິ ແລະ ເຂັ້ມງວດ ຂຶ້ນກວ່າເກົ່າ ພ້ອມທັງຍົກລະດັບ ຄວາມຮູ້ຄວາມສາມາດ ໃນການ ເຮັດວຽກງານກວດກາໃຫ້ແຂງ ແຮງ; ສືບຕໍ່ວຽກງານພົວພັນຮ່ວມ ມືກັບຕ່າງປະເທດ ເພື່ອຍາດແຍ່ງ ເອົາທຶນຮອນ ແລະ ເຕັກນິກ ເຂົ້າ ໃນການພັດທະນາວຽກງານໄອຍະ ການປະຊາຊົນ ໃຫ້ກ້າວໜ້າ ແລະ ທັນສະໄໝ. ພາບ: ຂັນໄຊ ຂປລ. ຕອນແລງວັນທີ 8 ມັງ ກອນ 2026, ທີ່ຫ້ອງວ່າການສູນ ກາງພັກ, ສະຫາຍ ທອງສະຫວັນ ພົມວິການ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລ ຮວາຍ ຈູງ ເລຂາທິການສູນກາງພັກ, ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດ ທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ຕາງ ໜ້າພິເສດຈາກ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດ ຫວຽດ ນາມ ມາຊົມເຊີຍຜົນສຳເລັດກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ ທີ່ຫາກໍ່ອັດລົງດ້ວຍຜົນສໍາ ເລັດອັນຈົບງາມ. ໃນໂອກາດນີ້, ສະຫາຍ ເລ ຮວາຍ ຈູງ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ອັນຈົບງາມຂອງ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ຈັດ ຂຶ້ນໃນລະຫວ່າງວັນທີ6-8ມັງກອນ 2026 ນີ້ ກໍຄື ບັນດາຜົນສຳເລັດ ໃນການປົກປັກຮັກສາ ແລະ ສ້າງ ສາພັດທະນະປະເທດຊາດ ທີ່ ສປປ ລາວ ຍາດມາໄດ້ຕະຫລອດໄລຍະ ຜ່ານມາ, ພ້ອມທັງສະແດງຄວາມ ຊົມເຊີຍຕໍ່ ສະຫາຍ ທອງສະຫວັນ ພົມວິຫານ ທີ່ສືບຕໍ່ໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈ ແລະ ຖືກປ່ອນບັດ ເລືອກຕັ້ງເຂົ້າໃນຄະນະບໍລິຫານ ງານສູນກາງພັກ ສະໄໝທີ XII. ໃນຂະນະດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມປິຕິຍິນດີ ແລະ ຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ຂອງ ສະຫາຍ ເລ ຮວາຍ ຈູງ ພິເສດແມ່ນການ ຕີລາຄາສູງຕໍ່ຜົນສຳເລັດ ທີ່ ສປປ ລາວ ຍາດມາໄດ້ໃນໄລຍະຜ່ານມາ ແລະ ການສະແດງຄວາມຊົມເຊີຍ ຜົນສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິ ວັດລາວ ໃນຄັ້ງນີ້, ຊຶ່ງບັນດາໝາກ ຜົນ ທີ່ ສປປ ລາວ ຍາດມາໄດ້ໃນ ໄລຍະກິດແຫ່ງການຕໍ່ສູ້ກູ້ຊາດໃນ ເມື່ອກ່ອນ ກໍຄື ໃນພາລະກິດແຫ່ງ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃນປັດຈຸບັນ ໄດ້ນັ້ນ ກໍຍ້ອນການສະໜັບສະໜູນ ແລະ ຊ່ວຍເຫລືອຢ່າງຈິງໃຈ ຈາກ ວົງຄະນະຍາດສາກົນ ໂດຍສະເພາະ ການຊ່ວຍເຫລືອຢ່າງລໍ້າຄ່າ ແລະ ທັນການ ຂອງ ພັກ, ລັດ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ ພັກ, ລັດ ແລະ ປະຊາຊົນລາວ. ພ້ອມ ນີ້,ສະຫາຍທອງສະຫວັນພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສໍາເລັດ ໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ຕະຫລອດ ໄລຍະ 80 ປີ ທີ່ຜ່ານມາ ໂດຍສະ ເພາະພາຍຫລັງການປະຕິບັດນະໂຍ ບາຍການປ່ຽນແປງໃໝ່ ໃນ 4 ທົດສະວັດທີ່ຜ່ານມາ, ພິເສດແມ່ນ ການພັດທະນາເສດຖະກິດ-ສັງຄົມ ທີ່ ສະຫາຍຫວຽດນາມ ຍາດມາ ໄດ້ໃນປີ 2025 ທີ່ຜ່ານມາ ແລະ ມີ ຄວາມເຊື່ອໝັ້ນຢ່າງຍິ່ງວ່າ ສະຫາຍ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນ ສຳເລັດອັນໃຫຍ່ຫລວງກວ່າເກົ່າ ທີ່ມີຄວາມໝາຍທາງດ້ານປະຫວັດ ສາດ, ພິເສດແມ່ນການຈັດກອງ ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກ ຄອງແຂວງເຊກອງ, ຜູ້ຊີ້ນໍາວຽກ ງານເສດຖະກິດ ໄດ້ໃຫ້ສຳພາດຕໍ່ ສື່ມວນຊົນ ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນວັນທີ 12 ມັງກອນ 2026 ນີ້ວ່າ: ໃນ 6 ເດືອນຕົ້ນປີ 2026 ແຂວງເຊ ກອງ ຈະສ້າງເງື່ອນໄຂສິ່ງອໍານວຍ ຄວາມສະດວກ ໃນການດຶງດູດ ການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ການລົງທຶນໂດຍກົງ ຈາກຕ່າງປະເທດ ເພື່ອສ້າງເປັນ ປັດໄຈພື້ນຖານໃຫ້ແກ່ການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງ ທີ່ຍືນຍົງ ແລະ ທົ່ວເຖິງ; ຫລີກ ເວັັ້ນການສ້າງໂຄງການລົງທຶນ ທີ່ ບໍ່ໄປຕາມກົດໝາຍ ແລະ ລະບຽບ ການ, ເລັ່ງຊໍາລະໜີ້ສິນໂຄງການ ລົງທຶນ, ກວດກາ ແລະ ພິຈາລະນາ ຄືນ ການໂຈະໂຄງການລົງທຶນລັດ ທີ່ບໍ່ສອດຄ່ອງກັບແຜນການ 5 ປີ ຄັັ້ງທີ X ຫລື ໂຄງການທີ່ມີຄ່າໃຊ້ ຈ່າຍສູງ ແຕ່ຜົນຕອບແທນຕໍ່າ ຖ່ວງ ດຶງງົບປະມານ, ຮັບປະກັນຄວາມ ກົມກຽວ ລະຫວ່າງ ການວາງແຜນ ພັດທະນາ ແລະ ແຜນງົບປະມານ. ພ້ອມນີ້, ຍັງຈະສືບຕໍ່ຊຸກຍູ້ການສ້າງ ຖານການຜະລິດໃໝ່ ໃນຂົງເຂດ ອຸດສາຫະກໍາ, ກະສິກໍາ, ຫັດຖະກໍາ ແລະ ການບໍລິການໃຫ້ແຂງແຮງ ກວ່າເກົ່າ ເພື່ອເປັນຖານເສດຖະກິດ ທີ່ເຂັ້ມແຂງ ກໍຄື ຖານລາຍຮັບທີ່ໝັ້ນ ຄົງ, ສາມາດປ່ຽນແທນການນຳ ເຂົ້າ ແລະ ສະໜອງໃຫ້ໂຄງການລົງ ທຶນຂະໜາດໃຫຍ່, ຂະໜາດກາງ ພາຍໃນແຂວງໃຫ້ພຽງພໍ ໂດຍການ ຊຸກຍູ້ສົ່ງເສີມການລົງທຶນ ຂອງເອ ກະຊົນພາຍໃນ ແລະ ຕ່າງປະເທດ ເຂົ້າໃນວຽກງານດັ່ງກ່າວ. ທ່ານ ບຸນທະວີ ນະຄອນສິດ ຍັງ ໃຫ້ຮູ້ອີກວ່າ: ການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ຕາມ ມະຕິ 04/ກມສພ, ສະບັບລົງວັນທີ 11 ເມສາ 2024 ວ່າດ້ວຍການ ສ້າງເສດຖະກິດ ເອກະລາດ ເປັນ ເຈົ້າຕົນເອງ ໃນໄລຍະໃໝ່, ໄລຍະ ຜ່ານມາ ອົງການປົກຄອງແຂວງ ເຊອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິ ບັດ ແລະ ຜັນຂະຫຍາຍລົງສູ່ບັນດາ ເມືອງ, ພະແນກການ, ອົງການທຽບ ເທົ່າຂັ້ນແຂວງ ຕະຫລອດຮອດ ການມີສ່ວນຮ່ວມຂອງປະຊາຊົນ ບັນດາເຜົ່າແຕ່ຫົວທີ, ລົງເລິກ ແລະ ເຖິງຖອງ ເພື່ອສ້າງເງື່ອນໄຂທີ່ຈໍາ ເປັນພື້ນຖານໃນການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ການພັດທະນາ ເສດຖະກິດ-ສັງຄົມ ທັງໃນໄລຍະ ສັ້ນ ແລະ ໄລຍະຍາວ ໃຫ້ນັບມື້ເປັນ ຮູບປະທໍາຍິ່ງໆຂຶ້ນ ໂດຍເລັ່ງໃສ່ພັດ ທະນາຂະແໜງເສດຖະກິດ ທີ່ເປັນ ປາຍແຫລມ ເຊັ່ນ: ກະສິກຳ (ກາເຟ, ພືດຜັກ, ໄມ້ໃຫ້ໝາກ, ການລ້ຽງສັດ ເປັນຟາມ, ໂສມ, ການປຸງແຕ່ງຜົນ ຜະລິດກະສິກຳ); ອຸດສາຫະກຳຫັດຖະກຳ (ພະລັງງານໄຟຟ້າ, ບໍ່ ແຮ່, ອຸດສາຫະກຳເບົາ ແລະ ຫັດຖະ ກຳຕ່ຳແຜ່ນ) ແລະ ການບໍລິການ (ການທ່ອງທ່ຽວ, ການຂົນສົ່ງ). ໃນຕໍ່ໜ້າ ຈະຕ້ອງສຸມໃສ່ການ ເພີ່ມທະວີການສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ເປັນຮູບປະ ທຳຕົວຈິງຫລາຍຂຶ້ນ, ຫັນການນໍາ ໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນ ການຈັດເກັບລາຍຮັບ, ສະກັດກັ້ນ ການຮົ່ວໄຫລ, ໄປພ້ອມກັບການຂະ ຫຍາຍຖານລາຍຮັບໃໝ່, ສ້າງການ ຫັນປ່ຽນ ເພື່ອກ້າວເຂົ້າສູ່ການສ້າງ ເສດຖະກິດເອກະລາດ ເປັນເຈົ້າ ຕົນເອງ, ເອົາໃຈໃສ່ພັດທະນາຂະ ແໜງເສດຖະກິດ ທີ່ເປັນປາຍແຫລມ ຕິດພັນກັບການເກັບພັນທະເຂົ້າງົບ ປະມານແຫ່ງລັດຂອງບັນດາໂຄງ ການລົງທຶນຂະໜາດໃຫຍ່ ເປັນຕົ້ນ ໂຄງການພະລັງງານໄຟຟ້ານ້ຳຕົກ, ໂຄງການພະລັງງານໄຟຟ້າຖ່ານ ຫີນ, ໂຄງການໄຟຟ້າພະລັງງານ ລົມ ແລະ ໂຄງການຂຸດຄົ້ນແຮ່ທາດ ຕ່າງໆ. ຂ່າວ: ກິດຕາ ສະຫລຸບວຽກງານ...ຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປະຊຸມໃຫຍ່ ຄັ້ງທີ XIV ຂອງ ພັກ ກອມມູນິດຫວຽດນາມ ທີ່ຈະມີຂຶ້ນ ທ້າຍເດືອນມັງກອນ 2026 ນີ້. ໃນການພົບປະຄັ້ງນີ້, ສອງສະ ຫາຍລັດຖະມົນຕີກະຊວງການຕ່າງ ປະເທດ ລາວ ແລະ ຫວຽດນາມ ໄດ້ເຫັນດີເປັນເອກະພາບ ຕໍ່ການຖື ສຳຄັນ ແລະ ຖືເປັນບຸລິມະສິດຕົ້ນຕໍ ໃນການຖະໜຸຖະໜອມ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ ລະ ຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ອ້າຍນ້ອງ ໂດຍສະເພາະແມ່ນການສືບຕໍ່ຊຸກ ຍູ້ ແລະ ຕິດຕາມບັນດາກະຊວງ, ຂະ ແໜງການສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກ ລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ເພື່ອແນໃສ່ໃນ ການເຊື່ອມໂຍງເຊື່ອມຈອດພື້ນ ຖານເສດຖະກິດ ໃຫ້ເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດທີ່ແທ້ຈິງ ມາສູ່ປະຊາຊົນສອງປະເທດ. ພ້ອມກັນນີ້, ສອງຝ່າຍໄດ້ສະ ແດງຄວາມຊົມເຊີຍຜົນສຳເລັດ ຂອງກອງປະຊຸມປຶກສາຫາລືດ້ານ ການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການ ຕ່າງປະເທດ ລາວ ແລະ ຫວຽດ ນາມ ທີ່ໄດ້ຈັດຂຶ້ນໃນເດືອນທັນວາ 2025 ຜ່ານມາ ທີ່ ສສ ຫວຽດນາມ, ພ້ອມທັງເຫັນດີສືບຕໍ່ປະສານສົມ ທົບກັນຢ່າງໃກ້ຊິດ ເພື່ອຜັນຂະ ຫຍາຍຂໍ້ຕົກລົງວ່າການຮ່ວມມື ລະຫວ່າງສອງກະຊວງການຕ່າງ ປະເທດ ໄລຍະປີ 2026-2030 ໃຫ້ມີປະສິດພາບ ແລະ ປະສິດທິຜົນ ໂດຍສະເພາະແມ່ນການເຮັດໜ້າທີ່ ເປັນເສນາທິການໃຫ້ແກ່ ພັກ, ລັດ ຂອງ ສອງປະເທດ, ລວມເຖິງການ ກະກຽມຮອບດ້ານ ເພື່ອກະກຽມໃຫ້ ແກ່ການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງປະ ເທດໃນຕໍ່ໜ້າ.

RkJQdWJsaXNoZXIy MTc3MTYxMQ==