7194

13/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ s]kp0tc|'dkocIdlj P;da [[h kooEm;kp 9kd1kfgsn j vcsj ' 7;k,,kotvq fmq owfh xj Po-u ;y ffu 0B o dv'ra ooa dIPomu 2 I;zm lts]5 [;Pd'koIv[fh koxt9exu 2025 ຂປລ. ໃນທ່າມກາງແສງແດດ ທີ່ອົບອຸ່ນຂອງເມືອງສະໜາມໄຊ ແຂວງອັດຕະປື, ຜືນດິນທີ່ເຄີຍ ແຫ້ງແລ້ງ ແລະ ເຄີຍລໍຖ້າພຽງນ້ຳ ຝົນຕາມລະດູການຢູ່ບ້ານສົ້ມປ່ອຍ ໄດ້ຖືກເນລະມິດໃຫ້ກາຍເປັນທົ່ງ ໝາກໂມທີ່ຂຽວງາມສຸດສາຍຕາ. ໝາກໂມຢູ່ທີ່ນີ້ ບໍ່ໄດ້ເປັນພຽງແຕ່ ໝາກໄມ້ທີ່ໃຫ້ຄວາມສົດຊື່ນເທົ່ານັ້ນ, ແຕ່ມັນຄື “ໝາກຜົນແຫ່ງຄວາມ ພາກພຽນ” ຂອງຄອບຄົວຕົວແບບ ທີ່ສາມາດພິສູດໃຫ້ສັງຄົມເຫັນວ່າ: ຄວາມຂະຫຍັນທີ່ຖືກທິດ ແລະ ການ ຮຽນຮູ້ທີ່ບໍ່ຢຸດຢັ້ງຄືກຸນແຈສຳຄັນ ໃນການປ່ຽນແປງຊີວິດຢ່າງຍືນ ຍົງ. ເໝືອນດັ່ງຄອບຄົວທ່ານ ຕຸ໋ຍ ອຸດທະເດດ ເຈົ້າຂອງສວນໝາກ ໂມ ບ້ານສົ້ມປ່ອຍ ເມືອງສະໜາມໄຊ ແຂວງອັດຕະປື. ທ່ານ ຕຸ໋ຍ ອຸດທະເດດ ເຈົ້າຂອງ ສວນຕົວແບບໄດ້ໃຫ້ຮູ້ວ່າ: ແຕ່ ກ່ອນຊີວິດຄອບຄົວແມ່ນພົບຄວາມ ຫຍຸ້ງຍາກຫລາຍ, ພວກເຮົາເຮັດ ນາພຽງຢ່າງດຽວ ຊຶ່ງຂຶ້ນກັບຟ້າ ຂປລ. ກອງພັນນັກຮຽນທີ 2 ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ (ຮວຜທ) ຈັດກອງປະ ຊຸມສະຫລຸບວຽກງານຮອບດ້ານ ປະຈຳປີ 2025 ແລະ ຜ່ານທິດທາງ ແຜນການປະຈຳປີ 2026 ໃນວັນທີ 9 ມັງກອນ 2026 ໂດຍການເປັນ ປະທານຂອງສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວ ໜ້າການທະຫານ, ຫົວໜ້າຫ້ອງ ສຶກສາໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບ, ມີສະຫາຍ ພັນໂທ ແກ້ວມີໄຊ ເລືອງຄຳມາ ຫົວໜ້າ ການເມືອງກອງພັນນັກຮຽນທີ 2, ມີຄະນະພັກ-ຄະນະບັນຊາ, ຄະນະ ຫ້ອງ 4 ຫ້ອງ, ກອງພັນທີ 1, ຄະນະ ກອງຮ້ອຍ ແລະ ຮອດນ້ອງນັກຮຽນ ທົ່ວກອງພັນນັກຮຽນທີ 2 ເຂົ້າຮ່ວມ. ສະຫາຍ ພັນໂທ ສົມສະໜຸກ ໄຊສົມແພງ ຮອງຫົວໜ້າການທະ ຫານກອງພັນນັກຮຽນທີ 2 ໄດ້ຜ່ານ ບົດສະຫລຸບຕີລາຄາຜົນງານການ ເຄື່ອນໄຫວວຽກງານໃນໄລຍະ 1 ປີທີ່ຜ່ານມາ ໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະ ຊວງປ້ອງກັນປະເທດວາງອອກ. ໃນນັ້ນ, ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງນຳພາແນວຄິດໃຫ້ພະ ນັກງານ-ນັກຮົບ, ນ້ອງນັກຮຽນ ຢ່າງຕໍ່ເນື່ອງເຮັດໃຫ້ກົມກອງມີ ຄວາມເຂັ້ມແຂງດ້ານການຈັດຕັ້ງ ຄຸ້ມຄອງໃນການປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ ກໍຄື ຂໍ້ກຳນົດກົດລະບຽບຂອງໂຮງ ຮຽນວາງອອກ; ປະຕິບັດຕາມນະ ໂຍບາຍແນວທາງຂອງພັກ-ລັດ ມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມ ງວດ, ໄດ້ຊຸກຍູ້ໃຫ້ນັກຮຽນເອົາໃຈ ໃສ່ຄົ້ນຄວ້າຮໍ່າຮຽນ, ປະກອບສ່ວນ ເຂົ້າໃນຂະວນການຕ່າງໆຂອງ ໂຮງຮຽນຈັດຂຶ້ນ; ພະນັກງານ-ນັກ ຮົບມີຄວາມຫ້າວຫັນໃນການກໍ່ສ້າງ ພື້ນຖານໂຄງລ່າງຂອງກົມກອງ ແລະ ພາລະກິດປົກປັກຮັກສາສ້າງ ສາພັດທະນາປະເທດຊາດ, ຕ້ານ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ ຕ່າງໆທີ່ຈະເກີດຂື້ນໃຫ້ຫລຸດໜ້ອຍ ຖອຍລົງ ແລະ ທັນເວລາ. ພ້ອມ ນີ້, ກໍໄດ້ເອົາໃຈໃສ່ນຳພາອົງການ ຈັດຕັ້ງມະຫາຊົນເຄື່ອນໄຫວຕາມ ພາລະບົດບາດຢ່າງຕັ້ງໜ້າ, ສົມທົບ ກັບພະແນກຊາວໜຸ່ມໂຮງຮຽນ ນຳພາອະນາໄມຫ້ອງການ, ຫ້ອງ ຮຽນ, ຄ້າຍຄູຂອບເຂດຮັບຜິດຊອບ, ເຂົ້າຮ່ວມຝຶກຊ້ອມສິລະປະ, ຂະ ບວນການກິລາຕ່າງໆຂອງຂັ້ນເທິງ ແລະ ໂຮງຮຽນເປັນປົກກະຕິ, ໄດ້ ປະຕິບັດນະໂຍບາຍຕໍ່ພະນັກງານນັກຮົບ, ນັກຮຽນຜູ້ທີ່ເຈັບເປັນ, ເຂົ້າ ໂຮງໝໍ ແລະ ແກ້ໄຂລາພັກພາຍໃນ ກົມກອງຖືກຕ້ອງຕາມນະໂຍບາຍ ຂອງພັກ-ລັດ; ໄດ້ປະສານສົມທົບ ກັບກອງຮ້ອຍຮັບປະກັນຈັດຕັ້ງ ກວດກາການກິນດື່ມ, ຕົ້ມຫຸງປຸງ ແຕ່ງຮັບປະກັນໃຫ້ນ້ອງນັກຮຽນ ໄດ້ ກິນເຂົ້າ 3 ຄາບ ອາຫານ 3 ຢ່າງ ເປັນປົກກະຕິຕໍ່ເນື່ອງ, ພ້ອມນີ້ ໄດ້ປຸກ ລະດົມຊຸກຍູ້ໃຫ້ພະນັກງານ-ນັກຮົບ ຍາດເວລາເພີ່ມພູນຜະລິດຜົນປູກ ຝັງ ແລະ ລ້ຽງສັດ ສ້າງເສດຖະກິດ ຄອບຄົວຕາມເງື່ອນໄຂທ່າແຮງຕົວ ຈິງ ເພື່ອແກ້ໄຂຊີວິດການເປັນຢູ່ ໃຫ້ດີຂຶ້ນ. ພ້ອມນີ້, ກອງປະຊຸມໄດ້ ພ້ອມກັນປະກອບຄຳຄິດເຫັນໃສ່ບົດ ສະຫລຸບ ແລະ ທິດທາງແຜນການ ໃນຕໍ່ໜ້າຢ່າງມີເນື້ອໃນເລິກເຊິ່ງ; ທັງໄດ້ມອບລາງວັນໃຫ້ນັກຮຽນດີ ເດັ່ນ ແລະ ກອງຮ້ອຍດີເດັ່ນປະຈຳປີ 2025 ຕື່ມອີກ. ໂອກາດນີ້, ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ກໍໄດ້ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການ ເຄື່ອນໄຫວວຽກງານໃນໄລຍະທີ່ ຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ ຄະນະບັນຊາ-ຄະນະກອງ ຕ້ອງ ເອົາໃຈໃສ່ໃກ້ຊິດຕິດແທດອ້າຍນ້ອງ ຂອງຕົນ, ນຳພາ-ຊີ້ນຳເຄື່ອນໄຫວ ໜ້າທີ່ວຽກງານຢູ່ພາຍໃນກົມກອງ, ຊຸກຍູ້ໃຫ້ນັກຮຽນມີຄວາມກະຕືລືລົ້ນ ຫ້າວຫັນໃນການສຶກສາຄົ້ນຄວ້າ ຮໍ່າຮຽນ, ມີຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ປະຕິບັດຂໍ້ກຳນົດ ກົດລະບຽບ 7 ລະບອບ 18 ວຽກ ຂອງກອງທັບໃຫ້ມີຄວາມເຂັ້ມງວດ ເຂັ້ມແຂງ, ປະກອບສ່ວນເຂົ້າໃນຂະ ບວນການຕ່າງໆຂອງກົມກອງ ກໍຄື ຂອງໂຮງຮຽນຈັດຂຶ້ນ, ພ້ອມກັນ ຍົກສູງສະຕິຕໍ່ການຈັດຕັ້ງຕ້ານສະ ກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃຫ້ ທັນສະພາບການ, ພ້ອມກັນສ້າງກົມ ກອງໃຫ້ກາຍເປັນກົມກອງປອດໃສ ປອດໄພ ປອດຄະດີ ແລະ ກົມກອງ ວັດທະນະທຳນັກຮົບວັດທະນະທຳ, ພ້ອມກັນນຳເອົາແຜນການໃນຕໍ່ ໜ້ານຳໄປຈັດຕັ້ງປະຕິບັດຢ່າງມີ ຜົນສໍາເລັດ. ຂ່າວ: ໂອລິນ ມິ່ງມີໄຊ ຂປລ. ໃນວັນທີ 12 ເດືອນ ມັງກອນ ປີ 2026 ນີ້ ທີ່ບ້ານນ້ຳ ທວາຍ ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດພິທີປະກາດການແຮກສ່ຽວ ການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກລະຫວ່າງກອງບັນ ຊາການ ປກສ ແຂວງ, ໂຮງຮຽນ ທິດສະດີການເມືອງ ແລະ ການ ປົກຄອງ, ພະແນກສຶກສາທິການ ແລະ ກິລາ, ຊາວໜຸ່ມແຂວງ, ກອງ ບັນຊາການ ປກສ ເມືອງ, ຊາວໜຸ່ມ ເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງກັບບ້ານນ້ຳທວາຍ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພັອ ທອງພຽງ ກົງສະເດັດ ຮອງກອງ ບັນຊາການ ປກສ ແຂວງ, ທ່ານ ພັນ ແສງເດືອນ ໄຊຍະແດດ ຫົວໜ້າ ກອງບັນຊາການ ປກສ ເມືອງຮົ່ມ, ມີແຕ່ພາກສ່ວນແຮກສ່ຽວ, ອຳນາດ ການປົກຄອງ ແລະ ປະຊາຊົນ ເຂົ້າຮ່ວມ. ການແຮກສ່ຽວຄັ້ງນີ້ ເພື່ອເປັນ ການສືບຕໍ່ຈັດຕັ້ງປະຕິບັດແຜນຍຸດ ທະສາດການຫັນລົງກໍ່ສ້າງຮາກ ຖານການເມືອງຕິດພັນກັບການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ຕາມ 4 ເນື້ອໃນ 4 ຄາດໝາຍ; ຫັນ ບັນດາຫ້ອງວິຊາສະເພາະ, ກອງ ບັນຊາການ ປກສ ເມືອງ 5 ເມືອງ ແລະ ບັນດາ ປກສ ກຸ່ມບ້ານລົງ ກໍ່ສ້າງຮາກຖານການເມືອງແບບ ແຮກສ່ຽວຕາມສາຍຕັ້ງ ເພື່ອໃກ້ຊິດ ຕິດແທດກັບບ້ານ, ສືກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ ແກ່ປະຊາຊົນບັນດາ ເຜົ່າໃຫ້ມີ ຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງ ນະໂຍບາຍຂອງ ພັກ, ກົດໝາຍຂອງ ລັດ, ຍົກສູງສະຕິຕື່ນຕົວ ແລະ ເປັນ ເຈົ້າການປະກອບສ່ວນໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄື ພັດທະນາແຂວງ ໄຊສົມບູນ ໃຫ້ມີຄວາມຈະເລີນ ກ້າວໜ້າ; ເປັນການສ້າງໃຫ້ການ ຈັດຕັ້ງຮາກຖານບ້ານມີແບບແຜນ ວິທີເຮັດວຽກ, ວິທີນໍາພາ, ປັບປຸງ ລະບົບກົງຈັກການຈັດຕັ້ງບ້ານໃຫ້ ມີຄວາມເຂັ້ມແຂງ, ໜັກແໜ້ນ ເພື່ອ ສາມາດນໍາພາປະຕິບັດໜ້າທີ່ວຽກ ງານໃຫ້ມີປະສິດທິພາບ ແລະ ປະ ສິດທິພົນສູງ; ເປັນການສ້າງຄວາມ ສາມັກຄີເປັນປຶກແຜ່ນລະຫວ່າງ ກອງບັນຊາການ ປກສ ແຂວງ, ກອງບັນຊາການ ປກສ ເມືອງ ແລະ ບ້ານໃຫ້ແໜ້ນແຟ້ນ, ຊ່ວຍພັດທະນາ ບ້ານໃຫ້ກາຍເປັນບ້ານພັດທະນາ ຫລາຍຂຶ້ນ ແລະ ລຶບລ້າງຄວາມ ທຸກຍາກຂອງປະຊາຊົນໃຫ້ຫລຸດ ໜ້ອຍຖອຍລົງເທື່ອລະກ້າວ; ສຸມ ໃສ່ຕິດຕາມຊຸກຍູ້ການສ້າງໜ່ວຍພັກ ຂອງບ້ານໃຫ້ກາຍເປັນໜ່ວຍປອດ ໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ພ້ອມທັງປັບປຸງການຈັດຕັ້ງບ້ານ, ປັບປຸງແບບແຜນວິທີເຮັດວຽກ, ວີທີ ນໍາພາຂອງ 5 ໜ່ວຍງານຊ່ວຍວຽກ ຂັ້ນບ້ານໃຫ້ເຄື່ອນໄຫວຖືກຕ້ອງ ຕາມພາລະບົດບາດ, ສິດ ແລະ ໜ້າ ທີ່ຂອງຕົນ. ນອກຈາກນີ້, ຈະໄດ້ພ້ອມກັນ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນບັນດາເຜົ່າພາຍໃນ ບ້ານໃຫ້ມີຄວາມຕື່ນຕົວ, ມີຄວາມ ຫ້າວຫັນເປັນເຈົ້າການໃນການ ເຂົ້າຮ່ວມໃນວຽກງານລວມຂອງ ບ້ານ ກໍຄື ການທຳມາຫາກິນແກ້ໄຂ ຄວາມທຸກຍາກສ້າງຄວາມຢູ່ດີກິນ ດີຮັ່ງມີແກ່ຄອບຄົວທັງມີຄວາມ ສາມັກຄີປອງດອງ ແລະ ມີນໍ້າໃຈ ເອື້ອເຟື້ອຊ່ວຍເຫລືອເຊິ່ງກັນ ແລະ ໂດຍ: ຫັດສະດີ ສຸດດາວົງັີຸົ ກັນ ເປັນຊຸມຊົນທີ່ມີການຄຸ້ມຄອງ ຕາມລະບຽບກົດໝາຍ ແລະ ເປັນ ທຳ. ພ້ອມກັນແກ້ໄຂບັນດາໜໍ່ແໜງ ປະກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນ ບ້ານທີ່ເປັນການລະເມີດກົດໝາຍ ແລະ ລະບຽບການຕ່າງໆເປັນຕົ້ນ ແມ່ນບັນຫາຄ້າຂາຍຢາເສບຕິດ, ລັກ ຊັບ, ການຄອບຄອງອາວຸດເສິກ, ອາວຸດລ່າເນື້ອ (ອາວຸດພື້ນເມືອງ, ທາດແຕກ, ທາດລະເບີດ ແລະ ສິ່ງຂອງຕ້ອງຫ້າມອື່ນໆ ໂດຍບໍ່ ຖືກຕ້ອງຕາມກົດໝາຍ, ການຄ້າ ມະນຸດ, ໂສເພນີ ແລະ ການຍົກຍ້າຍ ພົນລະເມືອງທີ່ບໍ່ຖືກຕ້ອງ; ພ້ອມກັນ ສ້າງຄອບຄົວ ແລະ ບ້ານແບບຢ່າງ ດ້ານຕ່າງໆຄື: ສ້າງໃຫ້ໄດ້ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບ ດີ ແລະ ອື່ນໆ. ຝົນເປັນຫລັກ, ປີໃດຝົນບໍ່ດີລາຍ ຮັບກໍແທບບໍ່ມີ, ໜີ້ສິນກໍເພີ່ມຂຶ້ນ. ດ້ວຍຄວາມກົດດັນຈາກຄວາມ ທຸກຍາກດັ່ງກ່າວ ຕົນເອງຈຶ່ງໄດ້ ຕັດສິນໃຈຖິ້ມຮອຍໄຖເກົ່າ ແລ້ວຫັນ ມາຈັບຊ້ວນບຸກເບີກເນື້ອທີ່ເກືອບ 4 ເຮັກຕາ ເພື່ອປູກໝາກໂມ, ແຕ່ການ ປ່ຽນແປງຄັ້ງນີ້ບໍ່ໄດ້ອາໄສພຽງແຕ່ ໂຊກຊະຕາ, ຫາກແມ່ນການເອົາໃຈ ໃສ່ ແລະ ການນຳໃຊ້ວິທະຍາສາດ ເຕັກນິກເຂົ້າມາຊ່ວຍຢ່າງຈິງຈັງ ໂດຍປະສານສົມ ທົບຢ່າງໃກ້ຊິດ ກັບຫ້ອງການກະສິ ກຳ ແລະ ສິ່ງແວດລ້ອມ ເມືອງສະ ໜາມໄຊ. ພ້ອມນັ້ນກໍໄດ້ເອົາໃຈໃສ່ໃນການ ບົວລະບັດຮັກສາແບບພິຖີພິຖັນ, ນຳ ໃຊ້ຝຸ່ນຄອກ, ນໍ້າສົ້ມຄວັນໄມ້ ເພື່ອ ຫລຸດຜ່ອນສານເຄມີ ແລະ ມີການ ຈັດການລະບົບນ້ຳທີ່ທັນສະໄໝ. ສິ່ງເຫລົ່ານີ້ເອງທີ່ເຮັດໃຫ້ໝາກໂມ ບ້ານສົ້ມປ່ອຍມີລົດຊາດຫວານ, ຊີ້ນແໜ້ນ ແລະ ເປັນທີ່ຕ້ອງການ ຂອງຕະຫລາດ.ຊຶ່ງໃນແຕ່ລະປີ ສາມາດເກັບກ່ຽວຜົນຜະລິດໄດ້ ເຖິງ 21.000 ໜ່ວຍ, ສ້າງລາຍຮັບ ເຂົ້າຄອບຄົວໄດ້ຫລາຍກວ່າ 200 ລ້ານກີບຕໍ່ປີ, ອັນໄດ້ເຮັດໃຫ້ຊີວິດ ການເປັນຢູ່ມີການພັດທະນາດີຂຶ້ນ ເປັນກ້າວໆ, ມີເຮືອນຊານທີ່ໝັ້ນຄົງ ຖາວອນ, ມີພາຫະນະຮັບໃຊ້ການ ຜະລິດ ແລະ ຊີວິດປະຈຳວັນ, ມີທຶນ ການສຶກສາໃຫ້ລູກເຕົ້າໄດ້ຮໍ່າຮຽນ ໜັງສື ແລະ ອື່ນໆ. ພາຍຫລັງທີ່ຫັນ ມາເຮັດອາຊີບປູກໝາກໂມຂາຍເປັນ ສິນຄ້າເຫັນໄດ້ວ່າຊີວິດການເປັນຢູ່ ຂອງຄອບຄົວແມ່ນດີຂຶ້ນຫລາຍເມື່ອ ທຽບໃສ່ກັບເມື່ອກ່ອນ. ພ້ອມນີ້, ທ່ານ ຄໍາໃໝ່ ພົມມະວົງ ຮອງເລຂາພັກບ້ານສົ້ມປ່ອຍໄດ້ ກ່າວດ້ວຍຮອຍຍິ້ມວ່າ: “ທ່ານ ຕຸ໋ຍ ບໍ່ໄດ້ພຽງແຕ່ເຮັດໃຫ້ຄອບຄົວ ຕົນເອງຮັ່ງມີຂຶ້ນ, ແຕ່ລາວຍັງເປັນ “ແສງສະຫວ່າງ” ແລະ ແຮງບັນ ດານໃຈໃຫ້ແກ່ຊາວບ້ານຄົນອື່ນໆ. ດຽວນີ້ ໝາກໂມໄດ້ກາຍເປັນສັນ ຍະລັກ ແລະ ເປັນຄວາມພາກພູມໃຈ ຂອງບ້ານສົ້ມປ່ອຍເຮົາໄປແລ້ວ.”

RkJQdWJsaXNoZXIy MTc3MTYxMQ==