7194

@ 0j k; c]t gsfdko j 13/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ໄຂກອງປະຊຸມ...ຸ ເລຂາຄະນະພັກ...ັ ຂປລ. ລັດຖະບານ ໄຂກອງປະ ຊຸມເປີດກວ້າງ ຄັ້ງທີ II ປະຈໍາປີ 2025ໃນວັນທີ12ມັງກອນ2026 ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການ ເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ທ່ານຮອງນາຍົກລັດຖະມົນຕີ, ສະ ມາຊິກລັດຖະບານ, ປະທານຄະນະ ກຳມະການປົກຄອງນະຄອນຫລວງ ວຽງຈັນ ແລະ ບັນດາປະທານຮອງປະທານ ຄະນະກຳມະການ ປົກຄອງແຂວງ, ຜູ້ຕາງໜ້າອົງ ການຈັດຕັ້ງພັກ-ລັດທຽບເທົ່າກະ ຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາ ການ, ສະຫະພັນນັກຮົບເກົ່າລາວ, ບັນດາອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ, ອົງການກວດກາແຫ່ງ ລັດ ແລະ ອົງການກວດສອບແຫ່ງ ລັດ ເຂົ້າຮ່ວມ. ກອງປະຊຸມລັດຖະບານເປີດ ກວ້າງຄັ້ງນີ້, ຈະໄດ້ດຳເນີນເປັນເວ ລາ 2 ວັນ ຊຶ່ງເນື້ອໃນຂອງກອງ ປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກ ສາຫາລືແລະປະກອບຄຳເຫັນດ້ວຍ ຄວາມເອົາໃຈໃສ່ ແລະ ຄວາມຮັບ ຜິດຊອບສູງ ຕໍ່ຫົວຂໍ້ສຳຄັນ ຄື: ລາຍ ງານການສະຫລຸບຕີລາຄາການຈັດ ຕັ້ງປະຕິບັດວຽກງານ ໃນຕະຫລອດ ໄລຍະ 1 ສະໄໝຜ່ານມາ ແລະ ວຽກ ຈຸດສຸມພົ້ນເດັ່ນປີ 2025 ແລະ ສະ ເໜີແຜນວຽກຈຸດສຸມ ປີ 2026 ແລະ ຄາດຄະເນແຜນ 5 ປີຕໍ່ໜ້າຂອງ ປະກອບສ່ວນນໍາເອົາ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມລາວ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ນັບມື້ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ; ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການປະກອບສ່ວນສໍາຄັນ ຂອງ ຄະນະພົວພັນຕ່າງປະ ເທດສູນກາງພັກປະຊາຊົນປະຕິວັດລາວ ໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ພັດທະນາສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ກໍຄື ຄວາມໄວ້ເນື້ອເຊື່ອໃຈກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໂດຍສະ ເພາະແມ່ນ ການພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຮອບ ດ້ານ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ແລະ ຄະນະພັກ ກະຊວງການຕ່າງປະເທດຫວຽດນາມ ກໍຄື ຂອງ ສອງພັກ ຫວຽດນາມ-ລາວ. ໃນໂອກາດປີໃໝ່ສາກົນ 2026, ຂໍອວຍພອນໃຫ້ ສະຫາຍ ພ້ອມດ້ວຍ ບັນດາສະຫາຍການນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນ ກາງພັກປະຊາຊົນປະຕິວັດລາວ ທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ປະກອບ ສ່ວນຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ຢ່າງມີໄຊ, ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ຈົ່ງສວຍສົດງົດງາມ ແລະໝັ້ນ ຄົງຂະນົງແກ່ນຕະຫລອດກາລະນານ. ລັດຖະບານ; ລາຍງານຄວາມຄືບ ໜ້າການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ສະ ບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ແລະ ຜ່ານຮ່າງ ມະຕິວ່າດ້ວຍການແບ່ງຄວາມຮັບ ຜິດຊອບໃນການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນໄລ ຍະໃໝ່ ສະບັບປັບປຸງ; ຮ່າງດໍາລັດ ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນເງິນ ຕາ ປະຈຳປີ 2026 ແລະ ແຜນ ການແກ້ໄຂຜົນການກວດກາ-ກວດ ສອບ; ລາຍງານບັນດາໂຄງການ ທີ່ ສຳຄັນຈຳນວນໜຶ່ງ ຄື: ການອອກ ແບບ, ກໍ່ສ້າງ, ລະດົມທຶນ ແລະ ດຳ ເນີນກິດຈະການ ໂຄງການທາງລົດ ໄຟລາວ-ຫວຽດນາມ ຊ່ວງທີ 1 ແຕ່ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູເກຍ ຊາຍແດນລາວ-ຫວຽດ ນາມໄລຍະທາງ147ກິໂລແມັດໃນ ຮູບແບບກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ (BOT), ລວມທັງຜົນ ການເຈລະຈາສັນຍາສຳປະທານ CA ຂອງໂຄງການດັ່ງກ່າວ, ສະ ເໜີແຜນບຸລິມະສິດໃນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໃນປີ 2026, ໂຄງການທາງດ່ວນພ້ອມທັງສະເໜີ ກົນໄກ ແລະ ວິທີຈັດຕັ້ງປະຕິບັດຕົວ ຈິງ; ສະເໜີແຜນປະຕິບັດຕົວຈິງ ໃນ ການຫັນການເກັບລາຍຮັບເປັນທັນ ສະໄໝ ສຳລັບປີ 2026. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ກ່າວວ່າ: ກອງປະຊຸມ ໃນຄັ້ງນີ້, ເປັນກອງປະຊຸມລັດຖະ ບານເປີດກວ້າງ ຄັ້ງສຸດທ້າຍ ຂອງ ລັດຖະບານ ຊຸດທີ IX ແລະ ກໍເປັນ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທໍາອິດ ທີ່ໄດ້ປະຊຸມຮ່ວມກັບປະ ທານຄະນະກຳມະການປົກຄອງນະ ຄອນຫລວງວຽງຈັນ ແລະ ບັນດາ ແຂວງໃນຂອບເຂດທົ່ວປະເທດ, ທັງ ໄຂຂຶ້ນໃນທ່າມກາງບັນຍາກາດທີ່ຫາ ກໍສໍາເລັດການສະເຫລີມສະຫລອງ ວັນສະຖາປະນາສປປລາວຄົບຮອບ 50 ປີ, ການສະເຫລີມສະຫລອງ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ແລະ ດໍາເນີນກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິບັດ ລາວ ດ້ວຍຜົນສໍາເລັດຢ່າງຈົບ ງາມ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ ພາກພື້ນ ແລະ ສາກົນຍັງສືບຕໍ່ເຄັ່ງ ຮ້ອນ ແລະ ສັບສົນ ໂດຍສະເພາະ ແມ່ນຄວາມຂັດແຍ່ງທາງດ້ານການ ທະຫານ, ເສດຖະກິດ-ການຄ້າ, ບັນ ຫາຊາຍແດນ ແລະ ອື່ນໆ ຊຶ່ງບັນຫາ ເຫລົ່ານີ້ ຍັງຈະສືບຕໍ່ເປັນສິ່ງທ້າ ທາຍ ແລະ ອາດສ້າງຜົນກະທົບຕໍ່ ຊີວິດ ແລະ ຊັບສິນ ຂອງປະຊາຊົນ ຢູ່ຫລາຍປະເທດ, ທັງເຮັດໃຫ້ສະ ພາບເສດຖະກິດໂລກ ທີ່ມີຄວາມ ຫຍຸ້ງຍາກຢູ່ແລ້ວນັ້ນ, ຍິ່ງຈະສືບຕໍ່ ເພີ່ມຄວາມຜັນຜວນ ແລະ ມີຜົນກະ ທົບເປັນວົງກວ້າງຕື່ມ. ຈາກສະພາບ ດັ່ງກ່າວ, ປະເທດເຮົາ ກໍຈະໄດ້ຮັບ ຜົນກະທົບຈໍານວນໜຶ່ງ ຕໍ່ການຈັດ ຕັ້ງປະຕິບັດວຽກງານ ຂອງລັດຖະ ບານ ໂດຍສະເພາະ ປີ 2026 ເປັນ ປີເລີ່ມຕົ້ນ ປະຕິບັດມະຕິກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X. ສະນັ້ນ, ຈະຕ້ອງໄດ້ສືບຕໍ່ສຸມໃສ່ຕິດຕາມ ຢ່າງໃກ້ຊິດ ໃນການແກ້ໄຂບັນຫາທີ່ ເກີດຂຶ້ນ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນ, ພະນັກ ງານ-ລັດຖະກອນ ແລະ ການພັດ ທະນາເສດຖະກິດ-ສັງຄົມ ຂອງປະ ເທດເຮົາ. ໃນໂອກາດກ່າວໄຂກອງປະ ຊຸມ, ທ່ານນາຍົກລັດຖະມົນຕີ ຍັງໄດ້ ຮຽກຮ້ອງບັນດາທ່ານທີ່ເຂົ້າຮ່ວມ ກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈ ໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ທີ່ນຳ ມາພິຈາລະນາ ດ້ວຍການສະເໜີທັດ ສະນະຢ່າງກົງໄປກົງມາ, ກະທັດ ຮັດ, ມີຈຸດສຸມ ແລະ ມີທາງອອກທີ່ ຈະແຈ້ງຊັດເຈນ ເພື່ອເຮັດໃຫ້ກອງ ປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມ ຈຸດປະສົງ ແລະ ຄາດໝາຍທີ່ກຳນົດ ໄວ້ ແນໃສ່ເຮັດໃຫ້ຜົນຂອງກອງ ປະຊຸມໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ ແລະ ມີປະສິດ ທິຜົນສູງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຕໍ່ເນື່ອງ, ລັດຖະບານ ຈະສຸມໃສ່ຈັດ ຕັ້ງປະຕິບັດ 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກຈຸດສຸມ. ໃນນັ້ນ, ເປົ້າໝາຍທີ 1 ຈະສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ດ້ວຍ ການນໍາໃຊ້ທ່າແຮງ ເພື່ອເຮັດໃຫ້ ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນ ຍົງ ປະກອບມີ 6 ແຜນວຽກຈຸດສຸມ ຄື: ນໍາໃຊ້ທ່າແຮງບົ່ມຊ້ອນ ເພື່ອຍູ້ ແຮງເສດຖະກິດ ໃຫ້ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບສູງ; ພັດທະນາ ເສດຖະກິດມະຫາພາກໃຫ້ມີຄວາມ ເຂັ້ມແຂງ ແລະ ໝັ້ນທ່ຽງ; ຍົກສູງ ປະສິດທິພາບການລົງທຶນ ໃຫ້ມີຄຸນ ນະພາບ ແລະ ມີປະສິດທິຜົນສູງ; ພັດທະນາຈຸນລະວິສາຫະກິດ, ວິສາ ຫະກິດຂະໜາດນ້ອຍ ແລະ ກາງ ໄປ ສູ່ຄຸນນະພາບໃໝ່ໃຫ້ມີຄວາມເຂັ້ມ ແຂງແລະສາມາດແຂ່ງຂັນກັບພາກ ພື້ນ ແລະ ສາກົນ; ພັດທະນາລັດ ວິສາຫະກິດ ແລະ ເສດຖະກິດລວມ ໝູ່ຂອງປະຊາຊົນໃຫ້ມີຄຸນນະພາບ ແລະ ມີຄວາມເຂັ້ມແຂງ; ພັດທະນາ ເສດຖະກິດດີຈິຕອນໃຫ້ມີຄວາມ ເຂັ້ມແຂງ ເພື່ອຂັບເຄື່ອນການພັດ ທະນາເສດຖະກິດ-ສັງຄົມ ໃຫ້ມີ ການຂະຫຍາຍຕົວທີ່ຍືນຍົງ. ເປົ້າ ໝາຍທີ 2 ຈະພັດທະນາຊັບພະຍາ ກອນມະນຸດໃຫ້ມີຄຸນນະພາບສູງ ຂຶ້ນ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນ ສະໄໝ ຊຶ່ງປະກອບມີ 4 ແຜນວຽກ ຈຸດສຸມ ຄື: ພັດທະນາການສຶກສາ ໃຫ້ມີຄຸນນະພາບ ເພື່ອຮອງຮັບການ ພັດທະນາຂອງປະເທດຊາດ; ພັດ ທະນາວຽກງານສາທາລະນະສຸກ ແລະ ການບໍລິການດ້ານສາທາລະ ນະສຸກ ໃຫ້ມີຄຸນນະພາບ ແລະ ທົ່ວ ເຖິງ; ພັດທະນາສີມືແຮງງານ ໃຫ້ ໄດ້ປະລິມານ ແລະ ຄຸນນະພາບ ເພື່ອ ຕອບສະໜອງຄວາມຕ້ອງການ ພັດທະນາ ແລະ ພັດທະນາບຸກຄະ ລາກອນຂອງພາກລັດ ໃຫ້ມີຄຸນ ນະພາບສູງຂຶ້ນ. ເປົ້າໝາຍທີ 3 ປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນ ນະບົດໃຫ້ໄດ້ຮັບການພັດທະນາ ຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນໃຫ້ຫລຸດລົງ ເທື່ອລະກ້າວ, ປະກອບມີ 6 ແຜນ ວຽກຈຸດສຸມ ຄື: ພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ມີຄຸນນະພາບ ດີຂຶ້ນ; ປັບປຸງວຽກງານຄໍ້າປະກັນ ສະບຽງອາຫານ ແລະ ໂພຊະນາ ການ ໃຫ້ທົ່ວເຖິງ ແລະ ມີຄຸນນະ ພາບສູງຂຶ້ນ; ສົ່ງເສີມ ແລະ ພັດທະ ນາໄວໜຸ່ມ, ແມ່ຍິງ, ເດັກ ແລະ ຄວາມສະເໝີພາບ ຍິງ-ຊາຍ ໃຫ້ມີ ຄຸນນະພາບດີຂຶ້ນ; ພັດທະນາວຽກ ງານຖະແຫລງຂ່າວ ໃຫ້ທັນສະໄໝ ແລະ ວ່ອງໄວ, ສົ່ງເສີມວັດທະນະ ທໍາທີ່ເປັນເອກະລັກຂອງຊາດ, ກ້າວ ໜ້າ ແລະ ສ້າງໃຫ້ສັງຄົມມີຄວາມ ສາມັກຄີເປັນປຶກແຜ່ນ ແລະ ສີວິໄລ; ປັບປຸງລະບົບປະກັນສັງຄົມ-ປົກ ປ້ອງສັງຄົມໃຫ້ກວ້າງຂວາງ ແລະ ມີຄຸນນະພາບ; ແກ້ໄຂບັນຫາລະ ເບີດບໍ່ທັນແຕກ ແລະ ປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບ ຜົນກະທົບຈາກລະເບີດບໍ່ທັນແຕກ ໃຫ້ດີຂຶ້ນເທື່ອລະກ້າວ. ເປົ້າໝາຍ ທີ 4 ປົກປັກຮັກສາຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດ ກຽມພ້ອມຮັບມືກັບການປ່ຽນແປງ ດິນຟ້າອາກາດແລະໄພພິບັດຕ່າງໆ, ປະກອບມີ 3 ແຜນວຽກຈຸດສຸມ ຄື: ການຄຸ້ມຄອງ ແລະ ນໍາໃຊ້ຊັບພະ ຍາກອນທຳມະຊາດປ່າໄມ້, ທີ່ດິນ, ນໍ້າ ແລະ ແຮ່ທາດ ຢ່າງມີແຜນ ການ, ປະຢັດ, ໃຫ້ເກີດຜົນປະໂຫຍດ ສູງສຸດ ແລະ ມີຄວາມຢືນຍົງ; ສົ່ງ ເສີມວຽກງານການເຕີບໂຕສີຂຽວ ແລະ ວຽກງານການແກ້ໄຂບັນຫາ ປ່ຽນແປງດິນຟ້າອາກາດ ເພື່ອຫລຸດ ຜ່ອນ ແລະ ເພີ່ມການດູດຊັບທາດ ອາຍພິດເຮືອນແກ້ວ ໃຫ້ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ກວ້າງຂວາງ; ເພີ່ມທະວີ ການປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູຫລັງໄພພິບັດຕ່າງໆ. ເປົ້າໝາຍທີ 5 ຈະພັດທະນາການ ເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ ຊຶ່ງປະກອບມີ 4 ແຜນວຽກຈຸດສຸມ ຄື: ພັດທະນາ ພື້ນຖານໂຄງລ່າງ ທີ່ສາມາດເຊື່ອມ ຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ; ເສີມຂະຫຍາຍ ການພົວພັນຮ່ວມມື, ການເຊື່ອມ ໂຍງການຄ້າ ແລະ ການລົງທຶນກັບ ພາກພື້ນ ແລະ ສາກົນ ຢ່າງຕັ້ງໜ້າ ແລະກວ້າງຂວາງກວ່າເກົ່າ; ພັດທະ ນາເຂດແຄວ້ນ ແລະ ທ້ອງຖິ່ນ ໃຫ້ ມີຄວາມສົມດຸນ, ເຂັ້ມແຂງ ແລະ ສອດຄ່ອງກັບທ່າແຮງບົ່ມຊ້ອນ; ພັດທະນາຕົວເມືອງ ແລະ ເຂດເສດ ຖະກິດພິເສດ ໃຫ້ກາຍເປັນຖານ ການຜະລິດ, ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ທີ່ສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາ ກົນ. ສ່ວນເປົ້າໝາຍທີ 6 ພັດທະນາ ຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດ ທິພາບ, ການເມືອງມີສະຖຽນລະ ພາບ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ ປະກອບມີ 3 ວຽກຈຸດ ສຸມ ຄື: ຍົກສູງປະສິດທິພາບການ ປົກຄອງ-ການຄຸ້ມຄອງບໍລິຫານ ລັດໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ເຂັ້ມງວດຕາມກົດໝາຍ ແລະ ຕາມທິດ 3 ສ້າງ ໃຫ້ເຂົ້າສູ່ລວງ ເລິກ ແລະ ປະຕິບັດຕົວຈິງຢ່າງມີປະ ສິດທິຜົນສູງ; ປັບປຸງກົນໄກ, ລະ ບຽບການປະສານງານ ລະຫວ່າງ ພາກລັດດ້ວຍກັນໃຫ້ມີຄວາມເປັນ ເອກະພາບ ແລະ ວ່ອງໄວຂຶ້ນ; ຮັບ ປະກັນໃຫ້ມີສະຖຽນລະພາບທາງ ດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ, ສັງຄົມມີຄວາມ ສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ຂ່າວ: ທະນູທອງ ສະຫາຍ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ໄຊຍະບູລີ ໄດ້ໃຫ້ຮູ້ໃນກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອບໍ່ດົນນີ້ວ່າ: ນັບແຕ່ປີ 2026 ເປັນຕົ້ນໄປ ແຂວງໄຊຍະບູ ລີ ຈະສືບຕໍ່ສຸມໃສ່ບາງວຽກງານ ຈຸດສຸມ ເພື່ອສືບຕໍ່ຮັກສາຄວາມສະ ຫງົບຕາມຊາຍແດນໃຫ້ໝັ້ນຄົງ ເປັນຕົ້ນ ຈະສືບຕໍ່ຜັນຂະຫຍາຍແນວ ທາງ ປກຊ-ປກສ ແລະ ການຕ່າງ ປະເທດຂອງພັກ ເຂົ້າສູ່ຊີວິດຕົວ ຈິງ; ສືບຕໍ່ຫັນລົງກໍ່ສ້າງຮາກຖານ ເພື່ອອັດປ່ອງຂ້າມລອຍຂອງກຸ່ມຄົນ ບໍ່ດີ; ສືບຕໍ່ປະຕິບັດກົນໄກປະສານ ງານ ຂອງຄະນະກຳມະການຮ່ວມ ມືຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນຂອງສອງຝ່າຍ ແລະ ຈະສົ່ງເສີມການຄ້າ, ການລົງ ທຶນ, ການແລກປ່ຽນວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມ ຂອງສອງຊາດ ລາວ-ໄທ. ສະຫາຍ ເພັງນິລັນ ຄຳພັນເພັງ ຍັງໃຫ້ຮູ້ອີກວ່າ: ຕະຫລອດໄລຍະ 5 ປີຜ່ານມາ, ພາຍໃຕ້ການນໍາພາ-ຊີ້ ນໍາຂອງກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງ ພັກ ແຂວງໄຊຍະບູລີ ໄດ້ສຸມໃສ່ ຜັນຂະຫຍາຍແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ ທີ່ກຳນົດອອກ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມ ໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ແຂວງ; ຄະນະກຳມະການ ປກຊປກສ ແຂວງ ໄດ້ເປັນເຈົ້າການສົມ ທົບກັບກະຊວງທີ່ກ່ຽວຂ້ອງຜັນຂະ ຫຍາຍແນວທາງການຕ່າງປະເທດ ເຂົ້າສູ່ສະພາບຄວາມເປັນຈິງ, ໄດ້ ຖືສໍາຄັນກົນໄກປະສານງານ ຂອງ ຄະນະກຳມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມຊາຍ ແດນ ລາວ-ໄທ ໂດຍຜັດປ່ຽນກັນ ເປັນເຈົ້າພາບ ເພື່ອສ້າງຄວາມໄວ້ ເນື້ອເຊື່ອໃຈ ເຊິ່ງກັນແລະກັນ. ພ້ອມ ນັ້ນ, ຍັງໄດ້ຊຸກຍູ້ກົນໄກປະສານ ງານລະຫວ່າງເມືອງກັບເມືອງຢ່າງ ນ້ອຍປີລະຄັ້ງ ເພື່ອທົບທວນການ ຈັດຕັ້ງປະຕິບັດບົດບັນ ທຶກຮ່ວມກັນ ຢ່າງເປັນປົກກະຕິ; ເອົາໃຈໃສ່ປົກ ປັກຮັກສາຫລັກໝາຍຊາຍແດນ, ຕ້ານ ແລະ ສະກັດກັ້ນການຄ້າຂາຍ ຢາເສບຕິດ, ການຄ້າມະນຸດ ແລະ ການຄຸ້ມຄອງແຮງງານ, ທັງສອງ ຝ່າຍໄດ້ຮ່ວມກັນແກ້ໄຂບັນຫາ ຕ່າງໆ ໂດຍປະສານສົມທົບກັບກຳ ລັງ ທະຫານຊາຍແດນລົງຕິດຕາມ, ກວດກາການທໍາການຜະລິດຂອງ ປະຊາຊົນທັງສອງຝ່າຍຢູ່ລຽບຕາມ ຊາຍແດນ, ພ້ອມກັນປົກປັກຮັກ ສາ ແລະ ອະນາໄມຫລັກໝາຍຊາຍ ແດນ, ອໍານວຍຄວາມສະດວກໃນ ການບໍລິການເຂົ້າ-ອອກດ່ານ ເຮັດ ໃຫ້ການພົວພັນການແລກປ່ຽນສິນ ຄ້າ ແລະ ການພົວພັນປະສານງານ ດ້ານຕ່າງໆມີບັນຍາກາດດີຂຶ້ນ. ພ້ອມນີ້, ຍັງໄດ້ສ້າງຄວາມເຂັ້ມ ແຂງໃຫ້ກຳລັງທະຫານຊາຍແດນ ແລະ ກອງຫລອນບ້ານ ໃນການ ລາດຕະເວນກວດກາ, ໄດ້ຈັດວາງ ປ້ອມຈັ້ງທ່າ ແລະ ສ້າງແຜນການ ປ້ອງກັນບໍລິເວນແຂວງ-ເມືອງ, ສ້າງບ້ານປ້ອມໝັ້ນສູ້ຮົບເອກະລາດ ໄດ້ 97 ບ້ານ, ສ້າງກຸ່ມບ້ານສູ້ຮົບ ຕິດລຽນໄດ້ 73 ກຸ່ມ. ມາເຖິງປັດຈຸ ບັນ, ສາມາດສ້າງບ້ານປ້ອງກັນ ຊາດເຂັ້ມແຂງໄດ້ 427 ບ້ານ (ເພີ່ມ ຂຶ້ນ 19 ບ້ານ), ສ້າງບ້ານປ້ອງກັນ ຄວາມສະຫງົບດີ ໄດ້ 425 ບ້ານ (ເພີ່ມຂຶ້ນ 6 ບ້ານ). ຜົນງານພົ້ນ ເດັ່ນ ແມ່ນການພັດທະນາພື້ນຖານ ໂຄງລ່າງ ເຊັ່ນ: ເສັ້ນທາງອອກສູ່ ຊາຍແດນ, ກໍ່ສ້າງຕ້ານເຈື່ອນ ແລະ ຍົກລະດັບດ່ານສາກົນ ເຮັດໃຫ້ການ ຄ້າ-ການບໍລິການຂະຫຍາຍຕົວດີ ຂຶ້ນ. ຂ່າວ: ທະນູທອງ ສາຍລົມ, ສາມາດຢ່າງຫລິ້ນຕາມ ແຄມຝັ່ງແມ່ນໍ້າ ຊົມກິ່ງໄມ້ທີ່ປະດັບ ດ້ວຍນໍ້າຄ້າງ, ຊື່ນຊົມຄວາມມະຫັດ ສະຈັນຂອງທໍາມະຊາດ, ສາມາດ ເຂົ້າຮ່ວມເທສະການນໍ້າແຂງ ແລະ ຫິມະອັນຄຶກຄື້ນມ່ວນຊື່ນ ສໍາຜັດມົນ ສະເໜ່ຂອງວັດທະນະທໍາພື້ນບ້ານ ອັນຫລາກຫລາຍ. ນອກຈາກນີ້, ຍັງສາມາດຊິມອາຫານທ້ອງຖິ່ນ ຮ້ອນໆ ເພື່ອເພີ່ມຄວາມອົບອຸ່ນໃຫ້ ຮ່າງກາຍ ແລະ ຈິດໃຈທ່າມກາງ ຄວາມໜາວເຢັນ. ໃນຊຸມປີຜ່ານມາ, ອຸດສາຫະກໍາ ການທ່ອງທ່ຽວນໍ້າແຂງ ແລະ ຫິມະ ຂອງປະເທດຈີນ ໄດ້ເຕີບໂຕຢ່າງ ວ່ອງໄວ, ພື້ນທີ່ຕ່າງໆທົ່ວປະເທດ ຈີນ ໄດ້ພັດທະນາແຫລ່ງທ່ອງທ່ຽວ ນໍ້າແຂງ ແລະ ຫິມະທີ່ມີເອກະລັກ ສະເພາະຂອງໃຜລາວ. ພູສາງປາຍ ແລະ ຮ່າບິນ ໃນພາກຕາເວັນອອກ ສ່ຽງເໜືອຂອງຈີນ ເຕັມໄປດ້ວຍ ທິວທັດຫິມະອັນງົດງາມ ແລະ ສິ່ງ ອໍານວຍຄວາມສະດວກຫລາກ ຫລາຍ, ການຂີສະກີໄດ້ກາຍເປັນສະ ຖານທີ່ ທີ່ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ງານໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງ ໄດ້ຟັງການແລກປ່ຽນປະສົບການ ຈາກຜູ້ໄດ້ໄປສໍາຜັດທ່ອງທ່ຽວຕົວ ຈິງ, ມີການຖາມ-ຕອບ. ຈາກນັ້ນ, ຍັງໄດ້ເລາະຊົມຫ້ອງວາງສະແດງ ຮູບພາບອຸດສາຫະກໍາການທ່ອງ ທ່ຽວນໍ້າແຂງ ແລະ ຫິມະຂອງປະ ເທດຈີນ ຕື່ມອີກ. ຂ່າວ: ກິດຕາ ສຸມໃສ່ 6 ເປົ້າໝາຍໃຫຍ່...ຸ່ົ້່ ໄຊຍະບູລີ...ູີ ສູນວັດທະນະທຳຈີນ...ູັີ

RkJQdWJsaXNoZXIy MTc3MTYxMQ==