7193

gsfdko{dkora fmtok a xtgmf]k; ( 12/01/2026 v5 fq ,w- gzu pczj fe]a f;j kfh ;p vkskola f .sh z6 h xtdv[dkorkp.oc0;' ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ເຜີຍແຜ່ດຳລັດ ວ່າດ້ວຍອາຫານສັດ ໃຫ້ຜູ້ປະກອບການທັງພາກລັດ ແລະ ເອກະຊົນ ພາຍໃນແຂວງ ໃນວັນທີ 8 ມັງກອນ 2026 ໂດຍການເປັນ ປະທານຂອງ ທ່ານ ສີວິໄສ ບຸນສະ ຫວັດ ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງອຸດົມໄຊ, ມີຕາງໜ້າກົມລ້ຽງສັດ ແລະ ການ ປະມົງ, ຂະແໜງການກ່ຽວຂ້ອງ, ວິຊາການ ແລະ ຜູ້ປະກອບການ ພາຍໃນແຂວງອຸດົມໄຊ ເຂົ້າຮ່ວມ. ການເຜີຍແຜ່ດຳລັດດັ່ງກ່າວ ກໍ ເພື່ອເຮັດໃຫ້ທຸກພາກສ່ວນ ທັງພາກ ລັດ, ເອກະຊົນ ກໍຄື ຜູ້ປະກອບການ ທັງຜູ້ຜະລິດ, ນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍຜະລິດຕະພັນທີ່ເປັນຫົວ ອາຫາສັດ ໄດ້ຮັບຮູ້, ເຂົ້າໃຈຢ່າງ ລະອຽດ, ຈະແຈ້ງ ແລະ ພ້ອມກັນ ຈັດຕັ້ງປະຕິບັດຕາມດຳລັດວ່າດ້ວຍ ອາຫານສັດ ລວມທັງນິຕິກຳອື່ນໆ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແນໃສ່ ເຮັດໃຫ້ການເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານໃນການຄຸ້ມຄອງ ການຜະລິດ, ນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍອາຫານສັດຖືກຕ້ອງຕາມ ລະບຽບການ, ມີປະສິດທິພາບ ແລະ ຫົວອາຫານມີຄຸນນະພາບ, ປອດໄພ, ໄດ້ຕາມມາດຕະຖານ, ມີໂພຊະນາ ການຕາມການກຳນົດ ຂອງກົມ ລ້ຽງສັດ ແລະ ການປະມົງ, ສາມາດ ຕອບສະໜອງໃຫ້ແກ່ກະສິກອນ ແລະ ຜູ້ປະກອບການດ້ານການລ້ຽງ ສັດໄດ້ຕາມເປົ້າໝາຍ. ດຳລັດວ່າ ດ້ວຍອາຫານສັດທີ່ນຳມາເຜີຍ ແຜ່ປະກອບມີ: 9 ໝວດ, 64 ມາດຕາ. ໃນກອງປະຊຸມຍັງໄດ້ເຜີຍແຜ່ ບັນດາເອກະສານທີ່ກ່ຽວຂ້ອງ ຈຳນວນໜຶ່ງ ເປັນຕົ້ນ ການຄຸ້ມຄອງ ອາຫານສັດ ແລະ ຮ້ານຈຳໜ່າຍ, ມາດຕະຖານຄຸນນະພາບອາຫານ ສັດສຳເລັດຮູບ, ການນຳໃຊ້ສານ ກະຕຸ້ນ, ມາດຕະຖານການປະຕິບັດ ງານທີ່ດີສຳລັບໂຮງງານຜະລິດ ອາຫານສັດ ລວມທັງແນະນຳການ ປະກອບໃນການຂໍໃບແຈ້ງອະນຸມັດ ແລະ ການອອກໃບທະບຽນຮ້ານ ຈຳໜ່າຍ ອາຫານສັດ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ມີການ ແລກປ່ຽນຄຳຄິດຄຳເຫັນ ແລະ ບົດຮຽນ ເຊິ່ງກັນ ແລະ ກັນ ຕື່ມອີກ. ຂ່າວ-ພາບ: ຄານມະນີ ຮຽນດໍຈັນ lh k'7;k,g0A ,c0';Pd'kog]n vd8A ' .sh rtoa d'kos]a dcs]j 'c0;'va f8txn ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ຄະນະກໍາມະ ການເລືອກຕັ້ງຂັ້ນແຂວງອັດຕະປື ຈັດຝືກອົບຮົມ, ເຜີຍແຜ່ ແລະ ເຊື່ອມ ຊຶມເອກະສານວຽກງານເລືອກ ຕັ້ງໃຫ້ແກ່ພະນັກງານຫລັກແຫລ່ງ ອ້ອມຂ້າງແຂວງ ແລະ ເມືອງ ເພື່ອ ກະກຽມ ແລະ ດໍາເນີນການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກ ຕັ້ງທີ 17 ແລະ ສະພາປະຊາຊົນຂັ້ນ ແຂວງ (ສພຂ) ຊຸດທີ V ໃນວັນທີ 8 ມັງກອນ 2026 ໂດຍການເປັນ ປະທານຂອງ ທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນ ແຂວງອັດຕະປື, ຮອງປະທານ ຄະນະກຳມະການເລືອກຕັ້ງຂັ້ນ ແຂວງ, ມີບັນດາຄະນະກໍາມະການ ເລືອກຕັ້ງຂັ້ນແຂວງ ແລະ ເມືອງ, ພະແນກການ, ອົງການທຽບເທົ່າ, ທະຫານ ແລະ ຕໍາຫລວດ ເຂົ້າຮ່ວມ. ການຝຶກອົບຮົບຄັ້ງນີ້, ໄດ້ຮັບ g-dv' 0B omt[Porkstotwfh 625 7a o ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນປີ 2025 ຜ່ານມາ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ພະແນກໂຍທາ ທິການ ແລະ ຂົນສົ່ງ ແຂວງເຊກອງ ສາມາດຂຶ້ນທະບຽນພາຫະນະໄດ້ 625 ຄັນ ໃນນີ້, ລົດຈັກ 323 ຄັນ, ລົດເບົາ 240 ຄັນ ແລະ ລົດໜັກ 62 ຄັນ; ກວດກາເຕັກນິກໄດ້ 907 ຄັນ; ຕໍ່ທະບຽນທີ່ໝົດກໍານົດໄດ້ 156 ໃບ; ປ່ຽນໃບຂັບຂີ່ໝົດກໍານົດ-ເສຍຫາຍ ໄດ້ 476 ໃບ; ສອບເສັງໃບຂັບຂີ່ ມີ ຜູ້ເຂົ້າສອບເສັງ 311 ຄົນ, ເສັງໄດ້ 299 ຄົນ ໃນນີ້, ຫ້ອງ B 7 ໃບ; ຫ້ອງ C 12 ໃບ; ຫ້ອງ AB 228 ໃບ ແລະ ຫ້ອງ A 52 ໃບ. ອີງຕາມບົດສະຫລຸບການພັດ ທະນາເສດຖະກິດ-ສັງຄົມ ປະຈໍາ ປີ 2025 ແລະ ທິດທາງແຜນການ ປີ 2026 ຂອງແຂວງເຊກອງ ໃຫ້ຮູ້ວ່າ: ປັດຈຸບັນ, ທົ່ວແຂວງມີ ເສັ້ນທາງທັງໝົດ 310 ເສັ້ນ, ຍາວ 2.016,04 ກິໂລແມັດ ໃນນີ້, ທາງ ຫລວງແຫ່ງຊາດ 4 ເສັ້ນ, ຍາວ 208,23 ກິໂລແມັດ; ທາງຫລວງ ແຂວງ 2 ເສັ້ນ, ຍາວ 329,7 ກິໂລແມັດ; ທາງຫລວງເມືອງ 12 ເສັ້ນ, ຍາວ 267,41 ກິໂລແມັດ; ທາງຕົວເມືອງ 167 ເສັ້ນ, ຍາວ 101,05 ກິໂລແມັດ; ທາງຊົນ ນະບົດ 89 ເສັ້ນ, ຍາວ 859,8 ກິໂລແມັດ ແລະ ທາງສະເພາະ 36 ເສັ້ນ, ຍາວ 249,85 ກິໂລແມັດ; ມີ ຂົວ 34 ແຫ່ງ, ຍາວ 1.553,04 ແມັດ; ມີບ້ານທີ່ມີເສັ້ນທາງເຂົ້າເຖິງ 201 ບ້ານ ກວມເອົາ 99,01% ໃນ ນີ້, ທຽວໄດ້ສອງລະດູ 168 ບ້ານ ກວມເອົາ 82,76%. ສໍາລັບການຂົນສົ່ງສິນຄ້າ ແລະ ໂດຍສານ ໃນປີ 2025 ມີບໍລິມາດ ຂົນສົ່ງສິນຄ້າໄດ້ທັງໝົດ 39.924 ໂ ຕນ ທຽບ ໃ ສ່ແຜນ ເ ທົ່າ ກັບ 49,48% (ແຜນ 80.684 ໂຕນ); ບໍລິມາດຈໍລະຈອນຂົນສົ່ງສິນຄ້າ ໄດ້ 3.428.116 ໂຕນຕໍ່ກິໂລແມັດ ທຽບໃສ່ແຜນເທົ່າກັບ 52,50% (ແຜນ 6.529.656 ໂຕນຕໍ່ ກິໂລແມັດ); ມີຈໍານວນລົດຂົນສົ່ງ ສິນຄ້າ 1.003 ຄັນ ທຽບໃສ່ແຜນ ເທົ່າກັບ 51,12% (ແຜນ 1.962 ຄັນ); ບໍລິມາດຂົນສົ່ງໂດຍສານ 35.788 ຄົນ ທຽບໃສ່ແຜນເທົ່າກັບ 89,11% (ແຜນ 40,161 ຄົນ); ບໍລິມາດຈໍລະຈອນຂົນສົ່ງໂດຍສານ 13.558.061 ຄົນຕໍ່ກິໂລແມັດ ທຽບໃສ່ແຜນເທົ່າກັບ 195,54% (ແຜນ 6 . 933 . 460 ຄົນຕໍ່ ກິໂລແມັດ) ແລະ ມີຈໍານວນລົດ ຂົນສົ່ງໂດຍສານທັງໝົດ 69 ຄັນ. ຂ່າວ: ສັນຍາ xtmko7totde,tdkoxq d7v' g,n v'v5 m5 ,rvo -5 dp6 h dkod= j lh k'mk' 16 j [h kofq 'oh vp ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ການ ນຳຂອງເມືອງອຸທຸມພອນ ແຂວງ ສະຫວັນນະເຂດ ຊຶ່ງນຳໂດຍທ່ານ ໂພໄຊ ອິນທະວົງສາ ປະທານຄະນະ ກໍາມະການປົກຄອງ ເມືອງອຸທຸມ ພອນ, ທ່ານ ທອງແດງ ອິດທິສິດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ລົງຕິດຕາມຊຸກຍູ້ການ ກໍ່ສ້າງທາງເບຕົງເສີມເຫລັກທີ່ຍັງ ບໍ່ທັນສໍາເລັດ ຂອງບ້ານດົງນ້ອຍ. ເສັ້ນທາງດັ່ງກ່າວ, ທີ່ພວມ ກໍ່ສ້າງມີຄວາມຍາວ 270 ແມັດ, ກວ້າງ 3 ແມັດ, ມູນຄ່າການກໍ່ສ້າງ ຂັ້ນເບື້ອງຕົ້ນ 107 ລ້ານກວ່າກີບ ໂດຍໄດ້ຮັບການປະກອບສ່ວນ ຊ່ວຍເຫລືອຈາກຫລາຍພາກສ່ວນ ແລະ ຄາດວ່າຈະໃຫ້ສຳເລັດໃນ ໄວໆນີ້. ໃນການລົງກວດກາຕິດຕາມໃນ ຄັ້ງນີ້, ປະທານຄະນະກຳມະການ ປົກຄອງເມືອງ ກໍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຄະນະນໍາຂອງບ້ານ ແລະ ພໍ່ແມ່ປະຊາຊົນທີ່ເອົາໃຈໃສ່ ປະກອບສ່ວນເຫື່ອແຮງຢ່າງຕັ້ງ ໜ້າເຮັດໃຫ້ວຽກງານການກໍ່ສ້າງ ເສັ້ນທາງດັ່ງກ່າວ ມີຄວາມຄືບໜ້າ ຫລາຍຈົນເກືອບຈະສໍາເລັດ ພ້ອມ ທັງໄດ້ແນະນຳໃຫ້ອົງການປົກຄອງ ບ້ານ ແລະ ປະຊາຊົນ ໃຫ້ເຮັດຕາມ ຂັ້ນຕອນຂອງການສ້າງເສັ້ນທາງເບ ຕົງ ເພື່ອໃຫ້ມີຄວາມທົນທານ ແລະ ບໍ່ເປ່ເພໄວ ນໍາໃຊ້ໄດ້ຍາວນານ. ຂ່າວ-ພາບ: ເກດສະດາພອນ ສີທໍາມະວັນ ຟັງການນໍາສະເໜີເອກະສານເຊື່ອມ ຊຶມ ແລະ ຜັນຂະຫຍາຍມະຕິ ຂອງ ກົມການເມືອງສູນກາງພັກ ເລກທີ 26/ກມສພ, ວ່າດ້ວຍການເພີ່ມທະ ວີ ການນໍາພາ-ຊີ້ນໍາຂອງຄະນະພັກ ທຸກຂັ້ນ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສພຂ ຊຸດທີ V; ເອກະສານ ກ່ຽວກັບການເພີ່ມທະວີການນໍາພາ ແນວຄິດ ແລະ ເສີມຂະຫຍາຍສິດ ປະຊາທິປະໄຕ ເພື່ອເລືອກຕັ້ງ ສສຊ ຊຸດທີ X ແລະ ສພຂ ຊຸດທີ V; ເອ ກະສານເຊື່ອມຊຶມ ແລະ ກຳແໜ້ນ ກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສພຂ; ເອກະສານເຊື່ອມ ຊຶມ ແລະ ຈັດຕັ້ງປະຕິບັດແຜນດໍາ ເນີນງານຂອງຄະນະກຳມະການ ເລືອກຕັ້ງຂັ້ນແຂວງ ສະບັບເລກທີ 12/ຄລຂ, ລົງວັນທີ 5 ມັງກອນ 2026; ເອກະສານແຈ້ງການແນະ ນໍາຂອງຄະນະກຳມະການເລືອກ ຕັ້ງຂັ້ນແຂວງ ສະບັບເລກທີ 14/ ຄປລຂ, ກ່ຽວກັບການສ້າງແຜນ ງົບປະມານຮັບໃຊ້ການເລືອກຕັ້ງ ສສຊ ຊຸດທີ X ແລະ ສພຂ ຊຸດທີ V. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ ເອົາໃຈໃສ່ຮັບຟັງຄົ້ນຄວ້າ, ເຊື່ອມຊຶມ ແລະ ປະກອບຄໍາຄິດເຫັນໃສ່ແຕ່ລະ ບັນດາເອກະສານເພື່ອຄວາມເຂົ້າໃຈ ເປັນເອກະພາບ ແລະ ເປັນບ່ອນ ອີງໃນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ ໃຫ້ມີຜົນສໍາເລັດເປັນ ຢ່າງດີ. ໂອກາດນີ້, ທ່ານນາງມີນາພອນ ໄຊສົມພູ ໄດ້ກ່າວວ່າ: ການຝືກ ອົບຮົມຄັ້ງນີ້ ກໍເພື່ອເຮັດໃຫ້ການ ກະກຽມ ແລະ ດໍາເນີນການເລືອກ ຕັ້ງຖືກຕ້ອງຕາມເນື້ອໃນຈິດໃຈຊີ້ ນໍາຂອງກົມການເມືອງສູນກາງ ພັກວ່າດ້ວຍການເພີ່ມທະວີການຊີ້ ນໍາຂອງພັກຕໍ່ຊຸດການເລືອກຕັ້ງ ສສຊ ຊຸດທີ X ປະຈຳເຂດເລືອກ ຕັ້ງທີ 17 ແລະ ສພຂ ຊຸດທີ V, ເພື່ອ ເຊື່ອມຊຶມ ບັນດາເອກະສານສໍາຄັນ ກ່ຽວກັບການເລືອກຕັ້ງ, ແນະນໍາ ການກະກຽມ ແລະ ດຳເນີນການ ເລືອກຕັ້ງໃຫ້ຖືກຕ້ອງຕາມກົດໝາຍ ແລະ ມີຄວາມເປັນເອກະພາບໃນ ແຕ່ລະຂັ້ນ; ເພື່ອສຶກສາອົບຮົມການ ເມືອງ-ແນວຄິດ ແລະ ປຸກລະດົມ ການເສີມຂະຫຍາຍຈິດໃຈຮັກຊາດ, ການໃຊ້ສິດປະຊາທິປະໄຕ ໃນການ ເລືອກຕັ້ງ, ຍົກສູງສະຕິຮັກຊາດ, ມີຄວາມເປັນເອກະພາບ ແລະ ຄວາມສາມັກຄີປອງດອງ, ມີສະຕິ ລະວັງຕົວ, ເປັນເຈົ້າການຕອບ ຕ້ານກົນອຸບາຍ ແລະ ການທຳລາຍ ຂອງພວກປໍລະປັກ ທີ່ຫວັງມ້າງເພ ທຳລາຍລະບອບໃໝ່ຂອງພວກເຮົາ. ຂ່າວ: ວິນັດ ສີສຸລາດ

RkJQdWJsaXNoZXIy MTc3MTYxMQ==