7193

12/01/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d (ຂໍ້ມູນຈາກ ແຂວງບໍ່ແກ້ວ)ໍ້ ມູນໍ່ ແ້ ວ dkodtmezy fdj P;da [1kgl[8y f ໂດຍ: ພະແກ້ວຈ່ອຍ ບົວສາມາດ ້ ວ່ ອົ ວ *ງາມພັກ ງາມຊາດພ້ອມ ຫອມຮັກບໍ່ເຫີຍຫາຍ ຫອມກາຍໃຈສະເໜຫາ ຊາດປະຊາບໍ່ລືມໄດ້ ເທີດທູນໃນມະໂນນ້ອມ ຖະໜອມແພງໄປຕະຫລອດ ສຸດຍອດພັກ ພາຕໍ່ສູ້ ຊູຊາດລາວເອກອ້າງ ສັນສ້າງພັດທະນາ ພັກນັ້ນປຸນປຽບຟ້າ ຕາເວັນສ່ອງເຍືອງແສງ ອົບອຸ່ນທໍລະນີນາງ ແມ່ປະຖະພີພື້ນ ພັກຄືສາຍຂອງນ້ຳ ນະທີເຢັນໃສສ່ອງ ລ້າງສິ່ງໝອງໝົ່ນເສົ້າ ເງົາອະທຳບາບບ້າ ປະຊາຊ້ອຍຊື່ນຊົມ ລົມໜາວເບີຍເບີກຟ້າ ຈຳປາເບັ່ງບານສະໄໝ ຮ້ອຍມາໄລພວງຫອມ ຖະໜອມຍໍຖວາຍພັກ ຊາດລາວວັນນີ້ ຄວາມດີແນວທາງສ້າງ ສີວິໄລໃສສະອາດ ບົດບາດສູງເດັ່ນພົ້ນ ສາກົນຍັງຮັບຮູ້ ຊູຊັ້ນຊາດແຜ່ນດິນ ພັກປະຊາຊົນ ບໍ່ເສື່ອມສິ້ນ ຄືດິນຄູ່ເວຫາ ດວງດາລາຄຽງເດືອນ ເດັ່ນງາມປະດັບເອ້ ພັກບໍ່ເພພັງມ້າງ ງາມແນວທາງທັງລະບອບ ລະບຽບແຜນວຽກກ້າວ ພາລາວເດີນພຸ່ງພົ້ນ ສັງຄົມນິຍົມວາດໄວ້ ໃສແຈ້ງສ່ອງສະໄໝ ອວຍພອນພັກຈົ່ງໄດ້ ຍືນຍິ່ງເທຍລະຄາ ຕາບຊົ່ວອາວະສານສຸດ ໂລກພັງທະລາຍມ້າງ ພາລະກິດ ສັນສ້າງ ທັງປົກປັກຮັກປະເທດ ສ້າງສາພັດທະນາຮອບດ້ານ ໂດຍແມ້ງດັ່ງປະສົງ ອວຍພອນຊາດຈົ່ງກ້າວ ຂາວຜ່ອງງາມສະໄໝ ໃສດັ່ງຈັນວັນເພັງ ພຸ່ງພະໂຍມແຍງດ້າວ ຊາວປະຊາລາວ ເຂັ້ມ-ແຂງສະກັນໃສສ່ອງ ຜູ້ນຳເດີນຖືກຕ້ອງ ຕາມຄອງພັກບອກຊີ້ ທະວີຂຶ້ນຊາດຮຸ່ງເຮືອງແທ້ນາ ,v[cfj ra d “ ” ຂປລ. ກັບມາພໍ້ກັບຄໍລຳ“ຊີວິດກົດໝາຍ” ໜັງສືພິມປະເທດລາວ ມື້ນີ້, ຂໍມານຳສະເໜີປະມວນກົດ ໝາຍອາຍາ ຊຶ່ງສະບັບນີ້ຂໍສະເໜີ ໃນ “ໝວດທີ 8 ການກະທຳຜິດ ກ່ຽວກັບຢາເສບຕິດ” ໃຫ້ພວກເຮົາ ໄດ້ຮັບຮູ້ນຳກັນ ໂດຍສະເໜີມາດຕາ 314 - 315 ແລະ ສະບັບໜ້າຈຶ່ງຈະ ມາສະເໜີຕື່ມ. ຢູ່ໃນປະມວນກົດໝາຍອາຍາ ມາດຕາ 314 ໄດ້ລະບຸວ່າ: ການຜະ ລິດ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີ ໄວ້ໃນຄອບຄອງ ຫລື ນຳເຂົ້າ, ສົ່ງ ອອກ ຫລື ນຳເຮໂຣອິນ, ມອກຟີນ ຫລື ໂຄເຄນຜ່ານ ສປປ ລາວ ບຸກຄົນໃດຫາກຜະລິດ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນຄອບ ຄອງ ຫລື ນຳເຂົ້າ, ສົ່ງອອກ ຫລື ນຳເຮໂຣອິນ, ມອກຟີນ ຫລື ໂຄ ເຄນ ຜ່ານສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຕໍ່າກວ່າໜຶ່ງ ຮ້ອຍ (100) ກຣາມ ຈະຖືກລົງ ໂທດຕັດອິດສະລະພາບແຕ່ສິບປີ ຫາ ສິບຫ້າປີ ແລະ ຈະຖືກປັບ ໃໝ ແຕ່ 50.000.000 ກີບ ຫາ 100.000.000 ກີບ ແລະ ຈະຖືກ ຮິບຊັບ. ບຸກຄົນໃດຫາກຜະລິດ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນຄອບ ຄອງ ຫລື ນຳເຂົ້າ, ສົ່ງອອກ ຫລື ນຳເຮໂຣອິນ, ມອກຟືນ ຫລື ໂຄເຄນ ຜ່ານ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ເປັນອາຈີນ ຫລື ມີການຈັດຕັ້ງເປັນກຸ່ມ ຫລື ມີເຮໂຣ ອິນ, ມອກຟືນ ຫລື ໂຄເຄນ ແຕ່ໜຶ່ງ ຮ້ອຍ (100) ກຣາມ ຫາ ສາມ ຮ້ອຍ (300) ກຣາມ ຈະຖືກ ລົງໂທດຕັດອິດສະລະພາບແຕ່ສິບ ຫ້າປີຫາຊາວປີ ແລະ ຈະຖືກປັບ ໃໝ ແຕ່ 100.000.000 ກີບ ຫາ 500.000.000 ກີບ ແລະ ຈະຖືກ ຮິບຊັບ. ບຸກຄົນໃດຫາກຜະລິດ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນຄອບ ຄອງ ຫລື ນຳເຂົ້າ, ສົ່ງອອກ ຫລື ນຳ ເຮໂຣອິນ, ມອກຟືນ ຫລື ໂຄເຄນ ຜ່ານສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ເກີນກວ່າສາມຮ້ອຍ (300) ກຣາມ ຫາ ຫ້າຮ້ອຍ (500) ກຣາມ ຈະຖືກລົງໂທດຕັດ ອິດສະລະພາບຕະຫລອດຊີວິດ ແລະ ຈະຖືກປັບໃໝ ແຕ່ 500.000.000 ກີບ ຫາ 1.000.000.000 ກີບ ແລະ ຈະຖືກຮິບຊັບ. ບຸກຄົນໃດຫາກຜະລິດ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນຄອບ ຄອງ ຫລື ນຳເຂົ້າ, ສົ່ງອອກ ຫລື ນຳເຮໂຣອິນ, ມອກພີນ ຫລື ໂຄເຄນ ຜ່ານສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ເກີນກວ່າຫ້າຮ້ອຍ (500) ກຣາມ ຂຶ້ນໄປ ຈະຖືກ ລົງໂທດປະຫານຊີວິດ ແລະ ຈະຖືກ ຮິບຊັບ. ການກະກຽມໃຫ້ແກ່ການ ກະທຳຜິດ, ຄວາມພະຍາຍາມກໍ່ ການກະທຳຜິດກໍຈະຖືກລົງໂທດ. ສຳລັບມາດຕາ 315 ການຜະ ລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫລື ນຳ ເຂົ້າ, ສົ່ງອອກ ຫລື ນຳຢາອີ, ຢາບ້າ, ຢາໄອຣ (Ice) ຫລື ມີວັດຖຸອອກ ລິດຕໍ່ຈິດປະສາດຜ່ານ ສປປ ລາວ. ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ ໃນຄອບຄອງ ຫລື ນຳເຂົ້າ, ສົ່ງ ອອກ ຫລື ນຳຢາອີ, ຢາບ້າ, ຢາ ໄອສ (Ice) ຫລື ມີວັດຖຸອອກລິດ ຕໍ່ຈິດປະສາດຜ່ານສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຕຳ ກວ່າໜຶ່ງຮ້ອຍ (100) ກຣາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກ ປັບໃໝແຕ່ 10.000.000 ກີບຫາ 100.000.000 ກີບ ແລະ ຈະຖືກ ຮິບຊັບ. ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ ໃນຄອບຄອງ ຫລື ນຳເຂົ້າ, ສົ່ງ ອອກ ຫລື ນຳຢາອີ, ຢາບ້າ, ຢາ ໄອສ (Ice) ຫລື ມີວັດຖຸອອກລິດ ຕໍ່ຈິດປະສາດຜ່ານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນ ອາຈີນ ຫລື ມີການຈັດຕັ້ງເປັນກຸ່ມ ຫລື ມີຢາອີ, ຢາບ້າ, ຢາໄອສ (Ice) ຫລື ມີວັດຖຸອອກລິດຕໍ່ຈິດປະສາດ ແຕ່ໜຶ່ງຮ້ອຍ (100) ກຣາມ ຫາ ຫ້າຮ້ອຍ (500) ກຣາມ ຈະຖືກ ລົງໂທດຕັດອິດສະລະພາບແຕ່ສິບ ປີ ຫາ ຊາວປີ ແລະ ຈະຖືກປັບ ໃໝ 100.000.000 ກີບ ຫາ 500.000.000 ກີບ ແລະ ຈະຖືກ ຮິບຊັບ. ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ ໃນຄອບຄອງ ຫລື ນຳເຂົ້າ, ສົ່ງ ອອກ ຫລື ນຳຢາອີ, ຢາບ້າ, ຢາ ໄອສ (Ice) ຫລື ວັດຖຸອອກລິດຕໍ່ ຈິດປະສາດຜ່ານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເກີນ ກວ່າຫ້າຮ້ອຍ (500) ກຣາມ ຫາ ສາມ (3) ກິໂລກຣາມ ຈະ ຖືກລົງໂທດຕັດອິດສະລະພາບຕະ ຫລອດຊີວິດ ແລະ ຈະຖືກປັບໃໝ ແຕ່ 500.000.000 ກີບ ຫາ 1.000.000.000 ກີບ ແລະ ຈະ ຖືກຮິບຊັບ. ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນ ຄອບຄອງຫລືນຳເຂົ້າ, ສົ່ງອອກຫລື ນຳຢາອີ, ຢາບ້າ, ຢາໄອສ (Ice) ຫລື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເກີນກວ່າສາມ (3) ກິໂລກຣາມຂຶ້ນໄປຈະຖືກລົງໂທດປະ ຫານຊີວິດ. ການກະກຽມໃຫ້ແກ່ການ ກະທຳຜິດ, ຄວາມພະຍາຍາມກໍ່ການ ກະທຳຜິດກໍຈະຖືກລົງໂທດ. (ພໍ້ກັບສະບັບໜ້າ). ຂປລ. ເທສະການດອກງິ້ວບານ ຄັ້ງທີ 23 ຈະຈັດຂຶ້ນໃນລະຫວ່າງ ວັນທີ 30-31 ມັງກອນ 2026 ທີ່ຈະມາເຖິງນີ້ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍຈະມີການປະ ສົມປະສານລະຫວ່າງການຄ້າ, ສິລະປະ ແລະ ວັດທະນະທຳພື້ນ ເມືອງໃຫ້ມີຄວາມຫລາກຫລາຍ ໃນນີ້, ຈະມີການຈັດຕະຫລາດນັດ ວັດທະນະທຳ ຊຶ່ງຈະເລີ່ມແຕ່ວັນທີ 17 ມັງກອນ 2026 ທີ່ດອນຊາວ ພ້ອມທັງຈະມີການວາງສະແດງສິນ ຄ້າຜະລິດຕະພັນທ້ອງຖິ່ນຈົນໄປ g-u omj P;'kogmltdkofvd';[ko 7A 'mu 23 9t9a f0B omh kpgfn vo,a 'dvooU Y ຮອດທ້າຍເດືອນ ເພື່ອໃຫ້ນັກທ່ອງ ທ່ຽວໄດ້ຮັບປະສົບການທີ່ເລິກເຊິ່ງ ໃນວິຖີຊີວິດ ແລະ ວັດທະນະທຳ ຂອງລາວ ໂດຍສະເພາະຂອງແຂວງ ບໍ່ແກ້ວ. ເທສະການດອກງິ້ວບານ ຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມືລະຫວ່າງ ແຂວງບໍ່ແກ້ວ ກັບສະພາບໍລິຫານ ເຂດເສດຖະກິດພິເສດສາມຫລ່ຽມ ຄຳ ແລະ ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ສໍາລັບວັນທີ 30 ແລະ 31 ມັງກອນ ແມ່ນຈະໄດ້ມີການສະ ເຫລີມສະຫລອງເທສະການດອກ ງິ້ວບານ ຄັ້ງທີ 23 ຢ່າງຍິ່ງໃຫຍ່ ໂດຍຈະມີກິດຈະກຳການປະກວດ “ນາງສາວດອກງິ້ວບານ” ທີ່ເວທີ ສະແດງດອນຊາວ ຊຶ່ງເປັນກິດຈະ ກຳຫລັກສະແດງໃຫ້ເຫັນເຖິງມົນ ສະເໜ່ຂອງສະຖານທີ່ທ່ອງທ່ຽວທີ່ ທັນສະໄໝ, ຄວາມງົດງາມທີ່ເປັນ ເອກະລັກສະເພາະຄວບຄູ່ກັບຄວາມ ທັນສະໄໝຂອງແມ່ຍິງລາວ. ນອກ ນັ້ນ, ໃນໂຮງແຮມດາວງິ້ວຄຳຍັງ ໄດ້ຈັດວາງສະແດງສິລະປະສາກົນ ສາມຫລ່ຽມຄຳສັນຕິພາບທີ່ເປັນ ການບັນທຶກການປ່ຽນແປງທາງ ປະຫວັດສາດ ໂດຍຜ່ານສິລະປະ, ເຜີຍແຜ່ວິໄສທັດຂອງການພັດທະ ນາ ແລະ ສັນຕິພາບ. ພ້ອມນີ້, ຍັງ ມີການສະແດງສິລະປະ-ວັດທະນະ ທຳລາວ ແລະ ສະແດງຄອນເສີດ “ລາວ-ຈີນ ຄວາມຮັກແພງສະໜິດ ສະໜົມແບບຄອບຄົວ” ຕື່ມອີກ. ເຖິງແນວໃດກໍຕາມ, ປັດຈຸບັນ ຄະນະຮັບຜິດຊອບຈັດງານໄດ້ມີ ການກະກຽມງານ ແລະ ມີຄວາມ ພ້ອມເປັນທີ່ຮຽບຮ້ອຍແລ້ວສະນັ້ນ, ຂໍເຊີນຊວນນັກທ່ອງທ່ຽວ ແລະ ນັກ ທຸລະກິດຈາກທົ່ວໂລກມາເຕົ້າໂຮມ ກັນຢູ່ລຽບແຄມແມ່ນ້ຳຂອງ ເພື່ອ ສຳຜັດກັບບັນຍາກາດທີ່ຕື່ນເຕັ້ນ ໃນປີນີ້ ຈາກການປະສົມປະສານ ປະເພນີ ແລະ ຄວາມທັນສະໄໝທີ່ ຫລາກຫລາຍ ແລະ ໜ້າປະທັບໃຈ. (ຂໍ່ານັບຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ) ໍ່ າັ ບົ ມີ ຍຸ ມ່ ັ້ງີ ັ ກ

RkJQdWJsaXNoZXIy MTc3MTYxMQ==