12/01/2026 ຖະແຫລງຜົນສຳເລັດ...ົັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ເປີດກວ້າງການພົວພັນກັບພັກການເມືອງແລະຂະບວນການກ້າວໜ້າຢູ່ໃນໂລກ; ປະຕິບັດຢ່າງເຂັ້ມງວດຫລັກການ ລວມສູນເປັນເອກະພາບ, ປັບປຸງກົນໄກການຊີ້ນໍາ ແລະ ເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ວ່ອງໄວ ແລະ ທັນ ການ. ສໍາລັບທິດທາງໃນຕໍ່ໜ້າ, ຄາດວ່າສະພາບການພາກພື້ນ ແລະ ສາກົນ ຍັງຈະສືບຕໍ່ມີຄວາມສະຫລັບຊັບ ຊ້ອນປ່ຽນແປງຢ່າງໄວວາ ແລະ ຄາດຄະເນໄດ້ຍາກ ແລະ ມີທ່າອ່ຽງຂອງການນໍາໃຊ້ກໍາລັງ ເພື່ອແກ້ໄຂບັນຫາ ຂັດແຍ້ງຫລາຍຂຶ້ນ. ເພື່ອຮັບປະກັນຜົນປະໂຫຍດແຫ່ງຊາດ, ພັກ ຈະສືບຕໍ່ຍຶດໝັ້ນນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ຢ່າງໜັກແໜ້ນ ຕາມທິດນໍາຂອງໂຄງການການເມືອງ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເພື່ອສ້າງເງື່ອນໄຂສະພາບແວດລ້ອມເອື້ອອໍາ ນວຍ ແກ່ການປະຕິບັດສອງໜ້າທີ່ຍຸດທະສາດ; ສືບຕໍ່ເປີດກວ້າງການພົວພັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ພ້ອມທັງ ຖືສໍາຄັນການພົວພັນຮອບດ້ານກັບບັນດາປະເທດໃກ້ຄຽງ, ເພື່ອນມິດຍຸດທະສາດ, ດໍາເນີນການ ເຊື່ອມໂຍງ-ເຊື່ອມຈອດເຂົ້າໃນພາກພື້ນ ແລະ ສາກົນ, ສ້າງຄວາມເປັນເຈົ້າການ ແລະ ເປັນເຈົ້າຕົນເອງ ໃນການ ພົວພັນຮ່ວມມືກັບສາກົນ ແບບຫລາຍທິດຫລາຍຝ່າຍ ຫລາຍຮູບແບບ ແລະ ຫລາຍລະດັບ ທັງສາຍພັກ ແລະ ສາຍ ລັດ ບົນພື້ນຖານການເຄົາລົບເອກະລາດ, ອຳນາດອະທິປະໄຕເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຜົນສໍາເລັດຂອງກອງປະຊຸມໃຫຍ່ໃນຄັ້ງນີ້, ໄດ້ມີພັກການເມືອງຕ່າງປະເທດ ຈໍານວນ 47 ພັກ ສົ່ງໂທລະເລກ ອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເປັນຕົ້ນ ຈາກ ສສ ຫວຽດນາມ, ສປ ຈີນ, ສປປ ເກົາຫລີ, ກູບາ, ກໍາປູເຈຍ, ຣັດເຊຍ, ມົງໂກລີ, ປອກຕຸຍການ, ອາແຊກໄບຊານ, ເຢຍລະມັນ, ອູແກຣນ, ອົດສະຕຣາລີ, ເບລາຣຸດຊີ, ນິກາລາກົວ, ເກຣັັກ, ແອັດສະປາຍ, ເປຣູ, ກາຊັກສະຖານ, ອິນເດຍ, ອັງກິດ, ຮົງກາຣີ, ນອກແວ, ໄຊປຣັດ, ຝຣັ່ງ, ຍີ່ປຸ່ນ, ແດນມາກ, ອຽກລັງ, ອາເມລິກາ, ອີຣັກ, ແຊັກບີ, ເມັກຊິກ, ໄທ, ສະວິດ, ອີຕາລີ, ສີລັງກາ, ບຣາຊິນ, ຊີເລ, ສະວາຊີແລນ ແລະ ຄາດວ່າ ຍັງຈະມີຫລາຍໆພັກຕື່ມ ອີກ. ນອກນັ້ນ, ຍັງມີເພື່ອນມິດຕ່າງປະເທດ ເຊັ່ນ: ສະຫາຍ ເລ ຮວາຍ ຈຸງ ເລຂາທິການສູນກາງພັກ, ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງສສຫວຽດນາມ, ຜູ້ຕາງໜ້າພິເສດຂອງສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບແລະພົບປະການນໍາຂອງສປປລາວໃນໂອກາດເດີນທາງ ມາຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ພ້ອມ ດຽວກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ສະໄໝທີ XII ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ເພື່ອມອບສານຊົມເຊີຍຈາກ ສະຫາຍ ສີ ຈິ້ນຜິງ ເລຂາ ທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ. ສະຫາຍ ທອງສະຫວັນ ພົມວິຫານ ໃຫ້ຮູ້ອີກວ່າ: ກອງປະຊຸມໃຫຍ່ ໄດ້ພິຈາລະນາ, ຮັບຮອງເອົາຫລາຍເອກະ ສານສຳຄັນຂອງພັກ, ລັດ ເປັນຕົ້ນ ໂຄງການການເມືອງ ສະບັບທີ3 ຂອງພັກ, ບົດລາຍງານການເມືອງ ຂອງຄະນະ ບໍລິຫານງານສູນກາງພັກ ສະໄໝທີ XI, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (20262030), ຮັບຮອງເອົາກົດລະບຽບພັກ ສະໄໝທີ XII. ພ້ອມນີ້, ກອງປະຊຸມ ຍັງໄດ້ເປັນເອກະສັນກັນ ເລືອກຕັ້ງ ເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງປະກອບດ້ວຍກໍາມະການສົມບູນ 73 ສະຫາຍ ແລະ ກໍາມະ ການສໍາຮອງ 15 ສະຫາຍ ເພື່ອເປັນແກ່ນສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດ, ສ້າງບາດກ້າວບຸກທະລຸ ໃນການສ້າງ ການຫັນປ່ຽນທີ່ແຂງແຮງ ໃນການພັດທະນາ ແລະ ພາປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ. ໃນກອງປະຊຸມ ຄົບຄະນະຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຍັງໄດ້ເປັນເອກະພາບເລືອກຕັ້ງ ເອົາກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ, ເລືອກເອົາກໍາມະການຄະນະເລຂາທິການ ສູນກາງພັກ 11 ສະຫາຍ. ກອງປະຊຸມ ໄດ້ເປັນເອກະພາບ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກອີກໜຶ່ງສະໄໝ. ພ້ອມກັນນັ້ນ, ກໍໄດ້ເລືອກເອົາ ສະຫາຍ ພົນເອກວິໄລຫລ້າຄໍາ ຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ. ກອງປະຊຸມ ຍັງໄດ້ເລືອກປະທານ, ຮອງປະທານຄະນະ ກວດກາສູນກາງພັກປະກອບດ້ວຍ 6 ສະຫາຍ ໂດຍແມ່ນ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານ. ພາຍຫລັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຈະດໍາເນີນ ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ V ໃນວັນທີ 22 ກຸມພາ 2026. ຄາດຄະເນ ການກະກຽມ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ຈະຈັດຂຶ້ນໃນວັນທີ 23-28 ມີນາ 2026 ທີ່ຈະມາເຖິງນີ້. ຂ່າວ-ພາບ: ທະນູທອງ ໄດ້ຕົກລົງຊີ້ນໍາວຽກງານຮ່ວມມືກັບຕ່າງປະເທດ ຄື: ຈະສືບຕໍ່ການພົວພັນ ຮ່ວມມືກັບຕ່າງປະເທດ ແບບຫລາຍທິດ, ຫລາຍຝ່າຍ, ຫລາຍຮູບແບບ ແລະ ຫລາຍລະດັບບົນພື້ນຖານການເຄົາລົບເອກະລາດ, ອຳນາດອະທິປະໄຕ ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ສ້າງສະພາບແວດລ້ອມ ສາກົນ ທີ່ເອື້ອອຳນວຍໃຫ້ແກ່ການປະຕິບັດສອງໜ້າທີ່ຍຸດທະສາດ, ຖືເອົາ ການສ້າງຄວາມເຂັ້ມແຂງ, ຄວາມເປັນເຈົ້າຕົນເອງ ສົມທົບການຍາດແຍ່ງ ກຳລັງແຮງ ຂອງຍຸກສະໄໝ ເຂົ້າໃນການພັດທະນາ, ຍົກລະດັບຂີດຄວາມ ສາມາດແຂ່ງຂັນ ແລະ ການເຊື່ອມໂຍງກັບສາກົນຢ່າງເປັນເຈົ້າການ; ສືບ ຕໍ່ຍຶດໝັ້ນ ແລະ ສະໜັບສະໜູນ ການຮ່ວມມືຫລາຍຝ່າຍ, ເຄົາລົບກົດບັດ ສະຫະປະຊາຊາດ ແລະ ສະໜັບສະໜູນການແກ້ໄຂຂໍ້ຂັດແຍ້ງໂດຍສັນຕິວິທີ; ສະຫາຍເລຂາທິການໃຫຍ່ ໂຕ ເລິມ ທີ່ໄດ້ແຕ່ງຕັ້ງ ຜູ້ຕາງໜ້າພິເສດ ມາຊົມເຊີຍຜົນສໍາເລັດກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ຖືໂອກາດນີ້ ຝາກຄວາມຂອບ ໃຈຢ່າງຈິງໃຈ ໂດຍຜ່ານສະຫາຍ ຜູ້ຕາງໜ້າພິເສດ ໄປຍັງສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ແລະ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ກໍຄື ປະຊາ ຊົນຫວຽດນາມອ້າຍນ້ອງ ທີ່ໄດ້ສົ່ງ ສານອວຍພອນຊົມເຊີຍ ແລະ ໃຫ້ ການສະໜັບສະໜູນຊ່ວຍເຫລືອ ກອງປະຊຸມໃຫຍ່ໃນຄັ້ງນີ້ ໄດ້ຮັບ ຜົນສໍາເລັດຢ່າງຈົບງາມ. ການມາ ອວຍພອນ ແລະ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຂອງຄະນະ ຖືເປັນ ຄະນະຜູ້ແທນຕ່າງປະເທດທໍາອິດ ຊຶ່ງເປັນການສະແດງໃຫ້ເຫັນເຖິງ ຄວາມເອົາໃຈໃສ່ ແລະ ຖືສໍາຄັນ ຂອງພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງ ທີ່ມີຕໍ່ພັກ ແລະ ປະຊາຊົນລາວ ບັນດາເຜົ່າ ກໍຄື ຕໍ່ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ. ສະ ຫາຍເລຂາທິການໃຫຍ່, ປະທານ ປະເທດ ທອງລຸນ ສີສຸລິດ ຍັງໄດ້ ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ທີ່ເປັນເຫດ ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເພື່ອມອບໂທລະເລກ ຊົມເຊີຍຈາກ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະ ການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອ ກາດສໍາເລັດກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ ແລະ ໄດ້ຮັບເລືອກ ຕັ້ງເປັນ ເລຂາທິການໃຫຍ່ ພັກ ປປ ລາວ ໃນກອງປະຊຸມດັ່ງກ່າວ. ສະຫາຍ ທອງລຸນ ສີສຸລິດ ໄດ້ ສະແດງຄວາມຂອບໃຈ ຕໍ່ ສະຫາຍ ທູດ ທີ່ໄດ້ນໍາເອົາໂທລະເລກດັ່ງ ກ່າວມາມອບໃຫ້ຢ່າງທັນການແລະ ຕີລາຄາສູງ ຕໍ່ໂທລະເລກຊົມເຊີຍ ຂອງ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ຕໍ່ຜົນສໍາເລັດຂອງກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ; ໄດ້ແຈ້ງຜົນສໍາເລັດຂອງ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ໃຫ້ທູດຈີນຊາບ ແລະ ຂອບໃຈ ພັກກອມມູນິດຈີນ ທີ່ໃຫ້ ການສະໜັບສະໜູນ ແລະ ຊ່ວຍ ເຫລືອ ພັກ ປປ ລາວ ມາໂດຍຕະ ຫລອດ, ລວມທັງການກະກຽມກອງ ປະຊຸມໃຫຍ່ ຄັ້ງທີ XII; ຄະນະບໍລິ ຫານງານສູນກາງພັກ ປປ ລາວ ຈະ ຍຶດໝັ້ນສະໜັບສະໜູນຢ່າງສະເໝີ ຕົ້ນສະເໝີປາຍ ຕໍ່ຫລັກການປະເທດ ຈີນດຽວ, ສະໜັບສະໜູນ ສະຫາຍ ຈີນ ໃນການຮັກສາຜົນປະໂຫຍດທີ່ ເປັນແກນກາງຂອງຕົນ ໂດຍສະ ເພາະບັນຫາໄຕ້ຫວັນ, ຊິນຈ່ຽງ, ເຂດບໍລິຫານພິເສດຮົງກົງ; ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າຮ່ວມ ສະຫາຍ ຄຳພັນ ເຜີຍຍະວົງ ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ຮັບເລືອກຕັ້ງເປັນຄະນະບໍລິ ຫານງານສູນກາງພັກ ສະໄໝທີ XII ແລະ ເປັນໜຶ່ງໃນ 13 ສະຫາຍ ທີ່ໄດ້ ຖືກເລືອກຕັ້ງເປັນກຳມະການກົມ ການເມືອງສູນກາງພັກ ໃນກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ໄດ້ຈັດຂຶ້ນໃນວັນທີ 6-8 ມັງກອນ 2026 ຜ່ານມາ. ໂອກາດນີ້, ສະຫາຍ ຄຳພັນ ເຜີຍ ຍະວົງ ໄດ້ສະແດງຄວາມຊົມເຊີຍຕໍ່ ບັນດາສະຫາຍ ຄະນະພັກ, ຄະນະ ນຳ, ຫົວໜ້າກົມ, ຮອງກົມອ້ອມຂ້າງ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ເຂົ້າມາສະແດງຄວາມຍິນດີ- ຊົມເຊີຍ ໃນຄັ້ງນີ້, ພ້ອມທັງຢືນຢັນ ວ່າ ຈະສຸມທຸກຄວາມພະຍາຍາມ ເຂົ້າໃນການຈັດຕັ້ງປະຕິບັດວຽກ ງານ ທີ່ໄດ້ຮັບມອບໝາຍ ໃນຖານະ ເປັນກຳມະການກົມການເມືອງສູນ ກາງພັກ ໃຫ້ມີຜົນສຳເລັດຕາມການ ມອບໝາຍ ແລະ ຈະສືບຕໍ່ນຳພາຄະນະພັກ-ຄະນະນຳ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຊີ້ນຳ ວຽກງານຮອບດ້ານ ພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ໄດ້ຮັບການພັດທະນາ ແລະ ມີ ຜົນສຳເລັດຂຶ້ນໄປເລື້ອຍໆ. ສະຫາຍລາວປາວຊົ່ງນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົມ ຮົມສູນກາງພັກ ໄດ້ຕາງໜ້າຄະນະ ສະແດງຄວາມຍິນດີ ແລະ ຊົມເຊີຍ ຢ່າງສຸດໃຈ ຕໍ່ສະຫາຍ ຄຳພັນ ເຜີຍຍະວົງ ທີ່ໄດ້ຮັບເລືອກຕັ້ງໃຫ້ ເປັນກຳມະການກົມການເມືອງສູນ ກາງພັກ ໃນຄັ້ງນີ້ ຊຶ່ງສະແດງໃຫ້ ເຫັນເຖິງຜົນງານ, ຄວາມຮູ້, ຄວາມ ສາມາດ ແລະ ຄຸນສົມບັດສິນທຳ ປະຕິວັດ, ມີຄວາມຮັບຜິດຊອບແລະ ການອຸທິດແຮງກາຍ-ແຮງໃຈ ຂອງ ສະຫາຍ ຕໍ່ການປະຕິບັດໜ້າທີ່ ເພື່ອ ຮັບໃຊ້ພັກ ແລະ ປະເທດຊາດ ຢ່າງ ຕໍ່ເນື່ອງ. ພ້ອມທັງອວຍພອນໃຫ້ ສະຫາຍ ຄຳພັນ ເຜີຍຍະວົງ ຈົ່ງ ປະສົບຜົນສຳເລັດໃນການປະຕິບັດ ໜ້າທີ່ອັນສຳຄັນ ເພື່ອນຳພາ-ພາລະ ກິດການເມືອງ ແລະ ການພັດທະ ນາປະເທດຊາດ ໃຫ້ກ້າວໜ້າຢ່າງ ຕໍ່ເນື່ອງ. ໃນວັນດຽວກັນ, ຕາງໜ້າການ ນຳແຂວງສາລະວັນ ນຳໂດຍ ສະ ຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງສາລະວັນ ກໍ ໄດ້ນຳພາຄະນະເຂົ້າສະແດງຄວາມ ຍິນດີ ແລະ ຊົມເຊີຍ ຕໍ່ສະຫາຍ ຄຳ ພັນ ເຜີຍຍະວົງ ທີ່ໄດ້ຖືກເລືອກຕັ້ງ ເປັນກຳມະການກົມການເມືອງສູນ ກາງພັກ ເຊັ່ນດຽວກັນ. ຂ່າວ-ພາບ: ທະນູທອງ ການປະຫວັດສາດທາງດ້ານການ ເມືອງ-ສັງຄົມ ອັນສໍາຄັນຍິ່ງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງໄດ້ດຳເນີນຢ່າງ ຖືກຕ້ອງ ຕາມກົດລະບຽບຂອງພັກ ແລະ ຖືວ່າໄດ້ຮັບຜົນສໍາເລັດຢ່າງ ຈົບງາມ. ໃນນັ້ນ, ບັນດາເອກະສານ ສໍາຄັນຂອງກອງປະຊຸມໄດ້ຖືກຮັບ ຮອງເອົາຢ່າງມີຄວາມເປັນເອກະ ພາບສູງ ໂດຍສະເພາະແມ່ນໂຄງ ການການເມືອງ ສະບັບທີ 3 ຂອງ ພັກ, ໄດ້ດໍາເນີນການປ່ອນບັດເລືອກ ຕັ້ງເອົາຄະນະບໍລິຫານງານສູນ ກາງພັກ ສະໄໝທີ XII. ໃນນັ້ນ, ກໍາມະການສູນກາງພັກສົມບູນ ຈໍາ ນວນ 73 ສະຫາຍ ແລະ ກໍາມະ ການສໍາຮອງສູນກາງພັກ ຈໍານວນ 15 ສະຫາຍ. ສະຫາຍ ເລ ຮວາຍ ຈູງ ໄດ້ຕາງ ໜ້າໃຫ້ສະຫາຍເລຂາທິການໃຫຍ່ ໂຕ ເລິມ ແລະ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ສະແດງຄວາມຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກ ຕັ້ງໃຫ້ດໍາລົງຕໍາແໜ່ງ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ ອີກໜຶ່ງ ສະໄໝ ຊຶ່ງສະແດງໃຫ້ເຫັນເຖິງ ຄວາມໄວ້ວາງໃຈຢ່າງເລິກເຊິງ ຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວ ປວງຊົນລາວ ຕໍ່ການປະກອບສ່ວນ ອັນໃຫຍ່ຫລວງ, ສະຕິປັນຍາ ແລະ ຄວາມມຸ່ງມາດປາຖະໜາຂອງ ສະ ຫາຍເລຂາທິການໃຫຍ່ ຕະຫລອດ ໄລຍະທີ່ຜ່ານມາ ແລະ ຊົມເຊີຍຜົນ ສໍາເລັດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ຊຶ່ງເປັນ ເຫດການເມືອງທີ່ສໍາຄັນ, ມີຄວາມ ໝາຍເລິກເຊິ່ງຕໍ່ກັບພາລະກິດສ້າງ ສາ ແລະ ພັດທະນາປະເທດຊາດ ຂອງລາວກໍຄືຕໍ່ການເພີ່ມທະວີແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມລາວ. ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງນີ້, ຍັງເປັນຂີດໝາຍຂອງບາດ ກ້າວພັດທະນາໃໝ່ຂອງການປະຕິ ວັດລາວ, ຢືນຢັນກໍາລັງແຮງອັນ ໃຫຍ່ຫລວງຂອງກ້ອນກໍາລັງມະ ຫາສາມັກຄີທົ່ວປວງຊົນ, ແນວ ທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫລັກການ ແລະ ສືບທອດ ເພື່ອ ເປົ້າໝາຍປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດລາວໃຫ້ໝັ້ນ ຄົງເຂັ້ມແຂງຕາມທິດສັງຄົມນິຍົມ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ມີການຕິດຕາມຢ່າງ ໃກ້ຊິດ, ໃຫ້ການຊ່ວຍເຫລືອອັນ ໃຫຍ່ຫລວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ໃຫ້ການສະໜັບສະໜູນຢ່າງ ຈິງໃຈ ຊຶ່ງເປັນການປະກອບສ່ວນ ສໍາຄັນເຂົ້າໃນຜົນສໍາເລັດກອງປະ ຊຸມໃຫຍ່ຄັ້ງນີ້. ພ້ອມນີ້, ກໍໄດ້ຝາກ ຄວາມຢື້ຢາມຖາມຂ່າວ ແລະ ອວຍ ພອນໄຊອັນປະເສີດໄປຍັງ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ, ສະ ຫາຍປະທານປະເທດ ເລືອງ ເກືອງ ແລະ ບັນດາສະຫາຍການນໍາຂັ້ນສູງ ພັກ, ລັດ ສສ ຫວຽດນາມ ຈົ່ງມີສຸ ຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ ວຽກງານອັນສູງສົ່ງ, ສືບຕໍ່ນຳພາ ປະເທດຊາດຫວຽດນາມ ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ ແລະ ອວຍພອນສະ ຫາຍຫວຽດນາມ ດໍາເນີນກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໃນທ້າຍເດືອນມັງ ກອນນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງ ມີໄຊ. ໃນໂອກາດເດີນທາງມາ ສປປ ລາວ ໃນຄັ້ງນີ້, ສະຫາຍ ເລ ຮວາຍ ຈູງ ຍັງໄດ້ພົບປະກັບສະຫາຍ ທອງສະຫວັນ ພົມວິຫານ ກໍາມະ ການສູນກາງພັກ, ລັດຖະມົນຕີກະ ຊວງການຕ່າງປະເທດແລະສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການ ສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ເພື່ອເປັນ ການຈັດຕັ້ງປະຕິບັດ ບັນດາຂໍ້ລິເລີ່ມ ທີ່ສະຫາຍຈີນ ສະເໜີອອກຕໍ່ປະຊາ ຄົມໂລກ; ຍິນດີຮ່ວມກັບ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ເພີ່ມທະ ວີການນໍາພາຊີ້ນໍາທາງດ້ານການ ເມືອງ ແລະ ຍຸດທະສາດ ຕໍ່ການພົວ ພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ເພື່ອເສີມຂະ ຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກຊຸກຍູ້ຮ່ວມມືຢ່າງຮອບ ດ້ານ, ຊຸກຍູ້ພາລະກິດແຫ່ງການ ກໍ່ສ້າງສັງຄົມນິຍົມ ແລະ ພ້ອມກັນ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເພື່ອປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນພາລະກິດການຮັກ ສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະ ນາຂອງພາກພື້ນ ແລະ ໃນໂລກ. ໃນການເຂົ້າຢ້ຽມຂໍ່ານັບ,ສະຫາຍ ນາງ ຟາງ ຫົງ ໄດ້ມອບໂທລະເລກ ຊົມເຊີຍ ຈາກ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການ ສູນກາງພັກກອມມູນິດຈີນ, ປະ ທານປະເທດ ແຫ່ງ ສປ ຈີນ ໃຫ້ ສະຫາຍ ທອງລຸນ ສີສຸລິດ; ໄດ້ຊົມ ເຊີຍຜົນສໍາເລັດ ຂອງກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ແລະ ສະຫາຍ ທອງລຸນ ສີສຸລິດ ທີ່ ໄດ້ຮັບເລືອກຕັ້ງເປັນເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກ ສະໄໝທີ XII ຊຶ່ງເປັນການສະ ແດງໃຫ້ເຫັນເຖິງຄວາມໄວ້ເນື້ອ ເຊື່ອໃຈຈາກສູນກາງພັກ ແລະ ຜູ້ ແທນກອງປະຊຸມໃຫຍ່ ແລະ ຢືນຢັນ ວ່າ ສະຖານທູດຈະສືບຕໍ່ປະສານສົມ ທົບ ແລະ ຮ່ວມກັບມືກັບພາກສ່ວນ ກ່ຽວຂ້ອງຂອງລາວ ເອົາໃຈໃສ່ຈັດ ຕັ້ງປະຕິບັດ ຄໍາເຫັນສໍາຄັນທີ່ເຫັນດີ ເປັນເອກະພາບກັນ ລະຫວ່າງ ການ ນໍາສູງສຸດສອງພັກ, ສອງລັດລາວຈີນ, ຈີນ-ລາວ ໃນການເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການສ້າງຄູ່ ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີມາດ ຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ. ພາບ: ສໍານານ ເລຂາທິການໃຫຍ່ ຕ້ອນຮັບ...ິ່້ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທູດ ສປ ຈີນ...ູີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ການສະແດງຄວາມຊົມເຊີຍ ທີ່ໄດ້ ຮັບຄວາມໄວ້ເນື້ອເຊື່ອໃຈ ຖືກເລືອກ ເຂົ້າໃນຄະນະບໍລິຫານງານສູນ ກາງພັກ ສະໄໝທີ XII ແລະ ປຶກສາ ຫາລືແຜນການຮ່ວມມືໃນຕໍ່ໜ້າ. ພາບ: ສຳນານ
RkJQdWJsaXNoZXIy MTc3MTYxMQ==