rh v,gxa og9Q kdko9a f8A 'za o0tspkp ,t8y dv'xt-5 ,.spj 7A 'mu XII 0v'ra d 12/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າາົ່ຕົ່ງ່ງ ບົດສະເໜີົີ 9exkla d 9tl5 ,.lj s]kp|h k;Pd grnj v.sh gva lgva ,vu g0Q kg4y 'cs]j 'mb o.ova f8kfvdg[h p8+ k ໂດຍ: ທູນນທອງໃຈູ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ຂປລ.ພາຍຫລັງທີ່ກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດໄດ້ສຳເລັດ, ບັນດາຜູ້ແທນ ກອງປະຊຸມໃນຂອບເຂດທົ່ວປະ ເທດ ກໍພ້ອມທີ່ຈະເອົາເນື້ອໃນ, ມະ ຕິຕ່າງໆທີ່ສຳຄັນໄປຜັນຂະຫຍາຍ ຢູ່ໃນຂອບເຂດແຂວງ, ເມືອງໃຫ້ ປະກົດເປັນຈິງເທື່ອລະກ້າວ. ດັ່ງສະຫາຍຫົງທອງຈັນທະຈິດ ຄະນະປະຈຳພັກແຂວງ ເລຂາຄະ ນະບໍລິຫານງານພັກເມືອງຊຳເໜືອ ແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ ມວນຊົນ ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີXII ຂອງພັກ ວ່າ: ຄະນະບໍລິຫານງານພັກແຂວງ ກໍຄື ຄະນະບໍລິຫານງານພັກເມືອງ ຊຳເໜືອ ກໍພ້ອມເປັນເຈົ້າການໃນ ການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ເຂົ້າໃນ ວຽກງານຕ່າງໆພາຍໃນເມືອງ ກໍຄື ແຂວງໃຫ້ປະກົດຜົນເປັນຈິງ. ໃນນາມຕາງໜ້າຜູ້ແທນສົມ ບູນຂອງແຂວງຫົວພັນ ທີ່ເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກຄັ້ງນີ້ ຊຶ່ງໃນກອງປະຊຸມໄດ້ ຮັບຟັງການລາຍງານຮ່າງບົດ ລາຍງານການເມືອງຈາກສະຫາຍ ເລຂາທິການໃຫຍ່ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມຈາກສະຫາຍ ນາຍົກລັດຖະມົນຕີ ໂດຍເຫັນດີເປັນ ເອກະພາບຢ່າງສູງຕໍ່ກັບເນື້ອໃນ ຂອງກອງປະຊຸມທີ່ໄດ້ນຳສະເໜີຄັ້ງ ນີ້. ຜ່ານການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງ ທີ XI 5 ປີ ຜ່ານມາເຫັນວ່າມີຜົນສຳເລັດຫລາຍ ດ້ານ. ເວົ້າລວມ, ເວົ້າສະເພາະດ້ານ ຄວາມສະຫງົບພາຍໃນເມືອງຊຳ ເໜືອກໍຄືແຂວງຫົວພັນມີຄວາມ ສະຫງົບ ໂດຍພື້ນຖານ, ດ້ານເສດ ຖະກິດສືບຕໍ່ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ດ້ານລາຍຮັບໃນໄລ ຍະ 5 ປີ ຜ່ານມາ ແຂວງຫົວພັນ ສາມາດຈັດເກັບລາຍຮັບໄດ້ເກີນ ແຜນການທີ່ວາງໄວ້ ຊຶ່ງເປັນປັດໄຈ ສຳຄັນໃນການພັດທະນາແຂວງໃຫ້ ກ້າວໜ້າຂຶ້ນເລື້ອຍໆ. ແນວໃດກໍດີ, ພາຍຫລັງສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ນີ້ ກໍ ພ້ອມຈະນຳເອົາເນື້ອໃນຈິດໃຈ ແລະ ມະຕິຕ່າງໆໄປຈັດຕັ້ງຜັນຂະຫຍາຍ ຢູ່ແຂວງຫົວພັນ ໂດຍສະເພາະ ແມ່ນຢູ່ເມືອງຊຳເໜືອ ເພື່ອເຮັດໃຫ້ ເນື້ອໃນກອງປະຊຸມດັ່ງກ່າວ ມີຜົນ ປະກົດເປັນຈິງ ແລະ ແທດເໝາະ ກັບສະພາບຕົວຈິງຂອງທ້ອງຖິ່ນ. ສະຫາຍ ຫົງທອງ ຈັນທະຈິດ ກ່າວ. ຂປລ. ໃນປີທີ່ຜ່ານມາ ຄະນະ ພັກ-ຄະນະນໍາ ແລະ ຂະແໜງການ ທີ່ກ່ຽວຂ້ອງຂອງພະແນກອຸດສາ ຫະກໍາ ແລະ ການຄ້າແຂວງ ໄດ້ຊຸກ ຍູ້, ສົ່ງເສີມຫົວໜ່ວຍວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ (SME) ເຂົ້າເຖິງແຫລ່ງທຶນຕ່າງໆ ຂອງລັດຖະບານ ໃນ 5 ບ້ວງເງິນ ຊຶ່ງປັດຈຸບັນສາມາດຊຸກຍູ້ສົ່ງເສີມ ເຂົ້າເຖິງແຫລ່ງທຶນໄດ້ແລ້ວ 72 ຫົວໜ່ວຍ, 80 ສັນຍາ ລວມມູນ ຄ່າ 101,70 ຕື້ກວ່າກີບ ໃນນັ້ນ, ຂະແໜງກະສິກໍາມີ 18 ຫົວໜ່ວຍ, 23 ສັນຍາ, ຂະແໜງອຸດສາຫະກຳ 4 ຫົວໜ່ວຍ, 5 ສັນຍາ, ຂະແໜງ ຫັດຖະກຳ 2 ຫົວໜ່ວຍ, 2 ສັນຍາ, ຂະແໜງທ່ອງທ່ຽວ 7 ຫົວໜ່ວຍ, 7 ສັນຍາ ແລະ ຂະແໜງການຄ້າ-ການ ບໍລິການ 41 ຫົວໜ່ວຍ, 43 ສັນຍາ. ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈໍາປາສັກ ຈັດກອງ ປະຊຸມສະຫລຸບວຽກງານກໍ່ສ້າງ ຮາກຖານການເມືອງ, ວຽກງານ ພັດທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2025 ໃນຕົ້ນເດືອນ ມັງກອນ 2026 ໂດຍໄດ້ມີຄໍາເຫັນ ຕໍ່ວຽກງານການສົ່ງເສີມ SME ໃຫ້ສາມາດເຂົ້າເຖິງແຫລ່ງທຶນວ່າ: ສະເພາະໃນປີ 2025 ທຸລະກິດ SME ຢູ່ແຂວງຈຳປາສັກ ສາມາດ ເຂົ້າເຖິງແຫລ່ງທຶນເພີ່ມຂຶ້ນ 5 ຫົວ ໜ່ວຍ, 5 ສັນຍາ ມູນຄ່າ 4,3 ຕື້ ກີບ ໃນນັ້ນ, ຂະແໜງການຄ້າມີ 2 ຫົວໜ່ວຍ, 2 ສັນຍາ, ຂະແໜງ ກະສິກຳ ມີ 3 ຫົວໜ່ວຍ, 3 ສັນຍາ. ພາຍຫລັງຫົວໜ່ວຍທຸລະກິດໄດ້ຮັບ ສິນເຊື່ອແລ້ວພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ໄດ້ ຮ່ວມກັບກອງທຶນສົ່ງເສີມຈຸນລະ ວິສາຫະກິດຂະໜາດນ້ອຍ ແລະ ຂະ ໜາດກາງ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງຕິດຕາມ, ສໍາ ຫລວດເກັບກຳຂໍ້ມູນ ເພື່ອປະເມີນ ສະພາບການດໍາເນີນທຸລະກິດຄືນ. ພ້ອມນີ້, ກໍໄດ້ຊຸກຍູ້, ສົ່ງເສີມຫົວ ໜ່ວຍທຸລະກິດພາຍໃນແຂວງຕິດ ສະຫາຍ ຫົງທອງ ຈັນທະຈິດ ກາໝາຍສິນຄ້າ ໜຶ່ງເມືອງໜຶ່ງຜະ ລິດຕະພັນ (ໂອດັອບ) ປັດຈຸບັນ ໄດ້ຮັບກາໝາຍສິນຄ້າໂອດັອບ 48 ຫົວໜ່ວຍ, 152 ຜະລິດຕະພັນ. ສະເພາະໃນປີ 2025 ເພີ່ມຂຶ້ນ 3 ຫົວໜ່ວຍ, 3 ຜະລິດຕະພັນ ແລະ ສາມາດຈັດຕັ້ງປະຕິບັດ ຊື້-ຂາຍ ໃນປີ 2025 ລວມມູນຄ່າໃນການ ຜະລິດທັງໝົດ 156,86 ຕື້ກວ່າ ກີບ, ມູນຄ່າການຜະລິດພາຍໃນປີ 150,66 ຕື້ກວ່າກີບ, ມູນຄ່າສິນຄ້າ ຄ້າງສາງຍົກມາ 6,19 ຕື້ກວ່າກີບ, ລວມມູນຄ່າການຈໍາໜ່າຍທັງໝົດ 187,65 ຕື້ກວ່າກີບ ໃນນັ້ນ, ຈໍາ ໜ່າຍພາຍໃນ 170,87 ຕື້ກວ່າກີບ, ຈໍາໜ່າຍໄປຕ່າງປະເທດ 17,56 ຕື້ກວ່າກີບ, ລວມມູນຄ່າສິນຄ້າ ຄ້າງສາງທັງໝົດ 7,76 ຕື້ກວ່າ ກີບ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 12,98%. ພ້ອມນີ້, ຍັງໄດ້ຊຸກຍູ້ຫົວໜ່ວຍທຸ ລະກິດພາຍໃນແຂວງທີ່ໄດ້ຮັບກາ ໝາຍສິນຄ້າໂອດັອບ ຈົດທະບຽນ ເຄື່ອງໝາຍການຄ້າ 9 ຫົວໜ່ວຍ, ລວມມີ 39 ຜະລິດຕະພັນ, ມີຫົວ ໜ່ວຍປະເພດຫັດຖະກໍາ 2 ຫົວໜ່ວຍ ມີ 16 ຜະລິດຕະພັນ; ໄດ້ຊຸກຍູ້, ສົ່ງເສີມຫົວໜ່ວຍທຸລະກິດພາຍໃນ ແຂວງ ໂດຍໄດ້ຈັດງານ ແລະ ນໍາ ພາຫົວໜ່ວຍທຸລະກິດ ເຂົ້າຮ່ວມງານ ວາງສະແດງ-ຈຳໜ່າຍສິນຄ້າໃນປີ 2025 ທັງໝົດ 31 ຄັ້ງ, ພາຍໃນ ປະເທດ 25 ຄັ້ງ ແລະ ຕ່າງປະເທດ 6 ຄັ້ງ; ໄດ້ນໍາພາຫົວໜ່ວຍທຸລະກິດ ພາຍໃນແຂວງສ້າງບົດບັນທຶກ ປຶກສາຫາລືເຈລະຈາທາງດ້ານ ການຄ້າ, ການລົງທຶນ-ການທ່ອງ ທ່ຽວ (Business Matching) ລະຫວ່າງ ຫົວໜ່ວຍທຸລະກິດຂອງ ແຂວງຈໍາປາສັກ ສປປ ລາວ ກັບ ຫົວໜ່ວຍທຸລະກິດຂອງຈັງຫວັດ ອຸບົນຣາຊະທານີ ຣາຊະອານາຈັກ ໄທ ໃນປີ 2025 ໄດ້ 6 ບົດບັນທຶກ ເປັນມູນຄ່າ 15,5 ລ້ານໂດລາ ສະຫະລັດ ແລະ 423 ລ້ານບາດ ໃນນີ້, ສະມາຄົມທຸລະກິດການ ທ່ອງທ່ຽວຈັງຫວັດອຸບົນຣາຊະ ທານີ (ຜູ້ຊື້) ກັບສະມາຄົມທຸລະກິດ ທ່ອງທ່ຽວແຂວງຈໍາປາສັກ (ຜູ້ ຂາຍ) ທັງສອງຝ່າຍໄດ້ຕົກລົງຊື້- ຂາຍກຸ່ມທົວຂະໜາດນ້ອຍ, ກຸ່ມທົວ ຂະໜາດໃຫຍ່ ແລະ ກຸ່ມຄາລາວານ ລວມມູນຄ່າການສັ່ງຊື້ 13 ລ້ານ ບາດ; ບໍລິສັດເອັກເພີດ ອິນພອດ ແອນ ເອັກພອດ ເມເນດເມນ ຈຳກັດ (ຜູ້ຊື້) ກັບບໍລິສັດປາກຊ່ອງພັດ ທະນາຂາອອກ-ຂາເຂົ້າ ຈຳກັດຜູ້ ດຽວ (ຜູ້ຂາຍ) ທັງສອງຝ່າຍໄດ້ ຕົກລົງຊື້-ຂາຍມັນຕົ້ນແຫ້ງລວມ ມູນຄ່າການສັ່ງຊື້ 200 ລ້ານບາດ; ບໍລິສັດປາກຊ່ອງໄທການກະເສດ ຈຳກັດ (ຜູ້ຊື້) ກັບບໍລິສັດປາກຊ່ອງ ພັດທະນາ ຂາອອກ-ຂາເຂົ້າ ຈຳກັດ ຜູ້ດຽວ (ຜູ້ຂາຍ) ທັງສອງຝ່າຍໄດ້ ຕົກລົງ ຊື້-ຂາຍມັນຕົ້ນແຫ້ງ, ຜັກ ກະຫລໍ່າ, ຜັກກາດຂາວ, ກ້ວຍນໍ້າ ວ້າ, ກ້ວຍຫອມ, ໝາກເຜັດ, ໝາກ ນາວ, ໝາກນອດ, ມັນດ້າງ ແລະ ຖົ່ວດິນ ລວມມູນຄ່າການສັ່ງຊື້ 200 ລ້ານບາດ; ບໍລິສັດຫ້າງຫຸ້ນສ່ວນ ຈຳກັດ ນໍ້າການກະເສດ (ຜູ້ຊື້) ກັບບໍລິສັດສາລະວັນພັດທະນາຂາ ອອກ-ຂາເຂົ້າ ຈຳກັດຜູ້ດຽວ (ຜູ້ ຂາຍ) ທັງສອງຝ່າຍໄດ້ຕົກລົງ ຊື້-ຂາຍກ້ວຍນໍ້າວ້າ, ມັນດ້າງ, ຖົ່ວ ດິນ, ກ້ວຍຫອມ, ໝາກນອດ, ຜັກ ກະຫລໍ່າ, ຜັກກາດຂາວ, ໝາກນາວ ແລະ ໝາກເຜັດ ລວມມູນຄ່າການ ສັ່ງຊື້ 10 ລ້ານບາດ; ກຸ່ມບໍລິສັດ ເອ ເດນອຸດົມຜົນ ຈຳກັດຜູ້ດຽວ ແຂວງ ຈຳປາສັກ ມີ 2 ສັນຍາ ຄື: ຮ່ວມມື ກັບບໍລິສັດບຸນເຮືອງຈະເລີນຊັບ 999 ຈໍາກັດ ຈັງຫວັດອຸບົນຣາຊະ ທານີ, ຮ່ວມມືໃນການຊື້-ຂາຍຜັກ ກະຫລໍ່າ, ໝາກຖົ່ວດິນ, ກ້ວຍນໍ້າ ວ້າ, ກ້ວຍຫອມ, ມັນເທດ, ໝາກ ນອດ, ໝາກຂາມ, ໝາກຫຸ່ງ, ໝາກ ມີ້, ຖົ່ວລຽນ ລວມມູນຄ່າ 7 ລ້ານ ໂດລາສະຫະລັດ ແລະ ຮ່ວມມືກັບ ບໍລິສັດຫ້າງຫຸ້ນສ່ວນສະບາຍດີຈໍາ ປາກຣຸບ ຈຳກັດ ຈັງຫວັດອຸບົນຣາ ຊະທານີ ຮ່ວມມືໃນການຊື້-ຂາຍ ຜັກກະຫລໍ່າ, ຖົ່ວດິນ, ກ້ວຍນໍ້າວ້າ, ກ້ວຍຫອມ, ມັນເທດ, ໝາກນອດ, ໝາກຂາມ, ໝາກຫຸ່ງ, ໝາກມີ້ ແລະ ຖົ່ວລຽນ, ລວມມູນຄ່າ 8,5 ລ້ານໂດລາສະຫະລັດ ຊຶ່ງສາມາດ ປະຕິບັດການສົ່ງອອກສິນຄ້າຜູກພັນ ສອງສົ້ນໃນປີ 2025 ໄດ້ມູນຄ່າ 252.723.557 ໂດລາສະຫະລັດ, ທຽບໃສ່ໄລຍະດຽວຂອງປີຜ່ານມາ ເພີ່ມຂຶ້ນ 9,59%, ທຽບໃສ່ແຜນ ປີ 2025 ປະຕິບັດໄດ້ລື່ນແຜນ 2,42%, ກວມເອົາ 56,71%ຂອງ ການສົ່ງອອກສິນຄ້າກະສິກໍາ (ວັດຖຸ ດິບ), ກວມເອົາ 38,73% ຂອງ ການສົ່ງອອກທັງໝົດ. ທ່ານ ບຸນຍະເດດ ທອງສະຫວັນ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບຜົນງານ ດ້ານດີທີ່ກ່າວມານັ້ນ ກໍຍັງມີຂໍ້ຫຍຸ້ງ ຍາກບາງດ້ານເປັນຕົ້ນພາກທຸລະກິດ ຍັງບໍ່ສາມາດເຂົ້າຫາແຫລ່ງທຶນ ໄດ້ຢ່າງທົ່ວເຖິງ, ບັນດາຫົວໜ່ວຍ ທຸລະກິດຂະໜາດນ້ອຍ ແລະ ຂະ ໜາດກາງສ່ວນໃຫຍ່ຍັງບໍ່ສາມາດ ປະຕິບັດໄດ້ຕາມເງື່ອນໄຂທີ່ໄດ້ລະບຸ ໄວ້ຢູ່ໃນມາດຕາ 14 ຂອງດໍາລັດ ລັດຖະບານ ເລກທີ 05/ລບ, ລົງ ວັນທີ 12 ມັງກອນ 2023; ຫົວ ໜ່ວຍທຸລະກິດ, ຜູ້ປະກອບກິດຈະ ການສ່ວນໃຫຍ່ບໍ່ມີຄວາມກະຕືລືລົ້ນ ແລະ ບໍ່ເປັນເຈົ້າການໃນການຊອກຮູ້ ຮໍ່າຮຽນ. ສະນັ້ນ, ເພື່ອແກ້ໄຂບັນຫາ ດັ່ງກ່າວ ໃນຕໍ່ໜ້ານີ້ຄະນະພັກ-ຄະ ນະນໍາພະແນກອຸດສາຫະກໍາ ແລະ ການຄ້າແຂວງຈຳປາສັກ ຈະຮ່ວມ ກັບຂະແໜງການທີ່ກ່ຽວຂ້ອງສືບ ຕໍ່ຊຸກຍູ້, ສົ່ງເສີມຫົວໜ່ວຍທຸລະກິດ SME ຂອງແຂວງເຂົ້າຫາແຫລ່ງ ທຶນຕ່າງໆໃນອັດຕາດອກເບ້ຍ 3% ແລະ 5,5%; ສືບຕໍ່ຈັດກອງປະຊຸມ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ວຽກງານສົ່ງເສີມ ແລະ ການເຂົ້າ ຫາແຫລ່ງທຶນຂອງ SME; ສືບຕໍ່ ສົ່ງເສີມໃຫ້ເກີດມີເວທີປຶກສາລະ ຫວ່າງພາກລັດ ແລະ ພາກເອກະ ຊົນໃນຂັ້ນທ້ອງຖິ່ນ; ສືບຕໍ່ສ້າງ ຄວາມສາມາດໃຫ້ຜູ້ປະກອບກິດຈະ ການໃນການເຂົ້າຫາແຫລ່ງທຶນ ພ້ອມທັງສືບຕໍ່ສົ່ງເສີມຄວາມເຂັ້ມ ແຂງ ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າເຖິງຕະຫລາດ. ສຳລັບວຽກສົ່ງເສີມການຄ້າ, ຈະສືບຕໍ່ລົງເຄື່ອນໄຫວຊຸກຍູ້ສົ່ງເສີມ ແລະ ປະເມີນຜະລິດຕະພັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງ ນະຄອນປາກເຊ ແລະ 9 ເມືອງ; ສືບຕໍ່ຈັດງານ ແລະ ຊຸກຍູ້ຫົວໜ່ວຍ ທຸລະກິດເຂົ້າຮ່ວມງານວາງສະແດງ ສິນຄ້າ-ຈໍາໜ່າຍສິນຄ້າໃນວັນສໍາ ຄັນຕ່າງໆທັງພາຍໃນ ແລະ ຕ່າງ ປະເທດ ໂດຍສະເພາະງານວາງສະ ແດງ ແລະ ຈໍາໜ່າຍສິນຄ້າເຊື່ອມ ໂຍງແມ່ນໍ້າຂອງ ແລະ ແຄມຝັ່ງທະ ເລດາໜັງ ເພື່ອດຶງດູດການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ 5 ປະເທດລາວ, ຫວຽດນາມ, ໄທ, ຈີນ ແລະ ກຳປູເຈຍ; ເຂົ້າຮ່ວມງານ ວາງສະແດງສິນຄ້າຢູ່ນະຄອນໂຮຍ ອານ (ປັດຈຸບັນໂຮມມາເປັນແຂວງ ດາໜັງ) ສສ ຫວຽດນາມ ປະຈໍາປີ 2026; ເຂົ້າຮ່ວມງານວາງສະແດງ ສິນຄ້າການທ່ອງທ່ຽວ ແລະ ການ ລົງທຶນ ປະຈຳປີ 2026 ທີ່ນະຄອນ ດາໜັງ ສສ ຫວຽດນາມ; ເຂົ້າຮ່ວມ ງານວາງສະແດງສິນຄ້າ ລາວ-ໄທ ປະຈໍາປີ 2026 ຢູ່ຈັງຫວັດອຸບົນ ຣາຊະທານີ ຣາຊະອານາຈັກໄທ; ສືບຕໍ່ຊຸກຍູ້ສົ່ງເສີມຫົວໜ່ວຍຫັດຖະ ກໍາພາຍໃນແຂວງນໍາເອົາຜະລິດ ຕະພັນເຂົ້າຕິດກາໝາຍຫັດຖະກໍາ ແຫ່ງຊາດ ຄາດຄະເນໃຫ້ໄດ້ 10 ຫົວ ໜ່ວຍໃນປີ 2026; ສືບຕໍ່ຕິດຕາມ, ປະສານສົມທົບກັບຫ້ອງການອຸດສາ ຫະກຳ ແລະ ການຄ້າ ນະຄອນປາກ ເຊ ແລະ 9 ເມືອງ ກ່ຽວກັບການຕໍ່ໃບ ອະນຸຍາດນຳໃຊ້ກາໝາຍໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ຕາມ ດຳລັດເລກທີ 632/ລບ ວ່າດ້ວຍ ການນຳໃຊ້ກາໝາຍໜຶ່ງເມືອງໜຶ່ງ ຜະລິດຕະພັນແຫ່ງຊາດ; ສືບຕໍ່ລົງ ຊຸກຍູ້ສິນຄ້າທ່າແຮງຂອງແຂວງ ເພື່ອຕິດກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ, ຄາດ ຄະເນໃຫ້ໄດ້ 20 ຫົວໜ່ວຍໃນປີ 2026. ສະນັ້ນ, ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານມີຜົນສໍາ ເລັດຄະນະພັກ-ຄະນະນໍາພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ລວມທັງຂະແໜງທີ່ກ່ຽວຂ້ອງຕ້ອງ ເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານຢ່າງຕໍ່ເນື່ອງ, ມີການຕິດ ຕາມ, ມີການປະເມີນຜົນ, ມີການ ລາຍງານສາຍຕັ້ງ ແລະ ສາຍຂວາງ ຢ່າງເປັນປົກກະຕິເພື່ອແກ້ໄຂບັນຫາ ຕ່າງໆໃຫ້ທັນກັບສະພາບການ.
RkJQdWJsaXNoZXIy MTc3MTYxMQ==