@ 0j k; c]t gsfdko j 12/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ໂຮມຊຸມນຸມຊົມເຊີຍ...ຸຸົີ ຂປລ. ງານສະແດງສິລະປະແບບ ພິເສດ ເພື່ອຂໍ່ານັບຊົມເຊີຍຜົນສໍາ ເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວແລະ ລະນຶກເຖິງວັນເກີດຄົບຮອບ105 ປີ ຂອງປະທານ ໄກສອນ ພົມວິຫານ ພາຍໃຕ້ຫົວຂໍ້ “ລາວ-ຫວຽດນາມ ບົດເພັງແຫ່ງມິດຕະພາບ” ໄດ້ຈັດ ຂຶ້ນໃນວັນທີ 9 ມັງກອນ 2026 ທີ່ ສະໜາມກິລາແຫ່ງຊາດຫລັກ 16 ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະ ຊາຊົນປະຕິວັດລາວ ພ້ອມດ້ວຍພັນ ລະຍາ, ສະຫາຍ ຫງວຽນ ວັນ ຮຸ່ງ ກໍາມະການສູນກາງພັກ ກອມມູນິດ ຫວຽດນາມ, ລັດຖະມົນຕີກະຊວງ ໂອກາດນີ້, ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະ ທານສະພາປະຊາຊົນ ນະຄອນ ຫລວງວຽງຈັນ ໄດ້ຍົກໃຫ້ເຫັນຜົນ ສຳເລັດ ຂອງກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີXII ຂອງພັກ ຊຶ່ງແມ່ນເຫດການການເມືອງໜຶ່ງທີ່ ສຳຄັນ ໃນຂະບວນວິວັດແຫ່ງການ ກຳເນີດ, ເຕີບໃຫຍ່ ແລະ ຂະຫຍາຍ ຕົວຂອງພັກເຮົາ ຕະຫລອດໄລຍະ 70 ປີຜ່ານມາ, ທັງເປັນບາດລ້ຽວ ສໍາຄັນແຫ່ງການກ້າວເດີນ ຂອງ ປະເທດຊາດ ແລະ ປະຊາຊົົນລາວ ໃນໄລຍະໃໝ່. ກອງປະຊຸມໃຫຍ່ ໄດ້ ພິຈາລະນາ ແລະ ຮັບຮອງເອົາໂຄງ ການການເມືອງ ສະບັບທີ 3 ຂອງ ພັກ 11 ຂໍ້, ໂຄງການການເມືອງ ສະບັບນີ້ ຖືເປັນບາດກ້າວເດີນ, ເປັນ ພື້ນຖານໃຫ້ແກ່ການສ້າງບາດລ້ຽວ ທີ່ໜັກແໜ້ນ ທັງເປັນຍຸດທະສາດ ແລະ ວິໄສທັດຂອງພັກ ໃນພາລະ ກິດບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ ຊຶ່ງໄດ້ຕີລາຄາ ຢ່າງສັງລວມ ການຈັດຕັ້ງປະຕິບັດ ໂຄງການການເມືອງ ສະບັບທີ 2 ກໍຄື ພັກນໍາພາເຮັດສໍາເລັດພາລະ ກິດປົດປ່ອຍຊາດ ແລະ ສ້າງພື້ນ ຖານຂອງລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິິຍົມ ເລຂາທິການໃຫຍ່ ພັກ ປປ ລາວ...ິ່ັ ສະຫາຍເລຂາທິການໃຫຍ່ ເພື່ອພັກ, ລັັດ ແລະ ປະຊາຊົນ. ຂ້າພະເຈົ້າ ສະແດງຄວາມຫວັງວ່າ ພາຍໃຕ້ການຊີ້ນໍາຂອງ ສະຫາຍ ເລຂາທິການໃຫຍ່ ປະຊາຊົນລາວອ້າຍນ້ອງ ຈະສາມາດບັນລຸຄວາມ ກ້າວໜ້າອັນໃໝ່ ໃນການສູ້ຊົນເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 12. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ ມີມູນເຊື້ອ ແລະ ປະຫວັດສາດອັນຍາວນານ ລະຫວ່າງ ສອງພັກ, ສອງ ປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ຍິ່ງໆຂຶ້ນກວ່າເກົ່າ ໃນທຸກຂະແໜງການ ອີງຕາມຈິດໃຈການຕົກລົງກັນໃນການພົບປະຂອງ ພວກເຮົາ ໃນເດືອນຕຸລາ 2025 ຜ່ານມາ ທີ່ ນະຄອນຫລວງພຽງຢາງ. ຂໍອວຍພອນໃຫ້ ສະຫາຍເລຂາທິການໃຫຍ່ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດອັນໃຫຍ່ຫລວງໃນໜ້າທີ່ວຽກງານອັນມີຄວາມ ຮັບຜິດຊອບ. ໃນ 3 ໄລຍະ ຄື: ໄລຍະນໍາພາ ພາລະ ກິດປົດປ່ອຍຊາດ, ປົກປັກຮັກສາ, ສ້າງສາປະເທດຊາດ ແລະ ນໍາພາ ພາລະກິດປ່ຽນແປງໃໝ່; ກອງປະ ຊຸມໃຫຍ່ ຍັງໄດ້ຕີລາຄາຢ່າງພາວະ ວິໄສ ເຖິງໝາກຜົນແຫ່ງການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ ທີ່ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ, ເສດຖະກິດມະຫາພາກມີສະຖຽນ ລະພາບ, ສາມາດຄວບຄຸມໄດ້ໄພ ເງິນເຟີ້, ການດຸ່ນດ່ຽງທາງດ້ານ ເສດຖະກິດຟື້ນຕົວ ແລະ ມີພື້ນຖານ ດີຂຶ້ນ, ບັນຫາເຄັ່ງຮ້ອນດ້ານເສດຖະ ກິດ-ການເງິນ ໄດ້ຮັບການແກ້ໄຂ ແລະ ຜ່ອນຄາຍລົງເທື່ອລະກ້າວ, ປະເທດຊາດບໍ່ຕົກເຂົ້າສູ່ວິກິດການ ທີ່ຮ້າຍແຮງ ແລະ ສາມາດຍາດໄດ້ ຜົນງານທີ່ພົ້ນເດັ່ນໃນທຸກຂົງເຂດ ວຽກງານ. ກອງປະຊຸມໃຫຍ່ ຍັງໄດ້ ເປັນເອກະພາບສູງ ຮັບຮອງເອົາ ການ 7 ບົດຮຽນ ແຫ່ງການນໍາພາ ແລະ ພຶດຕິກໍາຂອງພັກເຮົາ ໄລຍະ 5 ປີ ຜ່ານມາ ກໍຄື 40 ປີ ແຫ່ງ ການປ່ຽນແປງໃໝ່ ເພື່ອເປັນບ່ອນ ອີງສໍາຄັນ ໃຫ້ແກ່ການສືບຕໍ່ເສີມ ຂະຫຍາຍຢ່າງປະດິດສ້າງ ແລະ ເລິກເຊິ່ງ ເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ເວົ້າລວມແລ້ວຕະຫລອດ ໄລຍະ 50 ປີ ແຫ່ງການປົກປັກຮັກ ສາ ແລະ ສ້າງສາພັດທະນາ ສປປ ລາວ, 40 ປີ ແຫ່ງການປ່ຽນແປງ ໃໝ່ ກໍຄື 5 ປີ ແຫ່ງການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມາຮອດປັດຈຸບັນໂສມ ໜ້າຂອງປະເທດຊາດ ໄດ້ຮັບການ ພັດທະນາ ແລະ ມີການຫັນປ່ຽນ ໃໝ່ຢ່າງຈະແຈ້ງ, ຖານະບົດບາດ ຂອງປະເທດເຮົາ ນັບມື້ນັບສູງເດັ່ນ ຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ກອງປະຊຸມໃຫຍ່ ໄດ້ຢືນຢັນ ດ້ວຍຄວາມຕັດສິນໃຈສູງ ທີ່ຈະສືບ ຕໍ່ພາປະເທດຊາດ ກ້າວຂຶ້ນສູ່ຄວາມ ຈະເລີນວັັດທະນາ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມ ແຂງຂອງພັກ, ຕັ້ງໜ້າສ້າງເສດຖະ ກິດ ເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະ ໄຕປະຊາຊົນ ໃຫ້ໜັກແໜ້ນກ້າວ ຂຶ້ນສູ່ສັງຄົມນິຍົມ” ໂດຍໄດ້ກໍານົດ ວິໄສທັດ ແລະ ຍຸດທະສາດພັດທະ ນາປະເທດຊາດ ຮອດປີ 2055, ປີ 2035 ແລະ ວາງຄາດໝາຍສູ້ຊົນ ສໍາລັບໄລຍະ 5 ປີຕໍ່ໜ້າ. ພ້ອມນີ້, ກອງປະຊຸມໃຫຍ່ ຍັງໄດ້ເລືອກຕັ້ງ ເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງປະກອບດ້ວຍກໍາ ມະການສົມບູນ ຈໍານວນ 73 ສະ ຫາຍ, ຍິງ 12 ສະຫາຍ ແລະ ກໍາມະ ການສໍາຮອງ 15 ສະຫາຍ, ຍິງ 2 ສະຫາຍ, ກໍາມະການກົມການເມືອງ ສູນກາງພັກ 13 ສະຫາຍ, ຍິງ 1 ສະ ຫາຍ, ເລຂາທິການສູນກາງພັກ 11 ສະຫາຍ, ຍິງ 4 ສະຫາຍ. ກອງປະ ຊຸມໄດ້ເປັນເອກະພາບສູງ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ເລືອກເອົາສະ ຫາຍ ວັນໄຊ ພອງສະຫວັນ ເປັນ ປະທານຄະນະກວດກາ ແລະ ຮອງ ປະທານຄະນະກວດກາສູນກາງພັກ ຈໍານວນ 6 ສະຫາຍ, ເພື່ອເປັນແກ່ນ ສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາ ລັງປະກອບອາວຸດ ແລະ ທົ່ວປວງ ຊົນລາວທັງຊາດ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ. ສະຫາຍ ອານຸພາບ ຕຸນາລົມ ຍັງ ໃຫ້ຮູ້ອີກວ່າ: ຊາວນະຄອນຫລວງ ວຽງຈັັນແລະປະຊາຊົນລາວບັນດາ ເຜົ່າທົ່ວປະເທດ ມີຄວາມເຊື່ອໝັ້ນ ຢ່າງໜັກແໜ້ນ ພາຍໃຕ້ການນຳ ພາຂອງຄະນະບໍລິຫານງານສູນ ກາງພັກ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ເປັນແກນ ນໍາ, ເປັນຜູ້ນໍາໜ້າພາທາງສືບຕໍ່ສ້າງ ບາດກ້າວບຸກທະລຸ ແລະ ນະໂຍບາຍ 3 ເປີດໃນການຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃໝ່ ກໍຄື ມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ ໄດ້ຮັບຜົນສຳເລັດທີ່ໃຫຍ່ຫລວງ ກວ່າເກົ່າ.ພ້ອມນີ້,ສະມາຊິກພັກ,ພະ ນັກງານແລະປະຊາຊົນລາວບັນດາ ເຜົ່າທົ່ວປະເທດ, ຕ້ອງໄດ້ຕັ້ງໜ້າ ອອກແຮງ ແລະ ຖືເອົາມະຕິກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກ ເປັນ ເຂັມທິດເຍືອງທາງ ເພື່ອເຊື່ອມສານ ກັບມະຕິກອງປະຊຸມໃຫຍ່ ຂອງບັນ ດາກະຊວງ, ອົງການທຽບເທົ່າ ຂັ້ນ ສູນກາງແລະມະຕິກອງປະຊຸມໃຫຍ່ ອົງຄະນະພັກນະຄອນຫລວງວຽງ ຈັນ, ມະຕິກອງປະຊຸມໃຫຍ່ຂອງອົງ ຄະນະພັກແຂວງ ຍູ້ແຮງພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ໃນໄລຍະໃໝ່ ໃຫ້ມີ ທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກ້າວຂຶ້ນ, ກ້າວຂຶ້ນຢ່າງແຂງ ແຮງ ແລະ ບໍ່ຢຸດຢັ້ງ. ຂ່າວ: ທະນູທອງ; ພາບ: ເກດສະໜາ ວັດທະນະທຳ,ກິລາແລະທ່ອງທ່ຽວ ແຫ່ງ ສສ ຫວຽດນາມ, ມີບັນດາສະ ຫາຍການນໍາຂັ້ນສູງ, ອະດີດການນໍາ ຂັ້ນສູງຂອງພັກ-ລັດ,ທູຕານຸທູດ,ພະ ນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນຊາວນະຄອນຫລວງວຽງ ຈັນ ແລະ ຊາວຫວຽດນາມ ພ້ອມ ດ້ວຍຄະນະນັກສະແດງສິລະປະ ວັນນະຄະດີ ສປປ ລາວ ແລະ ສສ ຫວຽດນາມເຂົ້າຮ່ວມ. ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ກ່າວວ່າ: ເພື່ອຂໍ່ານັບຊົມເຊີຍຜົນສໍາເລັດການ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ ທີ່ຫາກໍປິດລົງໃນ ວັນທີ 8 ມັງກອນຜ່ານມາ ກໍຄື ໄລ ຍະດຽວກັນກັບສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XIV ຂອງພັກ ກອມມູນິດຫວຽດນາມ ທີ່ຈະໄຂຂຶ້ນ ໃນທ້າຍເດືອນມັງກອນ2026ຢ່າງ ເປັນຂະບວນຟົດຟື້ນ ແລະ ກໍແມ່ນ ໄລຍະທີ່ປະຊາຊົນສອງຊາດ ລາວຫວຽດນາມ ພວມເບີກບານມ່ວນ ຊື່ນ ແລະ ພ້ອມກັນຢືນຢັນຕໍ່ຄວາມ ສໍາຄັນ, ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ເຖິງສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມ ມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ກໍຄື 64 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດ ແລະ 49 ປີ ຂອງວັນເຊັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ. ງານສະແດງສິລະປະຄັ້ງນີ້, ບໍ່ ພຽງແຕ່ເປັນງານສິລະປະບັນເທີງ ທົ່ວໄປ, ແຕ່ຄື “ບົດເພງປະຫວັດ ສາດ”, ເປັນການຢັ້ງຢືນວ່າຈາກ “ຂຸມຄອງສູ້ຮົບດຽວກັນ” ໃນສະ ໄໝຕໍ່ສູ້ກູ້ຊາດ, ມາສູ່ຍຸກສະໄໝ ໃໝ່ແຫ່ງການສ້າງສາພັດທະນາ, ສອງຊາດພວກເຮົາຍັງຄົງຈັບມືກັນ ກ້າວໄປຂ້າງໜ້າຢ່າງໝັ້ນຄົງດ້ວຍ ການ “ເຊື່ອມຈອດທາງຍຸດທະ ສາດ” ທັງທາງດ້ານເສດຖະກິດ, ຄົມມະນາຄົມ ແລະ ວັດທະນະທຳ ເພື່ອນໍາເອົາຄວາມຜາສຸກມາສູ່ປະ ຊາຊົນຂອງທັງສອງປະເທດ. ຕາງ ໜ້າການນໍາພັກ-ລັດ ແລະ ປວງຊົນ ລາວ ບັນດາເຜົ່າ ສະແດງຄວາມ ຂອບອົກຂອບໃຈຕໍ່ການສະໜັບ ສະໜູນຊ່ວຍເຫລືອເຊິ່ງກັນ ແລະ ສະແດງສິລະປະພິເສດ...ິິ ກັນ ຢ່າງໝົດຈິດໝົດໃຈ ຂອງເພື່ອນ ຫວຽດນາມ ຖານອ້າຍນ້ອງ ທີ່ດີຕະ ຫລອດໄລຍະຜ່ານມາ. ສາມາດຢືນ ຢັນວ່າສາຍພົວພັນ ລາວ-ຫວຽດ ນາມ ເປັນມໍລະດົກອັນລໍ້າຄ່າຂອງ ສອງຊາດ, ເປັນປັດໄຈພາວະວິໄສ, ເປັນກົດເກນປະຫວັດສາດ ແລະ ເປັນກໍາລັງແຮງອັນໃຫຍ່ຫລວງ ຂອງສອງພັກ, ສອງລັດ ທີ່ຕ້ອງໄດ້ ຮັບການເສີມຂະຫຍາຍ, ສົ່ງຕໍ່ໃຫ້ ບັນດາຄົນຮຸ່ນໜຸ່ມຕໍ່ໄປ; ເຊື່ອໜັ້ນ ວ່າເຫດການສໍາຄັນທາງວັດທະນະ ທໍາຂອງສອງປະເທດໃນຄັ້ງນີ້ ໄດ້ ປະກອບສ່ວນສໍາຄັນເປັນບາດກ້າວ ກະໂດດ ໃຫ້ແກ່ການພັດທະນາສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໝັ້ນຄົງຂະໜົງແກ່ນ ແລະ ສົດໃສ ດັ່ງດອກບົວທອງ ແລະ ດອກຈຳປາ ຕະຫລອດກາລະນານ. ສະຫາຍ ຫງວຽນ ວັນ ຮຸ່ງ ກໍໄດ້ ມີຄໍາເຫັນວ່າ: ສິລະປະວັດທະນະທໍາ ມີບົດບາດສໍາຄັນຢ່າງຍິ່ງໃນການ ບົວລະບັດຈິດໃຈຄວາມສາມັກຄີ ແຫ່ງຊາດ, ຮັກສາ ແລະ ເຊີດຊູອົງ ປະກອບເອກະລັກ. ລາຍການສະ ແດງສິລະປະພິເສດໃນມື້ນີ້, ແມ່ນ ສຽງເວົ້າຂອງວັດທະນະທໍາ, ແມ່ນ ຜົນສະທ້ອນຂອງອາລົມ, ຄວາມ ເຊື່ອໝັ້ນ ແລະ ຄວາມປາຖະໜາ ຂອງປະຊາຊົນສອງປະເທດ ຫວຽດ ນາມ-ລາວ, ເປັນຄໍາອວຍພອນອັນ ຈິງໃຈ, ເລິກເຊິ່ງ ແລະ ເປັນຂອງ ຂວັນທາງຈິດໃຈທີ່ມີຄວາມໝາຍ ສໍາຄັນຈາກ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ມອບໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ອັນ ເປັນທີ່ຮັກແພງ ເນື່ອງໃນໂອກາດ ອັນສໍາຄັນນີ້. ຜ່ານພາສາສິລະປະ, ລາຍການສະແດງໄດ້ສະທ້ອນໃຫ້ ເຫັນເຖິງຄວາມພາກພູມໃຈແຫ່ງ ຊາດ, ເສີມສ້າງຄວາມເຊື່ອໝັ້ນ ທີ່ ໄດ້ເລືອກໄປຕາມເສັ້ນທາງການພັດ ທະນາ ຂອງພັກປະຊາຊົນປະຕິວັດ ລາວ, ພ້ອມທັງເຊີດຊູຄຸນຄ່າວັດທະ ນະທໍາ, ປະເພນີອັນດີງາມຂອງດິນ ແດນລ້ານຊ້າງວິລະຊົນ. ນີ້ແມ່ນ ເຫດການທີ່ມີຄວາມໝາຍພິເສດ ຢ່າງຍິ່ງ, ເປັນຂີດໝາຍໃໝ່ໃນການ ເສີມສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ ລະຫວ່າງສອງ ພັກ, ສອງລັດ; ເພີ່ມພູນຄວາມຜູກ ພັນ, ຄວາມເຊື່ອໝັ້ນອັນພິເສດ, ຄວາມຈິງໃຈ ແລະ ຄວາມເປັນສະ ຫາຍ ເປັນອ້າຍນ້ອງຫວຽດນາມລາວ, ລາວ-ຫວຽດນາມ. ອວຍ ພອນໃຫ້ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ ລະຫວ່າງ ຫວຽດ ນາມ-ລາວ, ລາວ-ຫວຽດນາມ ຈົ່ງ ຂຽວສົດງົດງາມ ແລະ ໝັ້ນຄົງທະ ໜົງແກ່ນຊົ່ວກາລະນານ. ສໍາລັບລາຍການສະແດງສິລະ ປະພິເສດ ລາວ-ຫວຽດນາມ, ປະ ກອບດ້ວຍບັນດາລາຍການສະແດງ ທີ່ໄດ້ຮວບຮວມເອົາປະຫວັດສາດ ແລະ ປັດຈຸບັນ, ສະທ້ອນໃຫ້ເຫັນ ເຖິງຄວາມຜູກພັນທີ່ໃກ້ຊິດ ແລະ ບໍ່ສາມາດແຍກອອກ ຈາກກັນໄດ້ ລະຫວ່າງປະຊາຊົນສອງຊາດລາວ ແລະ ຫວຽດນາມ. ສິ່ງເຫລົ່ານີ້ບໍ່ ເປັນພຽງແຕ່ເລື່ອງລາວໃນອະດີດ, ແຕ່ຍັງເປັນການຢືນຢັນ ບໍ່ວ່າປັດຈຸ ບັນ ຫລື ອະນາຄົດ: ຊາຕາກຳຂອງ ສອງຊາດ ລາວ-ຫວຽດນາມ ເຊື່ອມ ໂຍງກັນຢ່າງໃກ້ຊິດ, ປະສານກົມ ກຽວເພື່ອສັນຕິພາບ, ເອກະລາດ, ການພັດທະນາ ແລະ ຄວາມຈະ ເລີນຮຸ່ງເຮືອງ. ຂ່າວ: ຍຸພິນທອງ
RkJQdWJsaXNoZXIy MTc3MTYxMQ==