7192

gsfdko{dkora fmtok a xtgmf]k; ( 08/01/2026 *** ຕໍ່ຈາກໜ້າ 1 *** s]kprkdlj ;oln [8= j v5 xt4e-5 dp6 h dv'xt-5 ,.spj 7A 'mu XII 0v'ra d ຂປລ. ໃນວັນທີ 7 ມັງກອນ 2026 ນີ້, ບັນດາອົງການປົກຄອງ ແຂວງ ແລະ ບັນດາບໍລິສັດ ໄດ້ນຳ ເອົາເງິນສົດ, ເຄື່ອງບໍລິໂພກ ມາ ມອບໃຫ້ຄະນະຮັບຜິດຊອບ ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ ຕາງໜ້າຮັບໂດຍ ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການ ກົມການເມືອງສູນກາງພັກ, ຮອງ ນາຍົກລັດຖະມົນຕີ ໂດຍມີພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ພາກສ່ວນທີ່ນຳເອົາເງິນມາ ມອບໃຫ້ໃນຄັ້ງນີ້, ປະກອບມີ: ບໍລິສັດ ລາວກຣີນດີວີລົບເມັນຈຳກັດຜູ້ດຽວ ມອບເງິນສົດຈຳນວນ 2 ຕື້ກີບ ໃຫ້ ກຽດມອບໂດຍ ທ່ານ ຄຳເພັດ ພິລາ ວົງ ຜູ້ອຳນວຍການບໍລິສັດລາວກຣີນ ດີວີລົບເມັນ ຈຳກັດຜູ້ດຽວ; ບໍລິສັດ ພີ ເອັດສແອວ ກຣຸບ ມອບເງິນ 1,2 ຕື້ ກີບ ມອບໂດຍ ທ່ານ ນາງ ເທບພະ ລັກຄຳວິສອນຜູ້ອຳນວຍການບໍລິສັດ ພີເອັດສແອວ ກຣຸບ; ບໍລິສັດ ລາວສະ ແຕນດາດ ຄອນໂທຣ ຈຳກັດ ມອບ ເງິນ 1 ຕື້ກີບ ມອບໂດຍ ທ່ານ ອຸທັນ ໄຕລິດທິ ປະທານບໍລິສັດ ລາວສະ ແຕນດາດ ຄອນໂທຣ ຈຳກັດ ແລະ ທະນາຄານພັດທະນາ ມະຫາຊົນ ມອບເງິນສົດ 1 ຕື້ກີບ ຕາງໜ້າມອບ ໂດຍ ທ່ານ ວິໄລ ສີພະພອນ ປະທານ ສະພາບໍລິຫານທະນາຄານພັດທະນາ ມະຫາຊົນ. ໃນວັນດຽວກັນ, ສະຫາຍ ສັນຕິພາບ ພົມວິຫານ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກ, ລັດຖະມົນຕີກະຊວງ ການເງິນ ໄດ້ຕາງໜ້າໃຫ້ຄະນະ ຮັບຜິດຊອບກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຮັບ ເງິນອຸດໜູນຈາກອົງການປົກຄອງ ນະຄອນຫລວງວຽງຈັນມູນຄ່າ 220 ລ້ານກີບ, ແຂວງຄຳມ່ວນມອບເຄື່ອງ ບໍລິໂພກ ແລະ ເງິນສົດ 213 ລ້ານ ກີບ, ບໍລິສັດໄຊເສດຖາ 200 ລ້ານ ກີບ, ແຂວງບໍລິຄຳໄຊ 100 ລ້ານ ກີບ, ແຂວງບໍ່ແກ້ວ70ລ້ານກີບແລະ ແຂວງຫົວພັນ 50 ລ້ານກີບ. ຂະນະທີ່, ໃນຕອນບ່າຍວັນທີ 6 ມັງກອນ 2026, ບັນດາອົງການ ປົກຄອງແຂວງ ແລະ ບໍລິສັດຕ່າງໆ ໄດ້ນຳເອົາເງິນສົດ, ເຄື່ອງບໍລິໂພກ ມາມອບໃຫ້ຄະນະຮັບຜິດຊອບ ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນ ປະຕິວັດ ລາວ, ປະກອບມີ: ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ມອບເງິນ 700 ລ້ານກີບ, ບໍລິສັດ ວິສາຫະກິດ ຫວຍ ພັດທະນາລາວ 500 ລ້ານກີບ, ບໍລິສັດເບຍລາວ 480 ລ້ານກີບ, ກຸ່ມ ບໍລິສັດ DSK ຈຳກັດ ມອບນ້ຳດື່ມ ແຮ່ທາດ ມິນິໂຣ ມຸນຄ່າ 240 ລ້ານ ກີບ, ແຂວງຈຳປາສັກ ມອບເງິນສົດ ແລະ ເຄື່ອງບໍລິໂພກ ລວມມູນຄ່າ 100 ລ້ານກວ່າກີບ, ທະນາຄານພົງ ສະຫວັນ 100 ລ້ານກີບ, ໂຮງແຮມ ລາດສະວົງ ມອບເງິນ 100 ລ້ານກີບ ແລະ ແຂວງຫລວງນໍ້າທາ ມອບເງິນ ສົດ 50 ລ້ານກີບ ຊຶ່ງພິທີມອບ-ຮັບດັ່ງ ກ່າວຈັດຂຶ້ນຕາງໜ້າຮັບໂດຍສະຫາຍ ສັນຕິພາບ ພົມວິຫານ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກ, ລັດຖະມົນຕີກະຊວງການ ເງິນ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍສັນຕິພາບ ພົມວິຫານໄດ້ສະແດງຄວາມຂອບໃຈ ຕໍ່ບັນດາແຂວງ ແລະ ບັນດາບໍລິສັດ ດັ່ງກ່າວ, ທີ່ນຳເອົາເງິນສົດ, ເຄື່ອງ ບໍລິໂພກມາມອບໃຫ້ຄັ້ງນີ້, ຖືເປັນ ການປະກອບສ່ວນສຳຄັນເຂົ້າໃນ ການຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີXII ຂອງພັກປະຊາຊົນ ປະຕິວັດລາວ. ພ້ອມທັງຢືນຢັນວ່າຈະ ນຳເອົາການຊ່ວຍເຫລືອຄັ້ງນີ້, ໄປນຳ ໃຊ້ໃຫ້ຖືກຕາມຈຸດປະສົງເປົ້າໝາຍ. ຂ່າວ: ກິດຕາ ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==