7192

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 08/01/2026 glf4tdy f{la '7q , dv'xt-5 ,.spj 7A 'mu XII 0v'ra d ,N mu 2 xj vo[a fg]n vdgvq k7tot[= ]y sko'kol6 odk' ltw\mu XII ໂດຍ: ຄົມສິນົິ lts]v'-kflts]v'wpy j '.spj dkooerk ra dxt-k-q oxt8y ;a f]k; “ ” (ຂ່ໍານັບຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ)່ໍ າັ ບົ ມີ ຍຸ ມ່ ັ້ງີ ັ ກ * ສອງທັນວາສະໜັ່ນກ້ອງ ສະຫລອງຊາດສະຫລອງໄຊ ສະຫລອງ ໃນຜົນງານ ສະຫງ່າງາມເງົາແຈ້ງ ມື້ແຫ່ງ ສີວິໄລປັ້ນ ພັນປີປະກາດ ເກີດຊາດລາວເຮັດໃຫ້ ສາກົນໄດ້ກະເດື່ອງລື ແສນຫ່າ ຝົນຖະຫລົ່ມເຍ້ ບໍ່ເພພາບພັງສະຫລາຍ ຍັງຢູ່ ເຍືອຍືນນານ ຜ່ານໄພພານຮ້າຍ ຄວາມວອດວາຍມະຫັນຮ້ອນ ລົມຈອນວອນແລ່ນ ແມ່ນວ່າ ມາໝື່ນຊັ້ນ ຕັນໜ້າກໍຜ່າໄປ ຈິງແລ້ວ ປະເສີດໃສສະຫວ່າງໄດ້ ປະທີບໃຫຍ່ແຍງທາງ ສັດຈະທຳນຳພາພັກປະຊາສະຫລຽວແລ ສະຫລາດແນແນມກ້າວ ລາວດັ່ງ ດວງດາວແຈ້ງ ແສງງາມມື້ອອກໃໝ່ ໃຕ້ຕໍ່າ ວົງແວ່ນແກ້ວ ແປວເປັ່ງຂອງບໍ່ຂ້ອນ ຍັງສະທ້ອນທາບເງົາ ນີ້ນາ ຈຳປາ ບານເບັ່ງອ້າ ລະອອງມອບມວນຖວາຍ ໃຫ້ສ່ອງ ໃສສະຖຽນທົງ ຢູ່ຍາວຍືນໝັ້ນ ຂັນເຂື່ອນແຂງໜັກແໜ້ນ ບໍ່ຄອນແຄນໄຫວຫວັ່ນ ນິລັນດອນຕະຫລອດໄດ້ ປະຊາໄທ້ເທີດພະຄຸນ ຊາດຈະ ເຮືອງຮຸ່ງກ້າວ ພາວປະເສີດສົດໃສ ສຳຄັນ ຄືຄົນພາຍ ຖໍ່ໂທມຂັດທ້າຍ ຫວິດຫວ່າງ ໂຂຂັນຫລົ້ມ ທະເລຈົມຈວນຖະຫລົ່ມ ລົມທັ່ງ ແທງກະທົບແກ້ງ ເຮືອຖີບແຮງຮອດບັ້ນ ພະລັນມົ້ມຝັ່ງຝັນ ຈິງນາ ພາບ: ປກສ dq ,8es];f9t]k9vo l5 ,.lj veo;p7;k,ltf;d c]t xh v'da o .odv'xt-5 ,.spj 7A 'mu XII 0v'ra d ຂປລ. ເພື່ອຮັບປະກັນໃຫ້ການ ດໍາເນີນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ດໍາເນີນ ໄປດ້ວຍຜົນສໍາເລັດອັນຈົບງາມ, ຫລາຍພາກສ່ວນກໍໄດ້ສຸມໃສ່ເປັນ ເຈົ້າການໃນການປະຕິບັດໜ້າທີ່ ວຽກງານຂອງຕົນຢ່າງຕັ້ງໜ້າ. ໃນ ນີ້, ກໍາລັງປ້ອງກັນຄວາມສະຫງົບ ກໍເປັນກໍາລັງໜຶ່ງໃນການປະກອບ ສ່ວນເຂົ້າໃນການປ້ອງກັນກອງ ປະຊຸມໃຫຍ່ຄັ້ງນີ້ ໃຫ້ດໍາເນີນໄປ ດ້ວຍຜົນສໍາເລັດ ໂດຍສະເພາະ ກໍາ ລັງຕໍາຫລວດຈະລາຈອນ ກໍຄື ກົມ ຕໍາຫລວດຈະລາຈອນ ກົມໃຫຍ່ຕໍາ ຫລວດ ກະຊວງ ປກສ ໄດ້ວາງກໍາ ລັງລົງເຂົ້າໃນຈຸດຫໍປະຊຸມແຫ່ງ ຊາດ ເພື່ອຈັດສັນຄວາມເປັນລະ ບຽບຮຽບຮ້ອຍ ຂອງສະຖານທີ່ ຈອດລົດພາຍໃນຫໍປະຊຸມ ແລະ ເປີດທາງໃຫ້ບັນດາຄະນະຜູ້ແທນ ທີ່ຈະເຂົ້າຮ່ວມກອງປະຊຸມ. ທ່ານ ພັທ ບຸນມີ ຫລວງບັນດິດ ຮອງຫົວໜ້າກົມຕໍາຫລວດຈະລາ ຈອນ ກົມໃຫຍ່ຕໍາຫລວດ ກະຊວງ ປ້ອງກັນຄວາມສະຫງົບ, ຫົວໜ້າ ຊີ້ນໍາຈຸດປ້ອງກັນກອງປະຊຸມແຫ່ງ ຊາດ ໄດ້ໃຫ້ຮູ້ວ່າ: ໃນການປ້ອງກັນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ XI I ຂອງພັກ, ສະເພາະກົມຕໍາ ຫລວດຈະລາຈອນ ແມ່ນເຮັດໜ້າ ທີ່ອໍານວຍຄວາມສະດວກໃນການ ປ້ອງກັນເປີດທາງແລະການຈັດສັນ ຄວາມເປັນລະບຽບຮຽບຮ້ອຍຕາມ ສະຖານທີ່ປະຊຸມ ແລະ ຈຸດພັກເຊົ່າ, ໃນວັນທີ 5 ມັງກອນ 2026 ກໍາລັງ ຕໍາຫລວດຈະລາຈອນ ໄດ້ນໍາກໍາລັງ ພົນເຂົ້າບັນຈຸສະຖານທີ່ຕ່າງໆ ພ້ອມ ທັງກະກຽມພາຫະນະຮັບໃຊ້ຈໍານວນ 50 ກວ່າຄົນ, ລົດສະຫລາມ 4 ຄັນ, ພ້ອມດ້ວຍອຸປະກອນເຕັກນິກຮັບໃຊ້ ຕ່າງໆ ມາຮອດປັດຈຸບັນແມ່ນມີ ຄວາມພ້ອມແລ້ວ100%.ນອກຈາກ ນີ້, ກົມຕໍາຫລວດຈະລາຈອນ ຍັງ ໄດ້ປະສານສົມທົບກັບກໍາລັງຕໍາ ຫລວດຈະລາຈອນ ນະຄອນຫລວງ ວຽງຈັນ ເພື່ອລະບາຍການສັນຈອນ ຕາມສາຍທາງຫລັກ ໂດຍສະເພາະ ເສັ້ນທາງ ໄກສອນ ພົມວິຫານ. ໂອກາດນີ້, ທ່ານ ພັທ ບຸນມີ ຫລວງບັນດິດ ຮຽກຮ້ອງໃຫ້ຜູ້ໃຊ້ ລົດ-ໃຊ້ຖະໜົນ ຫລີກລ່ຽງເສັ້ນທາງ ສາຍຫລັກ ກໍຄື ເສັ້ນທາງ ໄກສອນ ພົມວິຫານ ໃນໄລຍະທີ່ມີການດໍາ ເນີນກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ ເພື່ອ ເຮັດໃຫ້ກອງປະຊຸມຄັ້ງນີ້ ດໍາເນີນ ໄປດ້ວຍຜົນສໍາເລັດຢ່າງຈົບງາມ. ພ້ອມກັນນີ້, ທ່ານ ພັທ ຂັນຄໍາ ພອນວິໄລ ຫົວໜ້າຈຸດປ້ອງກັນພາຍ ໃນຫໍປະຊຸມແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ກໍາລັງປ້ອງກັນຊຸດນີ້ແມ່ນເປັນກໍາ ລັງປັກຫລັກ, ກອງກຽດຕິຍົດ, ຮັກ ສາປະຕູເຂົ້າ-ອອກຂອງແຂກທີ່ເຂົ້າ ມາຮ່ວມກອງປະຊຸມ, ຄວາມຈົບ ງາມ-ຄວາມເປັນລະບຽບຮຽບຮ້ອຍ ພາຍໃນແມ່ນຂຶ້ນກັບກໍາລັງປ້ອງ ກັນຂອງພວກເຮົາ. ມາຮອດປັດຈຸ ບັນ, ກໍາລັງເຈົ້າໜ້າທີ່ວິຊາສະເພາະ ແມ່ນມີຄວາມພ້ອມຮັບໃຊ້ກອງປະ ຊຸມຢ່າງສຸດອົກສຸດໃຈ, ເຂັ້ມງວດ, ເຂັ້ມແຂງ, ຮັບປະກັນຄວາມປອດ ໄພໃຫ້ໄດ້ຮ້ອຍສ່ວນຮ້ອຍ. *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຈໍາປາສັກ...ໍັ ຮາກຖານຕົວຈິງ. ສະຫາຍ ອາລຸນໄຊ ສູນນະລາດ ໄດ້ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບຟັງ ບົດລາຍງານການເມືອງ ແລະ ແຜນ ຍຸດທະສາດສຳຄັນຂອງພັກ ຈາກ ສະຫາຍເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ ໂດຍ ສະແດງຄວາມເຫັນດີເຫັນພ້ອມ ແລະ ຕີລາຄາສູງຕໍ່ສະຕິປັນຍາຂອງ ທົ່ວພັກໃນການທົບທວນຄືນການ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກຢ່າງ ຮອບຄອບ. ໄລຍະຜ່ານມາ ແຂວງ ຈຳປາສັກ ໄດ້ຜ່ານຜ່າສິ່ງທ້າທາຍ ຫລາຍດ້ານທັງພາຍໃນ ແລະ ພາຍ ນອກ ໂດຍສະເພາະການແພ່ລະບາດ ຂອງໂຄວິດ-19, ແຕ່ດ້ວຍຄວາມ ສາມັກຄີ ແລະ ມານະຈິດປະຕິວັດ ອັນແຂງແກ່ນເຮັດໃຫ້ແຂວງຈຳ ປາສັກ ສາມາດຍາດໄດ້ຜົນສຳເລັດ ຫລາຍດ້ານ. ໃນນັ້ນ, ດ້ານຄວາມສະ ຫງົບໄດ້ຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ, ດ້ານການສ້າງຮາກ ຖານການເມືອງເຮັດໃຫ້ຮາກຖານ ມີສະຖຽນລະພາບ ແລະ ມີການ ພັດທະນາຢ່າງຕໍ່ເນື່ອງ. ສ່ວນດ້ານ ການແກ້ໄຂຄວາມທຸກຍາກໄດ້ສຸມ ທີມແພດ ກຽມພ້ອມຮອບດ້ານ...ີ້້ ໝໍເຊດຖາທິຣາດ, ໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍ 5 ເມສາ ເພື່ອໃຫ້ການບໍລິການປິ່ນປົວ ແລະ ຮັກສາສຸຂະພາບຂອງຄະນະ ຜູ້ແທນສະເພາະຢູ່ຫໍປະຊຸມແຫ່ງຊາດ ແບ່ງອອກເປັນ 3 ຈຸດ ຄື: ຈຸດທີ 1 ຢູ່ດ້ານຫລັງຫ້ອງປະຊຸມໃຫຍ່ແມ່ນ ຮັບໃຊ້ບັນດາການນຳຂັ້ນສູງ, ຈຸດ ທີ 2 ດ້ານໜ້າຫ້ອງປະຊຸມແມ່ນຮັບ ໃຊ້ຄະນະຜູ້ແທນ ແລະ ແຂກຖືກ ເຊີນ, ຈຸດທີ 3 ແມ່ນຮັບໃຊ້ມວນຊົນ ທົ່ວໄປ. ນອກຈາກນີ້, ຍັງມີທີມແພດ ປະຈຳຢູ່ 6 ໂຮງແຮມ ທີ່ມີຄະນະ ຜູ້ແທນພັກເຊົ່າ. ຂປລ. ໃນວາລະດຳເນີນກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI I ຂອງພັກປະຊາຊົນ ປະຕິວັດລາວ ໃນມື້ທີ 2 ໃນວັນທີ 7 ມັງກອນ 2026 ນີ້, ພາຍໃຕ້ ຄໍາຂວັນ: “ຍົກສູງບົດບາດການ ນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ, ສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນໃຫ້ໜັກ ແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ”, ຜູ້ແທນກອງປະຊຸມໃຫຍ່ ທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ໄດ້ຮັບຟັງຫລາຍບັນຫາສໍາຄັນ ຂອງພັກ ແລະ ໄດ້ພ້ອມກັນປ່ອນ ບັດຄັດເລືອກເອົາຄະນະບໍລິຫານ ງານສູນກາງພັກສະໄໝທີ XII ຊຶ່ງ ກຳເນີນໄປດ້ວຍບັນຍາກາດອັນຟົດ ຟື້ນ, ບັນດາຜູ້ແທນກອງປະຊຸມໃຫຍ່ ໄດ້ຍົກສູງຄວາມຮັບຜິດຊອບຂອງ ຕົນ ເຂົ້າໃນການປະຕິບັດໜ້າທີ່ຕາມ ວາລະ ຢ່າງເຂັ້ມງວດ. ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ, ປະທານສະພາທິດ ສະດີສູນກາງພັກ ຕາງໜ້າກອງ ເລຂາກອງປະຊຸມໃຫຍ່ ໄດ້ແຈ້ງຜົນ ການດຳເນີນກອງປະຊຸມ ໃນມື້ ທີ 2 ວ່າ: ໃນກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໃນ ມື້ທີ 2 ໃນພາກເຊົ້າ ໄດ້ຮັບຟັງ ການລາຍງານບົດສຳຫລວດການ ນຳພາລວມ ຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI, ຫລັງຈາກນັ້ນ, ສະຫາຍເລຂາ ທິການໃຫຍ່ ໄດ້ຕາງໜ້າໃຫ້ຄະນະ ບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ຂຶ້ນກ່າວລາໜ້າທີ່ ແລະ ໄດ້ ມອບໃຫ້ຜູ້ແທນກອງປະຊຸມດຳເນີນ ການເລືອກຕັ້ງຄະນະບໍລິຫານງານ ສູນກາງພັກຊຸດທີ XII. ພ້ອມນັ້ນ, ກອງປະຊຸມຍັງໄດ້ຮັບຟັງການຂຶ້ນ ຜ່ານມາດຖານ, ເງື່ອນໄຂຂອງ ຄະນະບໍລິຫານງານສູນກາງພັກ ຊຸດທີ XII, ພ້ອມທັງໄດ້ແບ່ງໜ່ວຍ ຄົ້ນຄວ້າຢ່າງລະອຽດ, ຈະແຈ້ງ ເພື່ອເຮັດໃຫ້ປະຫວັດຂອງຜູ້ລົງ ສະໝັກເລືອກຕັ້ງແຕ່ລະສະຫາຍ ມີ ຄວາມຈະແຈ້ງ ແລະ ຊັດເຈນ. ສ່ວນໃນພາກບ່າຍ ກອງປະຊຸມ ໄດ້ດຳເນີນການປ່ອນບັດເລືອກເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່ ຊຶ່ງໄດ້ຮັບຜົນສຳເລັດຕາມ ຄາດໝາຍທີ່ວາງໄວ້. ຂ່າວ: ທະນູທອງ ໃສ່ແກ້ໄຂບັນຫາພື້ນຖານຂອງຮາກ ຖານທີ່ຍັງເຫລືອ 6 ບ້ານທຸກຍາກໃນ ຜ່ານມາ ສາມາດແກ້ໄຂໄດ້ 100% ໃນປັດຈຸບັນ. ພ້ອມນີ້, ດ້ານການ ຜະລິດໄດ້ສົ່ງເສີມການປູກພືດທີ່ມີ ມູນຄ່າສູງ ໂດຍສະເພາະບຣູເບີຣີ ທີ່ສາມາດສົ່ງອອກໄປ 7 ປະເທດ, ໝາກແມັກຄາເດເມຍ, ການປຸງແຕ່ງ ປາສະຫວາຍ ແລະ ປາຄາເວຍ. ສຳລັບການທ່ອງທ່ຽວແຂວງຈຳ ປາສັກ ໄດ້ສົ່ງເສີມການທ່ອງທ່ຽວ ແບບຊຸມຊົນມີສ່ວນຮ່ວມຈົນໄດ້ຮັບ ລາງວັນອາຊຽນຫລາຍລາງວັນ ແລະ ມີການເປີດສາຍການບິນໃໝ່ ເຊັ່ນ: ປາກເຊ-ກວາງໂຈ່ວ, ພ້ອມ ທັກໍາລັງເຈລະຈາສາຍການບິນ ປາກເຊ-ຮົງກົງ; ດ້ານການສຶກສາ ສາມາດລຶບລ້າງຫ້ອງຮຽນຊົ່ວຄາວ ໄດ້ 100% ແລະ ດ້ານການລະດົມ ທຶນສາມາດລະດົມຈາກປະຊາຊົນ ໄດ້ 70 ຕື້ກວ່າກີບ ເພື່ອສ້າງທາງ ເບຕົງ ແລະ ຂົວຕ່າງໆ. ໃນຕໍ່ໜ້າ ແຂວງຈຳປາສັກ ຈະ ສຸມໃສ່ການຈັດຕັ້ງປະຕິບັດມະຕິ ຄຳສັ່ງໃຫ້ເຂົ້າເຖິງຮາກຖານ ໂດຍ ຍຶດຕາມຄໍາຂວັນ 5 ຂໍ້ຫລັກ ເພື່ອ ບັນລຸເປົ້າໝາຍສູງສຸດຄື: ເຮັດໃຫ້ ປະຊາຊົນຢູ່ດີກິນດີ ແລະ ໃນປີ 2026 ຈະລຶບລ້າງຄອບຄົວທຸກ ຍາກທີ່ຍັງເຫລືອໃຫ້ໄດ້ຕາມເປົ້າ ໝາຍທີ່ກຳນົດໄວ້. ຂ່າວ: ຢ່າຕົ່ງ ທ່ານ ພົນຈັດຕະວາ ນາງ ທອງສີ ວົງພະຈັນ ຫົວໜ້າກົມຮັກສາ ສຸຂະພາບສູນກາງ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ໂດຍທ່ານໄດ້ໃຫ້ຮູ້ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ກໍຄື ວຽກງານການປິ່ນປົວຢູ່ຫໍປະຊຸມ ແຫ່ງຊາດ ຈຸດທີ 1 ປະກອບມີບັນດາ ແພດປະຈຳການນຳຂັ້ນສູງ, ບັນດາ ຊ່ຽວຊຽນຈາກພະແນກປິ່ນປົວ ຮັກສາບຳບັດ ເພື່ອຮັບໃຊ້ບັນດາ ການນຳຂັ້ນສູງໃນກໍລະນີ້ເກີດພາ ວະສຸກເສີນກະທັນຫັນທີມແພດດັ່ງ ກ່າວ, ເລັ່ງໃຫ້ການປິ່ນປົວຢູ່ຈຸດດັ່ງ ກ່າວ, ຍັງກຽມລົດເຄື່ອນທີ່ສຸກເສີນ (ອຳບູລັງ) ຮັບ-ສົ່ງຄົນເຈັບ 2 ຄັນ, ຈຸດທີ 2 ແມ່ນໃຫ້ບໍລິການບັນດາ ຄະນະຜູ້ແທນ ແລະ ແຂກທີ່ຖືກເຊີນ, ສ່ວນຈຸດທີ 3 ແມ່ນໃຫ້ບໍລິການຮັບ ໃຊ້ທົ່ວໄປ. ພ້ອມນີ້, ຍັງໄດ້ແຕ່ງຕັ້ງ ທີມແພດໜ່ວຍງານອາຫານປອດ ໄພລົງກວດກາຕິດຕາມຄຸນນະພາບ, ເກັບຕົວຢ່າງ, ວິໄຈອາຫານ ແລະ ເຄື່ອງດື່ມໃຫ້ມີຄວາມປອດໄພ ແລະ ດ້ານສຸຂະນາໄມສິ່ງແວດລ້ອມຢູ່ ບັນດາໂຮງແຮມ, ເຂດຮ້ານອາຫານ ແລະ ສະຖານທີ່ຈັດກອງປະຊຸມ, ສະຖານທີ່ປຸງແຕ່ງອາຫານທີ່ສະ ໜອງຮັບໃຊ້ໃນກອງປະຊຸມ. ນອກຈາກນີ້, ໜ່ວຍງານຄວບ ຄຸມພະຍາດລະບາດຍັງໄດ້ຕິດຕາມ ເຝົ້າລະວັງບັນດາພະຍາດຕິດຕໍ່ ຕາມລະດູການຂອງບັນດາຜູ້ແທນ ເພື່ອເຝົ້າລະວັງ ແລະ ກະກຽມ ທີມງານໂຕ້ຕອບ ເພື່ອຮັບປະກັນ ການກະກຽມຄວາມພ້ອມຮັບມືກັບ ການລະບາດຂອງພະຍາດ, ລົງ ສໍາຫລວດໜອນນໍ້າ, ທໍາລາຍແຫລ່ງ ເພາະພັນ ແລະ ພາຫະນະນຳເຊື້ອ ພະຍາດໄຂ້ຍຸງລາຍຢູ່ຕາມສະຖານທີ່ ຈັດກອງປະຊຸມ ແລະ ສະຖານທີ່ພັກ ເຊົາຂອງບັນດາແຂກເຂົ້າຮ່ວມ. ຂ່າວ: ກິດຕາ; ພາບ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==