gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 08/01/2026 xtgmf]k; 5 ປີຜ່ານມາ ສປປ ລາວ...ີ່ ລັດຖະບານ ຈະສືບຕໍ່...ັືໍ່ ພັກ ປປ ລາວ...ັ ຄະນະບໍລິຫານງານສູນກາງພັກ...ໍິູັ ການນຳຂັ້ນສູງພັກ ປປ ລາວ...ັູ້ັ ຂປລ. ໄລຍະ 5 ປີ (20262030) ລັດຖະບານຈະສືບຕໍ່ຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນ ສືບຕໍ່ພັດທະນາປະເທດໃຫ້ຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ, ທັງ ເປັນແຜນຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີXII ຂອງພັກ ແລະ ຍຸດທະສາດການພັດທະນາໄລຍະ 10 ປີ (2026-2035) ແລະ ວິໄສ ທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸໃຫ້ແຂງແຮງ, ເລິກເຊິ່ງ. ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີ ໄດ້ລາຍ ງານໃນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ໃນ ວັນທີ 6 ມັງກອນ 2026 ນີ້ວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030) ເປັນແຜນສືບຕໍ່ພັດທະ ນາປະເທດໃຫ້ຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາຢ່າງມີຄຸນນະພາບ ແລະ ໂລ່ງ ລ່ຽນ ແລະ ເປັນຮູບປະທໍາຕົວຈິງ ກວ່າເກົ່າລັດຖະບານຈະສຸມໃສ່ຈັດ ຕັ້ງປະຕິບັດ 3 ມາດຕະການເລັ່ງ ດ່ວນຄື: ປັບປຸງກົດໝາຍ, ກົນໄກ ແລະ ລະບຽບການ, ຍົກສູງຄວາມ ສາມາດໃນການຄຸ້ມຄອງ ແລະ ບໍລິຫານລັດໃຫ້ມີປະສິດທິພາບຕິດ ພັນກັບການຫັນເປັນດີຈິຕອນ, ການ ແບ່ງຂັ້ນ, ແບ່ງສິດ ແລະ ສ້າງສະ ພາບແວດລ້ອມທີ່ດີໃຫ້ແກ່ການລົງ ທຶນ ແລະ ການດຳເນີນທຸລະກິດໃຫ້ມີ ຄວາມສະດວກ, ວ່ອງໄວ ແລະ ໂປ່ງ ໃສ; ຍົກສູງຈິດໃຈມຸ່ງໝັ້ນພັດທະນາ ຢ່າງແຮງກ້າ, ມີຄວາມກະຕືລືລົ້ນ ຂອງປະຊາຊົນ ເພື່ອພັດທະນາປະ ເທດຊາດໃຫ້ເຂັ້ມແຂງ, ຊຸກຍູ້ຈິດ ໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ເພື່ອໃຫ້ປະຊາ ຊົນ ແລະ ທຸລະກິດທີ່ຮັ່ງມີຕິດພັນ ກັບການຍົກສູງຄຸນນະພາບຊັບພະ ຍາກອນມະນຸດ, ຊຸກຍູ້ການສ້າງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນ ກາງພັກ, ປະທານປະເທດ ລາຍງານ ໃນກອງປະຊູມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີXII ຂອງພັກ ໃນວັນທີ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ໄດ້ ລາຍງານໃນກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີXII ຂອງພັກ ໃນວັນທີ 6 ມັງກອນ 2026 ນີ້ວ່າ: ນັບແຕ່ປີ 2026 ເປັນຕົ້ນໄປ ຄະນະ ບໍລິຫານງານສູນກາງພັກ ຊຸດທີ XII ຈະສືບຕໍ່ດໍາເນີນການສ້າງ, ປັບປຸງ ແລະ ຍົກລະດັບບັນດາປະຖົມປັດໄຈ ຕົ້ນຕໍໃຫ້ແກ່ການບູລະນະລະບອບ ປະຊາທິປະໄຕປະຊາຊົນໃຫ້ໜັກ ແໜ້ນ, ຍົກສູງຄວາມເປັນເຈົ້າຕົນ ເອງ, ສືບຕໍ່ສ້າງພື້ນຖານໃນການ ພັດທະນາ; ຮັບປະກັນສະຖຽນລະ ພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ, ຍຸຕິທໍາ; ອົງການ ລັດປະຕິບັດພາລະບົດບາດ, ໜ້າທີ່ ຕາມກົດໝາຍຢ່າງເຂັ້ມແຂງ, ມີ ປະສິດທິພາບ, ຍົກສູງຄວາມສາ ມາດ ໃນການຄຸ້ມຄອງມະຫາພາກ ຂອງສູນກາງ ແລະ ຄວາມເປັນ ເຈົ້າການຂອງທ້ອງຖິ່ນ; ການພັດ ທະນາເສດຖະກິດ-ສັງຄົມ ມີຈຸດ ສຸມ, ມີຄຸນນະພາບ, ໜັກແໜ້ນຕາມ ທິດສີຂຽວ ແລະ ຍືນຍົງ, ເສດຖະກິດ ມະຫາພາກມີສະຖຽນລະພາບ, ຄວບຄຸມເງິນເຟີ້, ຫລຸດຜ່ອນພາລະ ໜີ້ສິນສາທາລະນະ, ລັດວິສາຫະກິດ ເປັນກໍາລັງແຮງຮ່ວມກັບພາກສ່ວນ ເສດຖະກິດອື່ນໆໃນພື້ນຖານເສດຖະ ກິດແຫ່ງຊາດ; ພັດທະນາແຫລ່ງ ຊັບພະຍາກອນມະນຸດທີ່ມີຄວາມ ສາມາດໃຫ້ແກ່ການພັດທະນາເພີ່ມ ຂຶ້ນ, ຍົກສູງຄຸນນະພາບຊີວິດຂອງ ປະຊາຊົນ; ຍູ້ແຮງການນໍາໃຊ້ວິທະ ຍາສາດ-ເຕັກໂນໂລຊີ ແລະ ການ ຫັນເປັນດີຈິຕອນໃນຂົງເຂດຕ່າງໆ; ການພັດທະນາມີຄວາມກົມກຽວ, ສົມດຸນ, ຫລຸດຜ່ອນຄວາມສ່ຽງຈາກ ໄພທຳມະຊາດ ແລະ ຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດຢ່າງ ມີປະສິດທິຜົນ; ການເຊື່ອມໂຍງເຊື່ອມຈອດກັບປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ ໄດ້ຮັບການ ຈັດຕັ້ງປະຕິບັດເປັນຮູບປະທໍາເປັນ ກ້າວໆ. ພ້ອມນີ້, ຍັງຈະສືບຕໍ່ຮັບ ປະກັນສະຖຽນລະພາບດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ, ມີຄວາມສາມັກຄີ ເປັນປຶກແຜ່ນໃນທົ່ວປວງຊົນ, ເອກະ ລາດ, ອໍານາດອະທິປະໄຕ ໄດ້ຮັບ ການປົກປັກຮັກສາໄວ້ໄດ້ຢ່າງໝັ້ນ ຄົງ; ປະເທດຊາດຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາ; ລະບົບການເມືອງໄດ້ ຮັບການປັບປຸງໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ; ສູ້ຊົນເຮັດໃຫ້ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ໄດ້ຮັບການແກ້ໄຂຢ່າງ ເລິກເຊິ່ງ, ບໍ່ສ້າງໜີ້ສິນໜັກໜ່ວງ; ພັດທະນາເສດຖະກິດໃຫ້ມີຄວາມ ເຂັ້ມແຂງ, ເປັນເຈົ້າຕົນເອງ, ສຸມໃສ່ 7 ຂະແໜງ ເສດຖະກິດປາຍແຫລມ, ການຄຸ້ມຄອງ-ບໍລິຫານເສດຖະກິດ ດໍາເນີນໄປຖືກຕ້ອງຕາມກົດໝາຍ; ການພັດທະນາຂະຫຍາຍຕົວໄວ, ຕໍ່ເນື່ອງ, ສູ້ຊົນໃຫ້ອັດຕາການເຕີບ ໂຕຂອງລວມຍອດຜະລິດຕະພັນ ພາຍໃນ(GDP) ໃຫ້ເພີ່ມຂຶ້ນສະ ປະຊາຊົນປະຕິວັດລາວ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາ ທິການໃຫຍ່ ປະຊາຊົນລາວບັນດາ ເຜົ່າຈະສືບຕໍ່ຍາດໄດ້ຜົນສຳເລັດ ໃໝ່ໃນການພັດທະນາເສດຖະກິດສັງຄົມ ເພື່ອຍົກສູງຊີວິດການເປັນຢູ່ ຂອງປະຊາຊົນ ກໍຄື ບົດບາດ ແລະ ອິດທິພົນຂອງລາວໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ຢ່າງ ບໍ່ຢຸດຢັ້ງ. ອີກເທື່ອໜຶ່ງ, ໃນໂອກາດອັນ ສະຫງ່າລາສີນີ້, ຄະນະບໍລິຫານ ງານສູນກາງພັກປະຊາຊົນກໍາປູເຈຍ ຂໍອວຍພອນໄຊອັນປະເສີດມາຍັງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິ ວັດລາວ ຈົ່ງດຳເນີນໄປດ້ວຍຜົນສຳ ເລັດອັນຈົບງາມ ແລະ ໄດ້ຮັບໝາກ ຜົນອັນດີເລີດຕາມຄາດໝາຍ. ອວຍພອນໃຫ້ສາຍພົວພັນມິດ ຕະພາບ ແລະ ການພົວພັນຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານລະຫວ່າງສອງ ພັກຂອງພວກເຮົາຈົ່ງໄດ້ຮັບການ ເສີມຂະຫຍາຍ ແລະ ແໜ້ນແຟ້ນ ຍິ່ງໆຂຶ້ນ. ເລ່ຍ 6% ຕໍ່ປີຂຶ້ນໄປ; ຄຸນນະພາບ ຊີວິດຂອງປະຊາຊົນໄດ້ຮັບການ ຍົກສູງຂຶ້ນ; ວັດທະນະທໍາອັນດີ ງາມ ແລະ ເປັນເອກະລັກຂອງຊາດ ໄດ້ຮັບການເສີມຂະຫຍາຍ, ຊັບພະ ຍາກອນມະນຸດໄດ້ຮັບການກໍ່ສ້າງ ແລະ ພັດທະນາຢ່າງມີຈຸດສຸມ ແລະ ມີຄຸນນະພາບ. ສະຫາຍ ທອງລຸນ ສີສຸລິດ ຍັງ ໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ທິດທາງ ແຕ່ນີ້ຮອດປີ 2030 ໄດ້ຮັບການ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ, ພວກເຮົາຕ້ອງສືບຕໍ່ບຸກທະລຸທັງສີ່ ດ້ານໃຫ້ແຂງແຮງ, ເລິກເຊິ່ງ ແລະ ເປັນຮູບປະທຳ ໂດຍສືບຕໍ່ເຊື່ອມ ສານ ແລະ ຜັນຂະຫຍາຍ-ຕໍ່ຍອດ ວຽກງານຈຸດສຸມໃນວາລະແຫ່ງ ຊາດວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ (2022-2025) ໃຫ້ນຳ ເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ກາຍເປັນແຜນປົກກະຕິ ເພື່ອຊີ້ ນໍາການຈັດຕັ້ງປະຕິບັດໃຫ້ເຂົ້າສູ່ ລວງເລິກ, ມີປະສິດທິຜົນ ແລະ ໃຫ້ ຂາດຕົວໃນບາງດ້ານດ້ວຍມາດຕະ ການສຳຄັນ, ເລັ່ງດ່ວນຈຳນວນ ໜຶ່ງເປັນຕົ້ນປຸກລະດົມ ແລະ ຍູ້ແຮງ ຂະບວນການພັດທະນາປະເທດ ຊາດຂຶ້ນສູ່ລະດັບສູງ, ຍົກສູງຈິດໃຈ ເອກະລາດ, ຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບຸກບືນສູ້ຊົນເຮັດໃຫ້ປະຊາຊົນຮູ້ ທຳມາຫາກິນແບບໃໝ່, ມີວິຖີຊີວິດ ແບບໃໝ່ກ້າວຂຶ້ນ ແລະ ສ້າງໃຫ້ວິ ສາຫະກິດຂອງລັດ ແລະ ເອກະຊົນ ເຂັ້ມແຂງ, ຮັ່ງມີຂຶ້ນ; ນຳພາຊຸກຍູ້ ການປະຕິບັດແນວທາງການກໍ່ສ້າງ ເສດຖະກິດເອກະລາດເປັນເຈົ້າຕົນ ເອງຢ່າງແຂງແຮງ, ສ້າງທ່ວງ ທ່າການພັດທະນາທີ່ຍືນຍົງ ແລະ ເຊື່ອມໂຍງກັບສາກົນ; ຫັນປ່ຽນ ຈາກສັງຄົມຊົມໃຊ້ໄປສູ່ສັງຄົມ ແຫ່ງການຜະລິດໃຫ້ໄດ້ເປັນຮູບ ປະທຳ; ປ່ຽນແປງໃໝ່ຢ່າງຮອບ ດ້ານວຽກງານຄຸ້ມຄອງແນໃສ່ຍົກ ສູງປະສິດທິຜົນການຂຸດຄົ້ນ ແລະ ນໍາໃຊ້ແຫລ່ງຊັບພະຍາກອນທຳ ມະຊາດເປັນຕົ້ນຂົງເຂດບໍ່ແຮ່, ຊັບພະຍາກອນນ້ຳ, ທີ່ດິນໃຫ້ກາຍ ເປັນການຜະລິດທີ່ຍືນຍົງ; ຕັ້ງໜ້າ ຜະລິດພະລັງງານໄຟຟ້າດ້ວຍຫລາຍ ທາງເລືອກລວມທັງພະລັງງານນ້ຳ, ແສງຕາເວັນ, ລົມ ແລະ ພະລັງງານ ນິວເຄຣຍ ເພື່ອຊົມໃຊ້ພາຍໃນ ແລະ ເພື່ອການສົ່ງອອກ; ເພີ່ມທະວີການ ບໍລິຫານທີ່ດີ, ສ້າງຄວາມໂປ່ງ ໃສ, ຕ້ານ ແລະ ສະກັດກັ້ນການສໍ້ ລາດບັງຫລວງ, ອັດຊ່ອງວ່າງການ ຮົ່ວໄຫລ, ເພີ່ມແຫລ່ງລາຍຮັບງົບ ປະມານ ເພື່ອສ້າງກໍາລັງແຮງໃຫ້ ແກ່ການຊຸກຍູ້ການພັດທະນາເສດ ຖະກິດ-ສັງຄົມ ໃຫ້ໄວຂຶ້ນ, ໝັ້ນທ່ຽງ ແລະ ມີຄວາມຍືນຍົງ. ຂ່າວ: ທະນູທອງ 6 ມັງກອນ 2026 ນີ້ວ່າ: ໃນໄລຍະ 5 ປີຜ່ານມາພາຍໃຕ້ການນຳພາ ຂອງພັກ ກໍຄື ຄະນະບໍລິຫານງານ ສູນກາງພັກ ຊຸດທີ XI ເຮັດໃຫ້ ສປປ ລາວ ໄດ້ຮັບການພັດທະນາຂຶ້ນຢ່າງ ບໍ່ຢຸດຢັ້ງ, ສາມາດປົກປັກຮັກສາອໍາ ນາດອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງ ໝັ້ນຄົງ, ຮັບປະກັນສະຖຽນລະພາບ ທາງການເມືອງ, ສັງຄົມມີຄວາມ ສະຫງົບປອດໄພ ໂດຍພື້້ນຖານ, ສາມາດສະກັດກັ້ນ ແລະ ຕ້ານທຸກ ການທຳລາຍມ້າງເພທີ່ເລິກແລບ ຂອງອິດທິກໍາລັງປໍລະປັກ ແລະ ກຸ່ມ ຄົນບໍ່ຫວັງດີຕໍ່ປະເທດເຮົາ, ສະກັດ ກັ້ນ ແລະ ແກ້ໄຂບັນດາເຫດການ ຫຍໍ້ທໍ້ໃນສັງຄົມ, ກໍາລັງ ປກຊ-ປກສ ເປັນຫລັກແຫລ່ງຮ່ວມກັນທຸກກຳລັງ ພາຍໃນຊາດ ຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດຖືເປັນສະໜາມຮົບ ໜຶ່ງທີ່ດຸເດືອດແຕ່ໄດ້ຮັບການຈັດຕັ້ງ ຜັນຂະຫຍາຍດ້ວຍຜົນສໍາເລັດເປັນ ຢ່າງດີ, ກໍາລັງປະກອບອາວຸດຍາມ ໃດກໍເປັນກຳລັງທີ່ຈົງຮັກພັກດີ ແລະ ໄວ້ໃຈຂອງພັກ ຊຶ່ງໄດ້ຮັບການປັບ ປຸງ, ກໍ່ສ້າງ ແລະ ຍົກລະດັບໃຫ້ເຂັ້ມ ແຂງ, ໜັກແໜ້ນໃນທຸກດ້ານເປັນ ກ້າວໆມາ. ພ້ອມນີ້, ຍັງໄດ້ສູ້ຊົນຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຕິດພັນກັບການ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ສາມາດຍາດ ໄດ້ຜົນສຳເລັດສຳຄັນຫລາຍດ້ານ ທີ່ເປັນພື້ນຖານ, ສາມາດປະຄັບ ປະຄອງເສດຖະກິດມະຫາພາກບໍ່ ໃຫ້ຕົກເຂົ້າສູ່ພາວະວິກິດການ; ໄດ້ ດຳເນີນບັນດາມາດຕະການຕ່າງໆ ທີ່ມີຈຸດສຸມດ້ວຍການປັບປຸງລະ ບອບ, ລະບຽບການ, ກົນໄກຄຸ້ມຄອງ ເສດຖະກິດທີ່ເອື້ອອໍານວຍ ແລະ ສົ່ງເສີມການຜະລິດ-ທຸລະກິດ, ຫັນ ເປັນທັນສະໄໝໄດ້ຈໍານວນໜຶ່ງ, ອັດຊ່ອງວ່າງການຮົ່ວໄຫລງົບປະ ມານຂອງລັດທຸກລະດັບໄດ້ດີຂຶ້ນ; ໄດ້ເລີ່ມປະຕິຮູບລັດວິສາຫະກິດຈຳ ນວນໜຶ່ງຢ່າງຈິງຈັງ, ຂະຫຍາຍ ການຜະລິດເປັນສິນຄ້າຕິດພັນກັບ ການປຸງແຕ່ງ, ສ້າງມູນຄ່າເພີ່ມ; ລະບົບພື້ນຖານໂຄງລ່າງໃໝ່ຈໍາ ນວນໜຶ່ງໄດ້ຮັບການພັດທະນາ ແລະ ເປີດການນໍາໃຊ້ເຮັດໃຫ້ນະໂຍ ບາຍເຊື່ອມໂຍງ-ເຊື່ອມຈອດຂອງ ພວກເຮົາໄດ້ມີບາດກ້າວບຸກທະ ລຸໃໝ່. ໃນໄລຍະ 5 ປີ ຜ່ານມາ, ພວກ ເຮົາໄດ້ເອົາໃຈໃສ່ພັດທະນາຊັບພະ ຍາກອນມະນຸດເປັນໜ້າທີ່ແຖວໜ້າ, ປັບປຸງຄຸນນະພາບການຮຽນ-ການ ສອນ, ສຸມໃສ່ແກ້ໄຂສະພາບຂາດ ຄູສອນ, ການປະລະການຮຽນຂອງ ນັກຮຽນ-ນັກສຶກສາ, ສົ່ງເສີມການ ຄົ້ນຄວ້າວິທະຍາສາດ, ການສ້າງ ນະວັດຕະກໍາ, ເອົາໃຈໃສ່ຍົກລະດັບ ການສົ່ງເສີມວຽກງານກັນພະຍາດ, ການປິ່ນປົວສຸຂະພາບ ແລະ ການ ບໍລິການດ້ານສາທາລະນະສຸກ; ໄດ້ ອະນຸລັກຮັກສາ ແລະ ເສີມຂະຫຍາຍ ມໍລະດົກວັດທະນະທຳທີ່ເປັນເອກະ ລັກຂອງຊາດ; ຖືສຳຄັນການຄຸ້ມ ຄອງແຮງງານ, ສົ່ງເສີມການພັດ ທະນາສີມືແຮງງານ, ເອົາໃຈໃສ່ ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດ, ການຊ່ວຍ ເຫລືອສົງເຄາະຕ່າງໆ ໄດ້ເປັນຢ່າງ ດີ. ພ້ອມນັ້ນ, ອົງການລັດທຸກຂັ້ນ ໄດ້ຮັບການປັບປຸງໃຫ້ມີຄວາມກະ ທັດຮັດ ແລະ ມີປະສິດທິຜົນສູ່ຄຸນ ນະພາບໃໝ່ໄປຄຽງຄູ່ກັບການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມ ກົດໝາຍຢ່າງເປັນລະບົບ, ເປັນ ພື້ນຖານອັນເຂັ້ມແຂງໃຫ້ແກ່ການ ຫັນໄປສູ່ການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມດ້ວຍກົດໝາຍ. ກົງຈັກອົງ ການລັດຂັ້ນຕ່າງໆໄດ້ຮັບການປັບ ປຸງຕາມທິດກະທັດຮັດ, ມີປະສິດ ທິພາບ, ຄ່ອງຕົວຂຶ້ນ; ໄດ້ເພີ່ມຄວາມ ເຂັ້ມງວດວຽກງານກວດສອບ, ກວດກາ ແລະ ແກ້ໄຂຜົນຂອງການ ກວດກາຢ່າງແຂງແຮງ ແລະ ເຂັ້ມ ງວດ; ຂະບວນຍຸຕິທຳໄດ້ຮັບການ ຈັດຕັ້ງປະຕິບັດຖືກຕ້ອງຕາມກົດ ໝາຍ ແລະ ມີຄວາມຍຸຕິທຳ ແລະ ໂປ່ງໃສຂຶ້ນຕື່ມບາດກ້າວໜຶ່ງ. ພ້ອມດຽວກັນນີ້, ໃນໄລຍະ 5 ປີຜ່ານມາ ສປປ ລາວ ຍັງໄດ້ສຸມ ໃສ່ປັບປຸງ, ກໍ່ສ້າງພັກທັງ 4 ດ້ານ ໄປພ້ອມໆກັນເປັນຕົ້ນສ້າງການ ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ດ້ານແນວຄິດ-ການເມືອງ ຊຶ່ງຖື ເປັນສະໜາມຮົບແຖວໜ້າຂອງພັກ ໃນໄລຍະໃໝ່. ພັກເຮົາໄດ້ຍູ້ແຮງ ການກໍ່ສ້າງ, ປັບປຸງພັກ ໂດຍຖືເອົາ ຄຸນນະພາບເປັນກົກເຮັດໃຫ້ການ ຈັດຕັ້ງຮາກຖານພັກ ແລະ ຖັນແຖວ ສະມາຊິກພັກ ມີຈຳນວນເພີ່ມຂຶ້ນ. ອັນພົ້ນເດັ່ນໄດ້ເປີດບັ້ນດໍາເນີນຊີວິດ ການເມືອງກາງສະໄໝ ແລະ ທ້າຍ ສະໄໝໃນທົ່ວພັກ ໂດຍຖືມາດຕະ ການດັ່ງກ່າວ ເປັນການປົວແປງ ພາຍໃນພັກ ເພື່ອສືບຕໍ່ຍູ້ແຮງການ ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນຍິ່ງຂຶ້ນຕິດພັນກັບ ການຕິດຕາມ, ກວດກາ ແລະ ແກ້ ໄຂສະພາບຫຍໍ້ທໍ້ຕ່າງໆພາຍໃນພັກ ຢ່າງເຂັ້ມງວດ. ສັງຮວມແລ້ວ, ຜົນໄດ້ຮັບຈາກ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ ແມ່ນ ໃຫຍ່ຫລວງຮອບດ້ານ ແລະ ມີ ຄວາມໝາຍສໍາຄັນ ເຊິ່ງໄດ້ມາຍ້ອນ ການນຳພາຊີ້ນຳຢ່າງເຂັ້ມແຂງ, ຖືກຕ້ອງ, ແທດເຖິງ ແລະ ທັນການ ຂອງຄະນະບໍລິຫານງານສູນກາງ ພັກ, ຄະນະພັກທຸກຂັ້ນ ກໍຄື ການ ຄຸ້ມຄອງບໍລິຫານຂອງອົງການລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ທົ່ວ ພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ ແລະ ປວງຊົນລາວທັງຊາດ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ ຄວາມສາມາດຂອງພັກເຮົາໃນ ການຜະເຊີນກັບບັນຫາທີ່ເກີດຂຶ້ນໄດ້ ສຳເລັດ, ມີຄວາມບຸກບືນສູ້ຊົນ ແລະ ຕັດສິນໃຈສູງຄົ້ນຄວ້າທາງອອກ ແລະ ວາງມາດຕະການອັນຈຳເປັນ ຢ່າງຖືກຕ້ອງ. ການຮູ້ນໍາໃຊ້ ແລະ ເສີມຂະຫຍາຍກຳລັງແຮງຂອງ ຄວາມກ້າວໜ້າວິທະຍາສາດ-ເຕັກ ໂນໂລຊີ ແລະ ນະວັດຕະກໍາເຂົ້າໃນ ການແກ້ໄຂບັນຫາຢ່າງມີປະສິດທິ ຜົນ. ປະຊາຊົນລາວບັນດາເຜົ່າໄດ້ ເສີມຂະຫຍາຍນໍ້າໃຈຮັກຊາດອັນດູດ ພື້ນຖານເສດຖະກິດເອກະລາດເປັນ ເຈົ້າຕົນເອງ ເພື່ອຕອບສະໜອງ ຄວາມຕ້ອງການໃນການພັດທະນາ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ຫັນປ່ຽນວຽກງານ ຄຸ້ມຄອງຮອບດ້ານ ເພື່ອປັບປຸງປະ ສິດທິພາບການຂຸດຄົ້ນ ແລະ ນໍາໃຊ້ ຊັບພະຍາກອນທຳມະຊາດ ໂດຍ ສະເພາະໃນຂົງເຂດແຮ່ທາດ, ພະ ລັງງານ ແລະ ທີ່ດິນ, ເພີ່ມທະວີ ຄວາມໂປ່ງໃສ ແລະ ເຂັ້ມງວດໃນ ການປະຕິບັດແຜນງົບປະມານ ໂດຍ ສະກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫລວງ ແລະ ການສູນເສຍລາຍ ຮັບ, ຂະຫຍາຍຖານລາຍຮັບໃໝ່ ຕາມທ່າແຮງ ເພື່ອຊຸກຍູ້ການພັດ ທະນາເສດຖະກິດ-ສັງຄົມຕາມທິດ ວ່ອງໄວ, ສີຂຽວ ແລະ ຍືນຍົງ. ສຳລັບທິດທາງລວມ,ຄາດໝາຍ ສູ້ຊົນຕົ້ນຕໍ ແລະ ແຜນວຽກຈຸດສຸມ ລັດຖະບານຈະສືບຕໍ່ແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ ໃຫ້ເປັນຮູບປະທໍາຫລາຍຂຶ້ນ, ບໍ່ສ້າງໜີ້ສິນໜັກໜ່ວງ, ດໍາເນີນ ການຄຸ້ມຄອງ-ບໍລິຫານເສດຖະກິດ ໄປຕາມກົດໝາຍ, ລະບຽບຫລັກ ການ ແລະ ສອດຄ່ອງກັບກົນໄກ ຕະຫລາດທີ່ມີການການດັດສົມ ແລະ ຄຸ້ມຄອງຂອງລັດ, ພັດທະນາ ເສດຖະກິດໃຫ້ຂະຫຍາຍຕົວໄວ, ຢ່າງຕໍ່ເນື່ອງ ແລະ ເຂັ້ມແຂງ, ໜັກ ແໜ້ນດ້ວຍຄຸນນະພາບສູງ ແລະ ເປັນເຈົ້າຕົນເອງນັບມື້ພົ້ນເດັ່ນ; ສຸມ ໃສ່ກໍ່ສ້າງ ແລະ ພັດທະນາຊັບພະ ຍາກອນມະນຸດ, ຖັນແຖວນັກຮຽນ ຮູ້-ປັນຍາຊົນໃຫ້ສາມາດຕອບສະ ໜອງໃຫ້ແກ່ການສ້າງສາປະເທດ ໃນເງື່ອນໄຂໃໝ່, ສາມາດປະກອບ ສ່ວນເຂົ້າໃນການຄົ້ນຄວ້າ, ພັດທະ ນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຫລື ການປະດິດສ້າງ ໃໝ່ໃຫ້ແກ່ການພັດທະນາປະເທດ ຊາດນັບມື້ນັບຫລາຍ ແລະ ໂດດ ເດັ່ນຂຶ້ນ; ຍົກສູງຄຸນນະພາບຊີວິດ ຂອງປະຊາຊົນໃຫ້ດີຂຶ້ນ, ພັດທະນາ ປະເທດຊາດໃຫ້ຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາຢ່າງໂລ່ງລ່ຽນ, ມີຄຸນ ນະພາບ ແລະ ຍືນຍົງ; ພັດທະນາ ເສດຖະກິດ-ສັງຄົມ ແລະ ການປົກ ປັກຮັກສາສິ່ງແວດລ້ອມຢ່າງສົມ ສ່ວນຕາມທິດສີຂຽວ ແລະ ຍືນຍົງ; ເຄື່ອນໄຫວວຽກງານການຕ່າງປະ ເທດຢ່າງເປັນເຈົ້າການ, ຫ້າວຫັນ ແລະ ໄດ້ຮັບຄວາມເຊື່ອໝັ້ນ, ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ຈາກເພື່ອນມິດສາກົນ, ມີບົດບາດ ພົ້ນເດັ່ນສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ; ຍົກສູງປະສິດທິພາບການ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ຕາມທິດສ້າງລັດທີ່ປົກຄອງ ດ້ວຍກົດໝາຍ ແລະ ຮັບປະກັນສະ ຖຽນລະພາບການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ, ມີ ຄວາມສາມັກຄີເປັນປຶກແຜ່ນ ແລະ ປັບປຸງຮາກຖານການເມືອງໃຫ້ມີ ຄວາມເຂັ້ມແຂງ ແລະ ໜັກແໜ້ນ, ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເພື່ອ ຫລຸດຜ່ອນຄວາມແຕກໂຕນຂອງ ການພັດທະນາລະຫວ່າງຜູ້ຮັ່ງ ແລະ ຜູ້ທຸກ, ລະຫວ່າງຕົວເມືອງ ແລະ ມິດຕະພາບທີ່ແໜ້ນແຟ້ນມາແຕ່ ດົນນານ ຊຶ່ງເປັນປັດໄຈທີ່ສໍາຄັນ ສໍາລັບການປຶກສາຫາລືທາງດ້ານ ການເມືອງຢ່າງຕັ້ງໜ້າ, ລວມທັງ ການເສີມຂະຫຍາຍການພົວພັນ ທາງດ້ານທຸລະກິດ ແລະ ດ້ານມະ ນຸດສະທຳ. ຂ້າພະເຈົ້າຫວັງວ່າ ສາຍພົວພັນທີ່ຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດຮ່ວມກັນຈະສືບ ຕໍ່ພັດທະນາກ້າວເຂົ້າສູ່ລວງເລິກ ຢ່າງຕໍ່ເນື່ອງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ລວມທັງຂອບ ການຮ່ວມມືລະຫວ່າງຣັດເຊຍ ແລະ ອາຊຽນ. ໃນຖານະທີ່ເປັນສ່ວນໜຶ່ງທີ່ ສຳຄັນຂອງການເປັນຄູ່ຮ່ວມມືຍຸດ ທະສາດລະຫວ່າງສອງລັດຖະບານ (ນະຄອນຫລວງມົດສະກູ ແລະ ນະຄອນຫລວງວຽງຈັນ), ການພົວ ພັນລະຫວ່າງພັກຣັດເຊຍເອກະພາບ ແລະ ພັກປະຊາຊົນປະຕິວັດລາວ ສືບ ຕໍ່ເຂັ້ມແຂງຢ່າງຕໍ່ເນື່ອງ, ບັນດາຂໍ້ ກໍານົດຂອງສອງພັກໄດ້ຮັບການ ເສີມຂະຫຍາຍ ແລະ ປຶກສາຫາລືກັນ ຢ່າງໃກ້ຊິດໃນບັນຫາທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ, ລວມ ທັງການຕ້ານທຸກການເຄື່ອນໄຫວ ຂອງລັດທິລ່າເມືອງຂຶ້ນແບບໃໝ່ໃນ ສະໄໝໃໝ່. ຂ້າພະເຈົ້າຂໍອວຍພອນໃຫ້ຜູ້ ແທນກອງປະຊຸມໃຫຍ່ທັງໝົດຈົ່ງມີ ຜົນສໍາເລັດອັນຈົບງາມ ແລະ ອວຍ ພອນໃຫ້ສະຫາຍ ທອງລຸນ ສີສຸລິດ ຈົ່ງມີສຸຂະພາບແຂງແຮງ ແລະ ພະ ລານາໄມສົມບູນ. ດື່ມ, ມີຄວາມສາມັກຄີເປັນປຶກແຜ່ນ, ສືບຕໍ່ມີຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກ ແລະ ລັດ, ເຊື່ອໝັ້ນໃນ ອະນາຄົດອັນສະຫວ່າງສະໄຫວ ຂອງປະເທດຊາດ. ສະຫາຍ ທອງລຸນ ສີສຸລິດ ຍັງ ໄດ້ຕາງໜ້າຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ສະແດງ ຄວາມຍ້ອງຍໍຊົມເຊີຍມາຍັງຄະນະ ພັກແຕ່ລະຂັ້ນ, ພະນັກງານ, ສະ ມາຊິກພັກ, ທະຫານ, ຕໍາຫລວດ, ປະຊາຊົນລາວ, ຜູ້ປະກອບການ, ນັກທຸລະກິດທັງພາຍໃນ ແລະ ຕ່າງ ປະເທດທີ່ໄດ້ຕັ້ງໜ້າປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ໄດ້ຮັບຜົນສໍາເລັດເປັນຢ່າງດີ, ມີ ຄວາມຕື່ນຕົວເປັນເຈົ້າການປະກອບ ສ່ວນຄົນລະໄມ້ຄົນລະມື. ຂ່າວ: ທະນູທອງ ຊົນນະບົດໃຫ້ຫຍັບເຂົ້າໃກ້ກັນເທື່ອ ລະກ້າວ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==