glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 07/01/2026 glf4tdy f{la '7q , ໂຄງການການເມືອງຂອງພັກ...ືັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລັດຖະບານ...ັ ຫລາຍພາກສ່ວນ...່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XII ຂອງພັກ ໃນວັນທີ 6 ມັງກອນ 2026 ນີ້ວ່າ: ຜ່ານການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມໄລຍະ 5 ປີ ຜ່ານມາ, ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິ ບັດມາດຕະການຕ່າງໆເຮັດໃຫ້ເສດ ຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ ເນື່ອງ, ລວມຍອດຜະລິດຕະພັນ ພາຍໃນ (GDP) ຂະຫຍາຍຕົວ ສະເລ່ຍໃນລະດັບ 4,24% ຊຶ່ງບັນລຸ ຄາດໝາຍທີ່ວາງໄວ້ 4% ຂຶ້ນໄປ, GDP ຕໍ່ຫົວຄົນບັນລຸໄດ້ 2.138 ໂດລາສະຫະລັດ (ແຜນການ 2.880 ໂດລາສະຫະລັດ) ແລະ GNI ຕໍ່ຫົວຄົນ ບັນລຸໄດ້ 1.985 ໂດລາສະຫະລັດ (ແຜນການ 2.280 ໂດລາສະຫະລັດ). ໃນນີ້, ຂະແໜງກະສິກຳຂະຫຍາຍຕົວສະ ເລ່ຍ 2,9%, ກວມ 19,4% ຂອງ GDP (ແຜນການຂະຫຍາຍຕົວ 2,5% ແລະ ກວມ 15,3%), ຂະ ແໜງອຸດສາຫະກຳຂະຫຍາຍຕົວ ສະເລ່ຍ 4,7%, ກວມ 32,5% (ແຜນການຂະຫຍາຍຕົວ 4,1% ແລະ ກວມ 32,3%), ຂະແໜງ ບໍລິການຂະຫຍາຍຕົວສະ ເລ່ຍ 4,5%, ກວມ 36,6% (ແຜນການ ຂະຫຍາຍຕົວ 6% ແລະ ກວມ 41,3%), ຂະແໜງພາສີ-ອາກອນ ຜະລິດຕະພັນຂະຫຍາຍຕົວສະເລ່ຍ 3,8%, ກວມ 11,5% ຂອງ GDP (ແຜນການ 5,8% ແລະ ກວມ 11,7% ຂອງ GDP). ດ້ານການຜະລິດ ແລະ ການ ບໍລິການມີການຂະຫຍາຍຕົວດີ, ພົ້ນ ເດັ່ນແມ່ນການຜະລິດເຂົ້າປະຕິບັດ ໄດ້ 18,9 ລ້ານໂຕນ, ສະເລ່ຍ 3,7 ລ້ານໂຕນຕໍ່ປີ (ແຜນການ 3,5-4 ລ້ານໂຕນຕໍ່ປີ); ຜະລິດພືດເປັນສິນ ຄ້າ ໄດ້ 9,5 ລ້ານໂຕນຕໍ່ປີ (ແຜນ ການ 7,4 ລ້ານໂຕນຕໍ່ປີ); ການຜະ ຂປລ. ໃນວັນທີ 6 ມັງກອນ 2026 ນີ້, ບັນດາອົງການປົກຄອງ ແຂວງ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ນຳເອົາເງິນສົດ, ເຄື່ອງບໍລິໂພກ, ຫລຽນທີ່ລະນຶກ ມາມອບໃຫ້ຄະນະຮັບຜິດຊອບກອງ ປະຊຸມໃຫຍ່ ເພື່ອອຸປະຖຳ ແລະ ສະ ໜັບສະໜູນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ທີ່ຈັດຂຶ້ນ ໃນລະຫວ່າງວັນທີ 6-8 ມັງກອນນີ້, ຕາງໜ້າຮັບໂດຍສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດ ຖະມົນຕີກະຊວງການເງິນ ໂດຍມີ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກ້າວຂຶ້ນສູ່ສັງຄົມນິຍົມໃນກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກ ໃນວັນທີ 6 ມັງ ກອນ 2026 ໂດຍສະຫາຍ ໄດ້ຍົກ ໃຫ້ເຫັນຂະບວນວິວັດການປະຕິບັດ ໂຄງການການເມືອງຂອງພັກ ຊຶ່ງນັບແຕ່ພັກປະຊາຊົນປະຕິວັດ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກ ເຮົາໄດ້ວາງໂຄງການການເມືອງ ອອກ 2 ຄັ້ງ ຄື: ຄັ້ງທີ I ແມ່ນ ເປັນໂຄງການການເມືອງສະບັບ ທຳອິດ, ປະກາດອອກໃນວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ໃນ ວັນທີ 22 ມີນາ 1955 ຊຶ່ງເປັນ ໂຄງການການເມືອງ ທີ່ກຳນົດທິດ ນໍາຂອງພັກ ແລະ ຖືເປັນແນວທາງ ກຳນົດໃຫ້ພັກເຮົາພາຍຫລັງສ້າງຕັ້ງ ຂຶ້ນ ໄດ້ດໍາເນີນພາລະກິດຕໍ່ສູ້ຕ້ານ ການຮຸກຮານຈາກຈັກກະພັດລ່າ ເມືອງຂຶ້ນ ແລະ ລູກມື ຂອງພວກ ເຂົາ. ໂຄງການການເມືອງສະບັບ ນີ້ ກາຍເປັນແສງສະຫວ່າງເຍືອງ ທາງນຳພາປະຊາຊົນລາວ ຕໍ່ສູ້ ປະຕິວັດ ຈົນເຖິງກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ. ໂຄງການການ ເມືອງສະບັບທີ II ໄດ້ສ້າງຂຶ້ນໃນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ II ຂອງພັກ, ຈັດຂຶ້ນໃນວັນທີ 03-06 ກຸມພາ 1972. ໂຄງການ ການເມືອງສະບັບນີ້, ແມ່ນການວາງ ແນວທາງຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນແບບ ໃໝ່ດ້ວຍຄຳຂວັນ: “ດຳເນີນການ ປະຕິວັດຊາດ ປະຊາທິປະໄຕ ເພື່ອ ນຳເອົາເອກະລາດແຫ່ງຊາດ, ລຶບ ລ້າງລະບອບຣາຊາທິປະໄຕ ກ້າວ ໄປເຖິງການສະຖາປະນາລະບອບ ໃໝ່ຂຶ້ນໃນປະເທດລາວ”. ໂຄງການ ການເມືອງທັງສອງສະບັບ ຂອງ ພັກ ໄດ້ຮັບການປະຕິບັດຢ່າງມີຜົນ ສຳເລັດອັນສະຫງ່າລາສີ ຊຶ່ງນຳມາ ເຖິງການສຳເລັດພາລະກິດປົດປ່ອຍ ຊາດ, ຍາດໄດ້ເອກະລາດແຫ່ງຊາດ, ອໍານາດອະທິປະໄຕ ແລະ ກ້າວເຖິງ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. ການສ້າງໂຄງການການເມືອງ ສະບັບທີ III ຂຶ້ນມານີ້, ແມ່ນການ ສືບຕໍ່ປະຕິບັດແນວທາງປ່ຽນແປງ ໃໝ່ ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປານິກ ຕົ້ນຕໍທີ່ປະໄວ້ໃຫ້ພວກເຮົາສືບທອດ ຕໍ່ໄປຢ່າງບໍລິສຸດ ແລະ ຈົງຮັກພັກດີ ໂດຍໄດ້ວາງ 11 ແຜນນະໂຍບາຍ ໃຫຍ່ຄື: ພັດທະນາເສດຖະກິດຕະ ຫລາດຕາມທິດສັງຄົມນິຍົມໃຫ້ ເປັນລະບົບ, ທັນສະໄໝ, ປະກອບ ດ້ວຍຫລາຍພາກສ່ວນເສດຖະກິດ, ຫລາຍຮູບແບບກຳມະສິດ, ຫລາຍ ຮູບການຈັດຕັ້ງຜະລິດທຸລະກິດ ແລະ ຫລາຍຮູບການແຈກຢາຍ. ໃນນັ້ນ, ພາກສ່ວນເສດຖະກິດລັດ ດຳລົງບົດບາດເປັນເຈົ້າພາທາງ, ພາກສ່ວນເສດຖະກິດອື່ນໆ ປະກອບ ເປັນກຳລັງແຮງຂອງພື້ນຖານເສດ ຖະກິດແຫ່ງຊາດ; ຫັນເປັນອຸດສາ ຫະກໍາ, ຫັນເປັນທັນສະໄໝ, ຫັນ ເປັນດີຈິຕອນບົນພື້ນຖານການຄົ້ນ ຄວ້າ, ນຳໃຊ້ວິທະຍາສາດ-ເຕັກ ໂນໂລຊີ, ເສີມຂະຫຍາຍທ່າແຮງ ໄດ້ປຽບ, ຄວາມສາມາດບົ່ມຊ້ອນ ຂອງປະເທດ. ນຳໃຊ້ເຕັກໂນໂລຊີດີ ຈິຕອນໃຫ້ກາຍເປັນໂອກາດ, ເປັນ ກຳລັງແຮງ ແລະ ເປັນພື້ນຖານ ໃຫ້ແກ່ການຊຸກຍູ້ຂະແໜງການ ຜະລິດ ແລະ ບໍລິການທີ່ເປັນປາຍ ແຫລມ; ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບ ການປ່ຽນແປງດິນຟ້າອາກາດ, ຍຶດໝັ້ນທິດນຳຖືເອົາຄວາມກົມ ກຽວລະຫວ່າງການພັດທະນາເສດ ຖະກິດ, ສັງຄົມກັບການປົກປັກຮັກ ສາສິ່ງແວດລ້ອມຕາມທິດເສດຖະ ກິດສີຂຽວ, ເສດຖະກິດໝູນວຽນ ແລະ ຍືນຍົງ; ພັດທະນາວັດທະນະ ທຳ-ສັງຄົມ, ປະຕິບັດຢ່າງສະເໝີ ຕົ້ນສະເໝີປາຍແນວທາງປົກປັກ ຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອວັດທະນະທຳ ແລະ ຮີດຄອງ ປະເພນີອັນດີງາມ, ພັດທະນາສັງຄົມ ຕາມທິດສັງຄົມມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ສ້າງສັງຄົມສາ ມັກຄີເປັນປຶກແຜ່ນຂອງບັນດາເຜົ່າ, ການເຄົາລົບສິດ-ເສລີພາບຂອງ ປະຊາຊົນ, ການສ້າງຄວາມເປັນ ເອກະພາບລະຫວ່າງຊັ້ນຄົນ, ສືບຕໍ່ ປະຕິບັດທິດນຳເອົາການສຶກສາໄປ ກ່ອນກ້າວໜຶ່ງ, ເອົາການພັດທະນາ ວິທະຍາສາດ-ເຕັກໂນໂລຊີເປັນຂໍ ກຸນແຈເຮັດໃຫ້ການສຶກສາມີຄຸນະ ພາບສູງຂຶ້ນ, ປະຕິບັດນະໂຍບາຍ ສາທາລະນະສຸກທົ່ວປວງຊົນໃຫ້ ນັບມື້ທົ່ວເຖິງ ແລະ ມີຄຸນະພາບ ສູງ; ພັດທະນາຄົນລາວຢ່າງຮອບ ດ້ານ, ຕອບສະໜອງໄດ້ຄວາມ ຮຽກຮ້ອງຕ້ອງການຂອງການພັດ ທະນາປະເທດຊາດ ໃນໄລຍະໃໝ່, ພັດທະນາຄົນລາວໃຫ້ມີນໍ້າໃຈຮັກ ຊາດອັນດູດດື່ມຕິດພັນກັບການ ຮັກລະບອບໃໝ່, ມີຄວາມກະຕັນຍູ ຮູ້ບຸນຄຸນຕໍ່ບັນພະບູລຸດຂອງຊາດ, ສ້າງຄົນລາວໃຫ້ເປັນຄົນສັງຄົມ ນິຍົມ; ສ້າງເຫງົ້າພະລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານທີ່ມີຄວາມໜັກ ແໜ້ນ, ເຂັ້ມແຂງ ແລະ ມີແບບແຜນ ທັນສະໄໝດ້ວຍການຍຶດໝັ້ນແນວ ທາງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ສ້າງຄວາມອາດສາມາດ ບົ່ມຊ້ອນໃນແຕ່ລະດ້ານ, ສ້າງທ່າ ສະໜາມປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃຫ້ມີຄວາມໜັກ ແໜ້ນ, ເຂັ້ມແຂງ ພາຍໃຕ້ການ ນຳພາເດັດຂາດ, ໂດຍກົງ, ຮອບ ດ້ານ ຂອງພັກ; ຍຶດໝັ້ນແນວທາງ ການຕ່າງປະເທດຂອງພັກ, ສ້າງ ເງື່ອນໄຂອຳນວຍໃຫ້ແກ່ພາລະກິດ ປົກປັກຮັກສາ ແລະ ສ້າງສາປະ ເທດຊາດ, ເປີດກວ້າງການພົວພັນ ກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ຖືສຳຄັນການຮ່ວມມືຮອບ ດ້ານກັບປະເທດໃກ້ຄຽງ, ເພື່ອນ ມິດຍຸດທະສາດ, ດຳເນີນການເຊື່ອມ ໂຍງ-ເຊື່ອມຈອດ ເຂົ້າກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ ແລະ ເປັນເຈົ້າຕົນເອງຂະຫຍາຍ ການຮ່ວມມືແບບຫລາຍທິດ, ຫລາຍ ຝ່າຍ, ຫລາຍຮູບແບບ, ຫລາຍລະ ດັບທັງດ້ານພັກ, ດ້ານລັດ ແລະ ການທູດປະຊາຊົນ; ສ້າງພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນການກຳອຳນາດຂອງ ພັກ ໃຫ້ມີຄວາມໝັ້ນຄົງໂດຍການ ສ້າງຄວາມໜັກແໜ້ນດ້ານລະບົບ ແນວຄິດ-ທິດສະດີຂອງພັກ, ສ້າງ ອົງການຈັດຕັ້ງພັກແຕ່ລະຂັ້ນໃຫ້ເຂັ້ມ ແຂງ, ປັບປຸງແບບແຜນວິທີນຳພາ ແລະ ການເຄື່ອນໄຫວຂອງການ ຈັດຕັ້ງພັກຕາມກົດລະບຽບຂອງ ພັກ, ຮັບປະກັນລັກສະນະວິທະຍາ ສາດ ແລະ ປະຕິວັດຢ່າງໜັກແໜ້ນ, ຕໍ່ສູ້ຕ້ານການເສື່ອມຖອຍທາງດ້ານ ແນວຄິດ-ການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ແບບແຜນດຳລົງ ຊີວິດ, ບັນດາປະກົດການ “ຫັນປ່ຽນ ດ້ວຍຕົນເອງ”, “ເສື່ອມຄຸນປ່ຽນ ທາດເອງ” ພາຍໃນພັກ. ສ້າງຖັນ ແຖວພະນັກງານ, ສະມາຊິກພັກ ໃຫ້ ສົມຄູ່ກັບໜ້າທີ່ການເມືອງ, ຍົກສູງ ປະສິດທິພາບ ການຕິດຕາມ, ກວດ ກາການປະຕິບັດວິໄນຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ; ສ້າງລັດປະຊາທິປະໄຕປະຊາຊົນທີ່ ປົກຄອງດ້ວຍກົດໝາຍ, ສ້າງລັດທີ່ ຖືລັດຖະທຳມະນູນ ແລະ ກົດໝາຍ ມີບົດບາດສູງສຸດ, ສ້າງລັດທີ່ຈັດຕັ້ງ ແລະ ເຄື່ອນໄຫວຕາມຫລັກການອຳ ນາດລັດເອກະພາບ, ມີການແບ່ງ ງານຢ່າງຈະແຈ້ງ, ສ້າງລັດໃຫ້ມີ ຄວາມໂປ່ງໃສ, ມີຄວາມຮັບຜິດ ຊອບ ແລະ ເຮັດຫລ້ອນພັນທະຕໍ່ພົນ ລະເມືອງທຸກຄົນ ແລະ ຮັບປະກັນ ໃຫ້ພົນລະເມືອງທຸກຄົນປະຕິບັດ ພັນທະຕໍ່ລັດຢ່າງຄົບຖ້ວນ; ເສີມ ຂະຫຍາຍມະຫາສາມັກຄີທົ່ວປວງ ຊົນ, ປະຕິບັດແນວທາງມະຫາສາ ມັກຄີທົ່ວປວງຊົນຢ່າງໜັກແໜ້ນ, ປ່ຽນແປງໃໝ່ແບບແຜນວິທີເຮັດ ວຽກກັບມະຫາຊົນ, ວິທີປຸກລະດົມ ຂົນຂວາຍມະຫາຊົນ, ສ້າງ ແລະ ແນະນຳອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະ ບົດບາດ, ໜ້າທີ່ຂອງຕົນ ແລະ ເສີມ ຂະຫຍາຍສິດເປັນເຈົ້າຂອງປະຊາ ຊົນຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍສິດ ເປັນເຈົ້າຂອງປະຊາຊົນ ໂດຍເປີດ ໂອກາດໃຫ້ປະຊາຊົນໄດ້ເຂົ້າຮ່ວມ ໃນການສ້າງ ແລະ ບູລະນະແນວ ທາງຂອງພັກ ແລະ ກົດໝາຍຂອງ ລັດຕາມທິດທີ່ວ່າ: ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນ ເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນ ຕິດຕາມ, ກວດກາ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດຢ່າງຊອບທຳ. ເພື່ອເຮັດໃຫ້ໂຄງການການ ເມືອງຂອງພັກສະບັບນີ້, ສາມາດ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນ ຈິງ, ນຳເອົາປະເທດຊາດຂອງພວກ ເຮົາກ້າວຂຶຶ້ນຕາມຈຸດໝາຍທີ່ວາງ ໄວ້ຢ່າງມີໄຊ ສະມາຊິກພັກ, ພະ ນັກງານ, ກຳລັງປະກອບອາວຸດທຸກ ທົ່ວໜ້າ, ປະຊາຊົນລາວບັນດາເຜົ່າ ຕ້ອງເພີ່ມທະວີຄວາມສາມັກຄີເປັນ ປຶກແຜ່ນແໜ້ນໜາ, ເດັດດ່ຽວສູ້ຊົນ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງ ທ້າທາຍທົດສອບນາໆປະການ, ຍອມເສຍສະລະທຸກໆຢ່າງ ເພື່ອອຸ ທິດໃຫ້ແກ່ການປະກອບສ່ວນຢ່າງ ຕັ້ງໜ້າ. ຂ່າວ: ທະນູທອງ ລິດເຂົ້າ, ຊີ້ນ, ໄຂ່ ແລະ ປາ ສາມາດ ຕອບສະໜອງຄວາມຕ້ອງການ ຂອງຕະຫລາດພາຍໃນໄດ້ໂດຍພື້ນ ຖານ ແລະ ສົ່ງອອກຜະລິດຕະພັນ ກະສິກຳ ແລະ ປ່າໄມ້ ໄດ້ 7,8 ຕື້ ໂດລາສະຫະລັດ, ສະເລ່ຍ 1,5 ຕື້ ໂດລາສະຫະລັດຕໍ່ປີ, ລື່ນຄາດໝາຍ 31,49% (ແຜນ 1,2 ຕື້ໂດລາສະ ຫະລັດ). ສຳລັບມູນຄ່າການຜະລິດ ພະລັງງານໄຟຟ້າໄດ້262.848,19 ຕື້ກີບ, ເທົ່າກັບ 186,58% ຂອງ ແຜນ (ແຜນການ 140.879,6 ຕື້ ກີບ), ເພີ່ມຂຶ້ນສະເລ່ຍ 26,96% ຕໍ່ປີ; ມູນຄ່າການຜະລິດແຮ່ທາດ 179.755,35 ຕື້ກີບ, ບັນລຸໄດ້ 320,36% ຂອງແຜນ (ແຜນ ການ 56.111 ຕື້ກີບ) ຫລື ເພີ່ມຂຶ້ນ ສະເລ່ຍ 39,26% ຕໍ່ປີ; ມູນຄ່າການ ຈໍລະຈອນສິນຄ້າໄດ້ 410.269,82 ຕື້ກີບ ເທົ່າກັບ 96,71% ຂອງແຜນ ການ (ແຜນການ 424.227,52 ຕື້ກີບ) ເພີ່ມຂຶ້ນສະເລ່ຍ 9,97% ຕໍ່ປີ, ສາມາດຂົນສົ່ງສິນຄ້າໄດ້ 60,32 ລ້ານໂຕນ, ເພີ່ມຂຶ້ນສະເລ່ຍ 19,26% ຕໍ່ປີ ແລະ ການຂົນສົ່ງ ໂດຍສານ ສາມາດບັນລຸໄດ້ 484,7 ລ້ານເທື່ອຄົນ, ເພີ່ມຂຶ້ນສະເລ່ຍ 6,15% ຕໍ່ປີ. ດ້ານການຄ້າກັບຕ່າງປະເທດ ມີມູນຄ່າການຄ້າທັງໝົດ 84,4 ຕື້ ໂດລາສະຫະລັດ, ເທົ່າກັບ 119% ຂອງແຜນ (ແຜນການ 70,9 ຕື້ ໂດລາສະຫະລັດ). ໃນນີ້, ມູນຄ່າ ສົ່ງອອກ 46,4 ຕື້ໂດລາສະຫະລັດ ເທົ່າກັບ 122% ຂອງແຜນການ, ເພີ່ມຂຶ້ນສະເລ່ຍ 15,19% ຕໍ່ປີ ແລະ ມູນຄ່ານໍາເຂົ້າ 37,9 ຕື້ໂດລາ ສະຫະລັດ ເທົ່າກັບ 115% ຂອງ ແຜນ, ເພີ່ມຂຶ້ນສະເລ່ຍ 13,45% ຕໍ່ປີ ແລະ ເກີນດຸນການຄ້າ 8,4 ຕື້ ໂດລາສະຫະລັດ. ສ່ວນດ້ານການລົງທຶນ ສາມາດ ລະດົມການລົງທຶນໄດ້ທັງໝົດ 387.372 ຕື້ກີບ ເທົ່າກັບ 189% ຂອງແຜນ (ແຜນການ 204.599 ຕື້ກີບ). ໃນນີ້, ການລົງທຶນຈາກງົບ ປະມານພາຍໃນ 22.080 ຕື້ກີບ ເທົ່າກັບ 96% ຂອງແຜນ, ການ ລົງທຶນຈາກການຊ່ວຍເຫລືອທາງ ການເພື່ອການພັດທະນາ (ODA) 54.493 ຕື້ກີບ ເທົ່າກັບ 146% ຂອງແຜນ, ການລົງທຶນຈາກເອກະ ຊົນພາຍໃນ ແລະ ຕ່າງປະເທດ 266.494 ຕື້ກີບ ເທົ່າກັບ 266% ຂອງແຜນ (ແຜນການ 100.000 ຕື້ກີບ) ແລະ ການລົງທຶນຈາກ ແຫລ່ງອື່ນໆນັບທັງການປະກອບ ສ່ວນຈາກຊຸມຊົນ ແລະ ສັງຄົມປະ ຕິບັດໄດ້ 44.305 ຕື້ກີບ ເທົ່າກັບ 100%ຂອງແຜນການ (ແຜນການ 44.305 ຕື້ກີບ). ຂ່າວ: ທະນູທອງ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ພາກສ່ວນທີ່ນຳເອົາເງິນມາ ມອບໃຫ້ໃນຄັ້ງນີ້, ປະກອບມີ: ທະ ນາຄານແຫ່ງ ສປປ ລາວ ມອບ ເງິນສົດ ແລະ ຫລຽນທີ່ລະນຶກ ລວມ ມູນຄ່າ 675 ລ້ານກີບ, ມອບໂດຍ ສະຫາຍ ນາງ ບຸນຄຳ ວໍລະຈິດ ເລຂາຄະນະບໍລິຫານງານພັກທະ ນາຄານ ແຫ່ງ ສປປ ລາວ; ແຂວງ ອັດຕະປື ມອບເງິນສົດ ແລະ ເຄື່ອງ ບໍລິໂພກ ລວມມູນຄ່າ 234 ລ້ານ ກີບ ມອບໂດຍສະຫາຍ ທະນູໄຊ ບັນຊາລິດ ຮອງເລຂາຄະນະບໍລິ ຫານງານພັກແຂວງອັດຕະປື; ແຂວງຊຽງຂວາງ ມອບເງິນສົດ 120 ລ້ານກີບ ມອບໂດຍສະຫາຍ ບົວເງິນ ຫຸມໄຊຍະພົມ ປະທານ ຄະນະອົງການປົກຄອງ ແຂວງ ຊຽງຂວາງ; ແຂວງອຸດົມໄຊ ມອບ ເງິນສົດ 100 ລ້ານກີບ ມອບໂດຍ ສະຫາຍ ບຸນຄົງ ຫລ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊ; ແຂວງເຊກອງ ມອບເງິນ ສົດມູນຄ່າ 50 ລ້ານກີບ ມອບໂດຍ ສະຫາຍ ບຸນຫລາຍ ບຸດທິ ເລຂາຄະ ນະບໍລິຫານງານພັກແຂວງເຊກອງ. ໃ ນ ໂ ອ ກ າ ດ ນີ້ , ສ ະ ຫ າ ຍ ສັນຕິພາບ ພົມວິຫານ ໄດ້ສະແດງ ຄວາມຂອບໃຈມາຍັງບັນດາແຂວງ ແລະ ທະນາຄານ ແຫ່ງ ສປປ ລາວ ທີ່ນຳເອົາວັດຖຸ-ປັດໄຈດັ່ງກ່າວ ມາ ປະກອບສ່ວນຊຸກຍູ້ເຂົ້າໃນກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ. ພ້ອມທັງຢືນຢັນວ່າ ຈະນຳໃຊ້ ໃຫ້ເກີດຜົນປະໂຫຍດສູງສຸດ. ຂ່າວ: ກິດຕາ; ພາບ: ບຸນອຸ້ມ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==