dv'xt-5 ,.spj z6h cmomqj ;xtgmf 7A 'mu XII 0v'ra dxt-k-q oxt8y ;a f]k; dh k;l6j w]ptdkora fmtok.\j 0v'dkoxt8y ;a f]k; 07/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຫງວຽນ ມິງງີ ເຕີມິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວັ ກັ ດູ ດ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ dv'xt-5 ,.spj 7A 'mu XII 0v'ra d ,N mevy f8q d]q '{Ia [Iv'gvq ks]kp[a oskle7a o dkodegou f c]t g8u [.spj 0tspkp8q ; 0v'leoa d0j k;lkoxtgmf]k; .ow]pt8+ l6h d6h -kf ຂປລ. ເລີ່ມແຕ່ມື້ສ້າງຕັ້ງພັກກອມ ມູນິດອິນດູຈີນ ເມື່ອປີ 1930, ຢູ່ຜືນ ແຜ່ນດິນລາວໄດ້ປະກົດມີຂ່າວທີ່ຂຽນ ດ້ວຍມືແລະ ພິມດ້ວຍເຈ້ຍ ເຟືອງຊະນິດ ຕ່າງໆ ຫວ່ານຢູ່ຕາມຕົວເມືອງນ້ອຍໃຫຍ່ ແລະ ຢູ່ຕາມຊົນນະບົດ ເພື່ອປຸກ ລະດົມນ້ຳໃຈຮັກຊາດ ແລະ ຮຽກຮ້ອງ ໃຫ້ທົ່ວປະເທດສາມັກຄີກັນລຸກຮືຂ້ຶ້ນ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກຟາດຊິດຍີ່ປຸ່ນ. ມາຮອດວັນຢຶດ ອຳນາດເດືອນສິງຫາ 1945 ກຳລັງ ປະຕິວັດ ຈຶ່ງມີເງື່ອນໄຂພິມໃບຂ່າວ ເປັນພາສາລາວ ແລະ ພາສາຝຣັ່ງ ຕິດ ທຸງຊາດ 3 ສີ ວົງເດືອນ ຫວ່ານໄປທ່ົວ ຕົວເມືອງວຽງຈັນ, ສະຫວັນນະເຂດ ແລະ ຕົວເມືອງອື່ນໆ ເພື່ອໂຄສະນາ ແລະ ປຸກລະດົມປະຊາຊົນລາວບັນດາ ເຜົ່າ ໃຫ້ລຸກຂຶ້ນຕໍ່ສູ້ຍາດເອົາເອກະລາດ ແຫ່ງຊາດ ປະຊາຊົນລາວບັນດາເຜົ່າ ໃຫ້ລຸກຂຶ້ນຕໍ່ສູ້ຍາດເອົາເອກະລາດ ແຫ່ງຊາດ ຊຶ່ງແມ່ນ ສະຫາຍ ໄກສອນ ພົມວິຫານ ເປັນຫົວໜ້າ ແລະ ສະຫາຍ ສີຊະນະ ສີສານ ເປັນຮອງຫົວໜ້າສໍາ ນັກງານໂຄສະນາ. ການພິມໃບປີວດັ່ງ ກ່າວ ກໍບໍ່ເປັນປົກກະຕິຂາດບັ້ນຂາດ ຕອນ ຍ້ອນພວກລ່າເມືອງຂຶ້ນຝຣັ່ງ ກັບ ຄືນມາຮຸກຮານລາວເປັນຄັ້ງທີສອງແຕ່ ກໍຖືວ່ານັ້ນແມ່ນໃບຂ່າວ ຫລື ໜັງສືພິມ ປະຕິວັດ ສະບັບທໍາອິດທີ່ເກີດຂຶ້ນ ຢູ່ບົນ ດິນແດນລາວ”. ຈາກນັ້ນມາໜ່ວຍງານ ຂ່າວສານ ພາຍໃຕ້ການນຳພາຂອງຄະ ນະພັກແຄວ້ນລາວ ແລະ ສູນກາງແນວ ລາວອິດສະຫລະໃນເວລານັ້ນ ກໍໄດ້ ເສີມຂະຫຍາຍມູນເຊື້ອຂອງຕົນປະ ກອບສ່ວນຢ່າງຕ້ັງໜ້າເຂົ້າໃນການໂຄ ສະນາຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນ ທີ່ມາຮຸກຮານລາວໃນແຕ່ລະໄລຍະ. ອີງຕາມຄວາມຮຽກຮ້ອງຕ້ອງ ການໃນໄລຍະໃໝ່ຂອງການປະຕິວັດ, (ເນື່ອງໃນໂອກາດວັນສ້າງຕັ້ງສຳນັກຂ່າວສານປະເທດລາວ ຄົບຮອບ 58 ປີ ວັນທີ 06/01/1968-06/01/2026)ື່ ອັ ນ້ າັ້ ງັ ກ່ າົ ບີ ັນີ ໃນວັນທີ 6 ເດືອນມັງກອນປີ 1968 ຢູ່ຖ້ຳແຫ່ງໜຶ່ງ ທີ່ບ້ານບັກ ທົ່ງນາໄກ (ປັດຈຸບັນແມ່ນເມືອງວຽງໄຊ) ແຂວງ ຫົວພັນ ຊຶ່ງເປັນຖານທີ່ໝັ້ນຂອງການ ປະຕິວັດລາວ, ທ່ານສຸພານຸວົງປະທານ ສູນກາງແນວລາວຮັກຊາດ ໄດ້ລົງ ນາມມະຕິຕົກລົງ ຂອງສູນກາງແນວ ລາວຮັກຊາດສະບັບໜຶ່ງ ວ່າດ້ວຍການ ສ້າງຕັ້ງສຳນັກຂ່າວສານປະເທດລາວ ທີ່ມີຕົວໜັງສືລາວຂຽນຫຍໍ້ວ່າ“ຂປລ” ຫລືພາສາຕ່າງປະເທດ “KPL”ໃນໂອ ກາດລະນຶກວັນສ້າງຕັ້ງແນວລາວຮັກ ຊາດ ຄົບຮອບ 12 ປີ, ຂຶ້ນຢ່າງເປັນ ທາງການ ເພື່ອເຮັດໜ້າທີ່ຖະແຫລງ ຂ່າວຢູ່ພາຍໃນ ແລະ ຕໍ່ຕ່າງປະເທດ ກ່ຽວກັບຂະບວນການຕໍ່ສູ້ຢ່າງພິລະ ອາດຫານ ຂອງ ປະຊາຊົນລາວບັນດາ ເຜົ່າຕ້ານກັບຈັກກະພັດແລະລູກແຫລ້ງ ຕີນມື ຂອງພວກເຂົາ ທີ່ມີຕໍ່ປະຊາຊົນ ລາວ. ຜູ້ອຳນວຍການຄົນທຳອິດແມ່ນ ທ່ານ ສີຊະນະ ສີສານ, ກຳມະການໃນ ຄະນະໂຄສະນາ-ອົບຮົມ-ວັດທະນະ ທຳ (ຄອວ) ຂອງ ສູນກາງແນວລາວ ຮັກຊາດ, ທ່ານ ສອນ ຄຳວານວົງສາ ແລະທ່ານ ສົມເທີ ເພັດມະນີ ເປັນຮອງ. ໃນສະພາບທ່າມກາງຫ່າລະເບີດລູກ ປືນຂອງພວກໂຈນອາກາດ ອາເມລິກາ ທີ່ໄດ້ແຫ່ກັນມາຖິ້ມລົງໃສ່ເຂດທີ່ໝັ້ນ ຂອງສູນກາງຢ່າງບໍ່ເວັ້ນ ແຕ່ລະວັນ ເພື່ອຫວັງດັບມອດກຳລັງປະຕິວັດຂອງ ພວກເຮົາ. ແຕ່ກົງກັນຂ້າມກຳລັງການ ປະຕິວັດລາວ ພາຍໃຕ້ການນຳພາຂອງ ພັກ ຊ້ຳພັດນັບມື້ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ທັງທາງດ້ານປະລິມານ ແລະ ຄຸນນະພາບ ໃນການຕໍ່ສູ້ຕ້ານຈັກ ກະພັດແລະ ລູກແຫລ້ງຕີນມືທີ່ບອກໄດ້ ໃຊ້ຟັງຂອງພວກເຂົາຈາກໄຊຊະນະນີ້ໄປ ຫາໄຊຊະນະໃໝ່ ໃຫຍ່ຫລວງກວ່າເກົ່າ. ໃນເວລາສ້າງຕັ້ງຂຶ້ນໃໝ່ ການນໍາ ຂອງຂ່າວສານປະເທດລາວ ແລະ ວິທະ ຍຸກະຈາຍສຽງ ຂອງຝ່າຍ ປະເທດລາວ ແມ່ນອັນດຽວກັນ, ມີທ່ານ ສີຊະນະ ສີສານ ເປັນຫົວໜ້າ, ທ່ານ ສອນຄໍາ ວານວົງສາຮັບຜິດຊອບB1ແລະທ່ານ ສົມເທີ ເພັດມະນີ ຮັບຜິດຊອບ C2 ເປັນຮອງ. ຕໍ່ມາກໍມີທ່ານ ສີສະໜານ ແສນຍານຸວົງ ແລະ ທ່ານ ບົວບານ ວໍລະຂຸນ ເປັນຄະນະ ບກ. ຮອດໄລຍະ ປີ 1968-1969 ຈໍານວນນັກຂ່າວ ຈຶ່ງໄດ້ເພີ່ມຂຶ້ນກວ່າເກົ່າ ນັບທັງດ້ານ ເຕັກນິກ ສົ່ງຂ່າວກໍສາມາດກຸ້ມຕົນເອງ ຍ້ອນມີການສ້າງພະນັກງານກັບທີ່ ແລະ ຮັບເອົານັກຮຽນ ທີ່ຮຽນຈົບມັດ ທະຍົມຕອນປາຍ ຈາກພາຍໃນ ແລະ ຕ່າງປະເທດ ມາເປີດຊຸດອົບຮົມຢ່າງ ມີລະບົບ ແລະ ສ່ວນໜຶ່ງກໍຮັບເອົາພະ ນັກງານ ທີ່ມາຈາກວິທະຍຸຂ່າວສານ ແຂວງຊຽງຂວາງ ອັນໄດ້ສ້າງເງື່ອນ ໄຂໃຫ້ສາມາດຈັດຕັ້ງໜ່ວຍຂ່າວໄປ ເຄື່ອນໄຫວເກັບກໍາຂ່າວ ແລະ ຈັດຕັ້ງ ສາຂາຂ່າວຢູ່ພາກກາງ, ພາກໃຕ້ ແລະ ຢູ່ບັນດາແຂວງພາກເໜືອ ເປັນເວລາ 3 ເດືອນຫາ1ປີ.ການປະຕິບັດໜ້າທີ່ວຽກ ງານກໍຫຍຸ້ງຍາກກັນດານທີ່ສຸດ ເພາະ ແມ່ນຍາມສົງຄາມທໍາລາຍ, ປ່າດົງພົງ ໄພຮ່ອມຫ້ວຍຜາຊັນ, ທຸກບ່ອນແມ່ນ ສະໜາມຮົບ. ດ້ວຍເຫດນີ້ນັກຂ່າວຈຶ່ງ ຕ້ອງມີຄວາມເດັດດ່ຽວໜຽວແໜ້ນ ແລະ ເສຍສະລະທຸກສິ່ງທຸກຢ່າງທັງເຮັດ ວຽກໄປລໍາລຽງຂົນສົ່ງ, ທັງຈັບປືນ ເວນຍາມເວັນແລະຄືນບາງຄັ້ງຍັງຕ້ອງ ໄດ້ຜັດປ່ຽນກັນຂຶ້ນປ້ອມຍິງຍົນກໍມີ. ເພື່ອກະກຽມໃຫ້ແກ່ການຢຶດອໍາ ນາດໃນຂອບເຂດທົ່ວປະເທດ ສຳນັກ ຂ່າວສານປະເທດລາວ ກໍໄດ້ສົ່ງນັກ ຂ່າວລົງຕິດຕາມທຸກຂະບວນການຢຶດ ອໍານາດ ເຊັ່ນ: ຢູ່ສະຫວັນນະເຂດ, ຈຳ ປາສັກ, ຄຳມ່ວນ, ຫລວງພະບາງ ແລະ ບ່ອນອື່ນໆ. ສະເພາະຢູ່ວຽງຈັນ ແມ່ນ ໄດ້ອອກຂ່າວ ແລະ ບົດກ່ຽວກັບການ ຢຶດອໍານາດຢູ່ໃນແຕ່ລະມືອງ, ກົມກອງ ແລະ ການໂຮມຊຸມນຸມຢືດອໍານາດຢູ່ ນະຄອນຫລວງວຽງຈັນ ເມື່ອວັນທີ 23 ສິງຫາ 1975 ທີ່ເດີ່ນພະທາດຫລວງ. ມ້ວນທ້າຍກໍໄດ້ເກັບກຳຂ່າວ-ຮູບພາບ ກອງປະຊຸມຜູ້ແທນປະຊາຊົນທົ່ວປະ ເທດ ປະກາດສ້າງຕັ້ງ ສປປ ລາວ ຂຶ້ນ ເມື່ອວັນທີ 1-2 ທັນວາ ປີ 1975 ອັນ ເປັນການສິ້ນສຸດ ລະບອບລາຊາທິປະ ໄຕ ແລະ ສິ້ນສຸດສົງຄາມຮຸກຮານຂອງ ຈັກກະພັດອາເມລິກາ ແລະ ພວກລູກ ແຫລ້ງຕີນມືປະຕິການຢູ່ປະເທດເຮົາ. ເມື່ອປະເທດຊາດໄດ້ຮັບການປົດ ປ່ອຍພະນັກງານຂອງສຳນັກຂ່າວ ສານປະເທດລາວ ໄດ້ເພີ່ມຂຶ້ນຢ່າງ ຫລວງຫລາຍ, ຈຳນວນໜຶ່ງແມ່ນຍົກ ຍ້າຍມາແຕ່ເມືອງວຽງໄຊ, ຈຳນວນ ໜຶ່ງໄດ້ຮັບເອົານັກສຶກສາທີ່ຮຽນຈົບ ສະຖາບັນກົດໝາຍ ແລະ ການປົກຄອງ ແລະ ອີກຈຳນວນໜຶ່ງແມ່ນຮັບໃຊ້ເອົາ ພະນັກງານທີ່ເຮັດວຽກຂ່າວສານ ໃນ ລະບອບເກົ່າ (Lao Press) ທີ່ມີ ຄວາມຕື່ນຕົວມາຮັບໃຊ້ພາລະກິດຂອງ ການປະຕິວັດ ໂດຍມາຕັ້ງສຳນັກງານ ໃໝ່ ຢູ່ບ້ານຊຽງຍືນ ຖະໜົນເສດຖາ ທິລາດ ນະຄອນຫລວງວຽງຈັນ. ນັບແຕ່ປີ 1976 - 1982 ສຳນັກ ຂ່າວສານປະເທດລາວ ຍັງຢູ່ຮ່ວມກັນ ກັບ ໜັງສືພິມສຽງປະຊາຊົນ ເອີ້ນວ່າ: ສຳນັກໜັງສືພິມສຽງປະຊາຊົນ-ຂ່າວ ສານປະເທດລາວ. ພາຍຫລັງກອງ ປະຊຸມໃຫຍ່ ຄັ້ງທີ III ຂອງພັກ (2730/04/1982), ຕົ້ນປີ 1983 ໄດ້ມີ ມະຕິຂອງສູນກາງພັກ ໃຫ້ແຍກບັນດາ ອົງການສື່ມວນຊົນອອກຈາກ ກະຊວງ ໂຄສະນາ, ຖະແຫລງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ ໂດຍໄດ້ແຍກອອກ ເປັນ 2 ການຈັດຕັ້ງ, ສ້າງຕັ້ງເປັນຄະ ນະກໍາມະການຂ່າວສານ, ໜັງສືພິມ, ວິທະຍຸກະຈາຍສຽງ ແລະ ໂທລະພາບ ແຫ່ງຊາດ ທຽບເທົ່າກະຊວງ, ຫລັງ ຈາກນັ້ນ ໃນປີຖັດມາ ສໍານັກຂ່າວສານ ປະເທດລາວ ແລະ ໜັງສືພິມສຽງປະ ຊາຊົນ ກໍໄດ້ແຍກອອກຈາກກັນກາຍ ມາເປັນສໍານັກຂ່າວສານປະເທດລາວ ໂດຍຈັດຕັ້ງຄະນະນໍາໜຶ່ງຂຶ້ນ ເອີ້ນ ວ່າ: ຄະນະອໍານວຍການໃຫຍ່ ຂ່າວ ສານປະເທດລາວ ຕາມດໍາລັດຂອງ ປະທານສະພາລັດຖະມົນຕີ ສະບັບ ເລກ ທີ 038/ປສລ ລົງວັນທີ 31/03/ 1984. ຂປລ. ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ ໃນລະ ຫວ່າງ ວັນທີ6-8 ມັງກອນ 2026, ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 835 ທ່ານ ເຊິ່ງເປັນຕົວແທນ ໃຫ້ແກ່ສະມາຊິກພັກທົ່ວປະເທດ 421.865 ສະຫາຍ ແລະ ມີແຂກ ໄດ້ເຊີນ 388 ທ່ານເຂົ້າຮ່ວມ. ກອງ ປະຊຸມໃຫຍ່ຄັ້ງນີ້ ແມ່ນເຫດການ ການເມືອງທີ່ສຳຄັນຢ່າງຍິ່ງຂອງ ພັກ, ລັດ ແລະ ປະຊາຊົນລາວ, ເປັນ ຂີດໝາຍທີ່ສະແດງເຖິງການກ້າວ ເຂົ້າສູ່ໄລຍະການພັດທະນາໃໝ່ ຂອງການປະຕິວັດລາວ ແລະ ມີ ຄວາມໝາຍສຳຄັນເປັນພິເສດຕໍ່ ຂະບວນການຊຸກຍູ້ການປ່ຽນແປງ ໃໝ່ຢ່າງຮອບດ້ານ ແລະ ມີລະບົບ ຢ່າງຕໍ່ເນື່ອງ. ກອງປະຊຸມຈະສະ ຫລຸບ ແລະ ຕີລາຄາໝາກຜົນການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ, ກຳນົດ ທິດທາງໃນໄລຍະ 5 ປີຕໍ່ໜ້າ, ຜ່ານ ຄວາມເຫັນດີຕໍ່ໂຄງການການເມືອງ ສະບັບທີ 3 ຂອງພັກປະຊາຊົນ ປະຕິວັດລາວ, ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ X, ກົດ ລະບຽບພັກ ສະໄໝທີ XII ແລະ ເລືອກຕັ້ງຄະນະບໍລິຫານງານສູນ ກາງພັກ ສະໄໝທີ XII. ບັນດາເອກະສານຂອງກອງປະ ຊຸມໃຫຍ່ໄດ້ຮັບການກຽມພ້ອມຢ່າງ ຮອບຄອບ, ຈິງຈັງ, ເປັນລະບົບ ແລະ ມີວິທະຍາສາດ, ສະທ້ອນໃຫ້ ເຫັນເຖິງການພັດທະນາແນວຄິດ ໃໝ່ໆທີ່ມີຄຸນນະພາບ, ປະສານສົມ ທົບລະຫວ່າງທິດສະດີກັບຕົວຈິງ, ມີຫລັກໝັ້ນພ້ອມກັບການປັບປຸງ ເທື່ອລະກ້າວ, ສືບທອດ ແລະ ພັດ ທະນາ, ເປັນຂະບວນການປະກອບ ສ່ວນ ແລະ ເຮັດໃຫ້ແນວທາງຂອງ ກອງປະຊຸມໃຫຍ່ໃນໄລຍະຜ່ານມາ ໃຫ້ສົມບູນຍິ່ງຂຶ້ນ. ພ້ອມທັງຢືນຢັນ ການຢຶດຖື ລັດທິມາກ-ເລນິນ, ແນວ ຄິດ ໄກສອນ ພົມວິຫານ ແລະ ມູນ ເຊື້ອອັນດີງາມຂອງພັກ ເປັນພື້ນ ຖານທາງດ້ານແນວຄິດ ແລະ ທິດ ສະດີ, ເປັນເຂັມຊີ້ທິດເຍືອງທາງໃຫ້ ແກ່ການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງພັກ. ຄຽງຄູ່ກັນນັ້ນ, ກໍໄດ້ ຮັບເອົາບັນດາຄຸນຄ່າອັນດີເລີດ ແລະ ຄວາມກ້າວໜ້າທາງວິທະຍາ ສາດແລະອະລິຍະທຳຂອງມວນມະ ນຸດ, ນຳເອົາບົດຮຽນຈາກຕ່າງປະ ເທດມາໝູນໃຊ້ໃຫ້ແທດເໝາະກັບ ສະພາບຄວາມເປັນຈິງ ແລະ ເງື່ອນ ໄຂຂອງລາວ, ສົ່ງເສີມຮີດຄອງປະ ເພນີອັນດີງາມຂອງຊາດ, ເສີມສ້າງ ຄວາມສາມັກຄີເປັນເອກະພາບ ຂອງປະຊາຊົນລາວບັນດາເຜົ່າ ຄວບຄູ່ກັບນໍ້າໃຈຮັກຊາດອັນແທ້ ຈິງ ແລະ ລັດທິສາກົນອັນຜຸດຜ່ອງ ຂອງຊົນຊັ້ນກຳມະກອນ ເພື່ອກຳ ນົດແນວທາງແລະນະໂຍບາຍຂອງ ພັກ, ຍົກສູງຂີດຄວາມສາມາດ ແລະ ຄຸນນະພາບການນຳພາຂອງ ພັກ, ຕ້ານຢ່າງເດັດຂາດຕໍ່ແນວຄິດ ແລະ ການກະທຳແບບພະຫຸລັດທິ ແລະ ຫລາຍພັກ, ຕ້ານລັດທິສ່ວນ ຕົວ, ລັດທິຄຳພີຕາຍຕົວ ແລະ ລັດທິ ໂອກາດນິຍົມໃນທຸກຮູບແບບ ພ້ອມ ທັງຢືນຢັດໝັ້ນຄົງຕໍ່ເປົ້າໝາຍສັງ ຄົມນິຍົມ. ເອກະສານກອງປະຊຸມໃຫຍ່ ຍັງໄດ້ສະຫລຸບໝາກຜົນທີ່ບັນລຸ ໄດ້, ຂໍ້ຄົງຄ້າງ ແລະ ຈຸດອ່ອນຢ່າງ ຮອບດ້ານ, ຊີ້ໃຫ້ເຫັນສາເຫດ, ບົດ ຮຽນທີ່ຖອດຖອນໄດ້, ຄາດຄະເນ ສະພາບການໃນໄລຍະຕໍ່ໄປ, ກຳ ນົດເປົ້າໝາຍທິດທາງ, ພາລະກິດ ແລະ ມາດຕະການໃນທຸກຂົງເຂດ ພ້ອມທັງລະບຸຈຸດບຸກທະລຸທາງຍຸດ ທະສາດ ເພື່ອຊຸກຍູ້ປະເທດຊາດໃຫ້ ພັດທະນາຢ່າງວ່ອງໄວແລະ ຍືນຍົງ ຍິ່ງຂຶ້ນໃນໄລຍະໃໝ່, ຖືເປັນການ ລວມຍອດແຫ່ງສະຕິປັນຍາ, ເຈດ ຈຳນົງ ແລະ ຄວາມມຸ່ງມາດປາດ ຖະໜາຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກຳລັງປະກອບອາວຸດ ລາວທັງໝົດ ໃນຂະບວນການປ່ຽນ ແປງໃໝ່ ແລະ ການຈັດຕັ້ງປະຕິບັດ ສອງພາລະກິດຍຸດທະສາດ ຄື: ການ ປົກປັກຮັກສາ ແລະ ສ້າງສາປະເທດ ລາວໃຫ້ຮຸ່ງເຮືອງສີວິໄລຍິ່ງໆຂຶ້ນ. ຂປລ. ໃນວາລະດຳເນີນກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ ໃນມື້ທຳອິດ ໃນວັນທີ 6 ມັງກອນ 2026 ໂດຍມີຜູ້ແທນ ສົມບູນເຂົ້າຮ່ວມທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ໄດ້ ພ້ອມກັນຮັບຮອງເອົາຫລາຍເອກະ ສານສໍາຄັນຂອງພັກ ຊຶ່ງດໍາເນີນ ໄປດ້ວຍບັນຍາກາດທີ່ດີ ແລະ ມີ ຄວາມຮັບຜິດຊອບສູງ, ມີເນື້ອໃນ ອຸດົມສົມບູນ, ຮັບປະກັນໄດ້ຕາມ ກົດລະບຽບຂອງພັກປະຊາຊົນປະ ຕິວັດລາວ ກຳນົດໄວ້. ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ປະທານສະພາທິດສະດີ ສູນກາງພັກ ໄດ້ແຈ້ງຜົນການດຳ ເນີນກອງປະຊຸມ ໃນມື້ທຳອິດ ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິ ວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງ ການ ໃນຕອນເຊົ້າຂອງວັນທີ 6 ມັງກອນ 2026 ດ້ວຍບັນຍາກາດ ຄຶກຄື້ນ, ຕື່ນເຕັ້ນ ແລະ ພາກພູມໃຈ, ຊຶ່ງແມ່ນເຫດປະຫວັດສາດການ ທາງດ້ານການເມືອງ-ສັງຄົມອັນ ສໍາຄັນຍິ່ງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ດຳເນີນຢ່າງຖືກຕ້ອງ ຕາມກົດລະບຽບຂອງພັກ ພາຍໃຕ້ ບັນຍາກາດສ້າງສັນ ເອົາການເອົາ ງານ ມີຄວາມຮັບຜິດຊອບສູງ. ໃນ ກອງປະຊຸມໄດ້ຮັບຮອງເອົາຫລາຍ ເອກະສານສໍາຄັນຂອງພັກ ຄື: ຜູ້ ແທນກອງປະຊຸມໃຫຍ່ ແລະ ແຂກ ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງ ສູນທອນພົດ ໄຂກອງປະຊຸມໃຫຍ່ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ດ້ວຍເນື້ອໃນທີ່ ເລີກເຊິ່ງ, ຄົບຖ້ວນ, ໄດ້ຮັບຟັງລາຍ ງານກ່ຽວກັບ ໂຄງການການເມືອງ ສະບັບທີ III ຂອງພັກ, ຮັບຟັງລາຍ ງານການເມືອງ ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI ຂອງພັກ, ຮັບຟັງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ຮັບຟັງຮ່າງກົດລະບຽບພັກສະບັບ ປຸງ ສະໄໝທີ XII ຂອງພັກ. ພ້ອມກັນນີ້, ຍັງໄດ້ຮັບຟັງການ ປະກອບຄໍາເຫັນຂອງຕາງໜ້າກະ ຊວງ-ອົງການທັງສູນກາງ ແລະ ທ້ອງຖິ່ນຈໍານວນ 10 ຄຳເຫັນ. ພ້ອມທັງ ຮັບຮອງເອົາບັນດາເອກະ ສານຕ່າງໆ ຢ່າງເປັນເອກກະສັນ ເປັນຕົ້ນ ຮ່າງໂຄງການການເມືອງ ສະບັບທີ lII, ຮ່າງລາຍງານການ ເມືອງ ສະໄໝທີ XI, ຮ່າງແຜນ ພັດທະນາເສດຖະກິດ-ສັງຄົມ ຄັ້ງ ທີ X ແລະ ຮ່າງກົດລະບຽບສະບັບ ປັບປຸງຂອງພັກປະຊາຊົນປະຕິວັດ ລາວ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==