7190

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 07/01/2026 xtgmf]k; ກອງປະຊຸມໃຫຍ່ຜູ້ແທນ...ຸູ່້ ສູນທອນພົດ...ູົ ຄະນະບໍລິຫານງານ...ໍິ ພາຍຫລັງການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນເວລາ 5 ປີເຕັມ, ມື້ນີ້ເປັນມື້ທີ່ ມີຄວາມໝາຍສຳຄັນເປັນພິເສດອີກ ວັນໜຶ່ງທີ່ພັກເຮົາໄດ້ມີພິທີເປີດການ ດຳເນີນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ. ການ ເປີດຂຶ້ນ ແລະ ດໍາເນີນກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ ຄັ້ງນີ້ຖື ໄດ້ວ່າເປັນເຫດການການເມືອງ ທີ່ສຳຄັນໜຶ່ງຂອງພັກ ແລະ ຂອງ ປະເທດຊາດເຮົາ ຊຶ່ງກອງປະຊຸມ ຄັ້ງນີ້, ຈະໄດ້ທົບທວນຄືນຜົນຂອງ ການຜັນຂະຫຍາຍມະຕິຂອງກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຈະເປັນການກຳນົດແນວທາງ, ນະໂຍບາຍ ແລະ ແຜນປະຕິບັດງານ ຂອງພັກ ແລະ ຂອງປະເທດໃນ 5 ປີຕໍ່ໜ້າ ແລະ ອາດຈະໄດ້ກຳນົດ ວິໄສທັດຍາວໄປກວ່ານັ້ນ ເພື່ອສືບ ຕ່ໍຍູ້ແຮງການຜັນຂະຫຍາຍແນວ ທາງການປ່ຽນແປງໃໝ່ຂອງພັກສູ່ ລວງເລິກຕໍ່ໆໄປ, ກອງປະຊຸມໃຫຍ່ ຂອງພວກເຮົາໄດ້ເປີດຂຶ້ນ ແລະ ຈະໄດ້ດຳເນີນເປັນເວລາ 3 ວັນ ເຕັມໃນທ່າມກາງບັນຍາກາດທີ່ທົ່ວ ພັກ, ທົ່ວລັດ, ທົ່ວກຳລັງປະກອບ ອາວຸດ ແລະ ປວງຊົນລາວທັງຊາດ ຫາກໍສຳເລັດການສະເຫລີມສະ ຫລອງບັນດາເຫດການສຳຄັນທາງ ປະຫວັດສາດຂອງພັກ, ຂອງຊາດ ເຮົາດ້ວຍບັນຍາກາດ ແລະ ດ້ວຍ ຄວາມເອກອ້າງທະນົງໃຈໃນປີ ຜ່ານມາ. ພາຍຫລັງການຫ້າງຫາກະກຽມ ຮອບດ້ານເປັນເວລາຍາວນານມາ ນັ້ນ, ມາບັດນີ້ ຂະບວນການທຸກ ດ້ານໄດ້ມີຄວາມພ້ອມຢ່າງຮອບ ດ້ານແລ້ວ. ມາຮອດມື້ນີ້ ແລະ ເວລາ ນີ້ພວກເຮົາໄດ້ມີເງື່ອນໄຂ ແລະ ຄວາມພ້ອມທຸກປະການສຳລັບການ ດຳເນີນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ຂອງພວກ ເຮົາແລ້ວ. ໃນໂອກາດອັນມີຄວາມໝາຍ ສຳຄັນນີ້, ຕາງໜ້າຄະນະບໍລິຫານ ງານສູນກາງພັກ ກໍຄືຄະນະປະທານ ກອງປະຊຸມໃຫຍ່, ຂ້າພະເຈົ້າຂໍສະ ແດງຄວາມຂໍ່ານັບຊົມເຊີຍບັນດາ ສະຫາຍອະດີດການນຳ, ສະຫາຍ ກຳມະການສູນກາງພັກ ສະໄໝທີ XI, ບັນດາສະຫາຍຜູ້ແທນ ແລະ ແຂກຂອງກອງປະຊຸມໃຫຍ່ທີ່ໄດ້ ນຳເອົາອາລົມຈິດ, ຄວາມເຊື່ອໝັ້ນ, ກຳລັງໃຈ ແລະ ຄຳອວຍພອນ ຂອງສະມາຊິກພັກ-ພະນັກງານ, ທະຫານ, ຕຳຫລວດ, ປະຊາຊົນບັນ ດາເຜົ່າ, ບັນດາຊັ້ນຄົນຕ່າງໆໃນທົ່ວ ປະເທດມາສູ່ກອງປະຊຸມໃຫຍ່ຂອງ ພວກເຮົາ. (ຂໍສະແດງຄວາມຊົມເຊີຍຢ່າງໍົີ່ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກປະ ຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງ ສະຫງ່າຜ່າເຜີຍໃນຕອນເຊົ້າວັນທີ 6 ມັງກອນ 2026 ແລະ ຈະດຳເນີນໄປ ຈົນຮອດວັນທີ 8 ມັງກອນ 2026 ຢູ່ ນະຄອນຫລວງວຽງຈັນ ພາຍໃຕ້ ຄໍາຂວັນ: “ຍົກສູງບົດບາດການ ນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ, ສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນໃຫ້ໜັກ ແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ” ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ, ມີກຳມະການກົມການເມືອງສູນ ກາງພັກ, ຄະນະເລຂາທິການສູນ ກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນ ແຫ່ງຊາດ, ພ້ອມດ້ວຍບັນດາສະ ມາຊິກພັກສົມບູນ ທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ທີ່ ເປັນຕົວແທນໃຫ້ແກ່ສະມາຊິກພັກ ທົ່ວປະເທດ 421.865 ສະຫາຍ, ຊຶ່ງຜູ້ແທນກອງປະຊຸມໃຫຍ່ແມ່ນ ຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນ ຕົວແທນຂອງບັນດາຊັ້ນຄົນ, ຊົນ ເຜົ່າ, ເພດ-ໄວ ແລະ ໄດ້ຜ່ານການ ເລືອກຕັ້ງຈາກກອງປະຊຸມໃຫຍ່ ອົງຄະນະພັກກະຊວງ, ອົງການ ທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ກ່າວສູນທອນພົດໄຂກອງ ປະຊຸມຢ່າງເປັນທາງການຊຶ່ງມີບາງ ເນື້ອໃນສຳຄັນວ່າ: ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຄັ້ງນີ້, ດຳເນີນ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດ ການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະ ບອບປະຊາທິປະໄຕປະຊາຊົນໃຫ້ ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ” ເປັນເຫດການການເມືອງທີ່ສຳຄັນ ໜຶ່ງຂອງພັກ-ຂອງຊາດ ຊຶ່ງຈະ ໄດ້ທົບທວນຄືນຜົນຂອງການຜັນ ຂະຫຍາຍມະຕິຂອງກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ, ກຳນົດ ແນວທາງ, ນະໂຍບາຍ ແລະ ແຜນ ປະຕິບັດງານຂອງພັກ ແລະ ຂອງ ປະເທດໃນ 5 ປີຕໍ່ໜ້າ ແລະ ອາດຈະ ໄດ້ກຳນົດວິໄສທັດຍາວໄປກວ່ານັ້ນ ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງການປ່ຽນແປງໃໝ່ຂອງ ພັກສູ່ລວງເລິກຕໍ່ໆໄປ. ພ້ອມທັງ ຈະໄດ້ພິຈາລະນາ ແລະ ຮັບຮອງ ເອົາໂຄງການການເມືອງຂອງພັກ ສະບັບທີ III ຊຶ່ງຈະໄດ້ຢືນຢັນ ແລະ ກຳນົດຈຸດໝາຍ, ເສັ້ນທາງກ້າວ ເດີນຂອງປະເທດຊາດ ຮອດປີ 2055 ເພື່ອສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນໃຫ້ໜັກ ແໜ້ນກ້າວຂຶ້ນສູ່ຈຸດໝາຍປາຍທາງ ຂອງການປະຕິວັດ. ພ້ອມນີ້, ຍັງຈະ ໄດ້ພ້ອມກັນພິຈາລະນາ, ຮັບຮອງ ເອົາຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຊຶ່ງ ນອກຈາກການຕີລາຄາຜົນການ ຂອງພັກປະຊາຊົນປະຕິວັດລາວ. ເນື້ອໃນໂທລະເລກໄດ້ລະບຸວ່າ: ຄະນະບໍລິຫານງານສູນກາງພັກ ແຮງງານເກົາຫລີ ຂໍສະແດງຄວາມ ຊົມເຊີຍກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ຢ່າງສຸດອົກ ສຸດໃຈ ແລະ ຂໍສົ່ງຄໍາຊົມເຊີຍຖານ ສະຫາຍໄປຍັງບັນດາສະມາຊິກ ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວທຸກຖ້ວນໜ້າ. ພວກຂ້າພະເຈົ້າສະແດງຄວາມ ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິ ວັດລາວ ຈະເປັນໂອກາດທີ່ມີຄວາມ ໝາຍສໍາຄັນໃນການສູ້ຊົນ ເພື່ອຍົກ ສູງຖານະ ແລະ ບົດບາດການນໍາ ຂອງພັກ ແລະ ສ້າງສາພັດທະນາ ປະເທດຊາດໃຫ້ມີຄວາມຈະເລີນຮຸ່ງ ເຮືອງ ແລະ ຂໍອວຍພອນໃຫ້ກອງ ປະຊຸມໃຫຍ່ຈົ່ງປະສົບຜົນສໍາເລັດ ຢ່າງຈົບງາມ. ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາສະ ບັບທີ IX ແລ້ວ, ພວກເຮົາຍັງຈະໄດ້ ວາງແນວທາງ, ແຜນນະໂຍບາຍ, ວິໄສທັດຮອດປີ 2055, ຍຸດທະສາດ ພັດທະນາ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີ (2026-2030) ເພື່ອ ຜັນຂະຫຍາຍໂຄງການການເມືອງ ຂອງພັກ ໃຫ້ເປັນອັນລະອຽດຕື່ມ ອີກ. ນອກນັ້ນ, ຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດລະບຽບ ສະບັບປັບປຸງຂອງພັກ ແນໃສ່ສ້າງ ພັກເຮົາໃຫ້ນັບມື້ເຕີບໃຫຍ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍົກສູງ ບົດບາດການນຳພາທີ່ເຂັ້ມແຂງ, ກ້າວຂຶ້ນເຮັດຫລ້ອນພາລະກໍາປະ ຫວັດສາດອັນມີກຽດສະຫງ່າຂອງ ຕົນໃນໄລຍະໃໝ່. ອັນທີ່ສໍາຄັນກອງປະຊຸມໃຫຍ່ ຈະໄດ້ດໍາເນີນການເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ສະແດງອອກເຖິງ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງທົ່ວພັກ, ຮັບປະກັນລັກສະນະ ສືບທອດປ່ຽນແທນ ແລະ ເຮັດໃຫ້ ຖັນແຖວການນໍາຂັ້ນຍຸດທະສາດ ຂອງສູນກາງພັກເຮົາ ນັບມື້ນັບໜຸ່ມ ແໜ້ນ, ເຕັມໄປດ້ວຍສະຕິປັນຍາ, ຄວາມຊື່ສັດ-ບໍລິສຸດຜຸດຜ່ອງ ແລະ ຈົງຮັກພັກດີຕໍ່ອຸດົມການຂອງພັກ ກໍຄື ເສັ້ນທາງກ້າວເດີນຂອງປະ ເທດຊາດ, ສາມາດແບກຫາບພາລະ ໜ້າທີ່ອັນໜັກໜ່ວງທີ່ພັກ ແລະ ປະ ຊາຊົນມອບໝາຍໃຫ້. ສະຫາຍ ທອງລຸນ ສີສຸລິດ ຍັງ ໄດ້ສະແດງຄວາມເຊື່ອໝັ້ນ ແລະ ຫວັງເປັນຢ່າງຍິ່ງວ່າບັນດາສະຫາຍ ຜູ້ແທນກອງປະຊຸມໃຫຍ່ຈະເຊີດຊູ ຄວາມຮັບຜິດຊອບການເມືອງ ໃຫ້ສູງຂຶ້ນ, ເສີມຂະຫຍາຍປະຊາ ທິປະໄຕຢ່າງແຂງແຮງ, ສຸມຈິດສຸມ ໃຈ ແລະ ສະຕິປັນຍາເຂົ້າໃສ່ການ ຄົ້ນຄວ້າ, ຄິດຫງໍາ ແລະ ປະກອບ ຄວາມເຫັນ ເພື່ອປັບປຸງ, ບູລະນະ ແນວທາງ, ແຜນນະໂຍບາຍໃຫ້ ຖືກຕ້ອງ, ສອດຄ່ອງ ແລະ ແທດ ກັບຄວາມເປັນຈິງ, ຕົກລົງບັນຫາ ຕ່າງໆທີ່ກອງປະຊຸມຍົກຂຶ້ນດ້ວຍ ມານະຈິດປະຕິວັດ, ບຸກເຮັດໃຫ້ກອງ ປະຊຸມໃຫຍ່ຂອງພັກເຮົາບັນລຸຜົນສໍາ ເລັດຕາມຈຸດປະສົງ ແລະ ລະດັບ ຄາດໝາຍທີ່ວາງໄວ້ທຸກປະການ. ອຸດົມການອັນບໍລິສຸດຜຸດຜ່ອງ ຢ່າງສະເໝີຕົ້ນສະເໝີປາຍຂອງພັກ ເຮົາຕະຫລອດ 70 ປີນັ້ນ ແມ່ນຍາມ ໃດກໍຈົງຮັກພັກດີຕໍ່ຜົນປະໂຫຍດ ອັນເປັນພື້ນຖານຂອງປະຊາຊົນ ຊາວຜູ້ອອກແຮງງານລາວບັນດາ ເຜົ່າ, ພັກເຮົາບໍ່ມີຜົນປະໂຫຍດ ອື່ນໃດນອກຈາກເຮັດທຸກສິ່ງທຸກ ຢ່າງ ເພື່ອຄວາມເປັນເອກະລາດ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ປະເທດຊາດ, ເພື່ອຄວາມເປັນອິດ ສະລະພາບ, ຄວາມຮົ່ມເຢັນເປັນ ສຸກຂອງປະຊາຊົນລາວທຸກທົ່ວ ໜ້າ. ນັບແຕ່ມື້ສ້າງຕັ້ງຂຶ້ນ, ພັກ ເຮົາໄດ້ຍຶດໝັ້ນໃນສິ່ງທີ່ພັກຢືນຢັນ ມາແຕ່ຫົວທີວ່າ ລັກສະນະຂອງ ການປະຕິວັດຢູ່ປະເທດເຮົາ ແມ່ນ ການປະຕິວັດຊາດ-ປະຊາທິປະໄຕ ພາຍໃຕ້ການນຳພາຂອງພັກຂອງ ຊົນຊັ້ນກຳມະກອນ ແລະ ຈຸດປະສົງ ສຸດທ້າຍບໍ່ແມ່ນຢຸດຢູ່ໃນການໄດ້ ມາເຊິ່ງເອກະລາດແຫ່ງຊາດ ແລະ ຄວາມເປັນປະຊາທິປະໄຕແບບ ໃໝ່ເທົ່ານັ້ນຫາກຍັງຕ້ອງນໍາພາ ປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມ, ຈຸດໝາຍດັ່ງກ່າວ ແມ່ນເສັ້ນທາງທີ່ ຕ້ອງເປັນໄປຂອງການປະຕິວັດຢູ່ ປະເທດເຮົາພາຍໃຕ້ການນຳຂອງ ພັກປະຊາຊົນປະຕິວັດລາວ. ຂ່າວ: ທະນູທອງ ສຸດອົກສຸດໃຈ!)ຸົຸ ຮຽນກອງປະຊຸມໃຫຍ່, ພວກ ເຮົາມີຄວາມພາກພູມໃຈ ແລະ ເບີກ ບານມ່ວນຊື່ນຕໍ່ຜົນສໍາເລັດອັນສໍາ ຄັນຫລາຍດ້ານທີ່ບັນລຸໄດ້ໃນພາລະ ກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ ຕະຫລອດໄລຍະ 50 ປີຜ່ານມາ ກໍຄື ໃນໄລຍະ 5 ປີ ແຫ່ງການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງພັກ. ພວກເຮົາມີຄວາມ ຍິນດີເປັນຢ່າງຍິ່ງທີ່ເຫັນວ່າແນວ ທາງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານສືບ ຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ຕັ້ງໜ້າເຮັດໃຫ້ປະເທດຊາດອັນ ແສນຮັກຂອງພວກເຮົາມີສະຖຽນ ລະພາບທາງການເມືອງອັນໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ການ ພັດທະນາເສດຖະກິດເຖິງວ່າມີ ຄວາມຫຍຸ້ງຍາກ, ແຕ່ກໍມີທ່ວງທ່າ ຂະຫຍາຍຕົວຕໍ່ເນື່ອງ, ປະຊາຊົນ ບັນດາເຜົ່າມີຄວາມສາມັກຄີເປັນ ປຶກແຜ່ນທັງມີຄວາມເຊື່ອໝັ້ນຕໍ່ການ ນໍາພາຂອງພັກ ແລະ ການຄຸ້ມຄອງ ບໍລິຫານຂອງລັດ, ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈຂອງ ປະຊາຊົນກໍໄດ້ຮັບການປັບປຸງ, ຍົກ ລະດັບດີຂຶ້ນເປັນກ້າວໆ; ອົງການ ຈັດຕັ້ງໃນລະບົບການເມືອງໄດ້ ຮັບການປັບປຸງສູ່ຄຸນນະພາບໃໝ່ ຊຶ່ງໄດ້ຕັ້ງໜ້າເສີມຂະຫຍາຍ ແລະ ປະຕິບັດພາລະບົດບາດຂອງຕົນ ໄດ້ຢ່າງເປັນເຈົ້າການ; ການເຄື່ອນ ໄຫວຄຸ້ມຄອງລັດ, ຄຸ້ມຄອງເສດຖະ ກິດ-ສັງຄົມຂອງບັນດາອົງການ ລັດ ໄດ້ຮັບການຍົກລະດັບໃຫ້ມີປະ ສິດທິພາບກວ່າເກົ່າ; ການພົວພັນ ຮ່ວມມືກັບບັນດາປະເທດເພື່ອນມິດ ສາກົນ ໄດ້ຮັບການຍົກລະດັບ ແລະ ຂະຫຍາຍຕົວສູ່ລວງເລິກ, ນໍາເອົາ ຜົນປະໂຫຍດມາສູ່ປະຊາຊົນ ແລະ ປະເທດຊາດເຮັດໃຫ້ບົດບາດອິດທິ ພົນຂອງສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໄດ້ຮັບການ ເຊີດຊູໃຫ້ສູງເດັ່ນຂຶ້ນໃນເວທີພາກ ພື້ນ ແລະ ສາກົນ; ປະເທດຊາດອັນ ແສນຮັກຂອງພວກເຮົາສືບຕໍ່ສ້າງ ໄດ້ພື້ນຖານອັນໜັກແໜ້ນ ເພື່ອກ້າວ ຂຶ້ນສູ່ຈຸດໝາຍທີ່ວາງໄວ້. ໃນເວລານາທີ ແລະ ບັນຍາກາດ ອັນມີຄວາມໝາຍສໍາຄັນຄືແນວນີ້, ພວກເຮົາຍິ່ງມີຄວາມອາໄລອາວອນ, ຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການ ເສຍສະລະອັນໃຫຍ່ຫລວງ ແລະ ຈົດຈໍາລໍ້າລຶກຜົນງານອັນຍິ່ງໃຫຍ່ ຂອງປະທານ ໄກສອນ ພົມວິຫານ ຜູ້ ນໍາທີ່ແສນເຄົາລົບຮັກ ແລະ ບັນດາ ສະຫາຍການນໍາຮຸ່ນກໍ່ຕັ້ງ ແລະ ສືບ ທອດຂອງພັກເຮົາ ກໍຄື ສະມາຊິກ ພັກ-ພະນັກງານນັກຮົບ ແລະ ປະຊາ ຊົນລາວຜູ້ຮັກຊາດທີ່ໄດ້ອຸທິດຕົນ ເພື່ອພາລະກິດປະຕິວັດ, ເພື່ອຄວາມ ຈະເລີນຮຸ່ງເຮືອງຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາ ຊົນເຮົາ. ເນື່ອງໃນວາລະທີ່ສຳຄັນນີ້, ຂ້າ ພະເຈົ້າຂໍຮຽນເຊີນຄະນະປະທານ, ບັນດາສະຫາຍຜູ້ແທນ ແລະ ແຂກ ກອງປະຊຸມໃຫຍ່ຈົງພ້ອມກັນລຸກຂຶ້ນ ກົ້ມຫົວໄວ້ອາໄລເຖິງດວງວິນຍານ ຂອງບັນດາສະຫາຍທີ່ໄດ້ລ່ວງລັບ ໄປເຫລົ່ານັ້ນ. - ຄະນະປະທານກອງປະຊຸມຸ ໃຫຍ່ທີ່ນັບຖື,່ີ່ັື - ບັນດາສະຫາຍຜູ້ແທນ, ແຂກັູ້ ຜູ້ມີກຽດທີ່ຮັກແພງ.ູ້ີີ່ັ ກອງປະຊຸມໃຫຍ່ຄັ້ງທີ XI I ຂອງພັກຄັ້ງນີ້, ໄດ້ດຳເນີນໃນຈຸດ ເວລາທີ່ໂລກຂອງພວກເຮົາມີການ ປ່ຽນແປງອັນໃຫຍ່ຫລວງຫລາຍ ດ້ານ ໂດຍສະເພາະແມ່ນຄວາມ ກ້າວໜ້າຂອງວິທະຍາສາດ-ເຕັກ ໂນໂລຊີທີ່ກ້າວກະໂດດ ຊຶ່ງໄດ້ເປັນ ປັດໄຈສໍາຄັນຍູ້ແຮງການພັດທະນາ ຂອງໂລກໄປສູ່ບາດກ້າວໃໝ່, ແຕ່ ພ້ອມກັນນັ້ນ ກໍເກີດສິ່ງທ້າທາຍ ທົດສອບໃໝ່ຫລາຍປະການທີ່ສົ່ງ ຜົນກະທົບຕໍ່ປະເທດຂອງພວກ ເຮົາ, ໃນຂະນະດຽວກັນພັກຂອງ ພວກເຮົາກໍຕ້ອງໄດ້ສະແຫວງຫາ ເສັ້ນທາງການພັດທະນາທີ່ສອດ ຄ່ອງກັບຈຸດພິເສດຂອງປະເທດ ແລະ ປັບຕົວໃຫ້ທັນກັບສະພາບການ ປ່ຽນແປງໃໝ່ຂອງຍຸກສະໄໝ. ພັກເຮົາທີ່ໄດ້ຮັບການສ້າງຕັ້ງ ຂຶ້ນມາໄດ້ 7 ທົດສະວັດມາແລ້ວ ນັ້ນເປັນ 7 ທົດສະວັດ ທີ່ໄດ້ຜ່ານ ການຝຶກຝົນ, ທົດສອບອັນລະອິດ ລະອ້ຽວ, ຫຍຸ້ງຍາກລໍາບາກ ແລະ ໄດ້ປັບປຸງ-ກໍ່ສ້າງຕົນເອງໃຫ້ເຕີບ ໃຫຍ່ເຂັ້ມແຂງ, ສາມາດນຳພາ ພາລະກິດປະຕິວັດຍາດໄດ້ໄຊຊະນະ ເປັນກ້າວໆມາ, ສ້າງວິລະກຳອັນ ສະຫງ່າລາສີ ຊຶ່ງໄດ້ຈາລຶກໄວ້ໃນ ໜ້າປະຫວັດສາດຂອງຊາດລາວ ຍຸກໃໝ່ ນັ້ນແມ່ນການເຮັດສຳເລັດ ພາລະກິດຕໍ່ສູ້ປົດປ່ອຍຊາດໄດ້ ຢ່າງສົມບູນ, ຍາດເອົາເອກະລາດ ແຫ່ງຊາດ, ອິດສະລະພາບ ແລະ ຄວາມເປັນເຈົ້າຂອງປະເທດຊາດ ອັນແທ້ຈິງມາສູ່ກຳມືຂອງປະຊາ ຊົນລາວ, ສ້າງຕັ້ງລະບອບປະຊາ ທິປະໄຕປະຊາຊົນຂຶ້ນມາໄດ້ ແລະ ນັບແຕ່ມື້ນັ້ນມາພັກເຮົາໄດ້ກາຍເປັນ ພັກກໍາອໍານາດມາໄດ້ 50 ປີ ແລ້ວ ແລະ ພັກເຮົາຍັງມີພາລະກຳອັນ ໃຫຍ່ຫລວງ ເພື່ອສືບຕໍ່ບູລະນະລະ ບອບປະຊາທິປະໄຕປະຊາຊົນ ສ້າງຄວາມສາມາດຕົວຈິງ ເພື່ອ ນໍາພາປະ ເທດຊາດກ້າວຂຶ້ນສູ່ ສັງຄົມນິຍົມ. ຕະຫລອດໄລຍະ 70 ປີ ຂອງ ການຄົງຕົວ ແລະ ຂະຫຍາຍຕົວ ຂອງພັກເຮົາໄດ້ຂໍ້ສະຫລຸບທີ່ຢືນຢັນ ຢ່າງຈະແຈ້ງວ່າການນຳພາຂອງ ພັກເຮົາເປັນປັດໄຈພື້ນຖານສຳຄັນ ກວ່າໝູ່ຕໍ່ຜົນສຳເລັດຂອງການປະ ຕິວັດປະເທດເຮົາ ແລະ ພັກໄດ້ ສືບຕໍ່ນຳພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດສືບ ຕໍ່ມາ ແລະ ພັກເຮົາຍັງຕ້ອງຮັບເອົາ ພາລະກຳອັນໃຫຍ່ຫລວງ ແລະ ສູງ ສົ່ງ ເພື່ອສ້າງບາດກ້າວເດີນສືບຕໍ່ໄປ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມ ນິຍົມຕາມອຸດົມການທີ່ໄດ້ເລືອກ ເອົາໄວ້. ອຸດົມການອັນບໍລິສຸດຜຸດຜ່ອງ ຢ່າງສະເໝີຕົ້ນສະເໝີປາຍຂອງພັກ ເຮົາຕະຫລອດ 70 ປີນັ້ນ ແມ່ນຍາມ ໃດກໍຈົງຮັກພັກດີຕໍ່ຜົນປະໂຫຍດ ອັນເປັນພື້ນຖານຂອງປະຊາຊົນ ຊາວຜູ້ອອກແຮງງານລາວບັນດາ ເຜົ່າ, ພັກເຮົາບໍ່ມີຜົນປະໂຫຍດ ອື່ນໃດນອກຈາກເຮັດທຸກສິ່ງທຸກ ຢ່າງ ເພື່ອຄວາມເປັນເອກະລາດ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ປະເທດຊາດ, ເພື່ອຄວາມເປັນອິດ ສະລະພາບ, ຄວາມຮົ່ມເຢັນເປັນ ສຸກຂອງປະຊາຊົນລາວທຸກທົ່ວ ໜ້າ. ນັບແຕ່ມື້ສ້າງຕັ້ງຂຶ້ນ, ພັກ ເຮົາໄດ້ຍຶດໝັ້ນໃນສິ່ງທີ່ພັກຢືນຢັນ ມາແຕ່ຫົວທີວ່າ ລັກສະນະຂອງ ການປະຕິວັດຢູ່ປະເທດເຮົາແມ່ນ ການປະຕິວັດຊາດ-ປະຊາທິປະໄຕ ພາຍໃຕ້ການນຳພາຂອງພັກຂອງ ຊົນຊັ້ນກຳມະກອນ ແລະ ຈຸດປະສົງ ສຸດທ້າຍບໍ່ແມ່ນຢຸດຢູ່ໃນການໄດ້ ມາເຊິ່ງເອກະລາດແຫ່ງຊາດ ແລະ ຄວາມເປັນປະຊາທິປະໄຕແບບໃໝ່ ເທົ່ານັ້ນ ຫາກຍັງຕ້ອງນໍາພາປະ ເທດຊາດກ້າວຂຶ້ນສູ່ສັງຄົມນິຍົມ, ຈຸດໝາຍດັ່ງກ່າວ ແມ່ນເສັ້ນທາງທີ່ ຕ້ອງເປັນໄປຂອງການປະຕິວັດຢູ່ ປະເທດເຮົາພາຍໃຕ້ການນຳຂອງ ພັກປະຊາຊົນປະຕິວັດລາວ. ບັນດາສະຫາຍທີ່ຮັກແພງ, ັີ່ັ ກອງປະຊຸມໃຫຍ່ ຄັ້ງທີXII ຂອງ ພັກເຮົາ ຈະໄດ້ດຳເນີນພາຍໃຕ້ຄໍາ ຂວັນ “ຍົກສູງບົດບາດການນໍາພາົູົໍ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງີ່ັ້ັັ້້້ ເສດຖະກິດເອກະລາດ ເປັນເຈົ້າຕົນ ິັົ້ົ ເອງ, ສືບຕໍ່ບູລະນະລະບອບປະຊາ ືໍູ່ ທິປະໄຕປະຊາຊົນໃຫ້ໜັກແໜ້ນ ິົ້ັ້ ກ້າວຂຶ້ນສູ່ສັງຄົມນິຍົມ”. ້ຶູ້່ັົິົ ບັນດາສະຫາຍ ທີ່ນັບຖື ແລະ ັີ່ັື ຮັກແພງ,ັ ຢືນຢູ່ຕໍ່ໜ້າສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການໃໝ່ ຂອງການປະຕິວັດຂອງປະເທດເຮົາ ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ສູ່ລວງ ເລິກນັ້ນ, ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາ ຈະໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການ ເມືອງຂອງພັກ ສະບັບທີ III ຊຶ່ງຈະ ໄດ້ຢືນຢັນ ແລະ ກຳນົດຈຸດໝາຍ, ເສັ້ນທາງກ້າວເດີນຂອງປະເທດ ຊາດ ຮອດປີ 2055 ເພື່ອສືບຕໍ່ ບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ໜັກແໜ້ນກ້າວຂຶ້ນ ສູ່ຈຸດໝາຍປາຍທາງຂອງການ ປະຕິວັດ. ພວກເຮົາຍັງຈະໄດ້ພ້ອມກັນ ພິຈາລະນາ ແລະ ຮັບຮອງເອົາຮ່າງ ລາຍງານການເມືອງແລະຮ່າງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X ເຊິ່ງນອກຈາກ ການຕີລາຄາຜົນການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາ ສະບັບທີ IX ແລ້ວ, ພວກເຮົາຍັງຈະໄດ້ວາງແນວທາງ, ແຜນນະໂຍບາຍ, ວິໄສທັດຮອດປີ 2055, ຍຸດທະສາດພັດທະນາ 10 ປີ (2026-2035) ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ເພື່ອຜັນຂະ ຫຍາຍໂຄງການການເມືອງຂອງ ພັກໃຫ້ເປັນອັນລະອຽດຕື່ມອີກ. ນອກນັ້ນ, ກອງປະຊຸມໃຫຍ່ ຂອງພວກເຮົາໃນຄັ້ງນີ້ ຈະໄດ້ພິຈາ ລະນາ ແລະ ຮັບຮອງເອົາຮ່າງກົດ ລະບຽບສະບັບປັບປຸງຂອງພັກ ເພື່ອ ແນໃສ່ສ້າງພັກເຮົາໃຫ້ນັບມື້ເຕີບ ໃຫຍ່ປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ, ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງ, ກ້າວຂຶ້ນເຮັດຫລ້ອນ ພາລະກໍາປະຫວັດສາດອັນມີກຽດ ສະຫງ່າຂອງຕົນໃນໄລຍະໃໝ່. ໜ້າທີ່ສໍາຄັນອັນໜຶ່ງອີກຂອງ ກອງປະຊຸມໃຫຍ່ແມ່ນຈະໄດ້ດໍາ ເນີນການເລືອກຕັ້ງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XII ທີ່ ສະແດງອອກເຖິງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວຂອງທົ່ວພັກ, ຮັບປະກັນລັກສະນະສືບທອດປ່ຽນ ແທນ ແລະ ເຮັດໃຫ້ຖັນແຖວການ ນໍາຂັ້ນຍຸດທະສາດຂອງສູນກາງ ພັກເຮົານັບມື້ນັບໜຸ່ມແໜ້ນ, ເຕັມໄປ ດ້ວຍສະຕິປັນຍາ, ຄວາມຊື່ສັດ-ບໍ ລິສຸດຜຸດຜ່ອງ ແລະ ຈົງຮັກພັກດີຕໍ່ ອຸດົມການຂອງພັກ ກໍຄື ເສັ້ນທາງ ກ້າວເດີນຂອງປະເທດຊາດ, ສາ ມາດແບກຫາບພາລະໜ້າທີ່ອັນ ໜັກໜ່ວງທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້. ບັນດາສະຫາຍທີ່ຮັກແພງ, ັີ່ັ ວຽກງານຕ່າງໆຂອງກອງປະ ຊຸມໃຫຍ່ ກໍຄື ທິດທາງ, ໜ້າທີ່ທີ່ ກ່າວມານັ້ນ ລ້ວນແຕ່ເປັນບັນຫາ ຍຸດທະສາດສໍາຄັນໃນການນໍາພາ ຂອງພັກເຮົາທີ່ພົວພັນເຖິງການ ກຳນົດຊາຕາກໍາຂອງປະເທດຊາດ ແລະ ຂອງປະຊາຊົນເຮົາ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນ ແລະ ຫວັງເປັນ ຢ່າງຍິ່ງວ່າບັນດາສະຫາຍຜູ້ແທນ ກອງປະຊຸມໃຫຍ່ຈະເຊີດຊູຄວາມ ຮັບຜິດຊອບການເມືອງໃຫ້ສູງຂຶ້ນ, ເສີມຂະຫຍາຍປະຊາທິປະໄຕຢ່າງ ແຂງແຮງ, ສຸມຈິດສຸມໃຈ ແລະ ສະຕິ ປັນຍາເຂົ້າໃສ່ການຄົ້ນຄວ້າ, ຄິດ ຫງໍາ ແລະ ປະກອບຄວາມເຫັນ ເພື່ອ ປັບປຸງ, ບູລະນະແນວທາງ, ແຜນ ນະໂຍບາຍໃຫ້ຖືກຕ້ອງ, ສອດຄ່ອງ ແລະ ແທດກັບຄວາມເປັນຈິງ, ຕົກ ລົງບັນຫາຕ່າງໆທີ່ກອງປະຊຸມຍົກ ຂຶ້ນດ້ວຍມານະຈິດປະຕິວັດບຸກເຮັດ ໃຫ້ກອງປະຊຸມໃຫຍ່ຂອງພັກເຮົາ ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ທຸກປະການ. ໃນນາມຄະນະປະທານກອງ ປະຊຸມໃຫຍ່, ຂ້າພະເຈົ້າ ຂໍປະກາດ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດຄັ້ງທີXII ຂອງພັກປະຊາຊົນ ປະຕິວັດລາວ ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ. (ຂໍຂອບໃຈ) ພາບ: ອ່າຍຄໍາ

RkJQdWJsaXNoZXIy MTc3MTYxMQ==