glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 06/01/2026 glf4tdy f{la '7q , g8a doy ddkox6 dza dmP, ໂດຍ: ລູກສາວຫລ້າູ ກ້ າ -u ;y f{;a fmtotme u y a ໂດຍ: ທູນນທອງໃຈູ g,n v'l5 05 ,k Ia [Iv'rtmkflk,xk' gxa o,= ]tfq dmk'fh ko;a fmtotme]tfa [mh v'4y j o ແຕ່ງໂດຍ:່ ສີອໍາໄພ ແຝງສະຫວັນີໍັ “ ra doerk xt-k-q o,u w-” (ຂ່ໍານັບຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ)່ໍ າັ ບົ ມີ ຍຸ ມ່ ັ້ງີ ັ ກ ເຮືອນບໍ່ ມີຂື່ຂ້າວ ຮາວຮ່າງຫລັງຄາ ເໝືອນວ່າ ແນວນາມຄົນ ຂາດຫົວຫາຍສ້ຽງ ເຮືອນບໍ່ ມີເສົາຄໍ້າ ຄືຂາແຂນຂາດ ຄືປະຊາຊາດເຊື້ອ ສູນສິ້ນໜໍ່ເມືອງ ນັ້ນແລ້ວ ເມື່ອກ່ອນ ຂົງເຂດແຄວ້ນ ແດນດ່ານດິນລາວ ໃນຄາວ ມີມວນມານ ກໍ່ການກະທໍາປຸ້ນ ປາຍກະສຸນຈໍາຈີ້ ບົມບີລະເບີດໃຫຍ່ ເຂົາຂົ່ມໃຫ້ ເຮົານີ້ແຈບຈົມ ຊາຕາ ລາວບໍ່ສິ້ນ ດວງເດັ່ນດີງາມ ຍ້ອນວ່າ ມີການນຳ ສ່ອງໃສສະໝອງກ້າ ພັກນຳພາຕີຕ້ານ ມວນມານທຸກໝູ່ ຢືນຢູ່ ຄຽງຄູ່ຂ້າງ ປະຊາເຊື້ອບໍ່ຫ່າງໄລ ແທ້ນາ ຄົນລາວ ຍັງຮັກບ້ານ ຖານຖິ່ນເມືອງນອນ ຮັກຫອມ ດິນດອນຜືນ ມາກມາຍເຫລືອລົ້ນ ບໍ່ມີ ຍິນຍອມໝົ້ນ ຫົວລົງໃຫ້ໃຜຂົ່ມ ຈຶ່ງໄດ້ ໂຮມຮ່ວມເຕົ້າ ຕີຕ້ານຕ່ອຍມານ 2 ທັນວາ 1975 ປະກາດກ້ອງ ໄກລັ່ນໃນໂລກາ ສະຖາປານາ ສປປ ລາວ ທົ່ວແດນຫວນຮູ້ ທຸງວົງເດືອນຊູຂຶ້ນ ເປັນການບອກຂ່າວ ເອກະລາດ ລາວຍາດໄດ້ ເມືອງບ້ານຊິຮົ່ມເຢັນ ຟ້າຫລັງຝົນ ແຈ່ມແຈ້ງ ແຍງທົ່ວແດນລາວ ເຖິງຄາວ ເຮົາໂຮມແຮງ ກໍ່ປົວແປງສ້າງ ເພື່ອໃຫ້ ອານາລາວເຮົານີ້ ມີສີໂສມໃໝ່ ພັກເພິ່ນ ບໍ່ໄດ້ເຫີນຫ່າງຮ້າງ ຍັງຊີ້ສ່ອງທາງ ນັບທັງ ແປງບ່ອນບ້ານ ສະຖານທີ່ເນົານອນ ດິນດອນຜືນ ໄຮ່ນາຕາກ້າ ພາພົນສ້າງ ໄຖທໍາຄືນໃໝ່ ບໍ່ໃຫ້ ວາງຮົກເຮື້ອ ຮາມຮ້າງເປົ່າດາຍ ນະໂຍບາຍກໍ່ສ້າງ ແປງໃໝ່ທາງຖະໜົນ ເພື່ອໃຫ້ ຄົນພາຍໃນ ທ່ອງທຽວຂາຍຄ້າ ມາໃນສະໄໝນີ້ ແຮງມີອັນເດັ່ນ ທາງລົດໄຟ ລາວ-ຈີນເປັນບ່ອນຊີ້ ວ່າລາວລໍ້າກວ່າຫລັງ ການສຶກສາເພິ່ນເນັ້ນ ແນໃສ່ເປັນສໍາຄັນ ນັບແຕ່ ສອນປະຊາ ກືກໜັງສືສະໄໝນັ້ນ ຄັນວ່າ ເຖິງດຽວນີ້ ການສຶກສາດີເດັ່ນ ສາມັນເປັນບ່ອນຕັ້ງ ເຖິງຂັ້ນເອກໂທ ຍັງມີຫລາຍສິ່ງສ້າງ ພັກເພິ່ນພາທໍາ ນໍາລາວນໍາສະໄໝ ດຸ່ງເດີນເມືອໜ້າ ບໍ່ອາດ ພັນລະນາໄດ້ ຄາວດຽວຄົບໄຄວ່ ພິລະນາຖີ່ຖ້ວນ ຊິເຫັນຮູ້ຊູ່ອັນ ທ່ານເອີຍ ຍ້ອນມີພັກລາວທົ່ວຄ້າຍ ເລີຍຢູ່ສຳລານ ບໍ່ໄດ້ ມີໄພພານ ດັ່ງເດີມຄາວກີ້ ມີແຕ່ ຮອງຮອງແຈ້ງ ສະເໝີຈັນໃສສ່ອງ ຍູທ່າງ ສານສືບສ້າງ ເມືອງບ້ານຮົ່ມເຢັນ 50 ປີນັບໄດ້ ຫວນຮອດຍາມດີ ວັນສະຖາປະນາ ຊາດລາວຄາວນັ້ນ 2 ທັນວາຍືນໝັ້ນ ປວງປະຊາຊົມຊື່ນ ຄົນນັບ ແສນໝື່ນລ້ານ ນິຍົມຍ້ອງຍົກຍໍ ຊອບແລ້ວ ຂປລ. ເມື່ອບໍ່ດົນມານີ້, ຄະນະພັກຄະນະກໍາມະການປົກຄອງ ເມືອງສຸຂຸ ມາ ແຂວງຈໍາປາສັກ ຮ່ວມກັບ ຄະນະ ອົງການພຸດທະສາສະໜາສຳພັນລາວ (ອພສ) ເມືອງສຸຂຸມາ, ຄະນະພັກ-ອົງ ການປົກຄອງບ້ານທາດ 3 ປາງ, ບັນ ດາບ້ານໃນທົ່ວເມືອງ ໄດ້ຈັດບຸນນະມັດ ສະການພະທາດສາມປາງ ຕິດພັນ ກັບການຮັບຮອງພະທາດສາມປາງ ເປັນມໍລະດົກທາງດ້ານວັດທະນະທໍາ ລະດັບ ໂດຍມີ ທ່ານ ບຸນຄົງ ພັນວົງສາ ປະທານກວດກາພັກແຂວງ, ພະອາ ຈານມະຫາ ສຸວັນ ຈັນທະລາດ ປະທານ ອົງການພຸດທະສາສະໜາສໍາພັນລາວ ແຂວງ ພ້ອມດ້ວຍພະແນກການທີ່ກ່ຽວ ຂ້ອງຂອງແຂວງ, ເມືອງ ແລະ ພໍ່ແມ່ ປະຊາຊົນພາຍໃນບ້ານທາດສາມປາງ ແລະ ບ້ານອ້ອມຂ້າງເຂົ້າຮ່ວມ. ທ່ານ ພອນພິລຸນ ນໍລະສິນ ປະທານ ຄະນະກໍາມະການປົກຄອງ ເມືອງສຸຂຸ ມາ ໄດ້ໃຫ້ຮູ້ວ່າ: ການຈັດບຸນນະມັດສະ ການພະທາດສາມປາງ ໃນປີ 2026, ກໍເພື່ອເປັນການອະນຸລັກຮັກສາ ສະ ຖານວັດຖຸບູຮານ ທີ່ເປັນມິ່ງຂວັນຂອງ ຊາວເມືອງສຸຂຸມາ ໃຫ້ມີຄວາມຍືນຍົງ ສືບທອດຮອດຮຸ່ນລູກ, ຮຸ່ນຫລານ ທັງ ເປັນການໂຄສະນາ ແລະ ປະຊາສໍາພັນ ໃຫ້ພະທາດສາມປາງ ເປັນທີ່ຮູ້ຈັກຂອງ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ, ກາຍເປັນແຫລ່ງທ່ອງທ່ຽວ ທາງປະຫວັດສາດ, ເປັນບ່ອນສຶກສາ ຄົ້ນຄວ້າຮໍ່າຮຽນທາງປະຫວັດສາດ ຂອງຜູ້ຊອກຮູ້ຮໍ່າຮຽນ, ເປັນສະຖານທີ່ ເພິ່ງທາງດ້ານຈິດໃຈ, ເປັນສະຖານທີ່ ເສີມສ້າງພະລັງສາມັກຄີອັນແໜ້ນ ແຟ້ນ ຂອງພໍ່ແມ່ປະຊາຊົນ. ການຈັດບຸນນະມັດສະການພະ ທາດສາມປາງໃນຄັ້ງນີ້, ຖືເປັນການ ສ້າງຂະບວນການຍິ່ງໃຫຍ່ ເພື່ອຂໍ່າ ນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ, ບັ້ນເລືອກຕັ້ງ ສະພາປະຊາຊົນແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ທັງເປັນການສະເຫລີມສະຫລອງ ແລະ ຊົມເຊີຍວັນສໍາຄັນຕ່າງໆຂອງພັກ- ຂອງຊາດ, ບົນຈິດໃຈດຶງດູດ ແລະ ຊຸກ ຍູ້ສົ່ງເສີມວຽກງານການທ່ອງທ່ຽວ ແລະ ສົ່ງເສີມການອະນຸລັກຮັກສາສິ ລະປະ-ວັດທະນະທໍາ ຮີດຄອງປະເພນີ ອັນດີງາມຂອງຊາດ, ຂອງທ້ອງຖິ່ນ ພ້ອມທັງເປັນການຊຸກຍູ້-ສົ່ງເສີມຂະ ບວນການຜະລິດ ຮັບປະກັນດ້ານສະ ບຽງອາຫານ, ການຜະລິດເປັນສິນຄ້າ ຢ່າງແຂງແຮງ ຕາມທິດສ້າງເສດຖະ ກິດ ເອກກະລາດ ເປັນເຈົ້າຕົນເອງ ໄປ ຄຽງຄູ່ກັບການຍົກສູງສະຕິຊາດ-ເປັນ ເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ສ້າງຄວາມໝັ້ນຄົງແລະມີຄວາມ ຮັບປະກັນຮອບດ້ານ, ຕາມທິດທີ່ໄດ້ ກຳນົດໄວ້ ຄື: “ສ້າງເມືອງສຸຂຸມາ ໃຫ້ ເປັນເມືອງສະຫງົບ, ສະອາດ, ສີຂຽວ, ຮາກຖານການເມືອງມີຄວາມໜັກ ແໜ້ນ, ເສດຖະກິດມີຄວາມເຂັ້ມແຂງ ຕາມທິດເອກະລາດ ເປັນເຈົ້າຕົນເອງ, ຊົນນະບົດໄດ້ຮັບການພັດທະນາ, ປະ ຊາຊົນຢູ່ດີກິນດີກວມສ່ວນຫລາຍ”. ນອກຈາກນີ້, ຍັງເປັນງານໜຶ່ງທີ່ມີ ຄວາມສຳຄັນທາງດ້ານຈິດໃຈຂອງ ປວງຊົນຊາວບ້ານທາດສາມປາງ ກໍຄື ປະຊາຊົນຊາວເມືອງສຸຂຸມາ ເນື່ອງ ຈາກວ່າເມືອງສຸຂຸມາ ເປັນເມືອງໜຶ່ງ ທີ່ມີສະຖານບູຮານດ້ານປະຫວັດສາດ ແລະ ວັດທະນະທຳທີ່ມີຄວາມສຳຄັນ ຕໍ່ຂະບວນການສຶກສາຮຽນຮູ້ຂອງຄົນ ຮຸ່ນຫລັງ ຊຶ່ງມັນເປັນສິ່ງທີ່ຢັ້ງຢືນເຖິງ ປະຫວັດສາດ ແລະ ການເຕີບໃຫຍ່ຂະ ຫຍາຍຕົວຂອງສັງຄົມໃນສະໄໝນັ້ນໆ. ນອກຈາກພະທາດສາມປາງທີ່ເປັນສະ ຖານບູຮານເກົ່າແກ່ ແລະ ເປັນແຫລ່ງ ທ່ອງທ່ຽວທາງດ້ານວັດທະນະທຳ ແຫ່ງໜຶ່ງແລ້ວ, ເມືອງສຸຂຸມາຍັງມີສະ ຖານບູຮານອີກຫລາຍແຫ່ງດັ່ງຄຳໂຄງ ຂອງເມືອງທີ່ວ່າ “ສຸຂຸມາ ເປັນເມືອງ ອູ່ເຂົ້າລົ້ນສາງ, ພະທາດສາມປາງ, ເສັ້ນທາງບູຮານ, ພະລານຈຳປາ, ທະ ລາສອງສີ, ປ່າໄມ້ຂຽວກະຈີ, ສີບາອີ່ ເກິ້ງ”. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ຂອງຄະນະກໍາມະການປົກຄອງແຂວງ ຈຳປາສັກ ວ່າດ້ວຍການຮັບຮອງເອົາ ພະທາດສາມປາງ ເປັນມໍລະດົກທາງ ດ້ານວັດທະນະທໍາລະດັບທ້ອງຖິ່ນ ຂອງແຂວງຈໍາປາສັກ ຕື່ມອີກ ແລະ ໃນພິທີໄດ້ມີຂະບວນແຫ່ກ້ອນກຳລັງ ຕ່າງໆ ຊຶ່ງນຳພາໜ້າຂະບວນໂດຍຂະ ບວນພະສົງສາມະເນນ, ຕໍ່ດ້ວຍຂະບວນ ຄະນະນຳຂອງແຂວງ, ເມືອງ, ການນໍາ ພະແນກການຕ່າງໆ, ຂະບວນແຫ່ຂອງ ເຖົ້າແກ່ມົນໂທຖືຂັນໝາກເບັງ ນຸ່ງຖືສຸ ພາບຮຽບຮ້ອຍ, ເກົ້າຜົມບ່ຽງແພ, ຂະ ບວນອົງການຈັດຕັ້ງບ້ານ ແລະ ຂະ ບວນຂອງນັກຮຽນ ຢ່າງຄຶກຄື້ນມ່ວນ ຊື່ນ. ພ້ອມນີ້, ຍັງມີການສະແດງສິລະ ປະ-ວັນນະຄະດີຈາກນ້ອງນັກຮຽນ,ກິດ ຈະກໍາແຂ່ງຂັນກິລາປະເພດຕ່າງໆ ແລະ ມີການຄົບງັນຕະຫລອດແຈ້ງດ້ວຍ ວົງດົນຕີ ແລະ ຄະນະໝໍລໍາເລື່ອງທີ່ເປັນ ເອກະລັກຂອງເມືອງຕື່ມອີກ. ເຖິງແນວໃດກໍດີ, ໃນປີ2025ຜ່ານ ມາ, ແຂວງຈຳປາສັກ ໄດ້ຮັບຮອງເອົາ ມໍລະດົກລະດັບລະດັບທ້ອງຖິ່ນແລ້ວ ຈຳນວນ 4 ແຫ່ງ ປະກອບມີ: ວັດຈອມ ເພັດ, ການແກະສະຫລັກຫີນບ້ານດອນ ເຂາະ, ຫໍພິພິທະພັນແຂວງ, ວັດບ້ານ ງົວແດງ ແລະ ພະທາດສາມປາງເປັນ ແຫ່ງທີ 5. ປັດຈຸບັນ ທົ່ວແຂວງໄດ້ຮັບ ຮອງເອົາມໍລະດົກລະດັບທ້ອງຖິ່ນແລ້ວ 7 ແຫ່ງ ຊຶ່ງທັງໝົດເຫລົ່ານີ້ ໄດ້ກາຍ ເປັນສູນບ່ອນສຶກສາຮຽນຮູ້, ເປັນບ່ອນ ຄົ້ນຄວ້າຮໍ່າຮຽນດ້ານປະຫວັດສາດ, ວັດທະນະທຳ, ປະຕິມະກຳ ແລະ ອື່ນໆ ກາຍເປັນສະຖານທີ່ທ່ອງທ່ຽວໜຶ່ງ ຂອງເມືອງກໍຄືແຂວງ ໃນການຕ້ອນຮັບ ແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ ເຂົ້າມາແຂວງຈໍາປາສັກ. ຂປລ. ຜັກທຽມ ແມ່ນພືດຊະ ນິດໜຶ່ງທີ່ຊາວກະສິກອນນິຍົມປູກ ເນື່ອງຈາກວ່າ ກິນໄດ້ທັງໃບ ແລະ ຫົວ ຈຶ່ງເຮັດໃຫ້ຜັກທຽມເປັນທີ່ ຕ້ອງການຫລາຍໃນທ້ອງຕະຫລາດ. ສະນັ້ນ, ມື້ນີ້ ຄໍລໍາ “ສຶກສາຫາ ຄວາມຮູ້” ຈະມານໍາສະເໜີ ເຕັກນິກ ການປູກຜັກທຽມທີ່ໄດ້ຮັບຜົນດີມາ ແລກປ່ຽນນຳທ່ານຜູ້ອ່ານ. ໂດຍຂັ້ນຕອນທໍາອິດແມ່ນການ ກຽມໜານປູກ ເນື່ອງຈາກວ່າຜັກ ທຽມເປັນພືດຮາກຕື້ນ ການກຽມ ດິນຈໍາເປັນຕ້ອງໄດ້ຂຸດ ຫລື ໄຖໃຫ້ ເລິກ ປະມານ 15-20 ຊັງຕີແມັດ. ຕາກດິນໄວ້ປະມານ 5 -10 ວັນ ປະ ສົມຝຸ່ນບົ່ມ ຫລື ຝຸ່ນຄອກ ທີ່ສະລາຍ ຕົວແລ້ວຄົນເຂົ້າກັບດິນໃຫ້ທົ່ວ, ພວນໃຫ້ລະອຽດແລ້ວຍົກເປັນໜານ ກວ້າງ ປະມານ 1 -1,5 ແມັດ. ການກຽມແນວພັນປູກ: ໃຊ້ຫົວ ຜັກທຽມທີ່ແກະຫົວແລ້ວມາປູກ ຄັດເລືອກເອົາສະເພາະກີບ ທີ່ສົມ ບູນ, ແກ່ ແລະ ແຫ້ງດີ ແຕ່ສິ່ງສໍາ ຄັນຕ້ອງໃຫ້ຫົວຜັກທຽມທີ່ຈະໃຊ້ ເປັນແນວປູກໄດ້ພັກຕົວໄລຍະໜຶ່ງ ກ່ອນປູກລົງໃນໜານ ເຊິ່ງເນື້ອທີ່ 1 ເຮັກຕາໃຊ້ແນວພັນປະມານ 500800 ກິໂລກຣາມ. ວິທີປູກ ຫລັງຈາກກຽມໜານ ປູກ ແລະ ກຽມແນວພັນໄວ້ແລ້ວ ກ່ອນປູກ ຄວນຫົດນໍ້າໃນໜານປູກ ໃຫ້ຊຸ່ມ ກ່ອນປູກເລິກປະມານເຄິ່ງ ກີບ ໂດຍການປູກໃຊ້ໄລຍະຫ່າງຕົ້ນ ແລະ ແຖວ 50 x 20 ຫລື 10 x 10 ຊັງຕີແມັດ ຫລັງຈາກນັ້ນປົກດ້ວຍ ເຟືອງຫລື ຫຍ້າແຫ້ງໜາພໍສົມຄວນ ເພື່ອຮັກສາຄວາມຊຸ່ມຂອງດິນແລ້ວ ຫົດນໍ້າໃຫ້ຊຸ່ມ ອີກເທື່ອໜຶ່ງ. ການປົກໜ້າດິນ ມີຄວາມຈຳ ເປັນເພື່ອຊ່ວຍຮັກສາຄວາມຊຸ່ມຊື່ນ ໃນດິນ ເປັນການຫລຸດຜ່ອນການ ຫົດນ້ຳ ແລະ ຫລຸດຄ່າໃຊ້ຈ່າຍໃນ ການເສຍຫຍ້າອີກດ້ວຍ. ສໍາລັບ ການບົວລະບັດຮັກສາ ການໃສ່ຝຸ່ນ: ແມ່ນໃຫ້ໃສ່ຝຸ່ນ ເຄມີ ສູດ 10-10-15 ຫລື 13-13-21 ກໍໄດ້ ໃນຈໍານວນ 350- 700 ກິໂລ ກຣາມຕໍ່ເຮັກຕາ. ສຳລັບຝຸ່ນທີ່ໃສ່ ແບ່ງເປັນສອງເທື່ອຄື: ເທື່ອທີ່ໜຶ່ງ ໃສ່ເປັນຝຸ່ນຮອງພື້ນຕອນປູກຈໍາ ນວນ 70%, ເທື່ອທີ່ສອງ ໃສ່ເມື່ອ ຜັກທຽມອາຍຸໄດ້ 30 ວັນ ໂດຍໃສ່ ແບບໂຮຍຂ້າງຕົ້ນ ຫລື ຫວ່ານທົ່ວ ໜານກໍໄດ້, ສໍາລັບທ່ານໃດຢາກ ເລັ່ງການຈະເລີນເຕີບໂຕ ໃນໄລຍະ 10-15 ວັນ ສາມາດໃສ່ຝຸ່ນ ຢູເຣຍ ກໍໄດ້ ແຕ່ຕ້ອງໃສ່ໃນຈໍານວນ 120170 ກິໂລກຣາມຕໍ່ 6 ເຮັກຕາ. ການໃຫ້ນໍ້າ ຄວນໃຫ້ນໍ້າຢ່າງສະ ໝໍ່າສະເໝີ ແລະ ພຽງພໍໃນໄລຍະ ການຈະເລີນເຕີບໂຕ ແລະ ຢຸດການ ໃຫ້ນໍ້າເມື່ອຫົວເລີ່ມແກ່. ສຳລັບການເກັບກ່ຽວຄວນເລືອກ ເກັບກ່ຽວເມື່ອຜັກທຽມແກ່ທີ່ສຸດ ໂດຍສັງເກດຈາກສ່ວນຂອງຍອດ ຈະເລີ່ມຂຶ້ນມາໜາ ແລະ ໃບເລີ່ມ ແຫ້ງ ບໍ່ຄວນໃຫ້ກາຍໄລຍະເກັບ ກ່ຽວ ເພາະຜັກທຽມຈະມີຄຸນນະ ພາບບໍ່ດີ, ເມື່ອຫລົກຜັກທຽມອອກ ໜານແລ້ວຄວນໄປຕາກແດດໄວ້ ປະມານ 4-5 ແດດແລ້ວນຳມາ ຕາກລົມອີກໄລຍະໜຶ່ງ ເພື່ອໃຫ້ຫົວ ແລະ ໃບແຫ້ງດີ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==