7189

06/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ຂໍ້ມູນຈາກແຂວງສາລະວັນໍ້ ມູນັ ນ ບົດສະເໜີົີ ໂດຍ: ທ່ານ ຫງວຽນ ມິງ ເຕີມ ເອກອັກ່ິີັ ຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ັູິັູ້ີັ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ່ ra dxt-k-q oxt8y ;a f]k; oerkm5 drk]tdy fxt8y ;a fl6j zq oleg]a f ທ່າມກາງສະພາບການໂລກ ແລະ ພາກພື້ນທີ່ມີຄວາມສະຫລັບ ຊັບຊ້ອນ, ມີການປ່ຽນແປງຢ່າງ ວ່ອງໄວ ແລະ ຜັນຜວນຢ່າງແຮງ ເຊິ່ງສົ່ງຜົນກະທົບຕໍ່ສັນຕິພາບ, ສະ ຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງໂລກ. ເຖິງຢ່າງໃດກໍຕາມ, ພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກປະຊາຊົນປະຕິວັດລາວ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສາມາດບັນລຸຜົນ ສຳເລັດອັນຍິ່ງໃຫຍ່ ແລະ ສຳຄັນ ໃນຫລາຍດ້ານ ດັ່ງນີ້: ດ້ານການເມືອງ-ສັງຄົມ: ສາ ມາດຮັກສາສະຖຽນລະພາບຢ່າງຕໍ່ ເນື່ອງ. ລະບົບການເມືອງຂອງລາວ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາໃຫ້ສົມບູນຍິ່ງໆຂຶ້ນຢ່າງ ບໍ່ຢຸດຢັ້ງ. ບົດບາດການນຳພາຂອງ ພັກປະຊາຊົນປະຕິວັດລາວ ໄດ້ຮັບ ການຢືນຢັນຢ່າງໝັ້ນຄົງກວ່າເກົ່າ. ການສ້າງ ແລະ ປັບປຸງພັກ ໄດ້ຮັບ ການເອົາໃຈໃສ່ໃນການຈັດຕັ້ງປະ ຕິບັດ. ລະບຽບວິໄນ ແລະ ແບບ ແຜນໃນລະບົບການເມືອງຂອງລາວ ທັງໝົດໄດ້ຮັບການເສີມຂະຫຍາຍ ຄວບຄູ່ໄປກັບການປະຕິຮູບການ ບໍລິຫານລັດ, ເຮັດໃຫ້ການຍົກສູງ ປະສິດທິພາບ ແລະ ປະສິດທິຜົນໃນ ການຄຸ້ມຄອງລັດ ບັນລຸຜົນສຳເລັດ ໃນທາງບວກຢ່າງຈະແຈ້ງ. ດ້ານການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໄດ້ຮັບການປົກ ປັກຮັກສາໄວ້ຢ່າງໝັ້ນຄົງ. ລາວ ໄດ້ເສີມຂະຫຍາຍຂີດຄວາມສາ ມາດດ້ານການປ້ອງກັນຊາດຢ່າງຕໍ່ ເນື່ອງ,ຮັກສາຄວາມສະຫງົບພາຍໃນ ປະເທດ ພ້ອມທັງມີບົດບາດເປັນ ເຈົ້າການແລະ ສ້າງສັນໃນການເຂົ້າ ຮ່ວມກົນໄກການຮ່ວມມືດ້ານການ ປ້ອງກັນຊາດ ແລະ ຄວາມສະຫງົບ ໃນລະດັບພາກພື້ນ, ປະກອບສ່ວນ ຢ່າງມີປະສິດທິພາບເຂົ້າໃນການ ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ຍືນຍົງຂອງ ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ດ້ານເສດຖະກິດ ມີການຟື້ນຕົວ ເປັນກ້າວໆໄປ ແລະ ເຕີບໂຕໃນລະ ດັບທີ່ມີຄວາມໝັ້ນຄົງສົມຄວນ. ໂຄງປະກອບເສດຖະກິດຍັງຄົງປັບ ປ່ຽນໄປໃນທິດທາງບວກ ໂດຍຮັກ ສາອັດຕາການເຕີບໂຕສະເລ່ຍໄວ້ ທີ່ 4,2%. ອັດຕາເງິນເຟີ້ໄດ້ຮັບ ການຄວບຄຸມ ໂດຍຫລຸດລົງຈາກ 22,96% ໃນປີ 2022 ມາເປັນ 8,3% ໃນປີ 2025. ລາຍຮັບງົບ ປະມານແຫ່ງລັດບັນລຸເກີນແຜນ ຕິດຕໍ່ກັນເປັນເວລາ 5 ປີ. ມູນຄ່າ ການຄ້າລວມຢູ່ທີ່ 84.406,01 ລ້ານໂດລາສະຫະລັດ (ເກີນດຸນ ການຄ້າ 8.475,75 ລ້ານໂດລາ ສະຫະລັດ). ເງິນທຶນທີ່ລະດົມໄດ້ ທັງໝົດ 387.372 ຕື້ກີບ (ເທົ່າກັບ 189% ຂອງແຜນການ). ເງິນ ຊ່ວຍເຫລືອລວມ 54.493 ຕື້ກີບ (ເທົ່າກັບ146%ຂອງແຜນການ). ການລົງທຶນຈາກພາກເອກະຊົນ ພາຍໃນ ແລະ ການລົງທຶນໂດຍກົງ ຈາກຕ່າງປະເທດລວມ 266.494 ຕື້ກີບ (ເທົ່າກັບ 266% ຂອງ ແຜນການ) ແລະ ການລົງທຶນຈາກ ແຫລ່ງອື່ນໆລວມ 44.305 ຕື້ກີບ. ລາຍໄດ້ສະເລ່ຍຕໍ່ຫົວຄົນເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ຢູ່ທີ່ 2.138 ໂດ ລາສະຫະລັດ. ຄຸນນະພາບຊີວິດທັງ ດ້ານວັດຖຸ ແລະ ຈິດໃຈຂອງປະຊາ ຊົນໄດ້ຮັບການປັບປຸງນັບມື້ນັບດີ ຂື້ນ. ໂຄງການຫລຸດຜ່ອນຄວາມ ທຸກຍາກ ແລະ ພັດທະນາເຂດຫ່າງ ໄກສອກຫລີກ ປະສົບຜົນສຳເລັດ ຢ່າງແທ້ຈິງ. ອັດຕາຄອບຄົວທຸກ ຍາກຫລຸດລົງຈາກ 18,3% ໃນ ປີ 2019 ມາເຫລືອ 15% ໃນປີ 2025. ໂຄງການພື້ນຖານໂຄງລ່າງ ທີ່ສຳຄັນດ້ານຄົມມະນາຄົມ, ພະ ລັງງານ, ໄຟຟ້ານໍ້າຕົກ ແລະ ໂລຈິສ ຕິກຈຳນວນຫລາຍໄດ້ຮັບການ ຈັດຕັ້ງປະຕິບັດ, ຊ່ວຍຍົກສູງການ ເຊື່ອມໂຍງທັງພາຍໃນປະເທດ ແລະ ໃນລະດັບພາກພື້ນ. ດ້ານວັດທະນະທຳ-ສັງຄົມ ໄດ້ ຮັບການໃຫ້ຄວາມສຳຄັນ ແລະ ພັດ ທະນາຢ່າງຕໍ່ເນື່ອງ, ມີການປະຕິຮູບ ລະບົບການສຶກສາແຫ່ງຊາດ, ຍົກ ສູງຄຸນນະພາບການຮຽນ-ການ ສອນ, ສົ່ງເສີມວຽກງານຄົ້ນຄວ້າ ທາງວິທະຍາສາດ ແລະ ການພັດ ທະນານະວັດຕະກໍາໃໝ່. ໃຫ້ຄວາມ ສຳຄັນກັບການເບິ່ງແຍງ, ປົກປ້ອງ ແລະ ຍົກສູງສຸຂະພາບຂອງປະຊາ ຊົນ. ການປະຕິບັດນະໂຍບາຍຕໍ່ຜູ້ ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ວຽກງານສະຫວັດດີການສັງ ຄົມ ເພື່ອຄຸ້ມຄອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງປະຊາຊົນ ລາວ. ການອະນຸລັກ ແລະ ສົ່ງເສີມ ຄຸນຄ່າມູນເຊື້ອທາງວັດທະນະທຳທີ່ ສະທ້ອນເຖິງເອກະລັກຂອງຊາດ. ວຽກງານຄຸ້ມຄອງແຮງງານໄດ້ ຮັບການເອົາໃຈໃສ່, ສົ່ງເສີມໃຫ້ ທັງພາກລັດ ແລະ ເອກະຊົນມີ ສ່ວນຮ່ວມໃນການພັດທະນາ ແລະ ຝຶກອົບຮົມວິຊາຊີບໃຫ້ແກ່ແຮງງານ ຈຳນວນ 159.837 ຄົນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ ແຮງງານພາຍໃນ ແລະ ແຮງງານ ທີ່ໄປເຮັດວຽກຢູ່ຕ່າງປະເທດລວມ 464.514 ຄົນ. ອົງການອຳນາດລັດໄດ້ຮັບ ການເສີມສ້າງໃຫ້ເຂັ້ມແຂງຍິ່ງຂຶ້ນ, ເປັນພື້ນຖານທີ່ໝັ້ນຄົງສຳລັບການ ບໍລິຫານປະເທດດ້ວຍກົດໝາຍ ສອດຄ່ອງກັບເປົ້າໝາຍການສ້າງ ລັດປະຊາທິປະໄຕປະຊາຊົນ ໃຫ້ ພັດທະນາເປັນລັດແຫ່ງກົດໝາຍ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໂດຍໂຄງປະ ກອບອົງການຂອງລັດທຸກຂັ້ນ ໄດ້ ຮັບການຈັດລະບຽບໃຫ້ມີຄວາມ ກະທັດຮັດ, ຄ່ອງຕົວ, ມີປະສິດທິ ພາບ ແລະ ມີປະສິດທິຜົນ. ຈຳນວນ ຂະແໜງການບໍລິຫານສູນກາງ ຫລຸດລົງຈາກ 17 ກະຊວງ ແລະ 3 ອົງການທຽບເທົ່າກະຊວງ ມາ ເຫລືອ 13 ກະຊວງ ແລະ 2 ອົງ ການທຽບເທົ່າກະຊວງ. ການກວດ ກາ, ການຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດ ຫລັງການ ກວດກາມີຄວາມເຂັ້ມແຂງຢ່າງແທ້ ຈິງ ແລະ ເດັດຂາດ. ດ້ານການຕ່າງປະເທດ: ສາຍ ພົວພັນຂອງລາວກັບບັນດາປະ ເທດຕ່າງໆ ໄດ້ຮັບການຂະຫຍາຍ ຕົວຢ່າງຕໍ່ເນື່ອງ. ບົດບາດ ແລະ ຄວາມໄວ້ວາງໃຈຂອງລາວໃນເວ ທີສາກົນ ໄດ້ຮັບການຍົກສູງຂຶ້ນ ຢ່າງຈະແຈ້ງ. ລາວມີສ່ວນຮ່ວມ ຢ່າງຕັ້ງໜ້າໃນອາຊຽນ ແລະ ອົງ ການຈັດຕັ້ງລະດັບພາກພື້ນ ແລະ ສາກົນ, ພ້ອມທັງມີຄວາມຮັບຜິດ ຊອບຕໍ່ບັນຫາລວມຕ່າງໆ. ລາວໄດ້ ສ້າງຕັ້ງສາຍພົວພັນທາງການທູດ ກັບ 151 ປະເທດ ແລະ ສາຍພົວ ພັນລະຫວ່າງພັກກັບພັກການເມືອງ ຈຳນວນ 145 ພັກ ໃນ 82 ປະເທດ. ການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ປະສົບຜົນສຳເລັດຢ່າງຈົບງາມ ໄດ້ສ້າງຄວາມປະທັບໃຈອັນດີ ແລະ ຝາກຮ່ອງຮອຍໃນທາງບວກໄວ້ໃນ ລະດັບພາກພື້ນ ແລະ ສາກົນ. ເມື່ອກ້າວໄປສູ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ, ຂ້າ ພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກ ແໜ້ນວ່າ ດ້ວຍການກຽມພ້ອມຢ່າງ ຮອບຄອບ, ຄວາມເອົາໃຈໃສ່ສູງ, ມີຄວາມເປັນລະບົບ ແລະ ມີວິທະຍາ ສາດ; ມີການຫັນປ່ຽນທາງດ້ານ ແນວຄິດຢ່າງສ້າງສັນ, ເນັ້ນໃສ່ຄຸນ ນະພາບ, ປະສານສົມທົບລະຫວ່າງ ທິດສະດີກັບການປະຕິບັດຢ່າງກົມ ກຽວ, ຍຶດໝັ້ນຄວບຄູ່ກັບການປະ ຕິຮູບ, ສືບທອດຄວບຄູ່ກັບການພັດ ທະນາ ເຊິ່ງແມ່ນຂະບວນການປະ ກອບສ່ວນສຳຄັນ ແລະ ເຮັດໃຫ້ ແນວທາງການປ່ຽນແປງໃໝ່ທີ່ກຳ ນົດໄວ້ໂດຍກອງປະຊຸມໃຫຍ່ຂອງ ພັກໃນຄັ້ງກ່ອນໆໃຫ້ສົມບູນຍິ່ງຂຶ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະ ຕິວັດລາວ ຈະປະສົບຜົນສຳເລັດ ຢ່າງຈົບງາມ. ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນ ເຫດການການເມືອງທີ່ຍິ່ງໃຫຍ່ ແລະ ມີຄວາມສຳຄັນຢ່າງຍິ່ງຂອງ ພັກ, ລັດ ແລະ ປະຊາຊົນລາວ, ມີ ຄວາມໝາຍສຳຄັນທີ່ສຸດໃນຂະ ບວນການຊຸກຍູ້ການປ່ຽນແປງໃໝ່ ຢ່າງຮອບດ້ານ ແລະ ມີຈຸດສຸມ, ເປີດ ສາກໄລຍະໃໝ່ແຫ່ງການພັດທະນາ ຂອງການປະຕິວັດລາວ. ຈາກຜົນ ສຳເລັດຂອງກອງປະຊຸມໃຫຍ່, ພັກ ປະຊາຊົນປະຕິວັດລາວ ຈະຍັງຄົງ ເປັນຜູ້ນຳພາປະຊາຊົນລາວ ໃນ ການບັນລຸຜົນສຳເລັດໃໝ່ໆ ທີ່ຍິ່ງ ໃຫຍ່ກວ່າເກົ່າ ໃນພາລະກິດປ່ຽນ ແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ມຸ່ງໄປ ສູ່ການສ້າງປະເທດລາວ ໃຫ້ເປັນ ປະເທດທີ່ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະ ນະຖາວອນ ແລະ ກ້າວເດີນໄປ ຂ້າງໜ້າຢ່າງໜັກແໜ້ນຕາມເປົ້າ ໝາຍສັງຄົມນິຍົມ. ຄຽງຄູ່ກັບກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິ ວັດລາວ, ໃນໄລຍະອັນໃກ້ນີ້, ພັກ ກອມມູນິດຫວຽດນາມ ກໍຈະຈັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV. ຂ້າພະເຈົ້າມີຄວາມ ເຊື່ອໝັ້ນວ່າ ດ້ວຍມູນເຊື້ອແຫ່ງ ສາຍພົວພັນຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດຫວຽດ ນາມ-ລາວ, ສາຍພົວພັນລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ຈະຍິ່ງໄດ້ຮັບການພັດທະ ນາເຂົ້າສູ່ລວງເລິກ, ແທ້ຈິງ ແລະ ມີ ປະສິດທິຜົນໃນທຸກດ້ານ, ນຳມາຜົນ ປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ ສອງປະເທດ ແລະ ປະກອບສ່ວນ ເຂົ້າໃນການຮັກສາສັນຕິພາບ, ສະ ຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ແລະ ທົ່ວໂລກ. lk]t;a o goA ozt]y fdtly deltvkf{dtly devy o-u gxa oly o7h k ຂປລ. ແຂວງສາລະວັນເປັນໜຶ່ງ ໃນຫລາຍແຂວງທີ່ມີພື້ນທີ່ດິນອຸດົມ ສົມບູນ ມີແຫລ່ງນໍ້າທຳມະຊາດຫລາຍ ແລະ ປະຊາຊົນສ່ວນໃຫຍ່ມີມູນເຊື້ອ ດຸໝັ່ນຂະຫຍັນພຽນໃນການຢຶດຖືອາ ຊີບກະສິກໍາ ຊຶ່ງໃນຫລາຍປີຜ່ານມາ ການພັດທະນາກະສິກໍາ ໄດ້ມີການນໍາ ໃຊ້ສານເຄມີຈໍານວນຫລາຍ ອັນໄດ້ສົ່ງ ຜົນກະທົບຕໍ່ສຸຂະພາບຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມໂດຍ ລວມ. ດ້ວຍເຫດນັ້ນ, ພາກສ່ວນກ່ຽວ ຂ້ອງໄດ້ເອົາໃຈໃສ່ຊຸກຍູ້ ທັງໃຫ້ຫັນ ເອົາການຜະລິດທີ່ມີຜົນກະທົບໄປສູ່ ການຜະລິດກະສິກໍາສະອາດ ແລະ ກະ ສິກໍາອິນຊີ ເພື່ອຮັບປະກັນຄວາມໝັ້ນ ຄົງດ້ານສະບຽງອາຫານ ແລະ ການ ພັດທະນາຢ່າງຍືນຍົງ. ທ່ານ ສີວັນພະກອນ ວົງບຸນທັນ ຫົວໜ້າພະແນກກະສິກໍາ ແລະ ສິ່ງ ແວດລ້ອມ ແຂວງສາລະວັນ ໄດ້ໃຫ້ຮູ້ ວ່າ: ກະສິກໍາສະອາດ ແລະ ກະສິກໍາ ອິນຊີ ແມ່ນການຜະລິດທີ່ຫລຸດຜ່ອນ ຫລື ບໍ່ໃຊ້ສານເຄມີສັງເຄາະ ໂດຍເນັ້ນ ໃຊ້ປຸ໋ຍອິນຊີ ປຸ໋ຍຄອມໂພສ ສານຊີວະ ພາບ ແລະ ການຈັດການດິນນໍ້າຢ່າງ ເໝາະສົມ ຊຶ່ງວິທີການນີ້ ບໍ່ພຽງແຕ່ ຊ່ວຍຮັກສາຄຸນນະພາບຂອງດິນ ແລະ ແຫລ່ງນໍ້າໃຫ້ອຸດົມສົມບູນໃນໄລຍະ ຍາວ ແຕ່ຍັງຊ່ວຍຫລຸດຄ່າໃຊ້ຈ່າຍໃນ ການຜະລິດ ແລະ ສ້າງລາຍຮັບທີ່ໝັັ້ນ ຄົງໃຫ້ແກ່ຊາວກະສິກອນ. ແນວໃດ ກໍດີ, ແຂວງສາລະວັນ ກໍແມ່ນແຂວງ ໜຶ່ງທີ່ພາກລັດ ແລະ ພາກສ່ວນທີ່ກ່ຽວ ຂ້ອງໄດ້ໃຫ້ຄວາມສໍາຄັນແລະ ສົ່ງເສີມ ກະສິກໍາສະອາດ, ກະສິກໍາອິນຊີ ໂດຍ ກໍານົດເປັນແນວທາງໃນການພັດທະ ນາການຜະລິດກະສິກໍາ ໄປພ້ອມກັບ ການຈັດຕັ້ງອົບຮົມ ຖ່າຍທອດເຕັກນິກ ແລະ ສົ່ງເສີມໃຫ້ຊາວກະສິກອນນໍາໃຊ້ ວິທີການຜະລິດທີ່ປອດໄພ. ພ້ອມກັນ ນັ້ນ, ຍັງໄດ້ສ້າງເຂດຕົວຢ່າງການ ຜະລິດຜັກອິນຊີ ເຂດປູກເຂົ້າປອດສານ ເຄມີ ແລະ ການລ້ຽງສັດແບບຊີວະ ພາບ ເພື່ອໃຫ້ປະຊາຊົນໄດ້ຮຽນຮູ້ ແລະ ຂະຫຍາຍນໍາໄປປະຍຸກໃຊ້. ການຜະລິດກະສິກໍາສະອາດ-ກະ ສິກໍາອິນຊີ ມີບົດບາດສໍາຄັນ ຕໍ່ການຮັບ ປະກັນສະບຽບອາຫານທີ່ມີຄຸນນະ ພາບ; ຜະລິດຕະພັນທີ່ໄດ້ຈາກການຜະ ລິດແບບນີ້ ມີຄວາມປອດໄພ ບໍ່ມີສານ ຕົກຄ້າງ ເປັນຜົນດີຕໍ່ສຸຂະພາບຂອງຜູ້ ບໍລິໂພກ. ນອກຈາກນັ້ນ, ຍັງຊ່ວຍສ້າງ ຄວາມເຊື່ອໝັ້ນໃຫ້ແກ່ຕະຫລາດ ເຮັດ ໃຫ້ຜະລິດຕະພັນກະສິກໍາຂອງແຂວງ ສາລະວັນ ມີມູນຄ່າເພີ່ມຂຶ້ນ ແລະ ສາ ມາດແຂ່ງຂັນໃນຕະຫລາດໄດ້ດີຂຶ້ນ. ຂະນະທີ່ປັດໄຈສໍາຄັນອີກປະການໜຶ່ງ ຄື: ການມີສ່ວນຮ່ວມຂອງປະຊາຊົນ, ການພັດທະນາກະສິກໍາສະອາດ-ກະສິ ກໍາອິນຊີ ຈະປະສົບຜົນສໍາເລັດໄດ້ ກໍຕໍ່ ເມື່ອປະຊາຊົນມີຄວາມເຂົ້າໃຈ ເຫັນຄຸນ ຄ່າ ແລະ ເຂົ້າມາມີສ່ວນຮ່ວມຢ່າງແທ້ ຈິງ. ນັບແຕ່ຊາວກະສິກອນຜູ້ຜະລິດ, ຜູ້ຈໍາໜ່າຍ ຈົນເຖິງຜູ້ບໍລິໂພກທຸກຝ່າຍ ຈໍາເປັນຕ້ອງຮ່ວມມືກັນເຊັ່ນວ່າ: ຜູ້ບໍລິ ໂພກຄວນເລືອກຊື້ ແລະ ສະໜັບສະໜູນ ຜະລິດຕະພັນອິນຊີ ເພື່ອເປັນແຮງຈູງ ໃຈໃຫ້ຜູ້ຜະລິດຂະຫຍາຍການຜະລິດ ຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ, ການປະຊາ ສຳພັນ ແລະ ການໃຫ້ຄວາມຮູ້ແກ່ປະ ຊາຊົນກ່ຽວກັບຜົນຮ້າຍຂອງສານເຄ ມີ ແລະ ປະໂຫຍດຂອງກະສິກໍາອິນຊີ ກໍເປັນສິ່ງຈໍາເປັນ. ເມື່ອປະຊາຊົນມີ ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງ ກໍຈະສາມາດປ່ຽນແປງພຶດຕິກຳການ ຜະລິດ ແລະ ການບໍລິໂພກໄດ້ຢ່າງຍືນ ຍົງ. ກະສິກໍາສະອາດ-ກະສິກໍາອິນຊີ ມີຄວາມສໍາຄັນຫລາຍຕໍ່ການເຕີບໃຫຍ່ ຂະຫຍາຍຕົວ ແລະ ການພັດທະນາເສດ ຖະກິດ-ສັງຄົມໃນອະນາຄົດ ແຂວງ ສາລະວັນ ຈຶ່ງເອົາ ໃຈໃສ່ ແລະ ເນັ້ນຜະ ລິດກະສິກໍາສະອາດ-ກະສິກໍາອິນຊີ. ການຜະລິດດັ່ງກ່າວ ບໍ່ພຽງແຕ່ເປັນ ການຕອບສະໜອງຕໍ່ຄວາມຕ້ອງການ ອາຫານທີ່ປອດໄພ, ແຕ່ຍັງເປັນພື້ນ ຖານສໍາຄັນໃນການຮັກສາສິ່ງແວດ ລ້ອມ ທັງສ້າງລາຍຮັບໃຫ້ແກ່ປະຊາ ຊົນ ແລະ ຮັບປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານຢ່າງຍືນຍົງໃຫ້ແກ່ ປະເທດຊາດໃນອະນາຄົດ. ປັດຈຸບັນມີ ປະຊາຊົນເຂົ້າຮ່ວມຜະລິດມີ ບ້ານໂພນ ຕານ, ທາດຫ້ວຍ, ບ້ານດົງໜ້ອງ ເມືອງ ສາລະວັນ; ບ້ານໜອງເກາະຊອງ ເມືອງຄົງເຊໂດນ; ບ້ານຫ້ວຍກະໂພ ເມືອງລະຄອນເພັງ; ບ້ານວັງເປືອຍ, ບ້ານຫ້ວຍແສງ, ບ້ານພໍ່ເຂັມ, ບ້ານ ໜອງຕົມ ເມືອງເລົ່າງາມ ຊຶ່ງສາມາດ ສ້າງລາຍຮັບໄດ້ 500 ລ້ານກວ່າກີບຕໍ່ ລະດູການຜະລິດ. ທ່ານ ສີວັນພະກອນ ວົງບຸນທັນ ກ່າວ. ສຳລັບປີ 2025 ການຜະລິດກະ ສິກໍາ ພາຍໃນແຂວງສາມາດປະຕິບັດ ໄດ້ 375.350 ໂຕນ, ເທົ່າ 88% ຂອງແຜນການປີ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 1%, ໃນເນື້ອທີ່ເກັບກ່ຽວຕົວ ຈິງ 94.628 ເຮັກຕາ. ໃນນີ້, ໄດ້ຈາກ ເຂົ້ານາແຊງຈໍານວນ 65.052 ໂຕນ, ເຂົ້ານາປີ 310.298 ໂຕນ ຖ້າທຽບ ໃສ່ຄວາມຕ້ອງການພາຍໃນແຂວງຄື: ເຂົ້າກຸ້ມກິນ 116.354 ໂຕນ, ເຂົ້າແນວ ພັນ ຈໍານວນ 6.371 ໂຕນ, ເຂົ້າແຮ່ສຸກ ເສີນ 37.535 ໂຕນ; ມີເຂົ້າເຫລືອ ເປັນສິນຄ້າ 177.556 ໂຕນ. ໃນນີ້, ຂາຍເປັນສິນຄ້າພາຍໃນ 56.100 ໂຕນ, ສ່ວນທີ່ເຫລືອແມ່ນຂາຍອອກ ຕ່າງແຂວງ; ພືດສະບຽງອາຫານປະຕິ ບັດໄດ້ 98.802 ໂຕນ ໃນເນື້ອທີ່ເກັບ ກ່ຽວຕົວຈິງ15.693 ເຮັກຕາ; ໄດ້ຈາກ ພືດສະບຽງລະດູແລ້ງ 64.300 ໂຕນ, ພືດສະບຽງລະດູຝົນ 34.502 ໂຕນ, ໃນເນື້ອທີ່ເກັບກ່ຽວ 7.035 ເຮັກຕາ. ຖ້າທຽບໃສ່ຄວາມຕ້ອງການບໍລິໂພກ ພາຍໃນແຂວງ 40.072 ໂຕນ/ປີ, ແມ່ນພຽງພໍກັບຄວາມຕ້ອງການ ແລະ ເຫລືອເປັນສິນຄ້າສົ່ງຂາຍຕ່າງແຂວງ 58.730ໂຕນ. ຂະນະທີ່ວຽກງານລ້ຽງ ສັດ ແລະ ການປະມົງ ຍັງໄດ້ສະໜອງ ຊີ້ນ, ໄຂ່ ແລະ ປາ ໄດ້ທັງໝົດ 28.453 ໂຕນ ເທົ່າ 96,12%ຂອງແຜນການປີ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 0,94%. ສຳລັບພືດສິນຄ້າທີ່ພົ້ນເດັ່ນແມ່ນ ກາເຟ, ກ້ວຍ, ມັນດ້າງ, ມັນຕົ້ນ. ໃນ ນັ້ນ, ກາເຟສາມາດເກັບຜົນຜະລິດໄດ້ 34.552 ໂຕນ, ກ້ວຍ 23.417 ໂຕນ, ມັນຕົ້ນ 1.202.961 ໂຕນ ຊຶ່ງມີມູນ ຄ່າການສົ່ງອອກພືດສິນຄ້າ (ໂຕເລກ ຜ່ານການອອກໃບຢັ້ງຢືນສຸຂານາໄມ ພືດ Pyotosanitary Certificate) ຈໍານວນ 58.794.022,68 ໂດລາ. ຂະນະທີ່ຂາຍສັດເປັນສິນຄ້າອອກຕ່າງ ແຂວງໄດ້ກວ່າ 1.190 ໂຕ ມູນຄ່າ 7,6 ຕື້ກວ່າກີບ. ການສົ່ງເສີມຜະລິດ ແລະ ລາຍຮັບ ທີ່ກ່າວມາຂັ້ນເທິງນັ້ນ, ໄດ້ປະກອບ ສ່ວນອັນສຳຄັນໃນການແກ້ໄຂຄວາມ ທຸກຍາກຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງສາລະວັນ ໃຫ້ນັບມື້ ຫລຸດລົງເປັນກ້າວໆ.

RkJQdWJsaXNoZXIy MTc3MTYxMQ==